Saturday, 6 September 2014

ຊົ່ວຊິໄດ້ເປັນນັກຮ້ອງ


ຂຽນໂດຍ ອ. ແສງຟ້າ  ໂຫລານຸພາບ
ຫວ່າງຕົ້ນປີນີ້, ໄດ້ມີໂອກາດໄປກິນດອງຢູ່ພັດຕາຄານແຫ່ງໜຶ່ງໃນນະຄອນຫຼວງ. ໂຊກດີໄດ້ນັ່ງຮຽງກັບເພື່ອນເກົ່າສະໄໝຮຽນນຳກັນຢູ່ປະຖົມ ເຊິ່ງປັດຈຸບັນນີ້ໄດ້ກາຍເປັນນັກຮ້ອງທີ່ມີອາລະບຳຫຼາຍຊຸດເຕີບ. ໝໍໄດ້ເລົ່າສູ່ຟັງວ່າ ຊົ່ວຊິໄດ້ເປັນນັກຮ້ອງນຳເຂົາ ກໍບໍ່ແມ່ນຂອງງ່າຍ... ໝໍໄດ້ເລົ່າສູ່ຟັງດັ່ງນີ້:

ຕອນນັ້ນຂ້ອຍຫາກໍຮຽນຢູ່ ອ.1 (ທຽບໃສ່ດຽວນີ້ ກໍແມ່ນ ມ.5) ຄຽງຄູ່ກັບການຮຽນແລ້ວ ຂ້ອຍຍັງເຄື່ອນໄຫວນອກຫຼັກສູດ ຄືເຂົ້າຮ່ວມໃນໜ່ວຍສິລະປະຂອງໂຮງຮຽນ ໂດຍເປັນສະມາຊິກຂອງໜ່ວຍຟ້ອນແລະໜ່ວຍຮ້ອງ… ເມື່ອຮອດໂມງເລີກຮຽນແລ້ວ ບັນດານັກຮຽນທັງຫຼາຍກໍຈະໄປເຄື່ອນໄຫວກິດຈະກຳຕາມຄວາມຖະໜັດຂອງຕົນ, ບາງພ່ອງກໍລົງສວນຖືບົວຫົດຜັກ, ບາງພ່ອງກໍຖືບານລົງເດີ່ນ ມີທັງບານສົ່ງ-ບານເຕະ-ກະຕໍ້ຫວາຍ… ສ່ວນຂ້ອຍກໍພາຍຖົງປຶ້ມ-ຈັບກິຕ້າຍ່າງໄປຍັງຫ້ອງທີ່ນັດໝາຍກັນຊ້ອມຟ້ອນແລະຮ້ອງເພງ. ເມື່ອຍ່າງໄປຮອດ ກໍເຫັນໝູ່ຫຼາຍຄົນທັງຍິງແລະຊາຍທີ່ເປັນສະມາຊິກສິລະປະມານັ່ງລໍຖ້າຢູ່ກ່ອນແລ້ວ…
“ມື້ນີ້ ພວກເຮົາຈະຊ້ອມຮ້ອງເພງກ່ອນ ຫຼັງຈາກນັ້ນຈຶ່ງຈະຊ້ອມຟ້ອນ.” ຫົວໜ້າສິລະປະປະຈຳຊັ້ນກ່າວຂຶ້ນດ້ວຍສຽງຫວານໃສ ຊຶ່ງຊ່າງເຂົ້າກັບໃບໜ້າອັນຂາວນວນໃສງາມນັ້ນແທ້ໆ.
ຂ້ອຍເອົາກິຕ້າຍື່ນໃຫ້ວິຈິດຊຶ່ງລາວລືມເອົາຂອງລາວມາ… ເມື່ອທຽບກັນແລ້ວ ກິຕ້າຂອງລາວໃໝ່ແລະດີກວ່າຂອງຂ້ອຍຫຼາຍ ເພາະຂອງລາວຍີ່ຫໍ້ “ຢາມາຮາ” ຄັກແນ່ ສ່ວນຂອງຂ້ອຍເມດອິນຫວຽດນາມ, ແຕ່ກໍໄຄກວ່າບໍ່ມີ. ເມື່ອວິຈິດເຄັ່ງສາຍກິຕ້າເປັນທີ່ຮຽບຮ້ອຍແລ້ວ ລາວກໍສັ່ງໃຫ້ຂ້ອຍຮ້ອງເພງທີ່ລາວແຕ່ງ ຊຶ່ງຂ້ອຍຍັງຈື່ບໍ່ໄດ້ຄັກ ຈຳຕ້ອງເອົາເນື້ອມາເບິ່ງນຳ. ພໍແຕ່ຂ້ອຍອ້າປາກຮ້ອງຂຶ້ນ ເພື່ອນທຸກຄົນຕ່າງກໍແນມມາເບິ່ງຂ້ອຍເປັນຈຸດດຽວ ເຮັດໃຫ້ໜ້າຂອງຂ້ອຍອອກຮ້ອນວູ່ໆເປັນບາດໆ… ເພງທີ່ວິຈິດແຕ່ງມີເນື້ອຮ້ອງດັ່ງນີ້:

