____________________
ນາງນ້ອຍຢາກເປັນນັກຂຽນ
ຂຽນໂດຍ ອາຈານ ແສງຟ້າ ໂຫລານູພາບ
ຍ້ອນຄວາມມັກຊື້ປຶ້ມແລະວາລະສານມາເຮືອນທຸກສັບປະດາຂອງພໍ່ ທົ່ວທັງເຮືອນຈຶ່ງເຕັມໄປດ້ວຍປຶ້ມແລະວາລະສານທັງເກົ່າແລະໃໝ່… ເຖິງແມ່ນປຶ້ມຫຼາຍຫົວວາລະສານຫຼາຍເຫຼັ້ມຈະເກົ່າໝາງ ຈົນເປັນຕາເອົາລົງເຂັງໃຫ້ລົດເທສະບານຂົນໄປໄວ້ຢູ່ຫຼັກສີ່ສິບ ແຕ່ພໍ່ກໍຖະໜອມຫອມຮັກເກັບໄວ້ ຈົນບາງເທື່ອແມ່ກໍເວົ້າໃສ່ວ່າ:
“ພໍ່ມັນເອີຍ! ເຈົ້າຊິເກັບໄວ້ເຮັດຫຍັງ ປຶ້ມເກົ່າໆຂາດໆຈັ່ງຊີ້ ຄືບໍ່ເອົາໄປຈູດຖິ້ມ. ຄັນຂີ້ຄ້ານຈູດ ກະເອົາໄປລົງເຂັງຂີ້ເຫຍື້ອຫັ້ນເດ!”
“ແມ່ມັນກະດາຍ! ເຈົ້າກະຊ່າງມາເວົ້າຊູນຈິດຊູນໃຈຂ້ອຍແທ້! ເຖິງມັນຈະເກົ່າ ແຕ່ມັນກໍຍັງມີຄຸນຄ່າຫຼາຍສໍາລັບຂ້ອຍໄດ໋!” ເມື່ອໄດ້ຍິນພໍ່ເວົ້າແນວນັ້ນ ແມ່ກໍມິດສຽງລົງ ແລ້ວຍ່າງໄປເອົານໍ້າຢູ່ຕູ້ເຢັນມາສູ່ພໍ່ ຊຶ່ງກໍໄດ້ເຮັດໃຫ້ຄິ້ວຂອງພໍ່ເຊົາສົນໃນທັນໃດ ແລ້ວກໍປາກົດຮອຍຍິ້ມຢູ່ແຈສົບແຫຼ້ໆຂອງພໍ່ເຂົ້າມາແທນທີ່. ພໍ່ຈັບເອົາຈອກແລ້ວກໍຍົກຂຶ້ນດື່ມກຶກດຽວກ້ຽງເອີດເຕີດ… “ຂອບໃຈເດີ!” ພໍ່ຍື່ນແກ້ວເປົ່າສົ່ງໃຫ້ແມ່ຄືນ ແລະກໍບໍ່ລືມທີ່ຈະກ່າວຄໍາຂອບໃຈດ້ວຍສຽງອ່ອນປານຍອງຝ້າຍຢູ່ເທິງນະພາກາດ ພ້ອມທັງເດ່ປຶ້ມຫົວສີເກົ່າໆເຫຼັ້ມໜຶ່ງໃຫ້ແມ່.
“ເຈົ້າເຄີຍອ່ານບົດເລື່ອງສັ້ນ ‘ຍິ້ມທີ່ບໍ່ຍອມເປັນອະດີດ’ ຂອງນັກປະພັນ ບຸນທະນອງ ຊົມໄຊຜົນ ແລ້ວຫວາ?”
“ເລື່ອງນີ້ຂ້ອຍເຄີຍອ່ານແຕ່ສະໄໝຕອນຮຽນຈົບຈາກເຢຍລະມັນໃໝ່ໆ. ເຈົ້າບໍ່ຈື່ຊັ້ນຫວະ? ກະແມ່ນເຈົ້າຫັ້ນຕວ່າ ເອົາໃຫ້ຂ້ອຍຢືມອ່ານ ຕອນທີ່ໄປຢາມເຈົ້າຢູ່ເຮືອນຫັ້ນເດ! ແລະກໍຍັງມີປຶ້ມເລື່ອງ ‘ເຫຼັກຊຸບແລ້ວຄືແນວນີ້ແຫຼະ’ອີກຕັ້ງສອງເຫຼັ້ມ.” ແມ່ຫວນຄືນຄວາມຫຼັງເລື່ອງການອ່ານ ເຮັດໃຫ້ພໍ່ຍິ້ມຈົນຫຸບບໍ່ລົງ ທາງມືກໍຂົນເອົາປຶ້ມທີ່ແມ່ເອີ່ຍຊື່ເຖິງອອກມາກອງໄວ້ຢູ່ທາງຂ້າງບ່ອນພໍ່ນັ່ງ.
