ໂດຍ ອ. ແສງຟ້າ ໂຫລານຸພາບ
ທຸກວັນເສົາທ້າຍເດືອນ ລຸງອ່ອນສີມັກຈະມາຮັບຈ້າງຕັດຫຍ້າຢູ່ເຮືອນ... ເພິ່ນເປັນຄົນນ້ອຍຈ່ອຍ ແຕ່ວ່າມີແຮງປານຄວາຍເຖິກໜໍາ. ເຖິງແມ່ນຈະຈ່ອຍ ບາດເພິ່ນແກ້ເສື້ອອອກແລ້ວ ກໍຈະເຫັນກ້າມແບບແຫ້ງໆຕິດກະດູກ ຫານໍ້າມັນຢູ່ໜ້າທ້ອງແມ່ນແຕ່ໜ້ອຍດຽວກໍບໍ່ມີ ມີແຕ່ກ້າມທ້ອງເປັນລອນລັກລັ່ນກັນລົງມາແຕ່ລຸ່ມເອິກຈົນເຖິງຫົວໂສ້ງ... ພໍ່ບອກກັບນາງນ້ອຍວ່າ ເມື່ອຄາວຍັງເປັນບ່າວ ພໍ່ກໍມີໜ້າທ້ອງແບບລຸງອ່ອນສີນັ້ນແຫຼະ ແຕ່ດຽວນີ້ ຍ້ອນບໍ່ມີໂອກາດຫັດກາຍ ແລະບໍ່ມີການຄວບຄຸມການກິນ ທ້ອງຂອງພໍ່ຈຶ່ງອຸ້ງປຸ້ງປານກັບແມ່ມານຖືພາໄດ້ສາມເດືອນເອົາໂລດ... ຫຼັງຈາກຕັດຫຍ້າອ້ອມເຮືອນແລ້ວໆ ລຸງມັກມານັ່ງຢູ່ໂຕະກ້ອງຮົ່ມກົກໝາກຈຽງ ດື່ມນໍ້າເຢັນໆທີ່ນາງນ້ອຍເອົາຈາກຕູ້ເຢັນໄປໃຫ້... ທຸກເທື່ອ ເພິ່ນຈະມີເລື່ອງນັ້ນເລື່ອງນີ້ມາເລົ່າສູ່ຟັງ ສ່ວນຫຼາຍກໍແມ່ນເລື່ອງທີ່ກ່ຽວພັນກັບຊີວິດຂອງເພິ່ນນັ້ນລະ... ເທື່ອນີ້ກໍເຊັ່ນກັນ ເພິ່ນເລົ່າດ້ວຍຄວາມກະຕືລືລົ້ນ ເໝືອນຢາກລະບາຍບາງສິ່ງບາງຢ່າງອອກຈາກສ່ວນເລິກຂອງໝາກຫົວໃຈໃຫ້ນາງນ້ອຍໄດ້ຮັບຮູ້ນໍາ...
ທ້າວແອວຽງ ຫົວໂປ່ເດັກນ້ອຍປະຈໍາບ້ານພ້າວເຂດລ່ອງງື່ມ ມັກມີແນວຫຼິ້ນບໍ່ຄືບ້ານຄືເມືອງເພິ່ນ. ມື້ນີ້ກໍເຊັ່ນດຽວກັນ ເຂົາພາລູກສະໝຸນຈໍານວນສິບກວ່າຄົນລົງລອຍຫຼິ້ນໝາກເງືອກກິນຫາງຢູ່ນໍ້າງື່ມຢ່າງເມົາມັນ... ຂະນະທີ່ພວມຫຼິ້ນມ່ວນໆຢູ່ນັ້ນ ກໍໄດ້ມີທ່ອນໄມ້ທ່ອນໃຫຍ່ ແລະຍາວເຕີບໄຫຼມາ... ເຂົາຈຶ່ງເກີດມີແນວຄິດໃໝ່ກ່ຽວກັບເກມການຫຼິ້ນ ໂດຍບອກໃຫ້ທຸກຄົນລອຍໄປຫາທ່ອນໄມ້ ແລ້ວຍູ້ດັນມັນຂຶ້ນມາເທິງແຄມນໍ້າ. ຊົ່ວທ່ອນໄມ້ນັ້ນຊິຂຶ້ນມາງອຍຢູ່ເທິງໂຄກ ກໍໄດ້ເຮັດໃຫ້ພວກເດັກນ້ອຍພາກັນຫັນໃຈຫອບດ້ວຍຄວາມອິດເມື່ອຍ... ແຕ່ບໍ່ທັນຈະໄດ້ເຮັດຫຍັງກັບໄມ້ທ່ອນນັ້ນ ສຽງແຫຼມໆນ້ອຍໆຂອງໃຜຜູ້ໜຶ່ງກໍດັງຂຶ້ນຢູ່ໃກ້ໆຫັ້ນ...
“ພາກັນເຮັດຫຍັງຫັ້ນ?”
ທຸກຄົນຫຼຽວໜ້າໄປເບິ່ງເຈົ້າຂອງສຽງນັ້ນເປັນຈຸດດຽວ: ທ້າວແອຈັນ ນ້ອງຊາຍຂອງແອວຽງນັ້ນເອງ. ບໍ່ທັນທີ່ຈະເວົ້າຫຍັງອອກໄປ ແອວຽງກໍເຫັນແອຈັນແລ່ນໄປໃສ່ທ່ອນໄມ້ນັ້ນຢ່າງໄວວາຮ້າຍກວ່າລີງ. ເຫັນເປັນແນວນັ້ນ ເພື່ອສະແດງຄວາມເປັນຫົວໜ້າໃຫຍ່ຂອງກຸ່ມ ແອວຽງກໍກຶ້ງຕາ ແລະແຂກໃສ່ນ້ອງຊາຍຕົນເອງດ້ວຍສຽງອັນດັງວ່າ:
“ລົງມາແມ, ແອຈັນ! ຄັນບໍ່ຢາກຖືກໝາກກອກ!”
ສຽງແຂກໃສ່ຂອງອ້າຍ ບໍ່ໄດ້ເຮັດໃຫ້ແອຈັນສັ່ນສະເທືອນແຕ່ຢ່າງໃດ ເຂົາເອົາມືກອດເອິກນັ່ງຂາໄຂວ່ຫ້າງເທິງທ່ອນໄມ້ນັ້ນເສີຍຢູ່... ເຮັດໃຫ້ຫູ ແລະໃບໜ້າຂອງແອວຽງແດງຂຶ້ນດ້ວຍຄວາມຢາກຮ້າຍ. ເພື່ອໃຫ້ສົມກັບເປັນຫົວໜ້າເດັກນ້ອຍປະຈໍາບ້ານ ເຂົາຈຶ່ງງຶກຫົວໃຫ້ລູກສະໝູນສອງຄົນທີ່ຢືນຢູ່ຂ້າງໄປຈັດການໃຫ້ນ້ອງ ຊາຍຕົນລົງຈາກທ່ອນໄມ້ນັ້ນ... ທັງສອງຄົນກ້າວຂາໄປຍັງທ່ອນໄມ້ຄົນລະສົ້ນ ແລ້ວກົ້ມລົງກິ້ງໄມ້ທ່ອນນັ້ນໄປທາງຫຼັງ ເຮັດໃຫ້ແອຈັນລົ້ມຫົວສັກໄປທາງໜ້າ... ສຽງຫົວຈາກບັນດາສະໝຸນຂອງແອວຽງດັງແຊວໆຂຶ້ນ ພ້ອມດຽວກັບສຽງໄຫ້ຂອງແອຈັນກໍດັງປະສານຂຶ້ນ. ພໍແຕ່ລຸກຂຶ້ນໄດ້ ແອຈັນກໍແລ່ນໂດດໃສ່ຜູ້ເປັນອ້າຍປານເສືອໂດດຄຸບກວາງເອົາໂລດ. ຍ້ອນບໍ່ທັນຕັ້ງທ່າ ຈັກວ່າກໍາປັ້ນ ແລະຕີນກະໜໍ່າໃສ່ໜ້າແລະຕົນໂຕຂອງແອວຽງຈົນນັບເທື່ອບໍ່ໄດ້... ພໍຕັ້ງທ່າໄດ້ ເຂົາກໍຍູ້ນ້ອງຊາຍອອກໂດຍບໍ່ໄດ້ຕອບໂຕ້ແຕ່ຢ່າງໃດ. ສຽງໄຫ້ຂອງແອຈັນດັງແຮງກວ່າເກົ່າ ພ້ອມກັບເອົາຫຼັງມືເຊັດນໍ້າຕາ ແລະເວົ້າໃສ່ຜູ້ເປັນອ້າຍວ່າ:
“ກູຊິໄປຟ້ອງແມ່ໂລດ.”
“ເຊີນຟ້ອງໂລດລະ!” ທັງເວົ້າທັງແລ່ນໄປຫາໝູ່ທີ່ກໍາລັງພາກັນນັ່ງຄາບຢູ່ເທິງທ່ອນໄມ້ ທີ່ກິ້ງໄປກິ້ງມາດ້ວຍແຮງດັນຂາຂອງແຕ່ລະຄົນ.
