Friday, 22 August 2014

ຮອຍອະດີດ


ຂຽນໂດຍ ອ. ແສງຟ້າ  ໂຫລານຸພາບ

August 22, 2014 at 7:33am
ຍັງອີກບໍ່ເທົ່າໃດມື້ ກໍຈະຮອດວັນບຸນຫໍ່ເຂົ້າປະດັບດິນແລ້ວ. ເພື່ອໃຫ້ເຂົ້າກັບບັນຍາກາດຂອງວັນບຸນດັ່ງກ່າວ, ຂໍເຊີນທ່ານສຳຜັດກັບເລື່ອງສັ້ນແນວມະຫັດສະຈັນເລື່ອງນີ້ໄດ້ເລີຍ...

ຄາບເຂົ້າແລງວັນນັ້ນ ຊຶ່ງຜ່ານໄປຫຼາຍປີແລ້ວ ຕັ້ງແຕ່ສະໄໝທີ່ສາມເອື້ອຍນ້ອງຍັງເປັນເດັກທີ່ບໍ່ທັນປະສີປະສາກັບເລື່ອງມາລະຍາດໃນການກິນ. ນາງນ້ອຍຈື່ໄດ້ວ່າ ມັນເປັນຄາບເຂົ້າທີ່ສຸດແສນສັບສົນ ເພາະສາມເອື້ອຍນ້ອງໃນໄວອາຍຸກຳລັງກິນພາກັນຍຸ້ມຍາດເອົາຕ່ອນກັນຢ່າງອຸດຕະລຸດ ເຮັດໃຫ້ພໍ່ກັບແມ່ກຶ້ງຕາໃສ່ເປັນການກຳຮາບຄວາມອົນລະວົນຂອງພວກລູກໆດັ່ງກ່າວ. ສ່ວນພໍ່ຕູ້ກັບແມ່ຕູ້ທີ່ພວມຫຍໍ້າເຂົ້າຕ້ວຍໆຢູ່ນັ້ນ ກໍຕ້ອງໄດ້ຂ້ຽວກືນອາຫານລົງຄໍຢ່າງໄວວາ ເພື່ອຊອກວິທີຢຸດຢັ້ງການກະທຳທີ່ບໍ່ສຸພາບແລະເໝາະສົມຂອງຫຼານທັງສາມ.
“ຈັ່ງແມ່ນປານຜີເຜດຕາຍອຶດເອົາໂລດນໍ!” ສຽງອັນຊົງພະລັງຂອງພໍ່ຕູ້ໄດ້ເຮັດໃຫ້ທັງສາມສາວນ້ອຍຕ້ອງຢຸດຊະງັກການຍາດແຍ່ງເອົາຕ່ອນ. ນາງນ້ອຍຟ້າວຖົກມືກັບຄືນສູ່ຕັກແບບສີອາຍໆພ້ອມກັບກົ້ມໜ້າເບິ່ງນິ້ວມືທີ່ແປດເປື້ອນໄປດ້ວຍນໍ້າມັນເຫຼື້ອມເຍີ້ມໆຂອງຕົນ ແລະກືນນໍ້າລາຍລົງຄໍຢ່າງຍາກຊາ.
“ເປັນແມ່ຍ່າແມ່ຍິງຕ້ອງກິນເຂົ້າໃຫ້ມີມາລະຍາດ, ໃຫ້ຄ່ອຍກິນຄ່ອຍຫຍໍ້າ, ຢ່າຍາດອາຫານກັນ ເປັນເດັດຂາດ. ເອື້ອຍກໍຕ້ອງມີຈິດໃຈເຜື່ອແຜ່ຕໍ່ຜູ້ເປັນນ້ອງ, ນ້ອງຜູ້ນ້ອຍກໍບໍ່ແມ່ນຊິເມົາແຕ່ເອົາໃຈຕົນເອງເປັນໃຫຍ່ ຕ້ອງຄ່ອຍແບ່ງປັນກັນກັບເອື້ອຍໆໃຫ້ເໝາະສົມ.” ສຽງອັນອ່ອນໂຍນ ແຕ່ຊົງໄວ້ຊຶ່ງຄວາມໜ້ານັບຖືຂອງແມ່ຕູ້ໄດ້ເຮັດສາມເອື້ອຍນ້ອງຄ່ອຍໆກ້າເງີຍໜ້າຂຶ້ນສູ່ພາເຂົ້າ.
"ເອົ໊າ! ພາກັນກິນໃຫ້ອີ່ມສາ ຫຼານເອີຍ! ກິນແລ້ວ ພໍ່ຕູ້ມີນິທານມ່ວນໆເລົ່າສູ່ຟັງ!” ພໍ່ຕູ້ກ່າວສຽງສີເນີບໆຕາມແບບທີ່ເຄີຍກ່າວໃນເວລາທີ່ຈິດໃຈເຂົ້າສູ່ພາວະປົກກະຕິ ຊຶ່ງໄດ້ເຮັດໃຫ້ສາມເອື້ອຍນ້ອງຫຼຽວເບິ່ງໜ້າກັນດ້ວຍຄວາມດີໃຈທີ່ຈະໄດ້ຟັງນິທານຈາກພໍ່ຕູ້ອີກ ຈຶ່ງພ້ອມພາກັນກິນຢ່າງມີລະບຽບຂອງຜູ້ມີຄຸນສົມບັດດີ.ຄາບເຂົ້າແລງມື້ນັ້ນສິ້ນສຸດລົງດ້ວຍຂອງຫວານແຖມທ້າຍໂດຍສີມືຂອງແມ່: ນໍ້າຫວານໝາກແຕງລາຍໃສ່ກະທິ ຊຶ່ງເປັນຂອງຫວານທີ່ພໍ່ມັກເປັນທີໜຶ່ງ. ດ້ວຍເຫດນີ້ ນາງນ້ອຍຈຶ່ງສັງເກດເຫັນຮອຍຍິ້ມແຫ່ງຄວາມເພິ່ງພໍໃຈຂອງພໍ່ສົ່ງໃຫ້ກັບແມ່ຊຶ່ງພວມຍື່ນຖ້ວຍນໍ້າຫວານໃຫ້

