ຊຽນໂດຍ ອ. ແສງຟ້າ ໂຫລານູຖາພ
ສາມເດືອນຕໍ່ມາ, ໃນແລງວັນໜຶ່ງ ຂະນະທີ່ແຕ່ລະຫຼັງຄາເຮືອນພວມກໍ່ໄຟກຽມພາເຂົ້າພາແລງ. ຫູສາຍທະລາກໍໄດ້ຍິນສຽງຮ້ອງໄຫ້ດັງໂຫຍຫວນຈາກເຮືອນຂອງນາຍບ້ານ ທີ່ຫ່າງຈາກເຮືອນຂອງເຂົາບໍ່ຮອດຫ້າສິບແມັດ. ຍ້ອນຄວາມຢາກຮູ້ຢາກເຫັນຕາມຜະສາເດັກນ້ອຍ ເຂົາຟ້າວແລ່ນລົງເຮືອນໄປຈົນແມ່ເອີ້ນນຳຫຼັງກໍບໍ່ທັນ.
ພາບທີ່ເຂົາເຫັນຢູ່ເທິງເຮືອນຂອງນາຍບ້ານນັ້ນ ແມ່ນຮ່າງຂອງເອື້ອຍວອນນອນຂວໍ້າຢູ່ກັບພື້ນ ໄຫ້ສະອຶກສະອື້ນຢ່າງໜ້າສົມເພດເວທະນາໂດຍມີຜູ້ເປັນພໍ່ເງື້ອແສ້ລ້ຳລົງໃສ່ກາງຫຼັງເປັນບາດໆ.
“ບອກມາ ມຶງໄປຖືພາມານນຳໃຜ? ບອກມາດຽວນີ້!!!” ສຽງນາຍບ້ານຮ້ອງຖາມດ້ວຍຄວາມຢາກຮ້າຍຢ່າງສຸດຂະໜາດ. “ຄັນບໍ່ບອກ ກູຊິຂ້າມຶງຖິ້ມໃຫ້ສົມກັບຄວາມເຫຼືອໃຈນຳລູກຜູ້ບໍ່ມັກດີຄືແນວນີ້!”
ເອື້ອຍວອນໄດ້ແຕ່ສະອື້ນໄຫ້ ປະຕິເສດສຽງໂຫຍຫວນ… ສ່ວນຜູ້ເປັນແມ່ກໍບໍ່ຊ່າງຊິເຮັດແນວໃດ ໄດ້ແຕ່ຫ້າມຜູ້ເປັນຜົວວ່າຢ່າເຮັດຮຸນແຮງກັບລູກເກີນໄປ ໃຫ້ຄ່ອຍເວົ້າຄ່ອຍອອຍເອົາ. ຈັ່ງໃດກໍແມ່ນລູກຕົນເອງ ຜິດແມ່ນແນວໃດກໍຄ່ອຍບອກຄ່ອຍສອນເອົາຈະດີກວ່າ. ປານເພີ່ມເຊື້ອໄຟໃສ່ ນອກຈາກຈະຮ້າຍໃສ່ລູກແລ້ວ ກໍຫັນມາໝຶນໃສ່ເມຍອີກ…
“ເປັນຍ້ອນເຈົ້ານີ້ແຫຼະ ມັນຈຶ່ງໄດ້ເດີ້ມຄືຈັ່ງຊີ້ນ່າ!”
ແມ່ຂອງເອື້ອຍວອນກໍບໍ່ໄດ້ຊາຄຳເວົ້າຂອງຜູ້ເປັນຜົວເລີຍ, ເພິ່ນເຂົ້າໄປກອດໂຊມເອົາລູກສາວທີ່ຍັງສະອື້ນໄຫ້ຢູ່ບໍ່ເຊົາ.
“ບອກໃຫ້ພໍ່ໃຫ້ແມ່ຮູ້ສາວ່າລູກມີທ້ອງມີໄສ້ກັບໃຜ? ພໍ່ແມ່ຮູ້ແລ້ວກໍຈະບໍ່ເອົາຜິດເອົາແມ່ນນໍາດອກ. ມີແຕ່ຊິໃຫ້ພວກລູກແຕ່ງແປງກັນໃຫ້ຖືກຕ້ອງຕາມປະເພນີ.” ແມ່ເວົ້າສຽງອ່ອນໂຍນປ່ຽມລົ້ນໄປດ້ວຍຄວາມຮັກຄວາມສົງສານລູກໃນໄສ້ຂອງຕົນ.
ເອື້ອຍວອນເງີຍໜ້າທີ່ນອງດ້ວຍນໍ້າຕາເບິ່ງແມ່ ແລະກ່າວອອກມາຢ່າງໜັກແໜ້ນວ່າ:
“ລູກກໍບໍ່ຮູ້ຄືກັນວ່າ ລູກຖືພາໄດ້ແນວໃດ!?!?!?”
ພໍແຕ່ໄດ້ຍິນສຽງຕອບຂອງລູກສາວແນວນັ້ນ ນາຍບ້ານກໍຮ້າຍຂຶ້ນໝົດແຮງປານບັ້ງໄຟແຕກຄາຄ້າງເອົາໂລດ.
