Sunday 4 November 2012

ຮ່ຳຮຽນເອົາແບບຢ່າງດ້ານການນຳພາ-ຊີ້ນຳ ແລະ ຄຸນສົມບັດ

ຮ່ຳຮຽນເອົາແບບຢ່າງດ້ານການນຳພາ-ຊີ້ນຳ ແລະ ຄຸນສົມບັດ ອັນໃສແຈ້ງຂອງຜູ້ນຳການປະຕິວັດຮຸ່ນທຳອິດຂອງພັກເຮົາ
(ເນື່ອງໃນໂອກາດລະນຶກວັນສ້າງຕັ້ງພັກ ຄົບຮອບ 57 ປີ)
 
 
ວັນທີ 22/3/2012 ແມ່ນວັນສ້າງຕັ້ງພັກ ຄົບຮອບ 57 ປີ. ການສະເຫລີມ ສະຫລອງວັນສ້າງຕັ້ງພັກ ໃນປີນີ້ແມ່ນພໍດີກັບໂອກາດທີ່ພັກ- ລັດຖະບານເຮົາ ຈັດພິທີປະດິດສະຖານອັດຖິຂອງຜູ້ນຳການປະຕິວັດຮຸ່ນທຳອິດໄວ້ທີ່ສຸສານ ແຫ່ງຊາດ. ໃນໂອກາດອັນມີຄວາມຫມາຍນີ້ ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສູນທອນພົດ ສັນລະເສີນ, ສະດຸດີຜົນງານການປະ ກອບສ່ວນອັນໃຫຍ່ຫລວງຂອງບັນດາຜູ້ນຳຮຸ່ນທຳອິດຂອງພັກເຮົາ; ພ້ອມກັນນັ້ນ ກໍໄດ້ສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມ ດີ ໂດຍໄດ້ຍົກໃຫ້ເຫັນແບບຢ່າງດ້ານການເຄື່ອນໄຫວນຳພາຊີ້ນຳ ແລະ ແບບຢ່າງດ້ານຄຸນສົມບັດສິນທຳປະຕິວັດ ກໍຄືແບບດຳລົງຊີວິດທີ່ປອດໄສຈົບ ງາມຂອງ ພວກເພິ່ນ. ສະນັ້ນ ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນເຮົາຕ້ອງຕັ້ງຫນ້າຄົ້ນຄວ້າກຳແຫນ້ນເນື້ອໃນຂອງສູນທອນພົດ ດັ່ງກ່າວ ແລະ ນຳໄປປະຕິບັດ ທັງນີ້ກໍເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງພັກ ຕິດພັນກັບການສະແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ບັນດາຜູ້ນຳ ທີ່ໄດ້ນຳພາ ສ້າງຕັ້ງ ແລະ ໄດ້ເອົາໃຈໃສ່ບຳລຸງສ້າງພັກເຮົາໃຫ້ເຕີບໃຫຍ່ ເຂັ້ມແຂງມາເປັນກ້າວໆ, ສາມາດເຮັດສຳເລັດຫນ້າທີ່ ແລະ ພາລະກຳປະຫວັດສາດ ໃນແຕ່ລະ ໄລຍະ ໄດ້ຢ່າງຫນ້າພູມໃຈ.
  • ປະຫວັດແຫ່ງການຕໍ່ສູ້ ແລະ ສ້າງສາຊາດເຮົາ.
ຊາດລາວເຮົາໄດ້ຜ່ານໄລຍະປະຫວັດສາດແຫ່ງການຕໍ່ສູ້ ແລສ້າງສາມາ ເປັນພັນໆປີ; ຄົນລາວມີນ້ຳໃຈຕໍ່ສູ້ອາດຫານຊານໄຊ ຕ້ານການຮຸກຮານຂອງອິດທິ ກຳລັງຕ່າງດ້າວ ແລະ ມີຄວາມອົດທົນບາກບັ່ນ, ປະດິດສ້າງ ໃນການທຳມາຫາກິນ ແລະ ສ້າງສາ. ໃນແຕ່ລະໄລຍະຂອງປະຫວັດສາດອັນຍາວນານນັ້ນ, ຊາດເຮົາກໍມີບັນພະບູຣຸດຜູ້ເກັ່ງກ້າສາມາດທີ່ໄດ້ນຳພາປວງຊົນ ດຳເນີນການຕໍ່ ສູ້ຕ້ານການຮຸກຮານ ແລະ ການຄອບຄອງກົດຂີ່ຂອງຕ່າງຊາດ ເພື່ອຮັກສາຊາດ - ຮັກສາ ແຜ່ນດິນ. ຍ້ອນແນວນັ້ນຈຶ່ງມີຊາດລາວ - ມີຄົນລາວດຳລົງຄົງຢູ່ຮອດ ຊູ່ມື້ນີ້.
ໃນປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາຊາດ ແລະ ສ້າງຊາດເປັນ ພັນໆປີນັ້ນ ພວກເຮົາເຫັນວ່າໄລຍະທີ່ພົ້ນເດັ່ນ ແມ່ນໄລຍະແຫ່ງການຕໍ່ສູ້ອັນ ຫຍຸ້ງຍາກ ຢຶດເຍື້ອຍາວນານ ແຕ່ເດັດຂາດມີໄຊ ຂອງປະຊາຊົນລາວພາຍໃຕ້ ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ແນວລາວສ້າງຊາດຕ້ານ ການຄອບຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກແຫລ້ງຕີນມືຂອງ ພວກເຂົາ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ອິດສະລະພາບຂອງ ປະຊາຊົນລາວ ບັນດາເຜົ່າ.
ພວກເຮົາຮູ້ສຶກພາກພູມໃຈທີ່ສຸດທີ່ໄດ້ມີຜູ້ນຳ 7 ທ່ານຄື: ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ທ່ານ ຫນູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ , ທ່ານ ຄຳໄຕ ສີພັນດອນ, ທ່ານ ສີສົມພອນ ລໍວັນໄຊ ແລະ ທ່ານ ພູນ ສີປະເສີດ ເປັນແກນສານນຳພາທີ່ປີຊາສາມາດ, ສະຫວາດສ່ອງໃສໃນຂະບວນ ການຕໍ່ສູ້ຂອງ ປະຊາຊົນເຮົາ.
ບັນດາຜູ້ນຳຮຸ່ນທຳອິດຂອງພັກເຮົາທີ່ໄດ້ກ່າວນາມມານັ້ນໄດ້ນຳພາສະ ມາຊິກພັກ, ພະນັກງານ, ນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ, ບັນດາ ຊັ້ນຄົນທີ່ມີຈິດໃຈຮັກເຊື້ອແພງຊາດ ເຮັດສຳເລັດພາລະກຳປະຫວັດສາດ ອັນຍິ່ງໃຫຍ່ໄດ້ຢ່າງຫນ້າອັດສະຈັນ; ນັ້ນຄືການຜາບແພ້ອິດທິກຳລັງຈັກກະພັດ ຜູ້ຮຸກ ຮານ ທີ່ມີກຳລັງແຮງເຫນືອກວ່າຕັ້ງຫລາຍເທົ່າ; ປົດປ່ອຍທົ່ວປະເທດ ແລະ ລຶບລ້າງອຳນາດການປົກຄອງຂອງພວກປະຕິການຂາຍຊາດ ແລະ ລະບອບ ລາຊາທິປະໄຕ ແລ້ວສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປຜະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.
ຜ່ານພາຍຸລົມແດງແຫ່ງການຕໍ່ສູ້ກວ່າ 30 ປີ ທີ່ຍາດໄດ້ໄຊຊະນະອັນຍິ່ງ ໃຫຍ່ເປັນປະຫວັດການ ພາຍໃຕ້ການນຳພາຂອງພັກ ໂດຍມີກຳມະການກົມ ການເມືອງ 7 ທ່ານ ເປັນແກນນຳນັ້ນ, ພວກເຮົາໄດ້ເຫັນແຈ້ງສັດຈະທຳທີ່ວ່າ “ ມະຫາຊົນເປັນຜູ້ສ້າງປະຫວັດສາດ; ປະຫວັດສາດໄດ້ສ້າງຜູ້ນຳ ” !
