ຂຽນໂດຍ ອ. ແສງຟ້າ ໂຫລານຸພາບ
ຫວ່າງຕົ້ນປີນີ້, ໄດ້ມີໂອກາດໄປກິນດອງຢູ່ພັດຕາຄານແຫ່ງໜຶ່ງໃນນະຄອນຫຼວງ. ໂຊກດີໄດ້ນັ່ງຮຽງກັບເພື່ອນເກົ່າສະໄໝຮຽນນຳກັນຢູ່ປະຖົມ ເຊິ່ງປັດຈຸບັນນີ້ໄດ້ກາຍເປັນນັກຮ້ອງທີ່ມີອາລະບຳຫຼາຍຊຸດເຕີບ. ໝໍໄດ້ເລົ່າສູ່ຟັງວ່າ ຊົ່ວຊິໄດ້ເປັນນັກຮ້ອງນຳເຂົາ ກໍບໍ່ແມ່ນຂອງງ່າຍ... ໝໍໄດ້ເລົ່າສູ່ຟັງດັ່ງນີ້:
ຕອນນັ້ນຂ້ອຍຫາກໍຮຽນຢູ່ ອ.1 (ທຽບໃສ່ດຽວນີ້ ກໍແມ່ນ ມ.5) ຄຽງຄູ່ກັບການຮຽນແລ້ວ ຂ້ອຍຍັງເຄື່ອນໄຫວນອກຫຼັກສູດ ຄືເຂົ້າຮ່ວມໃນໜ່ວຍສິລະປະຂອງໂຮງຮຽນ ໂດຍເປັນສະມາຊິກຂອງໜ່ວຍຟ້ອນແລະໜ່ວຍຮ້ອງ… ເມື່ອຮອດໂມງເລີກຮຽນແລ້ວ ບັນດານັກຮຽນທັງຫຼາຍກໍຈະໄປເຄື່ອນໄຫວກິດຈະກຳຕາມຄວາມຖະໜັດຂອງຕົນ, ບາງພ່ອງກໍລົງສວນຖືບົວຫົດຜັກ, ບາງພ່ອງກໍຖືບານລົງເດີ່ນ ມີທັງບານສົ່ງ-ບານເຕະ-ກະຕໍ້ຫວາຍ… ສ່ວນຂ້ອຍກໍພາຍຖົງປຶ້ມ-ຈັບກິຕ້າຍ່າງໄປຍັງຫ້ອງທີ່ນັດໝາຍກັນຊ້ອມຟ້ອນແລະຮ້ອງເພງ. ເມື່ອຍ່າງໄປຮອດ ກໍເຫັນໝູ່ຫຼາຍຄົນທັງຍິງແລະຊາຍທີ່ເປັນສະມາຊິກສິລະປະມານັ່ງລໍຖ້າຢູ່ກ່ອນແລ້ວ…
“ມື້ນີ້ ພວກເຮົາຈະຊ້ອມຮ້ອງເພງກ່ອນ ຫຼັງຈາກນັ້ນຈຶ່ງຈະຊ້ອມຟ້ອນ.” ຫົວໜ້າສິລະປະປະຈຳຊັ້ນກ່າວຂຶ້ນດ້ວຍສຽງຫວານໃສ ຊຶ່ງຊ່າງເຂົ້າກັບໃບໜ້າອັນຂາວນວນໃສງາມນັ້ນແທ້ໆ.