ຫຼິ້ນນັ່ງກິ້ງທ່ອນໄມ້ໄປມາບໍ່ທັນໄດ້ຮອດຫ້ານາທີ ນ້າບ່າວທອງສີກໍປາກົດກາຍຢູ່ທາງຂ້າງ ເຮັດໃຫ້ແອວຽງຟ້າວປ້າຍຂາອອກຈາກທ່ອນໄມ້ເພື່ອຈະແລ່ນໜີ ແຕ່ບໍ່ທັນເສຍແລ້ວ ເພາະນ້າບ່າວກອດໂຕເຂົາໄວ້ໄດ້ທັນ ແລ້ວແບກໃສ່ບ່າພາກັບຄືນສູ່ເຮືອນທັນທີ... ເຂົາທັງດິ້ນທັງຄິດ: ໄປຮອດເຮືອນຈັ່ງໃດກໍຕ້ອງຖືກແມ່ຕີຄັກໆ ເພາະແມ່ມັກຕີເຂົາເລື້ອຍໆເມື່ອເກີດເລື່ອງກັບນ້ອງຊາຍ.
“ເປັນຫຍັງຈຶ່ງຕີນ້ອງອີກແລ້ວ?” ສຽງແມ່ຮ້ອງໃສ່ດ້ວຍຄວາມຢາກຮ້າຍ.
“ລູກບໍ່ໄດ້ຕີນ້ອງຈັກບາດເລີຍ. ມີແຕ່ນ້ອງຕີລູກຕ່າງຫາກ.” ເຂົາອະທິບາຍຕໍ່ຜູ້ເປັນແມ່.
“ເປັນຫຍັງຊິບໍ່ໄດ້ຕີ? ເບິ່ງໜ້າຜາກຂອງນ້ອງນັ້ນຕີ້ ຈົນວ່າເຫຼີ້ນວ່າແດງໝົດ.” ແມ່ທັງເວົ້າທັງຊີ້ໃສ່ໜ້າຜາກຂອງແອຈັນທີ່ຢືນສະອື້ນໄຫ້ອຶກໆຢູ່ ແລ້ວເອົາຝາມືຫວັງວ່າຈະຟາດໃສ່ກົກແຂນ ແຕ່ເຂົາຮັບໄວ້ທັນ ພ້ອມທັງຍູ້ມືຂອງແມ່ອອກ...
“ໂທ້ໆ! ມຶງຫຍັງມາເກັ່ງແທ້ ກ້າສູ້ກັບແມ່ຫວາ?” ແມ່ຂຶ້ນສຽງດ້ວຍໃບໜ້າອັນແດງກ່ຳ ວ່າຊິຄວ່າເອົາໄມ້ຄານຢູ່ແຈຝາມາຕີໃຫ້ສົມໃຈ ແຕ່ຕ້ອງຊະງັກມືໄວ້ ເພາະມີຊາຍແປກໜ້າຜູ້ໜຶ່ງຍ່າງເຂົ້າມາຂັດຈັງຫວະ ເຮັດໃຫ້ແມ່ຕ້ອງວາງມືຈາກແອວຽງປັບເນື້ອປັບຄີງຫັນໜ້າມາຫາແຂກທີ່ບໍ່ໄດ້ຖືກເຊີນ... ແລະແລ້ວຄວາມຢາກຮ້າຍກໍມະຫັບມະຫາຍກາຍເປັນຄວາມປິຕິຍິນດີ ເພາະຊາຍແປກໜ້າຜູ້ນັ້ນແມ່ນອ້າຍຂອງແມ່ທີ່ບໍ່ໄດ້ພົບໜ້າກັນເປັນເວລາເກືອບສິບຫ້າປີແລ້ວນັ້ນເອງ. ລຸງໄດ້ອອກຈາກບ້ານໄປເອົາເມຍຢູ່ສະຫວັນນະເຂດຕັ້ງແຕ່ຄາວທີ່ແມ່ຂອງແອວຽງຍັງບໍ່ທັນສ້າງຄອບຄົວພຸ້ນ...
