ໂດຍ ອ. ແສງຟ້າ ໂຫລານຸພາບ
ເລື່ອງຂອງຊາຍຄົນໜຶ່ງເກີດຂຶ້ນມາໄດ້ຫຼາຍປີແລ້ວລະ! ລາຍລະອຽດຈະເປັນແນວໃດນັ້ນ ຂໍເຊີນຜູ້ມັກອ່ານກວາດສາຍຕາຕາມແຖວຕົວອັກສອນຂ້າງລຸ່ມນີ້ໄດ້ເລີຍ...
“ຍາມໃດກໍມີແຕ່ລວມກັບລວມ, ໄປກັບໄປ. ບໍ່ເຫັນຊິມີອັນໄດ້ອັນດີມາສົມທົບການລ້ຽງລູກຊ່ວຍຂ້ອຍ... ເບິ່ງຂ້ອຍເຮັດວຽກທັງເວັນທັງຄືນບໍ່ເປັນຫຼັບເປັນຕື່ນ... ທັງໝົດນີ້ ຂ້ອຍເຮັດເພື່ອຄອບຄົວໄດ໋! ແຕ່ເຈົ້າຫັ້ນຕີ໊! ຍາມໃດກໍວ່າມີປະຊຸມ, ຈັກໜ້ອຍກໍໄປຕ່າງແຂວງ... ແບບນີ້ມັນກິນປຽບກັນໂພດໄດ໋!!!” ສຽງແຈດໆຂອງຍິງໄວຂຶ້ນດ້ວຍເລກສີ່ຕົ້ນໆດັງກ້ອງແກ້ວຫູຂອງຜູ້ທີ່ຫາກໍກັບມາແຕ່ວຽກ…
ເຂົາເອົາກະເປົ໋າເອກະສານວາງໄວ້ເທິງໂຕະບ່ອນທີ່ເຂົາມັກແກ້ວຽກຍາມຄ່ຳຄືນ ແລ້ວຍ່າງໄປຈັບເອົາຈອກບີບນໍ້າຈາກຕູ້ນໍ້າເຢັນມາດື່ມດັບກະຫາຍ ພ້ອມທັງໂຍບໂຕລົງນັ່ງຂ້າງໆຈັກຫຍິບເຄື່ອງທີ່ມີຜ້າແພກອງເຈ້ງເພ້ງຢູ່… ເຂົາແນມເບິ່ງໜ້າອັນເຄັ່ງຕຶງຂອງເຈົ້າຂອງສຽງດ້ວຍຫົວໃຈອັນອ່ອນລະໂຫຍໂຮຍແຮງ ແຕ່ກໍແຝງໄວ້ເຊິ່ງຄວາມສົມເພດເວດທະນາຕໍ່ອາການຂອງຂຶ້ນຂອງນາງ…
ສອງສາມເດືອນມານີ້ ອາລົມຫງຸດຫງິດມັກເກີດຂຶ້ນກັບນາງ ເມື່ອເຂົາຕ້ອງໄດ້ເດີນທາງໄປຕ່າງແຂວງ ເພື່ອລົງເກັບກໍາຂໍ້ມູນກ່ຽວກັບວຽກທີ່ເຂົາຮັບຜິດຊອບໂດຍກົງຢູ່ຫ້ອງການ… ເຂົາຕ້ອງລົງໄປເກືອບທຸກແຂວງທົ່ວປະເທດເພື່ອເກັບກໍາຂໍ້ມູນ… ເຂົາພະຍາຍາມອະທິບາຍໃຫ້ນາງຟັງເຖິງໜ້າທີ່ທີ່ເຂົາຮັບຜິດຊອບ, ທີ່ເຂົາໄປນັ້ນ ກໍເປັນວຽກທີ່ສໍາຄັນທີ່ທາງຂັ້ນເທິງມອບໝາຍ ບໍ່ແມ່ນເຂົາຮ່າວໄດ້ຮ່າວເຮັດໄປຕາມລໍາພັງໃຈ… ເຂົາອະທິບາຍຈົນປາກເມືອກ ແຕ່ນາງກໍບໍ່ຍອມເຂົ້າໃຈ ຍິ່ງໄປກວ່ານັ້ນ ຍັງເວົ້າໃຫ້ເຂົາໄປໃນທາງບໍ່ດີ… ທຸກຄັ້ງທີ່ກັບມາ ເຂົາຍັງມີແນວຕິດໄມ້ຕິດມືມາພ້ອມ ແລະກໍມີເງິນຈໍານວນໜຶ່ງທີ່ເຫຼືອຈາກອັດຕາທີ່ເຂົາໄດ້ຍື່ນໃຫ້ນາງ… ທຸກຄັ້ງນາງຈະ ແນມເບິ່ງເງິນທີ່ເຂົາຍື່ນໃຫ້ດ້ວຍໃບໜ້າອັນເບ້ເຍ້ພ້ອມທັງກ່າວດ້ວຍສຽງສີສຽດໆວ່າ:
“ເງິນສໍ່ານີ້ ຂ້ອຍຫຍິບເຄື່ອງມື້ດຽວກໍໄດ້ຫຼາຍກວ່ານີ້!” ຄໍາເວົ້າຂອງນາງໄດ້ສຽດແທງຫົວໃຈ… ແຕ່ເຂົາກໍອົດກັ້ນບໍ່ຍອມປະທະຄາລົມ ມີແຕ່ເອົານ້ຳເຢັນລູບໝາກຫົວໃຈທີ່ຟົດຟີ່ໆບໍ່ໃຫ້ຟົ້ງກະເດັນອອກມານອກ… ເທື່ອນີ້ເປັນເທື່ອທີ່ເທົ່າໃດແລ້ວ ທີ່ເຂົາຕ້ອງເຮັດໃຈດີສູ້ເສືອ… ຄວາມອົດກັ້ນກໍມີຂອບເຂດ ເມື່ອມັນກາຍເຖືອດແລ້ວ ຄວາມຢາກຮ້າຍທີ່ຮ້ອນວູ່ໆກໍເຟືອດອອກມາເປັນຂອງທໍາມະດາ…
“ທຸກສິ່ງທຸກຢ່າງ ທີ່ຂ້ອຍເຮັດໄປນີ້ກໍເພື່ອບ້ານເພື່ອເມືອງ ເພື່ອຄອບເພື່ອຄົວ ເພື່ອເຈົ້າແລະລູກໆ… ທີ່ຂ້ອຍຕ້ອງອອກເຮືອນໄປດຸໆນີ້ ກໍແມ່ນໜ້າທີ່ທີ່ຂັ້ນເທິງມອບໝາຍ… ເຖິງເງິນລ້ຳຄ້ຳເດືອນຈະບໍ່ທໍ່ກັບລາຍໄດ້ແຕ່ລະວັນທີ່ເຈົ້າຫາມາໄດ້ ແຕ່ມັນກໍໄດ້ມາຢ່າງບໍລິສຸດ ຊຶ່ງຂ້ອຍບໍ່ໄດ້ໄປຄົດໂກງເອົາກັບຜູ້ໃດ…” ເຂົາກ່າວດ້ວຍໃບໜ້າຂ້ອນຂ້າງແດງ ຖ້າສັງເກດຄັກໆກໍຈະເຫັນສົບຂອງເຂົາຕິງຫຍິກໆຕອນທີ່ເວົ້າສຸດ…
“ຍ້ອນເຮັດຈັ່ງຊີ້ນີ້ລະ ເຈົ້າຈຶ່ງໄດ້ຂີ່ລົດອີ່ເຕົາໄປການ!” ສຽງນາງສອດຂຶ້ນທັນໃດດ້ວຍໃບໜ້າເຄັ່ງມຶ້ງຕຶ້ງ...
