ບົດຮຽນສ້າງຊີວິດ (ຕອນ: ສູ້ຊີວິດ)
ໂດຍອາຈານ ແສງຟ້າ ໂຫລານູພາບ
ບາງຄັ້ງການເຫີ່ເຫີມໄປຕາມກະແສຄວາມນິຍົມຂອງສັງຄົມ ກໍອາດສ້າງບັນຫາໃຫ້ແກ່ຕົນເອງແລະຄູ່ຊີວິດ... ດັ່ງດຽວກັບຊີວິດຄອບຄົວຂອງສຸພາພອນ ແລະຄຳພັນ ຊົ່ວຊິຫັນໃຈໄດ້ຄືບ້ານຄືເມືອງເພິ່ນກໍຕ້ອງໃຊ້ເວລາດົນເຕີບ. ເຫດການຕ່າງໆເມື່ອເກືອບສິບປີກ່ອນຍັງປະທັບແໜ້ນຢູ່ໃນຫ້ວງນຶກຂອງນາງ...
ກຣິ້ງໆ…ໆ…ໆ… ສຽງໂມງປຸກຈາກຫົວບ່ອນນອນດັງສະໜັ່ນຫູ ຈົນສຸພາພອນສະເດີດຕື່ນຂຶ້ນມາດ້ວຍຄວາມເສຍດາຍຝັນທີ່ກຳລັງມ່ວນ… ເມື່ອສະຕິສຳປະຊັນຍະກັບຄືນມາສູ່ສະພາບແຫ່ງຄວາມເປັນຈິງ, ນາງກໍຟ້າວລຸກຈາກບ່ອນນອນ ຊຶ່ງຍັງມີຮ່າງຂອງຄຳພັນຜົວສຸດທີ່ຮັກພວມສືບຕໍ່ກົນສອດໆແບບບໍ່ຮູ້ໜາວຮູ້ຮ້ອນຫຍັງ… ຢາກຈະປຸກເຂົາໃຫ້ລຸກ ແຕ່ກໍເຫັນໃຈ ເພາະຊົ່ວຄຳພັນຊິໄດ້ນອນກໍເກືອບທ່ຽງຄືນ ເຂົາຕ້ອງໄດ້ຄົ້ນຄວ້າບົດຮຽນເພື່ອກຽມໄປສອນໃນວັນໃໝ່ຈັ່ງຊີ້ທຸກຄືນ… ສ່ວນນາງກໍບໍ່ຍິ່ງຢ່ອນໄປກວ່າຜູ້ເປັນຜົວ ເພາະນາງຕ້ອງໄດ້ກະກຽມເຄື່ອງປະກອບສຳລັບເຮັດຂະໜົມໄປສົ່ງຮ້ານກາເຟ ແລະຮ້ານຂາຍຂະໜົມຕາມໂຮງຮຽນທີ່ຢູ່ໃກ້ຈົນວ່າເດິກວ່າດື່ນ… ຊົ່ວຊິໄດ້ຈືນຂະໜົມກໍເສຍເວລາໄປເກືອບສາມສິບນາທີແລ້ວ ເຫຼືອດຕາເບິ່ງໂມງຢູ່ແຂນກໍເກືອບຫ້າໂມງເຊົ້າເຂົ້າໄປແລ້ວ… ນາງຕ້ອງເຮັດແຂ່ງກັບເວລາ ເພາະບໍ່ພຽງແຕ່ເຮັດຂະໜົມໄປສົ່ງຕາມຮ້ານຕ່າງໆເທົ່ານັ້ນ ນາງຕ້ອງໄດ້ຟ້າວໄປການຄືກັນ… ເຖິງຈະນອນບໍ່ອີ່ມຕາແຕ່ນາງກໍພະຍາຍາມອົດທົນ… ນັບແຕ່ມື້ເຮັດຂະໜົມມາກໍເຂົ້າປີທີສອງແລ້ວ, ການອົດຫີວນອນເກືອບວ່າຈະກາຍເປັນຄວາມລຶ້ງເຄີຍໄປເສຍແລ້ວ… ຕອນທີ່ເລີ່ມເຮັດທຳອິດນັ້ນ ມີບາງເທື່ອກໍຈົນຫຼົງຮ້ອງໂອ້ກ ເພາະນໍ້າມັນລວກມື ຍ້ອນສະຕິຍັງຢູ່ກັບຕຽງນອນພຸ້ນ! ມື້ໃດເປັນວັນພັກກໍໄຄແດ່ ຄຳພັນຈະລຸກຂຶ້ນມາຈືນຊ່ວຍ ເຮັດໃຫ້ນາງໄດ້ມີໂອກາດໄປເຮັດແນວອື່ນ ເຊັ່ນອະນາໄມເຮືອນຊານ, ຊັກເຄື່ອງຂອງ, ແຕ່ງຢູ່ຄົວກິນ… ແຕ່ມື້ນີ້ ຄຳພັນຕ້ອງໄດ້ໄປສອນໜັງສື ຕ້ອງປ່ອຍໃຫ້ເຂົາໄດ້ນອນຢ່າງເຕັມອີ່ມ ເພື່ອຄຸນນະພາບໃນການສິດສອນຂອງເຂົາຈະບໍ່ໄດ້ຕົກລະດັບ. ນອກຈາກຈະສອນຢູ່ໂຮງຮຽນປະຈຳແລ້ວ ເຂົາຍັງໄດ້ໄປສອນຢູ່ຕາມໂຮງຮຽນເອກະຊົນອີກຫຼາຍແຫ່ງ ແລະກໍຍັງໄດ້ໄປສອນພິເສດໃຫ້ນັກຮຽນຜູ້ກຽມເສັງໄປຕ່າງປະເທດ. ເວົ້າລວມແລ້ວ ໃນແຕ່ລະມື້ຄຳພັນໄດ້ສອນບໍ່ຕໍ່າກວ່າແປດຊົ່ວໂມງ. ໃນມື້ພັກ ເຂົາຍັງຈັດຕັ້ງສອນພິເສດຢູ່ເຮືອນອີກ ໂດຍຈະມີນັກຮຽນມາຮຽນນຳຫຼາຍສົມຄວນ. ມີບາງເທື່ອສຸພາພອນອົດບໍ່ໄດ້ນຳລາຍຮັບທີ່ຜົວໄດ້ມາຈຶ່ງອອກປາກຖາມດ້ວຍສຽງສີຂຸ້ນໆວ່າ: “ເປັນຫຍັງອ້າຍຄືເກັບຄ່າຮຽນນຳຂະເຈົ້າຖືກແທ້ ບາງຄົນກະບໍ່ເກັບນຳເຂົາຊໍ້າ? ເຮັດແນວນີ້ປານໃດເຮົາຊິໄຊ້ໜີ້ໝົດເປັນຈັກເທື່ອ?”
“ກະຄຶດເຫັນຄອບຄົວທີ່ບໍ່ມີນັ້ນແດ່ຕວ່າ! ເງິນຄຳຊູ່ມື້ນີ້ບໍ່ແມ່ນວ່າຊິຫາໄດ້ມາງ່າຍໆ. ຄັນເຮົາເອົາແພງ ເດັກນ້ອຍຜູ້ຂາດເຂີນເດຊິເອົາຫຍັງມາຈ່າຍໃຫ້. ອ້າຍຄຶດວ່າ ທີ່ອ້າຍວາງລາຄາຄ່າຮຽນໄປຈັ່ງຊີ້ກໍເຜື່ອຜູ້ທຸກຜູ້ຍາກນຳແດ່!” ຄໍາພັນອົດທີ່ຈະອະທິບາຍເຫດຜົນໃຫ້ເມຍຟັງບໍ່ໄດ້. “ແລ້ວຂີ້ດອກແຕ່ລະເດືອນພ້ອມກັບຕົ້ນທຶນທີ່ເຮົາຕ້ອງໄປຖອກໃຫ້ກຸ່ມທ້ອນເງິນບ້ານຫັ້ນເດ ປານໃດຈຶ່ງຊິໝົດເປັນ ຄັນຍັງມີແກ່ໃຈໃນການສົງສານຜູ້ອື່ນ. ບາດຕົນເອງຊໍ້າຜັດບໍ່ດູຕົນ…” ທ້າຍປະໂຫຍກສຸພາພອນເວົ້າສຽງຄ່ອຍໆພໍແຕ່ໃຫ້ຕົນເອງໄດ້ຍິນ.
“ການຊ່ອຍຄົນ ມັນບໍ່ເສຍຫາຍຫຍັງດອກ! ຍິ່ງເຮົາຊ່ອຍຜູ້ທີ່ຈະເປັນອະນາຄົດຂອງຊາດແລ້ວ ອ້າຍວ່າຍິ່ງຈະໄດ້ບຸນກຸສົນຫຼາຍ! ອີກຢ່າງໜຶ່ງກໍເພື່ອປະກອບສ່ວນຊ່ອຍຊາດໃນການສ້າງຊັບພະຍາກອນມະນຸດຜູ້ມີຄຸນນະພາບໃຫ້ແກ່ສັງຄົມ.” ຄຳພັນອະທິບາຍຕໍ່.
“ມັນກໍດີຢູ່ດອກ ອັນທີ່ອ້າຍເວົ້າມາຫັ້ນ. ແຕ່ນ້ອງຢ້ານວ່າເຮົາຈະໄຊ້ໜີ້ບໍ່ທັນກຳນົດຫັ້ນນ່າ!” ນາງຍອມເຫັນດີນຳຜູ້ເປັນຜົວ ແຕ່ກໍຍັງບໍ່ແຈບໃຈນໍາໜີ້ສິນທີ່ຕ້ອງໄດ້ໄຊ້.
