Tuesday, 12 August 2014

ລາງວັນ "ບໍ່ຄົບຫ້າ"

ຊຽນໂດຍ ອ. ແສງຟ້າ  ໂຫລານຸພາບ
ຫຼັງ ຈາກເລີກການຕອນທ່ຽງ ກໍຟ້າວເລັ່ງລົດໄປຮັບເມຍຢູ່ຫ້ອງການທີ່ໄກຈາກບ່ອນທີ່ຕົນເຮັດວຽກກວ່າສອງກິໂລແມັດ. ແຕ່ເມື່ອຮອດເຄິ່ງທາງnສຽງກະລັອງກະແລັງດັງຂຶ້ນຢູ່ກ້ອງພື້ນລົດ ຈົນຕ້ອງໄດ້ແວ່ເຂົ້າແຄມທາງຈອດລົດລົງໄປເບິ່ງ. ເຫັນທໍ່ອາຍເສຍຂາດກາງເຄິ່ງຕິດຢູ່ກັບພື້ນຖະໜົນ. ຄົງແມ່ນຍ້ອນຂີ້ໝ້ຽງກັດກິນທໍ່ປະສົມກັບແຮງຕຳກັບພື້ນຖະໜົນທີ່ຫຼຸບໆໂນນໆຂອງເສັ້ນທາງໂພນຕ້ອງ-ດົງໂດກເປັນແນ່ແທ້ ມັນຈຶ່ງເປັນແນວນີ້! ເຫື່ອຈັກໄຫຼອອກຈາກໜ້າຜາກແລະຂະໝັບແຕ່ຍາມໃດກໍບໍ່ຮູ້, ຈົກເອົາແພມົນໃນຖົງໂສ້ງຂຶ້ນມາເຊັດດ້ວຍຈິດໃຈກະວົນກະວາຍ. ໃຈໜຶ່ງວ່າຊິຂັບຕໍ່ໄປຮັບເມຍ ໃຈໜຶ່ງຊ້ຳຜັດອາຍນຳສຽງທໍ່ຂາດລາກໄປນຳຖະໜົນ ຈຶ່ງຕັດສິນໃຈລ້ຽວລົດກັບຄືນໄປຍັງເຮືອນ. ພໍມາຮອດເຮືອນກໍຟ້າວໂທຫາເມຍບອກວ່າໄປຮັບບໍ່ໄດ້ ໃຫ້ກັບມາເອງເດີ! ພຽງແຕ່ໄດ້ຍິນເທົ່ານັ້ນ ແມ່ເຈົ້າເຮືອນກໍໝົກເຫັດຢ່າງໃຫຍ່ ວ່າຊິຢູ່ຫ້ອງການເລີຍວ່າຊັ້ນ! ພ້ອມດ້ວຍຂອງແຖມສຽງວາງຫູໂທລະສັບດັງສະໜັ່ນຫວັ່ນໄຫວ… ທັງຫິວເຂົ້າ ທັງເປັນຫ່ວງນຳລົດ ໄປເຮືອນຄົວຈັບເອົາພາເຂົ້າມາຕັ້ງໄວ້ຫ້ອງໂຖງ ພ້ອມກັບຈົກເອົາເງິນສິບພັນຍື່ນໃຫ້ລູກຊາຍກົກໄປຊື້ເສັ້ນລວດມາໃຫ້ ເພື່ອຊິມາມັດທໍ່ເປັນການຊົ່ວຄາວ… ບໍ່ພໍທໍ່ໃດນາທີກໍເຫັນແມ່ເຈົ້າເຮືອນປ່ອນໜ້າພໍ້ວໍ້ເຂົ້າມາດ້ວຍອາລົມບູດ ຈຶ່ງຟ້າວອະທິບາຍເຫດຜົນສູ່ຟັງ… ເງິນຈຳນວນສອງແສນສຳລັບໄປຈອດທໍ່ໄດ້ຖືກຈົກຈາກກະເປົາເງິນຂອງຜູ້ເປັນເມຍ ພ້ອມທັງຍື່ນໃຫ້ດ້ວຍຄວາມຈຳໃຈ ເຮັດໃຫ້ຄວາມກະວົນກະວາຍຫາຍໄປປານປິດຖິ້ມ.
