by: Sengfa Hola
ໃນໄລຍະພັກພາກຮຽນທີໜຶື່ງ ແຕ່ລະມື້ແມ່ໄດ້ຈັດຕາຕະລາງໃຫ້ນ້ອຍ ແລະນີດຕ້ອງມີວຽກເຮັດ ໂດຍສະເພາະແມ່ນການອະນາໄມເຮືອນຊານທັງໃນແລະນອກໃຫ້ສະອາດງາມຕາ. ມື້ນີ້ຕ້ອງໄດ້ທໍາຄວາມສະອາດຫ້ອງມ້ຽນປຶ້ມ... ຊົ່ວຊິແລ້ວ ກໍໃຊ້ເວລາຫຼາຍຊົ່ວໂມງເຕີບ ຍ້ອນທັງປັດຂີ້ຝຸ່ນທັງອ່ານບັນດາປຶ້ມທີ່ໜ້າສົນໃຈໄປພ້ອມ... ຂະນະທີ່ພວມຈັດປຶ້ມໃຫ້ເປັນລະບຽບຢູ່ນັ້ນ, ນິດກໍເດ່ເອົາໃບເຈ້ຍເຟືອງເກົ່າໆທີ່ມີຮອຍໜັງສືສີຟ້າຈາງໆຍ້ອນມັນ ຄົງຖືກບັນທຶກມາກ່ອນທີ່ນ້ອຍຈະເກີດ...
“ແມ່ນໜັງສືຜູ້ໃດຂຽນໜິ່! ຂຽນປານໄກ່ເຂ່ຍເອົາໂລດ! ອ່ານເກືອບບໍ່ອອກ! ເອື້ອຍນ້ອຍລອງອ່ານເບິ່ງດຸ໊!”
ນ້ອຍບໍ່ລໍຊ້າ ເຖິງຈະອ່ານຍາກ ກໍພະຍາຍາມອ່ານ ເພາະເປັນນັກສອດຮູ້ສອດເຫັນຢູ່ແລ້ວ...
ດວງຕາເວັນສູງ ຂຶ້ນທຽມຍອດກົກຈໍາປາແລ້ວ, ຄວາມຮ້ອນເອົ້າຂອງຍາມເດືອນຫ້າໄດ້ແຜ່ກະຈາຍໄປທົ່ວ. ຂ້ອຍຢືນເອົາມືກັ້ງໂກບແນມໄປທີ່ເດີ່ນຫຍ້າກ້ອງກົກບົກດ້ວຍຫົວໃຈອັນຮ້ອນຮົນ. ພາບທີ່ສະທ້ອນເຂົ້າສູ່ດວງຕາແມ່ນຮ່າງຂອງຍິງສາວນາງໜຶ່ງ ຊຶ່ງຢູ່ໃນຊຸດນັກສຶກສາ ພວມນັ່ງພັບແພບອ່ານປຶ້ມດ້ວຍຄວາມຕັ້ງໃຈ. ຂ້ອຍຕັດສິນໃຈຢ່ວງບາດຕີນໄປເບື້ອງໜ້າຢ່າງວ່ອງໄວຄ້າຍ ຄືວ່າມີແມ່ເຫຼັກດຶງດູດເອົາ.
“ຈັ່ງແມ່ນດຸໝັ່ນເອົາແທ້ເອົາວ່າແທ້ໆນໍ, ຫົວໜ້າ” ຂ້ອຍເອີ່ຍຂຶ້ນດ້ວຍສຽງເຍີ້ຍສຽດສີ.
ຜູ້ຖືກເຍີ້ຍຖອນ ສາຍຕາອອກຈາກປຶ້ມທີ່ແຜ່ແບຢູ່ພື້ນຫຍ້າ ແລ້ວອວ່າຍໜ້າມາຫາຂ້ອຍດ້ວຍສີໜ້າຢາກຮ້າຍ ແຕ່ຄວາມບູດທີ່ປາກົດເທິງໃບໜ້າບໍ່ພໍນາທີນັ້ນໄດ້ຖືກຮອຍຍິ້ມ ທີ່ມຸມສົບລຶບເລືອນອອກໄປ.