ໄດ້ຍິນເມຍເວົ້າແນວນັ້ນ ເຂົາກໍອ່ອນໂຍບລົງ ເມັ້ມຮິມສົບໄວ້ແໜ້ນ, ລຸກຈາກຕັ່ງເຂົ້າໄປຫ້ອງນ້ຳເພື່ອທຸເລົາຄວາມຮ້ອນທາງກາຍແລະທາງໃຈໄປພ້ອມໆກັນ… ອາບນ້ຳແລ້ວ ກໍຂຶ້ນໄປປ່ຽນເຄື່ອງຢູ່ຫ້ອງນອນ… ບໍ່ລືມໄປເປີດເບິ່ງຫ້ອງນອນຂອງລູກ… ລູກຊາຍທັງສາມນອນລຽນກັນຊ້າຍລ້າຍຫຼັບໄປດ້ວຍຄວາມສຸຂາລົມ… ຍ່າງເຂົ້າມາຫ້ອງນອນຕົນເອງ ເຫັນຊອງຈົດໝາຍວາງໄວ້ເທິງຫົວບ່ອນນອນ ຈຶ່ງຍື້ມືໄປຈັບເອົາຂຶ້ນມາເບິ່ງ… ຈົດໝາຍຈາກອາເມລິກາ ຈ່າໜ້າຊອງເຖິງເຂົາ… ຈົດໝາຍຂອງເອື້ອຍຜູ້ທີ່ໄປຢູ່ອາເມລິກາກ່ອນການປົດປ່ອຍພຸ້ນ… ເນື້ອໃນທຸກຢ່າງຄົງຖືກນາງຄູ່ຊີວິດແລບເລຍເຂົ້າຫົວໄປກ່ອນແລ້ວ… ຢ່າເທາະ! ນາງຈົ່ງໄວ້ໃຫ້ອ່ານກໍຖືວ່າບຸນເຫຼືອຫົວແລ້ວ!
ໃນຈົດໝາຍເອື້ອຍບອກວ່າໄດ້ຝາກເຊັກເງິນມາໃຫ້ 200 ໂດລາ ແລະທີ່ສໍາຄັນເອື້ອຍໄດ້ບອກວ່າຫາກເຂົາຢາກປ່ຽນບັນຍາກາດ ເອື້ອຍກໍຍິນດີທີ່ຈະເຮັດປະກັນ ແລະຝາກປີ້ຍົນມາໃຫ້ ເພາະໃນໄລຍະນີ້ການໄປມາຫາສູ່ກັນລະຫວ່າງພີ່ນ້ອງຮ່ວມສາຍເລືອດລະຫວ່າງລາວກັບອາເມລິກາງ່າຍປານໄປທ່ຽວວັງວຽງເອົາໂລດ… ຖ້າເປັນໄປໄດ້ ເອື້ອຍກໍຢາກໃຫ້ເຂົາລາພັກການສີຍາວໆແດ່ ອາດຈະເປັນຫົກເດືອນ ຫຼືໜຶ່ງປີກໍຍິ່ງດີ ເພາະຈະໄດ້ຊອກຫາລາຍໄດ້ເພີ່ມຢູ່ພຸ້ນ… ອ່ານມາຮອດນີ້ ເຂົາກໍສົ່ງສຽງຫົວຮຶໆອອກມາແບບບໍ່ມີຂຸ່ຍມີແຄນ… ເຂົາຕ້ອງຢຸດຊະງັກສຽງຫົວ ເມື່ອສຽງນາງດັງຢູ່ປາກປະຕູຫ້ອງນອນ...
“ແມ່ນເຈົ້າຫົວຫຍັງເກ໊າະ?”
“ຢາກຫົວທີ່ຂ້ອຍຊິໄດ້ໄປອາເມລິກາ.”
“ກະດີລະຕິ ຊິໄດ້ເອົາເງິນໂດລາມາໃຫ້ຂ້ອຍໄດ້ຈ່າຍ ຂ້ອຍຈຶ່ງຊິບໍ່ໄດ້ເມື່ອຍນໍາການຫຍິບເຄື່ອງ.”
“ເຈົ້າຄິດວ່າຂ້ອຍຊິໄປຊັ້ນເບ໊າະ? ວຽກຂ້ອຍຍັງແກ້ບໍ່ທັນແລ້ວ!” ເຂົາກ່າວອອກມາເມື່ອຊວາດຄຶດເຖິງວຽກທີ່ເຂົາຮັບຜິດຊອບ.
