ຄົນກັບລາສີ: ເຮັດເປັນມືຈຶ່ງເຫັນໜ້າປ້າ
ໂດຍອາຈານ ແສງຟ້າ ໂຫລານຸພາບ
“ພໍ່ສີເອີຍ! ເຈົ້າບໍ່ໄປກິນດອງ ເຮືອນປ້າວັນບໍ່?” ສຽງຂອງປ້າແພງດັງໂດ່ງມາແຕ່ຟາກຮົ້ວເຮືອນໄມ້ຍົກພື້ນສູງຕາມແບບ ເຮືອນລາວໆ.
“ຄືຊິບໍ່ໄດ້ໄປດອກ!” ຊາຍໄວກາງຄົນໜ້າສີໝອງໆກ່າວຕອບດ້ວຍສຽງສີຟ່າວໆຢູ່ກ້ອງຕະລ່າງເຮືອນໃນມືຍັງຈັກຕອກຢູ່.
“ອ້າວ! ກະດຽວວ່າອີ່ຄໍາຫຼ້າເປັນຫຼານເມຍເຈົ້າ!” ປ້າແພງກ່າວແບບແປກໃຈ.
“ຫຼານກໍຫຼານຫັ້ນແຫຼ້ວ ແຕ່ເຂົາບໍ່ໄດ້ນັບໄດ້ຖືພວກເຮົາເປັນນ້າບ່າວນ້າສາວແລ້ວ...” ພໍ່ສີ ຫຼືທ້າວທອງກ່າວອອກມາແບບສີແຄ້ນໆໃນຫົວເອິກ.
“ແມ່ນຫັ້ນລະ ປ້າແພງເອີຍ! ເຈົ້າລະຫາຮີບໄປຮ່ວມນໍາເຂົາສາ. ພວກເຮົາມັນບໍ່ມີລາສີພໍທີ່ຈະເຂົ້າຮ່ວມພິທີອັນເປັນສິລິມຸງຄຸນນໍາເຂົາໄດ້ດອກ.” ສຽງອ່າວນ້ອຍແຫຼມຂອງໃຜຜູ້ໜຶ່ງດັງດອດມາແຕ່ເທິງເຮືອນ ນາງບົວໄຂນັ້ນເອງ... ເຖິງໜ້າລາວຈະໝອງ ຂາດລາສີ ແຕ່ຮ່ອງຮອຍແຫ່ງຄວາມງາມຍັງຫຼົງເຫຼືອໄວ້ໃຫ້ເຫັນຢູ່.
ເມື່ອຫວນຄືນສະໄໝທີ່ນາງບົວໄຂເປັນສາວ ຜູ້ບ່າວທົ່ວທີບພໍ້ວໍ້ນັ້ນຕ່າງກໍຮູ້ຈັກກັນດີ ເພາະລາວເປັນຜູ້ສາວທີ່ງາມບໍ່ມີໃຜເທົ່າທຽມໄດ້ ພ້ອມທັງເປັນລູກສາວຫົວແກ້ວຫົວແຫວນຂອງເສດຖີປະຈໍາບ້ານແຫ່ງນັ້ນ... ແຕ່ຈະເປັນບຸນຫຼືກໍາບໍ່ຮູ້ໄດ້, ສາວບົວໄຂຜູ້ງາມລ້ຳຊ້ຳພັດໄປຫຼົງມັກຮັກກັບຊາຍຜູ້ຂາດລາສີ ບໍ່ມີຫົວນອນປາຍຕີນທີ່ແນ່ນອນ ແຕ່ໄດ້ຖືກເສດຖີນໍາມາເປັນຄົນຮັບໃຊ້ປະຈໍາເຮືອນ... ເຖິງບ່າວທອງຈະຂາດແສງລາສີທີ່ເປັ່ງປະກາຍອອກຈາກເຮືອນຮ່າງ ແຕ່ລາວກໍເປັນຜູ້ມີຄວາມຕັ້ງໃຈຈິງໃນການເຮັດວຽກທີ່ໄດ້ຮັບການມອບໝາຍຊຶ່ງເປັນທີ່ຖືກອົກຖືກໃຈທ່ານເສດຖີເປັນຢ່າງຍິ່ງ... ແຕ່ເຖິງປານນັ້ນ ລາວກໍບໍ່ຍອມໃຫ້ບ່າວທອງມາເປັນເຂີຍ ຍ້ອນເລື່ອງລາສີຢ່າງດຽວ… ເຖິງຈະຫ້າມປາມແນວໃດ ບົວໄຂກໍບໍ່ປ່ຽນໃຈຈາກຊາຍຄົນຮັກ... ພໍ່ເສດຖີໄດ້ໃຊ້ທັງໄມ້ອ່ອນໄມ້ແຂງກໍບໍ່ເປັນຜົນ... ໃນທີ່ສຸດ ພໍ່ເສດຖີກໍໄລ່ລູກສາວຫຼ້າອອກເຮືອນ ແລະໄດ້ຕັດຂາດຈາກຄວາມເປັນພໍ່ເປັນລູກກັນ...