“ເຫຼືອເທົ່າໃດແລ້ວເອົາມາສົ່ງຄືນເດີ!” ທັງເວົ້າທັງເຮັດຕາຂຽວໃສ່ຈົນກິນເຂົ້າທ່ຽງກໍບໍ່ແຊບ. ແຕ່ຢ່າງໃດກໍຢ່າລະ ແນວໝາກກ້ວຍຕົກມືລີງແລ້ວ ຕ້ອງໃຫ້ເງິນທີ່ເຫຼືອນັ້ນມີປະໂຫຍດຢ່າງສູງສຸດ.
ພວມປ່ອນປັ້ນເຂົ້າຄຳທີສອງເຂົ້າປາກ ສຽງຂອງລູກສາວຫຼ້າກໍດັງຂຶ້ນທີ່ປະຕູເຮືອນ…
“ເປັນຫຍັງອີ່ພໍ່ຈຶ່ງບໍ່ໄປຮັບລູກ? ຢືນຖ້າຂາແຂງຈົນທົນບໍ່ໄດ້ ຈຶ່ງໄດ້ຍ່າງຕາກແດດມາ ໜ້າຈົນວ່າແຫ້ມໝົດ.”
ໄດ້ຍິນສຽງຈົ່ມເປັນຕາອີ່ຕົນ ຈຶ່ງກ່າວບອກເຫດຜົນແກ່ລູກດ້ວຍສຽງສີອ່ອນໆແລະປິດທ້າຍວ່າ:
“ພໍ່ຊິມີລາງວັນໃຫ້ດອກສຳລັບການຍ່າງຂອງລູກມື້ນີ້!”
“ແທ້ໆໄດ໋, ພໍ່!”
“ແນ່ນອນຢູ່ແລ້ວ!” ສຽງເນັ້ນດັ່ງກ່າວ ເຮັດໃຫ້ລູກສາວຫຼ້າຍິ້ມຈົນເຫັນແຂ້ວວ່ອງ.
ເຂົ້າການຕອນແລງເປັນອັນວ່າຕ້ອງໄດ້ໂຈະໂດຍຂໍຄຳອະນຸຍາດຈາກຫົວໜ້າ ເພື່ອເອົາລົດໄປຈອດທໍ່ອາຍເສຍ…

ເລາະແຕ່ດົງໂດກລົງໄປຮອດໂພນສະອາດ ຢຸດຖາມຫຼາຍຮ້ານ ແຕ່ເຂົາບອກວ່າບໍ່ໄດ້ຈອດດົນແລ້ວ ຈຶ່ງເລາະໄປຮອດແຖວໜອງດ້ວງ ຈຶ່ງໄປພໍ້ຮ້ານຈອດທໍ່ອາຍເສຍ… ທຳອິດກໍຄິດວ່າຄືຊິໄດ້ຈ່າຍຫຼາຍເຕີບ ບາດຊ່າງຈອດໃຫ້ແລ້ວ ຖາມລາຄາ ໄດ້ຈ່າຍຫ້າສິບພັນກີບເທົ່ານັ້ນ… ດີໃຈທີ່ຍັງມີເງິນເຫຼືອຕິດຖົງ ວ່າຊິໄປແວ່ຕະຫຼາດເຊົ້າ ແຕ່ຄິດໄດ້ວ່າບ່ອນທີ່ຕົນຂັບລົດຢູ່ດຽວນີ້ໃກ້ກັບຮ້ານຂາຍປຶ້ມດອກເກດ ຈຶ່ງຢຽບຄັນເລັ່ງມຸ່ງໜ້າໄປຫາຮ້ານຂາຍປຶ້ມດັ່ງກ່າວ ບາງທີອາດມີອາຫານສະໝອງແຊບໆຈັກຫົວໄປຕ້ອນເມຍແລະລູກໆ… ຈັບພວງມະໄລເລັ່ງລົດໄປຕາມເສັ້ນທາງຕັດໃໝ່ T2 ແລ້ວລ້ຽວຂວາໄປຕາມຖະໜົນທົ່ງຂັນຄຳ ມຸ່ງສູ່ສີຫອມ ແລະລ້ຽວເລີຍໄປຕາມຖະໜົນສາມແສນໄທ ຈົນຮອດສາມລ່ຽມອະນຸສາວະລີເຈົ້າຟ້າງຸ່ມ ຈຶ່ງລ້ຽວຊ້າຍ ພາລົດໄປຈອດຢູ່ເຊິ່ງໜ້າຮ້ານທີ່ມີປ້າຍບັກໃຫຍ່ຕິດໜ້າຮ້ານວ່າ “ຮ້ານຂາຍປຶ້ມດອກເກດ”.