“ເຈົ້າມັນກໍເມົານໍາແຕ່ວຽກບ້ານວຽກເມືອງຫັ້ນລະເນາະ! ບາດແນວຊິໄດ້ຊິດີ ກໍບໍ່ເອົາໃຈໃສ່! ເບິ່ງແມ່ນາງກີ້ບ້ານເໜືອຫັ້ນ ໄປບໍ່ຮອດປີກັບມາ ປຸກເຮືອນໄດ້ຫຼັງບັກໃຫຍ່!” ນາງທັງເວົ້າທັງເຮັດແສງຕາວາວປານແມວເຫັນໜູເອົາໂລດ!
“ອັນນັ້ນແມ່ນແມ່ນາງກີ້, ອັນນີ້ແມ່ນພໍ່ທ້າວໂຕ້ ມັນຕ່າງກັນເດ ເຈົ້າເອີຍ!” ເຂົາເວົ້າພ້ອມທັງເອົາຈົດໝາຍຍັດເຂົ້າຊອງຕາມເດີມ. “ເຈົ້າອ່ານແລ້ວຕວ່າ!”
“ອ່ານແຕ່ຕອນໄດ້ມາທໍາອິດພຸ້ນແຫຼະ ແລະເຊັກສອງຮ້ອຍດອນນັ້ນຂ້ອຍກໍເອົາໄປແຕກຮຽບຮ້ອຍແລ້ວ!”
“ປານນັ້ນ… ຂ້ອຍກັບມາແຕ່ວຽກແທນທີ່ຈະໄດ້ຍິນສຽງມ່ວນໆກັບໄດ້ຍິນແຕ່ສຽງແຈດຫູ ຈົນຂ້ອຍພໍຢາກບິນໜີ…” ເຂົາຕໍແຍ.
“ກະບິນໄປອາເມລິກາຊັ້ນຕວ່າ! ເອື້ອຍສີຊິປະກັນເອົາ ພ້ອມທັງຊື້ປີ້ຍົນໃຫ້ພ້ອມ ແມ່ນຂ້ອຍໄວບໍ່ຄ້ານແລ້ວ!” ນາງເວົ້າສຸດ ກໍເອົາມືຈັບມືເຂົາມາແມະໃສ່ແກ້ມປານສາວນ້ອຍເອາະເຊາະແມ່…
“ຢ່າປຸກປັ່ນໃຫ້ຂ້ອຍເສຍແນວຄິດນ່າ!”
“ມັນບໍ່ຄືຊາວປີກ່ອນເດີ! ດຽວນີ້ ຫາກໃຜໄດ້ໄປອາເມລິກອກອາເມລິກາ ກໍຖືວ່າໂກ້ເກ້ບໍ່ແມ່ນຂອງຄ່ອຍໄດ໋!”
“ຂ້ອຍບໍ່ຢາກຂາດການຕັ້ງເປັນເດືອນເປັນປີ. ຈັກໜ້ອຍຂາດດົນຫຼາຍ ເພິ່ນກໍວ່າເຮົາປະລະໜ້າທີ່ ແລະກໍລຶບຊື່ອອກຈາກບັນຊີພະນັກງານຊັ້ນຕວ່າ!” ເຂົາຕໍ່ວ່າ.
“ບໍ່ດອກ! ຫາກເຮົາຄອບລາຄັກແນ່ ເພິ່ນກໍອະນຸມັດໃຫ້ໄປ. ເບິ່ງແຕ່ອ້າຍຄໍາມານັ້ນເດ ໄປຕັ້ງເປັນປີກັບມາ ເພິ່ນກໍຍັງໃຫ້ສືບຕໍ່ເຮັດວຽກເກົ່າຂອງລາວ…”
“ແຕ່…”
“ບໍ່ມີແຕ່ດອກ! ມື້ອື່ນໃຫ້ຮີບແລ່ນໜັງສືສາ!” ນາງສະຫຼຸບໃຫ້ ເຂົາໄດ້ແຕ່ເຮັດຕາລອຍປານກັບຝັນເອົາຊື່ໆ!
No comments:
Post a Comment