ខ្មែរលាវ-ລາວຂະແມ
Showing posts with label រឿងខ្លីឡាវខ្មែរ. Show all posts
Showing posts with label រឿងខ្លីឡាវខ្មែរ. Show all posts

Saturday, 6 September 2014

ຊົ່ວຊິໄດ້ເປັນນັກຮ້ອງ


ຂຽນໂດຍ ອ. ແສງຟ້າ  ໂຫລານຸພາບ
September 6, 2014 at 11:26am
ຫວ່າງຕົ້ນປີນີ້, ໄດ້ມີໂອກາດໄປກິນດອງຢູ່ພັດຕາຄານແຫ່ງໜຶ່ງໃນນະຄອນຫຼວງ. ໂຊກດີໄດ້ນັ່ງຮຽງກັບເພື່ອນເກົ່າສະໄໝຮຽນນຳກັນຢູ່ປະຖົມ ເຊິ່ງປັດຈຸບັນນີ້ໄດ້ກາຍເປັນນັກຮ້ອງທີ່ມີອາລະບຳຫຼາຍຊຸດເຕີບ. ໝໍໄດ້ເລົ່າສູ່ຟັງວ່າ ຊົ່ວຊິໄດ້ເປັນນັກຮ້ອງນຳເຂົາ ກໍບໍ່ແມ່ນຂອງງ່າຍ... ໝໍໄດ້ເລົ່າສູ່ຟັງດັ່ງນີ້:

ຕອນນັ້ນຂ້ອຍຫາກໍຮຽນຢູ່ ອ.1 (ທຽບໃສ່ດຽວນີ້ ກໍແມ່ນ ມ.5) ຄຽງຄູ່ກັບການຮຽນແລ້ວ ຂ້ອຍຍັງເຄື່ອນໄຫວນອກຫຼັກສູດ ຄືເຂົ້າຮ່ວມໃນໜ່ວຍສິລະປະຂອງໂຮງຮຽນ ໂດຍເປັນສະມາຊິກຂອງໜ່ວຍຟ້ອນແລະໜ່ວຍຮ້ອງ… ເມື່ອຮອດໂມງເລີກຮຽນແລ້ວ ບັນດານັກຮຽນທັງຫຼາຍກໍຈະໄປເຄື່ອນໄຫວກິດຈະກຳຕາມຄວາມຖະໜັດຂອງຕົນ, ບາງພ່ອງກໍລົງສວນຖືບົວຫົດຜັກ, ບາງພ່ອງກໍຖືບານລົງເດີ່ນ ມີທັງບານສົ່ງ-ບານເຕະ-ກະຕໍ້ຫວາຍ… ສ່ວນຂ້ອຍກໍພາຍຖົງປຶ້ມ-ຈັບກິຕ້າຍ່າງໄປຍັງຫ້ອງທີ່ນັດໝາຍກັນຊ້ອມຟ້ອນແລະຮ້ອງເພງ. ເມື່ອຍ່າງໄປຮອດ ກໍເຫັນໝູ່ຫຼາຍຄົນທັງຍິງແລະຊາຍທີ່ເປັນສະມາຊິກສິລະປະມານັ່ງລໍຖ້າຢູ່ກ່ອນແລ້ວ…
“ມື້ນີ້ ພວກເຮົາຈະຊ້ອມຮ້ອງເພງກ່ອນ ຫຼັງຈາກນັ້ນຈຶ່ງຈະຊ້ອມຟ້ອນ.” ຫົວໜ້າສິລະປະປະຈຳຊັ້ນກ່າວຂຶ້ນດ້ວຍສຽງຫວານໃສ ຊຶ່ງຊ່າງເຂົ້າກັບໃບໜ້າອັນຂາວນວນໃສງາມນັ້ນແທ້ໆ.
ຂ້ອຍເອົາກິຕ້າຍື່ນໃຫ້ວິຈິດຊຶ່ງລາວລືມເອົາຂອງລາວມາ… ເມື່ອທຽບກັນແລ້ວ ກິຕ້າຂອງລາວໃໝ່ແລະດີກວ່າຂອງຂ້ອຍຫຼາຍ ເພາະຂອງລາວຍີ່ຫໍ້ “ຢາມາຮາ” ຄັກແນ່ ສ່ວນຂອງຂ້ອຍເມດອິນຫວຽດນາມ, ແຕ່ກໍໄຄກວ່າບໍ່ມີ. ເມື່ອວິຈິດເຄັ່ງສາຍກິຕ້າເປັນທີ່ຮຽບຮ້ອຍແລ້ວ ລາວກໍສັ່ງໃຫ້ຂ້ອຍຮ້ອງເພງທີ່ລາວແຕ່ງ ຊຶ່ງຂ້ອຍຍັງຈື່ບໍ່ໄດ້ຄັກ ຈຳຕ້ອງເອົາເນື້ອມາເບິ່ງນຳ. ພໍແຕ່ຂ້ອຍອ້າປາກຮ້ອງຂຶ້ນ ເພື່ອນທຸກຄົນຕ່າງກໍແນມມາເບິ່ງຂ້ອຍເປັນຈຸດດຽວ ເຮັດໃຫ້ໜ້າຂອງຂ້ອຍອອກຮ້ອນວູ່ໆເປັນບາດໆ… ເພງທີ່ວິຈິດແຕ່ງມີເນື້ອຮ້ອງດັ່ງນີ້:

*ສຸດແສນຊື່ນຊົມ.................ອຸດົມວັນໃໝ່
ທ້ອງຟ້າຊ່າງງາມສົດໃສ..........ມວນດອກໄມ້ສົ່ງກິ່ນຫອມຫວນ
ດອກຈຳປາແດງ...................ເບັ່ງບານແຂ່ງດອກດຳດວນ
ສຸດທີ່ຫອມຫວນ...................ເໝືອນດັ່ງມິດຕະພາບພວກເຮົາ

*ສຸດແສນດີໃຈ.....................ໄດ້ມາພົບກັນໃໝ່
ທຸກຄົນຍິ້ມແຍ້ມແຈ່ມໃສ.......ມີຈິດໃຈມ່ວນຊື່ນເບິກບານ
ພົບກັນວັນນີ້.......................ມີຄວາມໝາຍແຫ່ງຄວາມສຳພັນ
ພ້ອມກັນປະສານ..................ຮັດແໜ້ນຄວາມສາມັກຄີ

*ບຸກໜ້າກ້າວໄປ...................ຊິງໄຊເຮັດຫຼ້ອນໜ້າທີ່
ພ້ອມກັນທະວີ.......................ສາມັກຄີໃຫ້ແໜ້ນໜຽວ
ຮ່ວມເປັນໃຈດຽວ..................ກົມກຽມຍາດເອົາໄຊງາມ...

ຊົ່ວຊິຮ້ອງສຸດ ເຫື່ອກໍຈົນວ່າຊັດອອກ. ວິຈິດທັງດີດກິຕ້າທັງແນມເບິ່ງຂ້ອຍຢ່າງບໍ່ສົບອາລົມປານໃດ…
“ສຽງຮ້ອງຂອງໂຕຢາກແຫບໄປໜ້ອຍໜຶ່ງ. ເວລາແກ່ສຽງກໍຍັງເຮັດບໍ່ໄດ້ດີ ຍ້ອນແຮງປອດຍັງອ່ອນນ້ອຍເກີນໄປ. ໂຕຕ້ອງໄດ້ຝຶກຝົນຕື່ມ!” ວິຈິດໃຫ້ຄຳເຫັນ ເຮັດໃຫ້ຂ້ອຍຮູ້ສຶກສີອາຍໆເພື່ອນສະມາຊິກນຳກັນວາດໃດວາດໜຶ່ງ. ເພື່ອເປັນການແກ້ໜ້າ ຂ້ອຍກໍເລີຍຖືໂອກາດຂໍຄຳແນະນຳຈາກວິຈິດຜູ້ມີຄວາມຊ່ຽວຊານທາງດ້ານດົນຕີແລະການຮ້ອງ. ລາວແນະນຳໃຫ້ຂ້ອຍລົງມຸດນໍ້າແຕ່ເຊົ້າ ແລະໃຫ້ແຂກສຽງໃນນໍ້ານັ້ນຈົນສຸດລຳຄໍ. ແລະອີກອັນໜຶ່ງຖ້າເຮັດໄດ້ແມ່ນດີ ຄືເອົາຕ່ອນນໍ້າມັນໝູສໍ່ານີ້ວມືຮ້ອຍໃສ່ສາຍນິລົງ ແລ້ວໃຫ້ກືນລົງຄໍ. ເມື່ອຕ່ອນມັນໝູລົງຮູຄໍເລິກເຕີບແລ້ວ ໃຫ້ດຶງຂຶ້ນ, ແລ້ວກືນລົງໃໝ່ ດຶງຂຶ້ນ ເຮັດຈັ່ງຊີ້ຈັກສິບເທື່ອ. ພ້ອມກັນນັ້ນ ກໍໃຫ້ຄະລຳຂອງກິນ ຄືບໍ່ໃຫ້ກິນເຜັດຫຼາຍ ເຄັມຫຼາຍ ແລະຫ້າມດື່ມນໍ້າເຢັນ ແລະປະເພດທີ່ມີທາດເຫຼົ້າ…

ຍ້ອນຢາກເປັນນັກຮ້ອງສຽງດີມີຊື່ສຽງໃນໂຮງຮຽນ ຂ້ອຍຈຶ່ງປະຕິບັດຕາມຄຳແນະນຳຂອງວິຈິດ: ທຸກໆເຊົ້າຕື່ນຂຶ້ນມາ ຂ້ອຍຟ້າວແລ່ນໄປຫາຟຸ້ຍນໍ້າ ກົ້ມໜ້າລົງໃສ່ນໍ້າທີ່ເຕັມຟຸ້ຍນັ້ນ ແລ້ວແຫກປາກຮ້ອງຈົນສຸດສຽງ. ຍ້ອນຮ້ອງທັ່ງໃສ່ນໍ້າ ສຽງແຂກຂອງຂ້ອຍຈຶ່ງບໍ່ໄດ້ໄປລົບກວນຄົນໃນເຮືອນ ແລະເພື່ອນບ້ານໃກ້ຄຽງ… ຂ້ອຍເຮັດແນວນັ້ນເປັນເດືອນ ຮູ້ສຶກວ່າໄດ້ຜົນດີສົມຄວນ… ທຸກເທື່ອທີ່ໄປຊ້ອມຮ້ອງເພງ ຫົວໜ້າສິລະປະປະຈຳຊັ້ນມັກຈະຍ້ອງຂ້ອຍວ່າສຽງໃສຂຶ້ນກວ່າເກົ່າ… ແຕ່ກໍຍັງບໍ່ເປັນທີ່ພໍໃຈຂອງວິຈິດ ລາວໄດ້ຖາມຂ້ອຍວ່າໄດ້ເອົານໍ້າມັນໝູລ່ອງຄໍແລ້ວຫວາ? ຂ້ອຍບອກລາວວ່າ ຍັງບໍ່ທັນໄດ້ເຮັດເທື່ອ ກຳລັງຊອກຫາຕ່ອນນໍ້າມັນໝູຢູ່… ລາວເວົ້າເນັ້ນຕື່ມອີກວ່າ ຖ້າຢາກເປັນນັກຮ້ອງສຽງໃສແທ້ໆ ຕ້ອງເຮັດໃຫ້ໄດ້ ຄັນບໍ່ຊັ້ນກໍຢ່າຫວັງຊິໄດ້ເປັນນັກຮ້ອງນໍາເຂົາ…
ໃນທີ່ສຸດ ຂ້ອຍກໍຊອກນໍ້າມັນໝູຕ່ອນຄານິ້ວມືໄດ້ ຈຶ່ງລອງປະຕິບັດການຕາມຄຳແນະນຳຂອງວິຈິດ… ເມື່ອຮ້ອຍໃສ່ສາຍນິລົງເປັນທີ່ຮຽບຮ້ອຍແລ້ວ ຂ້ອຍກໍລອງປ່ອນເຂົ້າປາກ ໂດຍແຫງນໜ້າຂຶ້ນຈົນລຳຄໍຕັ້ງສາກ… ຂ້ອຍຄ່ອຍໆຢ່ອນຕ່ອນນໍ້າມັນເຂົ້າປາກ ພະຍາຍາມບັງຄັບຮູຄໍໃຫ້ກວ້າງອອກ ພໍແຕ່ຕ່ອນນໍ້າມັນແຕະເຖິງລີ້ນໄກ່ ຂ້ອຍກໍຮູ້ສຶກປຸ້ນທ້ອງ ຈັກວ່າຫຼົງຮາກອອກແຕ່ຍາມໃດກໍບໍ່ຮູ້, ຕ່ອນນໍ້າມັນຕົກລົງດິນຈົນວ່າເປື້ອນໝົດ… ຂ້ອຍກັດແຂ້ວ ອົດທົນຕໍ່ສິ່ງດັ່ງກ່າວ ດ້ວຍການນຳເອົາຕ່ອນນໍ້າມັນໄປລ້າງ ແລະທົດລອງອີກໃໝ່ ເພື່ອຈະໄດ້ເປັນນັກຮ້ອງຕົວຈິງສຽງຈິງນຳເຂົາ… ປ່ອນລົງເທື່ອສອງສຳເລັດຜົນ ຕ່ອນນໍ້າມັນຖືກກືນລົງຄໍຢ່າງງ່າຍດາຍ… ແຕ່ຫົວໃຈຂອງຂ້ອຍເກືອບຢຸດເຕັ້ນ ເພາະສາຍນິລົງທີ່ຮ້ອຍຕ່ອນນໍ້າມັນນັ້ນຫຼຸດອອກຈາກຕ່ອນນໍ້າມັນເສຍແລ້ວ ເຮັດໃຫ້ມັນຄາຢູ່ຄໍ ກືນລົງກໍບໍ່ໄດ້ ຈະຄາກອອກມາກໍບໍ່ເປັນ ເຮັດໃຫ້ຂ້ອຍຂາດລົມຫາຍໃຈໄປຊົ່ວຂະນະ ຊຶ່ງເປັນຜົນໃຫ້ຮູ້ສຶກວິນຫົວເຂົ້າກັບບາດປານໃຈຊິຂາດ… ໄຄແຕ່ແມ່ມາເຫັນທັນ ເພິ່ນໄດ້ໃຊ້ມືຕົບຫຼັງຂ້ອຍບັກແຮງໆ ຕ່ອນນໍ້າມັນໝູຫຼຸດອອກຈາກຄໍແລະຕົກລົງພື້ນ…
“ຈັ່ງແມ່ນຊາດນໍ ຊອກຫາເຮັດແຕ່ແນວຊິຕາຍຍ້ອນ!” ແມ່ທັງເວົ້າທັງຈັບເອົາຕ່ອນນໍ້າມັນໂຍນໄປໃຫ້ໝາບັກດ່າງທີ່ຢືນລິ້ນຫ້ອຍນໍ້າລາຍເຫີຍໃກ້ໆຫັ້ນ.

ຄ່າແຕ່ນັ້ນມາ ຄຳວ່າ “ຢາກເປັນນັກຮ້ອງ” ຈັກວ່າເປີດອາດລາດຈາກໂຕຂ້ອຍແຕ່ຍາມໃດ ແລະຂ້ອຍກໍບໍ່ຍອມຫຼຽວເບິ່ງໜ້າໝໍວິຈິດນັ້ນອີກ.

ແຕ່ວິນຍານນັກຮ້ອງຍັງບໍ່ໜີຈາກໂຕຂ້ອຍງ່າຍໆ ອີກສິບປີຕໍ່ມາຂ້ອຍໄດ້ຖືກທາບທາມຈາກວົງດົນຕີຄະນະໜຶ່ງຊຶ່ງຫົວໜ້າວົງກໍແມ່ນໝໍວິຈິດນັ້ນແຫຼະ! ມັນໄດ້ມາຂໍຮ້ອງໃຫ້ຂ້ອຍເປັນນັກຮ້ອງນຳຂອງວົງ ພ້ອມທັງຂໍໂທດຂໍໂພຍທີ່ມັນຕົວະໃຫ້ຂ້ອຍກືນຕ່ອນນ້ຳມັນເພື່ອເຮັດໃຫ້ສຽງໃສເມື່ອຄາວຮຽນຢູ່ອຸດົມ... ແລະໃນທີ່ສຸດຄວາມຝັນຢາກເປັນນັກຮ້ອງກໍກາຍເປັນຈິງ ເມື່ອອາລະບຳຊຸດທຳອິດຂອງຂ້ອຍໄດ້ກະຈາຍອອກສູ່ວົງສັງຄົມນັກຟັງວິທະຍຸ ແລະຜູ້ຊົມໂທລະພາບ... ແຕ່ຊົ່ວເພງຊິດັງຕິດຫູຄົນຟັງ ຂ້ອຍກໍຕ້ອງໄດ້ລ້ຽງເຝີບັນດາດີເຈ ແລະພິທີກອນລາຍການໄປຫຼາຍຖ້ວຍເຕີບ!!!
ដាក់ផ្សាយដោយ ប៉ាកកាខ្មែរ វេលា 05:13 No comments:
Email ThisBlogThis!Share to XShare to FacebookShare to Pinterest
ស្លាក: ກຽ່ວກັບອາຈານມຊ. NUOL, ເລື່ອງສັ້ນລາວLao Short Story, រឿងខ្លីឡាវខ្មែរ

