Wednesday, 6 August 2014

ເຊົ້າມື້ໜຶ່ງທີ່ຮ້ານຂາຍປຶ້ມ

ໂດຍ ອ. ແສງຟ້າ  ໂຫລານຸພາບ
ອີກເທື່ອໜຶ່ງ­ທີ່ໄດ້­ລົມກັບສຸລິຍາເພື່ອນເກົ່າ ແລະ­ລາວກໍໄດ້ລະ­ບາຍ­ຄວາມ­ຮູ້­ສຶກກ່ຽວກັບຮ້ານ­ຂາຍ­ປຶ້ມສູ່ຟັງ­ດັ່ງ­ນີ້:

ທຸກເທື່ອທີ່ເຂົ້າໄປໃນ­ວຽງ ຂ້ອຍຕ້ອງແວ່ເຂົ້າ­ຮ້ານ­ຂາຍ­ປຶ້ມ­ບໍ່ວ່າ­ຂອງ­ລັດ­ກໍຄືເອກະ­ຊົນ. ວັນ­ສຸກແລ້ວນີ້ ໄດ້­ສົ່ງເມຍໄປກວດ­ສຸຂະ­ພາບ­ຢູ່ໂຮງ­ໝໍແມ່ແລະ­ເດັກ ກໍເລີຍ­ຍາດໂອກາດໄປເລາະ­ເບິ່ງຮ້ານ­ຂາຍ­ປຶ້ມ. ວ່າ­ຊິເອົາ­ລົດໄປຈອດ­ຢູ່ບ່ອນ­ຈອດ­ລົດແຄມ­ຂອງ ແຕ່­ລົດເຕັມ­ຈົນຕ້ອງໄດ້­ພາ­ລົດເກັງເກົ່າ­ໝາງ­ຄານ­ອອກ­ມາ ແລ້ວລ້ຽວລົງຖະ­ໜົນ­ປາງ­ຄໍາ ໂຊກ­ດີທີ່­ມີບ່ອນວ່າງ­ຢູ່ໃກ້ໆ­ສາຍ­ການ­ບິນ­ລາວ ກໍເລີຍ­ຖືວິສາ­ສະ­ຈອດ­ລົດໄວ້­ຢູ່­ຫັ້ນ ໂດຍ­ມີສາຍ­ຕາແບບ­ບໍ່­ພໍໃຈຂອງເຈົ້າ­ຂອງຮ້ານ­ຂາຍເຝີແນມຈ້ອງ­ມາໃສ່ ເຮັດໃຫ້ຂ້ອຍ­ຕັ້ງ­ຕິບໍ່ເຫັນ. ລັອກກະ­ແຈແລ້ວ ກໍຟ້າວເລັ່ງ­ບາດ­ຕີນຂ້າມ­ທາງໄປສູ່ຮ້ານ­ຂາຍ­ປຶ້ມ­ວຽງ­ຈັນ…

ຢູ່­ຫັ້ນ­ມີປຶ້ມ­ຫຼາຍ­ຫົວເລື່ອງເຕີບ ແຕ່­ກໍບໍ່­ສາມາດ­ດຶງ­ດູດເອົາເງິນໃນ­ຖົງໂສ້ງຂ້ອຍໄດ້ ເພາະ­ສ່ວນ­ຫຼາຍແມ່ນ­ປຶ້ມ­ທີ່ຂ້ອຍໄດ້­ຊື້ເກັບມ້ຽນໄວ້­ຢູ່­ຕູ້­ປຶ້ມປະ­ຈໍາເຮືອນຂ້ອຍແລ້ວ. ຈຸດ­ພິເສດ­ຂອງຮ້ານ­ຂາຍ­ປຶ້ມແຫ່ງ­ນີ້ແມ່ນເອົາ­ປຶ້ມເກົ່າໆ­ອາຍຸຫຼາຍ­ກວ່າ­ສາມ­ສິບ­ປີມາ­ຂາຍໃນ­ລາ­ຄາ­ທີ່ພະ­ນັກ­ງານ­ສັງ­ກັດ­ລັດແບບຂ້ອຍຕ້ອງສະ­ຫງົບ­ຈິດສະ­ຫງົບໃຈໄດ້ແຕ່ແນມເບິ່ງເທົ່ານັ້ນ ເພາະ­ລາ­ຄາ­ຕິດເປັນໂດ­ລາ ຊຶ່ງແຕ່ລະ­ຫົວບໍ່­ຕໍ່າກວ່າ­ສິບໂດ­ລາ… ພຽງແຕ່­ຈັບ­ບາຍ­ລູບໄລ້ດ້ວຍ­ຈິດໃຈອັນ­ຫົດ­ຫູ່ ທີ່ເຫັນ­ມູນ­ມໍລະ­ດົກ­ທາງ­ປັນ­ຍາ­ຂອງ­ຊາດ ຕ້ອງ­ກາຍ­ມາເປັນ­ສິນຄ້າ­ລາ­ຄາແພງໃຫ້ແກ່­ຊາວຕ່າງ­ຊາດ­ທີ່­ມັກ­ຊອກ­ຫາ­ຂໍ້­ມູນເກົ່າໆ­ ເພື່ອເປັນເອກະ­ສານອ້າງ­ອີງໃນ­ການ­ຄວ້າເອົາ­ປະ­ລິນ­ຍາບັດ­ຂັ້ນ­ດັ໊ອກເຕີ້­ມາໃຫ້ແກ່­ຕົນເອງ… ຫາກ­ປຶ້ມເຫຼົ່ານີ້ຖືກເກັບ­ຮັກ­ສາໄວ້­ຢູ່­ຫໍສະ­ໝຸດແຫ່ງ­ຊາດ ຄົງຈະ­ເປັນປະ­ໂຫຍດໃຫ້ແກ່­ນັກ­ຮຽນ­ຮູ້­ບໍ່­ຊາວລາວກໍຄືຊາວຕ່າງປະ­ເທດ… ຕັດໃຈຍ່າງ­ອອກ­ຈາກຮ້ານໄປໂດຍ­ບໍ່­ມີຫຍັງ­ຕິດໄມ້­ຕິດ­ມື ເຮັດໃຫ້­ຜູ້­ຂາຍແນມ­ນໍາ­ຫຼັງດ້ວຍ­ສາຍ­ຕາ­ທີ່ເຢັນ­ຊາ… ຍ່າງລ້ຽວຢູ່­ສໍານັກ­ງານ­ໜັງ­ສືພິມ­ວຽງ­ຈັນ­ທາມ ມຸ່ງ­ສູ່ຮ້ານ­ຂາຍ­ປຶ້ມ­ລັດ ມີລົດ­ລາ­ພາ­ຫະ­ນະ­ນານາ­ຊະ­ນິດແລ່ນ­ລົງໄປຕາມຖະ­ໜົນເຊດ­ຖາ­ທິລາດຢ່າງ­ບໍ່­ຂາດ­ສາຍ ເຮັດໃຫ້ຂ້ອຍຕ້ອງ­ຢືນຖ້າ­ຂ້າມ­ທາງເປັນເວລາ­ຫຼາຍ­ນາ­ທີເຕີບ… ເມື່ອມາ­ຮອດຮ້ານ­ຂາຍ­ປຶ້ມແຫ່ງ­ລັດ ກໍເປີດປະ­ຕູແກ້ວຍ່າງເຂົ້າໄປ ອາຍເຢັນ­ຈາກເຄື່ອງ­ປັບ­ອາກາດ­ພຸ່ງໃສ່ຮ່າງ­ຄີງ ເຮັດໃຫ້­ຮູ້­ສຶກ­ມີແຮງ­ຂຶ້ນ…

“ສະ­ບາຍ­ດີ…” ສຽງ­ທັກ­ທາຍ­ຂອງພະ­ນັກ­ງານ­ຂາຍ­ທີ່­ຄຸ້ນເຄີຍໜ້າ­ຮ້ອງໂດ່ງ­ມາໃສ່ ເຮັດໃຫ້ຂ້ອຍຕ້ອງໄຂຮອຍ­ຍິ້ມ­ກວ້າງ ແລະ­ກ່າວຄໍາວ່າ­ສະ­ບາຍ­ດີຄືນ.
“ມີປຶ້ມໃໝ່ໆ­ບໍ?” ຂ້ອຍ­ຖາມພ້ອມ­ກັບ­ກ­ວາດ­ສາຍ­ຕາເບິ່ງ­ປຶ້ມ­ທີ່­ລຽງ­ລາຍ­ຢູ່ໃນ­ຕູ້­ທີ່­ຈັດ­ວາງຢ່າງເປັນລະ­ບຽບ.
“ບໍ່­ທັນ­ມີເທື່ອ.” ພະ­ນັກ­ງານ­ສາວຕອບ ເຮັດໃຫ້ຂ້ອຍ­ຮູ້­ສຶກ­ຜິດ­ຫວັງນ້ອຍໆ­.
ເຖິງວ່າບໍ່­ມີປຶ້ມ­ມາໃໝ່ ຂ້ອຍ­ກໍຍັງເລາະ­ເບິ່ງ­ປຶ້ມ­ທີ່­ມີໃນຮ້ານ ບາງເທື່ອບາງ­ຫົວເລື່ອງຂ້ອຍ­ຍັງ­ບໍ່­ທັນ­ຊື້. ແມ່ນແທ້ໆ­ ປຶ້ມ “ຄືນຂ້ອນແຈ້ງ” ຂອງທ່ານ­ຄໍາເກີດ ຄໍາ­ພາ­ພົງຜ່ານ ອະ­ດີດ­ຫົວໜ້າກົມໄຟຟ້າ­ລາວ ແລະ­ “ໂຮມເລື່ອງ­ສັ້ນ ຊີວິດ­ກັບ­ການປະ­ຕິວັດ” ຂ້ອຍ­ຍັງ­ບໍ່­ທັນ­ມີໄວ້ປະ­ດັບ­ຕູ້­ປຶ້ມ ຈຶ່ງ­ຈົກເງິນ­ທີ່­ຫາກໍໄດ້­ຈາກເມຍ­ມື້­ວານ­ນີ້ຈ່າຍໃຫ້ພະ­ນັກ­ງານ­ສາວດ້ວຍ­ຄວາມມ່ວນ­ຊື່ນໃນ­ຈິດໃຈ…
“ແຕ່­ຫົວຊື້ໄປກໍໄດ້ອ່ານ­ຢູ່ຫວາ?” ຍິງ­ສາວຖາມ ເຮັດໃຫ້ຂ້ອຍຕ້ອງ­ຕອບຢ່າງ­ທັນ­ທີທັນໃດວ່າ:
“ອ່ານລະ­ບໍ. ເຖິງ­ບໍ່ອ່ານ­ໝົດ­ຫົວ ກໍໄດ້ອ່ານ­ສາ­ລະ­ບານ ຄໍານໍາ ແລະ­ໜ້າ­ປົກ…ຮາໆ­ໆ­”
“ມະຫາຊົນ­ອອກໃໝ່­ບໍ່ເອົາ­ຫວາ?”
“ເອົາ­ລະ­ບໍ!” ທັງ­ຕອບ­ທັງ­ຈົກເງິນໃບ­ສິບ­ພັນໃຫ້­ຕື່ມ.
ໄດ້­ປຶ້ມແລ້ວ ກໍຟ້າວຍ່າງໄປຫາ­ລົດ ຂັບໄປຮັບເມຍ­ຢູ່ໂຮງ­ໝໍ. ແຕ່ຊົ່ວເມຍຊິ­ໄດ້ອອກ­ຈາກຫ້ອງ­ກວດ ກໍຈົນວ່າເກືອບໂຮງ­ໝໍເລີກ­ກິນເຂົ້າ­ທ່ຽງ.
“ຊື້­ປຶ້ມ­ອີກແລ້ວນໍ!” ເມຍ­ທັງເວົ້າ­ທັງ­ງ­ວາກແນມເບິ່ງ­ຖົງ­ປຶ້ມ­ທີ່ຂ້ອຍ­ວາງໄວ້­ຢູ່ເບາະ­ຫຼັງ ພ້ອມ­ກັບ­ຈັບ­ຂຶ້ນເຍີງເບິ່ງ.
“ກໍໄຄກວ່າ­ຊື້ເຫຼົ້າ­ຊື້ເບຍ­ກິນ­ຢູ່ຮ້ານນ້ອຍ­ຕວ່າ!” ຂ້ອຍ­ທັງເວົ້າ­ທັງ­ອອກ­ລົດໄປຢ່າງຊ້າໆ­.
ເມຍ­ບໍ່­ປາກ ແຕ່­ຈົກເອົາ­ປຶ້ມ­ຢູ່­ຖົງ­ກັອບແກັບ­ຂຶ້ນ­ມາເບິ່ງ.
“ຂອບໃຈເດີ ທີ່­ຊື້ມະຫາຊົນໃຫ້ອ່ານ. ເລື່ອງ­ 'ໝູ່ຮັກເພື່ອນແພງ' ພວມມ່ວນ.”

Wednesday, 30 July 2014

ໝາ, ຄວາມຕາຍ ແລະ ນ້ຳຕາ


ໂດຍ ອ. ແສງຟ້າ ໂຫລານຸພາບ
ខែ កក្កដា​ 27, 2014 ម៉ោង 3:06ល្ងាច​
ຍ້ອນໝາຂອງນາງນ້ອຍຖືກລົດຕຳ ບົດເລື່ອງນີ້ຈຶ່ງເກີດມີຂຶ້ນ...

