ບົດຮຽນສ້າງຊີວິດ (ຕອນ: ຝັນຫວານກາຍເປັນຂົມ)
ໂດຍອາຈານ ແສງຟ້າ ໂຫລານູພາບ
ດອງມື້ນັ້ນ ນາງຍັງຈົດຈຳຕິດຕາ… ຕອນເຊົ້າຈັດພິທີບາສີສູ່ຂວັນໃຫ້ແກ່ບ່າວສາວທີ່ເຮືອນຂອງນາງ, ມີແຂກຄົນເຂົ້າຮ່ວມຫຼາຍສົມຄວນ ສ່ວນຫຼາຍແມ່ນຍາດພີ່ນ້ອງ ແລະໝູ່ຄູ່ຜູ້ໃກ້ຊິດ. ນາງຢູ່ໃນຊຸດສິ້ນໄໝເສື້ອສະງຽບບຽງແພສີສົດສວຍງາມຕາ, ນອກຈາກເຄື່ອງປະດັບເອ້ຢູ່ມວຍຜົມເກົ້ານັ້ນແລ້ວ, ຢູ່ຄໍ ແລະແຂນຂອງນາງກໍໄປເອ້ຢ້ອງໄປດ້ວຍວັດຖຸທີ່ເຫຼື້ອມເປັນປະກາຍ. ທັງສາຍຄໍແລະສາຍແຂນເສັ້ນໃຫຍ່ນັ້ນ ລ້ວນແຕ່ແມ່ນຢືມຈາກນ້າສາວສຸນິສາຜູ້ມີລູກສາວແຕ່ງດອງກັບຄົນຕ່າງປະເທດ. ທີ່ຈິງສາຍຄໍຄຳຂອງນາງເອງກໍມີຢູ່ ແຕ່ສາຍນ້ອຍເກີນໄປ ບໍ່ສົມໜ້າສົມຕາກັບເຈົ້າສາວຄືດັ່ງນາງ… ສຽງເສບເພງແຫ່ເຂີຍດັງກ້ອງໄປທົ່ວບໍລິເວນງານ, ສຽງຕໍແຍກັນລະຫວ່າງຝ່າຍເຈົ້າບ່າວ ແລະເຈົ້າສາວໃນການຜ່າດ່ານສາຍເງິນສາຍໃຈດັງເປັນແຊວໆ ເຮັດໃຫ້ບັນຍາກາດຄຶກຄື້ນບໍ່ແມ່ນຂອງຄ່ອຍ… ສຽງນັ້ນໄດ້ເຮັດໃຫ້ນາງໃຈເຕັ້ນຕຶກໆ… ບໍ່ພໍຄາວນາງກໍເຫັນປ້າຄຳຈູງເຈົ້າບ່າວທີ່ຖືດອກໄມ້ແລະທຽນເຫຼັ້ມໃຫຍ່ທີ່ກະຈາຍແສງມັບມຽງເຂົ້າມາສູ່ພິທີ. ຫຼັງຈາກໄຕ້ທຽນທີ່ຍອດຂອງພາຂວັນທັງສອງແລ້ວ ຄຳພັນກໍນັ່ງຍວບລົງທາງຂ້າງນາງ. ຈາກນັ້ນ ນາຍບ້ານໄດ້ຕາງໜ້າໃຫ້ເຈົ້າພາບທັງສອງຝ່າຍອ່ານໃບອະນຸມັດແຕ່ງດອງ ແລະກ່າວຄຳເຫັນເພື່ອໄຂພິທີ. ເມື່ອນາຍບ້ານກ່າວສຸດ ຄຳພັນໄດ້ໄຂຝາກັບນ້ອຍສີແດງ ຈັບເອົາສາຍຄໍຄຳເສັ້ນນ້ອຍອອກມາຄ້ອງຄໍໃຫ້ແກ່ນາງ… ຈາກນັ້ນໝໍພອນກໍເລີ່ມຕົ້ນພິທີບາສີສູ່ຂວັນໃຫ້ແກ່ຄູ່ສົມລົດໃໝ່ດ້ວຍສຽງ ສູດຂວັນທີ່ພຽບພ້ອມໄປດ້ວຍຄວາມເວົ້າອັນຈົບງາມ ຟັງແລ້ວພາໃຫ້ຮູ້ສຶກວ່າຊີວິດຄູ່ຂອງນາງຄົງຈະດໍາເນີນໄປຢ່າງຮຽບຮ້ອຍ ປາສະຈາກອຸປະສັກໃດໆ. ຮອດຕອນປ້ອນໄຂ່ ຄິດມາຍາມໃດກໍອົດຫົວບໍ່ໄດ້ນໍາຄວາມເຊີ້ຊ້າຂອງຕົນແລະຄຳພັນ ທີ່ພາກັນກິນໄຂ່ຕົ້ມຊຶ່ງໝໍພອນບິແບ່ງໃຫ້ກິນຜູ້ລະເຄິ່ງ ຈົນວ່າລ່ອງນໍ້າລົງຄໍເກືອບບໍ່ທັນ ປ້າພຽງແສງທີ່ນັ່ງຢູ່ທາງຫຼັງຈົນໄດ້ເອົາມືມາລູບຫຼັງໃຫ້… ພິທີຕອນເຊົ້າກວ່າຈະໄດ້ເລີກລາກັນກໍເກືອບບ່າຍສາມໂມງ ເພາະນອກຈາກຮັບປະທານອາຫານທ່ຽງແລ້ວ ກໍຍັງມີລາຍການມ່ວນຊື່ນລຳວົງສາມັກຄີເພື່ອເປັນກຽດໃຫ້ແກ່ຄູ່ສົມລົດໃໝ່… ໄຄແຕ່ປະຕິເສດການດື່ມຈາກແຂກ ມີແຕ່ເຫຍັ້ນໃຫ້ແຂກກິນ ຄັນບໍ່ຊັ້ນ ກໍຄົງໄປນອນອາກລາກ
ຄືກັບອ້າຍພັນຫຼັງຈາກທີ່ແຂກເມືອກັນໝົດແລ້ວ. ນາງເອງກໍອົດທີ່ຈະລົ້ມໂຕລົງນອນບໍ່ໄດ້ ເພາະຮູ້ສຶກເມື່ອຍແຄ່ງເມື່ອຍຂາຢ່າງບໍ່ເຄີຍເປັນມາກ່ອນ. ຄິດຂີ້ງໍ້ວ່າ ຕອນຄໍ່າຈະຢືນໄດ້ດົນປານໃດ… ແຕ່ກໍຮູ້ສຶກປື້ມໃຈທີ່ຈະໄດ້ຮັບແຂກກະເປົາໜັກໆໃນຄໍ່າຄືນດັ່ງກ່າວ… ຄໍ່າຄືນຂອງງານດອງທີ່ພັດຕາຄານອັນມີຊື່ສຽງລະດັບແນວໜ້າຂອງນະຄອນຫຼວງ ຄັບຄາໜາແໜ້ນໄປດ້ວຍແຂກຄົນ ເບິ່ງຜູ້ໃດກໍນຸ່ງຖືຢ່າງຈົບງາມ ແລະເອ້ຢ້ອງໄປດ້ວຍເຄື່ອງປະດັບອັນມີຄ່າ ໂດຍສະເພາະແມ່ນບັນດາພັນລະຍາຂອງຜູ້ທີ່ມີຊື່ສຽງໃນວົງການປົກຄອງ ກໍຄືວົງການທຸລະກິດ. ເຖິງແມ່ນສຸພາພອນຈະເປັນພຽງພະນັກງານຊັ້ນຜູ້ນ້ອຍທີ່ເຮັດວຽກເປັນສະໝຽນຂາເຂົ້າຂາອອກຂອງກະຊວງ ແຕ່ນາງກໍຮູ້ຫຼາຍຜູ້ຫຼາຍຄົນ ສະເພາະຢ່າງຍິ່ງກໍແມ່ນບັນດານັກທຸລະກິດທີ່ມາພົວພັນວຽກຢູ່ກະຊວງ. ຍ້ອນນາງເປັນຄົນງາມ ນຸ່ງຖືທັນສະໄໝ ຊ່າງເວົ້າຊ່າງວ່າ ແລະມີມະນຸດສຳພັນທີ່ດີຕໍ່ທຸກຄົນ, ດັ່ງນັ້ນ ບໍ່ເປັນການຍາກເລີຍທີ່ຈະນາງຈະສ້າງຄວາມລຶ້ງເຄີຍກັບບັນດາຄົນເຫຼົ່ານັ້ນ. ເມື່ອໃກ້ຈະຮອດງານດອງ ນາງກໍຖືໂອກາດເຊີນບັນດາຄົນເຫຼົ່ານັ້ນ ຊຶ່ງຫວັງວ່າພວກເຂົາຄົງຈະເປັນຜູ້ຊ່ວຍເອົາເງິນໃສ່ຊອງໃຫ້ຫຼາຍກວ່າຜູ້ອື່ນໆ… ນອກຈາກແຂກທີ່ນາງເຊີນແລ້ວ ກໍຍັງມີແຂກຂອງຄຳພັນ ແຂກພໍ່ແມ່ທັງຝ່າຍຂອງນາງ ແລະຝ່າຍຂອງເຈົ້າບ່າວເຊີນ… ຕອນທີ່ຮັບແຂກນັ້ນ ນາງເບິ່ງໜ້າແຂກນຳກໍບໍ່ທັນ ຈັກໃຜເປັນໃຜ ຈົນວ່າຕາລາຍພຸ້ນລະ! ມີບາງໄລຍະນັ້ນ ແຂກທີ່ນາງຍໍມືໄຫວ້ນັ້ນ ນາງກໍຄຶດບໍ່ອອກຄືກັນວ່າເຄີຍເຫັນຢູ່ໃສ? ເປັນແຂກຂອງຜູ້ໃດ? ອາດຈະແມ່ນແຂກຂອງເຈົ້າບ່າວ ຫລືບໍ່ກໍຂອງພໍ່ແມ່ກໍເປັນໄດ້.
ຊົ່ວທ່ານຜູ້ໃຫຍ່ທີ່ມາເປັນກຽດໃນງານດອງໄດ້ມີໂອກາດກ່າວຄຳໂອວາດຕັກເຕືອນ ກໍຈົນໄດ້ຍິນສຽງແຂກບາງຄົນຈົ່ມເຂົ້າຫູວ່າ “ປານໃດຈຶ່ງຊິເລີ່ມນໍ ຫີວເຂົ້າແລ້ວໄດ໋!”. ໄຄແຕ່ທ່ານຜູ້ໃຫຍ່ທີ່ຕາງໜ້າໃຫ້ເຈົ້າໂຄດທັງສອງຝ່າຍກ່າວຄຳໂອວາດແລະໃຫ້ພອນຢ່າງສັ້ນກະທັດຮັດ ແຕ່ສົມບູນໄປດ້ວຍເນື້ອໃນອັນຈົບງາມ. ຫາກຊີວິດຄູ່ຂອງນາງຫາກເປັນໄປດັ່ງຄຳອວຍພອນຂອງທ່ານຜູ້ໃຫຍ່ກ່າວມານັ້ນ ນາງກໍຄົງບໍ່ໄດ້ງົມນຳການຈືນຂະໜົມຢູ່ນີ້ດອກ… ທັງຈືນຂະໜົມໄປ ທັງຄຶດໄປ…
ເມົາມົວນຳແຕ່ເຫຍັ້ນເຫຼົ້າໃຫ້ແຂກ ບໍ່ມີໂອກາດພໍທີ່ຈະຈັບແນວກິນຍັດເຂົ້າປາກ. ແຕ່ກໍບໍ່ຮູ້ສຶກຫີວ ເພາະຮູ້ສຶກເມື່ອຍຫຼາຍກວ່າ ຈົນວ່າບໍ່ຢາກກິນຮອດຫຍັງ. ຄໍາພັນກໍຄົງຢູ່ໃນສະພາບຢ່າງດຽວກັນກັບຕົນເອງ ແຕ່ລາວກໍຍັງປ່ອຍຮອຍຍິ້ມອອກໃຫ້ແຂກຄົນໄດ້ເຫັນຢ່າງບໍ່ຂາດສາຍ. ສຽງໂຄສົກປະຈຳເວທີ ປະກາດໃຫ້ຄູ່ສົມລົດໃໝ່ຂຶ້ນເປີດລຳວົງສາມັກຄີຮອບປະຖົມມະລືກ, ນາງຕ້ອງໄດ້ປະຖາດທີ່ມີຈອກນ້ອຍສອງໜ່ວຍວາງລົງໃກ້ແກ້ວເຫຼົ້າຍີ່ຫໍ້ແພງຈາກເມືອງນອກທີ່ຄຳພັນປະວາງໄວ້ກ່ອນແລ້ວ... ສຽງເພງ “ສົມລົດສົມຮັກ” ໃນຈັງຫວະລຳວົງອ່າວໄວດັງກະຮື່ມຂຶ້ນ, ຄຳພັນຍ່າງນຳໜ້ານາງໄປກ່ອນ ເມື່ອຂຶ້ນເກືອບຮອດກາງວົງຟ້ອນ ທັງສອງກໍຍໍມືໄຫວ້ແຂກ ເພື່ອເປັນການກ່າວຊວນເຊີນຂຶ້ນມາຟ້ອນຮ່ວມກັນ. ຈາກນັ້ນທັງສອງກໍວາດລວດລາຍການຟ້ອນແບບລຳວົງລາວມາດຕະຖານ ຈົນເຮັດໃຫ້ຫຼາຍຄົນອອກປາກຍ້ອງວ່າ ຟ້ອນໄດ້ງາມຫຼາຍ ແລະເໝາະເປັນຄູ່ຜົວຕົວເມຍກັນແທ້ໆ!
ໃນຄືນນັ້ນ ບໍ່ຕໍ່າກວ່າສິບຮອບທີ່ນາງໄປຟ້ອນບໍ່ຈັກຈັງຫວະລຳວົງທຳມະດາ, ລຳວົງສາລະວັນ, ຕັ່ງຫວາຍ ຕະຫຼອດຮອດຈັງຫວະຊ່າໆໆ, ບີກິນ, ບັດສະລົບ, ຣັອກ ແລະຈັງຫວະຮັກແພງແບບສະໂລ. ຕອນໄປຟ້ອນໃນຈັງຫວະຣັອກນັ້ນ ໄດ້ມີຜົວເມຍຄູ່ໜຶ່ງຊຶ່ງມີອາຍຸໄລ່ເລ່ຍກັບຄຳພັນແລະນາງໄດ້ເຂົ້າມາທັກທາຍຢ່າງສະໜິດສະໜົມ, ຜູ້ເປັນຜົວນັ້ນມີຈຸດພິເສດຕ່າງໝູ່ ຄືມີປານຢູ່ແກ້ມເບື້ອງຊ້າຍ. ທັງສອງໄດ້ເຂົ້າມາຂໍຟ້ອນນຳຄູ່ສົມລົດໃໝ່. ຊາຍທີ່ມາຟ້ອນກັບນາງນັ້ນ ອ້າງຕົນວ່າເປັນໝູ່ຮັກແພງຂອງຄຳພັນ ແລະເຄີຍຮຽນມັດທະຍົມປາຍນຳກັນ. ຊາຍຄົນນັ້ນເຕັ້ນຣັອກໄດ້ວ່ອງໄວແລະຊຳນານເປັນຢ່າງຍິ່ງ ຈົນສຸພາພອນຟ້ອນນຳກໍບໍ່ທັນ. ແຕ່ກໍຮູ້ສຶກຄາຍຄວາມອິດເມື່ອຍໄປໄດ້ຫຼາຍ ເມື່ອໄດ້ຍິນຄຳມ່ວນໆຂອງຊາຍຜູ້ນີ້. ຕາມຫຼັງຈຶ່ງໄດ້ຍິນຈາກຄຳພັນວ່າ ຍິງທີ່ເຕັ້ນຣັອກກັບເຂົານັ້ນກໍໄດ້ອ້າງຕົນວ່າເປັນໝູ່ຂອງສຸພາພອນ ແລະກໍເຕັ້ນໄດ້ເກັ່ງຫາຄົນທຽບຍາກ. ພ້ອມກັນນັ້ນ ຄຳເວົ້າຄຳວ່າກໍເປັນຕາເຊື່ອຖືແລະອອນຊອນນຳ ແຕ່ກໍຄິດບໍ່ອອກວ່າເຄີຍຮູ້ກັນມາແຕ່ຍາມໃດ!!!