Friday, 15 August 2014

ແອນ້ອຍນາຄະລິນ


ຊຽນໂດຍ ອ. ແສງຟ້າ ໂຫລານູຖາພ
August 16, 2014 at 6:24am
             ສາມເດືອນຕໍ່ມາ, ໃນແລງວັນໜຶ່ງ ຂະນະທີ່ແຕ່ລະຫຼັງຄາເຮືອນພວມກໍ່ໄຟກຽມພາເຂົ້າພາແລງ. ຫູສາຍທະລາກໍໄດ້ຍິນສຽງຮ້ອງໄຫ້ດັງໂຫຍຫວນຈາກເຮືອນຂອງນາຍບ້ານ ທີ່ຫ່າງຈາກເຮືອນຂອງເຂົາບໍ່ຮອດຫ້າສິບແມັດ. ຍ້ອນຄວາມຢາກຮູ້ຢາກເຫັນຕາມຜະສາເດັກນ້ອຍ ເຂົາຟ້າວແລ່ນລົງເຮືອນໄປຈົນແມ່ເອີ້ນນຳຫຼັງກໍບໍ່ທັນ.
            ພາບທີ່ເຂົາເຫັນຢູ່ເທິງເຮືອນຂອງນາຍບ້ານນັ້ນ ແມ່ນຮ່າງຂອງເອື້ອຍວອນນອນຂວໍ້າຢູ່ກັບພື້ນ ໄຫ້ສະອຶກສະອື້ນຢ່າງໜ້າສົມເພດເວທະນາໂດຍມີຜູ້ເປັນພໍ່ເງື້ອແສ້ລ້ຳລົງໃສ່ກາງຫຼັງເປັນບາດໆ.
            “ບອກມາ ມຶງໄປຖືພາມານນຳໃຜ? ບອກມາດຽວນີ້!!!” ສຽງນາຍບ້ານຮ້ອງຖາມດ້ວຍຄວາມຢາກຮ້າຍຢ່າງສຸດຂະໜາດ. “ຄັນບໍ່ບອກ ກູຊິຂ້າມຶງຖິ້ມໃຫ້ສົມກັບຄວາມເຫຼືອໃຈນຳລູກຜູ້ບໍ່ມັກດີຄືແນວນີ້!”
            ເອື້ອຍວອນໄດ້ແຕ່ສະອື້ນໄຫ້ ປະຕິເສດສຽງໂຫຍຫວນ… ສ່ວນຜູ້ເປັນແມ່ກໍບໍ່ຊ່າງຊິເຮັດແນວໃດ ໄດ້ແຕ່ຫ້າມຜູ້ເປັນຜົວວ່າຢ່າເຮັດຮຸນແຮງກັບລູກເກີນໄປ ໃຫ້ຄ່ອຍເວົ້າຄ່ອຍອອຍເອົາ. ຈັ່ງໃດກໍແມ່ນລູກຕົນເອງ  ຜິດແມ່ນແນວໃດກໍຄ່ອຍບອກຄ່ອຍສອນເອົາຈະດີກວ່າ. ປານເພີ່ມເຊື້ອໄຟໃສ່ ນອກຈາກຈະຮ້າຍໃສ່ລູກແລ້ວ ກໍຫັນມາໝຶນໃສ່ເມຍອີກ…
            “ເປັນຍ້ອນເຈົ້ານີ້ແຫຼະ ມັນຈຶ່ງໄດ້ເດີ້ມຄືຈັ່ງຊີ້ນ່າ!”
            ແມ່ຂອງເອື້ອຍວອນກໍບໍ່ໄດ້ຊາຄຳເວົ້າຂອງຜູ້ເປັນຜົວເລີຍ, ເພິ່ນເຂົ້າໄປກອດໂຊມເອົາລູກສາວທີ່ຍັງສະອື້ນໄຫ້ຢູ່ບໍ່ເຊົາ.
            “ບອກໃຫ້ພໍ່ໃຫ້ແມ່ຮູ້ສາວ່າລູກມີທ້ອງມີໄສ້ກັບໃຜ? ພໍ່ແມ່ຮູ້ແລ້ວກໍຈະບໍ່ເອົາຜິດເອົາແມ່ນນໍາດອກ. ມີແຕ່ຊິໃຫ້ພວກລູກແຕ່ງແປງກັນໃຫ້ຖືກຕ້ອງຕາມປະເພນີ.” ແມ່ເວົ້າສຽງອ່ອນໂຍນປ່ຽມລົ້ນໄປດ້ວຍຄວາມຮັກຄວາມສົງສານລູກໃນໄສ້ຂອງຕົນ.
            ເອື້ອຍວອນເງີຍໜ້າທີ່ນອງດ້ວຍນໍ້າຕາເບິ່ງແມ່ ແລະກ່າວອອກມາຢ່າງໜັກແໜ້ນວ່າ:
            “ລູກກໍບໍ່ຮູ້ຄືກັນວ່າ ລູກຖືພາໄດ້ແນວໃດ!?!?!?”
            ພໍແຕ່ໄດ້ຍິນສຽງຕອບຂອງລູກສາວແນວນັ້ນ ນາຍບ້ານກໍຮ້າຍຂຶ້ນໝົດແຮງປານບັ້ງໄຟແຕກຄາຄ້າງເອົາໂລດ.
            “ມີຢູ່ໃສໃນໂລກ ຖືພາໂດຍບໍ່ຮູ້ຈັກວ່າຕົນເອງໄປເຮັດຫຍັງໄວ້ກັບໃຜ?” ບໍ່ພຽງແຕ່ເວົ້າ ແສ້ໃນມືກໍຮໍ່າລົງໄປອີກ ແຕ່ຜູ້ເປັນແມ່ໄດ້ເອົາມື ຂຶ້ນມາປົກປ້ອງລູກສາວຂອງຕົນໄວ້. ໃນທີ່ສຸດ ນາຍບ້ານກໍອອກປາກຖາມໄປຢ່າງແນ່ໃຈວ່າ:
            “ບໍ່ແມ່ນມຶງຖືພາກັບບັກສົງນັ້ນຫວາ?” ສິ້ນສຽງຂອງນາຍບ້ານ ບໍ່ທັນທີ່ເອື້ອຍວອນຈະຕອບ, ສຽງຫ້າວໆຂອງໃຜຜູ້ໜຶ່ງ ທີ່ມາຢືນເບິ່ງໃກ້ໆສາຍທະລາກໍຮ້ອງໂດ່ງຂຶ້ນໄປໃສ່ວ່າ:
            “ແມ່ນຂ້ານ້ອຍນີ້ລະ ທີ່ເຮັດໃຫ້ລູກຂອງຍາພໍ່ຖືພາ.”
            ອ້າຍສົງນັ້ນເອງ ລາວທັງເວົ້າທັງຍ່າງຂຶ້ນເຮືອນຂອງນາຍບ້ານ. ສາຍທະລາເຫັນລາວນັ່ງໝອບກົ້ມລົງຂາບ ສະແດງຄວາມຂໍໂທດຕໍ່ການກະທຳຜິດຂອງຕົນ.
            “ກູວ່າແລ້ວບໍ່ຜິດ. ແມ່ນບັກອັບປີສີກະບານນີ້ເອງທີ່ມາເຮັດຜິດຜີກັບລູກກູຄືແນວນີ້!!!” ບໍ່ເວົ້າລ້າ ຕີນລາວຫອບໃສ່ບັກແອວຂອງອ້າຍສົງຈົນຫົວດວນໄປ. ແມ່ຂອງເອື້ອຍວອນຟ້າວໄປຫ້າມຜົວ ເພື່ອບໍ່ໃຫ້ລາວເຮັດຮຸນແຮງຫຼາຍໄປກວ່ານີ້.
            ສາຍທະລາແນມເຫັນໃບໜ້າຂອງເອື້ອຍວອນທີ່ສະແດງຄວາມປະຫຼາດໃຈຕໍ່ຄຳຮັບສາລະພາບຂອງອ້າຍສົງ, ລາວພວມຈະກ່າວຫຍັງອອກໄປ ແຕ່ກໍຊ້າເກີນໄປເສຍແລ້ວ ເພາະອ້າຍສົງຍ່າງໄປໂຊມເອົາລາວລຸກຂຶ້ນ ພ້ອມທັງສົ່ງແສງຕາແຫ່ງຄວາມເມດຕາສົງສານໃຫ້ຈົນຫົວໃຈເອື້ອຍວອນອ່ອນຍວບ ເມື່ອຫວນຄຶດເຖິງຕອນລົງໄປຕົບພະທາດຊາຍຢູ່ຫາດຮ່ວມກັນໃນວັນນັ້ນ.

            ໜຶ່ງອາທິດຕໍ່ມາພາຍຫຼັງການຂໍຂະມາຕາມຮີດຄອງ ແລະການຕົກລົງຂອງພໍ່ແມ່ທັງສອງຝ່າຍແລ້ວ, ພິທີແຕ່ງດອງແບບກະທັນຫັນລະຫວ່າງເອື້ອຍວອນແລະອ້າຍສົງ ກໍຖືກຈັດຂຶ້ນຢູ່ເຮືອນຂອງນາຍບ້ານ. ເຖິງຈະເປັນພິທີທີ່ກະທັດຮັດເບົາບາງ ແຕ່ໄທບ້ານທົ່ວຄຸ້ມບ້ານກໍເຂົ້າຮ່ວມຢ່າງພ້ອມພຽງ ແລະໃຫ້ການຊ່ອຍເຫື່ອຊ່ອຍແຮງຜູ້ລະໄມ້ລະມືຢ່າງສຸດອົກສຸດໃຈ ບໍ່ຍົກເວັ້ນແມ່ນກະທັ້ງສາຍທະລາທີ່ຍັງເປັນພຽງເດັກນ້ອຍກໍໄດ້ເຂົ້າຮ່ວມເປັນສັກຂີພະຍານຂອງດອງຄັ້ງນີ້ນຳ.
            ນັບແຕ່ໄດ້ລູກເຂີຍມາຢູ່ເຮືອນ ເຫັນວ່ານາຍບ້ານປ່ຽນໄປເປັນຄົນລະຄົນ, ອາດແມ່ນຍ້ອນຄວາມດຸໝັ່ນຂະຫຍັນພຽນ ຮູ້ຈັກເອົາອົກເອົາໃຈພໍ່ເຖົ້າແມ່ເຖົ້າຂອງອ້າຍສົງກໍບໍ່ຈັກ. ເບິ່ງລາວໃຈເຢັນລົງ ເວົ້າຫຍັງມີເຫດມີຜົນ ບໍ່ໃຊ້ອາລົມເປັນໃຫຍ່ຄືແຕ່ເກົ່າ. ໄທບ້ານໃຜກໍພາກັນຊື່ນຊົມນຳການປ່ຽນແປງດັ່ງກ່າວຂອງລາວ ເຮັດໃຫ້ບ້ານແຫ່ງນີ້ເຕັມໄປດ້ວຍຄວາມສະຫງົບສຸກ.
            ຍິ່ງຕອນທີ່ລາວຈະໄດ້ຫຼານ ລາວແຮ່ງມີອາລົມດີ ມີເທື່ອໜຶ່ງໄດ້ຍິນລາວອອກປາກເວົ້າກັບໄທບ້ານວ່າ:
            “ຂ້ອຍຄືຊິໄດ້ຜູ້ມີບຸນມາເກີດເປັນຫຼານ ເພາະຝັນເຫັນແຕ່ພະຍານາກມາຊ່ອຍເລື້ອຍໆ.”
            ສາຍທະລາສັງເກດເຫັນອ້າຍສົງສະແດງທ່າທີແບບຄົນທີ່ກຳລັງໃຊ້ຄວາມຄິດໜັກ ຫຼັງຈາກໄດ້ຍິນຜູ້ເປັນພໍ່ເຖົ້າກ່າວແນວນັ້ນ, ຄິ້ວທັງສອງຂອງລາວສົນເຂົ້າຫາກັນ… ລາວອາດກຳລັງຄິດ… ຄິດກ່ຽວກັບຫຍັງນໍ? ສາຍທະລາເອງກໍບໍ່ສາມາດລ່ວງຮູ້ໄດ້.

            ແລະແລ້ວ ສາຍທະລາກໍໄດ້ມີໂອກາດສະແດງຄວາມດີໃຈກັບອ້າຍສົງ, ເມື່ອເອື້ອຍວອນໃຫ້ກຳເນີດທາລົກນ້ອຍ… ແຕ່ຕອນທີ່ນາຍບ້ານຍ່າງອອກຈາກຫ້ອງບ່ອນທີ່ເອື້ອຍວອນຢູ່ກຳນັ້ນ ໃບໜ້າຂອງລາວສະແດງຄວາມຜິດຫວັງຢ່າງເຫັນໄດ້ແຈ້ງ ພ້ອມກັບສຽງຈົ່ມຄ່ອຍໆວ່າ:
            “ຝັນເຫັນແຕ່ພະຍານາກ ຫຼານສາວອອກມາກໍເລີຍມີຜິວຄືກັບເກັດພະຍານາກເອົາໂລດ!”
            ແມ່ນຄວາມຂອງພໍ່ເຖົ້າອ້າຍສົງ ເວລາທີ່ສາຍທະລາເຂົ້າໄປຢາມເອື້ອຍວອນກັບແມ່ ເຂົາເຫັນລູກນ້ອຍຂອງລາວມີຜິວເປັນເກັດນ້ອຍໆ…
            “ໄປກວດຢູ່ໂຮງໝໍແລ້ວ ທ່ານໝໍບອກວ່າແມ່ນພະຍາດຜິວໜັງຊະນິດໜຶ່ງ ຊຶ່ງຖ້າໄດ້ຮັບການປິ່ນປົວທີ່ຖືກຕ້ອງ ກໍຈະເຊົາໃນເວລາຂຶ້ນສາວ.” ເອື້ອຍວອນອະທິບາຍສູ່ແມ່ຂອງສາຍທະລາຟັງ.
            ເຖິງແມ່ນຈະມີຜິວເປັນເກັດ ແຕ່ແອນ້ອຍກໍເປັນຕາຮັກຕາແພງຈົນ  ສາຍທະລາອົດຢາກອູ້ມບໍ່ໄຫວ ແຕ່ຖືກແມ່ຫ້າມໄວ້ ເພາະແອນ້ອຍຍັງນ້ອຍໂພດ. ເຂົາຈຶ່ງໄດ້ແຕ່ແນມເບິ່ງຮ່າງນ້ອຍໆນັ້ນຢ່າງຮັກແພງແກມສົງສານ.
            “ໃສ່ຊື່ໃຫ້ແອນ້ອຍວ່າແນວໃດລະ?” ແມ່ຂອງສາຍທະລາຖາມ.
            “ນາຄະລິນ” ເອື້ອຍວອນຕອບ ພ້ອມທັງແນມເບິ່ງໜ້ານ້ອຍໆທີ່ມີເກັດຊາບລາບນັ້ນດ້ວຍຄວາມຮັກຢ່າງສຸດຊຶ້ງ.
ដាក់ផ្សាយដោយ ប៉ាកកាខ្មែរ វេលា 17:17 No comments:
Email ThisBlogThis!Share to XShare to FacebookShare to Pinterest
ស្លាក: ເລື່ອງສັ້ນລາວLao Short Story, រឿងខ្លីឡាវខ្មែរ

Tuesday, 12 August 2014

ລາງວັນ "ບໍ່ຄົບຫ້າ"

ຊຽນໂດຍ ອ. ແສງຟ້າ  ໂຫລານຸພາບ
August 12, 2014 at 7:57pm
ຫຼັງ ຈາກເລີກການຕອນທ່ຽງ ກໍຟ້າວເລັ່ງລົດໄປຮັບເມຍຢູ່ຫ້ອງການທີ່ໄກຈາກບ່ອນທີ່ຕົນເຮັດວຽກກວ່າສອງກິໂລແມັດ. ແຕ່ເມື່ອຮອດເຄິ່ງທາງnສຽງກະລັອງກະແລັງດັງຂຶ້ນຢູ່ກ້ອງພື້ນລົດ ຈົນຕ້ອງໄດ້ແວ່ເຂົ້າແຄມທາງຈອດລົດລົງໄປເບິ່ງ. ເຫັນທໍ່ອາຍເສຍຂາດກາງເຄິ່ງຕິດຢູ່ກັບພື້ນຖະໜົນ. ຄົງແມ່ນຍ້ອນຂີ້ໝ້ຽງກັດກິນທໍ່ປະສົມກັບແຮງຕຳກັບພື້ນຖະໜົນທີ່ຫຼຸບໆໂນນໆຂອງເສັ້ນທາງໂພນຕ້ອງ-ດົງໂດກເປັນແນ່ແທ້ ມັນຈຶ່ງເປັນແນວນີ້! ເຫື່ອຈັກໄຫຼອອກຈາກໜ້າຜາກແລະຂະໝັບແຕ່ຍາມໃດກໍບໍ່ຮູ້, ຈົກເອົາແພມົນໃນຖົງໂສ້ງຂຶ້ນມາເຊັດດ້ວຍຈິດໃຈກະວົນກະວາຍ. ໃຈໜຶ່ງວ່າຊິຂັບຕໍ່ໄປຮັບເມຍ ໃຈໜຶ່ງຊ້ຳຜັດອາຍນຳສຽງທໍ່ຂາດລາກໄປນຳຖະໜົນ ຈຶ່ງຕັດສິນໃຈລ້ຽວລົດກັບຄືນໄປຍັງເຮືອນ. ພໍມາຮອດເຮືອນກໍຟ້າວໂທຫາເມຍບອກວ່າໄປຮັບບໍ່ໄດ້ ໃຫ້ກັບມາເອງເດີ! ພຽງແຕ່ໄດ້ຍິນເທົ່ານັ້ນ ແມ່ເຈົ້າເຮືອນກໍໝົກເຫັດຢ່າງໃຫຍ່ ວ່າຊິຢູ່ຫ້ອງການເລີຍວ່າຊັ້ນ! ພ້ອມດ້ວຍຂອງແຖມສຽງວາງຫູໂທລະສັບດັງສະໜັ່ນຫວັ່ນໄຫວ… ທັງຫິວເຂົ້າ ທັງເປັນຫ່ວງນຳລົດ ໄປເຮືອນຄົວຈັບເອົາພາເຂົ້າມາຕັ້ງໄວ້ຫ້ອງໂຖງ ພ້ອມກັບຈົກເອົາເງິນສິບພັນຍື່ນໃຫ້ລູກຊາຍກົກໄປຊື້ເສັ້ນລວດມາໃຫ້ ເພື່ອຊິມາມັດທໍ່ເປັນການຊົ່ວຄາວ… ບໍ່ພໍທໍ່ໃດນາທີກໍເຫັນແມ່ເຈົ້າເຮືອນປ່ອນໜ້າພໍ້ວໍ້ເຂົ້າມາດ້ວຍອາລົມບູດ ຈຶ່ງຟ້າວອະທິບາຍເຫດຜົນສູ່ຟັງ… ເງິນຈຳນວນສອງແສນສຳລັບໄປຈອດທໍ່ໄດ້ຖືກຈົກຈາກກະເປົາເງິນຂອງຜູ້ເປັນເມຍ ພ້ອມທັງຍື່ນໃຫ້ດ້ວຍຄວາມຈຳໃຈ ເຮັດໃຫ້ຄວາມກະວົນກະວາຍຫາຍໄປປານປິດຖິ້ມ.
“ເຫຼືອເທົ່າໃດແລ້ວເອົາມາສົ່ງຄືນເດີ!” ທັງເວົ້າທັງເຮັດຕາຂຽວໃສ່ຈົນກິນເຂົ້າທ່ຽງກໍບໍ່ແຊບ. ແຕ່ຢ່າງໃດກໍຢ່າລະ ແນວໝາກກ້ວຍຕົກມືລີງແລ້ວ ຕ້ອງໃຫ້ເງິນທີ່ເຫຼືອນັ້ນມີປະໂຫຍດຢ່າງສູງສຸດ.
ພວມປ່ອນປັ້ນເຂົ້າຄຳທີສອງເຂົ້າປາກ ສຽງຂອງລູກສາວຫຼ້າກໍດັງຂຶ້ນທີ່ປະຕູເຮືອນ…
“ເປັນຫຍັງອີ່ພໍ່ຈຶ່ງບໍ່ໄປຮັບລູກ? ຢືນຖ້າຂາແຂງຈົນທົນບໍ່ໄດ້ ຈຶ່ງໄດ້ຍ່າງຕາກແດດມາ ໜ້າຈົນວ່າແຫ້ມໝົດ.”
ໄດ້ຍິນສຽງຈົ່ມເປັນຕາອີ່ຕົນ ຈຶ່ງກ່າວບອກເຫດຜົນແກ່ລູກດ້ວຍສຽງສີອ່ອນໆແລະປິດທ້າຍວ່າ:
“ພໍ່ຊິມີລາງວັນໃຫ້ດອກສຳລັບການຍ່າງຂອງລູກມື້ນີ້!”
“ແທ້ໆໄດ໋, ພໍ່!”
“ແນ່ນອນຢູ່ແລ້ວ!” ສຽງເນັ້ນດັ່ງກ່າວ ເຮັດໃຫ້ລູກສາວຫຼ້າຍິ້ມຈົນເຫັນແຂ້ວວ່ອງ.
ເຂົ້າການຕອນແລງເປັນອັນວ່າຕ້ອງໄດ້ໂຈະໂດຍຂໍຄຳອະນຸຍາດຈາກຫົວໜ້າ ເພື່ອເອົາລົດໄປຈອດທໍ່ອາຍເສຍ…