ພາຍຫລັງສະຖາປະນາລະບອບໃຫມ່ ບັນດາຜູ້ນຳຮຸ່ນທຳອິດ ຊຶ່ງມ ີທ່ານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ເປັນຜູ້ນຳຫນ້າ ກໍໄດ້ສືບຕໍ່ອຸທິດຕົນທັງເຮືອ ແຮງ ແລະ ສະຕິປັນຍາເຂົ້າໃນການນຳພາ ພາລະກົດປົກປັກຮັກສາຫມາກຜົນ ຂອງການປະຕິວັດ, ກໍ່ສ້າງພື້ນຖານເສດຖະກິດສັງຄົມ-ວັດທະນະທຳ ແລະ ລະບົບ ການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ. ເຖິງວ່າຈະຍັງຂາດ ບົດຮຽນຕົວຈິງ, ແຕ່ບັນດາຜູ້ນຳຂອງພວກເຮົາ ກໍໄດ້ເຊີດຊູມານະຈິດປະຕິ ວັດ ອັນສູງສົ່ງ ນຳພາ - ພາລະກິດປົກປັກຮັກສາ ແລະສ້າງສາລະບອບໃຫມ່ໄດ້ຢ່າງ ມີໄຊ, ສາມາດຜ່ານມາຄວາມຫຍຸ້ງຍາກ ແລະ ສິ່ງທົດສອບນາໆ ປະການ; ພາປະເທດຊາດ ກ້າວຂຶ້ນສູ່ຈຸດຫມາຍປາຍທາງໄດ້ຢ່າງຫນັກແຫນ້ນມາເປັນກ້າວໆ. ພວກເພິ່ນໄດ້ນຳພາພັກເຮົາເຮັດສຳເລັດພາລະກຳ ປະຫວັດສາດ ໃນໄລຍະໃຫມ່ໄດ້ຢ່າງ ສົມກຽດ, ທັງໄດ້ໃຫ້ບົດຮຽນ ແລະ ຄວາມເປັນແບບຢ່າງ ອັນໃສແຈ້ງໄວ້ໃຫ້ພັກເຮົາສືບທອດເສີມຂະຫຍາຍ.
  • ແບບຢ່າງອັນໃສແຈ້ງຂອງຜູ້ນຳປະຕິວັດຮຸ່ນທຳອິດຂອງພັກເຮົາ.
 ຄວາມເປັນແບບຢ່າງທີ່ສຳຄັນອັນທຳອິດແມ່ນ ຄວາມເດັດດ່ຽວອາດຫານ ແລະ ຄວາມເຊື່ອຫມັ້ນອັນຫນັກແຫນ້ນຕໍ່ໄຊຊະນະຂອງການປະຕິວັດ ແລະ ຄວາມ ປີຊາສາມາດ ໃນການວາງແນວທາງຍຸດທະສາດ ແລະ ຍຸດໂທບາຍ.
ການຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາລະບອບໃຫມ່ຢູ່ປະເທດເຮົາມີ ຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫລາຍຢ່າງ; ສະຖານະການກໍມີການປ່ຽນ ແປງທີ່ສັບສົນຢູ່ເລື້ອຍໆ. ເຖິງວ່າສະຖານະການຈະຜັນແປໄປຄືແນວໃດກໍຕາມ ແຕ່ບັນດາຜູ້ນຳເຮົາເວລາໃດເພິ່ນກໍມີຄວາມອາດຫານ- ຫນັກແຫນ້ນ ແລະ ເວລາໃດພວກເພິ່ນກໍເຊີດຊູຄວາມເປັນເຈົ້າການປະດິດສ້າງ ໃນການນຳພາ ຊີ້ນຳ; ຍິ່ງຍາກກໍຍິ່ງອົດທົນ ! ຍິ່ງສັບສົນກໍຍິ່ງມີຄວາມທຸ່ນທ່ຽງ; ຍິ່ງລະອິດລະ ອ້ຽວຂ້ຽວຂາດ ກໍຍິ່ງສະຫລາດສ່ອງໃສ ! ຄວາມເປັນແບບຢ່າງຂອງບັນດາຜູ້ ນຳ 7 ທ່ານ ດັ່ງກ່າວນັ້ນໄດ້ສ້າງຄວາມເຊື່ອຫມັ້ນ ແລະ ຄວາມເຫລື້ອມໃສສັດ ທາໃຫ້ແກ່ສະມາຊິກພັກ; ພະນັກງານຮ ແລະ ທົ່ວປວງຊົນເຮົານັບມື້ນັບເພີ່ມຂຶ້ນ; ທັງເປັນສິ່ງຊຸກຍູ້ປຸກລະດົມກຳລັງໃຈ ໃນການປະຕິບັດຫນ້າທີ່ສູ້ຮົບ ແລະ ສ້າງສາ. ຍ້ອນແນວນັ້ນຂະບວນການຕໍ່ສູ້ປົດປ່ອຍຊາດ ຈຶ່ງມີກຳລັງແຮງຊະນະເລີດ, ເຮັດໃຫ້ການປົກປັກຮັກສາລະບອບໃຫມ່ ແລະ ສ້າງສາພັດທະນາ ປະເທດ ຊາດ ກາຍເປັນພາລະກິດຂອງທົ່ວປວງຊົນ ແລະ ມີຜົນສຳເລັດເປັນກ້າວໆ ມາຢ່າງຕໍ່ ເນື່ອງ.