ຈົນຮອດສິບເອັດໂມງພິທີມ່ວນຊື່ນເພື່ອສະຫຼອງງານວິວາຈຶ່ງສິ້ນສຸດລົງ ແຂກຄົນທີ່ເຫຼືອກໍມີແຕ່ພຽງເຈົ້າໂຄດທັງສອງຝ່າຍ, ຍາດພີ່ນ້ອງແລະໝູ່ຄູ່ທີ່ສະໜິດກັນທີ່ສຸດ. ທຸກຢ່າງເສັດສິ້ນໄປດ້ວຍຄວາມເພິ່ງພໍໃຈຂອງທຸກໆຄົນ. ແຕ່ສຳລັບສຸພາພອນແລ້ວ ນາງຍັງເປັນຫ່ວງນຳຫີບໃສ່ຊອງບັດເຊີນເທົ່ານັ້ນ. ແມ່ບອກໃຫ້ນາງຮູ້ວ່າ ບໍ່ຕ້ອງເປັນຫ່ວງ ເພາະເພິ່ນເອົາໄປມ້ຽນໄວ້ຢູ່ທ້າຍລົດເກັ໋ງໃຫ້ແລ້ວ.ຄືນທຳອິດຂອງງານວິວາຜ່ານໄປດ້ວຍຄວາມອິດເມື່ອຍເໜື່ອຍລ້າ… ພໍແຕ່ຫົວຮອດໝອນປັບ ກໍໄດ້ຍິນແຕ່ສຽງກົນສອດໆ ງີບດຽວແຈ້ງຈ່າງປ່າງແລ້ວເດ! ສິ່ງທຳອິດທີ່ຕ້ອງເຮັດຫຼັງຈາກລຸກຈາກບ່ອນກໍແມ່ນຮິບໂຮມເງິນໃນຊອງ ວ່າໄດ້ເທົ່າໃດກັນແທ້? ບໍ່ລືມທີ່ຈະປຸກຄຳພັນໃຫ້ລຸກຂຶ້ນມານັບຊ່ອຍ.
