Monday, 3 March 2014

ຫຼົງຕົນເອງ

ຫຼົງຕົນເອງ

February 26, 2014 at 9:57pm
ໃນຊົ່ວໂມງພາສາລາວຂອງມື້ໜຶ່ງໃນປີ 2012, ທ້າວໝີໄດ້ຂຶ້ນໄປອ່ານບົດເລື່ອງສັ້ນທີ່ລາວແຕ່ງສູ່ໝູ່ຮ່ວມຫ້ອງ ແລະອາຈານປະຈຳວິຊາຟັງ ເພື່ອເອົາຄະແນນປະຈຳເດືອນ... ສຽງອ່ານຂອງລາວດັງບໍ່ຄ່ອຍແຮງປານໃດ ຈົນນາງສາສຸດີຜູ້ນັ່ງຢູ່ໂຕະແຖວທີ 3 ຕ້ອງໄດ້ຫງ່ຽງຫູຟັງຢ່າງຕັ້ງໃຈ...

ທຸກເຊົ້າ­ຫຼັງ­ຈາກ­ລຸກ­ຈາກບ່ອນ­ນອນ ທໍາອິດຂ້ອຍ­ກໍຕ້ອງໄປຢືນ­ຢູ່ໜ້າແວ່ນແຍງແຜ່ນໃຫຍ່ຂອງ­ຕູ້ໃສ່ເຄື່ອງຂ້າງ­ຕຽງ­ນອນ ເພື່ອກວດ­ກາ­ຄວາມ­ຫຼໍ່ເຫຼົາເຈົ້າ­ຊູ້ຂອງ­ດວງໜ້າ­ທີ່­ຖືກ­ປັ້ນແຕ່ງ­ຈາກ­ພໍ່­ທີ່­ມີຮູບຮ່າງໜ້າ­ຕາ­ທີ່­ບໍ່ຕ່າງ­ຈາກພະ­ເອກ­ຮູບເງົາ ແລະ­ແມ່­ຜູ້­ມີດວງໜ້າ­ຄ້າຍ­ຄືກັບ­ນາງເອກລະຄອນໂທລະພາບເກົາ­ຫຼີແດ­ຈັງ­ກຶມ. ຂ້ອຍຈະ­ຫຼົງ­ມົນສະ­ເໜຂອງ­ດວງໜ້າ­ຂອງຂ້ອຍເອງ ແຍງເບິ່ງເທົ່າໃດ­ກໍງາມ­ກໍຫຼໍ່­ຢູ່­ພໍປານ­ນັ້ນ ເຖິງແມ່ນ­ຍັງ­ບໍ່­ທັນໄດ້ລ້າງໜ້າເທື່ອກໍຕາມ.
"ໂອ້! ເຮົາ­ຈັ່ງ­ມາ­ຫຼໍ່­ມາເຈົ້າ­ຊູ້ເອົາແທ້ເອົາວ່າ! ຈັ່ງໃດ ສາວມະ­ລິວັນ­ກໍໍຕ້ອງ­ຫຼົງໃນ­ຄວາມ­ຫຼໍ່ຂອງເຮົາ­ຢ່າງແນ່ນອນ!" ຂ້ອຍເວົ້າກັບ­ຕົນເອງຢ່າງ­ຫຼົງລະ­ເລີງ...
ແຕ່ເຊົ້າມື້­ນີ້ຂ້ອຍຕ້ອງຟ້າວກ້າວຂາອອກ­ຈາກປະ­ຕູຫ້ອງ­ນອນ ກົງໄປຍັງຫ້ອງ­ນໍ້າ­ທີ່­ຢູ່ຂ້າງເຮືອນ­ຄົວ ຍ້ອນແມ່­ມາເຄາະ­ປະ­ຕູບອກໃຫ້­ຮູ້ວ່າ­ຮອດເວລາໄປໂຮງ­ຮຽນແລ້ວ. ຂ້ອຍເຂົ້າ­ຫ້ອງ­ນໍ້າບໍ່ຮອດ­ສິບຫ້ານາ­ທີຊໍ້າ ເພາະ­ຢ້ານໄປໂຮງ­ຮຽນ­ບໍ່­ທັນ ແຕ່ຂ້ອຍຕ້ອງເສຍເວລານໍາການແຕ່ງໂຕເກືອບ­ສາມ­ສິບ­ນາ­ທີ ໂດຍສະ­ເພາະ­ແມ່ນແຕ່ງໜ້າແຕ່ງ­ຜົມໃຫ້­ມັນ­ຄືກັບພະ­ເອກເກົາ­ຫຼີທີ່ຂ້ອຍເບິ່ງໃນໂທລະ­ພາບຊ່ອງສາມລາວ.
"ຊັກຊ້າເສຍເວລາ­ຢູ່­ຫັ້ນເດີ! ພໍ່­ຊິໄປການແລ້ວໄດ໋! ໄວແດ່ແມ້!" ສຽງແມ່ເຕືອນເຮັດໃຫ້ຂ້ອຍຕ້ອງຟ້າວອອກ­ຈາກຫ້ອງ­ນອນຢ່າງໄວພະ­ລັນ ພ້ອມດ້ວຍກະ­ເປົາ­ຫິ້ວທີ່­ມີປຶ້ມ­ຂຽນ­ປຶ້ມແບບ­ຮຽນເຕັມ­ຍັດໃນ­ຫັ້ນ.
"ສະ­ໄໝພໍ່ນ່າ ບໍ່ຖ້າ­ຊິແຕ່ງໂຕໃຫ້­ມັນເລີດຫລູປານ­ນີ້!" ພໍ່ເວົ້າ­ສຽງ­ຢາກຮ້າຍ ໂດຍ­ບໍ່ເບິ່ງໜ້າກ່ອນ­ຊິເລັ່ງເຄື່ອງ­ພາ­ລົດລ້ຽວອອກ­ສູ່­ທາງຖະ­ໜົນໃຫຍ່.
"ສະ­ໄໝພໍ່­ກັບສະ­ໄໝລູກ ມັນ­ບໍ່­ຄືກັນໄດ໋­ພໍ່! ດຽວນີ້­ມັນ­ຍຸກໂລກາ­ພິວັດແລ້ວ" ຂ້ອຍ­ຖຽງ­ພໍ່ ແລະ­ຍັງດອດໃຊ້­ຄໍາ­ສັບ­ທີ່ສະ­ໄໝຂອງ­ພໍ່­ບໍ່­ສູ້ໃຊ້­ກັນ.
"ຕັ້ງໃຈຮຽນໃຫ້ເກັ່ງໆ­ເດີລູກເດີ, ຢູ່ປີສຸດທ້າຍແລ້ວ. ຈັກໜ້ອຍຊິເສັງເຂົ້າມະຫາວິທະຍາໄລບໍ່ໄດ້ໄດ໋ຫັ້ນ!!!" ພໍ່­ທັງສັ່ງທັງສອນກ່ອນ­ທີ່ຂ້ອຍຈະ­ລົງ­ຈາກ­ລົດ. ຂ້ອຍກ່າວ "ໂດຍ" ແລ້ວກໍຍ່າງ­ມຸ່ງໜ້າ­ສູ່ປະ­ຕູໂຂງໂຮງ­ຮຽນດ້ວຍທ່າ­ທາງແບບ­ຢຽບໄຂ່­ບໍ່ແຕກ... ຂ້ອຍ­ຮູ້­ສຶກວ່າແສງ­ຕາ­ຂອງ­ນັກ­ຮຽນ­ຍິງແລະ­ຊາຍ­ທີ່ຍ່າງ­ກາຍ ຫຼຽວມາເບິ່ງຂ້ອຍເປັນ­ຈຸດ­ດຽວ ຄົງແມ່ນຍ້ອນດວງໜ້າ­ຫວານ­ຄົມ­ຂອງຂ້ອຍເປັນເຫດ ຫຼືບໍ່­ກໍແມ່ນ­ຄວາມ­ສູງໄດ້ສ່ວນ­ຂອງຂ້ອຍ­ນັ້ນລະ­ ທີ່­ດຶງ­ດູດ­ສາຍ­ຕາຂອງ­ຜູ້­ຄົນໃຫ້­ຫຼຽວມາເບິ່ງ... ຂ້ອຍ­ຍິ້ມຢ່າງ­ກວ້າງ­ຂວາງໃຫ້ແກ່­ທຸກ­ສາຍ­ຕາ­ທີ່ແນມຈ້ອງ­ມາຍັງຂ້ອຍ... ຂ້ອຍ­ຮູ້ສຶກວ່າເຂົາເຫຼົ່ານັ້ນ­ກໍໄດ້­ສົ່ງ­ຮອຍ­ຍິ້ມ­ຕອບ­ມາເຊັ່ນ­ດຽວກັນ... ຫົວໃຈຂອງຂ້ອຍຊ່າງໂພງໃຫຍ່­ປານ­ປຸມເປົ້າ­ທີ່ຖືກ­ສູບ­ລົມເຂົ້າໄປຈົນວ່າ­ຄັບ­ໝົດ­ຊວງເອິກ...