* ຄວາມເປັນແບບຢ່າງສຳຄັນອັນທີ່ສອງ ແມ່ນຄວາມເປັນເຈົ້າການປະ ດິດສ້າງ ໃນການປັບປຸງບູລະນະແນວທາງຂອງພັກ ໃຫ້ສອດຄ່ອງສະພາບ ຈຸດພິເສດ ຂອງສະພາບແວດລ້ອມພາຍໃນ ແລະ ພາຍນອກ,ທັງຖືກກັບຄວາມ ມຸ່ງມາດປາດຖະຫນາຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດ ຂອງປະຊາຊົນ.
ຄືຮູ້ນຳກັນແລ້ວວ່າ, ຜູ້ນຳທັງ 7 ທ່ານ ຂອງພວກເຮົາລ້ວນແຕ່ມີຄວາມ ສາມາດສູງດ້ານການຮຽນຮູ້ຈາກຕົວຈິງ; ທັງມີຄວາມສະດຸ້ງໄວຕໍ່ການຜັນແປ ຂອງສະຖານະການ ແລະ ມີໄຫວພິບສູງ. ຍ້ອນແນວນັ້ນພວກເພິ່ນຈຶ່ງມີຄວາມ ກ້າຫານປັບປຸງບູລະນະແນວທາງໃຫ້ມີຄວາມສອດຄ່ອງກັບ ສະພາບແວດ ລ້ອມ ໃນແຕ່ລະໄລຍະທັງຮູ້ໃຊ້ຍຸດໂທບາຍ ເພື່ອບັນລຸເປົ້າຫມາຍຍຸດທະສາດ; ທັງກຳແຫນ້ນກາລະໂອກາດອັນອຳນວຍ ແລະ ຮູ້ນຳໃຊ້ຢ່າງວ່ອງໄວ ທັນການ. ອັນພົ້ນ ເດັ່ນທີ່ສຸດ ແມ່ນການວາງແນວທາງປ່ຽນແປງໃຫມ່ ແລະ ຫົກຫລັກການພື້ນຖານແຫ່ງການດຳເນີນພາລະກິດປ່ຽນແປງໃຫມ່ ຊຶ່ງແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳພາລິເລີ່ມ.
ແນວທາງປ່ຽນແປງໃຫມ່ ແມ່ນປັດໄຈໃຫມ່ແຫ່ງການເສີມຂະຫຍາຍ ກຳລັງແຮງສັງລວມ ພາຍໃນຊາດ ສົມທົບກັບກຳລັງແຮງຈາກສາກົນ ເຂົ້າໃນ ການພັດທະນາສ້າງສາປະເທດຊາດ ຂອງພວກເຮົາໃຫ້ມີຈັງຫວະ ແລະ ບາດ ກ້າວຂະຫຍາຍຕົວໃຫມ່; ມີແນວທາງປ່ຽນແປງໃຫມ່ຈຶ່ງເຮັດໃຫ້ສັງຄົມມີຄວາມ ສາມັກຄີປອງດອງ ແລະ ເຮັດໃຫ້ວົງຄະນະຍາດແຫ່ງຊາດມີຄວາມເປັນ
ປຶກແຜ່ນແຫນ້ນຫນາຍິ່ງຂຶ້ນ; ມີແນວທາງປ່ຽນແປງໃຫມ່ ຈຶ່ງເຮັດໃຫ້ການພົວ ພັນຮ່ວມມືສາກົນ ນັບມື້ນັບເປີດກວ້າງ ແລະ ມີເພື່ອນມິດນັບມື້ນັບຫລາຍ, ຖານະບົດບາດຂອງປະເທດເຮົາໄດ້ຮັບການເຊີດຊູຢ່າງສົມຄູ່. ອັນນີ້ ທັງເປັນ ແບບຢ່າງ ແລະ ທັງເປັນບົດຮຽນສຳລັບພັກເຮົາ ທີ່ໄດ້ຮັບການສືບທອດເສີມ ຂະຫຍາຍຕໍ່ໆມາ ໃນກອງປະຊຸມໃຫຍ່ແຕ່ລະຄັ້ງດ້ວຍຄວາມຈົງຮັກພັກດີ.