“ກັບມາແຕ່ຕ່າງປະເທດ ກໍມີແຕ່ເຈົ້າຫັ້ນແຫຼະ ຂົນເອົາປຶ້ມມາໃຫ້ຂ້ອຍອ່ານ…”
“ແນວຂ້ອຍລົມສາວບໍ່ເປັນຫັ້ນເດ! ຄັນບໍ່ມີປຶ້ມຊຸມນີ້ ນາງນ້ອຍກໍຄືຊິບໍ່ໄດ້ມືນຕາເບິ່ງໂລກນໍາເຂົາດອກ!”
ຈາກປະຕິສໍາພັນລະຫວ່າງພໍ່ກັບແມ່ດັ່ງກ່າວນີ້ ໄດ້ເຮັດໃຫ້ນ້ອຍຮູ້ສຶກອົບອຸ່ນໃນຈິດໃຈເປັນຢ່າງຍິ່ງ. ຍ້ອນປຶ້ມແທ້ໆ ນາງນ້ອຍຈຶ່ງປາກົດມີຕົວຕົນຄືດັ່ງພໍ່ວ່າ ແລະກໍຍ້ອນເກີດຢູ່ທ່າມກາງກອງປຶ້ມທີ່ພໍ່ສະສົມມາຕັ້ງແຕ່ຄາວເພິ່ນເປັນບ່າວນີ້ລະ ຈຶ່ງເກີດມີ 'ນ້ອຍ ປັນຍາສິນ' ຢູ່ໃນ'ໜ້າເຟັສບຸກຄົນມັກຂຽນ'…
ດົນໆນາງນ້ອຍຈະເຫັນພໍ່ຄົ້ນເອົາປຶ້ມແລະວາລະສານເກົ່າໆມານັ່ງອ່ານ. ບາງເທື່ອ ເພິ່ນກໍແນະນໍາແລະຍື່ນໃຫ້ນາງອ່ານ… ເມື່ອອ່ານແລ້ວ ກໍຮູ້ສຶກມ່ວນ ບາງເລື່ອງອ່ານຈົນວາງບໍ່ລົງ ສ່ວນຫຼາຍເລື່ອງທີ່ເພິ່ນແນະນໍາໃຫ້ອ່ານຈະເປັນເລື່ອງຂອງນັກປະພັນລາວທີ່ມີຊື່ສຽງ ເຊັ່ນ ສ.ບຸບຜານຸວົງ, ຈັນທີ ເດືອນສະຫວັນ, ອຸທິນ ບຸນຍາວົງ, ດວງຈໍາປາ, ດອກເກດ, ບຸນທະນອງ ຊົມໄຊຜົນ, ດາວວຽງ ບຸດນາໂຄ, ບຸນເສີນ ແສງມະນີ ແລະຜູ້ອື່ນໆ…ນອກນັ້ນ ເພິ່ນຍັງໄດ້ແນະນໍາໃຫ້ອ່ານເລື່ອງຂອງນັກປະພັນຕ່າງປະເທດ ເຊັ່ນ ມັກຊິມ ກັອກກີ, ເລັບ ໂຕນສະໂຕຍ,ວິກຕໍ ຮຸຍໂກ, ບານຊັກ, ກີ ເດີໂມປັດຊັງ, ໂອ ເຮັນຣີ, ແຈັກ ລອນດອນ, ສີບູລະພາ, ຍາຂອບ, ມະນັດ ບຸນຍົງ, ວິນ ລຽວວາຣິນ ແລະຜູ້ອື່ນໆ…
ອ່ານໄປອ່ານມາ ກໍຢາກເປັນຄືດັ່ງຜູ້ປະພັນເລື່ອງ ກໍເລີຍຂຽນລອງເບິ່ງ ທໍາອິດກໍຂຽນໃຫ້ເອື້ອຍໃຫຍ່ກັບນ້ອງຫຼ້າອ່ານ ບາງເທື່ອກໍໃຫ້ພໍ່ກັບແມ່ອ່ານ… ພໍ່ບອກວ່າຂຽນພໍອ່ານໄດ້ ແຕ່ບໍ່ທັນມ່ວນປານໃດ ຕ້ອງໄດ້ຝຶກຝົນປາຍປາກກາໃຫ້ແຫຼມຄົມກວ່ານີ້ອີກ ຈຶ່ງຈະສາມາດອອກສູ່ສາຍຕາມະຫາຊົນໄດ້… ໄດ້ຍິນຄໍາວິຈານຈາກພໍ່ແນວນັ້ນ ນາງນ້ອຍກໍມຸມານະຂຽນອອກມາຢ່າງບໍ່ຢຸດຢັ້ງ ແລະກໍໄດ້ທົດລອງນໍາເອົາບົດເລື່ອງສັ້ນທໍາອິດທີ່ຂຽນຈົບພາຍໃນເວລາຫົກຊົ່ວໂມງອອກສູ່ສາຍຕາຂອງຜູ້ອ່ານຢູ່
‘ໜ້າເຟັສບຸກຄົນມັກຂຽນ’... ເລື່ອງນັ້ນໄດ້ແກ່ 'ຮັກນີ້ບໍ່ໄດ້ຊື້ດ້ວຍເງິນ' ຊຶ່ງກໍໄດ້ຮັບຄໍາຕິຊົມຈົນເຮັດໃຫ້ນາງນອນບໍ່ຫຼັບ ເພາະມີບາງຄໍາເຫັນບອກວ່າ “ອ່ານແລ້ວ ປະທັບໃຈຫຼາຍ!”