*ສຸດແສນຊື່ນຊົມ.................ອຸດົມວັນໃໝ່
ທ້ອງຟ້າຊ່າງງາມສົດໃສ..........ມວນດອກໄມ້ສົ່ງກິ່ນຫອມຫວນ
ດອກຈຳປາແດງ...................ເບັ່ງບານແຂ່ງດອກດຳດວນ
ສຸດທີ່ຫອມຫວນ...................ເໝືອນດັ່ງມິດຕະພາບພວກເຮົາ

*ສຸດແສນດີໃຈ.....................ໄດ້ມາພົບກັນໃໝ່
ທຸກຄົນຍິ້ມແຍ້ມແຈ່ມໃສ.......ມີຈິດໃຈມ່ວນຊື່ນເບິກບານ
ພົບກັນວັນນີ້.......................ມີຄວາມໝາຍແຫ່ງຄວາມສຳພັນ
ພ້ອມກັນປະສານ..................ຮັດແໜ້ນຄວາມສາມັກຄີ

*ບຸກໜ້າກ້າວໄປ...................ຊິງໄຊເຮັດຫຼ້ອນໜ້າທີ່
ພ້ອມກັນທະວີ.......................ສາມັກຄີໃຫ້ແໜ້ນໜຽວ
ຮ່ວມເປັນໃຈດຽວ..................ກົມກຽມຍາດເອົາໄຊງາມ...

ຊົ່ວຊິຮ້ອງສຸດ ເຫື່ອກໍຈົນວ່າຊັດອອກ. ວິຈິດທັງດີດກິຕ້າທັງແນມເບິ່ງຂ້ອຍຢ່າງບໍ່ສົບອາລົມປານໃດ…
“ສຽງຮ້ອງຂອງໂຕຢາກແຫບໄປໜ້ອຍໜຶ່ງ. ເວລາແກ່ສຽງກໍຍັງເຮັດບໍ່ໄດ້ດີ ຍ້ອນແຮງປອດຍັງອ່ອນນ້ອຍເກີນໄປ. ໂຕຕ້ອງໄດ້ຝຶກຝົນຕື່ມ!” ວິຈິດໃຫ້ຄຳເຫັນ ເຮັດໃຫ້ຂ້ອຍຮູ້ສຶກສີອາຍໆເພື່ອນສະມາຊິກນຳກັນວາດໃດວາດໜຶ່ງ. ເພື່ອເປັນການແກ້ໜ້າ ຂ້ອຍກໍເລີຍຖືໂອກາດຂໍຄຳແນະນຳຈາກວິຈິດຜູ້ມີຄວາມຊ່ຽວຊານທາງດ້ານດົນຕີແລະການຮ້ອງ. ລາວແນະນຳໃຫ້ຂ້ອຍລົງມຸດນໍ້າແຕ່ເຊົ້າ ແລະໃຫ້ແຂກສຽງໃນນໍ້ານັ້ນຈົນສຸດລຳຄໍ. ແລະອີກອັນໜຶ່ງຖ້າເຮັດໄດ້ແມ່ນດີ ຄືເອົາຕ່ອນນໍ້າມັນໝູສໍ່ານີ້ວມືຮ້ອຍໃສ່ສາຍນິລົງ ແລ້ວໃຫ້ກືນລົງຄໍ. ເມື່ອຕ່ອນມັນໝູລົງຮູຄໍເລິກເຕີບແລ້ວ ໃຫ້ດຶງຂຶ້ນ, ແລ້ວກືນລົງໃໝ່ ດຶງຂຶ້ນ ເຮັດຈັ່ງຊີ້ຈັກສິບເທື່ອ. ພ້ອມກັນນັ້ນ ກໍໃຫ້ຄະລຳຂອງກິນ ຄືບໍ່ໃຫ້ກິນເຜັດຫຼາຍ ເຄັມຫຼາຍ ແລະຫ້າມດື່ມນໍ້າເຢັນ ແລະປະເພດທີ່ມີທາດເຫຼົ້າ…