* ຄວາມເປັນແບບຢ່າງສຳຄັນອັນທີ່ສາມ ທີ່ຜູ້ນຳຮຸ່ນທຳອິດໄດ້ສ້າງເປັນ ມໍລະດົກປະໄວ້ໃຫ້ພວກເຮົານັ້ນ ແມ່ນຄວາມສາມັກຄີເປັນເອກະພາບ ພາຍໃນ ຫມູ່ຄະນະການນຳພາສູງສຸດທັງ 7 ທ່ານ ທີ່ໄດ້ເປັນຫີນສີລາອັນແຂງແກ່ນໃຫ້ ແກ່ຄວາມສາມັກຄີເປັນເອກະພາບ ໃນທົ່ວພັກ ແລະ ທົ່ວປວງຊົນ.
ພັກເຮົາແມ່ນພັກທີ່ເຄື່ອນໄຫວຕາມຫລັກການລວມສູນປະຊາທິປະໄຕ, ນຳພາເປັນຫມູ່ຄະນະ ແລະ ມີການແບ່ງງານໃຫ້ບຸກຄົນຮັບຜິດຊອບ. ພວກເຮົາ ຮູ້ສຶກຊື່ນຊົມຍິນດີທີ່ສຸດ ທີ່ເຫັນວ່າ ຕະຫລອດເວລາອັນຍາວນານ ທີ່ໄດ້ນຳພາ ການປະຕິວັດຕັ້ງແຕ່ຕົ້ນຈົນເຖິງໄຊຊະນະສຸດທ້າຍ; ຄະນະນຳທັງ 7 ທ່ານ ເວລາ ໃດກໍໄດ້ເຊີດຊູຄວາມຮັບຜິດຊອບການເມືອງ, ປະຕິບັດຫນ້າທີ່ມອບຫມາຍຂອງ ແຕ່ລະທ່ານ ດ້ວຍຄວາມທໍລະຫົດອົດທົນ ແລະ ຈົງຮັກພັກດີ ຊຶ່ງໄດ້ປະກອບ ສ່ວນ ເຮັດໃຫ້ການນຳພາລວມຫມູ່ມີຄວາມເຂັ້ມແຂງ.
