ສຽງເພງວັນແມ່
March 8, 2014 at 10:07am
ຂຽນໂດຍ ອາຈານ ແສງຟ້າໂຫລານູພາບ
ຂຽນໂດຍ ອາຈານ ແສງຟ້າໂຫລານູພາບ
ເນື່ອງໃນໂອກາດວັນແມ່ຍິງສາກົນຄົບຮອບ 104 ປີ,ຂໍສົ່ງພອນອັນປະເສີດເຖິງບັນດາເພື່ອນເພດຍິງທຸກທ່ານທັງໜຸ່ມນ້ອຍແລະອາວຸໂສ ຈົ່ງປະສົບແຕ່ຄວາມສຸກໂຊກດີມີກຳລັງວັງຊາແຂງແຮງເພື່ອບຸກທະລຸແລະມີຜົນສຳເລັດໃນເປົ້າໝາຍແຫ່ງຊີວິດຂອງຕົນ.ພ້ອມກັນນີ້ຂໍມອບບົດເລື່ອງກ້ອມໆຈາກປະສົບການຂອງນາງນ້ອຍຄາວທີ່ຮຽນຢູ່ໂຮງຮຽນອະນຸບານ, ເລື່ອງຈະເປັນແນວໃດນັ້ນ ຂໍເຊີນທ່ານໃຊ້ແສງຕາສຳຜັດກັບຕົວອັກສອນທີ່ລຽນຊາບລາບຂ້າງລຸ່ມນີ້ໄດ້ເລີຍ...
ທຸກປີເມື່ອວັນແມ່ຍິງສາກົນໄດ້ວຽນບັນຈົບຄົບຮອບມາເຖິງ ພາບແຫ່ງຄວາມຫຼັ ງຄັ້ງທີ່ນ້ອຍຍັງເປັນນັກຮຽນອະນຸບານກໍສາຍພາບອອກມາໃຫ້ເຫັນໃນດວງຄວາມຄິດ... ຕະຫຼ ອດສາມປີທີ່ເປັນນາງນ້ອຍໜ້າໃສນຸ່ງເສື້ອຂາວເຂົ້າໃນກະໂປງສີຟ້າເຂັ້ມ ແລະມີແພມັດຄໍສີຟ້າອ່ອນສຳລັບອະນຸຊົນ,ມັນຊ່າງເປັນໄລຍະທີ່ມີ ຄວາມສຸກຕາມຜະສາເດັກນ້ອຍທີ່ຍາມໃດແມ່ກໍໃຫ້ຄວາມອົບອຸ່ນໂດຍອ້ອມກອດອັນນຸ່ມນວນຊວນໃຫ້ຫຼັບຝັນແລະຍັງມີສາວຄູຜູ້ໃຈດີຄ່ອຍເອົາໃຈໃສ່ບອກສອນວິທີຢ້ອນເພື່ອໃຫ້ເຂົ້າກັບຈັງຫວະເພງ. ຍັງຈື່ຈຳໄດ້ໝັ້ນວ່າ ສາວຄູບຸນຕັ້ງໄດ້ສອນໃຫ້ຮ້ອງແລະຟ້ອນເພງໂຕກະຕ່າຍ ຊຶ່ງໃນຕອນນັ້ນຖືວ່າເປັນຄັ້ງທຳອິດຂອງເດັກຍິງໂຕນ້ອຍໆທີ່ຫາກໍຜ່ານລະດູຝົນມາພຽງ 3 ລະດູ ໄດ້ແອະແອ່ນຟ້ອນແລະຮ້ອງຮ່ວມກັບເພື່ອນເດັກທັງຍິງແລະຊາຍ. ຊົ່ວຊິຮ້ອງແລະຟ້ອນເຂົ້າກັບໝູ່ໄດ້ສາວຄູບຸນຕັ້ງຕ້ອງໄດ້ເຂົ້າມາໃກ້ພ້ອມກັບຈັບ ມືຈັບຕີນສອນວິທີຍົກມື