ຍູ້ປະຕູແກ້ວເຂົ້າໄປ ອາຍເຢັນຈາກແອພາຍໃນຮ້ານພຸ້ງເຂົ້າໜ້າ ເຮັດໃຫ້ຄວາມຮ້ອນທີ່ອຸ້ມເຂົ້າມານຳຫຼຸດຜ່ອນ… ພະນັກງານຂາຍທີ່ຍັງສາວໜຶ່ງໃນສອງຂອງຮ້ານນັ້ນ ສົ່ງຮອຍຍິ້ມມາໃຫ້ ແລະກ່າວຄຳສະບາຍດີ…
“ສະບາຍດີ, ມີປຶ້ມອອກມາໃໝ່ໆແດ່ບໍ?” ທັງຖາມທັງຫຼຽວເບິ່ງປຶ້ມທີ່ລຽງລາຍຢູ່ຖ້ານໄມ້.
“ບໍ່ໄດ້ມາດົນປານໃດແລ້ວ?” ສາວຕາຄົມຖາມ.
“ບໍ່ແມ່ນເກືອບເຄິ່ງປີແລ້ວບໍ!”
“ຄັນຊັ້ນກໍມີຫຼາຍຫົວຢູ່ໄດ໋! ເຊີນເລືອກເບິ່ງຕາມສະບາຍໂລດເດີ!”
ບັນດາປຶ້ມທີ່ລຽນຊາບລາບຢູ່ໃນຖ້ານທີ່ມີຫຼາຍຊັ້ນນັ້ນ ຖືກຈັບຖືກເປີດຢູ່ໄປມາ ແລະໃນທີ່ສຸດປຶ້ມຫົວໜຶ່ງທີ່ມີຊື່ວ່າ “ບໍ່ຄົບຫ້າ ສະບັບສົມບູນ” ຂຽນໂດຍ ໂອໂຕຕະເກະ ຮິໂລທາດະ ແປໂດຍ ຈັນທະສອນ ອິນທະວົງ ກໍຖືກຈັບຂຶ້ນມາພິນິດ ແລະໃນໜ້າຄຳນຳຂອງຜູ້ຂຽນ ກໍຖືກສາຍຕາທີ່ກະຫາຍທີ່ຢາກຮູ້ເນື້ອໃນແລບເລຍໄປຕາມແຕ່ລະຕົວອັກສອນ…

“ວັນທີ 6 ເດືອນ 4 ປີ 1976, ດອກຊາກະລະບານເຮື່ອເຕັມຕົ້ນ ແສງແດດອົບອຸ່ນ ເປັນມື້ອາກາດແຈ່ມໃສດີມື້ໜຶ່ງ. “ອັງແງ້ ອັງແງ້!” ພ້ອມໆກັບສຽງຮ້ອງຄືຖືກໄຟດາດ ກໍມີແອນ້ອຍຄົນໜຶ່ງເກີດອອກມາ, ເປັນແອນ້ອຍເພດຊາຍ ແຂງແຮງດີ, ເປັນການເກີດລູກຕາມປົກກະຕິຂອງຜົວເມຍທຳມະດາໆຄູ່ໜຶ່ງ. ແຕ່ສິ່ງທີ່ບໍ່ປົກກະຕິກໍຄື ແອນ້ອຍຊາຍຜູ້ນີ້ ແຂນກຸດຂາກຸດ! ເປັນອາການເກີດແບບ “ແຂນກຸດຂາກຸດມາແຕ່ໃນທ້ອງ” (Congenital Tetra Amelia) ເວົ້າອີກແບບໜຶ່ງກໍວ່າ “ພິການມາແຕ່ເກີດ”, ບໍ່ແມ່ນຍ້ອນອຸບັດເຫດໃນເວລາອອກ ແລະກໍບໍ່ແມ່ນຜົນສະທ້ອນຂອງຢ່າສາຣີໂດໄມ ທີ່ຜູ້ຄົນກ່າວຂານຢ້ານກົວກັນຫຼາຍໃນເວລານັ້ນ. ຈົນເທົ້າທຸກມື້ນີ້ ສາເຫດອັນແທ້ຈິງຂອງອາການດັ່ງກ່າວນີ້ ກໍຍັງບໍ່ມີໃຜຮູ້ແຈ້ງ. ເປັນອັນວ່າຂ້ອຍເກີດມາພ້ອມກັບລັກສະນະເດັ່ນພິເສດ ທີ່ເຮັດໃຫ້ທຸກຜູ້ທຸກຄົນອ້ອມຮອບຕົກໃຈນຳ. ພໍແຕ່ເກີດມາກໍເຮັດໃຫ້ໝູ່ຕົກໃຈນຳໄດ້ນັ້ນ ກໍຄົງຈະມີແຕ່ທ້າວໂມໂມະທາໂລ ກັບຂ້ອຍນີ້ລະ.