ໃນສະພາບທີ່ຫຍຸ້ງຍາກສັບສົນ, ລະອິດລະອ້ຽວຂ້ຽວຂາດ ແລະ ເປັນອັນຕະລາຍແບບສ່ຽງເປັນສ່ຽງຕາຍ; ການນຳພາຂອງພວກເຮົາ ກໍຍັງປະຕິບັດ ລະບອບ ປະຊຸມປຶກສາຫາລື ແລະ ຕົກລົງບັນຫາສຳຄັນເປັນຫມູ່ຄະນະ; ເຖິງວ່າແຕ່ລະຄົນຢູ່ໄກກັນ ແລະ ການຕິດຕໍ່ສື່ສານລຳບາກ, ແຕ່ພວກເພິ່ນກໍໄດ້ປະຕິບັດ ລະບອບລາຍງານຂໍຄວາມເຫັນຊີ້ນຳເປັນປະຈຳ. ທັງຫມົດນັ້ນ ສະແດງອອກໃຫ້ເຫັນວ່າ ການນຳພາພວກເຮົາເວລາໃດເພິ່ນກໍມີສະຕິຕໍ່ການຈັດຕັ້ງ- ມີລະບຽບ ວິໄນສູງ, ມີຄວາມເຄົາລົບນັບຖືຊຶ່ງກັນ ແລະ ກັນ, ທັງມີຄວາມຮັກແພງເຊື່ອຫມັ້ນກັນ ຖານສະຫາຍຮ່ວມອຸດົມການ ແລະ ຮ່ວມເປັນຮ່ວມຕາຍ ນຳກັນແທ້ໆ. ອັນນີ້ ເປັນປັດໄຈສຳຄັນ ໃນການເສີມສ້າງ ຄວາມສາມັກຄີເປັນ ເອກະພາບພາຍໃນການນຳ ແລະ ເຮັດໃຫ້ການນຳພາ - ຊີ້ນຳ ມີຄວາມກົມກຽວ ແລະ ມີຄວາມສັກສິດ; ເຮັດໃຫ້ການປະຕິວັດເຕີບໃຫຍ່ ແລະ ມີໄຊມາຮອດຊູ່ມີ້ນີ້ ສິ່ງດັ່ງກ່າວໄດ້ກາຍເປັນມູນເຊື້ອອັນສັກກາລະບູຊາ ຂອງພັກເຮົາແລ້ວ, ພວກເຮົາຕ້ອງສືບຕໍ່ຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ຍືນຍົງຄົງຫມັ້ນຢູ່ກັບພັກເຮົາ ຕະຫລອດໄປ.
*ອັນທີ່ສີ່, ແມ່ນຄວາມເປັນແບບຢ່າງທາງດ້ານຄຸນສົມບັດສິນທຳປະຕິ ວັດ ແລະ ແບບແຜນດຳລົງຊີວິດທີ່ປອດໃສຈົບງາມ.
ພວກເຮົາລ້ວນແຕ່ໄດ້ຮູ້-ໄດ້ເຫັນນຳກັນວ່າ ການນຳຮຸ່ນອາວຸໂສຂອງພັກເຮົາ ແຕ່ລະທ່ານ ລ້ວນແຕ່ມີອິດທິພົນບົດບາດສູງ, ທັງນີ້ ກໍຍ້ອນຄວາມເປັນແບບ ຢ່າງຂອງເພິ່ນ. ພາຍຫລັງການສ້າງຕັ້ງລະບອບໃຫມ່, ພັກເຮົາໄດ້ເປັນພັກກຳ ອຳນາດ; ການນຳແຕ່ລະທ່ານຕ່າງກໍໄດ້ຮັບຕຳແຫນ່ງທີ່ສຳຄັນ, ແຕ່ພວກເພິ່ນກໍ ຍັງຢຶດຫມັ້ນໃນທາດແທ້- ມູນເຊື້ອອັນດີງາມຂອງພັກ; ໄດ້ສືບຕໍ່ເຄື່ອນໄຫວນຳ ພາດ້ວຍຄວາມຈົງຮັກພັກດີ, ຖືປະຊາຊົນເປັນກົກ, ເປັນກຳລັງແຮງທີ່ບໍ່ເຫືອດ ແຫ້ງ ແລະ ເປັນເປົ້າຫມາຍເຄື່ອນໄຫວຮັບໃຊ້ຂອງພັກ; ເວລາໃດພວກເພິ່ນກໍລົງ ໃກ້ຊິດຕິດແທດກຳແຫນ້ນສະພາບແນວຄິດ ແລະ ຄວາມມຸ່ງມາດ ປາດຖະຫນາ ຂອງປະຊາຊົນ; ພ້ອມກັນນັ້ນ ກໍໄດ້ດຳເນີນຍຸດທະສາດຫັນລົງຮາກຖານ ພັດທະນາຊົນນະບົດຮອບດ້ານ ຢ່າງແຂງແຮງ, ເຮັດທຸກສິ່ງທຸກຢ່າງ ເພື່ອຕອບ ສະຫນອງຜົນປະໂຫຍດພື້ນຖານຂອງປະຊາຊົນບັນດາເຜົ່າ.
