“ຕື້ມ!!!” ສຽງດັງຟັງຄັກ ຈົນແວ່ນປ່ອງຢ້ຽມສັ່ນຍຶກໆ... ຄວາມຝັນທີ່ຫາກໍເລີ່ມຕົ້ນຕ້ອງມະຫັບມະຫາຍໄປ ເຫຼືອໄວ້ແຕ່ຄວາມເປັນຈິງທີ່ຫົວໃຈບໍ່ປາຖະໜາ... ທິດສອນຟ້າວລຸກຈາກບ່ອນນອນ ຄວ້າຫາໂສ້ງຂາຍາວມາໃສ່ ເປີດປະຕູກ້າວຂາອອກຢ່າງໄວໄປຫາຫ້ອງນອນຂອງລູກຊາຍຫຼ້າ...
“ແສນ!!!” ທິດຮ້ອງຊື່ລູກສຽງດັງ ແຕ່ບໍ່ມີສຽງຂານຮັບ ເມື່ອໄຟຫຼອດນິອອນແຈ້ງມາບຂຶ້ນ ຫົວໃຈສັ່ນຜິດປົກກະຕິ ໜັງຕາເບື້ອງຂວາຂະເໝັ່ນຍິກໆ. ເທິງຕຽງນອນເຫັນແຕ່ຜ້າຫົ່ມພັບໄວ້ຢ່າງເປັນລະບຽບຢູ່ເທິງຫົວບ່ອນນອນ...
ບໍ່ມີຄຳຕອບຈາກລູກຊາຍທັງສອງ ມີແຕ່ຄວາມງຽບທີ່ປົກຄຸມບັນຍາກາດໃນຫ້ອງກິນເຂົ້າ… ທິດກໍເລີຍກ່າວອອກໄປອີກວ່າ:
“ມື້ອື່ນໃຫ້ສິດໄປຮັບເອົາແມ່ຢູ່ເດີ່ນຍົນຕອນເຊົ້າເດີ!”
“ໂດຍ!” ຄຳສິດຮັບຄຳ ແລ້ວກໍມ້ຽນພາເຂົ້າ. ສ່ວນຄຳແສນຍ່າງອອກໄປຫ້ອງໂຖງ…
“ແສນມາລົມກັບພໍ່ໜ້ອຍໜຶ່ງກ່ອນ.”
ລູກຊາຍຫຼ້າຍ່າງກັບເຂົ້າມາຫາດ້ວຍໃບໜ້າບໍ່ສູ້ແຈ່ມໃສປານໃດ.
“ນັ່ງລົງກ່ອນຕິ, ລູກ” ທິດກ່າວສຽງເຍີບໆ ກ່ອນຄຳແສນຈະນັ່ງລົງຕັ່ງເຄິ່ງໜ້າ.
“ພໍ່ມີຫຍັງບໍ?”
“ພໍ່ໄດ້ຮັບຈົດໝາຍຈາກໂຮງຮຽນວ່າລູກຂາດຮຽນຫຼາຍ! ແມ່ນແທ້ບໍ່?”
ຄຳແສນບໍ່ປາກ ໄດ້ແຕ່ກົ້ມໜ້າ.
“ເປັນຫຍັງລູກຈຶ່ງຂາດໂຮງຮຽນຫຼາຍແທ້!?! ຜ່ານມາພໍ່ເຄີຍປະເອີບໃຈນຳລູກທີ່ຮຽນເກັ່ງຈົນໄດ້ເປັນຕົວແທນຂອງໂຮງຮຽນໄປເສັງຢູ່ຂັ້ນນະຄອນຫຼວງ.”
