ໂດຍ ແສງຟ້າ ໂຫລານຸພາບ
September 3, 2014 at 5:56pm
ຕໍ່ເນື່ອງຈາກ "ແອນ້ອຍນາຄະລິນ"...
ເວລາຜ່ານໄປໄວປານຂີ້ຕົວະເອົາໂລດ, ຈາກແອນ້ອຍທີ່ມີເກັດຊາບລາບເຕັມໂຕ ກາຍມາເປັນສາວນ້ອຍຮູບງາມຜິວກ້ຽງປານໄຂ່ປອກ ຈົນສາຍທະລາເຊິ່ງເປັນອ້າຍບ່າວອ່າວໃຫຍ່ເຕີບໃນຕອນນັ້ນຫຼົງສະອອນນຳ. ຍ້ອນຄວາມໃກ້ຊິດຕິດພັນກັບຄອບຄົວອ້າຍສົງ-ເອື້ອຍວອນ ດັ່ງນັ້ນເຂົາຈຶ່ງເປັນທີ່ໄວ້ເນື້ອເຊື່ອໃຈຂອງຄົນທັງສອງໃນການອະນຸຍາດໃຫ້ຕິດຕາມເບິ່ງແຍງ “ນາຄະລິນ” ສໍ່າກັບອົງຄະລັກກໍບໍ່ປານ. ມີສາວນ້ອຍນາຄະລິນຢູ່ໃສ ກໍມີອ້າຍບ່າວສາຍທະລາຢູ່ຫັ້ນໂລດ ປານຄົນກັບເງົາພຸ້ນລະ!
ຕັ້ງແຕ່ພໍ່ຂອງເອື້ອຍວອນເຖິງແກ່ກຳໄປແລ້ວ ກໍແມ່ນອ້າຍສົງນັ້ນລະຂຶ້ນກຳຕຳແໜ່ງນາຍບ້ານແທນ ໂດຍການປ່ອນບັດເອົາຢ່າງຖ້ວມທົ້ນຈາກໄທບ້ານ ຍ້ອນຄວາມດີມີສິນທຳຂອງລາວ ໃຜໆກໍຈຶ່ງເລືອກເອົາ. ທັງແມ່ເຖົ້າ, ອ້າຍສົງແລະເອື້ອຍວອນຖະໜອມຫອມຮັກນາຄະລິນປານແກ້ວຕາແກ້ວໃຈ ເພາະພຽນລ້ຽງມາຈົນສິບຫ້າຝົນເຂົ້າໄປແລ້ວ, ໝົດເງິນນຳການປິ່ນປົວຜິວໜັງໃຫ້ນາງຈົນວ່າເຊົາດີ ກໍບໍ່ແມ່ນຂອງໜ້ອຍ.
ບຸນເດືອນຫ້າປີໃໝ່ລາວຄັ້ງທີ 15 ຂອງນາຄະລິນ ໂດຍການນຳພາຂອງສາຍທະລາ ເຊິ່ງມີໝູ່ຊາຍຍິງທັງໃຫຍ່ແລະນ້ອຍໄດ້ພາກັນໄປຕົບພະທາດຊາຍຢູ່ຫາດ ບ່ອນທີ່ອ້າຍສົງແລະເອື້ອຍວອນເຄີຍພາໄປນັ້ນລະ. ຍ້ອນຄວາມຮັກທີ່ມີຕໍ່ລູກສາວ ອ້າຍສົງບໍ່ໄດ້ທັດທານນາຄະລິນແຕ່ປະການໃດ ເພາະຕັ້ງແຕ່ລູກສາວຍັງມີຜິວເປັນເກັດ ລາວແລະເອື້ອຍວອນບໍ່ໄດ້ອະນຸຍາດໃຫ້ນາຄະລິນໄປບ່ອນທີ່ມີແສງແດດກ້າ ແລະລົງຫຼິ້ນນໍ້າຈັກເທື່ອເລີຍ. ແຕ່ພາຍຫຼັງທີ່ຜິວຂອງນາຄະລິນເຊົາຈົນກ້ຽງງາມດີແລ້ວ ແລະທ່ານໝໍກໍໃຫ້ການຮັບປະກັນວ່າສາມາດຕາກແດດແລະລົງຫຼິ້ນນ້ຳໄດ້ຢ່າງບໍ່ມີບັນຫາ ແລະອີກຢ່າງໜຶ່ງກໍເພື່ອເປັນການເອົາໃຈນາຄະລິນທີ່ມີຄວາມກະຕືລືລົ້ນທີ່ຢາກຈະໄປ, ທັງອ້າຍສົງແລະເອື້ອຍວອນຈຶ່ງອອກປາກອະນຸຍາດ ແລະໄດ້ແນະນຳບໍ່ໃຫ້ລົງຫຼິ້ນນ້ຳເປັນເດັດຂາດ. ເຫດທີ່ອ້າຍສົງແລະເອື້ອຍວອນອະນຸຍາດລູກສາວໄປນັ້ນ ອາດຈະແມ່ນຍ້ອນທັງສອງລືມເຫດການເມື່ອ 16 ປີກ່ອນນັ້ນແລ້ວກໍເປັນໄດ້…
ເມື່ອໄປຮອດແຄມນໍ້າແລ້ວ ຫຼາຍຄົນກໍອົດໃຈບໍ່ໄຫວທີ່ຈະໂດດລົງນໍ້າ ລວມທັງນາຄະລິນນຳ, ແຕ່ກໍຖືກສາຍທະລາຫ້າມເພາະຢ້ານຈະເກີດເຫດການຊໍ້າຮອຍຄືກັບສະໄໝນັ້ນ. ທຸກຄົນເຊື່ອຟັງເຂົາ ແລະກໍພ້ອມພາກັນມາກໍ່ພະທາດຊາຍຊ່ວຍກັນ. ບໍ່ຮອດຊົ່ວໂມງພະທາດຊາຍຂະໜາດສູງຖ້ວມຫົວເດັກນ້ອຍກໍເສັດສິ້ນຢ່າງຈົບງາມ. ແລ້ວເຂົາກໍເອົາປູນຂາວທີ່ຫິ້ວມານຳໂຮຍໄປທົ່ວພະທາດ ແລະເອົາຄັນທຸງທິວສີແດງສີສິ້ວຂະໜາດນ້ອຍຂຶ້ນປັກຢູ່ຈອມແລະອ້ອມຂ້າງ, ພາທຸກຄົນນັ່ງປິ່ນໜ້າອ້ອມໃສ່ພະທາດຊາຍ ແລະພະນົມມືນົບອະທິຖານຕາມແຕ່ລະຄົນຈະຄິດເອົາ.
ເຫັນນາຄະລິນພະນົມມືໄຫວ້ຫຼັບຕາຈົ່ມພຸມໆຢູ່ຕໍ່ໜ້າ ເຮັດໃຫ້ສາຍທະລາຫຼົງແຍງຢ່າງບໍ່ພັບຕາກັບພາບແຫ່ງຄວາມງາມອັນແສນລາວັນນັ້ນ ຄືກັບຢ້ານວ່າພາບນັ້ນຈະບໍ່ມີໃຫ້ເຫັນອີກ, ຈຶ່ງຢາກສະຫຼັກລົງໄວ້ໃນຫຼືບໝາກຫົວໃຈຂອງຄົນໜຸ່ມ ທີ່ຍັງບໍ່ເຄີຍມີປະສົບການຄວາມຮັກກັບຍິງຄົນໃດມາກ່ອນ…
ຄວາມຮ້ອນເອົ້າໃນມື້ນັ້ນຊ່າງຮຸນແຮງ ຈົນຍາກທີ່ຈະບໍ່ຢາກລົງໄປລຸຍໄປລອຍໃນວັງນ້ຳຂອງທີ່ໄຫຼເລື້ອຍລົງໄປທາງທິດໃຕ້ນັ້ນ… ເຫັນພວກບ່າວສາວແລະເດັກນ້ອຍຈາກບ້ານອື່ນພາກັນລົງຫຼິ້ນຢ່າງມ່ວນຊື່ນ ປະກອບກັບສຽງອ້ອນວອນອັນເປັນຕາດູຕົນຂອງນາຄະລິນ ພ້ອມທັງມີຄືກັບຫຍັງມາດົນໃຈ ເຮັດໃຫ້ສາຍທະລາຕ້ອງໃຈອ່ອນ ລືມໝົດຄຳສັ່ງຂອງອ້າຍສົງທີ່ສັ່ງໄວ້ກ່ອນຈະມາ.
