ຫວນຄືນໄວເດັກ
ສຸກສັນວັນເດັກ ວັນທີ 1 ມິຖຸນາ 2011
ເພື່ອຫວນຄືນໄວເດັກ ຂ້າພະເຈົ້າຂໍມອບເລື່ອງສັ້ນໆໃຫ້ແດ່ບັນດາເພື່ອນ, ນ້ອງໆນຸ່ງໆ ແລະລູກໆຫຼານໆ...
ຂ້າພະເຈົ້າຍັງຈຳໄດ້ສະໄໝເມື່ອຍາມເຍົາໄວ ມັກຈະເຫັນພໍ່ນັ່ງອ່ານໜັງສືພິມຢູ່ໂຕະເຮັດວຽກຂອງເພິ່ນ. ເວລາໃດທີ່ເພິ່ນວາງໜັງສືພິມລົງໂຕະແລະຍ່າງໄປບ່ອນອື່ນແລ້ວ ຂ້າພະເຈົ້າກໍຈະຮີບຟ້າວເອົາໜັງສືພິມນັ້ນມາເບິ່ງດ້ວຍຄວາມຢາກຮູ້ວ່າ ເປັນຫຍັງພໍ່ຈຶ່ງຕ້ອງເສຍເວລານໍາການເອົາໜ້າຈຸໃສ່ເຈ້ຍແຜ່ນໃຫຍ່ໆເປັນເວລາເກືອບເປັນເວລາດົນໆໂດຍບໍ່ເໜັງບໍ່ຕີງ ຊ່າງເປັນໜ້າງຶດງໍ້ອັດສະຈັນແທ້ໆ!
ຂ້າພະເຈົ້າເອົາເຈ້ຍແຜ່ນໃຫຍ່ທີ່ມີແປດໜ້ານັ້ນມາເບິ່ງ ເຫັນແຕ່ໂຕມະງັອງມະແງັງລຽນຊາບລາບເປັນແຖວປານກັບໂຕມົດດຳແຫ່ຂະບວນເຂົ້າໄປໃນຮູ… ໄຄແຕ່ຮູບຖ່າຍຂາວດຳທີ່ປະກອບໃນໜ້າເຈ້ຍນັ້ນ ເຮັດໃຫ້ຂ້າພະເຈົ້າເຂົ້າໃຈຄວາມໝາຍໄດ້ ບາງຮູບກໍເຫັນມີແຕ່ສອງຄົນນັ່ງຫັນໜ້າລົມກັນ, ບາງຮູບກໍເປັນຮູບຂະບວນການເຄື່ອນໄຫວອອກແຮງງານຂອງພວກຊາວໜຸ່ມ… ຮູບທີ່ຂ້າພະເຈົ້າມັກເບິ່ງໃນເວລານັ້ນ ກໍມີແຕ່ຮູບກາຕູນໜ້າສຸດທ້າຍ. ເຖິງແມ່ນຈະມີໂຕມະງ້ອງມະແງ້ງໃນວົງອ້ອມເທິງຫົວຂອງຮູບຄົນທີ່ແຕ້ມຄ້າຍຄືກັບໂຕກາຕູນທີ່ເຄີຍເບິ່ງໃນຮູບເງົາ ແຕ່ກໍເຂົ້າໃຈຄວາມໝາຍຂອງຮູບໄດ້ສ່ວນໃດສ່ວນໜຶ່ງ.
“ພໍ່ຊິສົ່ງລູກໄປເຂົ້າໂຮງຮຽນອະນຸບານເດີ!” ພໍ່ບອກຫລັງຈາກຂ້າພະເຈົ້າອາຍຸກ້າວເຂົ້າປີທີສີ່ຂອງການມີຊີວິດຢູ່ບົນໜ້າໂລກນີ້.
ຂ້າພະເຈົ້າຂັດຂ້ອງ ເພາະເຄີຍຢູ່ແຕ່ເຮືອນ ບໍ່ຢາກໄປໂຮງຮຽນ. ແຕ່ກໍຂັດຂືນບໍ່ໄດ້ ຈຳຕ້ອງໄປດ້ວຍຈິດໃຈຍັງອາວອນນຳການຫລິ້ນຂອງເຮືອນນ້ອຍກັບນ້ອງຊາຍຜູ້ຖັດຂ້າພະເຈົ້າ.