ເລາະແຕ່ດົງໂດກລົງໄປຮອດໂພນສະອາດ ຢຸດຖາມຫຼາຍຮ້ານ ແຕ່ເຂົາບອກວ່າບໍ່ໄດ້ຈອດດົນແລ້ວ ຈຶ່ງເລາະໄປຮອດແຖວໜອງດ້ວງ ຈຶ່ງໄປພໍ້ຮ້ານຈອດທໍ່ອາຍເສຍ… ທຳອິດກໍຄິດວ່າຄືຊິໄດ້ຈ່າຍຫຼາຍເຕີບ ບາດຊ່າງຈອດໃຫ້ແລ້ວ ຖາມລາຄາ ໄດ້ຈ່າຍຫ້າສິບພັນກີບເທົ່ານັ້ນ… ດີໃຈທີ່ຍັງມີເງິນເຫຼືອຕິດຖົງ ວ່າຊິໄປແວ່ຕະຫຼາດເຊົ້າ ແຕ່ຄິດໄດ້ວ່າບ່ອນທີ່ຕົນຂັບລົດຢູ່ດຽວນີ້ໃກ້ກັບຮ້ານຂາຍປຶ້ມດອກເກດ ຈຶ່ງຢຽບຄັນເລັ່ງມຸ່ງໜ້າໄປຫາຮ້ານຂາຍປຶ້ມດັ່ງກ່າວ ບາງທີອາດມີອາຫານສະໝອງແຊບໆຈັກຫົວໄປຕ້ອນເມຍແລະລູກໆ… ຈັບພວງມະໄລເລັ່ງລົດໄປຕາມເສັ້ນທາງຕັດໃໝ່ T2 ແລ້ວລ້ຽວຂວາໄປຕາມຖະໜົນທົ່ງຂັນຄຳ ມຸ່ງສູ່ສີຫອມ ແລະລ້ຽວເລີຍໄປຕາມຖະໜົນສາມແສນໄທ ຈົນຮອດສາມລ່ຽມອະນຸສາວະລີເຈົ້າຟ້າງຸ່ມ ຈຶ່ງລ້ຽວຊ້າຍ ພາລົດໄປຈອດຢູ່ເຊິ່ງໜ້າຮ້ານທີ່ມີປ້າຍບັກໃຫຍ່ຕິດໜ້າຮ້ານວ່າ “ຮ້ານຂາຍປຶ້ມດອກເກດ”.
ຍູ້ປະຕູແກ້ວເຂົ້າໄປ ອາຍເຢັນຈາກແອພາຍໃນຮ້ານພຸ້ງເຂົ້າໜ້າ ເຮັດໃຫ້ຄວາມຮ້ອນທີ່ອຸ້ມເຂົ້າມານຳຫຼຸດຜ່ອນ… ພະນັກງານຂາຍທີ່ຍັງສາວໜຶ່ງໃນສອງຂອງຮ້ານນັ້ນ ສົ່ງຮອຍຍິ້ມມາໃຫ້ ແລະກ່າວຄຳສະບາຍດີ…
“ສະບາຍດີ, ມີປຶ້ມອອກມາໃໝ່ໆແດ່ບໍ?” ທັງຖາມທັງຫຼຽວເບິ່ງປຶ້ມທີ່ລຽງລາຍຢູ່ຖ້ານໄມ້.
“ບໍ່ໄດ້ມາດົນປານໃດແລ້ວ?” ສາວຕາຄົມຖາມ.
“ບໍ່ແມ່ນເກືອບເຄິ່ງປີແລ້ວບໍ!”
“ຄັນຊັ້ນກໍມີຫຼາຍຫົວຢູ່ໄດ໋! ເຊີນເລືອກເບິ່ງຕາມສະບາຍໂລດເດີ!”
ບັນດາປຶ້ມທີ່ລຽນຊາບລາບຢູ່ໃນຖ້ານທີ່ມີຫຼາຍຊັ້ນນັ້ນ ຖືກຈັບຖືກເປີດຢູ່ໄປມາ ແລະໃນທີ່ສຸດປຶ້ມຫົວໜຶ່ງທີ່ມີຊື່ວ່າ “ບໍ່ຄົບຫ້າ ສະບັບສົມບູນ” ຂຽນໂດຍ ໂອໂຕຕະເກະ ຮິໂລທາດະ ແປໂດຍ ຈັນທະສອນ ອິນທະວົງ ກໍຖືກຈັບຂຶ້ນມາພິນິດ ແລະໃນໜ້າຄຳນຳຂອງຜູ້ຂຽນ ກໍຖືກສາຍຕາທີ່ກະຫາຍທີ່ຢາກຮູ້ເນື້ອໃນແລບເລຍໄປຕາມແຕ່ລະຕົວອັກສອນ…

“ວັນທີ 6 ເດືອນ 4 ປີ 1976, ດອກຊາກະລະບານເຮື່ອເຕັມຕົ້ນ ແສງແດດອົບອຸ່ນ ເປັນມື້ອາກາດແຈ່ມໃສດີມື້ໜຶ່ງ. “ອັງແງ້ ອັງແງ້!” ພ້ອມໆກັບສຽງຮ້ອງຄືຖືກໄຟດາດ ກໍມີແອນ້ອຍຄົນໜຶ່ງເກີດອອກມາ, ເປັນແອນ້ອຍເພດຊາຍ ແຂງແຮງດີ, ເປັນການເກີດລູກຕາມປົກກະຕິຂອງຜົວເມຍທຳມະດາໆຄູ່ໜຶ່ງ. ແຕ່ສິ່ງທີ່ບໍ່ປົກກະຕິກໍຄື ແອນ້ອຍຊາຍຜູ້ນີ້ ແຂນກຸດຂາກຸດ! ເປັນອາການເກີດແບບ “ແຂນກຸດຂາກຸດມາແຕ່ໃນທ້ອງ” (Congenital Tetra Amelia) ເວົ້າອີກແບບໜຶ່ງກໍວ່າ “ພິການມາແຕ່ເກີດ”, ບໍ່ແມ່ນຍ້ອນອຸບັດເຫດໃນເວລາອອກ ແລະກໍບໍ່ແມ່ນຜົນສະທ້ອນຂອງຢ່າສາຣີໂດໄມ ທີ່ຜູ້ຄົນກ່າວຂານຢ້ານກົວກັນຫຼາຍໃນເວລານັ້ນ. ຈົນເທົ້າທຸກມື້ນີ້ ສາເຫດອັນແທ້ຈິງຂອງອາການດັ່ງກ່າວນີ້ ກໍຍັງບໍ່ມີໃຜຮູ້ແຈ້ງ. ເປັນອັນວ່າຂ້ອຍເກີດມາພ້ອມກັບລັກສະນະເດັ່ນພິເສດ ທີ່ເຮັດໃຫ້ທຸກຜູ້ທຸກຄົນອ້ອມຮອບຕົກໃຈນຳ. ພໍແຕ່ເກີດມາກໍເຮັດໃຫ້ໝູ່ຕົກໃຈນຳໄດ້ນັ້ນ ກໍຄົງຈະມີແຕ່ທ້າວໂມໂມະທາໂລ ກັບຂ້ອຍນີ້ລະ.
ຕາມທຳມະດາ ຫຼັງຈາກອອກລູກແລ້ວ ກໍຈະມີເລື່ອງສະອື້ນສະອອກເກີດຂຶ້ນຄືຕອນ “ແມ່ແລະລູກໄດ້ເຫັນໜ້າກັນ”, ແຕ່ຍ້ອນເພິ່ນຢ້ານວ່າແມ່ລູກອ່ອນໃໝ່ ຄືແມ່ຂ້ອຍຈະຕົກໃຈແຮງ ເປັນລົມລົ້ມທັງຢືນເມື່ອເຫັນໜ້າຂ້ອຍ ພໍ່ຈຶ່ງບອກແມ່ວ່າ “ລູກເປັນຂີ້ໝາກເຫຼືອງຢ່າງແຮງ” ຈັ່ງຊັ້ນເພິ່ນຈຶ່ງບໍ່ໃຫ້ແມ່ກັບຂ້ອຍເຫັນໜ້າກັນ ຈົນກວ່າຂ້ອຍຈະມີອາຍຸໄດ້ເດືອນໜຶ່ງ. ແມ່ຂ້ອຍກໍຊ່າງວ່າໃຈອົດໃຈທົນເອົາແທ້ເອົາວ່າ ພຽງແຕ່ເພິ່ນບອກວ່າ ລູກເປັນຂີ້ໝາກເຫຼືອງຢ່າງແຮງ ແລະບໍ່ໃຫ້ເຫັນໜ້າເຫັນຕາຕັ້ງເດືອນ ກໍຍັງບໍ່ສົງໄສຫຍັງ ພຽງແຕ່ອຸທານວ່າ “ອ້າວ! ເປັນຊັ້ນດອກຫວະ?” ເທົ່ານີ້ເອງ. ແບບນີ້ ຖ້າຈະເວົ້າວ່າແມ່ຂ້ອຍ “ເປັນຄົນພິເສດ” ອີກຜູ້ໜຶ່ງກໍບໍ່ຜິດ.
ໃນທີ່ສຸດ ກໍມາຮອດມື້ທີ່ແມ່ລູກຈະໄດ້ເຫັນໜ້າກັນ. ຂະນະເດີນທາງໄປໂຮງໝໍ ແມ່ກໍໄດ້ຮັບຄຳອະທິບາຍວ່າ ການທີ່ບໍ່ໃຫ້ເຫັນແອນ້ອຍນັ້ນບໍ່ແມ່ນຍ້ອນວ່າເປັນຂີ້ໝາກເຫຼືອງຢ່າງແຮງດອກ ກໍເປັນຄືຄາດເດົາໄວ້ຢູ່ ແມ່ສະແດງອາການຢ້ານກົວໂຕສັ່ນຂຶ້ນທັນທີ ພໍ່ກໍເລີຍບໍ່ກ້າບອກຕໍ່ວ່າ ຂ້ອຍເປັນທ້າວອຸ້ມລຸ້ມ ບໍ່ມີທັງແຂນທັງຂາ ພໍແຕ່ບອກເປັນລາງໆວ່າ ຮ່າງກາຍພິການໜ້ອຍໜຶ່ງ ແລ້ວກໍປ່ອຍໃຫ້ແມ່ໄປຮູ້ເຫັນດ້ວຍຕາຕົນເອງ.
ສ່ວນທາງໂຮງໝໍ ກໍກະກຽມກັນພໍສົມຄວນ ໂດຍແຕ່ງຕຽງເປົ່າມາໄວ້ຂ້າງໆ ຍ້ອນຢ້ານວ່າແມ່ຊິເຂົ່າອ່ອນລົ້ມ ເມື່ອເຫັນໜ້າລູກຊາຍ. ຈັ່ງຊັ້ນ ຜູ້ໃດກໍມີອາລົມເຄັ່ງຂຶງກຶງໂຕກັນໄປໝົດ ບໍ່ວ່າພວກແພດໝໍ ພໍ່ຂ້ອຍ ແລະຮວມທັງແມ່ນຳ ແລ້ວເວລາສຳຄັນກໍມາເຖິງ ແລະເປັນໄປຢ່າງບໍ່ມີໃຜຄາດເດົາຖືກ.
“ເປັນຕາແພງແທ້!” ຄຳເວົ້າທີ່ລອດອອກຈາກປາກແມ່ ເຮັດໃຫ້ຄວາມຄາດເດົາຂອງໝົດທຸກຄົນທີ່ຢູ່ອ້ອມຂ້າງຜິດພາດໄປ, ທຸກຄົນຄຶດວ່າ ແມ່ຈະຮ້ອງໄຫ້ຮໍ່າໄຮ ເປັນລົມຂາອ່ອນລົ້ມທ່າວໄປເລີຍ. ທີ່ແທ້ແລ້ວ ຄວາມວິຕົກຢ້ານກົວເຫຼົ່ານີ້ໄຮ້ເຫດໄຮ້ຜົນແທ້ໆກໍຮ່າວວ່າຄາດເດົາກັນໄປຊື່ໆ. ແມ່ຜູ້ບໍ່ໄດ້ເຫັນໜ້າລູກນ້ອຍທີ່ຕົນເຈັບທ້ອງເບັ່ງອອກແລວມາຕັ້ງເດືອນ ມີຄວາມດີໃຈແຮງ ເມື່ອໄດ້ເຫັນໜ້າລູກ ແລະຄວາມດີໃຈນັ້ນ ມັນຍິ່ງໃຫຍ່ຫຼວງຫຼາຍເໜືອຄວາມຕົກໃຈຫວາດກົວ ຕໍ່ຄວາມພິກົນພິການ ແຂນກຸດຂາຂາດຂອງຜູ້ເປັນລູກ….”

ເມື່ອສາຍຕາແລບເລຍມາຮອດປະໂຫຍກນີ້, ຄຳສັ່ງຈາກສະໝອງກໍບອກໃຫ້ມືເບື້ອງຂວາຈົກເອົາເງິນໃນຖົງຈຳນວນ 35.000 ກີບ ຍື່ນໃຫ້ພະນັກງານຂາຍຢ່າງໄວວາ ພ້ອມທັງເອົາຈັບເອົາປຶ້ມ “ບໍ່ຄົບຫ້າ” ກັບມາຍັງລົດ ຂັບເລັ່ງເມືອເຮືອນ…
ພໍມາຮອດເຮືອນ “ບໍ່ຄົບຫ້າ” ກໍກາຍເປັນລາງວັນຄ່າຍ່າງໃຫ້ແກ່ລູກສາວຫຼ້າ…
“ຂ້ຽວມາກິນເຂົ້າໄດ໋!” ສຽງແມ່ເຈົ້າເຮືອນດັງຈາກພາເຂົ້າແລງ ເມື່ອເຫັນລູກສາວຫຼ້າຍັງກົ້ມໜ້າກົ້ມຕາອ່ານປຶ້ມດັ່ງກ່າວແບບບໍ່ຮູ້ຢາກຮູ້ຫິວຫຍັງ!!!


ທີ່ມາ:​ https://www.facebook.com/notes/sengfa-hola/
ដាក់ផ្សាយដោយ ប៉ាកកាខ្មែរ វេលា 06:07 No comments:
Email ThisBlogThis!Share to XShare to FacebookShare to Pinterest
ស្លាក: ກຽ່ວກັບອາຈານມຊ. NUOL, ເລື່ອງສັ້ນລາວLao Short Story, រឿងខ្លីឡាវខ្មែរ

Saturday, 27 April 2013

ຈັ່ງແມ່ນມັນຄັກ!!!



ដាក់ផ្សាយដោយ ប៉ាកកាខ្មែរ វេលា 07:18 No comments:
Email ThisBlogThis!Share to XShare to FacebookShare to Pinterest
ស្លាក: ເລື່ອງສັ້ນລາວLao Short Story, រឿងខ្លីឡាវខ្មែរ

Tuesday, 9 April 2013

ຫວນຄືນໄວເດັກ


ຫວນຄືນໄວເດັກ

ដោយ Sengfa Hola (កំណត់ត្រា​) ថ្ងៃ ពុធ, ខែ មិថុនា​ 1, 2011 ម៉ោង 7:38ព្រឹក​
ສຸກສັນວັນເດັກ ວັນທີ 1 ມິຖຸນາ 2011

ເພື່ອຫວນຄືນໄວເດັກ ຂ້າພະເຈົ້າຂໍມອບເລື່ອງສັ້ນໆໃຫ້ແດ່ບັນດາເພື່ອນ, ນ້ອງໆນຸ່ງໆ ແລະລູກໆຫຼານໆ...