ຍ້ອນຢາກເປັນນັກຮ້ອງສຽງດີມີຊື່ສຽງໃນໂຮງຮຽນ ຂ້ອຍຈຶ່ງປະຕິບັດຕາມຄຳແນະນຳຂອງວິຈິດ: ທຸກໆເຊົ້າຕື່ນຂຶ້ນມາ ຂ້ອຍຟ້າວແລ່ນໄປຫາຟຸ້ຍນໍ້າ ກົ້ມໜ້າລົງໃສ່ນໍ້າທີ່ເຕັມຟຸ້ຍນັ້ນ ແລ້ວແຫກປາກຮ້ອງຈົນສຸດສຽງ. ຍ້ອນຮ້ອງທັ່ງໃສ່ນໍ້າ ສຽງແຂກຂອງຂ້ອຍຈຶ່ງບໍ່ໄດ້ໄປລົບກວນຄົນໃນເຮືອນ ແລະເພື່ອນບ້ານໃກ້ຄຽງ… ຂ້ອຍເຮັດແນວນັ້ນເປັນເດືອນ ຮູ້ສຶກວ່າໄດ້ຜົນດີສົມຄວນ… ທຸກເທື່ອທີ່ໄປຊ້ອມຮ້ອງເພງ ຫົວໜ້າສິລະປະປະຈຳຊັ້ນມັກຈະຍ້ອງຂ້ອຍວ່າສຽງໃສຂຶ້ນກວ່າເກົ່າ… ແຕ່ກໍຍັງບໍ່ເປັນທີ່ພໍໃຈຂອງວິຈິດ ລາວໄດ້ຖາມຂ້ອຍວ່າໄດ້ເອົານໍ້າມັນໝູລ່ອງຄໍແລ້ວຫວາ? ຂ້ອຍບອກລາວວ່າ ຍັງບໍ່ທັນໄດ້ເຮັດເທື່ອ ກຳລັງຊອກຫາຕ່ອນນໍ້າມັນໝູຢູ່… ລາວເວົ້າເນັ້ນຕື່ມອີກວ່າ ຖ້າຢາກເປັນນັກຮ້ອງສຽງໃສແທ້ໆ ຕ້ອງເຮັດໃຫ້ໄດ້ ຄັນບໍ່ຊັ້ນກໍຢ່າຫວັງຊິໄດ້ເປັນນັກຮ້ອງນໍາເຂົາ…
ໃນທີ່ສຸດ ຂ້ອຍກໍຊອກນໍ້າມັນໝູຕ່ອນຄານິ້ວມືໄດ້ ຈຶ່ງລອງປະຕິບັດການຕາມຄຳແນະນຳຂອງວິຈິດ… ເມື່ອຮ້ອຍໃສ່ສາຍນິລົງເປັນທີ່ຮຽບຮ້ອຍແລ້ວ ຂ້ອຍກໍລອງປ່ອນເຂົ້າປາກ ໂດຍແຫງນໜ້າຂຶ້ນຈົນລຳຄໍຕັ້ງສາກ… ຂ້ອຍຄ່ອຍໆຢ່ອນຕ່ອນນໍ້າມັນເຂົ້າປາກ ພະຍາຍາມບັງຄັບຮູຄໍໃຫ້ກວ້າງອອກ ພໍແຕ່ຕ່ອນນໍ້າມັນແຕະເຖິງລີ້ນໄກ່ ຂ້ອຍກໍຮູ້ສຶກປຸ້ນທ້ອງ ຈັກວ່າຫຼົງຮາກອອກແຕ່ຍາມໃດກໍບໍ່ຮູ້, ຕ່ອນນໍ້າມັນຕົກລົງດິນຈົນວ່າເປື້ອນໝົດ… ຂ້ອຍກັດແຂ້ວ ອົດທົນຕໍ່ສິ່ງດັ່ງກ່າວ ດ້ວຍການນຳເອົາຕ່ອນນໍ້າມັນໄປລ້າງ ແລະທົດລອງອີກໃໝ່ ເພື່ອຈະໄດ້ເປັນນັກຮ້ອງຕົວຈິງສຽງຈິງນຳເຂົາ… ປ່ອນລົງເທື່ອສອງສຳເລັດຜົນ ຕ່ອນນໍ້າມັນຖືກກືນລົງຄໍຢ່າງງ່າຍດາຍ… ແຕ່ຫົວໃຈຂອງຂ້ອຍເກືອບຢຸດເຕັ້ນ ເພາະສາຍນິລົງທີ່ຮ້ອຍຕ່ອນນໍ້າມັນນັ້ນຫຼຸດອອກຈາກຕ່ອນນໍ້າມັນເສຍແລ້ວ ເຮັດໃຫ້ມັນຄາຢູ່ຄໍ ກືນລົງກໍບໍ່ໄດ້ ຈະຄາກອອກມາກໍບໍ່ເປັນ ເຮັດໃຫ້ຂ້ອຍຂາດລົມຫາຍໃຈໄປຊົ່ວຂະນະ ຊຶ່ງເປັນຜົນໃຫ້ຮູ້ສຶກວິນຫົວເຂົ້າກັບບາດປານໃຈຊິຂາດ… ໄຄແຕ່ແມ່ມາເຫັນທັນ ເພິ່ນໄດ້ໃຊ້ມືຕົບຫຼັງຂ້ອຍບັກແຮງໆ ຕ່ອນນໍ້າມັນໝູຫຼຸດອອກຈາກຄໍແລະຕົກລົງພື້ນ…
“ຈັ່ງແມ່ນຊາດນໍ ຊອກຫາເຮັດແຕ່ແນວຊິຕາຍຍ້ອນ!” ແມ່ທັງເວົ້າທັງຈັບເອົາຕ່ອນນໍ້າມັນໂຍນໄປໃຫ້ໝາບັກດ່າງທີ່ຢືນລິ້ນຫ້ອຍນໍ້າລາຍເຫີຍໃກ້ໆຫັ້ນ.