ຕອນບ່າຍ­ມື້­ນັ້ນ ມັນຊ່າງຮ້ອນເອົາແທ້ເອົາວ່າ! ຫຼຽວໄປທີ່­ຫົນ­ທາງ ເຫັນ­ອາຍ­ຢາງ­ທີ່ແລດ­ຢູ່ໜ້າ­ຖະ­ໜົນ­ນັ້ນ­ພຸ່ງ­ຂຶ້ນເປັນ­ສາຍ­ຊິກແຊັກ… ສຽງ­ພັດ­ລົມ­ທີ່ແຂວນ­ຢູ່ເທິງເພດານ­ປິ່ນອ້ອມໂຕຂອງ­ມັນ­ດັງ­ວຶ່ງໆ­ ເຮັດໃຫ້ຄວາມຮ້ອນ­ບັນເທົາ­ລົງ­ພຽງເລັກນ້ອຍ… ຂະ­ນະ­ທີ່ພວມ­ໝຸດ­ໝັດ­ນໍາ­ຄວາມຮ້ອນເອົ້າ­ຢູ່­ນັ້ນ ນາງນ້ອຍຕ້ອງ­ຕື່ນ­ຍຸບ ເອົາມືທັງ­ສອງ­ກຸມເອິກເບື້ອງ­ທີ່­ໝາກ­ຫົວໃຈຫັກ­ຫວາມ­ບາດ­ໜຶ່ງ ພ້ອມ­ກັບ­ສຽງ­ດັງ­ຕຶກ­ຕັກໆ­ປານວ່າ­ຫົວໃຈຊິຫຼູດ­ອອກ­ມາກ້ອງອະ­ຍະ­ຢູ່ຂ້າງ­ນອກ ສາເຫດ­ກໍແມ່ນຍ້ອນ­ສຽງ­ລົດໃຫຍ່­ຢຽບຫ້າມ­ລໍ້­ດັງສະ­ໜັ່ນ­ຫວັ່ນໄຫວ ຕິດ­ຕາມດ້ວຍ­ສຽງ­ໝາ­ຮ້ອງແຫງງໆ­… ຫຼັງ­ຈາກ­ຫາຍ­ຈາກ­ຄວາມ­ຕື່ນ­ຕົກໃຈກັບ­ສຽງ­ດັ່ງກ່າວ ນາງນ້ອຍ­ກໍຟ້າວແລ່ນ­ອອກໄປໜ້າບ້ານຢ່າງໄວວາ ເພາະ­ສຽງແຫງງໆ­ນັ້ນ ນ້ອຍ­ຄຶດວ່າມັນຕ້ອງແມ່ນ­ສຽງ­ຂອງ­ອີ່ແຄັດ­ຕີ້ຢ່າງ­ບໍ່­ຕ້ອງສົງໄສ… ແມ່ນແທ້ໆ­! ອີ່ແຄັດ­ຕີ້ນອນ­ຊັກແງັກໆ­ຢູ່ແຄມ­ທາງຍ່າງໃກ້­ກັບ­ກໍາແພງເຮືອນ. ດ້ວຍ­ຄວາມ­ຮັກແພງ­ທີ່­ມີຕໍ່­ໝາໂຕນີ້ ນາງນ້ອຍຖະ­ຫຼາໂຕເຂົ້າໄປຫາມັນ ຫວັງຈະ­ເປັນ­ສັດຕະວະແພດ­ຈໍາເປັນ. ພໍແຕ່­ມືໄປແຕະ­ເຖິງໂຕມັນເທົ່ານັ້ນ, ອີ່ແຄັດ­ຕີ້­ກໍໂງ­ຫົວຂຶ້ນ­ມາ ພ້ອມ­ກັບ­ງັບເອົາມື ຈົນນາງນ້ອຍຕ້ອງຮ້ອງ­ສຽງຫຼົງ.

“ໄປຈັບ­ມັນເຮັດຫຍັງເກ໊າະ­!?! ບໍ່ແມ່ນ­ມັນ­ກັດເອົາ­ລະ­ຫວະ­ຫັ້ນ!” ແມ່ຮ້ອງ­ສຽງ­ດັງໃສ່ ພ້ອມ­ກັບ­ບອກໃຫ້ນາງນ້ອຍເດ່­ມືໃຫ້ເພິ່ນເບິ່ງ. ພໍແຕ່ເຫັນ­ຮອຍແຂ້ວຂອງ­ອີ່ແຄັດ­ຕີ ແລະ­ເລືອດ­ຍິ້ມ­ອອກໜ້ອຍ­ໜຶ່ງ­ຢູ່ຫວ່າງ­ນີ້ວໂປ້ ແລະ­ນີ້ວຊີ້ເທົ່ານັ້ນ ແມ່­ກໍຟ້າວໄລ່ໃຫ້ນາງນ້ອຍໄປສັກ­ຢາກັບທ່ານ­ໝໍສີມາ­ລາ­ຢູ່ບ້ານເໜືອພຸ້ນ. ທັງໆ­ທີ່­ຮູ້ວ່າອີ່ແຄັດ­ຕີສັກ­ຢາກັນ­ວໍ້ເປັນປະ­ຈໍາບໍ່ໄດ້­ຂາດ ແຕ່­ກໍເພື່ອກັນ­ດີກວ່າແກ້ ນາງນ້ອຍ­ກໍຮີບຟ້າວແລ່ນເຂົ້າໄປໃນເຮືອນ­ຈັບເອົາ­ລົດ­ຖີບ­ຄູ່­ຊີບ­ຖີບໄປທີ່ຄລີນິກ­ຂອງທ່ານ­ໝໍສີມາ­ລາ­ທັນ­ທີ. ແຕ່­ກໍຍັງພະ­ວົງ­ນໍາອີ່ແຄັດ­ຕີ ຫຼຽວໄປເບິ່ງ­ມັນ ອາການ­ຊັກເຊົາແລ້ວ ແຕ່­ຢູ່­ປາກ­ຂອງ­ມັນ­ຟູມໄປດ້ວຍ­ນໍ້າ­ລາຍ­ຕິດເລືອດ, ທ້ອງ­ທີ່ເຕັມໄປດ້ວຍ­ຂົນ­ສີຂາວໝົ່ນ­ຕີງ­ຂຶ້ນ­ລົງ­ບາດແຮງ­ບາດຄ່ອຍ. ພາວະ­ນາໃນໃຈວ່າ­ຢ່າ­ຊູ່ໃຫ້­ມັນເປັນຫຍັງຫຼາຍໄປກວ່ານີ້ເດີ!

ໄຄແຕ່ເປັນ­ມື້­ວັນເສົາ ພໍໄປຮອດຄລີນິກ­ປັບ ທ່ານ­ໝໍສີມາ­ລາກໍຖາມເຖິງ­ອາການ ແລະ­ປະ­ຫວັດ­ຂອງ­ໝາ­ທີ່­ກັດ, ເມື່ອຮູ້­ລາຍລະ­ອຽດ ທ່ານ­ໝໍກໍຈັດ­ການເອົາເຂັມ­ສັກ­ຢາກັນເຕຕານົດ­ສັກໃຫ້­ທັນ­ທີ. ເຖິງແມ່ນຈະ­ມີຄວາມເຈັບ­ປວດ­ຢູ່­ບາດ­ທີ່­ຖືກ­ກັດ ແລະ­ຢູ່ກະ­ໂພກບ່ອນເຂັມ­ສັກ­ຢາແທງເຂົ້າໄປ ແຕ່­ກໍຮູ້­ສຶກວ່າມັນ­ຍັງເຈັບໜ້ອຍ­ກວ່າ­ໝາກ­ຫົວໃຈທີ່ເປັນຫ່ວງ­ອີ່ແຄັດ­ຕີ້. ຊິບໍ່ໃຫ້ນາງນ້ອຍເປັນຫ່ວງ­ມັນໄດ້ແນວໃດ ຂອງແນ­ວວ່າ­ລ້ຽງ­ມັນ­ມາ­ຕັ້ງແຕ່­ມັນ­ຍັງ­ກິນ­ນົມ­ຢູ່. ນາງນ້ອຍໄດ້­ມັນ­ມາ­ຈາກ­ໝູ່­ຜູ້­ມີໝາເປັນໂຫຼ ໝູ່­ຜູ້­ນັ້ນເອົາ­ໝານ້ອຍເກີດໃໝ່ໃຫ້ສອງໂຕ ໂຕໜຶ່ງ­ຂົນ­ດໍາ ແລະ­ອີກໂຕໜຶ່ງ­ຂົນ­ສີໝາກກ້ຽງເຂັ້ມ ກໍຄືອີ່ແຄັດ­ຕີ້­ນີ້ລະ­! ຕອນໄດ້­ມັນ­ມາໃໝ່ໆ­ສາມເອື້ອຍນ້ອງ­ພາກັນລ້ຽງເກືອມັນໂດຍ­ຜັດປ່ຽນ­ກັນ­ຊົງ­ນົມ­ຝຸ່ນໃສ່­ນໍ້າອຸ່ນໃສ່ເຕົ້ານໍ້ານົມ­ສໍາ­ລັບເດັກນ້ອຍໃຫ້ສອງເອື້ອຍນ້ອງ­ມັນ­ດູດ. ຈັ່ງແມ່ນ­ມັນເປັນ­ຕາແພງຢ່າງ­ບອກ­ບໍ່­ຖືກ. ຫຼາຍ­ມື້ຜ່ານໄປ ຈາກ­ດູດ­ນົມ­ຈາກເຕົ້າ­ປລາ­ສຕິກ ກໍປ່ຽນ­ມາເປັນ­ກິນ­ຕົ້ມເຂົ້າ­ປຽກໃສ່­ຊີ້ນ­ຟັກໂດຍ­ການ­ຜັດປ່ຽນ­ກັນປ້ອນ­ຂອງ­ສາມເອື້ອຍນ້ອງ. ເອື້ອຍໃຫຍ່­ກັບນ້ອງຫຼ້າ­ພາກັນ­ຊອກ­ຫາ­ຊື່ໃສ່ໃຫ້ພວກ­ມັນ ແຕ່­ກໍບໍ່ເປັນ­ທີ່­ຖືກໃຈ. ໃນ­ທີ່­ສຸດ ນາງນ້ອຍ­ກໍເລີຍເປັນ­ຄົນເລືອກເອົາ­ຊື່­ທີ່­ຖືກໃຈຂອງ­ໝົດ­ທຸກ­ຄົນ, ເອື້ອຍໃຫຍ່­ກັບນ້ອງຫຼ້າ­ພາກັນເຫັນ­ດີ ແລະ­ວ່ານາງຊ່າງ­ຕັ້ງ­ຊື່ໃຫ້ພວກ­ມັນ. ໂຕດໍານາງໃສ່­ຊື່ໃຫ້­ມັນວ່າ ດັອກ­ກີ້, ສ່ວນໂຕສີໝາກກ້ຽງເຂັ້ມ ໃຫ້­ຊື່ວ່າ ແຄັດ­ຕີ້. ພວກ­ມັນ­ກໍເປັນ­ໝາ­ພັນ­ພື້ນເມືອງ­ລາວນີ້ແຫຼ້ວ ແຕ່­ພັດ­ມີຊື່ເປັນຝຣັ່ງ­ອັງ­ກິດໄປ… ເລື່ອງ­ການ­ຕັ້ງ­ຊື່ໃຫ້­ໝານີ້ ກໍຖືກ­ພໍ່­ຕູ້­ຕໍາ­ໜິໃຫ້ໜ້ອຍ­ໜຶ່ງ ເພິ່ນວ່າ­ຊື່­ລາວມີບໍ່­ອຶດ­ບໍ່­ຢາກ ເປັນຫຍັງ­ຊອກເອົາແຕ່­ຊື່ຕ່າງປະ­ເທດ­ມາໃສ່ໃຫ້ພວກ­ມັນ.
“ໃສ່­ຊື່ໃຫ້ພວກ­ມັນວ່າ ອີ່­ດໍາ ອີ່ແດງ ກໍໄດ້ແລ້ວຕວ່າ­ຫຼານເອີຍ! ຊິໄປໃສ່ເຮັດຫຍັງ­ອັນ­ດັອກ­ກີ ແຄັດ­ຕີ ຟັງແລ້ວປານເອີ້ນ­ໝາ­ຝຣັ່ງເອົາໂລດ!”
“ໃສ່ໃຫ້­ມັນໂກ້ໆ­ແດ່­ຈັກໜ້ອຍ­ຕວ່າ ພໍ່­ຕູ້ເອີຍ! ດຽວນີ້­ມັນແມ່ນ­ຍຸກໂລກາ­ພິວັດແລ້ວເດ! ດ້າມ­ຊື່­ໝາ­ລ້າໆ­ ຊິເປັນຫຍັງ­ນໍ! ຂະ­ໜາດວ່າ­ຊື່­ຄົນ­ລາວແທ້ໆ­ບາງ­ຄົນ­ກໍຍັງເອົາ­ຊື່ຝຣັ່ງ­ດັງໂມ­ມາໃສ່­ຫັ້ນເດ ພໍ່­ຕູ້ເອີຍ! ເຊັ່ນວ່າ ພາ­ລິຕ້າ! ມີຊ້າ! ຄິດ­ຕີ້! ປູເປ້!”
“ເອີ! ຊັ້ນກະ­ຢ່າ­ລະ­! ຢາກໃສ່ແນວໃດ­ກໍແລ້ວແຕ່ພວກຫຼານ­ມັກເນີ! ດ້າມ­ໝາ­ຊື່ໆ­!” ພໍ່­ຕູ້ອ່ອນ­ຂໍ້ໃຫ້ແກ່ຊຸມຫຼານສາວ. ແຕ່ນັ້ນ­ມາ­ຄໍາວ່າ “ດັອກ­ກີ້” ກັບ “ແຄັດ­ຕີ້” ຈຶ່ງ­ຕິດ­ປາກ­ຕິດ­ສົບ­ສາມເອື້ອຍນ້ອງ­ ຈົນ­ພໍ່ແມ່ແລະ­ພໍ່­ຕູ້ແມ່­ຕູ້ ພ້ອມດ້ວຍເພື່ອນບ້ານໃກ້­ຄຽງ­ກໍພາກັນເອີ້ນ­ພວກ­ມັນແບບ­ນີ້…