ຕອນກິນເຂົ້າແລງ ແມ່ໄດ້ເລົ່າສະພາບຄອບຄົວທີ່ຂາດຫົວຈັກຫຼັກແຫຼ່ງໃຫ້ລຸງຟັງ, ແລະກໍໄດ້ສາທະຍາຍກ່ຽວກັບລູກຊາຍທັງສອງ ໂດຍບອກໃຫ້ລຸງຮູ້ວ່າ ແອຈັນເປັນເດັກຄໍາຮູ້ ສ່ວນແອວຽງຜູ້ເປັນອ້າຍຫົວດື້ຫົວແຂງ ບອກຍາກ ມີແຕ່ເອົາການຫຼິ້ນເປັນໃຫຍ່ ບໍ່ໃສ່ໃຈວຽກຮໍ່າການຮຽນ ຊຶ່ງກໍເຮັດໃຫ້ແອວຽງຜູ້ກິນເຂົ້າຢູ່ຂ້າງລຸງນັ້ນຕ້ອງໜ້າມ້ານ ແລະເກືອບກືນເຂົ້າບໍ່ລົງຄໍ. ສ່ວນລຸງກໍໄດ້ບອກໃຫ້ແມ່ຮູ້ວ່າ ດຽວນີ້ຄອບຄົວຂອງເພິ່ນໄດ້ຍ້າຍມາຢູ່ນະຄອນຫຼວງວຽງຈັນແລ້ວ ແລະໄດ້ຍິນວ່າຄອບຄົວຂອງນ້ອງສາວຢູ່ບ້ານບໍ່ຄ່ອຍກຸ້ມຄ່ອຍກາງກັນປານໃດ ຈຶ່ງມີຄວາມເປັນຫ່ວງ. ຫາກເປັນໄປໄດ້ ເພິ່ນຢາກຂໍເອົາແອວຽງໄປຮຽນໜັງສືຢູ່ໃນວຽງພຸ້ນ ເພື່ອຈະໄດ້ມີໂອກາດສັ່ງສອນໃຫ້ກາຍເປັນຄົນຮູ້ຜູ້ດີ ມີຄວາມຮູ້ຄວາມສາມາດ. ພໍແຕ່ລຸງເວົ້າສຸດ ແມ່ກໍຮັບປາກທັນທີ ເພາະຫາກແອວຽງຍັງຂືນຢູ່ກັບແມ່ຕໍ່ໄປ ບັນຫາການຜິດຖຽງຕີກັນຂອງລູກທັງສອງຄົງບໍ່ເປັນທີ່ສິ້ນສຸດ. ເມື່ອໄດ້ຍິນແນວນັ້ນ ແອວຽງເອງກໍສະແດງຄວາມດີໃຈຈົນອອກນອກໜ້າທີ່ຈະໄດ້ໄປຢູ່ກັບລຸງໃນນະຄອນຫຼວງ. ກ່ອນເດີນທາງອອກຈາກເຮືອນ ເຂົາໄດ້ນໍາເອົາເຄື່ອງຫຼິ້ນທຸກຊະນິດ ບໍ່ວ່າບັ້ງໂພະ, ວ່າວ, ໝາກບີ, ກະຖຸນ, ໄມ້ຕີຫົວປາຄໍ່ ມອບໃຫ້ແກ່ນ້ອງຊາຍດ້ວຍໃບໜ້າອັນຍິ້ມແຍ້ມແຈ່ມໃສ ຊຶ່ງຕ່າງກັບກ່ອນໜ້ານັ້ນ ເຂົາຫວງເຄື່ອງຫຼິ້ນເຫຼົ່ານີ້ປານກັບຫຍັງເອົາໂລດ.
ຕອນທີ່ແອວຽງຂຶ້ນລົດໄປກັບລຸງນັ້ນ, ແມ່ກັບນ້ອງຊາຍໄດ້ມາສົ່ງ.
“ໄປຢູ່ເຮືອນລຸງແລ້ວ ຢ່າສູ່ເຮັດໃຫ້ລຸງຕ້ອງອຸກໃຈນໍາເດີ!” ແມ່ສັ່ງຄວາມກ່ອນທີ່ລົດຈະເຄື່ອນອອກໄປ.
ສ່ວນແອຈັນໄດ້ແຕ່ຢືນນໍ້າຕາຊຶມ ຍົກມືໂບກລາຕອບຜູ້ເປັນອ້າຍ...
ມາຢູ່ເຮືອນລຸງທີ່ແຄມທາງໃຫຍ່ ຮູ້ສຶກວ່າແປກຕ່າງສາຍຫູສາຍຕາ... ຫຼຽວໄປທາງໜ້າເຮືອນເຫັນແຕ່ຄົນຍ່າງເຂົ້າຍ່າງອອກເປັນລຸດໆລ້າຍໆ ສ່ວນຢູ່ຖະໜົນນັ້ນ ກໍເຫັນແຕ່ລົດນານາຊະນິດຜ່ານສວ່ານສົນໄປມາປານເສັ້ນເຂົ້າປຸ້ນ... ເບິ່ງຫຼາຍເຮັດໃຫ້ລາຍຕາ ຈຶ່ງຕ້ອງຫັນໜ້າມາຍັງຖ້ວຍເຝີທີ່ກອງເຈ້ງເພ້ງ ຄອຍຄອງຖ້າການລ້າງຈາກມືຂອງແອວຽງ... ມື້ນີ້ແມ່ນວັນເສົາ ບໍ່ໄດ້ໄປໂຮງຮຽນຕ້ອງໄດ້ຊ່ອຍປ້າລ້າງຖ້ວຍເຝີ ຊຶ່ງເຂົາກໍໄດ້ພະຍາຍາມເຮັດໃຫ້ດີທີ່ສຸດ ແຕ່ຍ້ອນຄວາມບໍ່ຊໍານານ ມີບາງຄັ້ງຖ້ວຍເຝີຫຼູດມືລົງພື້ນຊີມັງ ສຽງດັງຟັງຄັກ ເຮັດໃຫ້ແຂກຄົນທີ່ເສັ້ນເຝີຍັງຄາຢູ່ປາກຕ້ອງຫຼຽວມາທີ່ເຂົາເປັນຈຸດດຽວ...