ຂ້າພະເຈົ້າຍັງຈຳໄດ້ສະໄໝເມື່ອຍາມເຍົາໄວ ມັກຈະເຫັນພໍ່ນັ່ງອ່ານໜັງສືພິມຢູ່ໂຕະເຮັດວຽກຂອງເພິ່ນ. ເວລາໃດທີ່ເພິ່ນວາງໜັງສືພິມລົງໂຕະແລະຍ່າງໄປບ່ອນອື່ນແລ້ວ ຂ້າພະເຈົ້າກໍຈະຮີບຟ້າວເອົາໜັງສືພິມນັ້ນມາເບິ່ງດ້ວຍຄວາມຢາກຮູ້ວ່າ ເປັນຫຍັງພໍ່ຈຶ່ງຕ້ອງເສຍເວລານໍາການເອົາໜ້າຈຸໃສ່ເຈ້ຍແຜ່ນໃຫຍ່ໆເປັນເວລາເກືອບເປັນເວລາດົນໆໂດຍບໍ່ເໜັງບໍ່ຕີງ ຊ່າງເປັນໜ້າງຶດງໍ້ອັດສະຈັນແທ້ໆ!
ຂ້າພະເຈົ້າເອົາເຈ້ຍແຜ່ນໃຫຍ່ທີ່ມີແປດໜ້ານັ້ນມາເບິ່ງ ເຫັນແຕ່ໂຕມະງັອງມະແງັງລຽນຊາບລາບເປັນແຖວປານກັບໂຕມົດດຳແຫ່ຂະບວນເຂົ້າໄປໃນຮູ… ໄຄແຕ່ຮູບຖ່າຍຂາວດຳທີ່ປະກອບໃນໜ້າເຈ້ຍນັ້ນ ເຮັດໃຫ້ຂ້າພະເຈົ້າເຂົ້າໃຈຄວາມໝາຍໄດ້ ບາງຮູບກໍເຫັນມີແຕ່ສອງຄົນນັ່ງຫັນໜ້າລົມກັນ, ບາງຮູບກໍເປັນຮູບຂະບວນການເຄື່ອນໄຫວອອກແຮງງານຂອງພວກຊາວໜຸ່ມ… ຮູບທີ່ຂ້າພະເຈົ້າມັກເບິ່ງໃນເວລານັ້ນ ກໍມີແຕ່ຮູບກາຕູນໜ້າສຸດທ້າຍ. ເຖິງແມ່ນຈະມີໂຕມະງ້ອງມະແງ້ງໃນວົງອ້ອມເທິງຫົວຂອງຮູບຄົນທີ່ແຕ້ມຄ້າຍຄືກັບໂຕກາຕູນທີ່ເຄີຍເບິ່ງໃນຮູບເງົາ ແຕ່ກໍເຂົ້າໃຈຄວາມໝາຍຂອງຮູບໄດ້ສ່ວນໃດສ່ວນໜຶ່ງ.
“ພໍ່ຊິສົ່ງລູກໄປເຂົ້າໂຮງຮຽນອະນຸບານເດີ!” ພໍ່ບອກຫລັງຈາກຂ້າພະເຈົ້າອາຍຸກ້າວເຂົ້າປີທີສີ່ຂອງການມີຊີວິດຢູ່ບົນໜ້າໂລກນີ້.
ຂ້າພະເຈົ້າຂັດຂ້ອງ ເພາະເຄີຍຢູ່ແຕ່ເຮືອນ ບໍ່ຢາກໄປໂຮງຮຽນ. ແຕ່ກໍຂັດຂືນບໍ່ໄດ້ ຈຳຕ້ອງໄປດ້ວຍຈິດໃຈຍັງອາວອນນຳການຫລິ້ນຂອງເຮືອນນ້ອຍກັບນ້ອງຊາຍຜູ້ຖັດຂ້າພະເຈົ້າ.
ແຕ່ລະມື້ ຈະມີລົດຂອງໂຮງຮຽນມາຮັບເອົາແຕ່ເຊົ້າ. ຊົ່ວຂ້າພະເຈົ້າຊິໄດ້ຂຶ້ນລົດ ພໍ່ກັບແມ່ຕະຫລອດຮອດນ້າບ່າວຕ້ອງພາກັນຊອກຈົນເຫື່ອແຕກເຫື່ອແຕນ ເພາະຂ້າພະເຈົ້າແລ່ນໄປລີ້ຍ້ອນບໍ່ຢາກໄປໂຮງຮຽນ. ມື້ໃດ ແມ່ອອຍຖືກໃຈ ກໍຈະໄປໂຮງຮຽນໂດຍດີ. ມີໄລຍະໜຶ່ງ ຂ້າພະເຈົ້າຮູ້ສຶກວ່າ ການໄປໂຮງຮຽນບໍ່ຄ່ອຍມ່ວນປານໃດ ເພາະມີແຕ່ຫລິ້ນ ບໍ່ເຫັນຊິໄດ້ຮຽນໜັງສືຄືພໍ່ວ່າ. ສ່ວນຫລາຍຮ້ອງເພງ ຫລິ້ນເກມໝາກເສືອກິນໝູ ຫລືບໍ່ກໍຫລິ້ນໝາກ ‘ລູລີລູລີເຂົ້າສານ ນົມຍານນົມຍານເຂົ້າເປືອກ ເດັກນ້ອຍໆຕາເຫລືອກຕານລານ ກະດານສອງແຜ່ນແລ່ນເຂົ້າຫຸບ’… ມັນກໍມ່ວນດີຢູ່ດອກ ແຕ່ຊັງໝູ່ກວນຫັ້ນຕິ… ມີເທື່ອໜຶ່ງແມ່ໃສ່ເສື້ອແບບເສື້ອຄຸມຊາມຸໄລຍີ່ປຸ່ນໃຫ້ ເປັນເສື້ອຄຸມສີແດງຈຸດດຳ ມີສາຍເຊືອກສອດຮັດຮອບແອວຄັກແນ່. ມື້ນັ້ນ ພວກໝູ່ເດັກນ້ອຍຈອມກວນສອງສາມຄົນ ໃນເວລາເລີກຫລິ້ນຊຶ່ງໄກຕາສາວຄູ. ພວກເຂົາໄດ້ແລ່ນເຂົ້າມາໃກ້ໆ ແລ້ວຮ້ອງໃສ່ວ່າ “ເອ! ບັກນີ້ໃສ່ກະໂປງ ເບິ່ງດຸ໊! ມີຈີ່ໂໝະບໍ່?” ບໍ່ເວົ້າລ້າພວກເຂົາພາກັນກຸມຮື້ຕີນເສື້ອຄຸມຂຶ້ນ. ຈັ່ງແມ່ນຂ້າພະເຈົ້າອັບອາຍຂາຍໜ້າ ພໍຢາກມຸດດິນແກ່ນຕາຍພຸ້ນລະ! ເພາະແມ່ລືມເອົາສະຫລິບໃຫ້ນຸ່ງນຳ. ຂ້າພະເຈົ້າຟ້າວປັດມືພວກເຂົາອອກ ເພື່ອບໍ່ໃຫ້ພວກເດັກນ້ອຍແມ່ຍິງທີ່ຢືນຫລິ້ນໃກ້ໆນັ້ນເຫັນຂອງດີ… ທັງປ້ອງກັນຕົນເອງ ແລະກໍເບະປາກສະອື້ນໄຫ້ ຈົນສາວຄູປະຈຳຫ້ອງຟ້າວແລ່ນມາຊ່ອຍແລະອອຍໃຫ້ເຊົາໄຫ້.
ຕັ້ງແຕ່ມື້ນັ້ນມາ ເສື້ອຄຸມຊາມູໄລຍີ່ປຸ່ນກໍຖືກປະຕິເສດຈາກຂ້າພະເຈົ້າ ແມ່ກໍໄດ້ແຕ່ຫົວປົນອີ່ຕົນລູກຊາຍກົກຂອງເພິ່ນ ພ້ອມທັງບອກວ່າ “ໃສ່ແຕ່ຢູ່ເຮືອນ ບໍ່ຕ້ອງໃສ່ໄປໂຮງຮຽນອີກເດີ!”
ដាក់ផ្សាយដោយ ប៉ាកកាខ្មែរ វេលា 07:18 No comments:
Email ThisBlogThis!Share to XShare to FacebookShare to Pinterest
ស្លាក: ເລື່ອງສັ້ນລາວLao Short Story, រឿងខ្លីឡាវខ្មែរ

ສຸກສັນວັນເກີດ


ສຸກສັນວັນເກີດ

ដោយ Sengfa Hola (កំណត់ត្រា​) ថ្ងៃ ពុធ, August 8, 2012 ម៉ោង 9:21ល្ងាច​

ເວລາ­ຜ່ານ­ໄປ­ ໄວ­ປານ­ມີ­ປີກ­ບິນ ບໍ່­ພໍຄາວອາ­ຍຸຂອງ­ຫວານ­ໃຈ­ກໍກ້າວເຂົ້າ­ສູ່ເລກ­ທີ 14 ­ແລ້ວ. ມື້ນີ້­ແມ່ນ­ມື້­ຄົບ­ຮອບ­ວັນເກີດ­ຂອງນາງ­ພໍດີ. ພໍ່ກັບ­ແມ່­ໄດ້­ຈັດງານ­ວັນເກີດ­ໃຫ້­ແກ່ນາງ­ໂດຍເຊື້ອເຊີນຍາດ­ພີ່ນ້ອງ­ ແລະ­ໝູ່­ຄູ່­ໃກ້­ຄຽງເຂົ້າ­ຮ່ວມ. ການກະ­ກຽມງານ­ສະ­ຫຼອງ­ວັນເກີດ ­ແມ່ນເລີ່ມມາ­ຕັ້ງ­ແຕ່ເຊົ້າ ­ໂດຍເອື້ອຍ­ສອງ­ຄົນອອກ­ຕະ­ຫຼາດ ຊອກ­ຊື້­ຜັກນາງ­ອາງ­ຫຍ້າ­ແລະ­ຊີ້ນ­ໜັງ­ມັງ­ສາມາ­ປຸງເຮັດເປັນ­ອາຫານ­ ສໍາ­ລັບ­ແຂກ­ຄົນ­ໃນ­ຄໍ່າ­ມື້ນີ້. ສ່ວນນາງ­ກັບ­ພໍ່­ແມ່ກໍພາ­ກັນອະ­ນາ­ໄມເຮືອນ ຈັດ­ສະ­ຖານ­ທີ່­ໃຫ້ເປັນ­ສະ­ອາດງາມ­ຕາ. ເມື່ອ­ຕາເວັນ­ລັບ­ຂອບ­ຟ້າ­ໄປ­ແລ້ວ ການກະ­ກຽມງານ­ກໍສໍາເລັດເສັດ­ສິ້ນ.
ຫຼັງ­ຈາກ­ຊໍາລະ­ຮ່າງກາຍ­ແລ້ວ ຫວານ­ໃຈ­ກໍ­ແຕ່ງ­ໂຕ­ໂດຍ­ນຸ່ງ­ຊຸດ­ໃໝ່­ທີ່­ແມ່­ຊື້­ໃຫ້ເປັນ­ຂອງ­ຂ­ວັນ. ນາງ­ຢືນ­ແຍງ­ຄີງ­ໂຕເອງ­ດ້ວຍດວງ­ໜ້າ­ທີ່­ປ່ຽມ­ລົ້ນ­ດ້ວຍ­ຮອຍ­ຍິ້ມ­ແຫ່ງ­ຄວາມ­ ພູມ­ໃຈ­ຕໍ່­ລັດ­ສະ­ໝີ­ຄວາມງາມ­ທີ່ເປັ່ງ­ປະ­ກາຍອອກ­ຈາກເງົາ­ໃນ­ ແວ່ນ­ແຜ່ນ­ໃຫຍ່. ອີກ­ບໍ່­ທໍ່­ໃດນາ­ທີ ໝູ່­ຄູ່­ຂອງນາງ­ກໍຈະ­ເດີນ­ທາງເຂົ້າ­ຮ່ວມ­ສະ­ຫຼອງ­ວັນເກີດ­ຂອງນາງ­ແລ້ວ, ນາງ­ຮູ້­ສຶກ­ຕື່ນເຕັ້ນ­ຈົນ­ໄດ້ຍິນ­ສຽງ­ສະ­ທ້ອນ­ຂອງ­ຫົວ­ໃຈ…
ແສງ­ໄຟ­ນິອອນ ­ສີ­ຂາວນວນ­ສາດ­ສ່ອງ­ໃສ່ດວງ­ໜ້າ­ໃສ­ທີ່ມຸມ­ພິ­ສົບ­ລົ້ນ­ອັ່ງ­ໄປ­ດ້ວຍ­ຮອຍ ­ຍິ້ມ­ອັນ­ຫວານ­ສົມ­ຊື່­ຂອງເຈົ້າຂອງງານວັນເກີດ…
“ສຸກ­ສັນ­ວັນເກີດເດີ, ຫວານ!” ສຽງ­ໃສໆ­ຈາກ­ໝູ່­ສະ­ໜິດ­ຜູ້­ຊື່ “ດາ” ດັງ­ກ້ອງເຂົ້າ­ຫູ ພ້ອມ­ດ້ວຍ­ຂອງ­ຂ­ວັນ­ຫໍ່ງາມໆ­ຍື່ນ­ໃຫ້­ຈາກ­ມື­ຂອງ­ໝູ່­ຮັກ­ຜູ້­ຊື່ “ຕ້າ”. ນອກ­ຈາກ­ນັ້ນ­ກໍມີ­ຜູ້­ຢິບ­ຜູ້ຍື່ນ­ບໍ່­ຈັກ­ວ່າຊອງ­ຂາວ, ຫໍ່­ຂອງ­ຂ­ວັນ, ເງິນ­ສົດ­ຈາກຍາດ­ພີ່ນ້ອງ­ແລະ­ໝູ່ອີກ­ຈໍານວນ­ໜຶ່ງ ຈົນນາງ­ຮັບເອົາ­ຄໍາອວຍ­ພອນ ­ແລະ­ຂອງ­ຂ­ວັນ­ນໍາເກືອບ­ບໍ່­ທັນ.
“ກຽມເປົ່າເຄັກເດີ!” ນ້າສາວ­ໃບ­ຜູ້ກະ­ກຽມເຄັກ­ວັນເກີດມາ­ແຕ່­ໃນເມືອງບອກ­ຜູ້ເປັນ­ຫຼານ ພ້ອມ­ທັງເອົາ­ໄຟ­ແຊັກ­ໄຕທຽນ­ໄຂ­ສີ­ຈໍານວນ 14 ເຫຼັ້ມ. ບັນດາ­ໝູ່­ຄູ່­ຮຸ່ນດຽວ­ກັນ ­ແລະ­ເດັກ­ນ້ອຍ­ທີ່ເປັນ­ລູກ­ຂອງ­ນ້າສາວ ພ້ອມ­ດ້ວຍ­ບັນດາ­ແຂກ­ຜູ້­ໃຫຍ່­ພາ­ກັນ­ຢືນ­ອ້ອມ­ໂຕະ­ເຄັກ ສົ່ງ­ສຽງອວຍ­ພອນເປັນເພງ­ສຸກ­ສັນ­ວັນເກີດ­ໃນເວີເຊິນ­ພາສາ­ອັງ­ກິດ: “Happy birthday to you… Happy birthday to ຫວານ­ໃຈ”
ເມື່ອ­ສຽງເພງ­ສິ້ນ­ສຸດ ສາວ­ນ້ອຍ­ຫວານ­ໃຈ­ກໍເປົ່າ­ໄຟເທິງ­ທຽນ­ທັງ­ສິບ­ສີ່ເຫຼັ້ມ­ດັບມອດ­ລົງ. ­ແສງ­ໄຟເຫຼື້ອມມາບໆ­ຈາກ­ກ້ອງ­ຖ່າຍ­ບໍ່­ຈັກ­ຈາກ­ແຈ­ໃດ­ຕໍ່­ແຈ­ໃດ…
“ຍິ້ມ­ຫວານໆ­­ແດ່!” ສຽງ­ນ້າເຂີຍ­ຮ້ອງ­ໃສ່­ພ້ອມ­ທັງ­ກົດ­ກ້ອງ­ດັງ­ແກຼັ໊ກ.
“ຖ່າຍເຮົາ­ກັບ­ແມ່ ­ແດ່!” ຫວານ­ໃຈບອກ­ນ້າເຂີຍ ພ້ອມ­ທັງ­ນໍາເອົາຂອງ­ຂ­ວັນ­ທີ່­ໄດ້­ໂດຍ­ສະ­ເພາະ­­ແມ່ນເງິນ­ແລະ ­ຊອງ­ຂາວມອບ­ໃຫ້­ຜູ້­ແມ່. “ນີ້­ແມ່ນ­ຂອງ­ຂ­ວັນ­ສໍາ­ລັບ­ແມ່ ເພາະ­­ແມ່ເປັນ­ຜູ້­ໃຫ້ກໍາເນີດ­ແກ່­ຊີວິດ­ຂອງ­ລູກ. ລູກ­ຂໍສະ­­ແດງ­ຄວາມ­ຮູ້ບຸນ­ຄຸນ­ຕໍ່­ແມ່ ­ແລະ­ຈະ­ເປັນ­ລູກ­ທີ່ດີ­ຂອງ­ແມ່­ຕະ­ຫຼອດ­ໄປ.” ເວົ້າ­ສຸດນາງ­ກໍເຂົ້າ­ໄປ­ໂອບກອດ­ແມ່ດ້ວຍ­ຄວາມ­ຮັກ­ແລະ­ບູຊາ. ­ແມ່­ຮູ້­ສຶກເໝືອນ­ມີ­ຫຍັງມາ­ຕັນ­ຢູ່­ຮູຄໍ ດວງ­ຕາ­ຮ້ອນ­ວູ່ໆ­ຄືກັບ­ວ່າເຂື່ອນ­ນໍ້າຕາ­ຊິ­ພັງອອກມາ.
ພໍ່­ທີ່­ຢືນ­ ຄຽງ­ຂ້າງ­ນັ້ນ ກໍຮູ້­ສຶກເຊັ່ນດຽວ­ກັບ­ຜູ້ເປັນ­ແມ່ ­ແນມເບິ່ງ­ສອງ­ແມ່­ລູກ­ໂອບກອດ­ກັນ­ຢ່າງ­ປື້ມ­ໃຈ. ໝູ່­ຄູ່­ແລະ­­ແຂກ­ຄົນ­ທີ່ມາ­ໃນງານ­ຕ່າງ­ກໍຮູ້­ສຶກເປັນ­ສີ­ຄ້ອຍໆ­­ ໃຈ­ກັບ­ພາບ­ດັ່ງ­ກ່າວ…
“­ແລະ­ນີ້­ແມ່ນ­ຂອງ­ຂ­ວັນ­ສໍາ­ລັບ­ພໍ່.” ນາງເອົາພາບ­ແຕ້ມ­ຈາກ­ສີມື­ຂອງນາງມອບ­ໃຫ້ ­ແລະ­ເຂົ້າສວມກອດ­ພໍ່ດ້ວຍ­ຄວາມເຄົາ­ລົບ­ຮັກ…
--------------------
ដាក់ផ្សាយដោយ ប៉ាកកាខ្មែរ វេលា 07:12 No comments:
Email ThisBlogThis!Share to XShare to FacebookShare to Pinterest
ស្លាក: ເລື່ອງສັ້ນລາວLao Short Story, រឿងខ្លីឡាវខ្មែរ

ການລໍຄອຍ


ການລໍຄອຍ

ដោយ Sengfa Hola (កំណត់ត្រា​) ថ្ងៃ អាទិត្យ​​, ខែ កុម្ភៈ​​​​ 17, 2013 ម៉ោង 8:12ល្ងាច​
ທ້ອງຟ້າ­ຂອງ­ຄືນ­ນີ້ໃສກະ­ຈ່າງ ດວງ­ຈັນ­ທໍແສງປະ­ກາຍເຈີດຈ້າ ໂດຍ­ມີດາວດວງນ້ອຍ­ນັບລ້ານ­ສົ່ງປະ­ກາຍ­ຍິບ­ຍັບ­ຢູ່ອ້ອມຂ້າງ… ສຸລິຍານັ່ງ­ດີດ­ກິຕ້າ­ຢູ່­ພື້ນຫຍ້າ ຂ້າງ­ຫໍພັກດ້ວຍ­ຫົວໃຈລັນ­ຈວນ ຫວນຄະ­ນຶງ­ຫາຍອດ­ດວງໃຈທີ່­ບໍ່ໄດ້­ພົບໜ້າກັນເປັນເວລາເກືອບ­ສອງ­ອາ­ທິດເຕັມໆ­… ດ້ວຍ­ຄວາມ­ຄິດ­ຮອດເກືອບໃຈຈະ­ຂາດ ສຽງ­ສາຍ­ກິຕ້າ­ທັງ­ຫົກ­ທີ່­ສັ່ນສະ­ເນືອນເປັນ­ຄື້ນ­ສຽງ­ທໍານອງໂສກ ຟັງແລ້ວເຮັດໃຫ້ຫວນ­ຫາວັນເກົ່າໆ­ທີ່ເຕັມໄປດ້ວຍ­ຄວາມ­ປວດລ້າວໃນ­ຫົວໃຈ… ອົດ­ກັ້ນ­ຄວາມເຈັບ­ຢູ່ໃນ­ຊວງເອິກ­ບໍ່­ຢູ່ ສຽງໃສໆ­ຈາກ­ຮູຄໍຂອງ­ໜຸ່ມໄວຊາວຖ້ວນ ຖືກລະ­ບາຍ­ອອກ­ມາເປັນ­ບົດເພງປະ­ສານ­ສຽງ­ກິຕ້າ…

+ ຄໍ່າ­ຄືນ­ນັ້ນ..........ອ້າຍ­ສຸດແສນ­ມົ່ນ­ໝອງ
ບໍ່­ມີນ້ອງ................ມາ­ຢູ່­ຄຽງ­ຊິດໃກ້
ໄດ້ແຕ່ຄອຍ...........ການ­ມາ­ຂອງ­ຍອດ­ດວງໃຈ
ນ້ອງໄປໃສ............ຈຶ່ງໄດ້­ລືມ­ຄໍາ­ສັນ­ຍາ

+ ຄໍ່າ­ຄືນ­ນັ້ນ...........ດວງ­ຈັນ­ສິ້ນ­ລັດສະ­ໝີ
ນ້ອງ­ຄົນ­ດີ..............ເປັນຫຍັງ­ຈຶ່ງ­ບໍ່­ມາ
ໄດ້ແຕ່ຄອຍ............ໃຈລອຍດ້ວຍ­ຄວາມໂສກາ
ປວດ­ອຸລາ..............ແກ້ວຕາ­ທໍາໄດ້­ລົງ­ຄໍ

- ອ້າຍ­ຄອງຖ້າ........ດ້ວຍໃຈແສນ­ທໍລະ­ມານ
ຄິດ­ສົງ­ສານ............ຕົວເອງ­ທີ່ໄດ້­ລົງ­ລໍ
ເຝົ້າແຕ່­ຝັນ.............ຝັນ­ຫານ້ອງ­ນວນລະ­ອໍ
ລືມແລ້ວບໍ...............ຈໍມໍທີ່­ຂຽນ­ຝາກໃຫ້