ນອກ­ຈາກ­ສັກ­ຢາແລ້ວ ທ່ານ­ໝໍກໍໄດ້ເອົາ­ຢາເມັດໃຫ້ເມືອກິນ­ຢູ່ເຮືອນ­ຕື່ມ. ໝົດເງິນໄປຫຼາຍ­ສິບ­ພັນ­ກີບ ໄຄແຕ່ແມ່ເອົາເງິນໃບຫ້າ­ສິບ­ພັນໃຫ້ ຄັນ­ບໍ່­ຊັ້ນ­ມີຫວັງໄດ້­ກັບ­ມາ­ຈ່າຍຄ່າ­ຢາເພີ່ມ­ອີກ. ກ່າວຂອບໃຈທ່ານ­ໝໍແລ້ວ ນາງນ້ອຍ­ກໍຟ້າວຍ່າງ­ຊັກຂະ­ເຢັກ­ອອກ­ຈາກຄລີນິກ ປ້າຍ­ຂາ­ຂຶ້ນ­ລົດ­ຖີບ­ລິວກັບ­ມາເຮືອນ­ປານ­ກັບມະ­ນຸດ­ລົມ­ກົດ… ເອົາ­ລົດ­ຖີບເຂົ້າມ້ຽນໃນເຮືອນແລ້ວ ກໍຟ້າວແລ່ນ­ຄືຄົນ­ຂາດ້ຽງໄປຫາອີ່ແຄັດ­ຕີ້… ເຫັນ­ລຸງເຈົ້າ­ຂອງຮ້ານ­ອົບ­ຟານບ້ານ­ຢູ່ບ້ານໃຕ້ພວມ­ນັ່ງ­ພິຈາ­ລະ­ນາອາການ­ຂອງ­ມັນຢ່າງເອົາໃຈໃສ່ ໂດຍ­ມີແມ່­ຢືນເບິ່ງໃກ້ໆ­ ເຮັດໃຫ້ນ້ອຍໜ້າອອກຮ້ອນ­ວູບດ້ວຍ­ຄວາມ­ຢາກຮ້າຍ…
“ຢ່າ­ສູ່­ຝັນວ່າ­ຊິເອົາອີ່ແຄັດ­ຕີ້ໄປອົບໄດ້ງ່າຍໆ­ເດີ!” ນ້ອຍ­ຈົ່ມໃຫ້­ຕົນເອງໄດ້­ຍິນ­ຜູ້­ດຽວ ແລ້ວກ່າວຖາມໄປຍັງແມ່ວ່າ:
“ແຄັດ­ຕີ້­ບໍ່ເປັນຫຍັງຫຼາຍ ແມ່ນ­ບໍ່ແມ່?”
ແມ່ຫຼຽວມາ­ຫາດ້ວຍໃບໜ້າເສົ້າໆ­ ພ້ອມກ່າວສຽງຄ່ອຍໆ­ອອກວ່າ:
“ແຄັດ­ຕີ້ໃຈຂາດແລ້ວ, ລູກເອີຍ!”
ໄດ້­ຍິນດັ່ງນັ້ນ ນ້ອຍ­ກໍຟ້າວກົ້ມ­ລົງ­ຈັບເອົາອີ່ແຄັດ­ຕີ້­ທີ່ນອນສະ­ຫງົບ­ນິ້ງ­ຂຶ້ນ­ມາກອດພ້ອມ­ທັງສະ­ອື້ນໄຫ້ໂດຍ­ບໍ່­ອາຍ­ລຸງເຈົ້າ­ຂອງຮ້ານ­ອົບ­ຟານບ້ານ­ທີ່ແນມເບິ່ງນາງນ້ອຍດ້ວຍ­ສາຍ­ຕາ­ປະ­ຫຼາດ…
“ພວກເຮົາບໍ່­ຂາຍ­ມັນ­ດອກ, ເຖິງ­ຊິໃຫ້­ລາ­ຄາ­ສູງ­ປານໃດ­ກໍຕາມ. ເຈົ້າໄປຊອກ­ຢູ່ບ່ອນໃໝ່­ສາ!” ສຽງແມ່ເວົ້າກັບ­ລຸງ­ຄົນ­ນັ້ນ ເພື່ອຢືນ­ຢັນວ່າ­ພວກເຮົາບໍ່ໄດ້ເຫັນເງິນ­ມີຄ່າ­ສູງ­ກວ່າ­ຊາກ­ຂອງ­ອີ່ແຄັດ­ຕີ້.
ເມື່ອໄດ້­ຍິນ­ດັ່ງ­ນັ້ນ, ຜູ້­ທີ່­ດໍາ­ລົງ­ຊີວິດ­ຢູ່ດ້ວຍ­ການ­ຂາຍ­ອົບ­ໝາ ກໍຍ່າງ­ຈາກໄປໂດຍ­ບໍ່ກ່າວຄໍາໃດ­ອອກ­ມາເລີຍ. ປ່ອຍໃຫ້ສອງແມ່­ລູກອູ້ມເອົາ­ຮ່າງອັນໄຮ້ວິນຍານ­ຂອງ­ອີ່ແຄັດ­ຕີ້­ເຂົ້າໄປສວນ­ຄົວທາງຫຼັງເຮືອນຄົວ. ຈາກ­ນັ້ນ­ທັງ­ສອງແມ່­ລູກ­ກໍຜັດປ່ຽນ­ກັນ­ຂຸດ­ດິນ­ຢູ່ແຈສວນ ເພື່ອຝັງຮ່າງ­ຂອງ­ໝາແມ່ສອນ­ສາວທີ່ຕ້ອງ­ຈົບ­ຊີວິດ­ລົງ­ຈາກ­ຝີຕີນ­ຂອງ­ນັກ­ຂັບ­ລົດ­ນິລະ­ນາມ…
ເມື່ອເຫັນວ່າເລິກ­ພໍສົມ­ຄວນແລ້ວ ແມ່­ກໍບອກໃຫ້ນ້ອຍຊ່ວຍ­ຍົກ­ຊາກ­ໝາ­ລົງ­ຂຸມ ແລ້ວເອົາດິນ­ຖົມ.
“ໄປເອົາ­ທູບ­ທຽນ­ກັບໄຟແຊັກ­ຢູ່ກ້ອງຮ້ານພະ­ ແລະ­ຢ່າ­ລືມເດັດ­ດອກ­ດາວເຮືອງ­ຢູ່ຂ້າງເຮືອນ­ມາ­ພ້ອມເດີ!” ແມ່­ສັ່ງດ້ວຍ­ສຽງຟ່າ­ຟາວ.
ເມື່ອໄດ້­ສິ່ງ­ທີ່ແມ່ຕ້ອງ­ການແລ້ວ, ແມ່­ກໍເອົາດອກ­ດາວເຮືອງ­ສາມ­ດອກ­ວາງໄວ້­ຢູ່­ຕໍ່ໜ້າ­ຂຸມ ໄຕ້­ທຽນ­ສອງເຫຼັ້ມພ້ອມ­ທັງ­ປັກ­ຢູ່ສອງເບື້ອງ­ຂອງ­ດອກໄມ້ ແລະ­ໄຕ້­ທູບແລ້ວແບ່ງ­ກັນ­ຜູ້ລະ­ດອກ… ນາງນ້ອຍເອົາ­ສອງ­ມືແນບ­ທູບເຂົ້າ­ຫາກັນ… ແມ່­ກໍເຊັ່ນ­ດຽວກັນ…
“ຂໍໃຫ້ດວງ­ວິນ­ຍານ­ຂອງແຄັດ­ຕີ້­ຈົ່ງໄປເກີດໄປຂານ­ຢູ່ບ່ອນ­ດີໆ­ເຖີດ!” ສຽງແມ່ໄຫວ້ວອນ ພ້ອມ­ທັງ­ປັກ­ທູບ­ລົງ­ດິນ.
ສໍາ­ລັບນາງນ້ອຍແລ້ວໄດ້ແຕ່­ພາວະ­ນາໃນໃຈຂໍໃຫ້ແຄັດ­ຕີ້ໄດ້ເກີດ­ມາເປັນ­ໝາ­ຂອງຕົນອີກ… ນອກ­ຈາກ­ທູບ­ທີ່­ຖືກ­ປັກ­ລົງ­ດິນແລ້ວ ກໍຍັງ­ມີຢົດ­ນໍ້າ­ຕາ­ຂອງນາງນ້ອຍ­ຢາດ­ລົງ­ພື້ນ­ປັບໆ­ຈົນ­ຂີ້­ດິນ­ທີ່­ຢູ່ຢອງ­ກັນແບບຫຼົມໆ­ຢູບໂຕລົງເປັນ­ຮູນ້ອຍໆ­…

ຄ້າຍຄ່ຳລົງແລງ ພໍ່­ຂັບ­ລົດ­ກັບ­ມາແຕ່ໄປເຮືອນ­ບຸນ­ຂອງນ້ອງ­ຊາຍເພິ່ນ… ໃນ­ລົດ­ມີພໍ່­ຕູ້ແມ່­ຕູ້ພ້ອມດ້ວຍເອື້ອຍໃຫຍ່ ແລະ­ນ້ອງຫຼ້າ… ພໍແຕ່­ລົງ­ຈາກ­ລົດ­ນາງຫຼ້າກໍຮ້ອງ­ຫາອີ່ແຄັດ­ຕີ້­ຕາມ­ທີ່ເຄີຍເຮັດ­ມາ…
“ເອື້ອຍນ້ອຍ, ອີ່ແຄັດ­ຕີ້­ກັບ­ອີ່­ດັອກ­ກີ້ເດ?”
ນາງນ້ອຍແນມເບິ່ງໜ້ານ້ອງດ້ວຍ­ຄາບ­ນໍ້າ­ຕາ ພ້ອມ­ກັບເວົ້າ­ສຽງແບບ­ກັນສະ­ອື້ນ­ອອກໄປວ່າ:
“ອີ່­ດັອກ­ກີ້ ຈັກໄປໃສ? ແຕ່­ອີ່ແຄັດ­ຕີ້­ຖືກ­ລົດ­ຕໍາ­ຕາຍແລ້ວ!!!”
ພໍແຕ່ໄດ້­ຍິນແນວນັ້ນ ນາງຫຼ້າ­ຖາມ­ຄືນດ້ວຍ­ອາການ­ຕົກໃຈແບບ­ບໍ່ເຄີຍ­ຄາດ­ຄິດ­ມາກ່ອນ:
“ແມ່ນແທ້ຫວາ?!?” ຕິດ­ຕາມດ້ວຍສຽງໄຫ້ແບບເຫຼືອໃຈປົນ­ສົງ­ສານ. ເອື້ອຍໃຫຍ່­ກໍບໍ່ໜ້ອຍໜ້າ ກົ້ມໜ້າເຊັດ­ນໍ້າ­ຕາດ້ວຍ­ອາໄລຕໍ່­ອີ່ແຄັດ­ຕີ້.
ສ່ວນ­ພໍ່ ແລະ­ພໍ່­ຕູ້ແມ່­ຕູ້ ໄດ້ແຕ່ເຮັດໜ້າເສົ້າ.
“ບໍ່ຕ້ອງໄຫ້ດອກ­ລູກເອີຍ! ມື້ໜ້າ­ພໍ່­ຊິເອົາ­ໝານ້ອຍ­ຂອງເຮືອນ­ອາວຫວັນ­ມາໃຫ້ລ້ຽງແທນ­ດອກ.” ເວົ້າສຸດ ພໍ່­ກໍຍ່າງເຂົ້າໄປໃນເຮືອນ.

ພໍ່­ຕູ້ເຫັນຫຼານ­ທັງ­ສາມເສົ້າໂສກເສຍໃຈສຸດ­ຂີດ ອົດ­ບໍ່ໄດ້­ຈຶ່ງກ່າວເປັນຄະ­ຕິເຕືອນໃຈອອກ­ມາວ່າ:


“ອັນວ່າ­ຄວາມ­ຕາຍ­ນີ້   ແຂວນ­ຄໍທຸກ­ບາດຍ່າງ
ເຖິງ­ຊິຫຼົບຫຼີກ­ລີ້  ກໍກ້າວສູ່ຄວາມ­ຕາຍໝົດ­ຄູ່­ຄົນ ນັ້ນແລ້ວ!”
ພ້ອມ­ກັບ­ສອຍທ້າຍ­ອີກວ່າ:
“ບໍ່ເວັ້ນແມ່ນກະ­ທັ້ງ­ອີ່ແຄັດ­ຕີ້ຂອງ­ພວກຫຼານເດີ!”

ກິນແໜງແຄງໃຈ


ໂດຍ ອ. ແສງຟ້າ ໂຫລານຸພາບ
ខែ កក្កដា​ 17, 2014 ម៉ោង 7:02ព្រឹក​
ທຸກ­ວັນເສົາທ້າຍເດືອນ ລຸງອ່ອນ­ສີມັກຈະ­ມາຮັບຈ້າງ­ຕັດຫຍ້າ­­ຢູ່ເຮືອນ... ເພິ່ນເປັນ­ຄົນນ້ອຍຈ່ອຍ ແຕ່ວ່າມີແຮງ­ປານ­ຄວາຍເຖິກ­ໜໍາ. ເຖິງແມ່ນຈະ­ຈ່ອຍ ບາດເພິ່ນແກ້ເສື້ອອອກແລ້ວ ກໍຈະ­ເຫັນກ້າມແບບແຫ້ງໆ­ຕິດກະ­ດູກ ຫານໍ້າມັນ­ຢູ່ໜ້າ­ທ້ອງແມ່ນແຕ່ໜ້ອຍ­ດຽວກໍບໍ່­ມີ ມີແຕ່ກ້າມທ້ອງເປັນ­ລອນ­ລັກ­ລັ່ນ­ກັນ­ລົງ­ມາແຕ່­ລຸ່ມເອິກ­ຈົນເຖິງ­ຫົວໂສ້ງ... ພໍ່ບອກ­ກັບນາງນ້ອຍວ່າ ເມື່ອຄາວຍັງເປັນບ່າວ ພໍ່­ກໍມີໜ້າ­ທ້ອງແບບ­ລຸງອ່ອນ­ສີນັ້ນແຫຼະ­ ແຕ່­ດຽວນີ້ ຍ້ອນ­ບໍ່­ມີໂອກາດ­ຫັດ­ກາຍ ແລະ­ບໍ່­ມີການ­ຄວບ­ຄຸມ­ການ­ກິນ ທ້ອງ­ຂອງ­ພໍ່­ຈຶ່ງ­ອຸ້ງ­ປຸ້ງ­ປານ­ກັບແມ່­ມານ­ຖືພາໄດ້­ສາມເດືອນເອົາໂລດ... ຫຼັງ­ຈາກ­ຕັດຫຍ້າອ້ອມເຮືອນແລ້ວໆ­ ລຸງ­ມັກ­ມານັ່ງ­ຢູ່ໂຕະ­ກ້ອງ­ຮົ່ມ­ກົກ­ໝາກ­ຈຽງ ດື່ມ­ນໍ້າເຢັນໆ­ທີ່ນາງນ້ອຍເອົາ­ຈາກ­ຕູ້ເຢັນໄປໃຫ້... ທຸກເທື່ອ ເພິ່ນຈະ­ມີເລື່ອງ­ນັ້ນເລື່ອງ­ນີ້­ມາເລົ່າ­ສູ່­ຟັງ ສ່ວນຫຼາຍ­ກໍແມ່ນເລື່ອງ­ທີ່ກ່ຽວພັນ­ກັບ­ຊີວິດ­ຂອງເພິ່ນ­ນັ້ນລະ­... ເທື່ອນີ້­ກໍເຊັ່ນ­ກັນ ເພິ່ນເລົ່າດ້ວຍ­ຄວາມກະ­ຕືລືລົ້ນ ເໝືອນ­ຢາກລະ­ບາຍ­ບາງ­ສິ່ງ­ບາງຢ່າງ­ອອກ­ຈາກສ່ວນເລິກ­ຂອງ­ໝາກ­ຫົວໃຈໃຫ້ນາງນ້ອຍໄດ້­ຮັບ­ຮູ້­ນໍາ...