ຂ້ອຍເອົາກິຕ້າຍື່ນໃຫ້ວິຈິດຊຶ່ງລາວລືມເອົາຂອງລາວມາ… ເມື່ອທຽບກັນແລ້ວ ກິຕ້າຂອງລາວໃໝ່ແລະດີກວ່າຂອງຂ້ອຍຫຼາຍ ເພາະຂອງລາວຍີ່ຫໍ້ “ຢາມາຮາ” ຄັກແນ່ ສ່ວນຂອງຂ້ອຍເມດອິນຫວຽດນາມ, ແຕ່ກໍໄຄກວ່າບໍ່ມີ. ເມື່ອວິຈິດເຄັ່ງສາຍກິຕ້າເປັນທີ່ຮຽບຮ້ອຍແລ້ວ ລາວກໍສັ່ງໃຫ້ຂ້ອຍຮ້ອງເພງທີ່ລາວແຕ່ງ ຊຶ່ງຂ້ອຍຍັງຈື່ບໍ່ໄດ້ຄັກ ຈຳຕ້ອງເອົາເນື້ອມາເບິ່ງນຳ. ພໍແຕ່ຂ້ອຍອ້າປາກຮ້ອງຂຶ້ນ ເພື່ອນທຸກຄົນຕ່າງກໍແນມມາເບິ່ງຂ້ອຍເປັນຈຸດດຽວ ເຮັດໃຫ້ໜ້າຂອງຂ້ອຍອອກຮ້ອນວູ່ໆເປັນບາດໆ… ເພງທີ່ວິຈິດແຕ່ງມີເນື້ອຮ້ອງດັ່ງນີ້:
*ສຸດແສນຊື່ນຊົມ.................ອຸດົມວັນໃໝ່
ທ້ອງຟ້າຊ່າງງາມສົດໃສ..........ມວນດອກໄມ້ສົ່ງກິ່ນຫອມຫວນ
ດອກຈຳປາແດງ...................ເບັ່ງບານແຂ່ງດອກດຳດວນ
ສຸດທີ່ຫອມຫວນ...................ເໝືອນດັ່ງມິດຕະພາບພວກເຮົາ
*ສຸດແສນດີໃຈ.....................ໄດ້ມາພົບກັນໃໝ່
ທຸກຄົນຍິ້ມແຍ້ມແຈ່ມໃສ.......ມີຈິດໃຈມ່ວນຊື່ນເບິກບານ
ພົບກັນວັນນີ້.......................ມີຄວາມໝາຍແຫ່ງຄວາມສຳພັນ
ພ້ອມກັນປະສານ..................ຮັດແໜ້ນຄວາມສາມັກຄີ
*ບຸກໜ້າກ້າວໄປ...................ຊິງໄຊເຮັດຫຼ້ອນໜ້າທີ່
ພ້ອມກັນທະວີ.......................ສາມັກຄີໃຫ້ແໜ້ນໜຽວ
ຮ່ວມເປັນໃຈດຽວ..................ກົມກຽມຍາດເອົາໄຊງາມ...
ຊົ່ວຊິຮ້ອງສຸດ ເຫື່ອກໍຈົນວ່າຊັດອອກ. ວິຈິດທັງດີດກິຕ້າທັງແນມເບິ່ງຂ້ອຍຢ່າງບໍ່ສົບອາລົມປານໃດ…
“ສຽງຮ້ອງຂອງໂຕຢາກແຫບໄປໜ້ອຍໜຶ່ງ. ເວລາແກ່ສຽງກໍຍັງເຮັດບໍ່ໄດ້ດີ ຍ້ອນແຮງປອດຍັງອ່ອນນ້ອຍເກີນໄປ. ໂຕຕ້ອງໄດ້ຝຶກຝົນຕື່ມ!” ວິຈິດໃຫ້ຄຳເຫັນ ເຮັດໃຫ້ຂ້ອຍຮູ້ສຶກສີອາຍໆເພື່ອນສະມາຊິກນຳກັນວາດໃດວາດໜຶ່ງ. ເພື່ອເປັນການແກ້ໜ້າ ຂ້ອຍກໍເລີຍຖືໂອກາດຂໍຄຳແນະນຳຈາກວິຈິດຜູ້ມີຄວາມຊ່ຽວຊານທາງດ້ານດົນຕີແລະການຮ້ອງ. ລາວແນະນຳໃຫ້ຂ້ອຍລົງມຸດນໍ້າແຕ່ເຊົ້າ ແລະໃຫ້ແຂກສຽງໃນນໍ້ານັ້ນຈົນສຸດລຳຄໍ. ແລະອີກອັນໜຶ່ງຖ້າເຮັດໄດ້ແມ່ນດີ ຄືເອົາຕ່ອນນໍ້າມັນໝູສໍ່ານີ້ວມືຮ້ອຍໃສ່ສາຍນິລົງ ແລ້ວໃຫ້ກືນລົງຄໍ. ເມື່ອຕ່ອນມັນໝູລົງຮູຄໍເລິກເຕີບແລ້ວ ໃຫ້ດຶງຂຶ້ນ, ແລ້ວກືນລົງໃໝ່ ດຶງຂຶ້ນ ເຮັດຈັ່ງຊີ້ຈັກສິບເທື່ອ. ພ້ອມກັນນັ້ນ ກໍໃຫ້ຄະລຳຂອງກິນ ຄືບໍ່ໃຫ້ກິນເຜັດຫຼາຍ ເຄັມຫຼາຍ ແລະຫ້າມດື່ມນໍ້າເຢັນ ແລະປະເພດທີ່ມີທາດເຫຼົ້າ…
ຍ້ອນຢາກເປັນນັກຮ້ອງສຽງດີມີຊື່ສຽງໃນໂຮງຮຽນ ຂ້ອຍຈຶ່ງປະຕິບັດຕາມຄຳແນະນຳຂອງວິຈິດ: ທຸກໆເຊົ້າຕື່ນຂຶ້ນມາ ຂ້ອຍຟ້າວແລ່ນໄປຫາຟຸ້ຍນໍ້າ ກົ້ມໜ້າລົງໃສ່ນໍ້າທີ່ເຕັມຟຸ້ຍນັ້ນ ແລ້ວແຫກປາກຮ້ອງຈົນສຸດສຽງ. ຍ້ອນຮ້ອງທັ່ງໃສ່ນໍ້າ ສຽງແຂກຂອງຂ້ອຍຈຶ່ງບໍ່ໄດ້ໄປລົບກວນຄົນໃນເຮືອນ ແລະເພື່ອນບ້ານໃກ້ຄຽງ… ຂ້ອຍເຮັດແນວນັ້ນເປັນເດືອນ ຮູ້ສຶກວ່າໄດ້ຜົນດີສົມຄວນ… ທຸກເທື່ອທີ່ໄປຊ້ອມຮ້ອງເພງ ຫົວໜ້າສິລະປະປະຈຳຊັ້ນມັກຈະຍ້ອງຂ້ອຍວ່າສຽງໃສຂຶ້ນກວ່າເກົ່າ… ແຕ່ກໍຍັງບໍ່ເປັນທີ່ພໍໃຈຂອງວິຈິດ ລາວໄດ້ຖາມຂ້ອຍວ່າໄດ້ເອົານໍ້າມັນໝູລ່ອງຄໍແລ້ວຫວາ? ຂ້ອຍບອກລາວວ່າ ຍັງບໍ່ທັນໄດ້ເຮັດເທື່ອ ກຳລັງຊອກຫາຕ່ອນນໍ້າມັນໝູຢູ່… ລາວເວົ້າເນັ້ນຕື່ມອີກວ່າ ຖ້າຢາກເປັນນັກຮ້ອງສຽງໃສແທ້ໆ ຕ້ອງເຮັດໃຫ້ໄດ້ ຄັນບໍ່ຊັ້ນກໍຢ່າຫວັງຊິໄດ້ເປັນນັກຮ້ອງນໍາເຂົາ…
ໃນທີ່ສຸດ ຂ້ອຍກໍຊອກນໍ້າມັນໝູຕ່ອນຄານິ້ວມືໄດ້ ຈຶ່ງລອງປະຕິບັດການຕາມຄຳແນະນຳຂອງວິຈິດ… ເມື່ອຮ້ອຍໃສ່ສາຍນິລົງເປັນທີ່ຮຽບຮ້ອຍແລ້ວ ຂ້ອຍກໍລອງປ່ອນເຂົ້າປາກ ໂດຍແຫງນໜ້າຂຶ້ນຈົນລຳຄໍຕັ້ງສາກ… ຂ້ອຍຄ່ອຍໆຢ່ອນຕ່ອນນໍ້າມັນເຂົ້າປາກ ພະຍາຍາມບັງຄັບຮູຄໍໃຫ້ກວ້າງອອກ ພໍແຕ່ຕ່ອນນໍ້າມັນແຕະເຖິງລີ້ນໄກ່ ຂ້ອຍກໍຮູ້ສຶກປຸ້ນທ້ອງ ຈັກວ່າຫຼົງຮາກອອກແຕ່ຍາມໃດກໍບໍ່ຮູ້, ຕ່ອນນໍ້າມັນຕົກລົງດິນຈົນວ່າເປື້ອນໝົດ… ຂ້ອຍກັດແຂ້ວ ອົດທົນຕໍ່ສິ່ງດັ່ງກ່າວ ດ້ວຍການນຳເອົາຕ່ອນນໍ້າມັນໄປລ້າງ ແລະທົດລອງອີກໃໝ່ ເພື່ອຈະໄດ້ເປັນນັກຮ້ອງຕົວຈິງສຽງຈິງນຳເຂົາ… ປ່ອນລົງເທື່ອສອງສຳເລັດຜົນ ຕ່ອນນໍ້າມັນຖືກກືນລົງຄໍຢ່າງງ່າຍດາຍ… ແຕ່ຫົວໃຈຂອງຂ້ອຍເກືອບຢຸດເຕັ້ນ ເພາະສາຍນິລົງທີ່ຮ້ອຍຕ່ອນນໍ້າມັນນັ້ນຫຼຸດອອກຈາກຕ່ອນນໍ້າມັນເສຍແລ້ວ ເຮັດໃຫ້ມັນຄາຢູ່ຄໍ ກືນລົງກໍບໍ່ໄດ້ ຈະຄາກອອກມາກໍບໍ່ເປັນ ເຮັດໃຫ້ຂ້ອຍຂາດລົມຫາຍໃຈໄປຊົ່ວຂະນະ ຊຶ່ງເປັນຜົນໃຫ້ຮູ້ສຶກວິນຫົວເຂົ້າກັບບາດປານໃຈຊິຂາດ… ໄຄແຕ່ແມ່ມາເຫັນທັນ ເພິ່ນໄດ້ໃຊ້ມືຕົບຫຼັງຂ້ອຍບັກແຮງໆ ຕ່ອນນໍ້າມັນໝູຫຼຸດອອກຈາກຄໍແລະຕົກລົງພື້ນ…
“ຈັ່ງແມ່ນຊາດນໍ ຊອກຫາເຮັດແຕ່ແນວຊິຕາຍຍ້ອນ!” ແມ່ທັງເວົ້າທັງຈັບເອົາຕ່ອນນໍ້າມັນໂຍນໄປໃຫ້ໝາບັກດ່າງທີ່ຢືນລິ້ນຫ້ອຍນໍ້າລາຍເຫີຍໃກ້ໆຫັ້ນ.
ຄ່າແຕ່ນັ້ນມາ ຄຳວ່າ “ຢາກເປັນນັກຮ້ອງ” ຈັກວ່າເປີດອາດລາດຈາກໂຕຂ້ອຍແຕ່ຍາມໃດ ແລະຂ້ອຍກໍບໍ່ຍອມຫຼຽວເບິ່ງໜ້າໝໍວິຈິດນັ້ນອີກ.
ແຕ່ວິນຍານນັກຮ້ອງຍັງບໍ່ໜີຈາກໂຕຂ້ອຍງ່າຍໆ ອີກສິບປີຕໍ່ມາຂ້ອຍໄດ້ຖືກທາບທາມຈາກວົງດົນຕີຄະນະໜຶ່ງຊຶ່ງຫົວໜ້າວົງກໍແມ່ນໝໍວິຈິດນັ້ນແຫຼະ! ມັນໄດ້ມາຂໍຮ້ອງໃຫ້ຂ້ອຍເປັນນັກຮ້ອງນຳຂອງວົງ ພ້ອມທັງຂໍໂທດຂໍໂພຍທີ່ມັນຕົວະໃຫ້ຂ້ອຍກືນຕ່ອນນ້ຳມັນເພື່ອເຮັດໃຫ້ສຽງໃສເມື່ອຄາວຮຽນຢູ່ອຸດົມ... ແລະໃນທີ່ສຸດຄວາມຝັນຢາກເປັນນັກຮ້ອງກໍກາຍເປັນຈິງ ເມື່ອອາລະບຳຊຸດທຳອິດຂອງຂ້ອຍໄດ້ກະຈາຍອອກສູ່ວົງສັງຄົມນັກຟັງວິທະຍຸ ແລະຜູ້ຊົມໂທລະພາບ... ແຕ່ຊົ່ວເພງຊິດັງຕິດຫູຄົນຟັງ ຂ້ອຍກໍຕ້ອງໄດ້ລ້ຽງເຝີບັນດາດີເຈ ແລະພິທີກອນລາຍການໄປຫຼາຍຖ້ວຍເຕີບ!!!

No comments:
Post a Comment