ການນຳຮຸ່ນອາວຸໂສຂອງພັກ ແລະ ລັດເຮົາແຕ່ລະທ່ານລ້ວນແຕ່ມີແບບ ດຳລົງຊີວິດທີ່ຮຽບງ່າຍ, ປະຢັດ, ຊື່ສັດ ແລະ ບໍລິສຸດປອດໃສ; ເວລາໃດພວກ ເພິ່ນກໍຕຳນິວິຈານ ແລະ ກ້າຫານ ກຳຈັດແກ້ໄຂລັດທິອາດຍາສິດ- ການສໍ້ລາດ ບັງຫລວງ ແລະ ຫລິ້ນກິນຟູມເຟືອຍ ກໍຄືຄວາມເປື່ອຍເຍື່ອຍ ດ້ານຄຸນສົມບັດ ສິນທຳ ຢູ່ໃນຖັນແຖວສະມາຊິກພັກ - ພະນັກງານທຸກຂັ້ນ. ເວົ້າລວມ, ຖ້າຫາກ ອັນໃດເປັນປະໂຫຍດສຳລັບປະເທດຊາດ ແລະ ປະຊາຊົນ, ອັນໃດຈະເຮັດໃຫ້ ພັກມີອິດທິພົນບົດບາດສູງຂຶ້ນ ແມ່ນພວກເພິ່ນຕັ້ງຫນ້າເຮັດໃຫ້ເຫັນເປັນແບບຢ່າງ; ກົງກັນຂ້າມຖ້າຫາກອັນໃດສ້າງຄວາມເສື່ອມເສຍ ຕໍ່ອິດທິພົນບົດບາດ ຂອງ ພັກ ກໍຄືຜົນປະໂຫຍດລວມຂອງຊາດ - ຂອງປະຊາຊົນແມ່ນພວກເພິ່ນຕໍ່ສູ້ ກຳຈັດແກ້ໄຂຢ່າງຈິງຈັງ. ນັ້ນທັງແມ່ນອາລົມຈິດ ແລະ ທັງແມ່ນມູນເຊື້ອຂອງ ພັກປະຕິວັດ ທີ່ຄວນໄດ້ຮັບການເສີມຂະຫຍາຍສືບທອດຕໍ່ໄປໆ.
​​​     . ຮ່ຳຮຽນເອົາແບບຢ່າງດ້ານການນຳພາ-ຊີ້ນຳ ແລະ ​​ດ້ານຄຸນສົມບັດອັນໃສແຈ້ງຂອງຜູ້ນຳປະຕິວັດຮຸ່ນທຳອິດຂອງພັກເຮົາເພື່ອປັບປຸງຍົກລະດັບ ຄວາມ ສາມາດກຳອຳນາດຂອງພັກເຮົາໃນເງື່ອນໄຂໃຫມ່.
ໃນໂອກາດອັນສະຫງ່າລາສີ ແຫ່ງການປະດິດສະຖານອັດຖິຂອງຜູ້ນຳ ການປະຕິວັດຮຸ່ນທຳອິດຂອງພັກເຮົາໄວ້ທີ່ສຸສານແຫ່ງຊາດນີ້ ເພື່ອເປັນການສະແດງ ຖິງຄວາມເຄົາລົບຮັກ ແລະ ຄວາມກະຕັນຍູຮູ້ບຸນຄຸນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຮົາຕໍ່ຜົນງານການອຸທິດ ແລະ ຄຸນງາມຄວາມດີຂອງ ພວກເພິ່ນ:
1: ສະມາຊິກພັກ, ພະນັກງານ, ທະຫານຕຳຫລວດ ແລະ ປະຊາຊົນບັນ ດາເຜົ່າ ບັນດາຊັ້ນຄົນ ໃນຂອບເຂດທົ່ວປະເທດຈົ່ງເຊີດຊູນ້ຳໃຈຮັກຊາດ ຕິດພັນ ກັບການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນເຈົ້າການ ປະກອບສ່ວນເຂົ້າໃນການປົກປັກຮັກສາສະຖຽນລະພາບ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ; ຕັ້ງຫນ້າທຳມາຫາກິນຜະລິດ ເປັນສິນຄ້າ ແລະ ສ້າງສາພັດທະນາເພື່ອຄວາມຢູ່ດີກິນດີ ຂອງຄອບຄົວ ແລະ ຄວາມເຂັ້ມແຂງຂອງປະເທດຊາດ.
