Tuesday 11 March 2014

ຊອງບັດເລົ່າ-ບັດເຊີນ​​​

ຊອງບັດເລົ່າ-ບັດເຊີນ

ຮອດຍາມເດືອນຄູ່ມາແລ້ວ ບັດເລົ່າບັດເຊີນກໍທະຍອຍມາມືບໍ່ໄດ້ຂາດ... ມາລອງອ່ານການຈັດການກັບເລື່ອງຊອງບັດເຊີນຂອງພະນັກງານຜູ້ເປັນຕົວລະຄອນເອກເລື່ອງກ້ອມໆນີ້ວ່າ ລາວແກ້ໄຂບັນຫາດັ່ງກ່າວໄປໃນຮູບໃດ....

ກັບ ມາແຕ່ຫ້ອງລ້າ­ຫ້ອງ­ການດ້ວຍຄວາມອິດເມື່ອຍເໜື່ອຍລ້າ ແຕ່ເມື່ອມາພໍ້ຈອກນໍ້າເຢັນໆ­ຈາກມືສີອ່ອນໆ­ຂອງແມ່ເຈົ້າເຮືອນ ຄວາມ­ອິດເມື່ອຍຈັກວ່າຫາຍໄປໃສກໍບໍ່ຮູ້... ກືນນໍ້າເອື້ອກໆ­ລົງຄໍ ເຮັດໃຫ້ຫວາງໃຈຢ່າງບອກບໍ່ຖືກ… ສົ່ງຍິ້ມໃຫ້ຜູ້ເປັນເມຍແທນຄໍາຂອບໃຈ…ແຕ່ເມື່ອເຫັນສີໜ້າຂອງຄູ່ຊີວິດບໍ່ຄ່ອຍສົດຊື່ນປານໃດ ຈຶ່ງເອີ່ຍປາກຖາມດ້ວຍຄວາມເປັນຫ່ວງ…
“ມີຫຍັງບໍ່, ແມ່ມັນ?”
“ກະ­ນີ້ເດ!” ແມ່ເຈົ້າເຮືອນຈັບເອົາຊອງສີໜາໆ­ຫຼາຍ­ຊອງຍື່ນໃຫ້ດ້ວຍທ່າທີສີເມື່ອຍໆ­.
ຈັບຂຶ້ນ­ມາເຍີງເບິ່ງ ພ້ອມກັບອ່ານໃນໃຈ: ບັດເຊີນດອງຄູ່ສົມ­ລົດໃໝ່ 3 ບັດ, ບັດເຊີນສະ­ຫຼອງ­ວັນ­ຄົບ­ຮອບແຕ່ງ­ດອງ30 ປີ 1 ບັດ ແລະ­ບັດເລົ່າຂຶ້ນເຮືອນໃໝ່ອີກ 2 ບັດ, ໂຮມທັງໝົດ 6 ບັດ­ພໍດີ ໄຄແຕ່ບໍ່ຖືກມື້ດຽວກັນ…
ຮອຍຍິ້ມ­ທີ່ເປີດກວ້າງຫວ່າງກີ້ນີ້ຖືກຫຸບມ້ຽນດ້ວຍຄວາມກັງ­ວົນໃຈ ເມື່ອຄິດເຖິງເງິນເດືອນຂອງເດືອນນີ້ທີ່ຍັງບໍ່ທັນອອກ… ແມ່ເຈົ້າເຮືອນຄົງອ່ານໃຈຜູ້ເປັນຜົວໄດ້ດີ ນາງຈຶ່ງຫາວິທີແກ້ໄຂຢ່າງໄວວາ...
“ເງິນຢູ່ນໍານ້ອງຍັງ 5 ແສນ… ຄິດວ່າຄົງພໍໃສ່ຊອງຢູ່! ໃສ່ບັດດອງບັດລະ­ແສນ, ສ່ວນບັດເລົ່າບຸນ­ນັ້ນ ໃສ່ຊອງລະ­ຫ້າສິບພັນກໍຄືຊິເໝາະ­ແລ້ວ!”
ຍິ້ມ­ສີຝືດໆ­ອອກຈາກມຸມສົບຍື່ນໃຫ້ແມ່ເຈົ້າເຮືອນຕາງຄໍາຂອບໃຈຕໍ່ຄວາມຮອບຄອບນໍາການຄິດໄລ່ເງິນໃສ່ໃນຊອງຢ່າງເໝາະ­ສົມ.
“ນີ້ລະ­ ເພິ່ນວ່າທີພະ­ທີຈົວ.” ບອກເມຍດ້ວຍຄວາມຄິດໃນແງ່ບວກ.