“ມີຢູ່ໃສໃນໂລກ ຖືພາໂດຍບໍ່ຮູ້ຈັກວ່າຕົນເອງໄປເຮັດຫຍັງໄວ້ກັບໃຜ?” ບໍ່ພຽງແຕ່ເວົ້າ ແສ້ໃນມືກໍຮໍ່າລົງໄປອີກ ແຕ່ຜູ້ເປັນແມ່ໄດ້ເອົາມື ຂຶ້ນມາປົກປ້ອງລູກສາວຂອງຕົນໄວ້. ໃນທີ່ສຸດ ນາຍບ້ານກໍອອກປາກຖາມໄປຢ່າງແນ່ໃຈວ່າ:
“ບໍ່ແມ່ນມຶງຖືພາກັບບັກສົງນັ້ນຫວາ?” ສິ້ນສຽງຂອງນາຍບ້ານ ບໍ່ທັນທີ່ເອື້ອຍວອນຈະຕອບ, ສຽງຫ້າວໆຂອງໃຜຜູ້ໜຶ່ງ ທີ່ມາຢືນເບິ່ງໃກ້ໆສາຍທະລາກໍຮ້ອງໂດ່ງຂຶ້ນໄປໃສ່ວ່າ:
“ແມ່ນຂ້ານ້ອຍນີ້ລະ ທີ່ເຮັດໃຫ້ລູກຂອງຍາພໍ່ຖືພາ.”
ອ້າຍສົງນັ້ນເອງ ລາວທັງເວົ້າທັງຍ່າງຂຶ້ນເຮືອນຂອງນາຍບ້ານ. ສາຍທະລາເຫັນລາວນັ່ງໝອບກົ້ມລົງຂາບ ສະແດງຄວາມຂໍໂທດຕໍ່ການກະທຳຜິດຂອງຕົນ.
“ກູວ່າແລ້ວບໍ່ຜິດ. ແມ່ນບັກອັບປີສີກະບານນີ້ເອງທີ່ມາເຮັດຜິດຜີກັບລູກກູຄືແນວນີ້!!!” ບໍ່ເວົ້າລ້າ ຕີນລາວຫອບໃສ່ບັກແອວຂອງອ້າຍສົງຈົນຫົວດວນໄປ. ແມ່ຂອງເອື້ອຍວອນຟ້າວໄປຫ້າມຜົວ ເພື່ອບໍ່ໃຫ້ລາວເຮັດຮຸນແຮງຫຼາຍໄປກວ່ານີ້.
ສາຍທະລາແນມເຫັນໃບໜ້າຂອງເອື້ອຍວອນທີ່ສະແດງຄວາມປະຫຼາດໃຈຕໍ່ຄຳຮັບສາລະພາບຂອງອ້າຍສົງ, ລາວພວມຈະກ່າວຫຍັງອອກໄປ ແຕ່ກໍຊ້າເກີນໄປເສຍແລ້ວ ເພາະອ້າຍສົງຍ່າງໄປໂຊມເອົາລາວລຸກຂຶ້ນ ພ້ອມທັງສົ່ງແສງຕາແຫ່ງຄວາມເມດຕາສົງສານໃຫ້ຈົນຫົວໃຈເອື້ອຍວອນອ່ອນຍວບ ເມື່ອຫວນຄຶດເຖິງຕອນລົງໄປຕົບພະທາດຊາຍຢູ່ຫາດຮ່ວມກັນໃນວັນນັ້ນ.
ໜຶ່ງອາທິດຕໍ່ມາພາຍຫຼັງການຂໍຂະມາຕາມຮີດຄອງ ແລະການຕົກລົງຂອງພໍ່ແມ່ທັງສອງຝ່າຍແລ້ວ, ພິທີແຕ່ງດອງແບບກະທັນຫັນລະຫວ່າງເອື້ອຍວອນແລະອ້າຍສົງ ກໍຖືກຈັດຂຶ້ນຢູ່ເຮືອນຂອງນາຍບ້ານ. ເຖິງຈະເປັນພິທີທີ່ກະທັດຮັດເບົາບາງ ແຕ່ໄທບ້ານທົ່ວຄຸ້ມບ້ານກໍເຂົ້າຮ່ວມຢ່າງພ້ອມພຽງ ແລະໃຫ້ການຊ່ອຍເຫື່ອຊ່ອຍແຮງຜູ້ລະໄມ້ລະມືຢ່າງສຸດອົກສຸດໃຈ ບໍ່ຍົກເວັ້ນແມ່ນກະທັ້ງສາຍທະລາທີ່ຍັງເປັນພຽງເດັກນ້ອຍກໍໄດ້ເຂົ້າຮ່ວມເປັນສັກຂີພະຍານຂອງດອງຄັ້ງນີ້ນຳ.