ຍົກຕີນ ຢຽດແຂນ ຢຽດຂາ. ມີບາງຄັ້ງ ສາວຄູຕ້ອງໄດ້ໃຊ້ໄມ້ແສ້ຟາດລົງດິນ ເພື່ອກຳຮາບບັນດາເດັກຈອມດື້ທີ່ມັກອອກນອກລະບຽບ ໃນນັ້ນກໍມີນ້ອຍຜູ້ໜຶ່ງ. ເຖິງຈະບໍ່ມີພອນສະຫວັນທາງດ້ານສິລະປະວັນນະຄະດີປານໃດກໍຕາມ ຍ້ອນຄວາມມຸມານະຂອງສາວຄູ ໃນທີ່ສຸດນ້ອຍກໍສາມາດຮ້ອງເພງດັ່ງກ່າວດ້ວຍສຽງທີ່ຍັງບໍ່ຂອດປານໃດນັ້ນໄດ້ ແລະກໍສາມາດຟ້ອນໄດ້ຢ່າງບໍ່ຂັດເຂີນ. ເມືອຮອດເຮືອນຫຼັງຈາກກິນແລງແລ້ວກໍເປີດລາຍການສະແດງໃຫ້ພໍ່ກັບແມ່ເບິ່ງ ໂດຍມີເອື້ອຍໃຫຍ່ທີ່ຮຽນຢູ່ອະນຸບານໃຫຍ່ເປັນໂຄສົກ.ຂະນະທີ່ຮ້ອງແລະຟ້ອນໄປນັ້ນ ພໍ່ກັບແມ່ກໍຕົບມືໃຫ້ຈັງຫວະໄປນຳ. ແມ່ຕົບບໍ່ຄ່ອຍຖືກຈັງຫວະປານໃດ,ນ້ອຍຈຳຕ້ອງຢຸດການສະແດງ ພ້ອມກັບຍ່າງເຂົ້າໄປຫາແມ່ ແລະບອກວິທີຕົບມືໃຫ້ຖືກຈັງຫວະ. “ຕົກຈັ່ງຊີ້ນ່າ ແມະ!” ສຽງບໍ່ຂອດແນະນຳແມ່ພ້ອມທັງຕົບມືສາທິດໃຫ້ແມ່ເບິ່ງ. ແມ່ຍິ້ມແບບອາຍໆ ແລະເອີ່ຍປາກເວົ້າດ້ວຍສຽງນວນໆວ່າ: “ໂອຍ! ກະແນວແມ່ບໍ່ແມ່ນສິລະປະເກົ່າເດ. ບໍ່ຄືພໍ່ຂອງລູກເພິ່ນເປັນທັງນັກຮ້ອງນັກຟ້ອນປະຈຳໂຮງຮຽນ. ລູກຫັ້ນໄດ້ແນວພໍ່ ຮ້ອງກໍເປັນຟ້ອນກໍເກັ່ງ. ແມ່ບໍ່ເປັນທັງສອງແນວ ໄດ້ແຕ່ຟັງກັບເບິ່ງທໍ່ນັ້ນລະ!” “ຊັ້ນ! ແມະບໍ່ຕ້ອງຕົກມືເດີ. ເບິ່ນ ແລະ ຟັນຊື່ໆ. ມີແຕ່ໃຫ້ພໍ່ຕົກ. ເອື້ອຍໃຫຍ່ກະບໍ່ຕ້ອນຕົກ, ມາຟ້ອນເປັນໝູ່ນ້ອຍ.” ນ້ອຍອອກຄຳສັ່ງ ເຮັດໃຫ້ແມ່ຍິ້ມ ແລະປ່ອຍສຽງຫຶໆແບບຄົນອົດຫົວບໍ່ຢູ່. “ກະໄດ້. ແມ່ຊິເບິ່ງຊື່ໆເດີ!” ການສະແດງຂອງສອງເອື້ອຍນ້ອງໃນຄາວນັ້ນ ຄຶດມາເທື່ອໃດ ກໍເຮັດໃຫ້ຮອຍຍິ້ມຢູ່ແຈຮິມສົບແຜ່ກະຈາຍໄປເຖິງໝາກຫົວໃຈ.