“ບາດຮອດທີຈົວ ເຮົາກໍຄົງໄດ້­ຊັກຄ້ອນເທົ້າໄປດອງ ເພາະ­ລູກເຮົາຍັງເປັນເບ້ຍຢູ່!” ເມຍວ່າແບບອ່ອນໃຈ.
“ກະ­ຢ່າແຫຼະ­! ເພື່ອຮັກ­ສາໜ້າຮັກ­ສາຕາຂອງຄອບ­ຄົວເຮົາ. ອີກຢ່າງໜຶ່ງກໍເພື່ອບໍ່ໃຫ້ເສຍພີ່ເສຍນ້ອງ ເສຍໝູ່ເສຍຄູ່…” ອ້າງເຫດອ້າງຜົນໃຫ້ເມຍຕາຍໃຈ.
“ເງິນ 5 ແສນ ວ່າຊິໄປຕັດ­ສິ້ນໄໝກັບເສື້ອໃໝ່­ຊັ້ນ­ດອກ! ໄປດອງເທື່ອນີ້ ກໍຄົງໃສ່ຊຸດເກົ່ານັ້ນລະ­ນໍ!” ເມຍຈົ່ມ.“ເຄື່ອງເກົ່າກໍຍັງເບິ່ງງາມຢູ່ເດ!” ລະ­ດົມໃຈເມຍແບບບໍ່ຖືກຄວາມຈິງ.
“ເຂົາຊິບໍ່ວ່າຫຍັງໃຫ້ບໍ ວ່າຍາມໃດກໍນຸ່ງຕາຍແຕ່ຊຸດເກົ່າ!” ເມຍຖຽງ.
“ບໍ່ດອກ, ສໍາ­ລັບອ້າຍແລ້ວ ເຖິງຈະ­ໃສ່ຊຸດເກົ່າ ແຕ່ກໍຍັງງາມໃນສາຍ­ຕາອ້າຍ!” ເອົານ້ຳເຜິ້ງຕ້ວຍໃສ່ຄໍາເວົ້າ.
“ແຕ່ມີຕັ້ງ 4 ດອງ ແລະ­ 2 ງານ­ບຸນ. ເຄື່ອງເກົ່າກໍມີແຕ່ 3 ຊຸດ.” ເມຍວ່າ.
“ຊຸດລະ­ 2 ງານ ກໍພໍດີແລ້ວເດ! ບໍ່ມີໃຜສັງເກດດອກ! ນອກ­ຈາກອ້າຍນີ້ທໍ່ນັ້ນລະ­!!!”
ໄດ້ຍິນດັ່ງ­ນັ້ນ ແມ່ເຈົ້າເຮືອນກໍຮູ້­ສຶກສວາງໃຈເປັນຢ່າງຍິ່ງ ແຕ່ເມື່ອຊວາດຄຶດເຖິງພາ­ຫະ­ນະ­ການໄປດອງໄປງານ ນາງຕ້ອງຫຼົງກ່າວອອກມາສຽງດັງໆ­ວ່າ:
“ແລ້ວຄ່ານ້ຳມັນລົດເດລະ­? ອີ່ເຖົ້າ­ຫັ້ນແຮ່ງກິນນ້ຳມັນ­ປານເງືອກ!”
ໄດ້ຍິນເມຍກ່າວເຖິງອີ່ເຖົ້າແດວູ ກໍເຮັດໃຫ້ຕ້ອງໄດ້ລະ­ບາຍຍິ້ມ­ອອກມາຢ່າງໃຈເຢັນ ແລະ­ກ່າວສຽງເຕື້ອຍໆ­ອອກໄປວ່າ: “ບໍ່ເອົາລົດເຮົາໄປ, ຂໍຂີ່ລົດໄປນໍາໝູ່ກໍໄດ້! ເພາະ­ແນວໃດບັກແພງມັນກໍຕ້ອງໄດ້ບັດເຊີນບັດເລົ່າຄືກັນກັບ­ພວກເຮົານີ້ລະ­!!!” ກ່າວຈົບ ກໍເຂົ້າ­ຫ້ອງປ່ຽນເຄື່ອງ ເພື່ອລົງໄປຫົດສວນຜັກ­ກາດຊອມທີ່ຫາກໍບົງໄດ້ບໍ່ເທົ່າໃດມື້ຜ່ານມາ ແລະ­ເກືອໝູນ້ອຍທີ່ແມ່ເຖົ້າໃຫ້ມາລ້ຽງເມື່ອເດືອນກ່ອນ… 

No comments:

Post a Comment