"ເກີດ­ມາ­ຫຼໍ່ ມັນ­ກໍເປັນ­ຈັ່ງ­ຊີ້ແຫຼະ­ນໍ!" ຂ້ອຍເວົ້າກັບ­ຕົນເອງໃນໃຈ ພ້ອມ­ກັບເຫຼືອດ­ສາຍ­ຕາໄປທີ່ຫ້ອງ ມ.7 ຂ ຊຶ່ງເປັນຫ້ອງ­ຮຽນປະ­ຈໍາ­ຂອງຂ້ອຍ.
ພໍແຕ່ກ້າວຂາເຂົ້າ­ຫວິດປະ­ຕູຫ້ອງ ສຽງ­ວົນແຊວກໍດັງ­ຂຶ້ນ... "ສຸດຫລໍ່ ມໍ 7 ມາແລ້ວ!" ສຽງ­ດັງ­ຈາກ­ສຸດແຈຫ້ອງໂດ່ງ­ມາໃສ່ຂ້ອຍ ເຮັດໃຫ້ຂ້ອຍ­ລືມ­ຮອດກ່າວຄໍາສະ­ບາຍ­ດີກັບ­ນາງມະ­ລິວັນ­ຫົວໜ້າ­ຫ້ອງ ຊຶ່ງ­ກໍາ­ລັງເອົານໍ້າດື່ມໄປວາງໄວ້ເທິງໂຕະ­ອາ­ຈານ.
"ບົດ­ຮຽນໄດ້ແລ້ວເບ໊າະ­?" ສີນຸກເພື່ອນຮ່ວມໂຕະ­ຈີກ­ປາກ­ຖາມກ່ອນຂ້ອຍ­ຊິເອົາກະ­ເປົາຍັດໃສ່ກ້ອງໂຕະ­.
"ອາ­ຈານ­ຊິກວດ­ກາ­ຊັ້ນ­ບໍ?" ຂ້ອຍ­ຖາມ­ຄືນ.
"ກວດລະ­ບໍ. ເທື່ອແລ້ວເພິ່ນ­ກໍບອກໃຫ້­ກຽມ­ບົດ­ຮຽນແລ້ວເດ!"
"ບໍ່­ມີບັນ­ຫາດອກເວິ້ຍ!" ຂ້ອຍເວົ້າແບບເຊື່ອໝັ້ນ­ຕົນເອງ ແຕ່ໃນໃຈເຕັ້ນ­ຕຶກໆ­ປານ­ກັບ­ຊິອອກເສິກ­ກໍບໍ່ປານ.
ນ້ອຍ­ບໍ່­ນານ ອາ­ຈານປະ­ຈໍາວິຊາ­ຊີວະ­ວິທະ­ຍາກໍເຂົ້າມາ ນັກ­ຮຽນ­ທຸກ­ຄົນ­ພາກັນ­ຢືນ­ຂຶ້ນ­ທໍາ­ຄວາມເຄົາ­ລົບ ແລ້ວກໍນັ່ງ­ລົງ­ຫຼັງ­ຈາກ­ອາ­ຈານ­ບອກໃຫ້­ນັ່ງ...