ທ້າວແອວຽງ ຫົວໂປ່ເດັກນ້ອຍປະ­ຈໍາບ້ານພ້າວເຂດລ່ອງ­ງື່ມ ມັກ­ມີແນວຫຼິ້ນ­ບໍ່­ຄືບ້ານ­ຄືເມືອງເພິ່ນ. ມື້­ນີ້­ກໍເຊັ່ນ­ດຽວກັນ ເຂົາ­ພາ­ລູກສະ­ໝຸນ­ຈໍານວນ­ສິບ­ກວ່າ­ຄົນ­ລົງ­ລອຍຫຼິ້ນ­ໝາກເງືອກ­ກິນ­ຫາງ­ຢູ່­ນໍ້າງື່ມຢ່າງເມົາມັນ... ຂະ­ນະ­ທີ່ພວມຫຼິ້ນມ່ວນໆ­ຢູ່­ນັ້ນ ກໍໄດ້­ມີທ່ອນໄມ້ທ່ອນໃຫຍ່ ແລະ­ຍາວເຕີບໄຫຼມາ... ເຂົາ­ຈຶ່ງເກີດ­ມີແນວຄິດໃໝ່ກ່ຽວກັບເກມ­ການຫຼິ້ນ ໂດຍ­ບອກໃຫ້­ທຸກ­ຄົນ­ລອຍໄປຫາ­ທ່ອນໄມ້ ແລ້ວຍູ້­ດັນ­ມັນ­ຂຶ້ນ­ມາເທິງແຄມ­ນໍ້າ. ຊົ່ວ­ທ່ອນໄມ້­ນັ້ນຊິຂຶ້ນ­ມາງອຍ­ຢູ່ເທິງໂຄກ ກໍໄດ້ເຮັດໃຫ້ພວກເດັກນ້ອຍ­ພາກັນ­ຫັນໃຈຫອບດ້ວຍ­ຄວາມ­ອິດເມື່ອຍ... ແຕ່­ບໍ່­ທັນຈະ­ໄດ້ເຮັດຫຍັງ­ກັບໄມ້ທ່ອນ­ນັ້ນ ສຽງແຫຼມໆ­ນ້ອຍໆ­ຂອງໃຜຜູ້­ໜຶ່ງ­ກໍດັງ­ຂຶ້ນ­ຢູ່ໃກ້ໆ­ຫັ້ນ...
“ພາກັນເຮັດຫຍັງ­ຫັ້ນ?”
ທຸກ­ຄົນຫຼຽວໜ້າໄປເບິ່ງເຈົ້າ­ຂອງ­ສຽງ­ນັ້ນເປັນ­ຈຸດ­ດຽວ: ທ້າວແອຈັນ ນ້ອງ­ຊາຍ­ຂອງແອວຽງ­ນັ້ນເອງ. ບໍ່­ທັນ­ທີ່ຈະ­ເວົ້າ­ຫຍັງ­ອອກໄປ ແອວຽງ­ກໍເຫັນແອຈັນແລ່ນໄປໃສ່ທ່ອນໄມ້­ນັ້ນຢ່າງໄວວາ­ຮ້າຍ­ກວ່າ­ລີງ. ເຫັນເປັນແນວນັ້ນ ເພື່ອສະ­ແດງ­ຄວາມເປັນ­ຫົວໜ້າໃຫຍ່ຂອງ­ກຸ່ມ ແອວຽງ­ກໍກຶ້ງ­ຕາ ແລະ­ແຂກໃສ່ນ້ອງ­ຊາຍ­ຕົນເອງດ້ວຍ­ສຽງ­ອັນ­ດັງວ່າ:
“ລົງ­ມາແມ­, ແອຈັນ! ຄັນ­ບໍ່­ຢາກ­ຖືກ­ໝາກ­ກອກ!”
ສຽງແຂກໃສ່ຂອງອ້າຍ ບໍ່ໄດ້ເຮັດໃຫ້ແອຈັນ­ສັ່ນສະ­ເທືອນແຕ່ຢ່າງໃດ ເຂົາເອົາມືກອດເອິກ­ນັ່ງ­ຂາໄຂວ່ຫ້າງເທິງທ່ອນໄມ້­ນັ້ນເສີຍ­ຢູ່... ເຮັດໃຫ້­ຫູ ແລະ­ໃບໜ້າ­ຂອງແອວຽງແດງ­ຂຶ້ນດ້ວຍ­ຄວາມ­ຢາກຮ້າຍ. ເພື່ອໃຫ້­ສົມ­ກັບເປັນ­ຫົວໜ້າເດັກນ້ອຍປະ­ຈໍາບ້ານ ເຂົາ­ຈຶ່ງ­ງຶກ­ຫົວໃຫ້­ລູກສະ­ໝູນ­ສອງ­ຄົນ­ທີ່­ຢືນ­ຢູ່ຂ້າງໄປຈັດ­ການໃຫ້ນ້ອງ­ ຊາຍ­ຕົນ­ລົງ­ຈາກທ່ອນໄມ້­ນັ້ນ... ທັງ­ສອງ­ຄົນກ້າວຂາໄປຍັງທ່ອນໄມ້­ຄົນລະ­ສົ້ນ ແລ້ວກົ້ມ­ລົງ­ກິ້ງໄມ້ທ່ອນ­ນັ້ນໄປທາງຫຼັງ ເຮັດໃຫ້ແອຈັນ­ລົ້ມ­ຫົວສັກໄປທາງໜ້າ... ສຽງ­ຫົວຈາກ­ບັນ­ດາ­ສະ­ໝຸນ­ຂອງແອວຽງ­ດັງແຊວໆ­ຂຶ້ນ ພ້ອມ­ດຽວກັບ­ສຽງໄຫ້ຂອງແອຈັນ­ກໍດັງປະ­ສານ­ຂຶ້ນ. ພໍແຕ່­ລຸກ­ຂຶ້ນໄດ້ ແອຈັນ­ກໍແລ່ນໂດດໃສ່­ຜູ້ເປັນອ້າຍ­ປານເສືອໂດດ­ຄຸບ­ກ­ວາງເອົາໂລດ. ຍ້ອນ­ບໍ່­ທັນ­ຕັ້ງທ່າ ຈັກວ່າກໍາ­ປັ້ນ ແລະ­ຕີນກະ­ໜໍ່າໃສ່ໜ້າແລະ­ຕົນໂຕຂອງແອວຽງ­ຈົນ­ນັບເທື່ອບໍ່ໄດ້... ພໍຕັ້ງທ່າໄດ້ ເຂົາກໍຍູ້ນ້ອງ­ຊາຍ­ອອກໂດຍ­ບໍ່ໄດ້ຕອບໂຕ້ແຕ່ຢ່າງໃດ. ສຽງໄຫ້ຂອງແອຈັນ­ດັງແຮງ­ກວ່າເກົ່າ ພ້ອມ­ກັບເອົາ­ຫຼັງ­ມືເຊັດ­ນໍ້າ­ຕາ ແລະ­ເວົ້າໃສ່­ຜູ້ເປັນອ້າຍວ່າ:
“ກູຊິໄປຟ້ອງແມ່ໂລດ.”
“ເຊີນຟ້ອງໂລດລະ­!” ທັງເວົ້າ­ທັງແລ່ນໄປຫາ­ໝູ່­ທີ່­ກໍາ­ລັງ­ພາກັນນັ່ງ­ຄາບ­ຢູ່ເທິງທ່ອນໄມ້­ ທີ່­ກິ້ງໄປກິ້ງ­ມາດ້ວຍແຮງ­ດັນ­ຂາ­ຂອງແຕ່ລະ­ຄົນ.
ຫຼິ້ນ­ນັ່ງ­ກິ້ງທ່ອນໄມ້ໄປມາບໍ່­ທັນໄດ້ຮອດຫ້ານາ­ທີ ນ້າບ່າວທອງ­ສີກໍປາກົດ­ກາຍ­ຢູ່­ທາງຂ້າງ ເຮັດໃຫ້ແອວຽງຟ້າວປ້າຍ­ຂາອອກ­ຈາກທ່ອນໄມ້ເພື່ອຈະ­ແລ່ນ­ໜີ ແຕ່­ບໍ່­ທັນເສຍແລ້ວ ເພາະ­ນ້າບ່າວກອດໂຕເຂົາໄວ້ໄດ້­ທັນ ແລ້ວແບກໃສ່ບ່າ­ພາກັບ­ຄືນ­ສູ່ເຮືອນ­ທັນ­ທີ... ເຂົາ­ທັງ­ດິ້ນ­ທັງ­ຄິດ: ໄປຮອດເຮືອນ­ຈັ່ງໃດ­ກໍຕ້ອງ­ຖືກແມ່­ຕີຄັກໆ­ ເພາະ­ແມ່­ມັກ­ຕີເຂົາເລື້ອຍໆ­ເມື່ອເກີດເລື່ອງ­ກັບນ້ອງ­ຊາຍ.