ຄ່າແຕ່ນັ້ນມາ ຄຳວ່າ “ຢາກເປັນນັກຮ້ອງ” ຈັກວ່າເປີດອາດລາດຈາກໂຕຂ້ອຍແຕ່ຍາມໃດ ແລະຂ້ອຍກໍບໍ່ຍອມຫຼຽວເບິ່ງໜ້າໝໍວິຈິດນັ້ນອີກ.

ແຕ່ວິນຍານນັກຮ້ອງຍັງບໍ່ໜີຈາກໂຕຂ້ອຍງ່າຍໆ ອີກສິບປີຕໍ່ມາຂ້ອຍໄດ້ຖືກທາບທາມຈາກວົງດົນຕີຄະນະໜຶ່ງຊຶ່ງຫົວໜ້າວົງກໍແມ່ນໝໍວິຈິດນັ້ນແຫຼະ! ມັນໄດ້ມາຂໍຮ້ອງໃຫ້ຂ້ອຍເປັນນັກຮ້ອງນຳຂອງວົງ ພ້ອມທັງຂໍໂທດຂໍໂພຍທີ່ມັນຕົວະໃຫ້ຂ້ອຍກືນຕ່ອນນ້ຳມັນເພື່ອເຮັດໃຫ້ສຽງໃສເມື່ອຄາວຮຽນຢູ່ອຸດົມ... ແລະໃນທີ່ສຸດຄວາມຝັນຢາກເປັນນັກຮ້ອງກໍກາຍເປັນຈິງ ເມື່ອອາລະບຳຊຸດທຳອິດຂອງຂ້ອຍໄດ້ກະຈາຍອອກສູ່ວົງສັງຄົມນັກຟັງວິທະຍຸ ແລະຜູ້ຊົມໂທລະພາບ... ແຕ່ຊົ່ວເພງຊິດັງຕິດຫູຄົນຟັງ ຂ້ອຍກໍຕ້ອງໄດ້ລ້ຽງເຝີບັນດາດີເຈ ແລະພິທີກອນລາຍການໄປຫຼາຍຖ້ວຍເຕີບ!!!

Wednesday, 3 September 2014

ສາວນ້ອຍນາຄະລິນ

ໂດຍ ແສງຟ້າ  ໂຫລານຸພາບ

September 3, 2014 at 5:56pm

ຕໍ່ເນື່ອງຈາກ "ແອນ້ອຍນາຄະລິນ"... 

ເວລາຜ່ານໄປໄວປານຂີ້ຕົວະເອົາໂລດ, ຈາກແອນ້ອຍທີ່ມີເກັດຊາບລາບເຕັມໂຕ ກາຍມາເປັນສາວນ້ອຍຮູບງາມຜິວກ້ຽງປານໄຂ່ປອກ ຈົນສາຍທະລາເຊິ່ງເປັນອ້າຍບ່າວອ່າວໃຫຍ່ເຕີບໃນຕອນນັ້ນຫຼົງສະອອນນຳ. ຍ້ອນຄວາມໃກ້ຊິດຕິດພັນກັບຄອບຄົວອ້າຍສົງ-ເອື້ອຍວອນ ດັ່ງນັ້ນເຂົາຈຶ່ງເປັນທີ່ໄວ້ເນື້ອເຊື່ອໃຈຂອງຄົນທັງສອງໃນການອະນຸຍາດໃຫ້ຕິດຕາມເບິ່ງແຍງ “ນາຄະລິນ” ສໍ່າກັບອົງຄະລັກກໍບໍ່ປານ. ມີສາວນ້ອຍນາຄະລິນຢູ່ໃສ ກໍມີອ້າຍບ່າວສາຍທະລາຢູ່ຫັ້ນໂລດ ປານຄົນກັບເງົາພຸ້ນລະ!
ຕັ້ງແຕ່ພໍ່ຂອງເອື້ອຍວອນເຖິງແກ່ກຳໄປແລ້ວ ກໍແມ່ນອ້າຍສົງນັ້ນລະຂຶ້ນກຳຕຳແໜ່ງນາຍບ້ານແທນ ໂດຍການປ່ອນບັດເອົາຢ່າງຖ້ວມທົ້ນຈາກໄທບ້ານ ຍ້ອນຄວາມດີມີສິນທຳຂອງລາວ ໃຜໆກໍຈຶ່ງເລືອກເອົາ. ທັງແມ່ເຖົ້າ, ອ້າຍສົງແລະເອື້ອຍວອນຖະໜອມຫອມຮັກນາຄະລິນປານແກ້ວຕາແກ້ວໃຈ ເພາະພຽນລ້ຽງມາຈົນສິບຫ້າຝົນເຂົ້າໄປແລ້ວ, ໝົດເງິນນຳການປິ່ນປົວຜິວໜັງໃຫ້ນາງຈົນວ່າເຊົາດີ ກໍບໍ່ແມ່ນຂອງໜ້ອຍ.