“ຈັ່ງແມ່ນມັນບ້ານນອກແທ້ໆ!” ສຽງຂອງປ້າລອດເຂົ້າໃນຮູຫູ ເຮັດໃຫ້ເຂົາໜ້າແດງ ຢືນເຊີ້ບໍ່ຈັກແນວຊິເຮັດ...
ແລງຂອງມື້ນັ້ນ ຫຼັງຈາກປິດຮ້ານ ປ້າກໍຈົ່ມກັບລຸງວ່າ ລູກຂອງຕົນເອງກໍຫຼາຍຄົນແລ້ວ ຍັງເສືອກເອົາລູກຜູ້ອື່ນມາຢູ່ນໍາອີກ. ແຕ່ລຸງກໍໃຫ້ເຫດຜົນວ່າ ແອວຽງເປັນລູກຂອງນ້ອງສາວຄີງໆຂອງເພິ່ນ ຖ້າບໍ່ຊ່ອຍກັນຍາມຕົກທຸກໄດ້ຍາກ ແມ່ນໃຜລະຈະມາຊ່ອຍ.
ແອວຽງມີອາການຫົນຫວາຍນໍາການມານັ່ງຟັງຄູອະທິບາຍບົດຮຽນ... ເຂົານັ່ງຢູ່ຫຼັງສຸດຂອງຫ້ອງຮຽນ, ຫຼຽວເບິ່ງໝູ່ນັກຮຽນນໍາກັນຢູ່ຫ້ອງລ້ວນແຕ່ຜູ້ນ້ອຍໆ. ແມ່ນແລ້ວປີນີ້ອາຍຸເຂົາຢວ່າງເຂົ້າສິບສາມປີພໍດີ ຮ່າງກາຍກໍາລັງກ້າວເຂົ້າສູ່ການປ່ຽນແປງຢ່າງໃຫຍ່. ສຽງເວົ້າກໍເລີ່ມແຕກຫ້າວ, ຂົນຕາມແຄ່ງຕາມຂາກໍເລີ່ມປົ່ງເປັນເສັ້ນແຂງໆໃຫ້ເຫັນ. ເວລາຍ່າງ ຫຼືເຮັດອັນໃດ ກໍຮູ້ສຶກແຂນຂາເກັ້ງໆກ້າງໆ ເຮັດຫຍັງກໍບໍ່ຄ່ອຍຖະໜັດ ຍ້ອນແນວນັ້ນແຫຼະ ຖ້ວຍເຝີຂອງປ້າຈຶ່ງຖືກຫຼໍ່ເປັນປ່ຽງນ້ອຍໆໄປຫຼາຍໃບເຕີບ... ດັ່ງນັ້ນເຂົາຈຶ່ງຖືກດ່າວ່າຈາກປ້າເປັນປະຈໍາ ຈົນບາງເທື່ອເພິ່ນໄດ້ໄລ່ເຂົາໃຫ້ໄປແກ້ວຽກບ້ານທີ່ຄູເອົາໃຫ້ແທນ... ປານດຶງແບ້ລົງນໍ້າ ໃຫ້ເຂົາປິ່ນໜ້າໃສ່ປຶ້ມ ແໜງໃຫ້ລ້າງຖ້ວຍເຝີໝົດມື້ຍັງຈະດີກວ່າ... ເພາະອ່ານບົດຝຶກຫັດແລ້ວ ພໍຢາກມຸດດິນແກ່ນຕາຍພຸ້ນລະ! ພໍຄິດມາຮອດຕອນນີ້ ແອວຽງຕ້ອງສະເດີດຕື່ນຢ່າງແຮງ ເມື່ອສຽງປ້າຄູຈັນຫອມຄູປະຈໍາວິຊາໂລກອ້ອມຕົວ ປ. 5 ເອີ້ນຊື່ຂອງເຂົາ. ເຂົາຟ້າວລຸກຂຶ້ນຢືນດ້ວຍໃບໜ້າມ້ານຈືດ...
“ໂຄງກະດູກຂອງຄົນເຮົາມີຈັກພາກສ່ວນ?” ສຽງຖາມຂອງປ້າຄູດັງຄັບຫ້ອງ ແຕ່ປະສາດຫູແລະມັນສະໝອງຂອງແອວຽງເຮັດວຽກບໍ່ປະສານກັນເສຍແລ້ວ ຈຶ່ງເຮັດໃຫ້ເຂົາໄດ້ແຕ່ຢືນເຮັດໜ້າເຊ່ເລ່ ເກົາຫົວຍັອກໆ... ພວກໝູ່ນັກຮຽນຜູ້ອື່ນໆພາກັນຍົກມືຂຶ້ນຂໍຕອບແທນ ແຕ່ປ້າຄູບໍ່ໄດ້ສົນໃຈ ເຮັດໃບໜ້າເຄັ່ງອຶ້ງຕຶ້ງໃສ່ ດວງຕາຂຽວປານປີກແມງພູ່ສັກໃສ່ໃບໜ້າຂອງນັກຮຽນຜູ້ໃຫຍ່ກວ່າໝູ່ໃນຫ້ອງ.