ຕາມທຳມະດາ ຫຼັງຈາກອອກລູກແລ້ວ ກໍຈະມີເລື່ອງສະອື້ນສະອອກເກີດຂຶ້ນຄືຕອນ “ແມ່ແລະລູກໄດ້ເຫັນໜ້າກັນ”, ແຕ່ຍ້ອນເພິ່ນຢ້ານວ່າແມ່ລູກອ່ອນໃໝ່ ຄືແມ່ຂ້ອຍຈະຕົກໃຈແຮງ ເປັນລົມລົ້ມທັງຢືນເມື່ອເຫັນໜ້າຂ້ອຍ ພໍ່ຈຶ່ງບອກແມ່ວ່າ “ລູກເປັນຂີ້ໝາກເຫຼືອງຢ່າງແຮງ” ຈັ່ງຊັ້ນເພິ່ນຈຶ່ງບໍ່ໃຫ້ແມ່ກັບຂ້ອຍເຫັນໜ້າກັນ ຈົນກວ່າຂ້ອຍຈະມີອາຍຸໄດ້ເດືອນໜຶ່ງ. ແມ່ຂ້ອຍກໍຊ່າງວ່າໃຈອົດໃຈທົນເອົາແທ້ເອົາວ່າ ພຽງແຕ່ເພິ່ນບອກວ່າ ລູກເປັນຂີ້ໝາກເຫຼືອງຢ່າງແຮງ ແລະບໍ່ໃຫ້ເຫັນໜ້າເຫັນຕາຕັ້ງເດືອນ ກໍຍັງບໍ່ສົງໄສຫຍັງ ພຽງແຕ່ອຸທານວ່າ “ອ້າວ! ເປັນຊັ້ນດອກຫວະ?” ເທົ່ານີ້ເອງ. ແບບນີ້ ຖ້າຈະເວົ້າວ່າແມ່ຂ້ອຍ “ເປັນຄົນພິເສດ” ອີກຜູ້ໜຶ່ງກໍບໍ່ຜິດ.
ໃນທີ່ສຸດ ກໍມາຮອດມື້ທີ່ແມ່ລູກຈະໄດ້ເຫັນໜ້າກັນ. ຂະນະເດີນທາງໄປໂຮງໝໍ ແມ່ກໍໄດ້ຮັບຄຳອະທິບາຍວ່າ ການທີ່ບໍ່ໃຫ້ເຫັນແອນ້ອຍນັ້ນບໍ່ແມ່ນຍ້ອນວ່າເປັນຂີ້ໝາກເຫຼືອງຢ່າງແຮງດອກ ກໍເປັນຄືຄາດເດົາໄວ້ຢູ່ ແມ່ສະແດງອາການຢ້ານກົວໂຕສັ່ນຂຶ້ນທັນທີ ພໍ່ກໍເລີຍບໍ່ກ້າບອກຕໍ່ວ່າ ຂ້ອຍເປັນທ້າວອຸ້ມລຸ້ມ ບໍ່ມີທັງແຂນທັງຂາ ພໍແຕ່ບອກເປັນລາງໆວ່າ ຮ່າງກາຍພິການໜ້ອຍໜຶ່ງ ແລ້ວກໍປ່ອຍໃຫ້ແມ່ໄປຮູ້ເຫັນດ້ວຍຕາຕົນເອງ.