+ ຄໍ່າ­ຄືນ­ນີ້..............ອ້າຍ­ຄົງ­ມີຄວາມ­ຫວັງ
ບົນເສັ້ນ­ທາງ............ທີ່­ພົມດ້ວຍ­ດວງ­ດອກໄມ້
ອ້າຍຈະ­ຄອຍ............ການ­ມາ­ຂອງ­ຍອດ­ດວງໃຈ
ເຖິງຈະ­ນານ­ປານໃດ...ອ້າຍ­ນີ້­ກໍຈະ­ຄອຍ…

ພໍແຕ່­ສຽງເພງ­ຈົບ­ລົງ ສຽງ­ຕົບ­ມືກໍດັງ­ຕິດ­ຕາມ­ມາ ເຮັດໃຫ້­ຊາຍ­ໜຸ່ມສະ­ດຸ້ງເລັກນ້ອຍ ແລ້ວຫັນໜ້າໄປທີ່ເຈົ້າ­ຂອງ­ສຽງ­ຕົບ­ມື… ຫົວໃຈເຂົາເຕັ້ນ­ຕຶກ­ຕັກ ປານ­ກັບເຄື່ອງ­ຈັກ­ທີ່ພວມສະ­ຕາດໃໝ່ໆ­…
“ດວງສະ­ໝອນ!!!” ເຂົາອຸທານ­ຊື່ຂອງເຈົ້າ­ຂອງໃບໜ້າງາມໃສທີ່ພວມ­ນັ່ງ­ລົງເຊິ່ງໜ້າເຂົາ.
“ຈັ່ງແມ່ນຮ້ອງມ່ວນ­ນໍ!” ສຽງໃສໆ­ກ່າວຊົມເຊີຍ ເຮັດໃຫ້­ຫົວໃຈຊາຍ­ໜຸ່ມ­ຍິ່ງເຕັ້ນແຮງ ກົ້ມໜ້າ­ຫຼຽວເບິ່ງ­ສາຍ­ກິຕ້າແບ­ບ­ອາຍໆ­…
“ເພງ­ນີ້­ຄືບໍ່ເຄີຍໄດ້­ຍິນໃຜຮ້ອງ­ມາກ່ອນ… ແຕ່ງເອງ­ບໍ?”
“ແມ່ນແລ້ວ, ແຕ່ງເອງ. ແຕ່ງ­ມອບແດ່ໃຜຜູ້­ໜຶ່ງ­ທີ່­ລືມ­ສັນ­ຍາ…” ເຂົາກັ້ນໃຈເວົ້າອອກ­ມາດ້ວຍໃບໜ້າ­ຮ້ອນ­ວູ່ໆ­.
“ແມ່ນໃຜນໍ ທີ່­ລືມ­ສັນ­ຍາ­ຫັ້ນນ່າ? ບອກໃຫ້­ຮູ້ແດ່ແມ້! ຊິເປັນ­ກໍາມະ­ການ­ກາງໃຫ້.” ຍິງ­ສາວທັງເວົ້າ­ທັງປ່ອຍ­ສຽງ­ຮິໆ­ອອກ­ມາ­ຢ່າງ­ຄົນ­ອາ­ລົມ­ດີ.
“ກະ­ຊິມີໃຜ. ກະ­ຜູ້­ທີ່­ບໍ່­ມາ­ຕາມ­ນັດເມື່ອສອງ­ອາ­ທິດກ່ອນ­ຫັ້ນເດ!” ທັງເວົ້າ­ທັງ­ຈຶ້ງເບິ່ງໜ້າ­ຂອງ­ຍິງ­ສາວທີ່ເຫັນ­ພໍສະ­ຫຼົວໃຕ້ເງົາ­ຈັນ.
“ຈັ່ງແມ່ນໃຈນ້ອຍ­ນໍ. ຜິດ­ນັດດ້າມເທື່ອກໍຈົນໄດ້ເພງ­ອອກ­ມາເປັນ­ບົດ­ພຸ້ນນະ­! ແບບ­ນີ້ ຊິໄດ້­ຜິດ­ນັດເລື້ອຍໆ­ ເພື່ອເຈົ້າ­ຊິໄດ້­ບົດເພງເປັນອະ­ລະ­ບໍາ…” ຍິງ­ສາວເວົ້າ­ປົນ­ສຽງ­ຫົວ ພ້ອມ­ກັບແນມເບິ່ງໜ້າ­ຊາຍ­ໜຸ່ມດ້ວຍແສງ­ຕາເປັນປະ­ກາຍ.
“ຂະ­ໜາດ­ຜິດ­ນັດ­ຄັ້ງ­ດຽວ ຍັງເຈັບ­ສໍ່ານີ້. ຄັນ­ມີເທື່ອທີສອງ ຄົງໄດ້ນອນ­ປົວຫົວໃຈໃສ່­ນໍ້າເກືອເປັນແນ່ແທ້…” ຊາຍ­ໜຸ່ມກ່າວສຽງເສົ້າໆ­ ສາຍ­ຕາບໍ່ລະ­ຈາກໃບໜ້າງາມ.
“ຊິໄດ້­ລາ­ລົມກ່ອນເດີ ເພາະ­ຫົວໜ້າ­ຫໍພັກ­ມານໍາແລ້ວ. ຄັນ­ບໍ່­ຊັ້ນ ເພິ່ນ­ຊິຕັດຄະ­ແນນ­ຄຸນ­ສົມ­ບັດໄດ໋! ມື້­ອື່ນຢ່າ­ລືມໄປເຊຍ­ບານ­ສົ່ງ­ຍິງ­ຂອງຄະ­ນະ­ແດ່ເດີ!”
“ແນ່ນອນ. ແຕ່­ມື້­ອື່ນ­ຂໍລົມ­ນໍາ­ຕື່ມ­ອີກ­ຈັກ­ສິບ­ນາ­ທີເດີ! ມື້­ນີ້ ລົມ­ກັນ­ຊົ່ວງູແລບ­ລີ້ນ ກໍໄປແລ້ວເດ! ຈັ່ງແມ່ນ­ນໍ!”
“ຄືວ່າແຫຼະ­ ຂອງ­ດີມີໜ້ອຍ!!!ໄປກ່ອນເດີ! ນອນ­ຫຼັບ­ຝັນ­ດີ!”
ຍິງ­ສາວຈາກໄປແລ້ວ ຄົງ­ຍັງເຫຼືອແຕ່ເຂົາກັບ­ກິຕ້າ­ຄູ່­ຊີບກ່ອມ­ກັນໃນ­ລາ­ຕີທີ່ແສນໂຣແມນ­ຕິກ­ນີ້…

ដាក់ផ្សាយដោយ ប៉ាកកាខ្មែរ វេលា 07:07 No comments:
Email ThisBlogThis!Share to XShare to FacebookShare to Pinterest
ស្លាក: ເລື່ອງສັ້ນລາວLao Short Story, រឿងខ្លីឡាវខ្មែរ

ບົດຂຽນສັ້ນໆໃນໃບເຈ້ຍເຟືອງເກົ່າໆ


by: Sengfa Hola  

ໃນໄລຍະ­ພັກ­ພາກຮຽນທີໜຶື່ງ ແຕ່ລະ­ມື້ແມ່ໄດ້­ຈັດ­ຕາ­ຕະ­ລາງໃຫ້ນ້ອຍ ແລະ­ນີດຕ້ອງ­ມີວຽກເຮັດ ໂດຍສະ­ເພາະ­ແມ່ນ­ການອະ­ນາໄມເຮືອນ­ຊານ­ທັງໃນແລະ­ນອກໃຫ້ສະ­ອາດ­ງາມ­ຕາ. ມື້­ນີ້ຕ້ອງໄດ້­ທໍາ­ຄວາມສະ­ອາດຫ້ອງມ້ຽນ­ປຶ້ມ... ຊົ່ວຊິແລ້ວ ກໍໃຊ້ເວລາ­ຫຼາຍ­ຊົ່ວໂມງເຕີບ ຍ້ອນ­ທັງ­ປັດ­ຂີ້­ຝຸ່ນ­ທັງອ່ານ­ບັນ­ດາ­ປຶ້ມ­ທີ່ໜ້າ­ສົນໃຈໄປພ້ອມ... ຂະ­ນະ­ທີ່ພວມ­ຈັດ­ປຶ້ມໃຫ້ເປັນລະ­ບຽບ­ຢູ່­ນັ້ນ, ນິດ­ກໍເດ່ເອົາໃບເຈ້ຍເຟືອງເກົ່າໆ­ທີ່­ມີຮອຍ­ໜັງ­ສືສີຟ້າ­ຈາງໆ­ຍ້ອນ­ມັນ­ ຄົງ­ຖືກ­ບັນ­ທຶກ­ມາກ່ອນ­ທີ່ນ້ອຍຈະ­ເກີດ...
“ແມ່ນ­ໜັງ­ສືຜູ້ໃດ­ຂຽນ­ໜິ່! ຂຽນ­ປານໄກ່ເຂ່ຍເອົາໂລດ! ອ່ານເກືອບ­ບໍ່ອອກ! ເອື້ອຍນ້ອຍ­ລອງອ່ານເບິ່ງ­ດຸ໊!”
ນ້ອຍ­ບໍ່­ລໍຊ້າ ເຖິງຈະ­ອ່ານ­ຍາກ ກໍພະ­ຍາຍາມອ່ານ ເພາະ­ເປັນ­ນັກ­ສອດ­ຮູ້ສອດເຫັນ­ຢູ່ແລ້ວ...

ດວງ­ຕາເວັນ­ສູງ­ ຂຶ້ນ­ທຽມ­ຍອດ­ກົກ­ຈໍາ­ປາແລ້ວ, ຄວາມຮ້ອນເອົ້າ­ຂອງ­ຍາມເດືອນຫ້າໄດ້ແຜ່ກະ­ຈາຍໄປທົ່ວ. ຂ້ອຍ­ຢືນເອົາມືກັ້ງໂກບແນມໄປທີ່ເດີ່ນຫຍ້າກ້ອງ­ກົກ­ບົກດ້ວຍ­ຫົວໃຈອັນຮ້ອນ­ຮົນ. ພາບ­ທີ່ສະ­ທ້ອນເຂົ້າ­ສູ່ດວງ­ຕາແມ່ນຮ່າງ­ຂອງ­ຍິງ­ສາວນາງ­ໜຶ່ງ­ ຊຶ່ງ­ຢູ່ໃນ­ຊຸດ­ນັກ­ສຶກ­ສາ ພວມ­ນັ່ງ­ພັບແພບອ່ານ­ປຶ້ມດ້ວຍ­ຄວາມ­ຕັ້ງໃຈ. ຂ້ອຍ­ຕັດ­ສິນໃຈຢ່ວງ­ບາດ­ຕີນໄປເບື້ອງໜ້າ­ຢ່າງວ່ອງໄວຄ້າຍ­ ຄືວ່າມີແມ່ເຫຼັກ­ດຶງ­ດູດເອົາ.
“ຈັ່ງແມ່ນ­ດຸໝັ່ນເອົາແທ້ເອົາວ່າແທ້ໆ­ນໍ, ຫົວໜ້າ” ຂ້ອຍເອີ່ຍ­ຂຶ້ນດ້ວຍ­ສຽງເຍີ້ຍ­ສຽດ­ສີ.
ຜູ້­ຖືກເຍີ້ຍ­ຖອນ­ ສາຍ­ຕາອອກ­ຈາກ­ປຶ້ມ­ທີ່ແຜ່ແບ­ຢູ່­ພື້ນຫຍ້າ ແລ້ວອວ່າຍໜ້າມາ­ຫາ­ຂ້ອຍດ້ວຍ­ສີໜ້າ­ຢາກຮ້າຍ ແຕ່ຄວາມ­ບູດ­ທີ່­ປາກົດເທິງໃບໜ້າບໍ່­ພໍນາ­ທີນັ້ນໄດ້­ຖືກ­ຮອຍ­ຍິ້ມ­ ທີ່­ມຸມ­ສົບ­ລຶບເລືອນ­ອອກໄປ.
“ບໍ່­ດຸບໍ່­ໝັ່ນ ເຮັດໃດ­ຊິເສັງໄດ້!” ນາງປ່ອຍປະ­ໂຫຍກ­ລູກ­ສອນໄຟໃສ່ເກືອບຂ້ອຍຫງາຍເງີບ.
“ເປັນແນວໃດ ເສັງ­ພາກ­ຮຽນ­ທີໜຶ່ງໄດ້­ດີຢູ່­ບໍ?” ນາງ­ຖາມຂ້ອຍ­ທັງໆ­ທີ່­ນາງ­ຮູ້ຄະ­ແນນ­ຂອງຂ້ອຍສ່ວນໃດສ່ວນ­ໜຶ່ງແລ້ວ.
“ຊິໄດ້ຫຍັງເດ… ຕົກ­ຕັ້ງ 2-3 ວິຊາ­ພຸ້ນນະ­!” ຂ້ອຍ­ຕອບດ້ວຍ­ສຽງ­ອັນໄຮ້ພະ­ລັງ, ທອດ­ສາຍ­ຕາອອກໄປຍັງ­ຫົນ­ທາງເບື້ອງໃຕ້ຢ່າງ­ໝົດ­ອາໄລຕາຍ­ຢາກ.
“ຊິບໍ່ໃຫ້­ຕົກໄດ້ແນວໃດ!?! ແນ­ວວ່າເຈົ້າບໍ່ເບິ່ງ­ບົດ­ຮຽນ­ພໍໜ້ອຍ. ແຕ່ລະ­ມື້ແຕ່ລະ­ວັນເຫັນແຕ່ເຈົ້າ­ປ່ອຍປະ­ລະ­ເລີຍເວລາໃຫ້­ ສູນເສຍໄປນໍາການ­ຫິ້ຼນ­ການ­ຫົວທີ່ໄຮ້­ສາ­ລະ­.” ສຽງ­ຂອງ­ນາງໄດ້­ກາຍເປັນ­ມີດແຖອັນແຫຼມ­ຄົມເສືອດເສືອນ­ ໝາກກະ­ດອງໃຈຂອງຂ້ອຍຢ່າງ­ຮຸນແຮງ ຈົນເຮັດໃຫ້ຂ້ອຍ­ປາກ­ບໍ່ອອກ­ພໍຄວາມ ໄດ້ແຕ່­ນັ່ງເຮັດໜ້າແຫ່ວຄືຜູ້ເຖົ້າເມົາ­ຢານີ້ລະ­!
ນາງເຫັນຂ້ອຍ­ນັ່ງ­ຊຶງ­ ລຶງ­ຄືແນວນັ້ນ, ຈຶ່ງເທດສະ­ໜາ­ຕໍ່: “ເຈົ້າ­ຄົງ­ຮູ້­ດີແລ້ວຕິວ່າ ເວລາເປັນ­ສິ່ງ­ທີ່­ມີຄຸນຄ່າ­ທີ່­ສຸດ ຖ້າເຮົາ­ຮູ້­ຈັກ­ໝູນໃຊ້ ມັນ­ກໍກາຍເປັນກ້ອນ­ຄໍາ­ຂະ­ໜາດມະ­ຫຶມາ­ທີ່­ມີຄຸນຄ່າແກ່­ຊີວິດເຮົາ. ກົງ­ກັນຂ້າມ, ຖ້າເຮົາ­ປ່ອຍປະ­ມັນ­ຖິ້ມໄປລ້າໆ­ ມັນ­ກໍປຽບເໝືອນເສດເຫຼັກ­ຂີ້ໝ້ຽງ­ທີ່­ຖິ້ມ­ຢູ່ກອງ­ຂີ້ເຫຍື້ອເທົ່ານັ້ນ. ດັ່ງ­ນັ້ນແຫຼະ­ ເວລາ­ຈຶ່ງ­ຖືວ່າມີຄວາມ­ສໍາ­ຄັນ­ທີ່­ສຸດ­ຕໍ່­ຊີວິດໄວໜຸ່ມ­ຄືພວກເຮົາ. ສໍາ­ລັບຂ້ອຍ­ຜູ້ເວົ້ານີ້ ກໍບໍ່ໄດ້­ໝາຍ­ຄວາມວ່າ­ຂ້ອຍ­ໝູນໃຊ້ເວລາໃຫ້ເປັນປະ­ໂຫຍດໄດ້­ທຸກຊ່ວງ­ວິນາ­ທີ ແຕ່ຂ້ອຍ­ກໍໄດ້ພະ­ຍາຍາມ­ຝຶກ­ຝົນ­ຕົນໃຫ້­ຮູ້­ຈັກ­ໝູນໃຊ້ເວລາ. ສ່ວນເຈົ້າເດ ເຫັນເປັນແນວໃດ?”
ຂ້ອຍ­ມືນ­ຕາ­ ຫຼົກໂລ້ແນມເບິ່ງໜ້າອັນຜ່ອງໃສຂອງ­ນາງດ້ວຍ­ຫົວໃຈທີ່­ ຖືກກະ­ຕຸກ­ຈາກເຂັມຮ້ອຍໆ­ດວງ… ຄວາມ­ຢາກຮ້າຍ­ພຸ່ງ­ພົ້ນ­ຂຶ້ນ­ສູ່ແນວຄິດ, ເລືອດໃນ­ກາຍພ້ອມ­ພາກັນແລ່ນ­ປຸ້ມ­ຂຶ້ນ­ສູ່­ຫົວ, ຮູ້­ສຶກ­ອອກຮ້ອນ­ຫູວາບໆ­…
“ຂ້ອຍ­ບໍ່­ຈັກແນວຊິເວົ້າດອກ!” ຂ້ອຍປ່ອຍປະ­ໂຫຍກ­ນີ້ອອກ­ມາ­ຢ່າງ­ຍາກເຂັນ.
“ຈັ່ງ­ຊັ້ນ ຂ້ອຍ­ຂໍຕໍາ­ໜິເປັນ­ທາງສ່ວນ­ຕົວຕໍ່ເຈົ້າເລີຍວ່າໃນໄລຍະ­ຜ່ານ­ມາ ເຈົ້າຍັງ­ບໍ່­ທັນ­ຍົກ­ສູງ­ຄຸນຄ່າ­ຂອງເວລາ, ຍັງປ່ອຍ­ມັນ­ຖິ້ມໄປແບບເປົ່າ­ປະ­ໂຫຍດ, ຍັງ­ມີແນວຄິດ­ທີ່ວ່າ ເວລາໃນ­ການ­ຝຶກ­ຝົນ­ຕົນ­ຍັງ­ມີຫຼາຍໃນອະ­ນາ­ຄົດ, ສໍາ­ລັບ­ດຽວນີ້ ຫິ້ຼນໃຫ້­ມັນ­ສົມໃຈສາກ່ອນ. ຕໍ່­ກັບ­ບັນ­ຫານີ້, ຂ້ອຍ­ຖືວ່າ­ຜິດ­ພາດ­ທີ່­ສຸດ ເພາະ­ໄລຍະ­ນີ້ແມ່ນໄລຍະ­ທີ່­ສໍາ­ຄັນ­ທີ່­ສຸດໃນ­ການ­ ກໍ່ສ້າງ­ຕົນເອງໃຫ້­ກາຍເປັນ­ຊາວໜຸ່ມ­ຜູ້ກ້າວໜ້າ. ຖ້າເຮົາບໍ່ເອົາເວລານີ້, ເຮົາ­ຈະ­ເອົາເວລາໃດລະ­ ກໍ່ສ້າງ­ຕົນເອງ? ຈະ­ຝຶກ­ຝົນ­ຕອນເວລາເຮົາເຖົ້າ­ຊະ­ແລແກ່ຊະ­ລານັ້ນ­ບໍ?”
ຂ້ອຍໄດ້ແຕ່ຕອດເງົາງັອກໆ­ບໍ່­ປາກ­ ບໍ່ວ່າ­ຫຍັງ, ຄວາມ­ວຸ້ນ­ວາຍໄດ້ເກີດ­ຂຶ້ນໃນ­ຫົວຂອງຂ້ອຍ. ຄວາມ­ວຸ້ນ­ວາຍ­ດັ່ງກ່າວມັນແມ່ນ­ການ­ຕໍ່­ສູ້ແນວຄິດໃນໂຕຂອງຂ້ອຍເອງ.
“ມີທໍ່­ນັ້ນແຫຼະ­! ແລະ­ກໍຢ່າ­ຖືວ່າ­ຂ້ອຍ­ສັ່ງ­ສອນ, ຂ້ອຍ­ພຽງແຕ່ເວົ້າ­ຖານເພື່ອນຮ່ວມຫ້ອງ­ຮຽນ… ຖ້າມີອັນໃດແຕະ­ຕ້ອງເຖິງ­ຈິດໃຈຂອງເຈົ້າ ຂ້ອຍ­ກໍຂໍອະ­ໄພນໍາ­ຫຼາຍໆ­!”
ຂ້ອຍ­ບໍ່­ປາກ… ຢືດ­ຄີງ­ລຸກ­ຂຶ້ນກ້າວບາດ­ຕີນ­ກັບ­ຄືນ­ຫໍພັກຢ່າງເຊື່ອຍ­ຊາ.
ນາງແນມ­ນໍາ­ຫຼັງຂ້ອຍດ້ວຍ­ສາຍ­ຕາເປັນຫ່ວງ… ໃນ­ທີ່­ສຸດ­ນາງ­ຕັດ­ສິນໃຈຈັບເອົາ­ປຶ້ມແລ່ນ­ນໍາ­ຫຼັງຂ້ອຍ… “ຖ້າກ່ອນ, ສຸລີ!”
ຂ້ອຍ­ຢືນໂຕແຂງ­ຢູ່­ກັບ­ທີ່­ປານ­ດຽວກັບ­ຖືກ­ມົນສະ­ກົດ.
“ເຈົ້າ­ຄຽດໃຫ້ຂ້ອຍ­ຫວະ­?” ນາງ­ຖາມ­ສຽງ­ຫອບ.
“ບໍ່, ຂ້ອຍ­ຄຽດໃຫ້ໂຕຂ້ອຍເອງຕ່າງ­ຫາກ.” ຂ້ອຍເວົ້າ­ສຽງ­ສີແຄ້ນໆ­ຄືມີໝາກ­ຈອງ­ມາ­ຄ້າງ­ຢູ່­ຄໍ. “ຂ້ອຍ­ຂໍຂອບໃຈເຈົ້າ­ຫຼາຍໆ­ທີ່­ຕັກເຕືອນຂ້ອຍ, ເປັນຫ່ວງຂ້ອຍ… ຂ້ອຍຈະ­ພະ­ຍາຍາມປ່ຽນແປງ ແລະ­ຈະ­ຄ່ອບ­ລຶບລ້າງ­ຈຸດອ່ອນ­ດັ່ງກ່າວໃຫ້­ສູນສ້ຽງ. ມີອັນໃດ­ບໍ່­ຄັກ­ບໍ່ແນ່ສະ­ເໜີໃຫ້­ຫົວໜ້າກໍ່ສ້າງຊ່ວຍເຫຼືອຂ້ອຍແດ່­ ຫັ້ນແຫຼະ­!”
ຮອຍ­ຍິ້ມ­ງາມສະ­ດຸດ­ຕາ­ຂອງ­ນາງໄດ້ເຜີຍ­ອອກ­ຢູ່­ມຸມ­ພິສົບ ພ້ອມດ້ວຍ­ສໍານຽງ­ສຽງເວົ້າອັນມ່ວນ­ຫູ: “ຂ້ອຍ­ດີໃຈຫຼາຍ­ທີ່ໄດ້­ຍິນເຈົ້າເວົ້າ­ຄືແນວນີ້, ຂ້ອຍເຊື່ອໝັ້ນວ່າໃນ­ພາກ­ຮຽນ­ທີສອງ ເຈົ້າ­ຄົງ­ມີທ່າກ້າວໃໝ່. ສໍາ­ລັບຂ້ອຍເອງ­ກໍຈະ­ພະ­ຍາຍາມ­ບຸກໜ້າບືນໂຕສຸດ­ຂີດ ແລະ­ຈະ­ຊ່ວຍເຫຼືອເຈົ້າ­ທຸກຢ່າງມສຸດຄວາມ­ສາມາດ.”
ຈາກ­ຄໍາເວົ້າອັນ­ຈົບ­ ງາມ­ຄືດັ່ງກ່າວ, ມັນໄດ້ລະ­ດົມ­ຈິດໃຈຂອງຂ້ອຍໃຫ້ປອດໃສໜັກແໜ້ນ­ຂຶ້ນ­ຕື່ມ. ຂ້ອຍ­ຫຼົງ­ຍິ້ມ­ອອກ­ມາ­ຢ່າງ­ບໍ່­ຮູ້­ສຶກໂຕ.
“ຫົວໜ້າເອີຍ! ຂ້ອຍ­ຂໍປະ­ຕິຍານ­ຕໍ່­ຫົວໜ້າວ່າ ໃນ­ພາກ­ຮຽນ­ທີສອງ­ນີ້ ຂ້ອຍຈະ­ຂໍດັດແປງ­ຕົນເອງໃຫ້­ກາຍເປັນ­ຄົນໃໝ່ ແລະ­ຈະ­ຂໍເປັນ­ຄູ່ແຂ່ງ­ຂັນ­ທີ່ໜ້າ­ຮັກ­ຂອງ­ຫົວໜ້າ!!!”
ອາກາດ­ທີ່ຮ້ອນເອົ້າໄດ້ເພີກ­ຫາຍໄປ ເຫຼືອໄວ້ແຕ່ຄວາມເຢັນ­ສົດ­ຊື່ນ­ຂອງ­ສາຍ­ລົມ­ທີ່­ພັດໂຊຍ­ມາແຕ່ເບື້ອງ­ທິດ­ບົວລະ­ພາ…
-------------------------------------------------------
ដាក់ផ្សាយដោយ ប៉ាកកាខ្មែរ វេលា 07:03 No comments:
Email ThisBlogThis!Share to XShare to FacebookShare to Pinterest
ស្លាក: ເລື່ອງສັ້ນລາວLao Short Story, រឿងខ្លីឡាវខ្មែរ