“ເຈົ້າບໍ່ໄດ້ຟັງປ້າຄູອະທິບາຍຫວາ? ເທື່ອໜ້າຕັ້ງໃຈຟັງແດ່ເດີ!” ບໍ່ເວົ້າພຽງເທົ່ານັ້ນ ປ້າຄູຍັງໄດ້ຄາດໂທດໃຫ້ເຂົາຕ້ອງໄດ້ໄປອະນາໄມຫ້ອງນໍ້າເວລາເລີກຫຼິ້ນອີກນໍາ.
ຕອນເລີກຫຼິ້ນ ແທນທີ່ຈະໄດ້ຫຼິ້ນເຕັ້ນຢາງ ຫຼືຫຼິ້ນໝາກໄລ່ນໍາໝູ່, ເຂົາຕ້ອງໄດ້ຕັກນໍ້າຈາກອ່າງໃຫຍ່ມາອະນາໄມຫ້ອງນໍ້າທີ່ມີກິ່ນບໍ່ຄ່ອຍສະຖາພອນປານໃດ. ໝູ່ຫຼາຍຄົນພາກັນລັກຫົວຂວັນທີ່ເຂົາຖືກລົງໂທດແບບນັ້ນ... ເຂົາຮູ້ສຶກອິດສາບັນດາໝູ່ເດັກນ້ອຍເຫຼົ່ານັ້ນທີ່ມີຄວາມມ່ວນຊື່ນໃນການມາໂຮງຮຽນ ຊຶ່ງກົງກັນຂ້າມກັບເຂົາທີ່ມາໂຮງຮຽນດ້ວຍຄວາມຈໍາໃຈ... ຫາກເຂົາຕັ້ງໃຈຮຽນມາແຕ່ ປ.1 ບໍ່ເອົາການຫຼິ້ນເປັນໃຫຍ່ ເຂົາກໍຄົງບໍ່ຕ້ອງຕົກຢູ່ໃນສະພາບແບບນີ້...
ມີມື້ໜຶ່ງ ປຶ້ມບົດຝຶກຫັດວິຊາຄະນິດສາດເສຍ, ເຂົາພະຍາຍາມຊອກຈົນທົ່ວແລ້ວກໍບໍ່ເຫັນ ຈຶ່ງເຮັດໃຈແຂງຍ່າງໄປຫາປ້າ ແລະບອກຄວາມຈິງໃຫ້ເພິ່ນຮູ້. ພໍແຕ່ໄດ້ຍິນແນວນັ້ນ ປ້າກໍເປັນຟືນເປັນໄຟຂຶ້ນ.
“ຈັ່ງແມ່ນມັນວົນມັນວາຍ. ມີເລື່ອງມີລາວໃຫ້ກູໄດ້ເສຍເງິນຕະຫຼອດ. ຈັກຊິມາຢູ່ໃນເມືອງໃນວຽງເຮັດຫຍັງ, ຄົນບໍ່ມີຫົວສະໝອງໝິ່? ຢູ່ບ້ານນອກຂອກຄະເມໄຖໄຮ່ໄຖນານໍາກົ້ນຄວາຍພຸ້ນຍັງຊິດີກວ່າ!” ສຽງຮ້າຍຂອງປ້າ ເຮັດໃຫ້ລຸງຕ້ອງມາຂວາງ ເພື່ອບໍ່ໃຫ້ເມຍຂອງເພິ່ນເວົ້າໄປຫຼາຍກວ່ານີ້.
“ເຈົ້າກໍໂພດດອກ, ດ້າມຫຼານຜູ້ດຽວມາເພິ່ງພາອາໄສນໍາ ກໍຊິລ້ຽງເຂົາບໍ່ໄດ້ຫວາ?” ລຸງເວົ້າແດກໃສ່ໜ້າຜູ້ເປັນເມຍ ແລ້ວຈົກເງິນໃນຖົງໂສ້ງຕົນເອງຍື່ນໃຫ້ແອວຽງຊຶ່ງຢືນໂຕແຂງປານນໍ້າກ້ອນ...