2. ທຸກຄົນຈົ່ງຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງທາງດ້ານມານະຈິດ ແລະ ການອຸທິດຕົນເພື່ອຊາດ - ເພື່ອປະຊາຊົນດ້ວຍຄວາມຈົງຈັກພັກດີຂອງ ບັນດາ ຜູ້ນຳເຮົາ. ແຕ່ລະຄົນຈົ່ງເຊີດຊູຄວາມຮັບຜິດຊອບ ແລະ ມີຄວາມອົດທົນ ສູ້ຊົນໃນການປະຕິບັດຫນ້າທີ່ໃຫ້ບັນລຸຜົນສຳເລັດ, ເປັນຕົ້ນແມ່ນການປະຕິບັດ ຫນ້າທີ່ລວມ ດ້ານການພັດທະນາຊົນນະບົດ, ສ້າງບ້ານພັດທະນາ ຕາມ 4 ເນື້ອ ໃນ 4 ຄາດຫມາຍ; ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເປັນຈິງ ແລະ ບັນລຸເປົ້າຫມາຍສະຫັດສະວັດດ້ານການພັດທະນາ ໃນປີ 2015.
ຢາກເຮັດໄດ້ຄືແນວນັ້ນ ພວກເຮົາຕ້ອງພ້ອມກັນສ້າງບາດກ້າວບຸກທະລຸ ທັງ 4 ດ້ານ ຢ່າງຈິງຈັງ, ພ້ອມກັນນັ້ນກໍຕ້ອງຮູ້ເສີມຂະຫຍາຍບັນດາປັດໄຈໃຫມ່ ທີ່ກ້າວຫນ້າ ແລະ ຮູ້ສ້າງເງື່ອນໄຂອັນອຳນວຍ ເພື່ອຊຸກຍູ້ການຂະຫຍາຍຕົວ ຂອງເສດຖະກິດແຫ່ງຊາດໃຫ້ບັນລຸລະດັບ 8% ຂຶ້ນໄປ ໃນແຕ່ປີ, ເພື່ອໃຫ້ປະເທດ ເຮົາຫລຸດພົ້ນຈາກຄວາມດ້ອຍພັດທະນາ ໃນປີ 2020.
3.ຕ້ອງເພີ່ມທະວີວຽກງານປັບປຸຸງກໍ່ສ້າງພັກ ໃຫ້ມີຄວາມເຂັ້ມແຂງປອດໃສ ແລະ ເປັນພັກທີ່ມີຄວາມສາມາດກຳອຳນາດ ເພື່ອຄວາມຮັ່ງມີຜາສຸກຂອງ ປະຊາຊົນ ແລະ ຄວາມມັ່ງຄັ່ງເຂັ້ມແຂງຂອງປະເທດຊາດ. ພ້ອມກັນນັ້ນ ກໍຕັ້ງຫນ້າປະຕິບັດມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບການສ້າງແຂວງ ເປັນຫົວຫນ່ວຍ ຍຸດທະສາດ, ສ້າງເມືອງເປັນຫົວຫນ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວຫນ່ວຍພັດທະນາ ເພື່ອຄວາມຫມັ້ນຄົງຂອງລັດ ປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ.
ບັນດາກຳມະການກົມການເມືອງສູນກາງພັກຮຸ່ນທຳອິດ ຊຶ່ງມີທ່ານ ໄກສອນ ພົມວິຫານ ເປັນຜູ້ນຳຫນ້າໄດ້ສ້າງວິລະກຳ ແລະ ຜົນງານອັນຍິ່ງໃຫຍ່ ໄວ້ໃຫ້ ປະຫວັດສາດ ແລະ ປະຊາຊົນກໍຄືການປະຕິວັດລາວເຮົາ; ຊື່ສຽງຂອງພວກເພິ່ນໄດ້ຈາລຶກໄວ້ໃນປະຫວັດສາດຍຸກໃຫມ່ຂອງຊາດລາວເຮົາແລ້ວ ແລະ ຈະຄົງຢູ່ໃນ ຄວາມຊົງຈຳຂອງຄົນລາວຜູ້ຮັກເຊື້ອແພງຊາດໄປຕາບເທົ່າໃດໆ./.
 

No comments:

Post a Comment