“ບໍ່ດຸບໍ່ໝັ່ນ ເຮັດໃດຊິເສັງໄດ້!” ນາງປ່ອຍປະໂຫຍກລູກສອນໄຟໃສ່ເກືອບຂ້ອຍຫງາຍເງີບ.
“ເປັນແນວໃດ ເສັງພາກຮຽນທີໜຶ່ງໄດ້ດີຢູ່ບໍ?” ນາງຖາມຂ້ອຍທັງໆທີ່ນາງຮູ້ຄະແນນຂອງຂ້ອຍສ່ວນໃດສ່ວນໜຶ່ງແລ້ວ.
“ຊິໄດ້ຫຍັງເດ… ຕົກຕັ້ງ 2-3 ວິຊາພຸ້ນນະ!” ຂ້ອຍຕອບດ້ວຍສຽງອັນໄຮ້ພະລັງ, ທອດສາຍຕາອອກໄປຍັງຫົນທາງເບື້ອງໃຕ້ຢ່າງໝົດອາໄລຕາຍຢາກ.
“ຊິບໍ່ໃຫ້ຕົກໄດ້ແນວໃດ!?! ແນວວ່າເຈົ້າບໍ່ເບິ່ງບົດຮຽນພໍໜ້ອຍ. ແຕ່ລະມື້ແຕ່ລະວັນເຫັນແຕ່ເຈົ້າປ່ອຍປະລະເລີຍເວລາໃຫ້ ສູນເສຍໄປນໍາການຫິ້ຼນການຫົວທີ່ໄຮ້ສາລະ.” ສຽງຂອງນາງໄດ້ກາຍເປັນມີດແຖອັນແຫຼມຄົມເສືອດເສືອນ ໝາກກະດອງໃຈຂອງຂ້ອຍຢ່າງຮຸນແຮງ ຈົນເຮັດໃຫ້ຂ້ອຍປາກບໍ່ອອກພໍຄວາມ ໄດ້ແຕ່ນັ່ງເຮັດໜ້າແຫ່ວຄືຜູ້ເຖົ້າເມົາຢານີ້ລະ!
ນາງເຫັນຂ້ອຍນັ່ງຊຶງ ລຶງຄືແນວນັ້ນ, ຈຶ່ງເທດສະໜາຕໍ່: “ເຈົ້າຄົງຮູ້ດີແລ້ວຕິວ່າ ເວລາເປັນສິ່ງທີ່ມີຄຸນຄ່າທີ່ສຸດ ຖ້າເຮົາຮູ້ຈັກໝູນໃຊ້ ມັນກໍກາຍເປັນກ້ອນຄໍາຂະໜາດມະຫຶມາທີ່ມີຄຸນຄ່າແກ່ຊີວິດເຮົາ. ກົງກັນຂ້າມ, ຖ້າເຮົາປ່ອຍປະມັນຖິ້ມໄປລ້າໆ ມັນກໍປຽບເໝືອນເສດເຫຼັກຂີ້ໝ້ຽງທີ່ຖິ້ມຢູ່ກອງຂີ້ເຫຍື້ອເທົ່ານັ້ນ. ດັ່ງນັ້ນແຫຼະ ເວລາຈຶ່ງຖືວ່າມີຄວາມສໍາຄັນທີ່ສຸດຕໍ່ຊີວິດໄວໜຸ່ມຄືພວກເຮົາ. ສໍາລັບຂ້ອຍຜູ້ເວົ້ານີ້ ກໍບໍ່ໄດ້ໝາຍຄວາມວ່າຂ້ອຍໝູນໃຊ້ເວລາໃຫ້ເປັນປະໂຫຍດໄດ້ທຸກຊ່ວງວິນາທີ ແຕ່ຂ້ອຍກໍໄດ້ພະຍາຍາມຝຶກຝົນຕົນໃຫ້ຮູ້ຈັກໝູນໃຊ້ເວລາ. ສ່ວນເຈົ້າເດ ເຫັນເປັນແນວໃດ?”
