ການລໍຄອຍ
ທ້ອງຟ້າຂອງຄືນນີ້ໃສກະຈ່າງ ດວງຈັນທໍແສງປະກາຍເຈີດຈ້າ ໂດຍມີດາວດວງນ້ອຍນັບລ້ານສົ່ງປະກາຍຍິບຍັບຢູ່ອ້ອມຂ້າງ… ສຸລິຍານັ່ງດີດກິຕ້າຢູ່ພື້ນຫຍ້າ ຂ້າງຫໍພັກດ້ວຍຫົວໃຈລັນຈວນ ຫວນຄະນຶງຫາຍອດດວງໃຈທີ່ບໍ່ໄດ້ພົບໜ້າກັນເປັນເວລາເກືອບສອງອາທິດເຕັມໆ… ດ້ວຍຄວາມຄິດຮອດເກືອບໃຈຈະຂາດ ສຽງສາຍກິຕ້າທັງຫົກທີ່ສັ່ນສະເນືອນເປັນຄື້ນສຽງທໍານອງໂສກ ຟັງແລ້ວເຮັດໃຫ້ຫວນຫາວັນເກົ່າໆທີ່ເຕັມໄປດ້ວຍຄວາມປວດລ້າວໃນຫົວໃຈ… ອົດກັ້ນຄວາມເຈັບຢູ່ໃນຊວງເອິກບໍ່ຢູ່ ສຽງໃສໆຈາກຮູຄໍຂອງໜຸ່ມໄວຊາວຖ້ວນ ຖືກລະບາຍອອກມາເປັນບົດເພງປະສານສຽງກິຕ້າ…
+ ຄໍ່າຄືນນັ້ນ..........ອ້າຍສຸດແສນມົ່ນໝອງ
ບໍ່ມີນ້ອງ................ມາຢູ່ຄຽງຊິດໃກ້
ໄດ້ແຕ່ຄອຍ...........ການມາຂອງຍອດດວງໃຈ
ນ້ອງໄປໃສ............ຈຶ່ງໄດ້ລືມຄໍາສັນຍາ
+ ຄໍ່າຄືນນັ້ນ...........ດວງຈັນສິ້ນລັດສະໝີ
ນ້ອງຄົນດີ..............ເປັນຫຍັງຈຶ່ງບໍ່ມາ
ໄດ້ແຕ່ຄອຍ............ໃຈລອຍດ້ວຍຄວາມໂສກາ
ປວດອຸລາ..............ແກ້ວຕາທໍາໄດ້ລົງຄໍ
- ອ້າຍຄອງຖ້າ........ດ້ວຍໃຈແສນທໍລະມານ
ຄິດສົງສານ............ຕົວເອງທີ່ໄດ້ລົງລໍ
ເຝົ້າແຕ່ຝັນ.............ຝັນຫານ້ອງນວນລະອໍ
ລືມແລ້ວບໍ...............ຈໍມໍທີ່ຂຽນຝາກໃຫ້
+ ຄໍ່າຄືນນີ້..............ອ້າຍຄົງມີຄວາມຫວັງ
ບົນເສັ້ນທາງ............ທີ່ພົມດ້ວຍດວງດອກໄມ້
ອ້າຍຈະຄອຍ............ການມາຂອງຍອດດວງໃຈ
ເຖິງຈະນານປານໃດ...ອ້າຍນີ້ກໍຈະຄອຍ…
ພໍແຕ່ສຽງເພງຈົບລົງ ສຽງຕົບມືກໍດັງຕິດຕາມມາ ເຮັດໃຫ້ຊາຍໜຸ່ມສະດຸ້ງເລັກນ້ອຍ ແລ້ວຫັນໜ້າໄປທີ່ເຈົ້າຂອງສຽງຕົບມື… ຫົວໃຈເຂົາເຕັ້ນຕຶກຕັກ ປານກັບເຄື່ອງຈັກທີ່ພວມສະຕາດໃໝ່ໆ…
“ດວງສະໝອນ!!!” ເຂົາອຸທານຊື່ຂອງເຈົ້າຂອງໃບໜ້າງາມໃສທີ່ພວມນັ່ງລົງເຊິ່ງໜ້າເຂົາ.