ອີກສອງປີຕໍ່ມາ ນ້ອຍໄດ້ຖືກເລືອກຈາກສາວຄູໃຫ້ຮ້ອງເພງ “ວັນແມ່” ໃນໂອກາດວັນທີ 8 ເດືອນ 3. ໃນປີນັ້ນໂຮງຮຽນອະນຸບານທີ່ນ້ອຍຮຽນໄດ້ຈັດພິທີຄຳນັບຮັບຕ້ອນວັນດັ່ງກ່າວຢ່າງຍິ່ງໃຫຍ່ໂດຍເຊີນຜູ້ປົກຄອງເດັກໃຫ້ມາຮ່ວມສະຫຼອງ ແລະ ເບິ່ງການສະແດງຂອງນ້ອງນ້ອຍນັກຮຽນອະນຸບານ.ເມື່ອແມ່ຮູ້ວ່ານ້ອຍຈະໄດ້ອອກສະແດງໃນພິທີດັ່ງກ່າວ ແມ່ກໍໄດ້ເປັນກຳລັງໃຈໃຫ້ລູກຜູ້ທີສອງຂອງຕົນເປັນຢ່າງດີ ແລະ ໄດ້ກະກຽມເຄື່ອງນຸ່ງສີງາມຕາໃຫ້ໃສ່ ພ້ອມທັງໄປສົ່ງໃຫ້ໄປກຽມໂຕຢູ່ໂຮງຮຽນຕາມທີ່ສາວຄູນັດ. ມື້ນັ້ນ ນ້ອຍຮູ້ສຶກຕື່ນເຕັ້ນແບບບໍ່ເຄີຍມີມາກ່ອນ ຫົວໃຈດວງນ້ອຍໆເຕັ້ນຕຶກຕັກໆຍິ່ງສາວຄູເອົາເຂົ້າແປ້ງນໍ້າແດງມາແຕ່ງເຕີມໃສ່ໃບໜ້າ ແລະປາກກໍຍິ່ງເຮັດໃຫ້ຫົວໃຈດວງນ້ອຍໂພງໃຫຍ່ຂຶ້ນຈົນວ່າຄັບໄປທົ່ວໜ້າເອິກ.ການສະແດງໄດ້ເລີ່ມເປີດສາກຂຶ້ນໂດຍການຂຶ້ນກ່າວເປີດຂອງປ້າຄູຫົວໜ້າໂຮງຮຽນອະນຸບານ.ເນື້ອໃນທີ່ເພິ່ນກ່າວນັ້ນ ນ້ອຍຈື່ໄດ້ແຕ່ວ່າ ເປັນການສະແດງເພື່ອຕ້ອນຮັບວັນທີ 8 ເດືອນ 3…ລາຍການປະຖົມມະລືກທີ່ສະແດງໃນວັນນັ້ນ ແມ່ນການຟ້ອນອວຍພອນແດ່ແມ່ຊຶ່ງແມ່ນຫ້ອງຂອງນ້ອຍເປັນເຈົ້າລາຍການ. ເພື່ອນເດັກຍິງ 6ຄົນຟ້ອນໄປຕາມຈັງຫວະເພງອວຍພອນທີ່ສາວຄູເສບດ້ວຍຄີບອດຢ່າງອ່ອນຊ້ອຍ. ເບິ່ງແລ້ວຊ່າງເປັນຕາຮັກຕາແພງແທ້ໆ. ລາຍການທີສອງແມ່ນຟ້ອນເພງສຽງລູກໄກ່ໂດຍນ້ອງນ້ອຍຍິງຊາຍຫ້ອງອະນຸບານກາງ ກ.ແຕ່ລະລາຍການໄດ້ຮັບສຽງຕົບມືຢ່າງກຶກກອງຈາກບັນດາຜູ້ຊົມຊຶ່ງມີທັງຜູ້ປົກຄອງ ແລະນັກຮຽນປະຖົມທີ່ເຂົ້າຮ່ວມຊົມ.