Monday, 3 March 2014

ບົດຮຽນສ້າງຊີວິດ (ຕອນຈົບ: ຊີວິດຄືການຕໍ່ສູ້)


ຂຽນໂດຍ ອາຈານ ແສງ ຟ້າໂຫລານຸພາບ
March 3, 2014 at 11:53am

“ເຮົາຊິເຮັດແນວໃດລະບາດນີ້! ຊິເອົາຫຍັງໄປຈ່າຍຄ່າໃຫ້ເຂົາ?” ສຸພາພອນທຳລາຍຄວາມມິດງຽບດ້ວຍສຽງເຄືອໆຄືກັບມີກ້ອນຫຍັງມາອັດຢູ່ຮູຄໍ.
“ນ້ອງຕ້ອງເຮັດໃຈໃຫ້ເຂັ້ມແຂງໄວ້. ອ້າຍພໍມີທາງອອກຢູ່. ອ້າຍຊິໃຫ້ແມ່ໄປກູ້ເງິນກັບກຸ່ມທ້ອນເງິນບ້ານໃຫ້.” ຄໍາເວົ້າຂອງຄຳພັນໄດ້ເຮັດໃຫ້ນາງຮູ້ສຶກຜ່ອນຄາຍໄປຫຼາຍເຕີບແຕ່ກໍບໍ່ໝັ້ນໃຈປານໃດ.
“ເພິ່ນຊິໃຫ້ພວກເຮົາກູ້ບໍ່ນໍ? ເງິນຕັ້ງ 20 ລ້ານ, ບໍ່ແມ່ນຂອງໜ້ອຍໆໄດ໋!”
“ໄດ້ບໍ່ໄດ້ ກໍລອງເບິ່ງຫັ້ນລະ!” ຜູ້ເປັນຜົວກ່າວສະຫຼຸບເພື່ອຕັດຄວາມລົມ. ໃນທີ່ສຸດ ບັນຫາເງິນ 20 ລ້ານກໍເປັນອັນຕົກໄປ ເມື່ອທາງກຸ່ມທ້ອນເງິນບ້ານອະນຸມັດຈ່າຍໃຫ້ ແຕ່ພວກເຂົາທັງສອງຕ້ອງເອົາໃບຕາດິນໄປຄໍ້າປະກັນ ແລະຖອກດອກເບ້ຍໃຫ້ເປັນປົກກະຕິ ເດືອນລະ 3% ແລະຈ່າຍທັງຕົ້ນທັງດອກບໍ່ໃຫ້ກາຍສາມປີ. ທຸກສິ່ງທຸກຢ່າງແມ່ນແມ່ຂອງຄຳພັນນັ້ນລະດຳເນີນການໃຫ້ ເພາະເພິ່ນກໍເປັນຜູ້ໜຶ່ງທີ່ທາງກຸ່ມເງິນທ້ອນບ້ານໃຫ້ການນັບໜ້າຖືຕາ ແລະເຊື່ອວ່າລູກຊາຍຂອງແມ່ຄົງມີປັນຍາຫາມາໄຊ້ໃຫ້ໄດ້.
ຄວາມຜີບໍ່ທັນຫາຍ ຄວາມຄວາຍກໍເຂົ້າມາແຊກ ເມື່ອຄຳພັນມາຮອດເຮືອນຫວັງຈະແຈ້ງຂ່າວດີໃຫ້ຜູ້ເປັນເມຍຊາບ. ເຂົາເກືອບເປັນລົມລົ້ມທັງຢືນ ເມື່ອສຸພາພອນບອກໃຫ້ເຂົາຮູ້ດ້ວຍໃບໜ້າທີ່ຕື່ນຕົກໃຈ ແລະເປື້ອນໄປດ້ວຍຄາບນໍ້າຕາວ່າ:
“ສາຍຄໍນ້າສຸນິສາເສຍ. ຈັກວ່າເສຍໃນຕອນໃດກໍບໍ່ຮູ້?!?”