“ຈັ່ງແມ່ນຮ້ອງມ່ວນນໍ!” ສຽງໃສໆກ່າວຊົມເຊີຍ ເຮັດໃຫ້ຫົວໃຈຊາຍໜຸ່ມຍິ່ງເຕັ້ນແຮງ ກົ້ມໜ້າຫຼຽວເບິ່ງສາຍກິຕ້າແບບອາຍໆ…
“ເພງນີ້ຄືບໍ່ເຄີຍໄດ້ຍິນໃຜຮ້ອງມາກ່ອນ… ແຕ່ງເອງບໍ?”
“ແມ່ນແລ້ວ, ແຕ່ງເອງ. ແຕ່ງມອບແດ່ໃຜຜູ້ໜຶ່ງທີ່ລືມສັນຍາ…” ເຂົາກັ້ນໃຈເວົ້າອອກມາດ້ວຍໃບໜ້າຮ້ອນວູ່ໆ.
“ແມ່ນໃຜນໍ ທີ່ລືມສັນຍາຫັ້ນນ່າ? ບອກໃຫ້ຮູ້ແດ່ແມ້! ຊິເປັນກໍາມະການກາງໃຫ້.” ຍິງສາວທັງເວົ້າທັງປ່ອຍສຽງຮິໆອອກມາຢ່າງຄົນອາລົມດີ.
“ກະຊິມີໃຜ. ກະຜູ້ທີ່ບໍ່ມາຕາມນັດເມື່ອສອງອາທິດກ່ອນຫັ້ນເດ!” ທັງເວົ້າທັງຈຶ້ງເບິ່ງໜ້າຂອງຍິງສາວທີ່ເຫັນພໍສະຫຼົວໃຕ້ເງົາຈັນ.
“ຈັ່ງແມ່ນໃຈນ້ອຍນໍ. ຜິດນັດດ້າມເທື່ອກໍຈົນໄດ້ເພງອອກມາເປັນບົດພຸ້ນນະ! ແບບນີ້ ຊິໄດ້ຜິດນັດເລື້ອຍໆ ເພື່ອເຈົ້າຊິໄດ້ບົດເພງເປັນອະລະບໍາ…” ຍິງສາວເວົ້າປົນສຽງຫົວ ພ້ອມກັບແນມເບິ່ງໜ້າຊາຍໜຸ່ມດ້ວຍແສງຕາເປັນປະກາຍ.
“ຂະໜາດຜິດນັດຄັ້ງດຽວ ຍັງເຈັບສໍ່ານີ້. ຄັນມີເທື່ອທີສອງ ຄົງໄດ້ນອນປົວຫົວໃຈໃສ່ນໍ້າເກືອເປັນແນ່ແທ້…” ຊາຍໜຸ່ມກ່າວສຽງເສົ້າໆ ສາຍຕາບໍ່ລະຈາກໃບໜ້າງາມ.
“ຊິໄດ້ລາລົມກ່ອນເດີ ເພາະຫົວໜ້າຫໍພັກມານໍາແລ້ວ. ຄັນບໍ່ຊັ້ນ ເພິ່ນຊິຕັດຄະແນນຄຸນສົມບັດໄດ໋! ມື້ອື່ນຢ່າລືມໄປເຊຍບານສົ່ງຍິງຂອງຄະນະແດ່ເດີ!”
“ແນ່ນອນ. ແຕ່ມື້ອື່ນຂໍລົມນໍາຕື່ມອີກຈັກສິບນາທີເດີ! ມື້ນີ້ ລົມກັນຊົ່ວງູແລບລີ້ນ ກໍໄປແລ້ວເດ! ຈັ່ງແມ່ນນໍ!”
“ຄືວ່າແຫຼະ ຂອງດີມີໜ້ອຍ!!!ໄປກ່ອນເດີ! ນອນຫຼັບຝັນດີ!”
ຍິງສາວຈາກໄປແລ້ວ ຄົງຍັງເຫຼືອແຕ່ເຂົາກັບກິຕ້າຄູ່ຊີບກ່ອມກັນໃນລາຕີທີ່ແສນໂຣແມນຕິກນີ້…
No comments:
Post a Comment