ຄືນມື້ນັ້ນ ເຂົານອນຄິດຮອດບ້ານ, ຄິດຮອດສາຍນໍ້າງື່ມທີ່ເຂົາເຄີຍລອຍຫຼິ້ນນໍາໝູ່ເດັກນ້ອຍ. ຄິດຮອດຄວາຍບັກເຖິກທີ່ເຂົາເຄີຍຂີ່ຫຼັງພາໄປກິນຫຍ້າ... ຄິດຮອດແອຈັນນ້ອງຊາຍຜູ້ທີ່ມັກກໍ່ເລື່ອງຜິດກັນກັບເຂົາເປັນປະຈຳ... ຄິດຮອດແຮງທີ່ສຸດກໍແມ່ນແມ່ຜູ້ທີ່ລ້ຽງເຂົາດ້ວຍຝາມືແລະໄມ້ແສ້... ນໍ້າຕາແຫ່ງຄວາມຄິດຮອດໄຫຼອອກມາຢ່າງບໍ່ຂາດສາຍ ຈົນມ້ອຍຫຼັບໄປຍາມໃດກໍບໍ່ຮູ້...
ຕື່ນຊວາດຂຶ້ນມາ ຮູ້ສຶກອອກຮ້ອນໄປທົ່ວຮ່າງຄີງ, ວ່າຈະລຸກຂຶ້ນຈາກບ່ອນແຕ່ກໍລຸກບໍ່ຂຶ້ນ ຮູ້ສຶກໜັກໂຕໜັກຄີງແບບບໍ່ເຄີຍເປັນມາກ່ອນ. ລຸງເຫັນອາການຂອງຫຼານໜັກຄືແນວນັ້ນ ຈຶ່ງນຳໂຕໄປຄລີນິກໃກ້ເຮືອນ. ເມື່ອໝໍກວດແລ້ວ ເພິ່ນກໍວາງຢາໃຫ້ເມືອກິນ. ຕອນຂາກັບ ຍ່າງຜ່ານໜ້າປ້າຜູ້ເຮັດໜ້າເບ້ເຍ້ຢູ່ຕໍ່ໜ້າໝໍ້ເຝີແລ້ວ ຍິ່ງເຮັດໃຫ້ຫົວເຂົ່າຂອງເຂົາອ່ອນລົງຈົນລຸງຕ້ອງໄດ້ໂຊມເຂົ້າບ່ອນນອນ.
ລຸງບັງຄັບໃຫ້ເຂົາຕ້ອງກິນເຂົ້າ ແລະຢາຕາມທີ່ໝໍສັ່ງ... ຮອດຕອນບ່າຍລຸງຈຶ່ງໄປການ ແຕ່ກໍບໍ່ລືມສັ່ງໃຫ້ຜູ້ເປັນເມຍເຂົ້າໄປເບິ່ງຫຼານແທນແດ່... ແຕ່ເພິ່ນຜູ້ນີ້ກໍເຮັດຫູໜວກກິນຟານ ທັງໆທີ່ກາຍຍາມແຂກຄົນມາກິນເຝີແລ້ວ.
ອາການໄຂ້ຮູ້ສຶກວ່າສວ່າງໄປແດ່ແລ້ວ. ຄວາມກົດດັນຂອງສະພາບໃນຄອບຄົວຂອງລຸງ ປະກອບໃສ່ສະພາບການຮຽນ ແລະຄວາມຄິດຮອດບ້ານຢ່າງແຮງ... ແອວຽງຕັດສິນໃຈຫຼອຍອອກໄປທາງຫຼັງເຮືອນທັງໆທີ່ສາຍຝົນຍາມເດືອນສິບທັ່ງເທລົງມາປານຖັງນໍ້າແຕກ...
ລຸງກັບມາເຮືອນກ່ອນໂມງເລີກການ ຍ້ອນຄວາມເປັນຫ່ວງຫຼານ, ແຕ່ເມື່ອເຂົ້າໄປໃນຫ້ອງ ເຫັນແຕ່ບ່ອນເປົ່າ ຊອກທົ່ວເຮືອນກໍບໍ່ເຫັນ. ຖາມໃຜ ກໍບໍ່ມີໃຜຮູ້. ສ່ວນເມຍຂອງລຸງນັ້ນກໍເຮັດຄືທອງບໍ່ຮູ້ຮ້ອນ... ລຸງຟ້າວໂທລະສັບໄປຫາກອງຫຼອນແລະຕຳຫຼວດບ້ານໃຫ້ຕິດຕາມຊອກຫາຊ່ອຍ...
ເຄິ່ງຊົ່ວໂມງຕໍ່ມາ ກອງຫຼອນປະຈໍາບ້ານສອງຄົນກໍໄດ້ນໍາເອົາໂຕຂອງແອວຽງທີ່ອ່ອນແອ້ກແລກເຂົ້າມາໃນຮ້ານເຝີ... ລຸງຟ້າວໂຊມເອົາຮ່າງຫຼານທີ່ຮ້ອນປານໄຟເຂົ້າໄປຍັງບ່ອນ, ປ່ຽນເສື້ອຜ້າໃຫ້ໃໝ່... ເອົາຖົງນໍ້າເຢັນມາໂພະໃສ່ໜ້າຜາກ... ແອວຽງສັ່ນໜາວຢູ່ທົດໆ ຈົນລຸງຕ້ອງໄດ້ເອົາຖົງນໍ້າເຢັນອອກ ແລ້ວເອົາຜ້າຫົ່ມມາຄຸມໃຫ້ຜູ້ເປັນຫຼານແທນ. ສຽງເຫຼີໃຫຼອອກຈາກປາກຂອງແອວຽງພ້ອມກັບອາການດິ້ນດ່າວ ເຮັດໃຫ້ລຸງຜູ້ງົມຢູ່ທາງຂ້າງເຖິງກັບນໍ້າຕາຫຼໍ່ໜ່ວຍ...