“ເປັນຫຍັງ­ຈຶ່ງ­ຕີນ້ອງ­ອີກແລ້ວ?” ສຽງແມ່ຮ້ອງໃສ່ດ້ວຍ­ຄວາມ­ຢາກຮ້າຍ.
“ລູກ­ບໍ່ໄດ້­ຕີນ້ອງ­ຈັກ­ບາດເລີຍ. ມີແຕ່ນ້ອງ­ຕີລູກຕ່າງ­ຫາກ.” ເຂົາອະ­ທິບາຍ­ຕໍ່­ຜູ້ເປັນແມ່.
“ເປັນຫຍັງ­ຊິບໍ່ໄດ້­ຕີ? ເບິ່ງໜ້າ­ຜາກ­ຂອງນ້ອງ­ນັ້ນ­ຕີ້ ຈົນວ່າເຫຼີ້ນວ່າແດງ­ໝົດ.” ແມ່­ທັງເວົ້າ­ທັງ­ຊີ້ໃສ່ໜ້າ­ຜາກ­ຂອງແອຈັນ­ທີ່­ຢືນສະ­ອື້ນໄຫ້­ອຶກໆ­ຢູ່ ແລ້ວເອົາ­ຝາມືຫວັງວ່າ­ຈະ­ຟາດໃສ່­ກົກແຂນ ແຕ່ເຂົາ­ຮັບໄວ້­ທັນ ພ້ອມ­ທັງ­ຍູ້­ມືຂອງແມ່ອອກ...
“ໂທ້ໆ­! ມຶງຫຍັງ­ມາເກັ່ງແທ້ ກ້າ­ສູ້­ກັບແມ່ຫວາ?” ແມ່­ຂຶ້ນ­ສຽງດ້ວຍໃບໜ້າອັນແດງກ່ຳ ວ່າ­ຊິຄວ່າເອົາໄມ້­ຄານ­ຢູ່ແຈຝາມາ­ຕີໃຫ້­ສົມໃຈ ແຕ່ຕ້ອງຊະ­ງັກ­ມືໄວ້ ເພາະ­ມີຊາຍແປກໜ້າ­ຜູ້­ໜຶ່ງຍ່າງເຂົ້າມາ­ຂັດ­ຈັງ­ຫວະ­ ເຮັດໃຫ້ແມ່ຕ້ອງ­ວາງ­ມືຈາກແອວຽງ­ປັບເນື້ອປັບ­ຄີງ­ຫັນໜ້າມາ­ຫາແຂກ­ທີ່­ບໍ່ໄດ້­ຖືກເຊີນ... ແລະ­ແລ້ວຄວາມ­ຢາກຮ້າຍ­ກໍມະ­ຫັບມະ­ຫາຍ­ກາຍເປັນ­ຄວາມ­ປິຕິຍິນ­ດີ ເພາະ­ຊາຍແປກໜ້າ­ຜູ້­ນັ້ນແມ່ນອ້າຍ­ຂອງແມ່­ທີ່­ບໍ່ໄດ້­ພົບໜ້າກັນເປັນເວລາເກືອບ­ສິບຫ້າ­ປີແລ້ວນັ້ນເອງ. ລຸງໄດ້ອອກ­ຈາກບ້ານໄປເອົາເມຍ­ຢູ່ສະ­ຫວັນນະ­ເຂດ­ຕັ້ງແຕ່­ຄາວທີ່ແມ່ຂອງແອວຽງ­ຍັງ­ບໍ່­ທັນສ້າງ­ຄອບ­ຄົວພຸ້ນ...
ຕອນ­ກິນເຂົ້າແລງ ແມ່ໄດ້ເລົ່າ­ສະ­ພາບ­ຄອບ­ຄົວທີ່­ຂາດ­ຫົວຈັກຫຼັກແຫຼ່ງໃຫ້­ລຸງ­ຟັງ, ແລະ­ກໍໄດ້­ສາ­ທະ­ຍາຍກ່ຽວກັບ­ລູກ­ຊາຍ­ທັງ­ສອງ ໂດຍ­ບອກໃຫ້­ລຸງ­ຮູ້ວ່າ ແອຈັນເປັນເດັກ­ຄໍາ­ຮູ້ ສ່ວນແອວຽງ­ຜູ້ເປັນອ້າຍ­ຫົວດື້­ຫົວແຂງ ບອກ­ຍາກ ມີແຕ່ເອົາການຫຼິ້ນເປັນໃຫຍ່ ບໍ່ໃສ່ໃຈວຽກ­ຮໍ່າການ­ຮຽນ ຊຶ່ງ­ກໍເຮັດໃຫ້ແອວຽງຜູ້ກິນເຂົ້າ­ຢູ່ຂ້າງ­ລຸງ­ນັ້ນຕ້ອງໜ້າມ້ານ ແລະ­ເກືອບ­ກືນເຂົ້າບໍ່­ລົງ­ຄໍ. ສ່ວນ­ລຸງ­ກໍໄດ້ບອກໃຫ້ແມ່­ຮູ້ວ່າ ດຽວນີ້ຄອບ­ຄົວຂອງເພິ່ນໄດ້ຍ້າຍ­ມາ­ຢູ່ນະ­ຄອນຫຼວງ­ວຽງ­ຈັນແລ້ວ ແລະ­ໄດ້­ຍິນວ່າ­ຄອບ­ຄົວຂອງນ້ອງ­ສາວຢູ່ບ້ານ­ບໍ່ຄ່ອຍ­ກຸ້ມຄ່ອຍ­ກາງ­ກັນ­ປານໃດ ຈຶ່ງ­ມີຄວາມເປັນຫ່ວງ. ຫາກເປັນໄປໄດ້ ເພິ່ນ­ຢາກ­ຂໍເອົາແອວຽງໄປຮຽນ­ໜັງ­ສືຢູ່ໃນ­ວຽງ­ພຸ້ນ ເພື່ອຈະ­ໄດ້­ມີໂອກາດ­ສັ່ງ­ສອນໃຫ້­ກາຍເປັນ­ຄົນ­ຮູ້­ຜູ້­ດີ ມີຄວາມ­ຮູ້ຄວາມ­ສາມາດ. ພໍແຕ່­ລຸງເວົ້າ­ສຸດ ແມ່­ກໍຮັບ­ປາກ­ທັນ­ທີ ເພາະ­ຫາກແອວຽງ­ຍັງ­ຂືນ­ຢູ່­ກັບແມ່­ຕໍ່ໄປ ບັນ­ຫາການ­ຜິດ­ຖຽງ­ຕີກັນ­ຂອງ­ລູກ­ທັງ­ສອງ­ຄົງ­ບໍ່ເປັນ­ທີ່­ສິ້ນ­ສຸດ. ເມື່ອໄດ້­ຍິນແນວນັ້ນ ແອວຽງເອງ­ກໍສະ­ແດງ­ຄວາມ­ດີໃຈຈົນ­ອອກ­ນອກໜ້າ­ທີ່ຈະ­ໄດ້ໄປຢູ່­ກັບ­ລຸງໃນນະ­ຄອນຫຼວງ. ກ່ອນເດີນ­ທາງ­ອອກ­ຈາກເຮືອນ ເຂົາໄດ້­ນໍາເອົາເຄື່ອງຫຼິ້ນ­ທຸກຊະ­ນິດ ບໍ່ວ່າບັ້ງໂພະ­, ວ່າວ, ໝາກ­ບີ, ກະ­ຖຸນ, ໄມ້­ຕີຫົວປາ­ຄໍ່ ມອບໃຫ້ແກ່ນ້ອງ­ຊາຍດ້ວຍໃບໜ້າອັນ­ຍິ້ມແຍ້ມແຈ່ມໃສ ຊຶ່ງຕ່າງ­ກັບກ່ອນໜ້ານັ້ນ ເຂົາ­ຫວງເຄື່ອງຫຼິ້ນເຫຼົ່ານີ້­ປານ­ກັບຫຍັງເອົາໂລດ.
ຕອນ­ທີ່ແອວຽງ­ຂຶ້ນ­ລົດໄປກັບ­ລຸງ­ນັ້ນ, ແມ່­ກັບນ້ອງ­ຊາຍໄດ້­ມາ­ສົ່ງ.
“ໄປຢູ່ເຮືອນ­ລຸງແລ້ວ ຢ່າ­ສູ່ເຮັດໃຫ້­ລຸງຕ້ອງ­ອຸກໃຈນໍາເດີ!” ແມ່­ສັ່ງ­ຄວາມກ່ອນ­ທີ່­ລົດຈະ­ເຄື່ອນ­ອອກໄປ.
ສ່ວນແອຈັນໄດ້ແຕ່­ຢືນ­ນໍ້າ­ຕາ­ຊຶມ ຍົກ­ມືໂບກ­ລາ­ຕອບ­ຜູ້ເປັນອ້າຍ...

ມາ­ຢູ່ເຮືອນ­ລຸງ­ທີ່ແຄມ­ທາງໃຫຍ່ ຮູ້­ສຶກວ່າແປກຕ່າງ­ສາຍ­ຫູສາຍ­ຕາ... ຫຼຽວໄປທາງໜ້າເຮືອນເຫັນແຕ່­ຄົນຍ່າງເຂົ້າຍ່າງ­ອອກເປັນ­ລຸດໆ­ລ້າຍໆ­ ສ່ວນ­ຢູ່ຖະ­ໜົນ­ນັ້ນ ກໍເຫັນແຕ່­ລົດ­ນານາ­ຊະ­ນິດຜ່ານ­ສວ່ານ­ສົນໄປມາ­ປານເສັ້ນເຂົ້າ­ປຸ້ນ... ເບິ່ງຫຼາຍເຮັດໃຫ້­ລາຍ­ຕາ ຈຶ່ງຕ້ອງ­ຫັນໜ້າມາຍັງຖ້ວຍເຝີທີ່ກອງເຈ້ງເພ້ງ ຄອຍ­ຄອງ­ຖ້າການລ້າງ­ຈາກ­ມືຂອງແອວຽງ... ມື້­ນີ້ແມ່ນ­ວັນເສົາ ບໍ່ໄດ້ໄປໂຮງ­ຮຽນຕ້ອງໄດ້ຊ່ອຍປ້າ­ລ້າງຖ້ວຍເຝີ ຊຶ່ງເຂົາກໍໄດ້ພະ­ຍາຍາມເຮັດໃຫ້­ດີທີ່­ສຸດ ແຕ່ຍ້ອນ­ຄວາມ­ບໍ່­ຊໍານານ ມີບາງ­ຄັ້ງຖ້ວຍເຝີຫຼູດ­ມືລົງ­ພື້ນ­ຊີມັງ ສຽງ­ດັງ­ຟັງ­ຄັກ ເຮັດໃຫ້ແຂກ­ຄົນ­ທີ່ເສັ້ນເຝີຍັງ­ຄາ­ຢູ່­ປາກຕ້ອງຫຼຽວມາ­ທີ່ເຂົາເປັນ­ຈຸດ­ດຽວ...
“ຈັ່ງແມ່ນ­ມັນບ້ານ­ນອກແທ້ໆ­!” ສຽງ­ຂອງປ້າ­ລອດເຂົ້າໃນ­ຮູຫູ ເຮັດໃຫ້ເຂົາ­ໜ້າແດງ ຢືນເຊີ້­ບໍ່­ຈັກແນວຊິເຮັດ...
ແລງ­ຂອງ­ມື້­ນັ້ນ ຫຼັງ­ຈາກ­ປິດຮ້ານ ປ້າກໍຈົ່ມ­ກັບ­ລຸງວ່າ ລູກ­ຂອງ­ຕົນເອງ­ກໍຫຼາຍ­ຄົນແລ້ວ ຍັງເສືອກເອົາ­ລູກຜູ້­ອື່ນ­ມາ­ຢູ່­ນໍາອີກ. ແຕ່­ລຸງ­ກໍໃຫ້ເຫດ­ຜົນວ່າ ແອວຽງເປັນ­ລູກ­ຂອງນ້ອງ­ສາວຄີງໆ­ຂອງເພິ່ນ ຖ້າບໍ່ຊ່ອຍ­ກັນ­ຍາມ­ຕົກ­ທຸກໄດ້­ຍາກ ແມ່ນໃຜລະຈະ­ມາ­ຊ່ອຍ­.


ແອວຽງ­ມີອາການ­ຫົນ­ຫວາຍ­ນໍາການ­ມານັ່ງ­ຟັງ­ຄູອະ­ທິບາຍ­ບົດ­ຮຽນ... ເຂົານັ່ງ­ຢູ່ຫຼັງ­ສຸດ­ຂອງຫ້ອງ­ຮຽນ, ຫຼຽວເບິ່ງ­ໝູ່­ນັກ­ຮຽນ­ນໍາກັນ­ຢູ່ຫ້ອງລ້ວນແຕ່­ຜູ້ນ້ອຍໆ­. ແມ່ນແລ້ວປີນີ້­ອາຍຸເຂົາ­ຢວ່າງເຂົ້າ­ສິບ­ສາມ­ປີພໍດີ ຮ່າງ­ກາຍ­ກໍາ­ລັງກ້າວເຂົ້າ­ສູ່­ການປ່ຽນແປງຢ່າງໃຫຍ່. ສຽງເວົ້າກໍເລີ່ມແຕກຫ້າວ, ຂົນ­ຕາມແຄ່ງ­ຕາມ­ຂາກໍເລີ່ມ­ປົ່ງເປັນເສັ້ນແຂງໆ­ໃຫ້ເຫັນ. ເວລາຍ່າງ ຫຼືເຮັດ­ອັນໃດ ກໍຮູ້­ສຶກແຂນ­ຂາເກັ້ງໆ­ກ້າງໆ­ ເຮັດຫຍັງ­ກໍບໍ່ຄ່ອຍຖະ­ໜັດ ຍ້ອນແນວນັ້ນແຫຼະ­ ຖ້ວຍເຝີຂອງປ້າ­ຈຶ່ງ­ຖືກຫຼໍ່ເປັນປ່ຽງນ້ອຍໆ­ໄປຫຼາຍໃບເຕີບ... ດັ່ງ­ນັ້ນເຂົາ­ຈຶ່ງ­ຖືກດ່າວ່າ­ຈາກປ້າເປັນປະ­ຈໍາ ຈົນ­ບາງເທື່ອເພິ່ນໄດ້ໄລ່ເຂົາໃຫ້ໄປແກ້­ວຽກບ້ານ­ທີ່­ຄູເອົາໃຫ້ແທນ... ປານ­ດຶງແບ້­ລົງ­ນໍ້າ ໃຫ້ເຂົາ­ປິ່ນໜ້າໃສ່­ປຶ້ມ ແໜງໃຫ້ລ້າງຖ້ວຍເຝີໝົດ­ມື້­ຍັງຈະ­ດີກວ່າ... ເພາະ­ອ່ານ­ບົດ­ຝຶກ­ຫັດແລ້ວ ພໍຢາກ­ມຸດ­ດິນແກ່ນ­ຕາຍ­ພຸ້ນລະ­! ພໍຄິດ­ມາ­ຮອດ­ຕອນ­ນີ້ ແອວຽງຕ້ອງສະ­ເດີດ­ຕື່ນຢ່າງແຮງ ເມື່ອສຽງປ້າ­ຄູຈັນ­ຫອມ­ຄູປະ­ຈໍາວິຊາໂລກອ້ອມ­ຕົວ ປ. 5 ເອີ້ນ­ຊື່ຂອງເຂົາ. ເຂົາ­ຟ້າວລຸກ­ຂຶ້ນ­ຢືນດ້ວຍໃບໜ້າມ້ານ­ຈືດ...
“ໂຄງກະ­ດູກ­ຂອງ­ຄົນເຮົາມີຈັກ­ພາກສ່ວນ?” ສຽງ­ຖາມ­ຂອງປ້າ­ຄູດັງ­ຄັບຫ້ອງ ແຕ່ປະ­ສາດ­ຫູແລະ­ມັນສະ­ໝອງ­ຂອງແອວຽງເຮັດ­ວຽກ­ບໍ່ປະ­ສານ­ກັນເສຍແລ້ວ ຈຶ່ງເຮັດໃຫ້ເຂົາໄດ້ແຕ່­ຢືນເຮັດໜ້າເຊ່ເລ່ ເກົາ­ຫົວຍັອກໆ­... ພວກ­ໝູ່­ນັກ­ຮຽນ­ຜູ້­ອື່ນໆ­ພາກັນ­ຍົກ­ມືຂຶ້ນ­ຂໍຕອບແທນ ແຕ່ປ້າ­ຄູບໍ່ໄດ້­ສົນໃຈ ເຮັດໃບໜ້າເຄັ່ງ­ອຶ້ງ­ຕຶ້ງໃສ່ ດວງ­ຕາ­ຂຽວປານ­ປີກແມງ­ພູ່­ສັກໃສ່ໃບໜ້າ­ຂອງ­ນັກ­ຮຽນ­ຜູ້ໃຫຍ່ກວ່າ­ໝູ່ໃນຫ້ອງ.
“ເຈົ້າບໍ່ໄດ້­ຟັງປ້າ­ຄູອະ­ທິບາຍ­ຫວາ? ເທື່ອໜ້າ­ຕັ້ງໃຈຟັງແດ່ເດີ!” ບໍ່ເວົ້າ­ພຽງເທົ່ານັ້ນ ປ້າ­ຄູຍັງໄດ້­ຄາດໂທດໃຫ້ເຂົາ­ຕ້ອງໄດ້ໄປອະ­ນາໄມຫ້ອງ­ນໍ້າເວລາເລີກຫຼິ້ນ­ອີກ­ນໍາ.
ຕອນເລີກຫຼິ້ນ ແທນ­ທີ່ຈະ­ໄດ້ຫຼິ້ນເຕັ້ນ­ຢາງ ຫຼືຫຼິ້ນ­ໝາກໄລ່­ນໍາ­ໝູ່, ເຂົາ­ຕ້ອງໄດ້ຕັກ­ນໍ້າ­ຈາກອ່າງໃຫຍ່­ມາອະ­ນາໄມຫ້ອງ­ນໍ້າ­ທີ່­ມີກິ່ນ­ບໍ່ຄ່ອຍສະ­ຖາ­ພອນ­ປານໃດ. ໝູ່ຫຼາຍ­ຄົນ­ພາກັນ­ລັກ­ຫົວຂວັນ­ທີ່ເຂົາ­ຖືກ­ລົງໂທດແບບ­ນັ້ນ... ເຂົາ­ຮູ້­ສຶກ­ອິດ­ສາບັນ­ດາ­ໝູ່ເດັກນ້ອຍເຫຼົ່ານັ້ນ­ທີ່­ມີຄວາມມ່ວນ­ຊື່ນໃນ­ການ­ມາໂຮງ­ຮຽນ ຊຶ່ງ­ກົງ­ກັນຂ້າມ­ກັບເຂົາ­ທີ່­ມາໂຮງ­ຮຽນດ້ວຍ­ຄວາມ­ຈໍາໃຈ... ຫາກເຂົາຕັ້ງໃຈຮຽນມາແຕ່ ປ.1 ບໍ່ເອົາການຫຼິ້ນເປັນໃຫຍ່ ເຂົາກໍຄົງບໍ່ຕ້ອງຕົກຢູ່ໃນສະພາບແບບນີ້...
ມີມື້­ໜຶ່ງ ປຶ້ມ­ບົດ­ຝຶກ­ຫັດ­ວິຊາ­ຄະ­ນິດ­ສາດເສຍ, ເຂົາ­ພະ­ຍາຍາມ­ຊອກ­ຈົນ­ທົ່ວແລ້ວກໍບໍ່ເຫັນ ຈຶ່ງເຮັດໃຈແຂງຍ່າງໄປຫາ­ປ້າ ແລະ­ບອກ­ຄວາມ­ຈິງໃຫ້ເພິ່ນ­ຮູ້. ພໍແຕ່ໄດ້­ຍິນແນວນັ້ນ ປ້າກໍເປັນ­ຟືນເປັນໄຟຂຶ້ນ.
“ຈັ່ງແມ່ນ­ມັນວົນ­ມັນ­ວາຍ. ມີເລື່ອງ­ມີລາວໃຫ້­ກູໄດ້ເສຍເງິນຕະ­ຫຼອດ. ຈັກ­ຊິມາ­ຢູ່ໃນເມືອງໃນ­ວຽງເຮັດຫຍັງ, ຄົນ­ບໍ່­ມີຫົວສະ­ໝອງ­ໝິ່? ຢູ່ບ້ານ­ນອກ­ຂອກຄະ­ເມໄຖໄຮ່ໄຖນານໍາກົ້ນ­ຄວາຍ­ພຸ້ນ­ຍັງ­ຊິດີກວ່າ!” ສຽງຮ້າຍ­ຂອງປ້າ ເຮັດໃຫ້­ລຸງຕ້ອງ­ມາ­ຂວາງ ເພື່ອບໍ່ໃຫ້ເມຍ­ຂອງເພິ່ນເວົ້າໄປຫຼາຍ­ກວ່ານີ້.
“ເຈົ້າກໍໂພດ­ດອກ, ດ້າມຫຼານ­ຜູ້­ດຽວມາເພິ່ງ­ພາອາໄສນໍາ ກໍຊິລ້ຽງເຂົາບໍ່ໄດ້ຫວາ?” ລຸງເວົ້າແດກໃສ່ໜ້າ­ຜູ້ເປັນເມຍ ແລ້ວຈົກເງິນໃນ­ຖົງໂສ້ງ­ຕົນເອງ­ຍື່ນໃຫ້ແອວຽງ­ຊຶ່ງ­ຢືນໂຕແຂງ­ປານ­ນໍ້າກ້ອນ...

ຄືນມື້ນັ້ນ ເຂົານອນຄິດຮອດບ້ານ, ຄິດຮອດສາຍນໍ້າງື່ມທີ່ເຂົາເຄີຍລອຍຫຼິ້ນນໍາໝູ່ເດັກນ້ອຍ. ຄິດຮອດຄວາຍບັກເຖິກທີ່ເຂົາເຄີຍຂີ່ຫຼັງພາໄປກິນຫຍ້າ... ຄິດຮອດແອຈັນນ້ອງຊາຍຜູ້ທີ່ມັກກໍ່ເລື່ອງຜິດກັນກັບເຂົາເປັນປະຈຳ... ຄິດຮອດແຮງທີ່ສຸດກໍແມ່ນແມ່ຜູ້ທີ່ລ້ຽງເຂົາດ້ວຍຝາມືແລະໄມ້ແສ້... ນໍ້າຕາແຫ່ງຄວາມຄິດຮອດໄຫຼອອກມາຢ່າງບໍ່ຂາດສາຍ ຈົນມ້ອຍຫຼັບໄປຍາມໃດກໍບໍ່ຮູ້...
ຕື່ນຊວາດຂຶ້ນມາ ຮູ້ສຶກອອກຮ້ອນໄປທົ່ວຮ່າງຄີງ, ວ່າຈະລຸກຂຶ້ນຈາກບ່ອນແຕ່ກໍລຸກບໍ່ຂຶ້ນ ຮູ້ສຶກໜັກໂຕໜັກຄີງແບບບໍ່ເຄີຍເປັນມາກ່ອນ. ລຸງເຫັນອາການຂອງຫຼານໜັກຄືແນວນັ້ນ ຈຶ່ງນຳໂຕໄປຄລີນິກໃກ້ເຮືອນ. ເມື່ອໝໍກວດແລ້ວ ເພິ່ນກໍວາງຢາໃຫ້ເມືອກິນ. ຕອນຂາກັບ ຍ່າງຜ່ານໜ້າປ້າຜູ້ເຮັດໜ້າເບ້ເຍ້ຢູ່ຕໍ່ໜ້າໝໍ້ເຝີແລ້ວ ຍິ່ງເຮັດໃຫ້ຫົວເຂົ່າຂອງເຂົາອ່ອນລົງຈົນລຸງຕ້ອງໄດ້ໂຊມເຂົ້າບ່ອນນອນ.
ລຸງບັງຄັບໃຫ້ເຂົາຕ້ອງກິນເຂົ້າ ແລະຢາຕາມທີ່ໝໍສັ່ງ... ຮອດຕອນບ່າຍລຸງຈຶ່ງໄປການ ແຕ່ກໍບໍ່ລືມສັ່ງໃຫ້ຜູ້ເປັນເມຍເຂົ້າໄປເບິ່ງຫຼານແທນແດ່... ແຕ່ເພິ່ນຜູ້ນີ້ກໍເຮັດຫູໜວກກິນຟານ ທັງໆທີ່ກາຍຍາມແຂກຄົນມາກິນເຝີແລ້ວ.
ອາການໄຂ້ຮູ້ສຶກວ່າສວ່າງໄປແດ່ແລ້ວ. ຄວາມກົດດັນຂອງສະພາບໃນຄອບຄົວຂອງລຸງ ປະກອບໃສ່ສະພາບການຮຽນ ແລະຄວາມຄິດຮອດບ້ານຢ່າງແຮງ... ແອວຽງຕັດສິນໃຈຫຼອຍອອກໄປທາງຫຼັງເຮືອນທັງໆທີ່ສາຍຝົນຍາມເດືອນສິບທັ່ງເທລົງມາປານຖັງນໍ້າແຕກ...
ລຸງກັບມາເຮືອນກ່ອນໂມງເລີກການ ຍ້ອນຄວາມເປັນຫ່ວງຫຼານ, ແຕ່ເມື່ອເຂົ້າໄປໃນຫ້ອງ ເຫັນແຕ່ບ່ອນເປົ່າ ຊອກທົ່ວເຮືອນກໍບໍ່ເຫັນ. ຖາມໃຜ ກໍບໍ່ມີໃຜຮູ້. ສ່ວນເມຍຂອງລຸງນັ້ນກໍເຮັດຄືທອງບໍ່ຮູ້ຮ້ອນ... ລຸງຟ້າວໂທລະສັບໄປຫາກອງຫຼອນແລະຕຳຫຼວດບ້ານໃຫ້ຕິດຕາມຊອກຫາຊ່ອຍ...
ເຄິ່ງຊົ່ວໂມງຕໍ່ມາ ກອງຫຼອນປະຈໍາບ້ານສອງຄົນກໍໄດ້ນໍາເອົາໂຕຂອງແອວຽງທີ່ອ່ອນແອ້ກແລກເຂົ້າມາໃນຮ້ານເຝີ... ລຸງຟ້າວໂຊມເອົາຮ່າງຫຼານທີ່ຮ້ອນປານໄຟເຂົ້າໄປຍັງບ່ອນ, ປ່ຽນເສື້ອຜ້າໃຫ້ໃໝ່... ເອົາຖົງນໍ້າເຢັນມາໂພະໃສ່ໜ້າຜາກ... ແອວຽງສັ່ນໜາວຢູ່ທົດໆ ຈົນລຸງຕ້ອງໄດ້ເອົາຖົງນໍ້າເຢັນອອກ ແລ້ວເອົາຜ້າຫົ່ມມາຄຸມໃຫ້ຜູ້ເປັນຫຼານແທນ. ສຽງເຫຼີໃຫຼອອກຈາກປາກຂອງແອວຽງພ້ອມກັບອາການດິ້ນດ່າວ ເຮັດໃຫ້ລຸງຜູ້ງົມຢູ່ທາງຂ້າງເຖິງກັບນໍ້າຕາຫຼໍ່ໜ່ວຍ...
“ແມ່! ແມ່ຢ່າຕີລູກ! ລູກຊິບໍ່ດື້ອີກແລ້ວ! ລູກຊິຟັງຄວາມແມ່!”

ເຫັນວ່າອາການຂອງຫຼານບໍ່ເປັນທີ່ໄວ້ໃຈເສຍແລ້ວ ລຸງຈຶ່ງຟ້າວຫອບເອົາຫຼານຂຶ້ນລົດກົງໄປຍັງໂຮງໝໍມະໂຫສົດ ພ້ອມທັງສົ່ງຂ່າວໄປຫາຜູ້ເປັນນ້ອງສາວຢູ່ບ້ານພ້າວນໍາໄທບ້ານທີ່ມາຂາຍເຄື່ອງຢູ່ຕະຫຼາດຂົວດິນ...
ຫຼັງຈາກທ່ານໝໍໃຫຍ່ກວດເບິ່ງອາການຄັກແນ່ແລ້ວ ຈຶ່ງລົງມະຕິພະຍາດວ່າເປັນພະຍາດໄຂ້ເລືອດອອກ ຕ້ອງໄດ້ພັກປິ່ນປົວຢູ່ໂຮງໝໍ ເພື່ອໃຫ້ທ່ານໝໍຕິດຕາມອາການ...
ມື້ຕໍ່ມາ ຂະນະທີ່ລຸງພວມສົນທະນາກັບທ່ານໝໍໃຫຍ່ຢູ່ນັ້ນ ແມ່ຂອງແອວຽງກໍເຂົ້າມາໃນຫ້ອງ ແລ່ນຫຼູບໃສ່ລູກຊາຍກົກທີ່ພວມນອນໄຮ້ສະຕິຢູ່ເທິງຕຽງຊຶ່ງມີຖົງນໍ້າເກືອຫ້ອຍຢູ່ທາງຂ້າງ.
“ໂອ້ຍ! ລູກຮັກຂອງແມ່ເອີຍ! ແມ່ບໍ່ຄວນປ່ອຍໃຫ້ລູກມາເຈັບມາເປັນຄືແນວນີ້ເລີຍ!” ແມ່ທັງເວົ້າທັງໄຫ້ປານໃຈຊິຂາດ... ສ່ວນຫູຂອງແມ່ກໍໄດ້ຍິນສຽງໃຫຼຄາງອອກຈາກປາກຜູ້ເປັນລູກວ່າ:
“ແມ່ເອີຍ! ລູກຢາກເມືອບ້ານ!”

ເລົ່າມາຮອດນີ້ ລຸງອ່ອນສີກໍຖອນຫາຍໃຈເຮືືອກບາດໜຶ່ງ ແລ້ວກ່າວຂຶ້ນວ່າ:
"ຄັນແມ່ນລຸງຕັດສິນໃຈບໍ່ເມືອບ້ານ ແລະອົດທົນຮ່ຳຮຽນຢູ່ວຽງຕໍ່, ບາງທີລຸງກໍຄືຊິບໍ່ຕ້ອງອອກແຮງງານໜັກຄືຊູ່ມື້ນີ້." ລຸງຢຸດເວົ້າຄາວໜຶ່ງ ພ້ອມທັງຍົກເອົາຈອກນ້ຳເຢັນຂຶ້ນດື່ມ ແລະເວົ້າຕໍ່ວ່າ:
"ພວກຫຼານຖືວ່າໂຊກດີທີ່ເກີດມາພຽບພ້ອມໄປທຸກຢ່າງ, ຂໍໃຫ້ຕັ້ງໃຈຮຽນໃຫ້ສູງໆເດີ. ຄັນບໍ່ຊັ້ນກໍຈະຕົກຢູ່ໃນສະພາບຄືລຸງນີ້ລະ!" ເວົ້າສຸດ ລາວກົ້ມຕິດຈັກຕັດຫຍ້າ ແລ້ວຍົກຂຶ້ນພາຍໃສ່ບ່າ ສືບຕໍ່ຕັດຫຍ້າທີ່ເຫຼືອໜ້ອຍໜຶ່ງຢູ່ທາງແຈໃກ້ກັບສຸມກ້ວຍ...