"ທຸກ­ຄົນເອົາເຈ້ຍ­ອອກ­ມາເຮັດ­ກວດ­ກາ. ຫ້າມກ່າຍ­ປຶ້ມຫລືກ່າຍ­ໝູ່ເປັນເດັດ­ຂາດ. ຫາກໃຜຝືນລະ­ບຽບ ອາ­ຈານຈະ­ລົງໂທດ­ທັນ­ທີ." ຄໍາເວົ້າ­ຂອງ­ອາ­ຈານເຮັດໃຫ້ຂ້ອຍ­ຮູ້­ສຶກ­ວິນ­ວຽນເຂົ້າກັບ­ບາດ, ມື້­ຄືນ­ນີ້­ບໍ່ໄດ້ເບິ່ງ­ບົດ­ຮຽນ­ພໍໜ້ອຍ ເພາະ­ເມົານໍາແຕ່ແກະ­ຂີ້­ສິວ ແລະ­ເອົາ­ຢາ­ຂ້າ­ສິວຮວາດໃສ່ ເວົ້າ­ລວມ­ກໍແມ່ນເມົານໍາແຕ່ຄວາມ­ຫຼໍ່­ຈົນ­ລືມເບິ່ງ­ບົດ­ຮຽນ, ທັງຍັງເມົາແຕ່ສົ່ງຂໍ້ຄວາມຫາໝູ່ຢູ່ເຟັສບຸກເກືອບໝົດຄືນ...
ອາ­ຈານ­ຂຽນ­ຄໍາ­ຖາມ­ກວດ­ກາໃສ່ກະ­ດານ ມີຢູ່ສອງ­ຂໍ້, ເພິ່ນໃຫ້ເວລາ­ພຽງແຕ່­ສິບຫ້ານາ­ທີ. ທຸກ­ຄົນ­ຕັ້ງໜ້າ­ຕອບ­ຄໍາ­ຖາມ ຄວາມ­ມິດ­ງຽບ­ປົກ­ຄຸມໄປທົ່ວທັງຫ້ອງ ເຮັດໃຫ້ຂ້ອຍ­ຮູ້­ສຶກເປັນ­ສີຕ່າງໆ­ໃນ­ຫົວໃຈ... ເຮັດແນວໃດ­ດີນໍ! ຄໍາ­ຖາມ­ທັງ­ສອງ­ຂໍ້ ອ່ານ­ຕັ້ງ­ສິບ­ຫຼົບ ແຕ່­ກໍບໍ່ເຂົ້າບໍ່ອອກ... ຈຶ່ງເຮັດ­ສາຍ­ຕາ­ສີເຫຼືອດໆ­ໄປທາງເພື່ອນຮ່ວມໂຕະ­ ແຕ່­ມັນ­ຊໍ້າ­ພັດເອົາມືສີບັງໆ­ໄວ້ ຂ້ອຍ­ຈຶ່ງງະ­ຂາໄປຕໍາເອົາ­ຂາມັນ ເພື່ອເປັນ­ສັນ­ຍານ­ບອກໃຫ້­ມັນ­ຮູ້ວ່າ "ກູຂໍກ່າຍແດ່!". ແຕ່­ບໍ່ເປັນ­ຜົນ ມັນເຮັດ­ຄືໝໍ້­ຂາງ­ບໍ່­ຮູ້ຮ້ອນ­ນີ້ລະ­! ອາ­ຈານ­ຄົງ­ສັງເກດເຫັນ­ອາການ ຜິດ­ປົກກະ­ຕິຂອງຂ້ອຍ ຈຶ່ງ­ບໍ່ລະ­ສາຍ­ຕາໄປຈາກຂ້ອຍເລີຍ..."ຫຼືວ່າອາ­ຈານ­ຄົງ­ຕິດໃຈນໍາ­ຄວາມ­ຫຼໍ່ຂອງເຮົາ!" ຂ້ອຍ­ຍັງ­ຄິດເຂົ້າ­ຂ້າງ­ຕົນເອງແບບຄົນບໍ່ພໍປົວ­...
ສິບຫ້ານາ­ທີຜ່ານໄປໄວປານ­ນໍ້າໄຫຼ ຂ້ອຍ­ຍັງ­ຄຶດຫຍັງ­ບໍ່ອອກ ຈຶ່ງ­ມີແຕ່ຄວາມວ່າງເປົ່າ­ຢູ່ໃນເຈ້ຍ­ກວດກາ. ຫົວໜ້າ­ໜ່ວຍ­ມາເກັບເອົາເຈ້ຍໄປສົ່ງ­ອາ­ຈານ ພ້ອມ­ທັງ­ຫຼຽວເບິ່ງຂ້ອຍຢ່າງ­ຍິ້ມໆ­... ຂ້ອຍ­ກໍຍິ້ມ­ຕອບແບບ­ຈືດໆ­...