“ບໍ່ຕ້ອງຮ້ອນໃຈດອກ ພອນເອີ້ຍ! ມີບັນຫາ ກໍຕ້ອງມີວິທີແກ້. ເມື່ອພວກເຮົາສ້າງບັນຫາຂຶ້ນ ພວກເຮົາກໍຕ້ອງແກ້ໄຂມັນໃຫ້ໄດ້. ຄັນເຮົາເຊື່ອພໍ່ແມ່ຕັ້ງແຕ່ຫົວທີແລ້ວ ບັນຫາໜີ້ສິນກໍຄົງບໍ່ເກີດ… ປານນີ້ ພວກເຮົາຄົງຈະມີລູກນ້ອຍມາເຊີຍຊົມກັນແລ້ວກໍບໍ່ຮູ້. ແຕ່ກໍຢ່າມັນເທາະ, ເລື່ອງແລ້ວກໍຂໍໃຫ້ມັນແລ້ວໄປ. ມີແຕ່ໃຫ້ສອງຄົນເຮົາມີສະຕິໃນການດຳລົງຊີວິດຕື່ມ… ພວກເຮົາກໍຍັງໜຸ່ມແໜ້ນ ຍັງມີເວລາໃນການຕໍ່ສູ້ຊີວິດຫຼາຍຢູ່… ສິ່ງທີ່ຜິດພາດໄປກໍໃຫ້ເປັນບົດຮຽນ…”
ສຸພາພອນຊາບຊຶ້ງໃຈນຳຄຳເວົ້າຂອງຜູ້ເປັນຜົວ ຊຶ່ງຍາມໃດກໍບໍ່ເຄີຍຕ້ອງຕິແລະໃຫ້ຮ້າຍແກ່ນາງແຕ່ປະການໃດ ມີແຕ່ຊອກແນວເພີ່ມກຳລັງໃຈໃຫ້… ທີ່ຈິງແລ້ວກໍແມ່ນນາງຜູ້ດຽວນັ້ນແຫຼະທີ່ເຮັດໃຫ້ເກີດບັນຫາໜີ້ສິນຂຶ້ນ… ນາງຍັງຈື່ໄດ້ວ່າ ໃນມື້ທີ່ເຈົ້າໂຄດຂອງຄຳພັນມາສູ່ຂໍນາງກັບພໍ່ແມ່ທີ່ເຮືອນ, ທັງສອງຝ່າຍໄດ້ຕົກລົງຈະຈັດພິທີແຕ່ງດອງແບບກະທັດຮັດເບົາບາງ ມີແຕ່ເຮັດພິທີບາສີສູ່ຂວັນ ແລະມ່ວນຊື່ນຢູ່ເຮືອນຂອງເຈົ້າສາວເທົ່ານັ້ນ. ແຕ່ສຸພາພອນບໍ່ເຫັນດີນຳ ຖ້າເຮັດແຕ່ຢູ່ເຮືອນ ແໜງບໍ່ເຮັດເລີຍຈະດີກວ່າ ມີແຕ່ສີ່ເຖົ້າຫ້າແກ່ມາຜູກຄໍ່ຕໍ່ແຂນໃຫ້ລະກໍແລ້ວ! ຄັນແມ່ນເຮັດກໍຕ້ອງມີທັງພິທີຢູ່ເຮືອນ ແລະພິທີຢູ່ພັດຕາຄານ ຫຼືໂຮງແຮມນຳອີກ ມັນຈຶ່ງຈະສົມໜ້າສົມຕາ. ພໍ່ກັບແມ່ກໍບໍ່ແມ່ນຄົນທຳມະດາສາມັນຫຍັງ ລ້ວນແຕ່ເປັນພະນັກງານຜູ້ມີຜົນງານ… ພີ່ນ້ອງແລະໝູ່ຄູ່ກໍມີຫຼາຍ ຫາກບໍ່ເຮັດໃຫຍ່ເຮັດເຕ ເຮັດແນວໃດຈຶ່ງຈະທົ່ວເຖິງກັນ. ເຖົ້າແກ່ທັງສອງຝ່າຍພະຍາຍາມຊີ້ເຫດຊີ້ຜົນ ແລະຍົກໃຫ້ເຫັນຈຸດດີຂອງການຈັດພິທີແບບປະຢັດມັດທະຍັດ. ອີກຢ່າງໜຶ່ງ ຖ້າຫາກໄປຈັດຢູ່ພັດຕາຄານອີກ ຈະເອົາເງິນຢູ່ໃສໄປຖອກໃຫ້ເຂົາ ເພາະຄ່າຈັດຢູ່ຫັ້ນບໍ່ແມ່ນຂອງຖືກໆ ຢ່າງໜ້ອຍກໍຕ້ອງໃຊ້ຈ່າຍສີ່ສິບຫລືຫ້າສິບລ້ານຂຶ້ນໄປ.ແຕ່ສຸພາພອນກໍບໍ່ອ່ອນຂໍ້ນຳເຫດຜົນທີ່ພໍ່ແມ່ທັງສອງຝ່າຍອ້າງມາ, ນາງໄດ້ຍົກຫຼາຍໆຕົວຢ່າງຂອງງານດອງໝູ່ຂອງນາງສູ່ທຸກຄົນຟັງ…