ຄືນນັ້ນທ່າມກາງທ້ອງຟ້າທີ່ມືດສະໜິດເພາະເປັນຄືນເດືອນດັບ ສຽງແມງໄມ້ແລະສັດນ້ອຍທີ່ອອກຫາກິນຍາມກາງຄືນສົ່ງສຽງດັງວັ່ອງໆໃນຮູຫູ ແຕ່ສຽງດັ່ງກ່າວກໍບໍ່ຖືກໃສ່ໃຈອີກ ເພາະສຽງທຸ້ມກັງວານເປັນຕາຟັງຂອງພໍ່ຕູ້ນັກເລົ່ານິທານປະຈຳຄອບຄົວໄດ້ແຊກຊ້ອນຂຶ້ນມາ ເຮັດໃຫ້ຄື້ນສຽງທີ່ຂ້ອນຂ້າງໜວກຫູ ເລື່ອນຫາຍໄປ… ສາມເອື້ອຍນ້ອງນັ່ງອ້ອມຂ້າງອ້ອມແອວພໍ່ຕູ້ ດວງຕາທັງສາມຄູ່ແນມຈຶ້ງເບິ່ງຮິມພິສົບທີ່ອ່າວກຳແລະຫ້ຽວແຫ້ງຕາມໄວສັງຂານ ແຕ່ຜັດຊົງສະເໜ່ໄປດ້ວຍວາທະສິນ ຍາກທີ່ຈະຫາຜູ້ມາປຽບປານໄດ້! ຫູທັງສາມຄູ່ໂຕ່ງເອົາຖ້ອຍຄຳທີ່ພາໃຫ້ເກີດຄວາມສຳລານໃນດວງຈິດຢ່າງຕັ້ງໜ້າ…