ນັບແຕ່ໄດ້ລູກເຂີຍມາຢູ່ເຮືອນ ເຫັນວ່ານາຍບ້ານປ່ຽນໄປເປັນຄົນລະຄົນ, ອາດແມ່ນຍ້ອນຄວາມດຸໝັ່ນຂະຫຍັນພຽນ ຮູ້ຈັກເອົາອົກເອົາໃຈພໍ່ເຖົ້າແມ່ເຖົ້າຂອງອ້າຍສົງກໍບໍ່ຈັກ. ເບິ່ງລາວໃຈເຢັນລົງ ເວົ້າຫຍັງມີເຫດມີຜົນ ບໍ່ໃຊ້ອາລົມເປັນໃຫຍ່ຄືແຕ່ເກົ່າ. ໄທບ້ານໃຜກໍພາກັນຊື່ນຊົມນຳການປ່ຽນແປງດັ່ງກ່າວຂອງລາວ ເຮັດໃຫ້ບ້ານແຫ່ງນີ້ເຕັມໄປດ້ວຍຄວາມສະຫງົບສຸກ.
ຍິ່ງຕອນທີ່ລາວຈະໄດ້ຫຼານ ລາວແຮ່ງມີອາລົມດີ ມີເທື່ອໜຶ່ງໄດ້ຍິນລາວອອກປາກເວົ້າກັບໄທບ້ານວ່າ:
“ຂ້ອຍຄືຊິໄດ້ຜູ້ມີບຸນມາເກີດເປັນຫຼານ ເພາະຝັນເຫັນແຕ່ພະຍານາກມາຊ່ອຍເລື້ອຍໆ.”
ສາຍທະລາສັງເກດເຫັນອ້າຍສົງສະແດງທ່າທີແບບຄົນທີ່ກຳລັງໃຊ້ຄວາມຄິດໜັກ ຫຼັງຈາກໄດ້ຍິນຜູ້ເປັນພໍ່ເຖົ້າກ່າວແນວນັ້ນ, ຄິ້ວທັງສອງຂອງລາວສົນເຂົ້າຫາກັນ… ລາວອາດກຳລັງຄິດ… ຄິດກ່ຽວກັບຫຍັງນໍ? ສາຍທະລາເອງກໍບໍ່ສາມາດລ່ວງຮູ້ໄດ້.
ແລະແລ້ວ ສາຍທະລາກໍໄດ້ມີໂອກາດສະແດງຄວາມດີໃຈກັບອ້າຍສົງ, ເມື່ອເອື້ອຍວອນໃຫ້ກຳເນີດທາລົກນ້ອຍ… ແຕ່ຕອນທີ່ນາຍບ້ານຍ່າງອອກຈາກຫ້ອງບ່ອນທີ່ເອື້ອຍວອນຢູ່ກຳນັ້ນ ໃບໜ້າຂອງລາວສະແດງຄວາມຜິດຫວັງຢ່າງເຫັນໄດ້ແຈ້ງ ພ້ອມກັບສຽງຈົ່ມຄ່ອຍໆວ່າ:
“ຝັນເຫັນແຕ່ພະຍານາກ ຫຼານສາວອອກມາກໍເລີຍມີຜິວຄືກັບເກັດພະຍານາກເອົາໂລດ!”
ແມ່ນຄວາມຂອງພໍ່ເຖົ້າອ້າຍສົງ ເວລາທີ່ສາຍທະລາເຂົ້າໄປຢາມເອື້ອຍວອນກັບແມ່ ເຂົາເຫັນລູກນ້ອຍຂອງລາວມີຜິວເປັນເກັດນ້ອຍໆ…
“ໄປກວດຢູ່ໂຮງໝໍແລ້ວ ທ່ານໝໍບອກວ່າແມ່ນພະຍາດຜິວໜັງຊະນິດໜຶ່ງ ຊຶ່ງຖ້າໄດ້ຮັບການປິ່ນປົວທີ່ຖືກຕ້ອງ ກໍຈະເຊົາໃນເວລາຂຶ້ນສາວ.” ເອື້ອຍວອນອະທິບາຍສູ່ແມ່ຂອງສາຍທະລາຟັງ.
ເຖິງແມ່ນຈະມີຜິວເປັນເກັດ ແຕ່ແອນ້ອຍກໍເປັນຕາຮັກຕາແພງຈົນ ສາຍທະລາອົດຢາກອູ້ມບໍ່ໄຫວ ແຕ່ຖືກແມ່ຫ້າມໄວ້ ເພາະແອນ້ອຍຍັງນ້ອຍໂພດ. ເຂົາຈຶ່ງໄດ້ແຕ່ແນມເບິ່ງຮ່າງນ້ອຍໆນັ້ນຢ່າງຮັກແພງແກມສົງສານ.
“ໃສ່ຊື່ໃຫ້ແອນ້ອຍວ່າແນວໃດລະ?” ແມ່ຂອງສາຍທະລາຖາມ.
“ນາຄະລິນ” ເອື້ອຍວອນຕອບ ພ້ອມທັງແນມເບິ່ງໜ້ານ້ອຍໆທີ່ມີເກັດຊາບລາບນັ້ນດ້ວຍຄວາມຮັກຢ່າງສຸດຊຶ້ງ.

No comments:
Post a Comment