ວັດຈະນານຸກົມຫົວໃໝ່



ໂດຍ ອ. ແສງຟ້າ ໂຫລານຸພາບ
ខែ កក្កដា​ 24, 2014 ម៉ោង 8:02ល្ងាច​
ອ້າຍສີພະນັກງານສຶກສາຜູ້ຮັກພາສາລາວເປັນຊີວິດຈິດໃຈ ໄດ້ເລົ່າເລື່ອງທີ່ລາວໄດ້ວັດຈະນານຸກົມເຫຼັ້ມໃໝ່ເມື່ອ 6 ປີກ່ອນ ດັ່ງລາຍລະອຽດຕໍ່ໄປນີ້:

ຫຼັງ­ຈາກ­ພິມ­ບົດ­ລາຍ­ງານປະ­ຈໍາອາ­ທິດ­ສົ່ງໃຫ້­ຫົວໜ້າແລ້ວໆ­ ກໍຍົກໂມງ­ຢູ່­ຄໍ່ແຂນ­ຂຶ້ນເບິ່ງ. ໂອ້! ຄືມາ­ຮອດ­ສີ່ໂມງເຄິ່ງໄວແທ້! ຟ້າວມ້ຽນເອກະ­ສານຕ່າງໆ­ທີ່ຊະ­ຢູ່ໜ້າໂຕະ­ເຂົ້າໃນແຟ້ມ ແລ້ວຍັດເຂົ້າ­ຕູ້ຂ້າງ­ຝາ­ຢ່າງເປັນລະ­ບຽບ­ດັ່ງເກົ່າ. ຈັບເອົາ­ປຶ້ມ­ສອງ­ຫົວ ແລະ­ຮ່າງ­ບົດ­ປາໄສຂອງ­ຫົວໜ້າ­ທີ່­ຍັງເຮັດ­ບໍ່ແລ້ວຍັດໃສ່ກະ­ເປົາ­ພາຍພ້ອມດ້ວຍ­ຄອມ­ພິວເຕີມືຖື ຫິ້ວຍ່າງ­ອອກ­ຈາກຫ້ອງເຮັດ­ວຽກ. ບໍ່­ລືມ­ທີ່ຈະ­ສົ່ງກະ­ແຈໃຫ້­ນາງເລຂາ­ທີ່­ຢູ່ຫ້ອງ­ຖັດໄປ. ພໍແຕ່­ຍື່ນກະ­ແຈໃຫ້ ສາວເລຂາ­ຕາ­ຄົມ­ຂໍາກໍຈັບເອົາ­ປຶ້ມ­ຫົວໃຫຍ່­ທັງ­ໜານໍາອີກ­ມາໃຫ້ເບິ່ງ ພ້ອມ­ທັງເອື້ອນເອີ່ຍ­ສຽງໃສໆ­ອອກ­ມາວ່າ:

“ບໍ່­ຢາກເປັນເຈົ້າ­ຂອງ­ວັດຈະ­ນານຸກົມ­ຫົວໃໝ່ແດ່ຫວາ, ອ້າຍ­ສີ?”

ພຽງແຕ່ເຫັນ­ຮູບຮ່າງໜ້າ­ປົກ­ປຶ້ມແລ້ວ ຫົວໃຈກໍຮູ້­ສຶກເຕັ້ນ­ຕຶກໆ­ ຟ້າວເອື້ອມ­ມືໄປຈັບ­ຂຶ້ນ­ມາເຍີງເບິ່ງ. ໂອ້! ວັດຈະ­ນານຸກົມ­ພາ­ສາ­ລາວ (ສະ­ບັບ­ປັບ­ປຸງໃໝ່) ຄົ້ນ­ຄວ້າແລະ­ຮຽບ­ຮຽງໂດຍ ດຣ. ທອງ­ຄໍາ ອ່ອນມະ­ນີສອນ ຈັດ­ພິມໂດຍ ຫໍສະ­ໝຸດແຫ່ງ­ຊາດ ປີ 2008.

ເປີດໄປອ່ານ­ຄໍານໍາ­ພິມ­ຄັ້ງ­ທີສອງ (ສະ­ບັບ­ປັບ­ປຸງໃໝ່) ແບບໄວວາ ຈຶ່ງ­ຮູ້ວ່າ­ຜູ້­ຮຽບ­ຮຽງໄດ້ເຮັດ 4 ໜ້າວຽກໃຫຍ່ໃນ­ການ­ປັບ­ປຸງ­ວັດຈະ­ນານຸກົມເຫຼັ້ມ­ນີ້:

1) ອ່ານ­ທົບ­ທວນ ກວດ­ກາ­ພິຈາ­ລະ­ນາ­ຄືນ­ທຸກ­ຄໍາ­ສັບ ເພື່ອໃຫ້­ຮູ້ແຈ້ງເຫັນ­ຄັກ ຄໍາ­ຜິດ­ຄໍາ­ຖືກຢ່າງ­ຊັດເຈນ.

2) ຈັດ­ສັນ­ຮຽງ­ລໍາດັບ­ສັບ­ຄືນໃໝ່ໃນ­ບາງບ່ອນ ບາງ­ຕອນ ທີ່ເຫັນວ່າບໍ່­ຖືກຕ້ອງ­ຕາມ­ຫຼັກ­ການ­ຮຽງ­ຄໍາ­ທີ່ໄດ້­ວາງໄວ້.

3) ໃຊ້­ຕົວ “ຣ” ຂຽນ­ຄໍາ­ສັບ­ທີ່­ຢືມ­ມາ­ຈາກ­ພາ­ສາ­ຕ່າງປະ­ເທດ ໂດຍສະ­ເພາະ­ຄໍາ­ທີ່ອອກ­ສຽງ “ຣ” (ຫັນ­ລິ້ນ) ຕົວຢ່າງ: ປາ­ຣີ, ຮົງ­ກາ­ຣີ, ມະ­ກະ­ໂຣນີ, ເອັກຊະ­ເຣ, ເຢຊູຄຣິດ ເປັນ­ຕົ້ນ; ໂດ­ຍ­ອີງໃສ່­ຫຼັກ­ການໃຊ້­ຕົວ “ຣ” ຂອງກະ­ຊວງ­ສຶກ­ສາ­ທິການໃນ­ປັດ­ຈຸບັນ.

4) ເພີ່ມ­ຕື່ມ­ຄໍາ­ສັບໃໝ່ເຂົ້າໃສ່­ຈໍານວນ 500 ຄໍາ ເຊິ່ງຈະ­ສ້າງໃຫ້­ວັດຈະ­ນານຸກົມ­ນີ້­ບັນ­ຈຸຄໍາ­ສັບໄດ້ປະ­ມານ 22.000 ຄໍາ.

ພໍອ່ານ­ສຸດ­ຮອດ­ນີ້ ຮິມ­ສົບ­ກໍເໜັງ­ຕີງ ລີ້ນ­ກໍສັ່ນ ລົມ­ປາກ­ກໍພຸ່ງ­ອອກ­ມາ­ຕາມ­ຄໍາ­ສັ່ງ­ຂອງ­ຈິດໃຈທີ່­ຢາກໄດ້ເປັນເຈົ້າ­ຂອງ:

“ລາ­ຄາເທົ່າໃດ?”

“ສອງແສນຫ້າ­ສິບ­ພັນ” ສາວເລຂາ­ຕອບ

ຂົນ­ໝາກ­ໜາວແຕກ ແຕ່ຍ້ອນ­ຄວາມ­ຢາກໄດ້­ຫຼາຍ­ກວ່າ ຈຶ່ງກ່າວອອກໄປຢ່າງ­ບໍ່ກະ­ດຽມ­ປາກວ່າ:

“ຂໍຕິດກ່ອນໄດ້­ບໍ? ບາດເງິນເດືອນ­ອອກ­ຈຶ່ງ­ຊິຈ່າຍ.”

“ໄດ້­ຢູ່ແລ້ວ ສໍາ­ລັບອ້າຍ­ສີ.” ທັງເວົ້າ­ທັງ­ຍິ້ມແບບ­ກັນເອງ.

ຄືນ­ມື້­ນັ້ນ ຫຼັງ­ຈາກ­ກິນເຂົ້າແລງແລ້ວ ວ່າ­ຊິເຮັດຮ່າງ­ບົດ­ປາໄສໃຫ້­ສໍາເລັດ ແຕ່ຕ້ອງ­ມານັ່ງເປີດ­ປຶ້ມ­ວັດຈະ­ນານຸກົມ­ຫົວໃໝ່ຊອກ­ຫາ­ຄໍາ­ສັບໃໝ່­ ທີ່­ຜູ້­ຮຽບ­ຮຽງເວົ້າວ່າໄດ້­ຕື່ມໃສ່ໃໝ່­ຕັ້ງ 500 ຄໍາ… ຊົ່ວຊິຊອກເຫັນ­ໝົດ­ກໍຈົນວ່າເດິກຍ້ອນ ຈຶ່ງ­ອັດ­ປຶ້ມມ້ຽນ ໂດຍ­ທີ່­ສາຍ­ຕາ­ທີ່­ອິດເມື່ອຍ­ນໍາ­ຄໍາ­ສັບຕ່າງໆ­ໃນ­ປຶ້ມ­ມາແລ້ວນັ້ນ ແນມ­ກວດໄປທົ່ວໜ້າ­ປົກ­ທີ່ອອກແບບໄດ້ຢ່າງ­ຈົບ­ງາມ. ແຕ່­ກໍມີສິ່ງສະ­ດຸດ­ຕາ­ຢູ່ບ່ອນ­ຄໍາວ່າ “ຄົ້ນ­ຄວ້າ” ທີ່­ພິມ­ຢູ່ເທິງ­ຊື່ຂອງ­ຜູ້­ຮຽບ­ຮຽງ­ນັ້ນ ວາງໄມ້ໂທຜິດບ່ອນເປັນ “ຄົ້ນຄ້­ວາ” ຫາກ­ພິມເປັນ ”ຄົ້ນ­ຄວ້າ” ໂດຍ­ທີ່ໄມ້ໂທຢູ່ເທິງໂຕຄວບ “ວ” ຄືນ­ມື້­ນັ້ນ ກໍຄົງ­ນອນ­ຫຼັບ­ຝັນ­ດີກວ່ານັ້ນ­ອີກ…

https://www.facebook.com/notes/sengfa-

ເລື່ອງຂອງຊາຍຄົນໜຶ່ງ


ໂດຍ ອ. ແສງຟ້າ ໂຫລານຸພາບ
ខែ កក្កដា​ 30, 2014 ម៉ោង 5:37ល្ងាច​
ເລື່ອງຂອງຊາຍຄົນໜຶ່ງເກີດຂຶ້ນມາໄດ້ຫຼາຍປີແລ້ວລະ! ລາຍລະອຽດຈະເປັນແນວໃດນັ້ນ ຂໍເຊີນຜູ້ມັກອ່ານກວາດສາຍຕາຕາມແຖວຕົວອັກສອນຂ້າງລຸ່ມນີ້ໄດ້ເລີຍ...

“ຍາມໃດ­ກໍມີແຕ່ລວມ­ກັບ­ລວມ, ໄປກັບໄປ. ບໍ່ເຫັນ­ຊິມີອັນໄດ້­ອັນ­ດີມາ­ສົມ­ທົບ­ການລ້ຽງ­ລູກຊ່ວຍຂ້ອຍ... ເບິ່ງຂ້ອຍເຮັດ­ວຽກ­ທັງເວັນ­ທັງ­ຄືນ­ບໍ່ເປັນ­ຫຼັບເປັນ­ຕື່ນ... ທັງ­ໝົດ­ນີ້ ຂ້ອຍເຮັດເພື່ອຄອບ­ຄົວໄດ໋! ແຕ່ເຈົ້າ­ຫັ້ນ­ຕີ໊! ຍາມໃດ­ກໍວ່າມີປະ­ຊຸມ, ຈັກໜ້ອຍ­ກໍໄປຕ່າງແຂວງ... ແບບ­ນີ້­ມັນ­ກິນ­ປຽບ­ກັນໂພດໄດ໋!!!” ສຽງແຈດໆ­ຂອງ­ຍິງໄວຂຶ້ນດ້ວຍເລກ­ສີ່­ຕົ້ນໆ­ດັງກ້ອງແກ້ວຫູຂອງ­ຜູ້­ທີ່­ຫາກໍກັບ­ມາແຕ່­ວຽກ…
ເຂົາເອົາກະ­ເປົ໋າເອກະ­ສານ­ວາງໄວ້ເທິງໂຕະ­ບ່ອນ­ທີ່ເຂົາມັກແກ້­ວຽກ­ຍາມຄ່ຳຄືນ ແລ້ວຍ່າງໄປຈັບເອົາ­ຈອກ­ບີບ­ນໍ້າ­ຈາກ­ຕູ້­ນໍ້າເຢັນ­ມາດື່ມ­ດັບກະ­ຫາຍ ພ້ອມ­ທັງໂຍບໂຕລົງ­ນັ່ງຂ້າງໆ­ຈັກຫຍິບເຄື່ອງ­ທີ່­ມີຜ້າແພກອງເຈ້ງເພ້ງ­ຢູ່… ເຂົາແນມເບິ່ງໜ້າ­ອັນເຄັ່ງ­ຕຶງ­ຂອງເຈົ້າ­ຂອງ­ສຽງດ້ວຍ­ຫົວໃຈອັນອ່ອນລະ­ໂຫຍໂຮຍແຮງ ແຕ່­ກໍແຝງໄວ້ເຊິ່ງ­ຄວາມ­ສົມເພດເວດທະ­ນາ­ຕໍ່­ອາການ­ຂອງ­ຂຶ້ນ­ຂອງ­ນາງ…