“ດອງຂອງນາງຈັນທະຈອນຫັ້ນເດ ລົງທຶນໄປເຮັດຢູ່ໂຮງແຮມໝົດໄປຫ້າສິບລ້ານ ແຕ່ເງິນໃຊ້ຊອງໄດ້ຄືນມາຕັ້ງ 60 ລ້ານພຸ້ນ! ເງິນຄ່າຈັດດອງກໍບໍ່ແມ່ນວ່າເຂົາຊິໃຫ້ຖອກບາດດຽວ ມີແຕ່ຈ່າຍຄ່າມັດຈຳກ່ອນຈຳນວນໜຶ່ງ ພາຍຫຼັງແລ້ວດອງ ຈຶ່ງໄປຈ່າຍຕື່ມກໍໄດ້. ມັນບໍ່ຍາກດອກ! ເລື່ອງເງິນນັ້ນ ພໍ່ແມ່ບໍ່ຕ້ອງເປັນຫ່ວງ ລູກກັບອ້າຍພັນຈະເປັນຜູ້ຮັບຜິດຊອບເອງ.”
ຈາກການຖຽງແບບຫົວຊົນຝາຂອງສຸພາພອນ ໂດຍທີ່ຄຳພັນບໍ່ມີໂອກາດອອກຄຳເຫັນຫຍັງເລີຍ. ທີ່ຈິງເຂົາກໍຢາກທັດທານຄຳເຫັນຂອງຄົນຮັກຄືກັນ ແຕ່ເບິ່ງສະພາບແລ້ວ ຄົງຈະເປັນໄປບໍ່ໄດ້ ມີແຕ່ຈະເຮັດໃຫ້ເສຍບັນຍາກາດ ແລະມີບັນຫາຕໍ່ກັນຊື່ໆ ເຂົາກໍເລີຍນັ່ງມິດປານແປ້ນອັດປາກ ໄດ້ແຕ່ນັ່ງສະດັບຮັບຟັງສຽງກ່າວສອດໆຂອງຜູ້ຈະມາເປັນຄູ່ຊີວິດ. ງານດອງເປັນໄປຕາມຄວາມຕ້ອງການຂອງສຸພາພອນໂດຍບໍ່ມີຜູ້ຈະຄັດຄ້ານໄດ້ ແມ່ນກະທັ້ງຄຳພັນກໍບໍ່ສາມາດເອີ່ຍປາກວ່າກ່າວແນວໃດໄດ້ເລີຍ. ສາເຫດທີ່ເຮັດໃຫ້ນາງຢາກຈັດພິທີຢູ່ພັດຕາຄານຕື່ມອີກນັ້ນ ກໍຍ້ອນວ່ານາງດວງດີລູກສາວຂອງຜູ້ຈັດການຂອງພັດຕາຄານຊື່ດັງແຫ່ງໜຶ່ງ ຊຶ່ງເປັນໝູ່ລຶ້ງແກ່ນກັນດີໃຫ້ການຊັກຊວນ ແລະອ້າງເຖິງຜົນທີ່ຈະໄດ້ຮັບ ຫາກວ່າຈັດຢູ່ພັດຕາຄານ, ພ້ອມທັງຈະເປັນຜູ້ຮັບປະກັນບໍ່ໃຫ້ຈ່າຍຄ່າມັດຈຳລ່ວງໜ້າ ເພາະແນວໃດຫຼັງຈາກແລ້ວດອງ ຮິບໂຮມເງິນໃສ່ຊອງທີ່ໄດ້ຈາກແຂກແລ້ວ ກໍຄົງພໍຖອກໃຫ້ທາງພັດຕາຄານຢ່າງແນ່ນອນ ຊໍ້າບໍ່ໜຳອາດຈະມີເຫຼືອພໍເປັນທຶນຮອນໃນການສ້າງຊີວິດຄູ່ນຳອີກ.
(ເຊີນຕິດຕາມອ່ານຕໍ່ ຕອນ: ຝັນຫວານກາຍເປັນຂົມ)

No comments:
Post a Comment