ກ່ອນທີ່ບົວໄຂຈະຕັດສິນໃຈອອກເຮືອນໄປ, ບ່າວທອງກໍໄດ້ເຕືອນສະຕິ:
“ອ້າຍຄົນຈົນຜູ່ຮ້າຍ ຢູ່ຕູບເຕ້ຍຕໍ່າ ນ້ອງຄົງຢູ່ກັບອ້າຍບໍ່ໄດ້ຈິງແທ້ແນ່ນອນ. ຂໍໃຫ້ນ້ອງປ່ຽນໃຈສາ ອ້າຍນີ້ຂໍລາຈາກ ໄປຕາມທາງຜູ້ຮ້າຍ ຊາຍຂາດລາສີນີ້ແຫຼ້ວ!” ເຖິງຈະເວົ້າຈະວ່າແນວໃດ ກໍບໍ່ສາມາດປ່ຽນໃຈບົວໄຂໄດ້… ໃນທີ່ສຸດຄູ່ຮັກທັງສອງກໍຖືກຂັບໄລ່ໃຫ້ໄປຢູ່ຕູບຮ້າຍໃນທ້າຍສວນຂອງເສດຖີ… ຈາກຄົນທີ່ເຄີຍມີລາສີຈັບ ບົວໄຂກໍຄ່ອຍໆກາຍເປັນຄົນຂາດລາສີຄືກັບຜົວຂອງຕົນ.
ນັບແຕ່ນັ້ນມາ ຍ້ອນຄວາມຮັກແທ້ ເຂົາທັງສອງກໍໄດ້ພາກັນສ້າງຖານະ ຈົນສາມາດຫຼຸດພົ້ນອອກຈາກຕູບໄປຢູ່ເຮືອນຮ້ານທີ່ໄດ້ຈາກນ້ຳເຫື່ອນ້ຳແຮງຂອງຕົນເອງ… ເຖິງປານນັ້ນ ລາສີກໍຍັງບໍ່ເປັ່ງປະກາຍອອກຈາກຮ່າງຄີງເທື່ອ… ລູກເຕົ້າທີ່ເກີດອອກມາສາມຄົນ ກໍບໍ່ທັນມີລາສີພໍທີ່ທ່ານເສດຖີຈະຫຼຽວແລ ແລະເອື້ອນເອີຍວ່າເປັນຫຼານຂອງຕົນ… ເວລາຜ່ານໄປໄວປານລູກສອນໄຟຂ້າມທະວີບ, ຄາວດຽວ ທ່ານເສດຖີກໍລ່ວງລັບດັບຂັນຈາກໂລກນີ້ໄປ ພິທີສົ່ງສະການໃຫຍ່ແບບວ່າຄົນໃນທີບພໍ້ວໍ້ນັ້ນພາກັນເຂົ້າຮ່ວມຢ່າງຄັບຄາໜາແໜ້ນ. ກ່ອນສິ້ນລົມຫາຍໃຈ ທ່ານເສດຖີໄດ້ຂໍນໍາບັນດາລູກໆໃຫ້ໄດ້ພົບໜ້າລູກສາວຫຼ້າ… ແຕ່ພວກເຂົາກໍບໍ່ໄດ້ປະຕິບັດຕາມຄໍາຂໍຂອງຜູ້ເປັນພໍ່ເລີຍ… ຊາຍຜູ້ໃກ້ຈະເຖິງຈຸດຈົບຂອງຊີວິດ ສະອື້ນອອກມາດ້ວຍຄວາມຄິດເຖິງລູກ...