ຫົວອົກຂອງພໍ່ (កូនមាសឪពុក)



“ຕື້ມ!!!” ສຽງດັງຟັງຄັກ ຈົນແວ່ນປ່ອງຢ້ຽມສັ່ນຍຶກໆ... ຄວາມຝັນທີ່ຫາກໍເລີ່ມຕົ້ນຕ້ອງມະຫັບມະຫາຍໄປ ເຫຼືອໄວ້ແຕ່ຄວາມເປັນຈິງທີ່ຫົວໃຈບໍ່ປາຖະໜາ... ທິດສອນຟ້າວລຸກຈາກບ່ອນນອນ ຄວ້າຫາໂສ້ງຂາຍາວມາໃສ່ ເປີດປະຕູກ້າວຂາອອກຢ່າງໄວໄປຫາຫ້ອງນອນຂອງລູກຊາຍຫຼ້າ...
“ແສນ!!!” ທິດຮ້ອງຊື່ລູກສຽງດັງ ແຕ່ບໍ່ມີສຽງຂານຮັບ ເມື່ອໄຟຫຼອດນິອອນແຈ້ງມາບຂຶ້ນ ຫົວໃຈສັ່ນຜິດປົກກະຕິ ໜັງຕາເບື້ອງຂວາຂະເໝັ່ນຍິກໆ. ເທິງຕຽງນອນເຫັນແຕ່ຜ້າຫົ່ມພັບໄວ້ຢ່າງເປັນລະບຽບຢູ່ເທິງຫົວບ່ອນນອນ...

ທິດສອນຟ້າວແລ່ນລົງຂັ້ນໄດລົງມາຫາຫ້ອງນອນຂອງລູກຊາຍກົກ ເຫັນປະຕູຫ້ອງໄຂຈ່າງປ່າງ ໄຟບໍ່ໄດ້ມອດ. ໄປເບິ່ງຫ້ອງມ້ຽນລົດ ຈຶ່ງຮູ້ວ່າຄໍາສິດອອກຈາກເຮືອນໄປແລ້ວ. ບໍ່ທັນຈະຄິດຫາຫຍັງ ຂາກໍພາໄປທີ່ລົດເກັງຄັນງາມ... ພາບຫວ່າງຕອນກິນເຂົ້າແລງຍັງປະທັບແໜ້ນໃນຫ້ວງຄວາມຄິດ…“ກິນເຂົ້າແລ້ວ, ໃຫ້ພາກັນນອນເດີ! ຢ່າອອກໄປນອກເປັນເດັດຂາດ! ຫາກໃຜຂືນຄຳສັ່ງ ພໍ່ຈະລົງໂທດຢ່າງໜັກ!” ທິດສອນສັ່ງລູກຊາຍທັງສອງດ້ວຍສຽງສີຢາກຮ້າຍ.
ບໍ່ມີຄຳຕອບຈາກລູກຊາຍທັງສອງ ມີແຕ່ຄວາມງຽບທີ່ປົກຄຸມບັນຍາກາດໃນຫ້ອງກິນເຂົ້າ… ທິດກໍເລີຍກ່າວອອກໄປອີກວ່າ:
“ມື້ອື່ນໃຫ້ສິດໄປຮັບເອົາແມ່ຢູ່ເດີ່ນຍົນຕອນເຊົ້າເດີ!”
“ໂດຍ!” ຄຳສິດຮັບຄຳ ແລ້ວກໍມ້ຽນພາເຂົ້າ. ສ່ວນຄຳແສນຍ່າງອອກໄປຫ້ອງໂຖງ…
“ແສນມາລົມກັບພໍ່ໜ້ອຍໜຶ່ງກ່ອນ.”
ລູກຊາຍຫຼ້າຍ່າງກັບເຂົ້າມາຫາດ້ວຍໃບໜ້າບໍ່ສູ້ແຈ່ມໃສປານໃດ.
“ນັ່ງລົງກ່ອນຕິ, ລູກ” ທິດກ່າວສຽງເຍີບໆ ກ່ອນຄຳແສນຈະນັ່ງລົງຕັ່ງເຄິ່ງໜ້າ.
“ພໍ່ມີຫຍັງບໍ?” 
“ພໍ່ໄດ້ຮັບຈົດໝາຍຈາກໂຮງຮຽນວ່າລູກຂາດຮຽນຫຼາຍ! ແມ່ນແທ້ບໍ່?”
ຄຳແສນບໍ່ປາກ ໄດ້ແຕ່ກົ້ມໜ້າ.
“ເປັນຫຍັງລູກຈຶ່ງຂາດໂຮງຮຽນຫຼາຍແທ້!?! ຜ່ານມາພໍ່ເຄີຍປະເອີບໃຈນຳລູກທີ່ຮຽນເກັ່ງຈົນໄດ້ເປັນຕົວແທນຂອງໂຮງຮຽນໄປເສັງຢູ່ຂັ້ນນະຄອນຫຼວງ.”
ຄຳຕອບຂອງລູກຊາຍຫຼ້າມີແຕ່ຄວາມມິດງຽບຈາກປາກທີ່ຖືກເມັ້ມຈົນແໜ້ນ. ເມື່ອເຫັນອາການລູກເປັນແນວນັ້ນ ຜູ້ເປັນພໍ່ຈຶ່ງເວົ້າເສີມຂຶ້ນອີກວ່າ:
“ເວລາບໍ່ທັນຫຼ້າທັນສວາຍດອກ ລູກເອີຍ! ພໍ່ເຊື່ອວ່າລູກສາມາດປ່ຽນແປງແນວຄິດຈິດໃຈຂອງຕົນເອງໄດ້... ຄວາມພາດພັ້ງທີ່ຜ່ານມານັ້ນຂໍໃຫ້ຖືວ່າເປັນບົດຮຽນສາ! ແລະນັບແຕ່ມື້ອື່ນນີ້ເປັນຕົ້ນໄປ ຂໍໃຫ້ລູກໄປໂຮງຮຽນເປັນປົກກະຕິຄືດັ່ງສະໄໝລູກຮຽນຢູ່ມັດທະຍົມຕົ້ນເດີ!” ທິດເອົາມືລູບຫົວລູກດ້ວຍຄວາມຮັກກ່ອນຈະລຸກອອກຈາກຫ້ອງກິນເຂົ້າໄປ… ແຕ່ຄຳເວົ້າຄຳວ່າທີ່ສະແດງເຖິງຄວາມເປັນຫ່ວງຂອງພໍ່ຊຶ່ງໄດ້ກ່າວໄປຫວ່າງຫົວຄໍ່ານັ້ນ ບໍ່ມີຜົນສັກສິດຫຍັງເລີຍ: ລູກຊາຍທັງສອງໄດ້ອອກຈາກເຮືອນໄປທ່າມກາງສຽງທີ່ກະທົບກະເທືອນໝາກຫົວໃຈຂອງຜູ້ເປັນພໍ່…
ທິດຢຽບຄັນເລັ່ງໃຫ້ລົດພຸ່ງໄປທາງໜ້າດ້ວຍໃຈອັນຮ້ອນຮົນ… ແສງຕາສາດໄປເບື້ອງໜ້າ ເຫັນລົດປ້າຍແດງຄັນໜຶ່ງແລ່ນແຊງຂຶ້ນໜ້າຢ່າງໄວ, ເຫັນດັ່ງນັ້ນ ຈຶ່ງຂັບນຳຫຼັງໂດຍບໍ່ໃຫ້ລົດດັ່ງກ່າວລະອອກຈາກສາຍຕາ... ແລະໃນທີ່ສຸດ ລົດປ້າຍແດງຄັນນັ້ນກໍຜ່ອນຄວາມໄວ ແລະຄ່ອຍໆຫ້າມລໍ້ໃຫ້ຢຸດຢູ່ຕໍ່ໜ້າຮ້ານຊັກລີດຄຸ້ມສີເມືອງ ຖະໜົນສາມແສນໄທ. ເຖິງແມ່ນຈະເປັນເວລາຂ້ອນຄືນແລ້ວກໍຕາມ ຢູ່ຫັ້ນມີຜູ້ຄົນມາຫຸ້ມເບິ່ງເຫດການເຕັມ.
“ຄົງເກີດເລື່ອງແນ່ນອນ!” ທິດສອນເວົ້າກັບຕົນເອງ ແລ້ວຈອດລົດໄວ້ຂ້າງທາງ, ໄຂປະຕູລົງຈາກລົດ ກ້າວຂາໄປເບື້ອງໜ້າດ້ວຍອາການສີສັ່ນໆເຊັນໆ.
“ເກີດຫຍັງຂຶ້ນ?” ທິດຖາມຊາຍຜູ້ໜຶ່ງທີ່ຢືນຢືດຄໍເບິ່ງເຈົ້າໜ້າທີ່ຕຳຫຼວດກຳລັງປະຕິບັດໜ້າທີ່.
ຍັງບໍ່ທັນທີ່ຊາຍຄົນນັ້ນຈະຕອບ, ທິດສອນຕ້ອງເຮັດຕາລົກໂລ້ຂຶ້ນ ຫົວໃຈຕົກຫວາມບາດໜຶ່ງ ເພາະຊາຍທີ່ຖືກເຈົ້າໜ້າທີ່ຫາມໃສ່ເປແຫວກຝຸງຄົນອອກມານັ້ນ ເຖິງເຄື່ອງນຸ່ງແລະຕົນຕົວຈະຂາດຫວ້າຍໄປດ້ວຍຮອຍໄໝ້ດຳຂື້ຫຼື້ ກໍເຮັດໃຫ້ທິດອົດຫຼົງຮ້ອງດ້ວຍສຽງອັນດັງບໍ່ໄດ້: “ແສນ!!” ພ້ອມກັບແລ່ນຖະຫຼາເຂົ້າຫາ ເຮັດໃຫ້ເຈົ້າໜ້າທີ່ທີ່ຫາມເປຢູ່ນັ້ນຕ້ອງຢຸດແບບອັດຕະໂນມັດ. 
“ລຸງເປັນພີ່ນ້ອງກັບຜູ້ຕາຍຫວາ?” 
ຍັງບໍ່ທັນທີ່ຈະຕອບແນວໃດ ກໍມີມືມາຈັບແຂນ ເຮັດໃຫ້ທິດຕ້ອງຫຼຽວງວາກມາຍັງເຈົ້າຂອງມືທີ່ຈັບແຂນໄວ້ຢ່າງແໜ້ນ. ພໍແຕ່ເຫັນໜ້າ ເຖິງຈະບໍ່ແຈ້ງປານໃດ ແຕ່ກໍຮູ້ສຶກຕົນໂຕເບົາແວ່ງປານໄດ້ຂຶ້ນສູ່ສວງສະຫວັນທັງເປັນ… ນໍ້າຕາຊຶມເບົ້າດ້ວຍຄວາມຕື້ນຕັນໃຈ… ໃຊ້ມືໂອບກອດຊາຍທີ່ມາຈ່ອງແຂນຢ່າງສຸດຖະໜອມ…
“ໂອ້! ແສນ! ພໍ່ຄຶດວ່າລູກແມ່ນຊາຍທີ່ນອນເປນັ້ນຊັ້ນດອກ!”
“ລູກຂໍໂທດທີ່ເຮັດໃຫ້ພໍ່ເປັນຫ່ວງ. ລູກແລະອ້າຍສິດໄດ້ພາກັນລັກອອກຈາກເຮືອນ ໂດຍຝືນຄຳສັ່ງຂອງພໍ່!” ລູກຊາຍຫຼ້າກ່າວອອກມາດ້ວຍສຽງເຄືອໆແບບສຳນຶກຜິດ…
“ສິດເດລະ?” ທິດຖາມຫາລູກຊາຍກົກ.
“ອ້າຍສິດໄປຊ່ອຍເຈົ້າໜ້າທີ່ລຳລຽງຄົນເຈັບໄປໂຮງໝໍ. ພໍ່ກັບເມືອກ່ອນສາ ເພາະເດິກແລ້ວ, ອີກປະມານເຄິ່ງຊົ່ວໂມງ ພວກລູກຈຶ່ງຊິເມືອຕາມຫຼັງ.” 
“ອ້າວ! ເປັນຫຍັງບໍ່ເມືອພ້ອມກັນ?”
“ເພາະພວກລູກທັງສອງເປັນສະມາຊິກໜ່ວຍກູ້ໄພຂອງສະມາຄົມເມດຕາທຳ…”
“ພວກລູກເປັນຍາມໃດຄືບໍ່ເຫັນບອກພໍ່ໃຫ້ຮູ້? ປ່ອຍໃຫ້ພໍ່ເປັນຫ່ວງໃຈເກືອບຂາດຍ້ອນ!” ທິດສອນທັງເວົ້າທັງເອົາມືໄປບິດຫູລູກ ພ້ອມກັບປ່ອຍສຽງຫົວຮຶໆອອກມາຢ່າງສຸກໃຈແບບບໍ່ເຄີຍເປັນມາກ່ອນ…