“ແມ່! ແມ່ຢ່າຕີລູກ! ລູກຊິບໍ່ດື້ອີກແລ້ວ! ລູກຊິຟັງຄວາມແມ່!”
ເຫັນວ່າອາການຂອງຫຼານບໍ່ເປັນທີ່ໄວ້ໃຈເສຍແລ້ວ ລຸງຈຶ່ງຟ້າວຫອບເອົາຫຼານຂຶ້ນລົດກົງໄປຍັງໂຮງໝໍມະໂຫສົດ ພ້ອມທັງສົ່ງຂ່າວໄປຫາຜູ້ເປັນນ້ອງສາວຢູ່ບ້ານພ້າວນໍາໄທບ້ານທີ່ມາຂາຍເຄື່ອງຢູ່ຕະຫຼາດຂົວດິນ...
ຫຼັງຈາກທ່ານໝໍໃຫຍ່ກວດເບິ່ງອາການຄັກແນ່ແລ້ວ ຈຶ່ງລົງມະຕິພະຍາດວ່າເປັນພະຍາດໄຂ້ເລືອດອອກ ຕ້ອງໄດ້ພັກປິ່ນປົວຢູ່ໂຮງໝໍ ເພື່ອໃຫ້ທ່ານໝໍຕິດຕາມອາການ...
ມື້ຕໍ່ມາ ຂະນະທີ່ລຸງພວມສົນທະນາກັບທ່ານໝໍໃຫຍ່ຢູ່ນັ້ນ ແມ່ຂອງແອວຽງກໍເຂົ້າມາໃນຫ້ອງ ແລ່ນຫຼູບໃສ່ລູກຊາຍກົກທີ່ພວມນອນໄຮ້ສະຕິຢູ່ເທິງຕຽງຊຶ່ງມີຖົງນໍ້າເກືອຫ້ອຍຢູ່ທາງຂ້າງ.
“ໂອ້ຍ! ລູກຮັກຂອງແມ່ເອີຍ! ແມ່ບໍ່ຄວນປ່ອຍໃຫ້ລູກມາເຈັບມາເປັນຄືແນວນີ້ເລີຍ!” ແມ່ທັງເວົ້າທັງໄຫ້ປານໃຈຊິຂາດ... ສ່ວນຫູຂອງແມ່ກໍໄດ້ຍິນສຽງໃຫຼຄາງອອກຈາກປາກຜູ້ເປັນລູກວ່າ:
“ແມ່ເອີຍ! ລູກຢາກເມືອບ້ານ!”
ເລົ່າມາຮອດນີ້ ລຸງອ່ອນສີກໍຖອນຫາຍໃຈເຮືືອກບາດໜຶ່ງ ແລ້ວກ່າວຂຶ້ນວ່າ:
"ຄັນແມ່ນລຸງຕັດສິນໃຈບໍ່ເມືອບ້ານ ແລະອົດທົນຮ່ຳຮຽນຢູ່ວຽງຕໍ່, ບາງທີລຸງກໍຄືຊິບໍ່ຕ້ອງອອກແຮງງານໜັກຄືຊູ່ມື້ນີ້." ລຸງຢຸດເວົ້າຄາວໜຶ່ງ ພ້ອມທັງຍົກເອົາຈອກນ້ຳເຢັນຂຶ້ນດື່ມ ແລະເວົ້າຕໍ່ວ່າ:
"ພວກຫຼານຖືວ່າໂຊກດີທີ່ເກີດມາພຽບພ້ອມໄປທຸກຢ່າງ, ຂໍໃຫ້ຕັ້ງໃຈຮຽນໃຫ້ສູງໆເດີ. ຄັນບໍ່ຊັ້ນກໍຈະຕົກຢູ່ໃນສະພາບຄືລຸງນີ້ລະ!" ເວົ້າສຸດ ລາວກົ້ມຕິດຈັກຕັດຫຍ້າ ແລ້ວຍົກຂຶ້ນພາຍໃສ່ບ່າ ສືບຕໍ່ຕັດຫຍ້າທີ່ເຫຼືອໜ້ອຍໜຶ່ງຢູ່ທາງແຈໃກ້ກັບສຸມກ້ວຍ...

No comments:
Post a Comment