ຫ່າງຈາກນີ້ໄປເກືອບຫົກສິບປີ ໃນຄາວທີ່ວຽງຈັນຫາກໍກໍ່ຮ່າງສ້າງຕົວຂຶ້ນໃໝ່. ຕົວເມືອງວຽງຈັນໃນເວລານັ້ນກວມເອົາພຽງແຕ່ບໍລິເວນນໍ້າພຸອັນມີຖະໜົນສາມແສນໄທ, ເຊດຖາທິລາດ ແລະປາງຄຳຕັດໄຂວ່ກັນ… ນອກຈາກນັ້ນ ກໍມີເສັ້ນທາງອື່ນໆທີ່ມີເຮືອນຂອງຜູ້ຄົນລຽງລາຍກັນໄປພໍເປັນຍັ່ອມແຍັ່ມ… ບ້ານທີ່ເປັນເຂດໃນເມືອງແທ້ໆກໍມີພຽງບໍ່ເທົ່າໃດບ້ານ ເຊັ່ນ ບ້ານມີໄຊ, ສີຫອມ, ສີສະເກດ, ຫັດສະດີ, ເກົ້າຍອດ, ເພຍວັດ ໂດຍສະເພາະແມ່ນເຂດບໍລິເວນນໍ້າພຸ… ຕະຫຼາດເຊົ້າໃນເວລານັ້ນ ແມ່ນຢູ່ຝາກທາງເບື້ອງທະນາຄານຮ່ວມພັດທະນາປັດຈຸບັນ. ສ່ວນຕະຫຼາດເຊົ້າແລະກະຊວງປ້ອງກັນຄວາມສະຫງົບໃນປັດຈຸບັນນັ້ນ ຍັງ ເປັນບວກໜອງ ມີເຮືອນຂອງຜູ້ຄົນອາໄສພຽງແຕ່ຢູ່ແຄມຕິດທາງຖະໜົນແລະບ່ອນທີ່ເປັນໂຄກ. ຮ່ອງທອງໄຫຼຄົດຄ້ຽວຕາມກຳແພງເມືອງເກົ່າມາຕັ້ງແຕ່ຂົວຫຼວງ - ໂຮງສີນ້ອຍ (ເຊິ່ງໜ້າກັບສະໜາມກິລາເຈົ້າອະນຸ) - ຕະຫຼາດເຊົ້າ - ລອດຜ່ານຂົວດິນເລາະລຽບໄປຕາມຄູວຽງ ຈົນໄປຮອດເຂດບຶງຂະຫຍອງ ແລ້ວໄຫຼລ້ຽວ ລົງສູ່ແມ່ນໍ້າຂອງແຖວໆສາລາກົກຕານ. ຫ່າງຈາກຂົວທີ່ສ້າງດ້ວຍດິນ (ປັດຈຸບັນເອີ້ນວ່າຂົວດິນ) ໄປທາງທິດເໜືອປະມານຫົກຮ້ອຍກວ່າແມັດເປັນທີ່ຕັ້ງຂອງວັດທີ່ມີຊື່ສຽງໃນການຊາປະນະກິດສົບ ຊື່ເປັນທາງການເອີ້ນ ວ່າ “ວັດເທບນິມິດ” ແຕ່ປະຊາຊົນທົ່ວໄປມັກເອີ້ນແບບສັ້ນໆວ່າ “ວັດທາດຝຸ່ນ”.  ກົງກັນຂ້າມກັບວັດໄປທາງບ້ານຝາຍ-ດົງປ່າລານແມ່ນປ່າຊ້າຝັງສົບຊາວຕ່າງດ້າວບໍ່ວ່າຝຣັ່ງກໍຄືຫວຽດນາມ (ຜີປ່າຊ້ານີ້ໄດ້ຍ້າຍໄປຢູ່ສີໃຄຕໍ່ໃສ່ສີເກີດໃນລະຫວ່າງປີ 1967 ດຽວນີ້ແມ່ນກະຊວງບໍ່ແຮ່ແລະພະລັງງານ ແລະເປັນຕຶກການຄ້າ ແລະບ້ານເຮືອນຂອງປະຊາຊົນບ້ານຝາຍ). ໃນບໍລິເວນເສັ້ນທາງແຖວນີ້ ຄັນຮອດຍາມຄໍ່າລົງແລງມາແລ້ວ ຜູ້ຄົນກໍຈະບໍ່ຫານກ້າສັນຈອນໄປມາ ເພາະມີເລື່ອງລືຊາກັນກ່ຽວກັບພູດຜີປີສາດ. ມີຄົນຊ່າກັນວ່າໃນຍາມ ຄໍ່າຄືນເດິກດື່ນມັກຈະມີສາວງາມໜ້າຂາວຜົມຍາວມາຍືນລັດລົດ ບໍ່ວ່າຈະເປັນລົດສາມລໍ້ຫຼືລົດຕັກຊີ. ຄຳຊ່າລືດັ່ງກ່າວກໍໄດ້ເຂົ້າຫູຂອງອ້າຍບ່າວຊຽງເດດ ຊາຍໜຸ່ມໄວກຳລັງຄະນອງ, ແຕ່ຍ້ອນເຄີຍບວດເປັນອ້າຍຈົວຢູ່ວັດມາແລ້ວ 2 ພັນສາ ຈຶ່ງເຮັດໃຫ້ຄຳວ່າ “ຜີ” ບໍ່ສາມາດກະທົບຈິດໃຈຂອງເຂົາໃຫ້ສັ່ນຄອນໄດ້ເລີຍ… ເຂົາເຄີຍຜ່ານທາງແຖວນັ້ນເປັນປະຈຳ ແລະກໍເຄີຍມາສົ່ງສະການຍາດພີ່ນ້ອງຢູ່ວັດທາດຝຸ່ນເກືອບວ່າປີໜຶ່ງ ສາມສີ່ເທື່ອ. ຍິ່ງໄປກວ່ານັ້ນ ກໍຍັງເຄີຍໄປຍິງກະປອມຢູ່ແຖວປ່າຊ້າຊາວຕ່າງດ້າວອີກນຳ ຈຶ່ງເຮັດໃຫ້ດວງຈິດຂອງເຂົາເຂັ້ມແຂງ ແລະອີກຢ່າງໜຶ່ງກໍຍ້ອນບໍ່ທັນເຄີຍເຫັນສິ່ງທີ່ເປັນຕາຢ້ານດັ່ງກ່າວນັ້ນເທື່ອ. ແຕ່ໃນໃຈຈິງແລ້ວ ກໍຢາກຈະພໍ້ກັບສິ່ງທີ່ເຂົາຊ່າລືນັ້ນແທ້ໆ ເພາະເມື່ອເວົ້າເຖິງສາວງາມໆແລ້ວ ຫູຂອງເຂົາມັກຈະຕັ້ງຊັນຂຶ້ນຢ່າງອັດຕະໂນມັດ. ທາງເສັ້ນນີ້ ເຂົາມັກຈະຍ່າງຜ່ານເປັນປະຈຳ ບໍ່ວ່າໃນຍາມກາງເວັນກໍຄືກາງຄືນ ໂດຍສະເພາະແມ່ນຍາມຂ້ອນແຈ້ງລະຫວ່າງສີ່ຫາຫ້າໂມງເຊົ້າ ເພື່ອນຳເອົາພືດຜັກທີ່ງອກງາມ ຈາກນໍ້າມືຂອງສະມາຊິກພາຍໃນຄອບຄົວຂອງເຂົາບໍ່ວ່າຈະເປັນພໍ່ແມ່ອ້າຍເອື້ອຍນ້ອງຊຶ່ງມີທັງໝົດ 10 ແຮງງານ ໄປຂາຍຢູ່ຕະຫຼາດເຊົ້າ ບ່ອນທີ່ຊາວນະຄອນວຽງຈັນໃນຄາວນັ້ນພາກັນມາຊອກຊື້ຊອກຂາຍຕັ້ງແຕ່ຍາມເຊົ້າໆ ຈົນຮອດສິບໂມງຕະຫຼາດກໍຈະເລີກ. ຮອດຕອນແລງມາ ຫາກໃຜຢາກອອກຕະຫຼາດ ກໍຕ້ອງໄດ້ ພາກັນໄປທີ່ຕະຫຼາດແລງສີຫອມ ຊຶ່ງຢູ່ແຈບ່ອນມີປ້ອມຈາລະຈອນສີ່ແຍກໄຟແດງທະນາຄານທະຫານໄທປັດຈຸບັນ.
ທຸກຄັ້ງທີ່ຫາບຜັກໃສ່ກະບຸງເພື່ອໄປຂາຍຜ່ານປ່າຊ້າແລະວັດທາດຝຸ່ນໃນຍາມຂ້ອນແຈ້ງ ຊຽງເດດມັກຈະເຫຼືອດສາຍຕາໄປເບິ່ງທາດຈອມແຫຼມໆແລະເຕົາເຜົາສົບທາງເບື້ອງຂວາມື ແຕ່ກໍບໍ່ເຫັນຫຍັງຜິດປົກກະຕິ ເຫຼືອດໄປທາງປ່າຊ້າເບື້ອງຊ້າຍກໍເຫັນພຽງແຕ່ຮູບໄມ້ກາງເຂນທີ່ຫຼໍ່ດ້ວຍຊີມັງເດຍລະດາດໄປທົ່ວ ທ່າມກາງຄວັນໝອກໃນຍາມເຊົ້າຕູ່… ຜ່ານໄປມາເລື້ອຍກໍເລີຍລຶ້ງເຄີຍຄືກັບວ່າສິ່ງດັ່ງກ່າວເປັນສ່ວນໜຶ່ງຂອງຊີວິດໄປເສຍແລ້ວ… ມີແຕ່ວັນສິນເທົ່ານັ້ນ ທີ່ເຂົາບໍ່ໄດ້ຜ່ານທາງດັ່ງກ່າວ ເພາະຖືວ່າເປັນມື້ພັກ ແລະຕ້ອງກະກຽມເຂົ້າປາອາຫານພ້ອມກັບພວກນ້ອງໆໃຫ້ກັບແມ່ ເພື່ອໄປຕັກບາດຖວາຍທານຢູ່ວັດໃກ້ເຮືອນ. ແຕ່ສະເພາະວັນສຳຄັນທາງສາສະໜາ ເຊັ່ນ ບຸນເຂົ້າພັນສາ, ບຸນຫໍ່ເຂົ້າປະດັບດິນ, ບຸນຫໍ່ເຂົ້າສະຫຼາກ, ບຸນອອກພັນສາແລະອື່ນໆແລ້ວ ບໍ່ມີພຽງແຕ່ແມ່ເທົ່ານັ້ນ ຍັງມີພໍ່, ເຂົາແລະພວກນ້ອງໆກໍພ້ອມພາກັນໄປ ຕັກບາດຢາດນໍ້າເຊັ່ນດຽວກັນ. ຍິ່ງແມ່ນຍາມບຸນເຂົ້າພັນສາແລ້ວ ທຸກໆວັນສິນ ພໍ່ກັບແມ່ກໍຈະໃສ່ຊຸດພໍ່ຂາວ ແມ່ຂາວໄປຈຳສິນຢູ່ຫໍແຈກວັດພຸ້ນຕັ້ງແຕ່ຫ້າໂມງແລງຈົນວ່າຄູບາສັນຈັງຫັນຂອງເຊົ້າມື້ໃໝ່ແລ້ວ ພວກເພິ່ນຈຶ່ງກັບມາເຮືອນ.