ບຸນເດືອນຫ້າປີໃໝ່ລາວຄັ້ງທີ 15 ຂອງນາຄະລິນ  ໂດຍການນຳພາຂອງສາຍທະລາ ເຊິ່ງມີໝູ່ຊາຍຍິງທັງໃຫຍ່ແລະນ້ອຍໄດ້ພາກັນໄປຕົບພະທາດຊາຍຢູ່ຫາດ ບ່ອນທີ່ອ້າຍສົງແລະເອື້ອຍວອນເຄີຍພາໄປນັ້ນລະ. ຍ້ອນຄວາມຮັກທີ່ມີຕໍ່ລູກສາວ ອ້າຍສົງບໍ່ໄດ້ທັດທານນາຄະລິນແຕ່ປະການໃດ ເພາະຕັ້ງແຕ່ລູກສາວຍັງມີຜິວເປັນເກັດ ລາວແລະເອື້ອຍວອນບໍ່ໄດ້ອະນຸຍາດໃຫ້ນາຄະລິນໄປບ່ອນທີ່ມີແສງແດດກ້າ ແລະລົງຫຼິ້ນນໍ້າຈັກເທື່ອເລີຍ. ແຕ່ພາຍຫຼັງທີ່ຜິວຂອງນາຄະລິນເຊົາຈົນກ້ຽງງາມດີແລ້ວ ແລະທ່ານໝໍກໍໃຫ້ການຮັບປະກັນວ່າສາມາດຕາກແດດແລະລົງຫຼິ້ນນ້ຳໄດ້ຢ່າງບໍ່ມີບັນຫາ ແລະອີກຢ່າງໜຶ່ງກໍເພື່ອເປັນການເອົາໃຈນາຄະລິນທີ່ມີຄວາມກະຕືລືລົ້ນທີ່ຢາກຈະໄປ, ທັງອ້າຍສົງແລະເອື້ອຍວອນຈຶ່ງອອກປາກອະນຸຍາດ ແລະໄດ້ແນະນຳບໍ່ໃຫ້ລົງຫຼິ້ນນ້ຳເປັນເດັດຂາດ. ເຫດທີ່ອ້າຍສົງແລະເອື້ອຍວອນອະນຸຍາດລູກສາວໄປນັ້ນ ອາດຈະແມ່ນຍ້ອນທັງສອງລືມເຫດການເມື່ອ 16 ປີກ່ອນນັ້ນແລ້ວກໍເປັນໄດ້…

ເມື່ອໄປຮອດແຄມນໍ້າແລ້ວ ຫຼາຍຄົນກໍອົດໃຈບໍ່ໄຫວທີ່ຈະໂດດລົງນໍ້າ ລວມທັງນາຄະລິນນຳ, ແຕ່ກໍຖືກສາຍທະລາຫ້າມເພາະຢ້ານຈະເກີດເຫດການຊໍ້າຮອຍຄືກັບສະໄໝນັ້ນ. ທຸກຄົນເຊື່ອຟັງເຂົາ ແລະກໍພ້ອມພາກັນມາກໍ່ພະທາດຊາຍຊ່ວຍກັນ. ບໍ່ຮອດຊົ່ວໂມງພະທາດຊາຍຂະໜາດສູງຖ້ວມຫົວເດັກນ້ອຍກໍເສັດສິ້ນຢ່າງຈົບງາມ. ແລ້ວເຂົາກໍເອົາປູນຂາວທີ່ຫິ້ວມານຳໂຮຍໄປທົ່ວພະທາດ ແລະເອົາຄັນທຸງທິວສີແດງສີສິ້ວຂະໜາດນ້ອຍຂຶ້ນປັກຢູ່ຈອມແລະອ້ອມຂ້າງ, ພາທຸກຄົນນັ່ງປິ່ນໜ້າອ້ອມໃສ່ພະທາດຊາຍ ແລະພະນົມມືນົບອະທິຖານຕາມແຕ່ລະຄົນຈະຄິດເອົາ.