ຂຽນໂດຍ ອ. ແສງຟ້າ ໂຫລານຸພາບ
ដាក់ផ្សាយដោយ ប៉ាកកាខ្មែរ វេលា 06:59 No comments:
Email ThisBlogThis!Share to XShare to FacebookShare to Pinterest
ស្លាក: ເລື່ອງສັ້ນລາວLao Short Story, រឿងខ្លីឡាវខ្មែរ

Tuesday, 14 June 2011

រឿង ឆ្លងមេគង្គ

រឿងឆ្លងមេគង្គ



by Tararith and Chumnor

ខ្ញុំជាម៉ុង ដែលឡាវហៅពួកយើងថា ផៅម៉ុង ឬឡាវស៊ូង ពួកយើងមិន មែនជាមនុស្សព្រៃទេ តែខ្ញុំរស់នៅក្នុងព្រៃលើទឹកដី នៃប្រទេសកម្ពុជារស់ នៅក្នុងព្រៃដ៏ជ្រៅ ជាមួយជនជាតិម៉ុងឯទៀត គ្រួសារយើងធំមាន​ចំនួន ជាង៥០នាក់។ ប្រវត្តិរបស់គ្រួសារខ្ញុំ គឺពួកយើងជាជនជាតិ ដែលគ្មានទឹក ដី យើងរស់នៅក្នុងប្រទេសឡាវ មុនពេលឪពុកខ្ញុំស្លាប់ លោកបានប្រាប់ នូវរឿងរ៉ាវដ៏ឈឺចាប់ដល់ខ្ញុំ។ ពុកប្រាប់ឲ្យខ្ញុំតាមរក ម៉ែ និងជនជាតិម៉ុងឯ ទៀត ដើម្បីរួបរួមគ្នាជួយសង្រ្គោះគ្នា ព្រោះជនជាតិម៉ុងយើងរងទុក្ខមក យូរហើយពុកថា “ចង្កឹះមួយបាច់គេកាច់មិនបាក់”។ តែខ្ញុំឃើញម៉ុងយើង អស់សង្ឃឹម ព្រោះយើងសង្រ្គាមរហូត ដែលមុននេះ ដូនតាយើងជួយ ទាហានឡាវ ច្បាំងជាមួយសៀមឈ្លានពាន ឥឡូវយើងជាអ្នកជំនាន់ថ្មី ធំ ដឹងក្ដីក្នុងព្រៃស្រោង ពួកយើងមិនចេះអក្សរ សូម្បីប្រពៃណីក៏ស្ទើរតែ បាត់បង់ដែរ ឯបុរសខ្លះវិញ ជក់កញ្ឆាអាភៀន ផឹកស្រា មិនសមជាទី សង្ឃឹមរបស់ដូនតាម៉ុង ដូចដែលខ្ញុំបានគិតឡើយ។


ខ្ញុំជាស្រីមែន តែខ្ញុំចាប់កាន់អាវុធនៅអាយុដប់ពីរឆ្នាំ គឺក្រោយពេលដែល ឪពុកខ្ញុំ និងបងប្អូនម៉ុងឯទៀតព្រាត់បែកគ្នានៅទន្លេមេគង្គ។ ខ្ញុំរស់រសាត់ អណ្ដែតជាមួយម៉ុងមិនមែនជាសាច់ញាតិ តែជាជាតិម៉ុងដូចគ្នា ពួកគេ តែងតែជួយទំនុកបម្រុង ជួយនាំទៅលាក់ខ្លួនក្នុងព្រៃ ពេលមានអាសន្ន មកដល់ម្តងៗ។ ជាងដប់ឆ្នាំហើយ ខ្ញុំមិនដែលឃើញទីក្រុងវៀងចន្ទន៍ និង ទីកំណើតដូនតា នៅឯឡុងឈាងម្ដងណាទេ ពួកយើងរត់ចោលភូមិដ្ឋាន រស់នៅប្ដូរកន្លែងក្នុងព្រៃដ៏ជ្រៅនេះ។ ចាស់ៗតែងដំណាលពីភាពត្រកាល ក្នុងភូមិម៉ុងឈ្មោះឡុងឈាង ពីវៀង ចន្ទន៍ និងសៃស៊ុមប៊ូន ខ្ញុំបានត្រឹម តែស្រមៃប៉ុណ្ណោះ។ ពួកគាត់និយាយពីភាពរីករាយតិចណាស់ ភាគ ច្រើនយើងពិភាក្សាគ្នារកច្រកចេញពី ព្រៃដ៏ងងឹតនេះ។

ព្រះអាទិត្យរះ តែរកមើលអ្វីមិនយល់ ព្រៃក្នុងតំបន់កន្ទុយនាគ លាក់ខ្លួន ពួកម៉ុងប្រកបដោយសុវត្តិភាព។ យើងនៅក្នុងព្រៃយូរដែរហើយ ម្ដង ម្កាល ចាស់ៗដំណាលប្រាប់ពីប្រវត្តិសាស្រ្ត តាមការចងចាំតៗគ្នា ដែល មិនដឹងថានេះជាភាពពិត ឬក៏មិនពិត ព្រោះពួកគាត់ខ្លះមិនចេះអក្សរផងទេ ព្រោះរវល់តែនឹងចម្បាំងរាំងជល់តាំងពីកើតដល់ចាស់។

ប្រវត្តិសាស្រ្តថា ទឹកដីម៉ុងពីមុននៅឯប្រទេសចិន យើងមានស្ដេចគ្រប់ គ្រងព្រះនាមជីយូ យើងនៅតែគោរពព្រះអង្គ ហើយសម័យនេះ យើង គោរពវីរៈភាពរបស់វីរជនវាំងប៉ាវ វីរៈជនវាំងប៉ាវបានភៀសខ្លួន ទៅរស់ នៅសហរដ្ឋអាមេរិក លោកជាអ្នកដឹកនាំសង្រ្គាមប្រឆាំង កំម្មុយនីស្តយួន​ និងឡាវក្រហមដែរ។ យ៉ាងណាក៏ដោយ ពួកគេសុទ្ធតែជាជនគំរូរបស់ជន ជាតិម៉ុងយើង។ ម៉ុងមានតែមួយប៉ុណ្ណោះ យើងជួយគ្នាណាស់ ដើម្បីជន ជាតិម៉ុងមានជីវិតតទៅវែងឆ្ងាយទៀត ដែលមានលោកវ៉ាំងប៉ាវជាគម្រូ។

ការចេះជួយគ្នានេះ ទើបជនជាតិម៉ុងយើងមានជីវិតដល់សព្វថ្ងៃ។ ឪពុក ខ្ញុំបានប្ដូរជីវិតរបស់គាត់ ដើម្បីជួយឲ្យម៉ុងទាំងឡាយ ឆ្លងផុតមេគង្គ គាត់ ស្លាប់មែន តែក្នុងចិត្តម៉ុងទាំងឡាយ ពេលពួកគេឃើញខ្ញុំ គេនិយាយពី ឪពុកខ្ញុំ គេនិយាយពីការប្រយុទ្ធដ៏ស៊ីសាច់ហុតឈាម ដែលពុកខ្ញុំបានធ្វើ ដើម្បីជួយពួកគេ៖

រដូវវស្សាភ្លៀងធ្លាក់ជោកជាំ នៅតំពន់ព្រៃភ្នំម្ដុំប៉ាកសេ ទីនេះជាជម្រកចុង ក្រោយរបស់អ្នកស្រុកឡុងឈាង ដែលនាំគ្នារត់គេចពីការតាមចាប់ របស់ទាហានឡាវក្រហម និងទាហានយួនកំម្មុយនីស្ដ កាលជំនាន់ សង្រ្គាម។ ពួកម៉ុងធ្វើដំណើររាប់ខែ ផ្លាស់ប្ដូរទីកន្លែងពីមួយទៅមួយ ដើម្បី គេចខ្លួនរកក្ដីសុខ។ ការចុះមកភាគខាងត្បូង ព្រោះតែមេក្រុមយល់ថា ម៉ុង ធ្លាប់ប្រយុទ្ធនឹងសៀម ប្រយុទ្ធនឹងយួន តែម៉ុងនឹងខ្មែរមិនដែលមាន ទំនាស់ឡើយ សង្ឃឹមថានឹងទទួលបានក្ដីអាណិតពី ខ្មែរជួយយកអាសារ ពួកយើង តែក្ដីប្រាថ្នា មិនបានដូចបំណងឯណា ព្រោះភាគខាងជើងនៃ ស្រុកខ្មែរក៏មានទាហានយួន ដែលតែងតែធ្វើ ទុកបុកម្នេញអ្នកនៅក្នុងព្រៃ ដូចជាពួកយើងដែរ។

ដំណើរដើមរឿងគឺ មានក្រុមប្រតិបត្តិការណ៍សម្ងាត់អាមេរិកាំង ស៊ី អាយ អេ បានបង្ហាត់បង្រៀនពួកម៉ុងឲ្យចេះធ្វើសឹក ដែលមានមូលដ្ឋាននៅឡាវ ជិតផ្លូវលំហូជីមិញ។ ម៉ុងទាំងឡាយស្ដាប់តាមមេកើយ ចូលទៅបម្រើ ទាហានអាមេរិកាំង ដើម្បីកំចាត់ពួកកំម្មុយនីស្ដឡាវ និងយួន ដែលកាល នោះ លទ្ធិកំម្មុយនីស បានរីករាលដាលចេញពីអ៊ឺរ៉ុបខាងកើត សហភាព សូវៀត និងចិនប្រជាមានិត ចូលមកស្រុកឡាវ និងយួន ឯប្រទេសកម្ពុជា ជាប្រទេសអព្យាក្រិត មិនចូលបក្ខសម្ព័ន្ធ តែមាននិន្នាការខាងប្លុកសង្គម និយមដែរ ព្រោះបានជួយជ្រោមជ្រែង ជួយរដ្ឋាភិបាលយួនខាងជើង ឲ្យ មានឧកាសវាយយួនខាងត្បូង ដែលជាអតីតដីខ្មែរខ្លួនឯង។

នៅចុងទសវត្សរ៍ទី៦០ សង្រ្គាមស្រុកយួនបានផ្ទុះឡើង ក្នុងខណៈ ស្រុក ខ្មែររស់នៅដោយសុខស្រួល។ ជនជាតិម៉ុងយើងស្លាប់ច្រើន​ណាស់ ក្រោយមកអាមេរិកាំងបាក់ទ័ពក្នុងសង្រ្គាមនៅក្នុងសង្រ្គាមនេះ។ ជម្លោះ នយោបាយ ការប្រកាន់ពូជសាសន៍ បានធ្វើឲ្យជនជាតិម៉ុង នាំគ្នាគេច ចេញពីភូមិស្រុកនៅប្រទេសឡាវ សំដៅរកទីសុខសាន្ដស្នាក់អាស្រ័យ ឯក្នុងព្រៃភ្នំវិញ។ ជនកុំម្មុយនីស្ដឡាវ ដែលជិតស្និទនឹងយួន ឬមានយួន នៅពីក្រោយ តែងតែធ្វើទុកបុកម្នេញដល់ពួកម៉ុងគ្មានលោះថ្ងៃ ធ្វើឲ្យម៉ុង រត់រករស់រៀងៗខ្លួនទាំងក្រុមៗ ចេញពីភូមិករសំដៅលាក់ខ្លួនក្នុងព្រៃភ្នំ និងទៅប្រទេសដទៃ មានសៀម និងខ្មែរជាដើម។ តែឡាវក្រហម និងយួន មិនដែលឲ្យជនជាតិម៉ុងយើង បានសុខម្ដងណាឡើយ។

សំណួរដដែលៗ បានចោទឡើង ព្រោះតែការផ្លាស់ប្ដូរទីកន្លែងរស់នៅ មានញឹកញាប់ពេក។ ម៉េចបានជាជនជាតិយើងនាំគ្នារត់ចេញពីដែនដីនេះ ? ម៉េចក៏ឡាវ​និងយួនស្អប់ម៉ុងយើងម្ល៉េះ?

ឪពុកខ្ញុំបានប្រាប់ទៀតថា “ជនជាតិម៉ុងជាជនជាតិសេរី បានព្រមស្ម័គ្រ យកអាសារទាហានអាមេរិកាំង ក្នុងសង្រ្គាមវៀតណាម តែពេលដែល អាមេរិកដកថយត្រលប់ទៅស្រុកវិញ មេដឹកនាំរបស់យើងមួយចំនួនបាន ចេញទៅតាមអាមេរិកាំងចោលពួកយើង។ ជនជាតិម៉ុងជាកងប្រយុទ្ធ តូចៗដូចយើងទាំងនេះ ស្ថិតនៅកណ្ដាលព្រៃ គ្មានមេគ្មានកើយបញ្ជា មានអាវុធមិនគ្រប់គ្រាន់សម្រាប់ការពារខ្លួន ហើយត្រូវទាហានយួន និង ឡាវក្រហមតាមចាប់សម្លាប់ថែមទៀត។ ស្ថិតក្នុងការភ័យខ្លាចបែបនេះ អំបូរម៉ុង បាននាំគ្នារត់ទៅជ្រកពួននៅទីព្រៃជ្រៅ ឬរូងភ្នំសម្ងំយកសុខ មួយគ្រាៗ តាមដែលអាចធ្វើទៅបានៗ ពួកយើងរត់កាន់តែឆ្ងាយកាន់តែ ល្អ តែទឹកដីដ៏តូចនេះ នាំឲ្យពួកយើងវិលចុងវិលឡើងទៅមកក្នុងតំបន់ភ្នំ លើទឹកដីឡាវ និងភាគខ្លះនៃព្រៃភ្នំក្នុង ប្រទេសកម្ពុជាដដែល រង់ចាំ ឧកាសជួយសង្រ្គោះពីអង្គការមនុស្សធម៌ អង្គការសហប្រជាជាតិតែ ប៉ុណ្ណោះ”។

នរណាជាអ្នកជួយយើង?(ទាហានម្នាក់សួរទៅឪពុកខ្ញុំ) គឺគ្មាននរណា ក្រៅពីជនជាតិម៉ុងដូចគ្នា ដែលពួកគេកំពុងរស់នៅ ប្រទេសផ្សេងនានា ដូចជានៅអាមេរិក ពិសេសអង្គការមនុស្សធម៌ នានា និងអង្គការសហប្រជាជាតិឡើយ។

ពួកគេមកជួយយើងដោយរបៀបណាដែរ?(ស្រីម្នាក់ដែលកំពុងបំបៅកូនសួរបន្ដ)

គេនាំយើងទៅរកកន្លែងដែលមានសុវត្ថិភាពណាប្អូន។(មេក្រុមឆ្លើយ)

ខ្ញុំគិតក្នុងចិត្តម្នាក់ឯង អាណិតខ្លួន អាណិតម៉ុងឯទៀត ពិសេសក្មេងៗ មិន ទាន់ដឹងក្ដី ពួកគេកើតមកជាជនជាតិម៉ុង ដូនតាធ្លាប់មានប្រទេស មានទឹក ដី មានវប្បធម៌ មិនគួរណាអ្នកជំនាន់មុនៗយើង ប្រហែសបណ្ដោយឲ្យ គេជិះជាន់រហូតបាត់បង់ដែនដីទាំងមូល បណ្ដាលឲ្យអ្នកស្រករក្រោយ រត់រករស់យ៉ាងវេទនាតាមស្រុកគេអីចឹងឡើយ។ ខ្ញុំមិនបន្ទោសដូន តាម៉ុងទេ តែខ្ញុំស្ដាយ មិនគួរណាជនជាតិយើង ជួបភាពកម្សត់អភ័ព្វដល់ ម្លឹងសោះ។

ពេលនេះ ម៉ុងស្រករថ្មី ត្រូវតស៊ូ ត្រូវរស់។ មេក្រុមរបស់យើងម្នាក់ និយាយ “ទោះបីស្ថិតក្នុងស្ថានភាពបែបណា ពួកយើងត្រូវកាន់អាវុធ ជាប់ក្នុងដៃ ទាំងក្មេងទាំងចាស់ ព្រោះអាវុធ អាចធ្វើឲ្យសត្រូវខ្លាច រអារ អាចការពារខ្លួនបានផងដែរ”។

នៅអំឡុងឆ្នាំ១៩៦៧ ពួកម៉ុងរាប់ពាន់នាក់ត្រូវបានដាក់ពង្រាយ តាមយុទ្ធ សាស្រ្តសង្រ្គាម ដែលរៀបចំដោយអាមេរិកាំង និងមេកុលសម្ព័ន្ធជាតិ ម៉ុង។ យួនវៀតកុង ដែលមានការពិសោធក្នុងសង្រ្គាម បានសម្លាប់ ទាហានម៉ុង និងរាប់ពាន់នាក់ទៀតទៅជាជនពិការ។ ក្នុងសង្រ្គាមនេះម៉ុង ដែលមិនមានការយកចិត្តទុកដាក់ពីឡាវ កាន់តែឃ្លាតឆ្ងាយ ហើយទៅជា សត្រូវរបស់រដ្ឋាភិបាលនេះទៀតផង។

ទីតាំងដ៏សំខាន់របស់ទាហានម៉ុង ដែលត្រូវការពារគឺ ទប់ទល់នឹងការ ដឹក ជញ្ជូនស្បៀង និងទាហានពីក្រុងហាណូយ តាមផ្លូវលំហូជីមិញ ឆ្ពោះទៅ ដែនដីសណ្ដរកម្ពុជាក្រោម។ នៅលើផ្លូវលំហូជីមិញ យួនខាងជើងលំបាក ដឹកជញ្ជួនសព្វាវុធមកកម្ពុជាក្រោមណាស់ ណាមួយផ្លូវឆ្ងាយ ណាមួយ ពួកម៉ុងទប់ស្គាត់ ដូច្នេះទាំងស្បៀង និងអាវុធ ដែលជាជំនួយរបស់មិត្ត កំម្មុយនីស្ដ ត្រូវឆ្លងកាត់ប្រទេសកម្ពុជា តាមច្រកកំពង់ផែកំពង់សោម វិញ ជាហេតុធ្វើឲ្យអាមេរិកាំងពិបាកច្បាំង រត់ចោលសមរភូមិ ឯម៉ុង យើងក៏បែកសំបុក បាក់ទ័ពចាញ់សង្រ្គាមផង​ដែរ។

ព្រះអាទិត្យជិតលិចហើយ មេឃចាប់ផ្ដើមងងឹតបន្ដិចម្ដងៗ នៅកណ្ដាល ព្រៃស្ងាត់ជ្រងំ សំឡេងសត្វ ស្លាបដែលរៀបចូលសំបុកដែរនោះ បាន ផ្អើសឈុលហើរលើអាកាស ដែលជាសញ្ញាបញ្ជាក់ថា នៅមិនឆ្ងាយ ប៉ុន្មានពីជំរំពួកម៉ុង ស្នាក់នៅ មានមនុស្សឆ្លងកាត់។ សញ្ញានេះ ធ្វើឲ្យ មេក្រុមប្រញាប់ បញ្ជូនមនុស្សទៅស៊ើបការណ៍ជាបន្ទាន់ ហើយបញ្ជា ឲ្យពន្លត់ភ្លើងជើង ក្រានយ៉ាងប្រញាប់ប្រញាល់ដែរ “មានសត្រូវសំដៅ មកយើងហើយ បងប្អូនឆាប់ពន្លត់ភ្លើង រៀបចំចេញដំណើរភ្លាម មួយ ចំនួនទៀត ប្រញាប់ទៅស្ទាក់ផ្លូវពួកវា បើវាមានទិសដៅសំដៅមកទីនេះ ឆាប់ឲ្យសញ្ញាភ្លាម”។ ទាហានម៉ុងទទួលបញ្ជា ចេញទៅបំពេញភារៈកិច្ច គ្រប់ៗគ្នា ហើយគេសន្មត់ជួបគ្នានៅឯព្រៃនាមាត់ទន្លេមេគង្គ។