ແຕ່ບຸນຫໍ່ເຂົ້າປະດັບດິນໃນວາລະທີ່ຊຽງເດດອາຍຸຄົບຮອບ 22 ປີນັ້ນ, ເຂົາຊໍ້າຜັດປະຕິເສດການຢຸດພັກ ເພື່ອໄປເຮັດບຸນຕາມປະເພນີທີ່ເຄີຍເຮັດມາ. ເຂົາຢືນກະຕ່າຍຂາດຽວທີ່ຈະເອົາຜັກຢູ່ໃນສວນທີ່ ພວມງອກງາມເໝາະທີ່ຈະຫຼົກອອກຂາຍ ເພາະຜັກໃນຍາມນີ້ອຶດ ແລະຍິ່ງເປັນວັນສິນອີກ ຍິ່ງໄດ້ຂາຍດີ ປານແຈກລ້າພຸ້ນລະ.
“ຄັນບໍ່ຫຼົກໄປຂາຍມື້ອື່ນ ລູກຢ້ານວ່າມັນຊິແກ່ເກີນໄປ ອາດຈະຂາຍບໍ່ໄດ້ລາຄາດີ.” ຊຽງເດດອ້າງເຫດຜົນກັບແມ່. “ໃຫ້ພໍ່ກັບບັກຫຳຫຼ້າເອົາຫໍ່ອາຫານໄປວັດແຕ່ເດິກແທນລູກກໍຄົງໄດ້ ເພາະຫຳຫຼ້າກໍໃຫຍ່ແລ້ວ ມັນຄືຊິບໍ່ຢ້ານຫຍັງດອກ!”
“ແຕ່ມັນຄະລຳໄດ໊ ເດດເອີຍ! ຍາມວັນສິນວັນພະກໍຄວນຢູ່ເຮັດບຸນ. ຍິ່ງແມ່ນບຸນຫໍ່ເຂົ້າປະດັບດິນ ຍິ່ງມີຄວາມສຳຄັນຕໍ່ຍາດພີ່ນ້ອງຂອງພວກເຮົາທີ່ລ່ວງລັບໄປແລ້ວ. ເຊື່ອແມ່ເທາະ! ດ້າມມື້ດຽວມັນບໍ່ແກ່ດອກ. ເອົາໄວ້ອີກມື້ໜຶ່ງໄປຂາຍກໍຍັງໄດ້ຢູ່.” ແມ່ທັດທານຜູ້ເປັນລູກດ້ວຍເປັນຫ່ວງ.