ຂ້ອຍມືນຕາ ຫຼົກໂລ້ແນມເບິ່ງໜ້າອັນຜ່ອງໃສຂອງນາງດ້ວຍຫົວໃຈທີ່ ຖືກກະຕຸກຈາກເຂັມຮ້ອຍໆດວງ… ຄວາມຢາກຮ້າຍພຸ່ງພົ້ນຂຶ້ນສູ່ແນວຄິດ, ເລືອດໃນກາຍພ້ອມພາກັນແລ່ນປຸ້ມຂຶ້ນສູ່ຫົວ, ຮູ້ສຶກອອກຮ້ອນຫູວາບໆ…
“ຂ້ອຍບໍ່ຈັກແນວຊິເວົ້າດອກ!” ຂ້ອຍປ່ອຍປະໂຫຍກນີ້ອອກມາຢ່າງຍາກເຂັນ.
“ຈັ່ງຊັ້ນ ຂ້ອຍຂໍຕໍາໜິເປັນທາງສ່ວນຕົວຕໍ່ເຈົ້າເລີຍວ່າໃນໄລຍະຜ່ານມາ ເຈົ້າຍັງບໍ່ທັນຍົກສູງຄຸນຄ່າຂອງເວລາ, ຍັງປ່ອຍມັນຖິ້ມໄປແບບເປົ່າປະໂຫຍດ, ຍັງມີແນວຄິດທີ່ວ່າ ເວລາໃນການຝຶກຝົນຕົນຍັງມີຫຼາຍໃນອະນາຄົດ, ສໍາລັບດຽວນີ້ ຫິ້ຼນໃຫ້ມັນສົມໃຈສາກ່ອນ. ຕໍ່ກັບບັນຫານີ້, ຂ້ອຍຖືວ່າຜິດພາດທີ່ສຸດ ເພາະໄລຍະນີ້ແມ່ນໄລຍະທີ່ສໍາຄັນທີ່ສຸດໃນການ ກໍ່ສ້າງຕົນເອງໃຫ້ກາຍເປັນຊາວໜຸ່ມຜູ້ກ້າວໜ້າ. ຖ້າເຮົາບໍ່ເອົາເວລານີ້, ເຮົາຈະເອົາເວລາໃດລະ ກໍ່ສ້າງຕົນເອງ? ຈະຝຶກຝົນຕອນເວລາເຮົາເຖົ້າຊະແລແກ່ຊະລານັ້ນບໍ?”
ຂ້ອຍໄດ້ແຕ່ຕອດເງົາງັອກໆບໍ່ປາກ ບໍ່ວ່າຫຍັງ, ຄວາມວຸ້ນວາຍໄດ້ເກີດຂຶ້ນໃນຫົວຂອງຂ້ອຍ. ຄວາມວຸ້ນວາຍດັ່ງກ່າວມັນແມ່ນການຕໍ່ສູ້ແນວຄິດໃນໂຕຂອງຂ້ອຍເອງ.
“ມີທໍ່ນັ້ນແຫຼະ! ແລະກໍຢ່າຖືວ່າຂ້ອຍສັ່ງສອນ, ຂ້ອຍພຽງແຕ່ເວົ້າຖານເພື່ອນຮ່ວມຫ້ອງຮຽນ… ຖ້າມີອັນໃດແຕະຕ້ອງເຖິງຈິດໃຈຂອງເຈົ້າ ຂ້ອຍກໍຂໍອະໄພນໍາຫຼາຍໆ!”
ຂ້ອຍບໍ່ປາກ… ຢືດຄີງລຸກຂຶ້ນກ້າວບາດຕີນກັບຄືນຫໍພັກຢ່າງເຊື່ອຍຊາ.