ແຕ່ກໍບໍ່ລືມຂອບໃຈນໍາບົດບັນທຶກຂອງພໍ່ທີ່ເຮັດໃຫ້ນາງສາມາດມາປັບແປງໃຫ້ກາຍເປັນເລື່ອງສັ້ນໄດ້. ຈາກບົດເລື່ອງດັ່ງກ່າວ ບົດອື່ນໆກໍທະຍອຍອອກມາບໍ່ໄດ້ຂາດ ແຕ່ຍັງເຫຼືອບົດດຽວທີ່ຂຽນບໍ່ແລ້ວເປັນຈັກເທື່ອ ນັ້ນໄດ້ແກ່‘ຄວາມຮັກຂອງເຂົາແລະນາງ’ ຊຶ່ງນາງກະວ່າຈະຂຽນໃຫ້ຈົບລົງໃຫ້ໄດ້ ແລະຜູ້ທີ່ໃຫ້ກໍາລັງໃຈຢ່າງຫຼວງຫຼາຍ ກໍແມ່ນອ້າຍກະບືທີ່ຍາມໃດກໍສະລະເວລາເຂົ້າມາອ່ານແລະໃຫ້ຄໍາເຫັນຢ່າງບໍ່ໄດ້ຂາດ… ນອກນັ້ນ ຍັງມີ ຄົນມັກຝອຍ, ເອື້ອຍປານສີ, ສ.ສະຫວັນ ຯລຯ ເຂົ້າມາມີຄໍາເຫັນເປັນບາງຄັ້ງຄາວ ແລະບາງເທື່ອນັກຂຽນໃຫຍ່ດັ່ງເຊັ່ນ ລຸງມືທອງ ຍັງໄດ້ໃຫ້ກຽດເຂົ້າມາມີຄໍາເຫັນອັນລໍ້າຄ່າໃນບາງບົດຂຽນ ຍິ່ງເຮັດໃຫ້ນາງມີກໍາລັງໃຈໃນການຂຽນມີຫຼາຍຍິ່ງຂຶ້ນ ແລະຫວັງວ່າໃນອະນາຄົດນັກແຕ່ງນັກຂຽນຄົງເປັນອາຊີບທີ່ນາງສາມາດນໍາມາເປັນອາຊີບສໍາຮອງໄດ້ຢ່າງບໍ່ຍາກຊາພໍປານໃດ!!! ແລະໃນຄວາມຝັນ ນາງມີແຜນຊິເອົາເລື່ອງທີ່ນາງຂຽນນັ້ນ ໄປສະເໜີນຳສຳນັກພິມທີ່ໝູ່ຂອງພໍ່ເປັນຜູ້ອຳນວຍການ ເພື່ອພິມເປັນປຶ້ມແລ້ວໄປແຈກຢາຍໃຫ້ແກ່ຜູ້ມັກອ່ານທັງຫຼາຍໄດ້ອ່ານກັນ… ຝັນກໍຄືຝັນ ບໍ່ຮູ້ວ່າຈະເປັນຄວາມຈິງໄດ້ຫຼືບໍ່?
ແຕ່ຢ່າງໃດກໍຕາມ ຫາກທ່ານຜູ້ອ່ານສາມາດແນມຜ່ານຈໍຄອມພິວເຕີຂອງຕົນເອງທະລຸໄປເຖິງຈໍຄອມພິວເຕີຂອງນາງນ້ອຍ ປັນຍາສິນ ທີ່ພວມເອົານີ້ວຈໍ້າໃສ່ຄີບອດຢູ່ຂະນະນີ້ ກໍຈະເຫັນດວງຕາອັນຮິບຮີ່ ແຕ່ມີປະກາຍແຫ່ງຄວາມມຸ່ງໝັ້ນໃນການຈະກ້າວໄປຂ້າງໜ້າ… ແຕ່ໜ້າເສຍດາຍຄວາມເປັນນັກຂຽນຜູ້ອ່ອນນ້ອຍດ້ອຍຄວາມສາມາດຍັງປາກົດມີຢູ່ປາຍນີ້ວອັນແສນຄົມຂອງນາງຢູ່!!!

No comments:
Post a Comment