ຄຳຕອບຂອງລູກຊາຍຫຼ້າມີແຕ່ຄວາມມິດງຽບຈາກປາກທີ່ຖືກເມັ້ມຈົນແໜ້ນ. ເມື່ອເຫັນອາການລູກເປັນແນວນັ້ນ ຜູ້ເປັນພໍ່ຈຶ່ງເວົ້າເສີມຂຶ້ນອີກວ່າ:
“ເວລາບໍ່ທັນຫຼ້າທັນສວາຍດອກ ລູກເອີຍ! ພໍ່ເຊື່ອວ່າລູກສາມາດປ່ຽນແປງແນວຄິດຈິດໃຈຂອງຕົນເອງໄດ້... ຄວາມພາດພັ້ງທີ່ຜ່ານມານັ້ນຂໍໃຫ້ຖືວ່າເປັນບົດຮຽນສາ! ແລະນັບແຕ່ມື້ອື່ນນີ້ເປັນຕົ້ນໄປ ຂໍໃຫ້ລູກໄປໂຮງຮຽນເປັນປົກກະຕິຄືດັ່ງສະໄໝລູກຮຽນຢູ່ມັດທະຍົມຕົ້ນເດີ!” ທິດເອົາມືລູບຫົວລູກດ້ວຍຄວາມຮັກກ່ອນຈະລຸກອອກຈາກຫ້ອງກິນເຂົ້າໄປ… ແຕ່ຄຳເວົ້າຄຳວ່າທີ່ສະແດງເຖິງຄວາມເປັນຫ່ວງຂອງພໍ່ຊຶ່ງໄດ້ກ່າວໄປຫວ່າງຫົວຄໍ່ານັ້ນ ບໍ່ມີຜົນສັກສິດຫຍັງເລີຍ: ລູກຊາຍທັງສອງໄດ້ອອກຈາກເຮືອນໄປທ່າມກາງສຽງທີ່ກະທົບກະເທືອນໝາກຫົວໃຈຂອງຜູ້ເປັນພໍ່…
ທິດຢຽບຄັນເລັ່ງໃຫ້ລົດພຸ່ງໄປທາງໜ້າດ້ວຍໃຈອັນຮ້ອນຮົນ… ແສງຕາສາດໄປເບື້ອງໜ້າ ເຫັນລົດປ້າຍແດງຄັນໜຶ່ງແລ່ນແຊງຂຶ້ນໜ້າຢ່າງໄວ, ເຫັນດັ່ງນັ້ນ ຈຶ່ງຂັບນຳຫຼັງໂດຍບໍ່ໃຫ້ລົດດັ່ງກ່າວລະອອກຈາກສາຍຕາ... ແລະໃນທີ່ສຸດ ລົດປ້າຍແດງຄັນນັ້ນກໍຜ່ອນຄວາມໄວ ແລະຄ່ອຍໆຫ້າມລໍ້ໃຫ້ຢຸດຢູ່ຕໍ່ໜ້າຮ້ານຊັກລີດຄຸ້ມສີເມືອງ ຖະໜົນສາມແສນໄທ. ເຖິງແມ່ນຈະເປັນເວລາຂ້ອນຄືນແລ້ວກໍຕາມ ຢູ່ຫັ້ນມີຜູ້ຄົນມາຫຸ້ມເບິ່ງເຫດການເຕັມ.
“ຄົງເກີດເລື່ອງແນ່ນອນ!” ທິດສອນເວົ້າກັບຕົນເອງ ແລ້ວຈອດລົດໄວ້ຂ້າງທາງ, ໄຂປະຕູລົງຈາກລົດ ກ້າວຂາໄປເບື້ອງໜ້າດ້ວຍອາການສີສັ່ນໆເຊັນໆ.
“ເກີດຫຍັງຂຶ້ນ?” ທິດຖາມຊາຍຜູ້ໜຶ່ງທີ່ຢືນຢືດຄໍເບິ່ງເຈົ້າໜ້າທີ່ຕຳຫຼວດກຳລັງປະຕິບັດໜ້າທີ່.
ຍັງບໍ່ທັນທີ່ຊາຍຄົນນັ້ນຈະຕອບ, ທິດສອນຕ້ອງເຮັດຕາລົກໂລ້ຂຶ້ນ ຫົວໃຈຕົກຫວາມບາດໜຶ່ງ ເພາະຊາຍທີ່ຖືກເຈົ້າໜ້າທີ່ຫາມໃສ່ເປແຫວກຝຸງຄົນອອກມານັ້ນ ເຖິງເຄື່ອງນຸ່ງແລະຕົນຕົວຈະຂາດຫວ້າຍໄປດ້ວຍຮອຍໄໝ້ດຳຂື້ຫຼື້ ກໍເຮັດໃຫ້ທິດອົດຫຼົງຮ້ອງດ້ວຍສຽງອັນດັງບໍ່ໄດ້: “ແສນ!!” ພ້ອມກັບແລ່ນຖະຫຼາເຂົ້າຫາ ເຮັດໃຫ້ເຈົ້າໜ້າທີ່ທີ່ຫາມເປຢູ່ນັ້ນຕ້ອງຢຸດແບບອັດຕະໂນມັດ.
“ລຸງເປັນພີ່ນ້ອງກັບຜູ້ຕາຍຫວາ?”
ຍັງບໍ່ທັນທີ່ຈະຕອບແນວໃດ ກໍມີມືມາຈັບແຂນ ເຮັດໃຫ້ທິດຕ້ອງຫຼຽວງວາກມາຍັງເຈົ້າຂອງມືທີ່ຈັບແຂນໄວ້ຢ່າງແໜ້ນ. ພໍແຕ່ເຫັນໜ້າ ເຖິງຈະບໍ່ແຈ້ງປານໃດ ແຕ່ກໍຮູ້ສຶກຕົນໂຕເບົາແວ່ງປານໄດ້ຂຶ້ນສູ່ສວງສະຫວັນທັງເປັນ… ນໍ້າຕາຊຶມເບົ້າດ້ວຍຄວາມຕື້ນຕັນໃຈ… ໃຊ້ມືໂອບກອດຊາຍທີ່ມາຈ່ອງແຂນຢ່າງສຸດຖະໜອມ…
“ໂອ້! ແສນ! ພໍ່ຄຶດວ່າລູກແມ່ນຊາຍທີ່ນອນເປນັ້ນຊັ້ນດອກ!”
“ລູກຂໍໂທດທີ່ເຮັດໃຫ້ພໍ່ເປັນຫ່ວງ. ລູກແລະອ້າຍສິດໄດ້ພາກັນລັກອອກຈາກເຮືອນ ໂດຍຝືນຄຳສັ່ງຂອງພໍ່!” ລູກຊາຍຫຼ້າກ່າວອອກມາດ້ວຍສຽງເຄືອໆແບບສຳນຶກຜິດ…
“ສິດເດລະ?” ທິດຖາມຫາລູກຊາຍກົກ.
“ອ້າຍສິດໄປຊ່ອຍເຈົ້າໜ້າທີ່ລຳລຽງຄົນເຈັບໄປໂຮງໝໍ. ພໍ່ກັບເມືອກ່ອນສາ ເພາະເດິກແລ້ວ, ອີກປະມານເຄິ່ງຊົ່ວໂມງ ພວກລູກຈຶ່ງຊິເມືອຕາມຫຼັງ.”
“ອ້າວ! ເປັນຫຍັງບໍ່ເມືອພ້ອມກັນ?”
“ເພາະພວກລູກທັງສອງເປັນສະມາຊິກໜ່ວຍກູ້ໄພຂອງສະມາຄົມເມດຕາທຳ…”
“ພວກລູກເປັນຍາມໃດຄືບໍ່ເຫັນບອກພໍ່ໃຫ້ຮູ້? ປ່ອຍໃຫ້ພໍ່ເປັນຫ່ວງໃຈເກືອບຂາດຍ້ອນ!” ທິດສອນທັງເວົ້າທັງເອົາມືໄປບິດຫູລູກ ພ້ອມກັບປ່ອຍສຽງຫົວຮຶໆອອກມາຢ່າງສຸກໃຈແບບບໍ່ເຄີຍເປັນມາກ່ອນ…
ຂຽນໂດຍ ອ. ແສງຟ້າ ໂຫລານຸພາບ
No comments:
Post a Comment