ສ່ວນທາງໂຮງໝໍ ກໍກະກຽມກັນພໍສົມຄວນ ໂດຍແຕ່ງຕຽງເປົ່າມາໄວ້ຂ້າງໆ ຍ້ອນຢ້ານວ່າແມ່ຊິເຂົ່າອ່ອນລົ້ມ ເມື່ອເຫັນໜ້າລູກຊາຍ. ຈັ່ງຊັ້ນ ຜູ້ໃດກໍມີອາລົມເຄັ່ງຂຶງກຶງໂຕກັນໄປໝົດ ບໍ່ວ່າພວກແພດໝໍ ພໍ່ຂ້ອຍ ແລະຮວມທັງແມ່ນຳ ແລ້ວເວລາສຳຄັນກໍມາເຖິງ ແລະເປັນໄປຢ່າງບໍ່ມີໃຜຄາດເດົາຖືກ.
“ເປັນຕາແພງແທ້!” ຄຳເວົ້າທີ່ລອດອອກຈາກປາກແມ່ ເຮັດໃຫ້ຄວາມຄາດເດົາຂອງໝົດທຸກຄົນທີ່ຢູ່ອ້ອມຂ້າງຜິດພາດໄປ, ທຸກຄົນຄຶດວ່າ ແມ່ຈະຮ້ອງໄຫ້ຮໍ່າໄຮ ເປັນລົມຂາອ່ອນລົ້ມທ່າວໄປເລີຍ. ທີ່ແທ້ແລ້ວ ຄວາມວິຕົກຢ້ານກົວເຫຼົ່ານີ້ໄຮ້ເຫດໄຮ້ຜົນແທ້ໆກໍຮ່າວວ່າຄາດເດົາກັນໄປຊື່ໆ. ແມ່ຜູ້ບໍ່ໄດ້ເຫັນໜ້າລູກນ້ອຍທີ່ຕົນເຈັບທ້ອງເບັ່ງອອກແລວມາຕັ້ງເດືອນ ມີຄວາມດີໃຈແຮງ ເມື່ອໄດ້ເຫັນໜ້າລູກ ແລະຄວາມດີໃຈນັ້ນ ມັນຍິ່ງໃຫຍ່ຫຼວງຫຼາຍເໜືອຄວາມຕົກໃຈຫວາດກົວ ຕໍ່ຄວາມພິກົນພິການ ແຂນກຸດຂາຂາດຂອງຜູ້ເປັນລູກ….”

ເມື່ອສາຍຕາແລບເລຍມາຮອດປະໂຫຍກນີ້, ຄຳສັ່ງຈາກສະໝອງກໍບອກໃຫ້ມືເບື້ອງຂວາຈົກເອົາເງິນໃນຖົງຈຳນວນ 35.000 ກີບ ຍື່ນໃຫ້ພະນັກງານຂາຍຢ່າງໄວວາ ພ້ອມທັງເອົາຈັບເອົາປຶ້ມ “ບໍ່ຄົບຫ້າ” ກັບມາຍັງລົດ ຂັບເລັ່ງເມືອເຮືອນ…
ພໍມາຮອດເຮືອນ “ບໍ່ຄົບຫ້າ” ກໍກາຍເປັນລາງວັນຄ່າຍ່າງໃຫ້ແກ່ລູກສາວຫຼ້າ…
“ຂ້ຽວມາກິນເຂົ້າໄດ໋!” ສຽງແມ່ເຈົ້າເຮືອນດັງຈາກພາເຂົ້າແລງ ເມື່ອເຫັນລູກສາວຫຼ້າຍັງກົ້ມໜ້າກົ້ມຕາອ່ານປຶ້ມດັ່ງກ່າວແບບບໍ່ຮູ້ຢາກຮູ້ຫິວຫຍັງ!!!


ທີ່ມາ:​ https://www.facebook.com/notes/sengfa-hola/

No comments:

Post a Comment