ແຕ່ລະຊອງຖືກຈົກອອກມານັບຢ່າງຊ້າໆ ເພື່ອບໍ່ໃຫ້ຜິດພາດ ພ້ອມກັບມີການຈົດກ່າຍຊື່ເຈົ້າຂອງຊອງແລະຈຳນວນເງິນຢ່າງຄັກແນ່. ນັບແຕ່ຊອງທີໜຶ່ງຫາທີສິບ ຫາກໍໄດ້ຫ້າແສນກີບ ເພາະແຕ່ລະຊອງໃສ່ພຽງແຕ່ຫ້າສິບພັນກີບເທົ່ານັ້ນ. ເຍີ່ງເບິ່ງຊື່ຂອງເຈົ້າຂອງຊອງແລ້ວ ກໍຄິດວ່າເຂົາກໍຄົງໃສ່ໃຫ້ໄດ້ສໍ່ານັ້ນແຫຼ້ວ. ນັບມາຮອດຊອງທີ 100 ຜູ້ທີ່ໃສ່ແສນກີບກໍມີແຕ່ສິບຄົນ ຊຶ່ງເບິ່ງຊື່ເຈົ້າຂອງຊອງແລ້ວ ກໍຮູ້ໄດ້ວ່າແມ່ນປະເພດຄົນລະດັບຫົວໜ້າ… ຮອດຊອງທີ 200 ຫາຄົນທີ່ໃສ່ຫຼາຍກວ່າແສນເກືອບວ່າບໍ່ມີ ມີແຕ່ຂອງທ່ານຄຳແສນ ນັກທຸລະກິດຊື່ດັງທີ່ໃຫ້ສອງແສນກີບ. ແຕ່ໃນຈຳນວນນັ້ນ ຊໍ້າພັດມີຊອງທີ່ໃສ່ພຽງແຕ່ສາມສິບສີ່ສິບພັນຫຼາຍຊອງເຕີບ… ຮອດຊອງທີ 300 ໄຄແດ່ໃນຈຳນວນນີ້ມີເຖົ້າແກ່ໃຈດີໃສ່ໃຫ້ຕັ້ງ 50 ໂດລາ, ແຕ່ຊໍ້າຜັດມີຊອງຂາວເປົ່າລ້າໆຕັ້ງ 5 ຊອງ. ມັນເປັນໄປໄດ້ແນວໃດ, ຜ່ານມາໄດ້ຍິນແຕ່ເຂົາເວົ້າ ບາດຮອດທີໂຕແລ້ວ ຈັ່ງແມ່ນມັນເປັນຕາເຫຼືອໃຈແທ້ໆ! ຮອດຊອງສຸດທ້າຍຊອງທີ 453 ໃນຈຳນວນນີ້ ຊອງທີ່ໃສ່ໃຫ້ຫຼາຍສຸດກໍແມ່ນ 80.000 ກີບ. ນອກຈາກນັ້ນ ກໍສີ່ຊ້າຫ້າສິບພັນ ຫລືບໍ່ກໍຫົກສິບພັນ ພໍປານນັ້ນລະ! ຈາກການຮວບຮວມຊອງທັງໝົດແລ້ວ ຖືວ່າຊອງທີ່ບໍ່ສົ່ງມີເກືອບຫ້າສິບຊອງ ແລະມີຊອງພິເສດແບບທິດຈຳປາມາເພີ່ມອີກຫ້າຊອງ. ເມື່ອບວກລົບຄູນຫານໄປແລ້ວ ເງິນທີ່ໄດ້ຈາກຊອງທັງໝົດ 25 ລ້ານກວ່າກີບ ແລະເງິນໂດລາອີກ 50 ໂດລາ ບວກໃສ່ກັບເງິນມັດແຂນໃນພິທີບາສີຕອນເຊົ້ານັ້ນ ກໍພໍດີ 30 ລ້ານກວ່າກີບ. ສຸພາພັນແນມເບິ່ງໜ້າຜົວຮັກຢ່າງສິ້ນແຮງ ແຂນຂາຮູ້ສຶກວ່າລ້າລ່ອຍໄປແບບກະທັນຫັນ.
“ຍັງຂາດໄປເກືອບຕັ້ງ 20 ລ້ານພຸ້ນນະ!!!” ນາງຄວນຄາງອອກມາແບບໃຈບໍ່ຢູ່ກັບຮ່າງກັບຄີງ.
ຄຳພັນໄດ້ແຕ່ແນມເບິ່ງໜ້າສີພັນລະຍາ ຊຶ່ງຕາພວມແດງຂຶ້ນຍ້ອນຄວາມເສຍໃຈ ທີ່ຄວາມຝັນຫວານຂອງຕົນໄດ້ກັບກາຍມາເປັນຄວາມຈິງທີ່ແສນຂົມຂື່ນແບບນີ້…
(ເຊີນຕິດຕາມອ່ານຕໍ່ ຕອນຈົບ: ຊີວິດຄືການຕໍ່ສູ້)
No comments:
Post a Comment