Sunday, 4 November 2012

ປະທານປະເທດຕ້ອນຮັບຄະນະຜູ້ແທນມາຮ່ວມກອງປະຊຸມອາເຊັມ 9

 
 
       ໃນວັນທີ 4 ພະຈິກ 2012 ນີ້, ທີ່ສຳນັກງານປະທານປະເທດ ( ຫໍຄຳ ), ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 9 ຫລື ອາເຊັມ 9 ປະກອບມີ 2 ປະເທດຕາມລຳດັບດັ່ງນີ້: ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີແຫ່ງ ຣາຊາອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ; ທ່ານ ຫງວຽນ ເຕິນ ຢຸງ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມ ນິຍົມ ຫວຽດນາມ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນມາເຂົ້າຮ່ວມກອງປະຊຸມອາເຊັມ 9 ທີ່ນະຄອນຫລວງວຽງຈັນລະຫວ່າງວັນທີ 5-6 ພະຈິກ 2012 ນີ້ .
ພະນະທ່ານປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາ ເຂົ້າຮ່ວມໃນກອງປະຊຸມອາເຊັມຄັ້ງນີ້, ເຊິ່ງເປັນການໃຫ້ກຳລັງໃຈ ອັນແຮງກ້າຕໍ່ລັດຖະບານ ແລະ ປະຊາຊົນລາວ. ຫວັງວ່າ ການມາຮ່ວມກອງປະຊຸມດັ່ງກ່າວ ຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືລະຫວ່າງປະເທດ ໃຫ້ນັບມື້ກວ້າງ ຂວາງຍິ່ງໆຂຶ້ນ .
ຂະນະດຽວກັນ, ນາຍົກລັດຖະມົນຕີທັງສອງປະເທດ ກໍໄດ້ສະແດງຄວາມຂອບໃຈປະທານປະເທດລາວ ໃນການໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະ ແລະ ຕີລາຄາສູງ ຕໍ່ການກະກຽມການດຳເນີນກອງປະຊຸມສຸດຍອດ ອາເຊັມ 9, ພ້ອມທັງສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນ ແລະ ອວຍພອນໃຫ້ ສປປ ລາວ ຈົ່ງປະສົບຜົນສຳເລັດ ໃນການຈັດ ກອງປະຊຸມຄັ້ງນີ້ ແລະ ຖືຜົນສຳເລັດຂອງປະຊາຊົນລາວ ກໍປຽບສະເໝືອນຜົນສຳເລັດຂອງປະຊາຊົນຫວຽດນາມເຊັ່ນດຽວກັນ .


No comments:

Post a Comment