"ວິລຸນ! ອອກ­ມາ­ຫາອາ­ຈານ" ຂ້ອຍ­ຕົກໃຈວາບ­ບາດ­ໜຶ່ງ ແລະ­ກໍລຸກໄປຫາໂຕະ­ອາ­ຈານ.
"ຄືບໍ່­ຂຽນຫຍັງໃສ່?" ເພິ່ນກ່າວສຽງ­ສີຮ້າຍໆ­ ເຮັດໃຫ້ຂ້ອຍ­ຕັບ­ລີບ­ໝົດ ບໍ່ຊ່າງ­ຊິຕອບແນວໃດ ໄດ້ແຕ່ເຮັດໜ້າໂຈ່ໂລ່­ປານມະ­ນຸດໄຮ້­ປັນ­ຍາເອົາໂລດ. ຂ້ອຍ­ກົ້ມໜ້າແນມເບິ່ງ­ພື້ນຫ້ອງດ້ວຍ­ຄວາມ­ສໍານຶກ­ຜິດ...
"ເທື່ອໜ້າ ເອົາໃຈໃສ່ແດ່ເດີ! ແລະ­ອັນ­ທີ່­ສໍາ­ຄັນ ມາໂຮງ­ຮຽນແຕ່ລະ­ເທື່ອກະ­ສວ່າຍໜ້າ­ສວ່າຍຕາໃຫ້­ມັນ­ຄັກແດ່! ຢ່າໄດ້ເຮັດໃຫ້­ສາຍ­ຕາ­ຂອງ­ຜູ້­ອື່ນຕ້ອງ­ມາ­ທໍລະ­ມານ­ກັບ­ການເບິ່ງ­ສິ່ງ­ທີ່­ບໍ່ຄ່ອຍໂສພາ­ປານໃດນີ້..." ຄໍາເວົ້າ­ປະ­ໂຫຍກ­ສຸດທ້າຍ­ຂອງ­ອາ­ຈານເຮັດໃຫ້ຂ້ອຍແປກໃຈຢ່າງເຫຼືອຈະ­ກ່າວ... ຂ້ອຍເອົາມືແຕະ­ທີ່ໜ້າ­ຕົນເອງ ຈຶ່ງ­ຮູ້­ສຶກວ່າມີຫຍັງ­ສີໜຽວໆ­ຢູ່ແກ້ມ... ໂອ້ຍ! ລືມລ້າງ­ຢາ­ຂ້າ­ສິວອອກ... ຂ້ອຍຟ້າວເຂົ້າບ່ອນຫຼັງ­ຈາກ­ອາ­ຈານ­ສັ່ງ ແລ້ວຈົກເອົາແພມົນ­ຈາກ­ຖົງໂສ້ງ­ຂຶ້ນ­ມາເຊັດໜ້າ... ຢາກຫຼໍ່­ຫຼາຍ­ກໍເລີຍເປັນ­ຈັ່ງ­ຊີ້­ນໍ!
"ເທື່ອໜ້າເຮົາ­ຊິບໍ່­ຫຼົງ­ຄວາມ­ຫຼໍ່­ເຫຼົາເຈົ້າຊູ້ອີກແລ້ວ ແລະບໍ່ເມົາແຕ່ຫຼິ້ນເຟັສບຸກຈົນເກີນໄປ!" ຂ້ອຍກ່າວປະ­ຕິຍານ­ກັບ­ຕົນເອງ ກ່ອນຈະ­ເງີຍໜ້າ­ຜະ­ເຊີນກັບ­ສາຍ­ຕາ­ຂອງ­ບັນ­ດາເພື່ອນຮ່ວມຫ້ອງ... ທຸກ­ຄົນແນມເບິ່ງຂ້ອຍດ້ວຍ­ສາຍ­ຕາໃຫ້ອະ­ໄພ ໂດຍສະ­ເພາະ­ສາຍ­ຕາ­ຂອງ­ນາງມະ­ລິວັນ­ຫົວໜ້າ­ຫ້ອງ ທີ່­ສົ່ງ­ສາຍ­ຕາແຫ່ງ­ຄວາມເປັນ­ມິດໃຫ້ຂ້ອຍເປັນຢ່າງ­ດີ...​

ຂຽນໂດຍ ອາຈານ ແສງຟ້າ  ຟຫລານຸພາບ

No comments:

Post a Comment