ເຫັນນາຄະລິນພະນົມມືໄຫວ້ຫຼັບຕາຈົ່ມພຸມໆຢູ່ຕໍ່ໜ້າ ເຮັດໃຫ້ສາຍທະລາຫຼົງແຍງຢ່າງບໍ່ພັບຕາກັບພາບແຫ່ງຄວາມງາມອັນແສນລາວັນນັ້ນ ຄືກັບຢ້ານວ່າພາບນັ້ນຈະບໍ່ມີໃຫ້ເຫັນອີກ, ຈຶ່ງຢາກສະຫຼັກລົງໄວ້ໃນຫຼືບໝາກຫົວໃຈຂອງຄົນໜຸ່ມ ທີ່ຍັງບໍ່ເຄີຍມີປະສົບການຄວາມຮັກກັບຍິງຄົນໃດມາກ່ອນ…
ຄວາມຮ້ອນເອົ້າໃນມື້ນັ້ນຊ່າງຮຸນແຮງ ຈົນຍາກທີ່ຈະບໍ່ຢາກລົງໄປລຸຍໄປລອຍໃນວັງນ້ຳຂອງທີ່ໄຫຼເລື້ອຍລົງໄປທາງທິດໃຕ້ນັ້ນ… ເຫັນພວກບ່າວສາວແລະເດັກນ້ອຍຈາກບ້ານອື່ນພາກັນລົງຫຼິ້ນຢ່າງມ່ວນຊື່ນ ປະກອບກັບສຽງອ້ອນວອນອັນເປັນຕາດູຕົນຂອງນາຄະລິນ ພ້ອມທັງມີຄືກັບຫຍັງມາດົນໃຈ ເຮັດໃຫ້ສາຍທະລາຕ້ອງໃຈອ່ອນ ລືມໝົດຄຳສັ່ງຂອງອ້າຍສົງທີ່ສັ່ງໄວ້ກ່ອນຈະມາ.

