
ສຸກສັນວັນເກີດ
ເວລາຜ່ານໄປ ໄວປານມີປີກບິນ ບໍ່ພໍຄາວອາຍຸຂອງຫວານໃຈກໍກ້າວເຂົ້າສູ່ເລກທີ 14 ແລ້ວ. ມື້ນີ້ແມ່ນມື້ຄົບຮອບວັນເກີດຂອງນາງພໍດີ. ພໍ່ກັບແມ່ໄດ້ຈັດງານວັນເກີດໃຫ້ແກ່ນາງໂດຍເຊື້ອເຊີນຍາດພີ່ນ້ອງ ແລະໝູ່ຄູ່ໃກ້ຄຽງເຂົ້າຮ່ວມ. ການກະກຽມງານສະຫຼອງວັນເກີດ ແມ່ນເລີ່ມມາຕັ້ງແຕ່ເຊົ້າ ໂດຍເອື້ອຍສອງຄົນອອກຕະຫຼາດ ຊອກຊື້ຜັກນາງອາງຫຍ້າແລະຊີ້ນໜັງມັງສາມາປຸງເຮັດເປັນອາຫານ ສໍາລັບແຂກຄົນໃນຄໍ່າມື້ນີ້. ສ່ວນນາງກັບພໍ່ແມ່ກໍພາກັນອະນາໄມເຮືອນ ຈັດສະຖານທີ່ໃຫ້ເປັນສະອາດງາມຕາ. ເມື່ອຕາເວັນລັບຂອບຟ້າໄປແລ້ວ ການກະກຽມງານກໍສໍາເລັດເສັດສິ້ນ.
ຫຼັງຈາກຊໍາລະຮ່າງກາຍແລ້ວ ຫວານໃຈກໍແຕ່ງໂຕໂດຍນຸ່ງຊຸດໃໝ່ທີ່ແມ່ຊື້ໃຫ້ເປັນຂອງຂວັນ. ນາງຢືນແຍງຄີງໂຕເອງດ້ວຍດວງໜ້າທີ່ປ່ຽມລົ້ນດ້ວຍຮອຍຍິ້ມແຫ່ງຄວາມ ພູມໃຈຕໍ່ລັດສະໝີຄວາມງາມທີ່ເປັ່ງປະກາຍອອກຈາກເງົາໃນ ແວ່ນແຜ່ນໃຫຍ່. ອີກບໍ່ທໍ່ໃດນາທີ ໝູ່ຄູ່ຂອງນາງກໍຈະເດີນທາງເຂົ້າຮ່ວມສະຫຼອງວັນເກີດຂອງນາງແລ້ວ, ນາງຮູ້ສຶກຕື່ນເຕັ້ນຈົນໄດ້ຍິນສຽງສະທ້ອນຂອງຫົວໃຈ…
ແສງໄຟນິອອນ ສີຂາວນວນສາດສ່ອງໃສ່ດວງໜ້າໃສທີ່ມຸມພິສົບລົ້ນອັ່ງໄປດ້ວຍຮອຍ ຍິ້ມອັນຫວານສົມຊື່ຂອງເຈົ້າຂອງງານວັນເກີດ…
“ສຸກສັນວັນເກີດເດີ, ຫວານ!” ສຽງໃສໆຈາກໝູ່ສະໜິດຜູ້ຊື່ “ດາ” ດັງກ້ອງເຂົ້າຫູ ພ້ອມດ້ວຍຂອງຂວັນຫໍ່ງາມໆຍື່ນໃຫ້ຈາກມືຂອງໝູ່ຮັກຜູ້ຊື່ “ຕ້າ”. ນອກຈາກນັ້ນກໍມີຜູ້ຢິບຜູ້ຍື່ນບໍ່ຈັກວ່າຊອງຂາວ, ຫໍ່ຂອງຂວັນ, ເງິນສົດຈາກຍາດພີ່ນ້ອງແລະໝູ່ອີກຈໍານວນໜຶ່ງ ຈົນນາງຮັບເອົາຄໍາອວຍພອນ ແລະຂອງຂວັນນໍາເກືອບບໍ່ທັນ.
“ກຽມເປົ່າເຄັກເດີ!” ນ້າສາວໃບຜູ້ກະກຽມເຄັກວັນເກີດມາແຕ່ໃນເມືອງບອກຜູ້ເປັນຫຼານ ພ້ອມທັງເອົາໄຟແຊັກໄຕທຽນໄຂສີຈໍານວນ 14 ເຫຼັ້ມ. ບັນດາໝູ່ຄູ່ຮຸ່ນດຽວກັນ ແລະເດັກນ້ອຍທີ່ເປັນລູກຂອງນ້າສາວ ພ້ອມດ້ວຍບັນດາແຂກຜູ້ໃຫຍ່ພາກັນຢືນອ້ອມໂຕະເຄັກ ສົ່ງສຽງອວຍພອນເປັນເພງສຸກສັນວັນເກີດໃນເວີເຊິນພາສາອັງກິດ: “Happy birthday to you… Happy birthday to ຫວານໃຈ”

“ຍິ້ມຫວານໆແດ່!” ສຽງນ້າເຂີຍຮ້ອງໃສ່ພ້ອມທັງກົດກ້ອງດັງແກຼັ໊ກ.
“ຖ່າຍເຮົາກັບແມ່ ແດ່!” ຫວານໃຈບອກນ້າເຂີຍ ພ້ອມທັງນໍາເອົາຂອງຂວັນທີ່ໄດ້ໂດຍສະເພາະແມ່ນເງິນແລະ ຊອງຂາວມອບໃຫ້ຜູ້ແມ່. “ນີ້ແມ່ນຂອງຂວັນສໍາລັບແມ່ ເພາະແມ່ເປັນຜູ້ໃຫ້ກໍາເນີດແກ່ຊີວິດຂອງລູກ. ລູກຂໍສະແດງຄວາມຮູ້ບຸນຄຸນຕໍ່ແມ່ ແລະຈະເປັນລູກທີ່ດີຂອງແມ່ຕະຫຼອດໄປ.” ເວົ້າສຸດນາງກໍເຂົ້າໄປໂອບກອດແມ່ດ້ວຍຄວາມຮັກແລະບູຊາ. ແມ່ຮູ້ສຶກເໝືອນມີຫຍັງມາຕັນຢູ່ຮູຄໍ ດວງຕາຮ້ອນວູ່ໆຄືກັບວ່າເຂື່ອນນໍ້າຕາຊິພັງອອກມາ.
ພໍ່ທີ່ຢືນ ຄຽງຂ້າງນັ້ນ ກໍຮູ້ສຶກເຊັ່ນດຽວກັບຜູ້ເປັນແມ່ ແນມເບິ່ງສອງແມ່ລູກໂອບກອດກັນຢ່າງປື້ມໃຈ. ໝູ່ຄູ່ແລະແຂກຄົນທີ່ມາໃນງານຕ່າງກໍຮູ້ສຶກເປັນສີຄ້ອຍໆ ໃຈກັບພາບດັ່ງກ່າວ…
“ແລະນີ້ແມ່ນຂອງຂວັນສໍາລັບພໍ່.” ນາງເອົາພາບແຕ້ມຈາກສີມືຂອງນາງມອບໃຫ້ ແລະເຂົ້າສວມກອດພໍ່ດ້ວຍຄວາມເຄົາລົບຮັກ…
--------------------
No comments:
Post a Comment