“ລົງລອຍຫຼິ້ນແຕ່ຢູ່ແຄມເດີ! ຢ່າລົງໄປບ່ອນວັງເລິກເປັນເດັດຂາດ.” ຊາຍໜຸ່ມສັ່ງບອກທຸກຄົນ ກ່ອນທີ່ຈະລົງໄປໃນນໍ້າ…
ນາຄະລິນລົງໄປໃນນໍ້າ ໂດຍມີສາຍທະລາເປັນອົງຄະລັກພິທັກບໍ່ໃຫ້ເກີດອັນຕະລາຍ. ນາງສາມາດລອຍນໍ້າໄດ້ຢ່າງໜ້າປະຫຼາດ ທັງໆທີ່ບໍ່ເຄີຍລົງນໍ້າຈັກເທື່ອ. ແຕ່ນ້ອຍເທົ້າໃຫຍ່ ກໍແມ່ນເທື່ອນີ້ໜິ້ລະທີ່ນາງໄດ້ມີໂອກາດລົງລອຍຫຼິ້ນນໍ້າຄືແນວນີ້. ເມື່ອເຫັນຈັ່ງຊັ້ນ ເຂົາກໍໄວ້ວາງໃຈໃຫ້ນາງລອຍຫຼິ້ນອອກໄປບ່ອນອ່າວເລິກແດ່ ໂດຍມີເຂົາເປັນຜູ້ຊ່ອຍຕິດຕາມຢ່າງໃກ້ຊິດ… ແຕ່ທັນໃດນັ້ນ ຊາຍໜຸ່ມຕ້ອງຕົກສະເງີ້ ເພາະຄືມີຫຍັງມາຈ່ອງຂາແລະບີບຄໍ່ແຂນເຂົາໄວ້ຢ່າງແຮງຈົນຮູ້ສຶກເຈັບປ້າບບາດໜຶ່ງ ແຕ່ກໍຍັງຝືນໃຈດິ້ນ. ໃນທີ່ສຸດກໍຫຼຸດອອກຈາກການຈ່ອງຈັບນັ້ນ ແຕ່ລອຍໄປເທົ່າໃດກໍຄືຈັ່ງວ່າຍັງຢູ່ບ່ອນເກົ່າ. ສ່ວນນາຄະລິນຊ້ຳພັດຫຼົງລອຍຕົກໃສ່ບ່ອນກາງວັງນໍ້າເລິກ… ສາຍທະລາພະຍາຍາມດີດດີ້ນ ຖີບໄປທາງຫຼັງຢ່າງແຮງ, ຟ້າວດີດໂຕລອຍໄປຫານາຄະລິນທີ່ພວມປະໂລລິບປະໂລແມ່ມຢູ່ຫ່າງປະມານສີ່ແມັດ… ຊົ່ວຊິໄປຮອດ, ຮ່າງຂອງນາງກໍໄດ້ຈົມລົງສູ່ພື້ນນ້ຳເສຍແລ້ວ. ສະຕິຂອງຊາຍໜຸ່ມໃນຍາມນັ້ນ ມີແຕ່ບອກຕົນເອງວ່າຕ້ອງຊ່ວຍຊີວິດຂອງນາຄະລິນໃຫ້ໄດ້… ແຕ່ທຸກຢ່າງຄືກັບວ່າດັບມິ່ງລົງໄປ… ຮູ້ເມືອຄີງຂຶ້ນມາອີກເທື່ອ ກໍຮູ້ສຶກຄືກັບວ່າມີຫຍັງມາເຕັງໃສ່ເອິກ ແລະມີນໍ້າໄຫຼອອກຈາກປາກຕົນເອງຢ່າງບໍ່ຂາດສາຍ, ສະມັກນໍ້າອອກມາສອງສາມບາດ ຈຶ່ງສາມາດມືນຕາຂຶ້ນ ເຫັນໃບໜ້າຂອງອ້າຍສົງແລະເອື້ອຍວອນທີ່ພວມກົ້ມເຮັດປະຖົມພະຍາບານກອບກູ້ເອົາຊີວິດຂອງຕົນ…
“ນາຄະລິນເດ? ນາຄະລິນຢູ່ໃສ? ນາຄະລິນຂຶ້ນຈາກນໍ້າແລ້ວບໍ?” ຊາຍໜຸ່ມຮ້ອງຖາມຂຶ້ນທັງໆທີ່ຍັງນອນອ່ອນແອ້ກແລກຢູ່ກັບພື້ນຫາດຊາຍ.
“ນາຄະລິນໄປດີແລ້ວ. ບໍ່ຕ້ອງເປັນຫ່ວງນ້ອງດອກ!” ອ້າຍສົງບອກສາຍທະລາດ້ວຍນໍ້າສຽງກັ້ນສະອື້ນ, ນໍ້າຕາໄຫຼຜ່ານສອງພວງແກ້ມອັນຫຍາບກະດ້າງຢ່າງບໍ່ຂາດສາຍ.
“ນາຄະລິນໄປໃສ?” ສາຍທະລາຍັງຖາມແບບບໍ່ເຂົ້າໃຈຄັກ.
“ນ້ອງກັບຄືນໄປຢູ່ກັບພໍ່ທີ່ແທ້ຈິງຂອງນ້ອງແລ້ວ!!!” ສຽງຂອງເອື້ອຍວອນດັງກ້ອງເຂົ້າໂກນຫູ ພ້ອມດ້ວຍສຽງສະອື້ນປານໃຈຊິຂາດຂອງຜູ້ເປັນແມ່…
No comments:
Post a Comment