“ລົງລອຍຫຼິ້ນແຕ່ຢູ່ແຄມເດີ! ຢ່າລົງໄປບ່ອນວັງເລິກເປັນເດັດຂາດ.” ຊາຍໜຸ່ມສັ່ງບອກທຸກຄົນ ກ່ອນທີ່ຈະລົງໄປໃນນໍ້າ…
ນາຄະລິນລົງໄປໃນນໍ້າ ໂດຍມີສາຍທະລາເປັນອົງຄະລັກພິທັກບໍ່ໃຫ້ເກີດອັນຕະລາຍ. ນາງສາມາດລອຍນໍ້າໄດ້ຢ່າງໜ້າປະຫຼາດ ທັງໆທີ່ບໍ່ເຄີຍລົງນໍ້າຈັກເທື່ອ. ແຕ່ນ້ອຍເທົ້າໃຫຍ່ ກໍແມ່ນເທື່ອນີ້ໜິ້ລະທີ່ນາງໄດ້ມີໂອກາດລົງລອຍຫຼິ້ນນໍ້າຄືແນວນີ້. ເມື່ອເຫັນຈັ່ງຊັ້ນ ເຂົາກໍໄວ້ວາງໃຈໃຫ້ນາງລອຍຫຼິ້ນອອກໄປບ່ອນອ່າວເລິກແດ່ ໂດຍມີເຂົາເປັນຜູ້ຊ່ອຍຕິດຕາມຢ່າງໃກ້ຊິດ… ແຕ່ທັນໃດນັ້ນ ຊາຍໜຸ່ມຕ້ອງຕົກສະເງີ້ ເພາະຄືມີຫຍັງມາຈ່ອງຂາແລະບີບຄໍ່ແຂນເຂົາໄວ້ຢ່າງແຮງຈົນຮູ້ສຶກເຈັບປ້າບບາດໜຶ່ງ ແຕ່ກໍຍັງຝືນໃຈດິ້ນ. ໃນທີ່ສຸດກໍຫຼຸດອອກຈາກການຈ່ອງຈັບນັ້ນ ແຕ່ລອຍໄປເທົ່າໃດກໍຄືຈັ່ງວ່າຍັງຢູ່ບ່ອນເກົ່າ. ສ່ວນນາຄະລິນຊ້ຳພັດຫຼົງລອຍຕົກໃສ່ບ່ອນກາງວັງນໍ້າເລິກ… ສາຍທະລາພະຍາຍາມດີດດີ້ນ ຖີບໄປທາງຫຼັງຢ່າງແຮງ, ຟ້າວດີດໂຕລອຍໄປຫານາຄະລິນທີ່ພວມປະໂລລິບປະໂລແມ່ມຢູ່ຫ່າງປະມານສີ່ແມັດ… ຊົ່ວຊິໄປຮອດ, ຮ່າງຂອງນາງກໍໄດ້ຈົມລົງສູ່ພື້ນນ້ຳເສຍແລ້ວ. ສະຕິຂອງຊາຍໜຸ່ມໃນຍາມນັ້ນ ມີແຕ່ບອກຕົນເອງວ່າຕ້ອງຊ່ວຍຊີວິດຂອງນາຄະລິນໃຫ້ໄດ້… ແຕ່ທຸກຢ່າງຄືກັບວ່າດັບມິ່ງລົງໄປ… ຮູ້ເມືອຄີງຂຶ້ນມາອີກເທື່ອ ກໍຮູ້ສຶກຄືກັບວ່າມີຫຍັງມາເຕັງໃສ່ເອິກ ແລະມີນໍ້າໄຫຼອອກຈາກປາກຕົນເອງຢ່າງບໍ່ຂາດສາຍ, ສະມັກນໍ້າອອກມາສອງສາມບາດ ຈຶ່ງສາມາດມືນຕາຂຶ້ນ ເຫັນໃບໜ້າຂອງອ້າຍສົງແລະເອື້ອຍວອນທີ່ພວມກົ້ມເຮັດປະຖົມພະຍາບານກອບກູ້ເອົາຊີວິດຂອງຕົນ…

“ນາຄະລິນເດ? ນາຄະລິນຢູ່ໃສ? ນາຄະລິນຂຶ້ນຈາກນໍ້າແລ້ວບໍ?” ຊາຍໜຸ່ມຮ້ອງຖາມຂຶ້ນທັງໆທີ່ຍັງນອນອ່ອນແອ້ກແລກຢູ່ກັບພື້ນຫາດຊາຍ.
“ນາຄະລິນໄປດີແລ້ວ. ບໍ່ຕ້ອງເປັນຫ່ວງນ້ອງດອກ!” ອ້າຍສົງບອກສາຍທະລາດ້ວຍນໍ້າສຽງກັ້ນສະອື້ນ, ນໍ້າຕາໄຫຼຜ່ານສອງພວງແກ້ມອັນຫຍາບກະດ້າງຢ່າງບໍ່ຂາດສາຍ.
“ນາຄະລິນໄປໃສ?” ສາຍທະລາຍັງຖາມແບບບໍ່ເຂົ້າໃຈຄັກ.
“ນ້ອງກັບຄືນໄປຢູ່ກັບພໍ່ທີ່ແທ້ຈິງຂອງນ້ອງແລ້ວ!!!” ສຽງຂອງເອື້ອຍວອນດັງກ້ອງເຂົ້າໂກນຫູ ພ້ອມດ້ວຍສຽງສະອື້ນປານໃຈຊິຂາດຂອງຜູ້ເປັນແມ່…

https://www.facebook.com/notes/10202538047788512/