“ຍ້ອນລາສີຢ່າງດຽວ ທີ່ເຮັດໃຫ້ພໍ່ບໍ່ສາມາດເຫັນໜ້າລູກໄດ້! ອະໂຫສິໃຫ້ພໍ່ແດ່ທ້ອນ!” ສິ້ນສຽງ ທ່ານເສດຖີກໍສິ້ນໃຈທ່າມກາງສຽງຮ້ອງໄຫ້ອາໄລຫາຂອງພວກລູກໆຫຼານໆ… ສ່ວນບົວໄຂພ້ອມດ້ວຍລູກແລະຜົວໄດ້ໄວ້ອາໄລເຖິງຜູ້ເປັນພໍ່ຢູ່ເຮືອນຂອງຕົນຢ່າງງຽບໆ… ຈວບຈົນເຖິງມື້ທີ່ລູກສາວຂອງເອື້ອຍກົກແຕ່ງດອງ, ບົວໄຂກໍຍັງຕ້ອງແນມເບິ່ງຜົວດ້ວຍດວງຕາອັນຫົດຫູ່ຂາດຄວາມສະຫງ່າລາສີ…
ວັນເວລາຄະເຄື່ອນຍ້າຍໄປໄວປານມີປີກບິນ, ຍ້ອນຄວາມດຸໝັ່ນຂະຫຍັນພຽນບວກກັບຄວາມສາມັກຄີຮັກແພງກັນພາຍໃນ ຄອບຄົວ ພຽງບໍ່ເທົ່າໃດປີ ຖານະຂອງທ້າວທອງແລະນາງບົວໄຂກໍພຸ່ງພວດປານຈະຫຼວດ ຖານະການເງິນຂອງພວກເຂົາໄດ້ເຮັດໃຫແສງລາສີຄ່ອຍໆເຮືອງຮອງອອກຈາກເຮືອນຮ່າງຂອງພວກເຂົາພ້ອມທັງລູກທັງສາມ… ເຮືອນດີ ເຮືອນດອງ ຕະຫຼອດຮອດງານລ້ຽງຕ່າງໆໄດ້ເປັນສະຖານທີ່ທີ່ຂາດເຖົ້າແກ່ທອງ ແລະຍາແມ່ບົວໄຂບໍ່ໄດ້… ຍາດຕິພີ່ນ້ອງທີ່ເຄີຍຫ່າງເຫີນກັນຕ່າງກໍອວ່າຍໜ້າມາຫາພ້ອມທັງສະແດງທ່າທີແບບປະຈົບປະແຈງ ເພື່ອເຮັດໃຫ້ສອງຜົວເມຍຜູ້ເຄີຍຂາດລາສີໃຈອ່ອນຍື່ນນັ້ນຍື່ນນີ້ໃຫ້ຕາມຄໍາຂໍ…
“ຫາກຜົວເມຍພວກເຮົາບໍ່ເຮັດເປັນມື ຈົນມີຖານະອັນດີ ແມ່ປ້ານ້າອາກໍຄົງບໍ່ຫັນໜ້າມາແລ… ແຕ່ຍ້ອນຖານະເຮົາປ່ຽນແປງຈົນລາສີຈັບ ຍາດຕິພີ່ນ້ອງບໍ່ວ່າຢູ່ໄກສໍ່າໃດກໍຍັງດັ້ນໜ້າມາຮອດ… ນີ້ລະນໍ! ໂລກມະນຸດຜູ້ສະອອນນໍາຄົນມີລາສີ…” ເຖົ້າແກ່ທອງຈົ່ມຄ່ອຍໆໃຫ້ຜູ້ເປັນເມຍໄດ້ຍິນກ່ອນຈະເດ່ມືໄປຈັບເອົາເງິນໃບແດງໆຕັບໜຶ່ງຍື່ນໄປໃຫ້ຜູ້ເປັນປ້າທີ່ມາຂໍຄວາມຊ່ວຍເຫຼືອ…

No comments:
Post a Comment