ນ້ອຍລໍຖ້າເວລາການສະແດງຂອງຕົນດ້ວຍໃຈຈົດຈໍ່ຈົນບໍ່ສົນໃຈນຳການສະແດງຂອງເພື່ອນໆພໍປານໃດ,ຮູ້ສຶກເປັນກັງວົນຢ້ານແຕ່ວ່າຈະສະແດງບໍ່ໄດ້ດີ. ມືທັງສອງເບື້ອງຊຸ່ມໄປດ້ວຍເຫື່ອ. ສາວຄູບຸນຕັ້ງ ເດ່ມືມາຈັບແຂນຂອງນ້ອຍ ພ້ອມທັງບອກວ່າ: “ໝົດລາຍການນີ້ແລ້ວ ໃຫ້ຫຼານກຽມໂຕເດີ!” ໃນທີ່ສຸດ ວິນາທີແຫ່ງຄວາມລະທຶກໃຈກໍມາເຖິງ ເຄີຍຮ້ອງແຕ່ຕໍ່ໜ້າສາວຄູ, ໝູ່ຄູ່, ພໍ່ແມ່ ແລະເອື້ອຍ.ມື້ນີ້ຕ້ອງໄດ້ຮ້ອງຕໍ່ໜ້າຄົນເປັນຮ້ອຍ ຮູ້ສຶກຕື່ນເຕັ້ນຈົນບອກບໍ່ຖືກ. ສິ້ນສຽງປະກາດຂອງໂຄສົກ,ນ້ອຍກໍຍ່າງອອກສູ່ໜ້າເວທີ ພະຍາຍາມບັງຄັບໃຈບໍ່ໃຫ້ສັ່ນ ຫຼຽວໄປເບື້ອງໜ້າເພື່ອປະສານຕາກັບແມ່. ຄົນຫຼາຍເອົາແທ້ເອົາວ່າ ຊົ່ວຊິເຫັນດວງໜ້າແມ່ກໍກິນເວລາໄປຫຼາຍວິນາທີ. ຮອຍຍິ້ມແມ່ດຸດດັ່ງກັບດອກຈຳປາພວມບານແມ່ຄົງສຸກໃຈທີ່ເຫັນລູກຂອງແມ່ສະແດງຄວາມສາມາດໃຫ້ທຸກໆຄົນໄດ້ເຫັນ… ອິນໂຕຣເພງດັງຂຶ້ນໄມຢູ່ໃນມືຖືກຍົກຂຶ້ນພຽງປາກ ແລ້ວສຽງນ້ອຍໆໃສໆກໍດັງກັງວານໄປທົ່ວຫ້ອງປະຊຸມຂອງໂຮງຮຽນອະນຸບານ…
ວັນທີແປດເດືອນສາມ ວັນງາມຂອງແມ່ ພວກລູກນີ້ສຸກໃຈແທ້ ວັນແມ່ສາກົນ ລູກທຸກຄົນ ຂໍອວຍພອນໄຊ ໃຫ້ແມ່ຂອງລູກ ສຸກກາຍ ແລະ ໃຈ ເປັນຮົ່ມໂພຮົ່ມໄຊ ຂອງລູກຕະຫຼອດໄປ…ພໍສຽງເພງຈົບລົງ ສຽງຕົບມືກໍດັງກະຮຶ່ມໄປທົ່ວຫ້ອງ ນ້ອຍຍົກມືຂຶ້ນນົບ ແລະຫຍໍ້ໂຕກົ້ມຫົວລົງ ເພື່ອສະແດງຄວາມເຄົາລົບຕໍ່ບັນດາຜູ້ຊົມ. ກ່ອນຈະກ້າວລົງຈາກເວທີ ບໍ່ລືມທີ່ຈະສົ່ງແສງຕາໄປຍັງແມ່... ເຫັນເພິ່ນຍິ້ມຢ່າງສົດຊື່ນ, ແລະທີ່ດວງຕາເອີ່ລົ້ນໄປດ້ວຍນໍ້າໃສໆແຫ່ງຄວາມພາກພູມໃຈ… ຄຶດມາເຖິງຕອນນີ້ກໍຮູ້ສຶກຄືມີຫຍັງມາຕັນຢູ່ໃນຮູຄໍ ແລະຮູ້ສຶກວ່າຢາກຈະຮ້ອງເພງນີ້ໃຫ້ແມ່ຟັງອີກໃນວັນແມ່ຍິງສາກົນປີນີ້…

No comments:
Post a Comment