ແຕ່ລະມື້ ຈະມີລົດຂອງໂຮງຮຽນມາຮັບເອົາແຕ່ເຊົ້າ. ຊົ່ວຂ້າພະເຈົ້າຊິໄດ້ຂຶ້ນລົດ ພໍ່ກັບແມ່ຕະຫລອດຮອດນ້າບ່າວຕ້ອງພາກັນຊອກຈົນເຫື່ອແຕກເຫື່ອແຕນ ເພາະຂ້າພະເຈົ້າແລ່ນໄປລີ້ຍ້ອນບໍ່ຢາກໄປໂຮງຮຽນ. ມື້ໃດ ແມ່ອອຍຖືກໃຈ ກໍຈະໄປໂຮງຮຽນໂດຍດີ. ມີໄລຍະໜຶ່ງ ຂ້າພະເຈົ້າຮູ້ສຶກວ່າ ການໄປໂຮງຮຽນບໍ່ຄ່ອຍມ່ວນປານໃດ ເພາະມີແຕ່ຫລິ້ນ ບໍ່ເຫັນຊິໄດ້ຮຽນໜັງສືຄືພໍ່ວ່າ. ສ່ວນຫລາຍຮ້ອງເພງ ຫລິ້ນເກມໝາກເສືອກິນໝູ ຫລືບໍ່ກໍຫລິ້ນໝາກ ‘ລູລີລູລີເຂົ້າສານ ນົມຍານນົມຍານເຂົ້າເປືອກ ເດັກນ້ອຍໆຕາເຫລືອກຕານລານ ກະດານສອງແຜ່ນແລ່ນເຂົ້າຫຸບ’… ມັນກໍມ່ວນດີຢູ່ດອກ ແຕ່ຊັງໝູ່ກວນຫັ້ນຕິ… ມີເທື່ອໜຶ່ງແມ່ໃສ່ເສື້ອແບບເສື້ອຄຸມຊາມຸໄລຍີ່ປຸ່ນໃຫ້ ເປັນເສື້ອຄຸມສີແດງຈຸດດຳ ມີສາຍເຊືອກສອດຮັດຮອບແອວຄັກແນ່. ມື້ນັ້ນ ພວກໝູ່ເດັກນ້ອຍຈອມກວນສອງສາມຄົນ ໃນເວລາເລີກຫລິ້ນຊຶ່ງໄກຕາສາວຄູ. ພວກເຂົາໄດ້ແລ່ນເຂົ້າມາໃກ້ໆ ແລ້ວຮ້ອງໃສ່ວ່າ “ເອ! ບັກນີ້ໃສ່ກະໂປງ ເບິ່ງດຸ໊! ມີຈີ່ໂໝະບໍ່?” ບໍ່ເວົ້າລ້າພວກເຂົາພາກັນກຸມຮື້ຕີນເສື້ອຄຸມຂຶ້ນ. ຈັ່ງແມ່ນຂ້າພະເຈົ້າອັບອາຍຂາຍໜ້າ ພໍຢາກມຸດດິນແກ່ນຕາຍພຸ້ນລະ! ເພາະແມ່ລືມເອົາສະຫລິບໃຫ້ນຸ່ງນຳ. ຂ້າພະເຈົ້າຟ້າວປັດມືພວກເຂົາອອກ ເພື່ອບໍ່ໃຫ້ພວກເດັກນ້ອຍແມ່ຍິງທີ່ຢືນຫລິ້ນໃກ້ໆນັ້ນເຫັນຂອງດີ… ທັງປ້ອງກັນຕົນເອງ ແລະກໍເບະປາກສະອື້ນໄຫ້ ຈົນສາວຄູປະຈຳຫ້ອງຟ້າວແລ່ນມາຊ່ອຍແລະອອຍໃຫ້ເຊົາໄຫ້.
ຕັ້ງແຕ່ມື້ນັ້ນມາ ເສື້ອຄຸມຊາມູໄລຍີ່ປຸ່ນກໍຖືກປະຕິເສດຈາກຂ້າພະເຈົ້າ ແມ່ກໍໄດ້ແຕ່ຫົວປົນອີ່ຕົນລູກຊາຍກົກຂອງເພິ່ນ ພ້ອມທັງບອກວ່າ “ໃສ່ແຕ່ຢູ່ເຮືອນ ບໍ່ຕ້ອງໃສ່ໄປໂຮງຮຽນອີກເດີ!”
No comments:
Post a Comment