“ກະຢ່າເທາະແມ່! ໃຫ້ລູກໄປຂາຍເທາະ! ແຮ່ງເປັນມື້ພັກຂອງຊາວສວນແລະພວກພໍ່ຄ້າແມ່ຄ້າ ແຮ່ງຊິເຮັດໃຫ້ລູກໄດ້ຂາຍດີ. ແລ້ວລູກກະຊິໄດ້ມີເງິນທ້ອນພໍ ເພື່ອຊື້ລົດຖີບເປີໂຊມາຂີ່.” ເຂົາອ້າງເຫດຜົນ ດ້ວຍໃບໜ້າອັນກະຕືລືລົ້ນນຳລົດຖີບເປີໂຊທີ່ເຂົາໃຝ່ຝັນມາໄດ້ຫຼາຍປີແລ້ວ.
“ຄັນຊັ້ນ ກໍແລ້ວແຕ່ລູກ ຄັນມີບັນຫາມາ ກໍຢ່າວ່າແມ່ບໍ່ຕຸກບໍ່ເຕືອນເດີ.” ແມ່ຖິ້ມທ້າຍດ້ວຍສີໜ້າເປັນຫ່ວງວາດໃດວາດໜຶ່ງ.
“ບໍ່ມີບັນຫາຫຍັງດອກແມ່ເອີຍ! ເຊື່ອໝັ້ນລູກຊາຍຂອງແມ່ໂລດ. ບາດເງິນພຽງພໍແລ້ວ ລູກຊິໄດ້ຊື້ລົດຖີບຊ້ອນແມ່ໄປໄຫວ້ທາດຫຼວງ.” ສຽງຂອງເຂົາດັງສະທ້ອນອອກຈາກໃຈຢ່າງຕື່ນເຕັ້ນ.

(ເຊີນຕິດຕາມອ່ານຕອນສຸດທ້າຍ) ທີ່ມາ​https://www.facebook.com/notes/10202480451868650/

No comments:

Post a Comment