“ອ້າວ! ມັນເສຍໄດ້ຈັ່ງໃດ? ຢູ່ຄໍຂອງນ້ອງແທ້ໆ!” ເຂົາຖາມດ້ວຍອາລົມທີ່ຟົດເດືອດ… “ນ້ອງກໍບໍ່ຈື່ຄັກຄືກັນວ່າມັນເສຍໃນຕອນໃດ. ຕອນທີ່ອ້າຍໄປເຮືອນຂອງແມ່ບ້ານໃຕ້ນັ້ນ, ນ້ອງວ່າຊິເອົາເຄື່ອງທີ່ເຊົ່າເຂົາມານັ້ນໄປສົ່ງ ແຕ່ຊວາດຄຶດຮອດສາຍຄໍແລະສາຍແຂນຂອງນ້າສຸນິສາ ນ້ອງກໍເລີຍໄປຄົ້ນໃນຕູ້ເຫັນແຕ່ສາຍແຂນ ສ່ວນສາຍຄໍນັ້ນຊອກຫາຢູ່ໃສກໍບໍ່ເຫັນ. ຈື່ໄດ້ວ່າຕອນໄປພັດຕາຄານນັ້ນ ນ້ອງກໍໃສ່ແຕ່ສາຍຄໍ ສ່ວນສາຍແຂນບໍ່ໄດ້ໃສ່ໄປ. ສົງໄສຄືຊິແມ່ນເສຍຢູ່ພັດຕາຄານນັ້ນລະ!” ທັງເວົ້າທັງຟາຍນໍ້າຕາຢ່າງໜ້າສົງສານ.
“ນອກຈາກເງິນຊາວລ້ານແລ້ວ ຍັງຕ້ອງມາຮັບຜິດຊອບກັບສາຍຄໍຄຳເສັ້ນໃຫຍ່ ບໍ່ຫຼຸດລະຫ້າບາດ. ຈັ່ງແມ່ນມັນຊາດຊວຍກະດັດກະດໍ້ແທ້!” ນາງໄດ້ຍິນສຽງຜົວຈົ່ມຄ່ອຍໆແບບສຸດທີ່ຈະອົດກັ້ນໄດ້ ຍ້ອນຄວາມປວດລ້າວໃຈຕໍ່ໂຊກຊາຕາວາດສະໜາ ເອົາເມຍນຳເຂົາດ້າມເທື່ອກໍມາພົບບັນຫາຄືແນວນີ້. ແຕ່ດ້ວຍຈິດໃຈອັນແຂງແກ່ນບໍ່ຍອມຈຳນົນຕໍ່ຊີວິດ ຄຳພັນກໍຟ້າວຕັດສິນບັນຫາ ໂດຍບອກໃຫ້ ນາງແຕ່ງຕົວກຽມໄປຈ່າຍເງິນຄ່າພັດຕາຄານກັບເຂົາ ແລະລອງຊອກຫາສາຍຄໍເສັ້ນນັ້ນເບິ່ງ ບາງທີໂຊກດີອາດຈະພົບຢູ່ແຈໃດແຈໜຶ່ງຂອງບ່ອນທີ່ພວກເຂົາສະຫຼອງວັນວິວາກັນໃນມື້ຄືນນີ້. ພາຍຫຼັງຈ່າຍເງິນເປັນທີ່ຮຽບຮ້ອຍແລ້ວ, ທັງສອງກໍຂໍອະນຸຍາດຈາກເຈົ້າຂອງພັດຕາຄານ ເພື່ອຊອກຫາສາຍຄໍທີ່ເສຍໄປນັ້ນ. ເຈົ້າຂອງສະຖານທີ່ກໍໃຫ້ຄວາມຮ່ວມມືເປັນຢ່າງດີ, ແຕ່ທັງສອງຊອກຫາຈົນເກືອບພື້ນພັດຕາຄານປີ້ນ ກໍບໍ່ພໍ້ແມ່ນແຕ່ກິ່ນຂອງມັນ ເຫັນແຕ່ແກ້ວເບຍເປົ່າສອງສາມແກ້ວທີ່ນອນສະແລັງແງັງຢູ່ແຈໃກ້ຫ້ອງນໍ້າເທົ່ານັ້ນ.

ຕາມທຳມະດາຂອງຄູ່ສ້າງຄອບຄົວໃໝ່ ເມື່ອພິທີວິວາຫະມຸງຄຸນເສັດສິ້ນໄປແລ້ວ ກໍແມ່ນຢູ່ໃນໄລຍະເຂົ້າໃໝ່ປາມັນ ໂລກທັງໂລກເຕັມໄປດ້ວຍຄວາມສຸກສັນບັນເທີງໃຈ. ແຕ່ສຳລັບຄູ່ຂອງນາງແມ່ນຕ້ອງຢູ່ໃນພາວະປາກກັດຕີນຖີບ ເພື່ອແຂ່ງກັບເວລາໃນການຫາເງິນມາຈ່າຍໜີ້ໃຫ້ໝົດພາຍໃນສາມປີ. ຊໍ້າບໍ່ພໍ ຍັງຕ້ອງໄດ້ຊື້ສາຍຄໍຄຳໄປແທນໃຫ້ນ້າສຸນິສາອີກ ໄຄແຕ່ເພິ່ນໄປຢາມລູກສາວຢູ່ຕ່າງປະເທດ ແລະເພິ່ນຍັງໂທລະສັບມາບອກນາງວ່າ ໃຫ້ຮັກສາໄວ້ຈົນກວ່າເພິ່ນຈະກັບມາ. ຖືວ່າຍັງມີໂອກາດໃນການຫາເງິນມາຊື້ໄຊ້ເພິ່ນໄດ້ຢູ່. ຈາກຜູ້ທີ່ເຄີຍຢູ່ສຸກສະບາຍກັບຄອບຄົວທີ່ຢູ່ໃນຖານະປານກາງ ແລະວຽກງານນັ່ງຮັບແລະສົ່ງເອກະສານແບບບໍ່ຕ້ອງໃຊ້ແຮງງານຫຼາຍປານໃດ ຕ້ອງມາຝຶກແອບຕື່ນແຕ່ເຊົ້າ ເຮັດຂະໜົມສົ່ງຂາຍຕາມຮ້ານແລະໂຮງຮຽນ. ທຳອິດກໍຮູ້ສຶກສີອາຍໆກັບການເຮັດແບບນີ້ ແຕ່ເມື່ອຖືກລະດົມໃຈຈາກຄຳພັນແລ້ວ ນາງຈຶ່ງຮູ້ແຈ້ງວ່າການຫາເງິນດ້ວຍເຫື່ອແຮງແລະໂດຍສຸຈະລິດທຳນັ້ນ ຖືວ່າເປັນກຽດອັນໜຶ່ງຂອງຄວາມເປັນມະນຸດ. ຄຳພັນເອງກໍບໍ່ຫຼຸດແຕ້ມໄປກວ່ານາງໃນການຫາເງິນ ເຂົາຈະເຮັດທຸກຢ່າງທີ່ຂວາງໜ້າ ທະແນມວ່າໄດ້ເງິນ. ນອກຈາກສິດສອນທັງປະຈຳແລະພິເສດແລ້ວ ເຂົາຍັງຮັບເອກະສານມາແປນຳອີກ. ບາງມື້ວຽກທີ່ເຈົ້າຂອງເອກະສານ ຕ້ອງການດ່ວນ ເຂົາຕ້ອງໄດ້ອົດຕາຫຼັບຂັບຕານອນເພື່ອໃຫ້ວຽກນັ້ນແລ້ວ. ເດືອນໃດມີເອກະສານແປ ຖືວ່າເດືອນນັ້ນຈະມີເງິນໄປໄຊ້ໜີ້ຫຼາຍ. ພຽງແຕ່ປີດຽວ ທັງສອງຄົນສາມາດສົ່ງໜີ້ແລະດອກເບ້ຍໃຫ້ກຸ່ມທ້ອນເງິນໄດ້ຫຼາຍກວ່າສິບລ້ານກີບ. ຄຶດມາຮອດນີ້ ສຸພາພອນຮູ້ສຶກໂລ່ງໃຈໄປຫຼາຍເຕີບ ແຕ່ກໍຍັງອົດເປັນຫ່ວງໜີ້ທີ່ຍັງເຫຼືອບໍ່ໄດ້. ຈືນຂະໜົມຮຽບຮ້ອຍ ກໍພໍດີຄຳພັນລຸກຂຶ້ນມາແຕ່ບ່ອນນອນ ຍ່າງໄປເອົາເຂົ້າໝ່າມາໃສ່ຫວດແລະຄ້າງໃສ່ໝໍ້ ຈາກນັ້ນຈິ່ງໄປອະນາໄມສ່ວນຕົວ. ນາງແນມນຳຫຼັງຜົວດ້ວຍຄວາມຮັກແລະເຄົາລົບນັບຖືຢ່າງຈິງໃຈ. ຫາກບໍ່ໄດ້ຜົວເຂັ້ມແຂງຄືກັບຄຳພັນແລ້ວ ປານນີ້ບໍ່ຮູ້ຊີວິດຊິເປັນແນວໃດ.  

ສອງປີຜ່ານໄປໄວປານມີປີກບິນ, ຍ້ອນຄວາມມານະພາກພຽນໃນການທຳມາຫາກິນ ໜີ້ສິນທີ່ກູ້ມານັ້ນ ກໍໄດ້ຖືກໄຊ້ຄືນຈົນໝົດສ້ຽງກ່ອນກຳນົດ. ພ້ອມດຽວກັນນັ້ນ ກໍຍັງສາມາດຊື້ສາຍຄໍຄຳມາທົດແທນໃຫ້ນ້າສຸນິສາໄດ້. ແມ່ນວ່າໝົດໜີ້ສິນແລ້ວກໍຕາມ ທັງສອງກໍຍັງດຳເນີນຊີວິດແບບອົດອອມ ແລະບຸກບືນເຂົ້າໃນການສ້າງຖານະຂອງຕົນເອງ. ເຖິງຈະເມື່ອຍກາຍພຽງໃດ ແຕ່ທັງສອງກໍສຸກໃຈນຳຜົນທີ່ໄດ້ຮັບຈາກການອອກເຫື່ອເທແຮງຂອງຕົນ. ຄຽງຄູ່ກັບສ້າງເສດຖະກິດຄອບຄົວ ພວກເຂົາກໍບໍ່ໄດ້ປະລະວຽກງານທີ່ພວກຕົນຮັບຜິດຊອບ. ສຸພາພອນຍັງທ່ຽວໄປການ ເຮັດໜ້າທີ່ເປັນພະນັກງານຂາເຂົ້າຂາອອກຄືເກົ່າ ຍັງເຮັດໄດ້ດີເໝືອນກັບຄາວເປັນໂສດ ມີບາງຄົນໃຫ້ຄຳເຫັນວ່ານັບແຕ່ແຕ່ງດອງມາ ນາງເຮັດວຽກໄດ້ດີກວ່າເກົ່າ. ເພື່ອນຮ່ວມງານຕ່າງກໍປະຫຼາດໃຈນຳການປ່ຽນແປງຂອງນາງ, ນັບແຕ່ນາງເອົາຜົວມາ ການແຕ່ງເພດເອ້ຢ້ອງແມ່ນຖືກລົບລ້າງໄປໝົດ. ເຄື່ອງນຸ່ງຊຸດໃໝ່ໆປ່ຽນໄປຕາມສະຕາຍແຟຊັ້ນນັ້ນ ບໍ່ມີໃຫ້ເຫັນອີກແລ້ວ ມີແຕ່ຊຸດເດີມໆ ແຕ່ກໍສະອາດງາມຕາ. ໃບໜ້າທີ່ມັກແຕ່ງດ້ວຍເຂົ້າແປ້ງນໍ້າແດງ ກໍກາຍມາເປັນແບບທຳມະດາໆຄືກັບແມ່ເຮືອນທົ່ວໄປ… ທ່າທີການເວົ້າຈາປາໄສກໍມີສະຫງ່ຽມຄ່ຽມຄົມຮຽບຮ້ອຍກວ່າແຕ່ກ່ອນ. ແຕ່ເປັນໜ້າສັງເກດວ່າ ຢູ່ຄໍຂອງນາງມີສາຍຄໍເສັ້ນໃຫຍ່ທີ່ສົ່ງປະກາຍເຫຼື້ອມມາບມີບຫ້ອຍຢູ່ເປັນປະຈຳ. ສາຍຄໍເສັ້ນໃຫຍ່ນັ້ນກໍແມ່ນເສັ້ນດຽວທີ່ສຸພາພອນຈະເອົາໄປໄຊ້ໃຫ້ນ້າສຸນິສານັ້ນແຫຼະ! ແຕ່ນ້າປະຕິເສດບໍ່ຍອມຮັບເອົາ ເພາະເສັ້ນທີ່ສຸພາພອນຈະສົ່ງໃຫ້ເພິ່ນນັ້ນຄຸນຄ່າມັນແພງກວ່າເສັ້ນທີ່ເສຍໄປຕັ້ງຮ້ອຍທົບ. ເພິ່ນເລົ່າສູ່ຟັງອີກວ່າ ສາຍຄໍແລະສາຍແຂນທີ່ໃຫ້ສຸພາພອນຢືມນັ້ນ ຊື້ໃນລາຄາຖືກໆຕອນທີ່ເພິ່ນໄປທ່ຽວປັກກິ່ງກັບຜົວຫວ່າງສາມປີກ່ອນ… ແລະວັນເສົາທີ່ຜ່ານມາຄຳພັນແລະສຸພາພອນໄດ້ໄປຢາມນ້າສຸນິສາອີກ, ທັງສອງຕ່າງກໍພາກັນຕົກສະເງີ້ເມື່ອເຫັນນ້າໃສ່ສາຍຄໍເສັ້ນໃຫຍ່ແບບດຽວກັບເສັ້ນທີ່ເສຍໄປ… ຖາມໄຖ່ກັນໄປມາ ນ້າເລົ່າສູ່ຟັງວ່າໄດ້ມາຈາກໂຮງຊວດຈຳແຖວໜອງດ້ວງ ຕອນເພິ່ນໄປຢາມໝູ່ຢູ່ສະຖານທີ່ດັ່ງກ່າວ ເຫັນຊາຍໜຸ່ມໜ້າມີປານຢູ່ແກ້ມເອົາມາຈຳໃນລາຄາຫ້າສິບພັນກີບ ກໍເລີຍບອກໃຫ້ໝູ່ຈອງໄວ້ໃຫ້ ຫາກການຊວດຈຳກາຍກຳນົດແລ້ວ ເພິ່ນຈະຊື້ເອົາ ເພາະມັນຊ່າງຄືກັນກັບເສັ້ນທີ່ເສຍໄປນັ້ນແທ້ໆ!
ພໍໄດ້ຍິນແນວນັ້ນ ສຸພາພອນກໍຫຼົງຮ້ອງໂອ້ຂຶ້ນໝົດແຮງ ເພາະນາງຄຶດພໍ້ວ່າຊາຍໜ້າປານຢູ່ແກ້ມນັ້ນ
ຄົງແມ່ນຜູ້ດຽວກັນກັບຜູ້ທີ່ເຕັ້ນຣັອກກັບນາງໃນຄືນງານແຕ່ງດອງຢູ່ພັດຕາຄານນັ້ນເອງ!!!

No comments:

Post a Comment