ນາງແນມນໍາຫຼັງຂ້ອຍດ້ວຍສາຍຕາເປັນຫ່ວງ… ໃນທີ່ສຸດນາງຕັດສິນໃຈຈັບເອົາປຶ້ມແລ່ນນໍາຫຼັງຂ້ອຍ… “ຖ້າກ່ອນ, ສຸລີ!”
ຂ້ອຍຢືນໂຕແຂງຢູ່ກັບທີ່ປານດຽວກັບຖືກມົນສະກົດ.
“ເຈົ້າຄຽດໃຫ້ຂ້ອຍຫວະ?” ນາງຖາມສຽງຫອບ.
“ບໍ່, ຂ້ອຍຄຽດໃຫ້ໂຕຂ້ອຍເອງຕ່າງຫາກ.” ຂ້ອຍເວົ້າສຽງສີແຄ້ນໆຄືມີໝາກຈອງມາຄ້າງຢູ່ຄໍ. “ຂ້ອຍຂໍຂອບໃຈເຈົ້າຫຼາຍໆທີ່ຕັກເຕືອນຂ້ອຍ, ເປັນຫ່ວງຂ້ອຍ… ຂ້ອຍຈະພະຍາຍາມປ່ຽນແປງ ແລະຈະຄ່ອບລຶບລ້າງຈຸດອ່ອນດັ່ງກ່າວໃຫ້ສູນສ້ຽງ. ມີອັນໃດບໍ່ຄັກບໍ່ແນ່ສະເໜີໃຫ້ຫົວໜ້າກໍ່ສ້າງຊ່ວຍເຫຼືອຂ້ອຍແດ່ ຫັ້ນແຫຼະ!”
ຮອຍຍິ້ມງາມສະດຸດຕາຂອງນາງໄດ້ເຜີຍອອກຢູ່ມຸມພິສົບ ພ້ອມດ້ວຍສໍານຽງສຽງເວົ້າອັນມ່ວນຫູ: “ຂ້ອຍດີໃຈຫຼາຍທີ່ໄດ້ຍິນເຈົ້າເວົ້າຄືແນວນີ້, ຂ້ອຍເຊື່ອໝັ້ນວ່າໃນພາກຮຽນທີສອງ ເຈົ້າຄົງມີທ່າກ້າວໃໝ່. ສໍາລັບຂ້ອຍເອງກໍຈະພະຍາຍາມບຸກໜ້າບືນໂຕສຸດຂີດ ແລະຈະຊ່ວຍເຫຼືອເຈົ້າທຸກຢ່າງມສຸດຄວາມສາມາດ.”
ຈາກຄໍາເວົ້າອັນຈົບ ງາມຄືດັ່ງກ່າວ, ມັນໄດ້ລະດົມຈິດໃຈຂອງຂ້ອຍໃຫ້ປອດໃສໜັກແໜ້ນຂຶ້ນຕື່ມ. ຂ້ອຍຫຼົງຍິ້ມອອກມາຢ່າງບໍ່ຮູ້ສຶກໂຕ.
“ຫົວໜ້າເອີຍ! ຂ້ອຍຂໍປະຕິຍານຕໍ່ຫົວໜ້າວ່າ ໃນພາກຮຽນທີສອງນີ້ ຂ້ອຍຈະຂໍດັດແປງຕົນເອງໃຫ້ກາຍເປັນຄົນໃໝ່ ແລະຈະຂໍເປັນຄູ່ແຂ່ງຂັນທີ່ໜ້າຮັກຂອງຫົວໜ້າ!!!”
ອາກາດທີ່ຮ້ອນເອົ້າໄດ້ເພີກຫາຍໄປ ເຫຼືອໄວ້ແຕ່ຄວາມເຢັນສົດຊື່ນຂອງສາຍລົມທີ່ພັດໂຊຍມາແຕ່ເບື້ອງທິດບົວລະພາ…
-------------------------------------------------------
-------------------------------------------------------
No comments:
Post a Comment