តាំងពីចប់សង្រ្គាមវៀតណាម ពួកម៉ុងនៅតែជាមុខសញ្ញារបស់ពួកយួន ប្រជាជនម៉ុងជាច្រើន ត្រូវរស់នៅចល័តទីតាំង រស់តែក្នុងព្រៃជ្រៅជាមួយ សត្វព្រៃ និងគ្មានម្ហូបអាហារគ្រប់គ្រាន់ គ្មានថ្នាំសង្កូវសម្រាប់ព្យាបាល ខ្លួន ជាងនេះទៀត ពួកយើងបាត់បង់ទំនៀមទម្លាប់ចោលស្ទើរតែទាំងអស់ ព្រោះតែមិនមានភូមិករ ផ្ទះសម្បែងរស់នៅច្បាស់លាស់។

អ្នកតាមប្រមាញ់ជនជាតិម៉ុង មិនដែលឈប់ម្ដងណាឡើយ។ យុវជនម៉ុង ជំនាន់សង្រ្គាមវៀតណាម រែកពុនសង្រ្គាមនេះដោយលំបាក លំបិនបំផុត ហើយគ្មានឧកាសចូលសាលារៀនទេ។ ពួកគេគឺជាទ័ពព្រៃ ដែលរស់នៅ លើទឹកដីឡាវ ពួកគេជាអ្នកតស៊ូ ដើម្បីសេរីភាព ព្រោះឡាវ និងយួនតែង តែជិះជាន់ កៀបសង្កត់ យកដីធ្លីរបស់យើង ពិសេសតែងធ្វើទុកបុកម្នេញ រាវរក ឬចោទដល់ពួកម៉ុងថា ជាអ្នកបម្រើអាមេរិកាំង ថាជាសេអីអា ឬ ថា ជាជនក្បត់ ដែលត្រូវចាប់ និងកំចាត់ចោល។

ទាហានម៉ុង ដែលបាក់ទ័ពរាប់ខែទៅហើយ នៅតែជាអ្នកចាញ់ នៅតែរត់ គេចខ្លួន នៅតែភៀសខ្លួនចេញពីការតាមចាប់ដដែល។ ទាហានម៉ុង បាន មកដល់ទីណាត់នៅមាត់ទន្លេមេគង្គ ពួកយើងច្បាំងទប់ជាមួយសត្រូវទាំង អស់ដៃអស់ជើង បាត់ម្ចាស់ការ ព្រោះតែសត្រូវបាញ់សន្ធាប់មកច្រើន ពេក។

ទឹកកករល្អក់ហូរបោកបក់នាំយកទៅជាមួយល្បាប់ដី និងដើមឈើខ្លះ ដួលរលំរសាត់មកពីព្រៃខាងលើៗហូរចុះមក។ នៅរដូវវស្សាភ្លៀង រន្ទះ ផ្គរ គួរអាសូរដល់សត្វលោក ដែលគ្មានជម្រក រត់រកទីស្នាក់អាស្រ័យ ដើម្បីបានរួចផុតជីវិតពីការកាប់សម្លាប់ដ៏ប្រល័យ។ មនុស្សមន្នាជាច្រើន មានក្មេងចាស់ ប្រុសស្រី ពិសេសកុមារតូចៗ ដែលនៅលើដៃម្ដាយ យំ ស្ទើរតែបាត់សំឡេងទៅហើយ ចាស់ៗនាំគ្នារត់លូន គេចពីការតាមចាប់ របស់ទាហាន ដែលជាអ្នកកាន់កាប់រដ្ឋអំណាច។

អស់ផ្លូវរត់ទៀតហើយ ទន្លេមេគង្គដ៏ធំល្វឹងល្វើយ មានទឹកហូរត្របាញ់កួច ខ្លាំងណាស់។ ឪព្រះអើយ ម្ដេចក៏ពួកគេសាហាវឃោរឃៅម្ល៉េះ? សំឡេង ទ្រហោយំ របស់ស្រ្ដីចំណាស់ខ្លះ កាន់តែធ្វើឲ្យអ្នកចាញ់សង្រ្គាម រឹតតែ អនោចអធមទៅទៀត ម្នាក់ៗរត់យកតែខ្លួន គេចពីគ្រាប់កាំភ្លើង ដែលផ្ទុះ ក្បែរៗខ្លួន។ ទោះបីស្ថានភាពច្របូកច្របល់បែបនេះក្តី មេកើយរបស់ពួក យើងដែលដឹកនាំក្រុមនេះ នៅតែរក​មធ្យោបាយ ដើម្បីជំលៀសប្រជាជន ឲ្យគេចផុតពីការតាមចាប់ ពីការសម្លាប់របស់សត្រូវ។ គាត់ស្រែកថា “សូមបងប្អូនបាត់យំទៅ! យំមិនអាចដោះស្រាយបញ្ហាបានទេ ឬមួយចង់ ឲ្យពួកវាឮមកសម្លាប់ទាំងអស់គ្នា? គ្មានចម្លើយ ពួកគេឈប់យំព្រមៗគ្នា តែទឹកភ្នែករបស់ ពួកគេនៅតែហូរ អ្នកខ្លះយកដៃខ្ទប់មាត់កូនតូចៗ ដែល កំពុងយំកុំឲ្យឮ ហើយរត់តាមការចង្អុលណែនាំរបស់អ្នកនាំផ្លូវ។

គ្មានធម្យោបាយណាឆ្លងទៅត្រើយម្ខាង ហើយក៏មិនប្រាកដថា នៅត្រើយ ខាងនោះគ្មានសត្រូវដែរ។ មួយស្របក់ គេក៏ប្រាប់ឲ្យប្រុសៗប្រមូលមែក ឈើ ដើមឈើងាប់ពុកផុយ ដែលនៅក្បែរនោះ ចងផ្អោបគ្នាដោយវល្លិ៍ និងខ្សែរអង្រឹង ហើយរុញទម្លាក់ទឹក បញ្ជូនស្រីៗ និងកុមារឆ្លងកាត់ទន្លេ មេគង្គ ដែលមានទឹកហូររសាត់ទប់មិនជាប់។

នៅលើអាកាសសំឡេងផ្គររន្ទះលាន់មិនដាច់ បន្លាចបំភ័យដល់អ្នក ដែល កំពុងត្រូវការការសង្រ្គោះ ឯនៅលើគោកវិញសំឡេងគ្រាប់ផ្ទុះ សំឡេង ស្រែកឲ្យជួយព្រោះត្រូវរបួស សំឡេងក្មេងតូចៗយំ ព្រោះតែភ័យខ្លាច លាន់ទ្រហឹង។ “ស្រីៗ និងក្មេងៗ ចុះទឹកឲ្យឆាប់ទៅ។ ពួក យើងប្រឹងទប់ ទល់” នេះជាសំឡេងបញ្ជារបស់មេក្រុម។

ម្នាក់ៗស្ទុះស្ទាររត់រកទីលាក់ខ្លួនពីគ្រាប់កាំភ្លើងរបស់សត្រូវ ក្មេងៗយំមិន បាត់ ឯអ្នកដែលមានកាំភ្លើងជាប់ដៃ ក៏បាញ់តបវិញ តែមិនបានធ្វើឲ្យ សត្រូវខ្លបខ្លាចឡើយ។ នៅឯក្នុងទន្លេមេគង្គវិញក្បូនបណ្ដែត បានរសាត់ តាមទឹកហូរ តែអាសូរពួកម៉ុងណាស់ ដែលអ្នកខ្លះតោងក្បូនមិនចាប់ត្រូវ ទឹកកួចយកទៅបាត់ ក្មេងៗតូចៗជាច្រើននាក់ និងម្ដាយរបស់ពួកគេ ត្រូវ ទឹកកួចពន្លិចទៅក្នុងទន្លេ ព្រាត់ប្រាសគ្នា ដោយសេចក្ដីរន្ធត់បំផុត។

ទាហានឡាវ យួន ដ៏ច្រើនសន្ធឹកសន្ធាប់មិនបង្អង់ដៃ សម្រុកវាយលុក ផ្ដាច់ពូជពួកម៉ុង សង្រ្គាមទ័លច្រកនៅមាត់ច្រាំងមេគង្គ។ ឃើញស្ថានភាព មិនស្រួល ណាមួយរត់គេចខ្លួនពីការឈ្លានីសច្រើនថ្ងៃមកហើយ អស់ កម្លាំងកំហែង ទាហានម៉ុងបាញ់តបតបានតែបន្ដិច ក៏រត់បោះបង់ការ ប្រយុទ្ធ ម៉ុងខ្លះត្រូវគេចាប់បាន ខ្លះត្រូវគេសម្លាប់ ខ្លះទៀតលោតទម្លាក់ ទឹកបណ្ដែតខ្លួនលើផ្ទៃទឹកមេគង្គ។

ម៉ុងចាញ់ហើយ។​ មេកុលសម្ព័ន្ធ និងពលទាហានរបស់ខ្លួន ដែលសេស សល់ពីស្លាប់នាំគ្នាលោតចូលទៅក្នុងទន្លេ ហែលយករួចខ្លួន ដោយកម្លាំង កាយ កម្លាំងចិត្តរបស់ខ្លួន តែសត្រូវរបស់ពួកគេ មិនអនុញាតឲ្យគេរួច ខ្លួនដោយងាយៗឡើយ។ ពួកទាហានម៉ុងខ្លះត្រូវរង គ្រាប់កាំភ្លើងរបស់ស ត្រូវស្លាប់ភ្លាមៗ។ ឈាមជនជាតិម៉ុងហូរឡាយទឹកទន្លេមេគង្គ គួរឲ្យ សង្វេគពេកណាស់។

មិនមែនមានតែពួកម៉ុងទេ ដែលពួកយួន និងឡាវក្រហមតាមសម្លាប់ ទាហានអាមេរិកាំងដែលបាក់ទ័ព ក៏រត់រកជំនួយពីទាហានអាកាស អាមេរិកដែរ។ យន្តហោះអាមេរិកតាមឆ្មក់ តាមឈ្លបជួយទាហានរបស់ ខ្លួន និងជនជាតិម៉ុងខ្លះ តែមានឧកាសតិចណាស់ ព្រោះនៅតំបន់ភ្នំ ព្រៃ ក្រាស់ៗពេក ហើយពួកយួន តែងតែរំខានមិនឲ្យយន្តហោះចុះ​ចតបាន ទៀតផង។

ពេលអាមេរិកាំងចាញ់សង្រ្គាមនៅយួន ពួកម៉ុងច្បាំងតតាំងជាមួយបច្ចា មិត្ត មិនមែនដើម្បីទាមទារទឹកដីអីទេ តែដើម្បីការពារខ្លួនរបស់ពួកយើង មេដឹកនាំម៉ុង ដែលបែកបាក់ បានព្យាយាមចរចារជាមួយឡាវក្រហម សុំ សន្ដិភាពជាមួយគ្នា តែឡាវទាំងនោះមិនអនុគ្រោះឡើយ គេរឹតតែតាម ធ្វើទុកបុកម្នេញជនជាតិម៉ុង ដោយគេចងគំនុំនឹង ម៉ុងដែលបានជួយ អាមេរិកច្បាំងនឹងយួន។

ព្រះអាទិត្យលិចបាត់ទៅ ព្រះច័ន្ទក៏មិនរេះបំភ្លឺដែនដីសង្រ្គាមដែរ ពួក ទាហានម៉ុងដែលរត់ហែលឆ្លងទន្លេមេគង្គ ខំប្រឹងណាស់ ទន្លេមេគង្គ​ដ៏ធំ ម៉ុងរាប់សិបនាក់ បំរះហែលយករួចជីវិត តែមានម៉ុងតិចណាស់ ដែល ហែលឆ្លងផុតរួចជីវិត។ មេក្រុមវូ ជាឪពុកមារបស់ខ្ញុំ ដែលជាអ្នក​ដឹក នាំក្រុមនេះម្នាក់ដែរ ត្រូវទាហានយួន និងពួកប៉ាថេតឡាវបាញ់​ស្លាប់ នៅ ក្នុងទន្លេមេគង្គ ធ្វើឲ្យអ្នករស់រានមានជីវិតសោកស្ដាយ​លោក​មាពន់ពេក។ សាកសពជនជាតិម៉ុងផុសអណ្ដែតម្ដងមួយៗ ទន្ទឹមនឹងក្បូនរបស់យើង យើងយំគ្រប់គ្នា យំអាណិតពួកវីរជនទាំងនេះ មិនគួរណាជនជាតិម៉ុង យើង មានជីវិតអណោចអធមបែបនេះ ឡើយ។

ខ្ញុំឈ្មោះយីស៊ី ខ្ញុំ និងបងប្អូនឯទៀត រៀបចំគេចពីទឹកដីព្រៃខ្មែរ ព្រោះនៅ ដើមឆ្នាំ១៩៨០នេះ យួនបានចូលលុកលុយស្រុកខ្មែរហើយ។ ពីមុនយើង សង្ឃឹមថា ការមកនៅលើទឹកដីនេះនឹងបានរួចជីវិត ផុតពីការតាមសម្លាប់ របស់ទាហានយួន និងពួកប៉ាថេតឡាវ តែក្រុមយើងនៅតែរត់គេចពីការ តាមចាប់ដដែល។

ម៉ុងយើងបានរួចជីវិត ដោយសារក្បូនបណ្ដែតតាមទឹកនៅទន្លេមេគង្គ បានការជួយសង្រ្គោះយកអាសារពីជនជាតិភាគតិចកាចក់ ពួកគេមាន ចិត្តល្អណាស់ យើងនិយាយគ្នាស្ដាប់មិនបានមែន តែពួកអ្នកទាំងនេះ យល់ពីការចាំបាច់របស់យើង គេឲ្យម្ហូបអាហារ និងថ្នាំបុរាណ ហើយ ថែមទាំងជួយព្យាបាលពួកយើង ដោយលាក់កំបាំងពីភ្នែកច្រមុះ អជ្ញាធរ ខ្មែរយួនទៀតផង។

តាំងពីជំនាន់សង្រ្គាមស្រុកយួន រហូតដល់ឆ្នាំ១៩៨០ គ្មានពេលណាមួយ ដែលម៉ុងក្រុមនេះបានសុខឡើយ ចុងក្រោយយើងរសាត់តាម ទន្លេមេគង្គ ជាច្រើនថ្ងៃ ដោយក្ដីភ័យភិតបំផុតមកដល់ស្រុកខ្មែរ យើងមិនចង់ជួប អនុស្សាវរីយ៍បែបនេះទៀតទេ។

ខ្ញុំនៅតែភិតភ័យនៅឡើយ ភិតភ័យព្រោះតែវត្តមានរបស់យួនដ៏ច្រើន សន្ធឹកសន្ធាប់ ដែលចូលលុកលុយប្រទេសខ្មែរ។ ពួកម៉ុងយើងមិនអាច ទៅណាបានទៀតទេ មានតែទ្រាំរស់ក្នុងព្រៃដ៏ជ្រៅក្នុងប្រទេសកម្ពុជា រង់ ចាំការជួយសង្រ្គោះឲ្យមានសេរីភាពតែប៉ុណ្ណោះ៕

សូមរង់ចាំអានអត្ថបទរឿងជាភាសាឡាវ
ដាក់ផ្សាយដោយ ប៉ាកកាខ្មែរ វេលា 19:45 No comments:
Email ThisBlogThis!Share to XShare to FacebookShare to Pinterest
ស្លាក: រឿងខ្លីឡាវខ្មែរ
Older Posts Home
Subscribe to: Posts (Atom)

អំពីខ្មែរឡាវ-ລາວຂະແມ

My photo
ប៉ាកកាខ្មែរ
ប៉ាកកាខ្មែរ-ស្លឹករឹតខ្មែរ
View my complete profile

កំណត់ផ្សាយ

  • ►  2010 (1)
    • ►  February (1)
  • ►  2011 (11)
    • ►  June (3)
    • ►  September (5)
    • ►  October (3)
  • ►  2012 (21)
    • ►  February (1)
    • ►  June (2)
    • ►  July (5)
    • ►  September (1)
    • ►  October (1)
    • ►  November (10)
    • ►  December (1)
  • ►  2013 (22)
    • ►  January (2)
    • ►  February (1)
    • ►  March (3)
    • ►  April (8)
    • ►  May (2)
    • ►  June (1)
    • ►  August (1)
    • ►  September (1)
    • ►  October (3)
  • ▼  2014 (32)
    • ►  February (10)
    • ►  March (10)
    • ►  July (4)
    • ►  August (6)
    • ▼  September (2)
      • ສາວນ້ອຍນາຄະລິນ
      • ຊົ່ວຊິໄດ້ເປັນນັກຮ້ອງ

មាតិកាສາລະບັນ

  • DAM XAYABURI (1)
  • Thailand (1)
  • ກ່ຽວກັບລາວ (25)
  • ກຽ່ວກັບອາຈານມຊ. NUOL (28)
  • ເລື່ອງສັ້ນລາວLao Short Story (38)
  • ការសិក្សា-ການສຶກສາ (7)
  • ខ្មែរ-លាវຂະແມ-ລາວ (11)
  • ថៃខ្មែរ-Khmer Thai (2)
  • ទាក់ទងនឹងខ្មែរ (8)
  • ប្រពន្ធគ្រប់គ្រងរបស់លាវ (6)
  • ព័ត៌មានNews (8)
  • ពីនេះពីនោះ (6)
  • រូបថតខ្មែរឡាវຮູປຖ່າຍ (3)
  • រឿងខ្លីឡាវខ្មែរ (10)

តន្ត្រីលាវ-ເພງລາວ

Loading...

ប៉ាកកាខ្មែរ

Loading...

ការផ្សាយដែលពេញនិយម

  • អំពីឡាវ-ລາວ
  • ຮ່ຳຮຽນເອົາແບບຢ່າງດ້ານການນຳພາ-ຊີ້ນຳ ແລະ ຄຸນສົມບັດ
  • ຫົວອົກຂອງພໍ່ (កូនមាសឪពុក)
  • ຊອງບັດເລົ່າ-ບັດເຊີນ​​​
  • ສາວນ້ອຍນາຄະລິນ
  • ចំរៀងអត្ថាធិប្បាយ-Khmer Commentary Stong Songkea Part 07
  • រូបថតថ្នាក់ដឹកនាំ ប្រទេសអាស៊ាន ក្នុងកិច្ចប្រជុំកំពូលអាស៊ានលើកទី២១ នៅភ្នំពេញ
  • ជាង ១០០ មតិសរសើរការតុបតែងខ្លួន របស់បងស្រី ឡឹក សោភា នៅលើ​បណ្តាញ​Face Book
  • ជំនឿបុរាណរបស់ថៃ គួរឈ្វេងយល់
  • ຈົດໝາຍລອຍລົມ

ចំនួនអ្នកទស្សនាຈຳນວນຜູ້ເຂ້າຊົມ


Kentucky Oaks Napoli

ប្រភពអ្នកទស្សនា-ຜູ້ເຂ້າຊົມ

free counters

ສາຍເຊລຳເພົາ

Loading...
Simple theme. Theme images by gaffera. Powered by Blogger.