ສອງ­ສາມເດືອນ­ມານີ້ ອາ­ລົມຫງຸດຫງິດ­ມັກເກີດ­ຂຶ້ນ­ກັບ­ນາງ ເມື່ອເຂົາ­ຕ້ອງໄດ້ເດີນ­ທາງໄປຕ່າງແຂວງ ເພື່ອລົງເກັບ­ກໍາ­ຂໍ້­ມູນກ່ຽວກັບ­ວຽກ­ທີ່ເຂົາ­ຮັບ­ຜິດ­ຊອບໂດຍ­ກົງ­ຢູ່ຫ້ອງ­ການ… ເຂົາ­ຕ້ອງ­ລົງໄປເກືອບ­ທຸກແຂວງ­ທົ່ວປະ­ເທດເພື່ອເກັບ­ກໍາ­ຂໍ້­ມູນ… ເຂົາ­ພະ­ຍາຍາມອະ­ທິບາຍໃຫ້­ນາງ­ຟັງເຖິງໜ້າ­ທີ່­ທີ່ເຂົາ­ຮັບ­ຜິດ­ຊອບ, ທີ່ເຂົາໄປນັ້ນ ກໍເປັນ­ວຽກ­ທີ່­ສໍາ­ຄັນ­ທີ່­ທາງ­ຂັ້ນເທິງ­ມອບ­ໝາຍ ບໍ່ແມ່ນເຂົາ­ຮ່າວໄດ້ຮ່າວເຮັດໄປຕາມ­ລໍາ­ພັງໃຈ… ເຂົາອະ­ທິບາຍ­ຈົນ­ປາກເມືອກ ແຕ່­ນາງ­ກໍບໍ່ຍອມເຂົ້າໃຈ ຍິ່ງໄປກວ່ານັ້ນ ຍັງເວົ້າໃຫ້ເຂົາໄປໃນ­ທາງ­ບໍ່­ດີ… ທຸກ­ຄັ້ງ­ທີ່­ກັບ­ມາ ເຂົາຍັງ­ມີແນວຕິດໄມ້­ຕິດ­ມືມາ­ພ້ອມ ແລະ­ກໍມີເງິນ­ຈໍານວນ­ໜຶ່ງ­ທີ່ເຫຼືອຈາກ­ອັດ­ຕາ­ທີ່ເຂົາໄດ້­ຍື່ນໃຫ້­ນາງ… ທຸກ­ຄັ້ງ­ນາງຈະ­ ແນມເບິ່ງເງິນ­ທີ່ເຂົາຍື່ນໃຫ້ດ້ວຍໃບໜ້າອັນເບ້ເຍ້ພ້ອມ­ທັງກ່າວດ້ວຍ­ສຽງ­ສີສຽດໆ­ວ່າ:
“ເງິນ­ສໍ່ານີ້ ຂ້ອຍຫຍິບເຄື່ອງ­ມື້­ດຽວກໍໄດ້­ຫຼາຍ­ກວ່ານີ້!” ຄໍາເວົ້າ­ຂອງ­ນາງໄດ້­ສຽດແທງ­ຫົວໃຈ… ແຕ່ເຂົາກໍອົດ­ກັ້ນ­ບໍ່ຍອມປະ­ທະ­ຄາ­ລົມ ມີແຕ່ເອົານ້ຳເຢັນ­ລູບ­ໝາກ­ຫົວໃຈທີ່­ຟົດ­ຟີ່ໆ­ບໍ່ໃຫ້­ຟົ້ງກະ­ເດັນ­ອອກ­ມານອກ… ເທື່ອນີ້ເປັນເທື່ອທີ່ເທົ່າໃດແລ້ວ ທີ່ເຂົາ­ຕ້ອງເຮັດໃຈດີສູ້ເສືອ… ຄວາມ­ອົດ­ກັ້ນ­ກໍມີຂອບເຂດ ເມື່ອມັນ­ກາຍເຖືອດແລ້ວ ຄວາມ­ຢາກຮ້າຍ­ທີ່ຮ້ອນ­ວູ່ໆ­ກໍເຟືອດ­ອອກ­ມາເປັນ­ຂອງ­ທໍາມະ­ດາ…
“ທຸກ­ສິ່ງ­ທຸກຢ່າງ ­ທີ່ຂ້ອຍເຮັດໄປນີ້­ກໍເພື່ອບ້ານເພື່ອເມືອງ ເພື່ອຄອບເພື່ອຄົວ ເພື່ອເຈົ້າແລະ­ລູກໆ­… ທີ່ຂ້ອຍຕ້ອງ­ອອກເຮືອນໄປດຸໆ­ນີ້ ກໍແມ່ນໜ້າ­ທີ່­ທີ່­ຂັ້ນເທິງ­ມອບ­ໝາຍ… ເຖິງເງິນລ້ຳ­ຄ້ຳເດືອນຈະ­ບໍ່­ທໍ່­ກັບ­ລາຍໄດ້ແຕ່ລະ­ວັນ­ທີ່ເຈົ້າ­ຫາມາໄດ້ ແຕ່­ມັນ­ກໍໄດ້­ມາ­ຢ່າງ­ບໍລິສຸດ ຊຶ່ງຂ້ອຍ­ບໍ່ໄດ້ໄປຄົດໂກງເອົາກັບ­ຜູ້ໃດ…” ເຂົາກ່າວດ້ວຍໃບໜ້າ­ຂ້ອນຂ້າງແດງ ຖ້າ­ສັງເກດ­ຄັກໆ­ກໍຈະ­ເຫັນ­ສົບ­ຂອງເຂົາ­ຕິງຫຍິກໆ­ຕອນ­ທີ່ເວົ້າ­ສຸດ…
“ຍ້ອນເຮັດຈັ່ງຊີ້­ນີ້ລະ­ ເຈົ້າ­ຈຶ່ງໄດ້­ຂີ່­ລົດ­ອີ່ເຕົາໄປການ!” ສຽງ­ນາງ­ສອດ­ຂຶ້ນ­ທັນໃດດ້ວຍໃບໜ້າເຄັ່ງ­ມຶ້ງ­ຕຶ້ງ...
ໄດ້­ຍິນເມຍເວົ້າແນວນັ້ນ ເຂົາກໍອ່ອນໂຍບ­ລົງ ເມັ້ມ­ຮິມ­ສົບໄວ້ແໜ້ນ, ລຸກ­ຈາກ­ຕັ່ງເຂົ້າໄປຫ້ອງນ້ຳເພື່ອທຸເລົາ­ຄວາມຮ້ອນ­ທາງ­ກາຍແລະ­ທາງໃຈໄປພ້ອມໆ­ກັນ… ອາບນ້ຳແລ້ວ ກໍຂຶ້ນໄປປ່ຽນເຄື່ອງ­ຢູ່ຫ້ອງ­ນອນ… ບໍ່­ລືມໄປເປີດເບິ່ງຫ້ອງ­ນອນ­ຂອງ­ລູກ… ລູກ­ຊາຍ­ທັງ­ສາມ­ນອນ­ລຽນ­ກັນຊ້າຍລ້າຍ­ຫຼັບໄປດ້ວຍ­ຄວາມ­ສຸຂາ­ລົມ… ຍ່າງເຂົ້າມາ­ຫ້ອງ­ນອນ­ຕົນເອງ ເຫັນ­ຊອງ­ຈົດ­ໝາຍ­ວາງໄວ້ເທິງ­ຫົວບ່ອນ­ນອນ ຈຶ່ງ­ຍື້­ມືໄປຈັບເອົາ­ຂຶ້ນ­ມາເບິ່ງ… ຈົດ­ໝາຍ­ຈາກ­ອາເມ­ລິກາ ຈ່າ­ໜ້າ­ຊອງເຖິງເຂົາ… ຈົດ­ໝາຍ­ຂອງເອື້ອຍ­ຜູ້­ທີ່ໄປຢູ່­ອາເມ­ລິກາກ່ອນ­ການ­ປົດປ່ອຍ­ພຸ້ນ… ເນື້ອໃນ­ທຸກຢ່າງ­ຄົງ­ຖືກ­ນາງ­ຄູ່­ຊີວິດແລບເລຍເຂົ້າ­ຫົວໄປກ່ອນແລ້ວ… ຢ່າເທາະ­! ນາງ­ຈົ່ງໄວ້ໃຫ້ອ່ານ­ກໍຖືວ່າບຸນເຫຼືອຫົວແລ້ວ!

ໃນ­ຈົດ­ໝາຍເອື້ອຍ­ບອກວ່າໄດ້­ຝາກເຊັກເງິນ­ມາໃຫ້ 200 ໂດ­ລາ ແລະ­ທີ່­ສໍາ­ຄັນເອື້ອຍໄດ້ບອກວ່າ­ຫາກເຂົາ­ຢາກປ່ຽນ­ບັນ­ຍາກາດ ເອື້ອຍ­ກໍຍິນ­ດີທີ່ຈະ­ເຮັດປະ­ກັນ ແລະ­ຝາກ­ປີ້­ຍົນ­ມາໃຫ້ ເພາະ­ໃນໄລຍະ­ນີ້­ການໄປມາ­ຫາສູ່­ກັນລະ­ຫວ່າງ­ພີ່ນ້ອງຮ່ວມ­ສາຍເລືອດລະ­ຫວ່າງ­ລາວກັບ­ອາເມ­ລິກາງ່າຍ­ປານໄປທ່ຽວວັງ­ວຽງເອົາໂລດ… ຖ້າເປັນໄປໄດ້ ເອື້ອຍ­ກໍຢາກໃຫ້ເຂົາ­ລາ­ພັກ­ການ­ສີຍາວໆ­ແດ່ ອາດຈະ­ເປັນ­ຫົກເດືອນ ຫຼືໜຶ່ງ­ປີກໍຍິ່ງ­ດີ ເພາະ­ຈະ­ໄດ້ຊອກ­ຫາ­ລາຍໄດ້ເພີ່ມ­ຢູ່­ພຸ້ນ… ອ່ານ­ມາ­ຮອດ­ນີ້ ເຂົາກໍສົ່ງ­ສຽງ­ຫົວຮຶໆ­ອອກ­ມາແບບ­ບໍ່­ມີຂຸ່ຍ­ມີແຄນ… ເຂົາ­ຕ້ອງ­ຢຸດຊະ­ງັກ­ສຽງ­ຫົວ ເມື່ອສຽງ­ນາງ­ດັງ­ຢູ່­ປາກປະ­ຕູຫ້ອງ­ນອນ...
“ແມ່ນເຈົ້າ­ຫົວຫຍັງເກ໊າະ­?”
“ຢາກ­ຫົວທີ່ຂ້ອຍ­ຊິໄດ້ໄປອາເມ­ລິກາ.”
“ກະ­ດີລະ­ຕິ ຊິໄດ້ເອົາເງິນໂດ­ລາມາໃຫ້ຂ້ອຍໄດ້ຈ່າຍ ຂ້ອຍ­ຈຶ່ງ­ຊິບໍ່ໄດ້ເມື່ອຍ­ນໍາການຫຍິບເຄື່ອງ.”
“ເຈົ້າ­ຄິດວ່າ­ຂ້ອຍ­ຊິໄປຊັ້ນເບ໊າະ­? ວຽກຂ້ອຍ­ຍັງແກ້­ບໍ່­ທັນແລ້ວ!” ເຂົາກ່າວອອກ­ມາເມື່ອຊວາດ­ຄຶດເຖິງ­ວຽກ­ທີ່ເຂົາ­ຮັບ­ຜິດ­ຊອບ.
“ເຈົ້າມັນ­ກໍເມົານໍາແຕ່­ວຽກບ້ານວຽກເມືອງ­ຫັ້ນລະ­ເນາະ­! ບາດແນວຊິໄດ້­ຊິດີ ກໍບໍ່ເອົາໃຈໃສ່! ເບິ່ງແມ່­ນາງ­ກີ້ບ້ານເໜືອຫັ້ນ ໄປບໍ່ຮອດ­ປີກັບ­ມາ ປຸກເຮືອນໄດ້­ຫຼັງ­ບັກໃຫຍ່!” ນາງ­ທັງເວົ້າ­ທັງເຮັດແສງ­ຕາວາວປານແມວເຫັນ­ໜູເອົາໂລດ!
“ອັນ­ນັ້ນແມ່ນແມ່­ນາງກີ້, ອັນ­ນີ້ແມ່ນ­ພໍ່ທ້າວໂຕ້ ມັນຕ່າງ­ກັນເດ ເຈົ້າເອີຍ!” ເຂົາເວົ້າ­ພ້ອມ­ທັງເອົາ­ຈົດ­ໝາຍ­ຍັດເຂົ້າ­ຊອງ­ຕາມເດີມ. “ເຈົ້າອ່ານແລ້ວຕວ່າ!”
“ອ່ານແຕ່ຕອນໄດ້­ມາ­ທໍາອິດ­ພຸ້ນແຫຼະ­ ແລະ­ເຊັກ­ສອງຮ້ອຍ­ດອນ­ນັ້ນຂ້ອຍ­ກໍເອົາໄປແຕກ­ຮຽບຮ້ອຍແລ້ວ!”
“ປານ­ນັ້ນ… ຂ້ອຍ­ກັບ­ມາແຕ່­ວຽກແທນ­ທີ່ຈະ­ໄດ້­ຍິນ­ສຽງມ່ວນໆ­ກັບໄດ້­ຍິນແຕ່­ສຽງແຈດ­ຫູ ຈົນຂ້ອຍ­ພໍຢາກ­ບິນ­ໜີ…” ເຂົາ­ຕໍແຍ.
“ກະ­ບິນໄປອາເມ­ລິກາຊັ້ນ­ຕວ່າ! ເອື້ອຍ­ສີຊິປະ­ກັນເອົາ ພ້ອມ­ທັງ­ຊື້­ປີ້­ຍົນໃຫ້ພ້ອມ ແມ່ນຂ້ອຍໄວບໍ່ຄ້ານແລ້ວ!” ນາງເວົ້າ­ສຸດ ກໍເອົາມືຈັບ­ມືເຂົາມາແມະ­ໃສ່ແກ້ມ­ປານ­ສາວນ້ອຍເອາະ­ເຊາະ­ແມ່…
“ຢ່າ­ປຸກ­ປັ່ນໃຫ້ຂ້ອຍເສຍແນວຄິດນ່າ!”
“ມັນ­ບໍ່­ຄືຊາວປີກ່ອນເດີ! ດຽວນີ້ ຫາກໃຜໄດ້ໄປອາເມລິກອກອາເມລິກາ ກໍຖືວ່າໂກ້ເກ້­ບໍ່ແມ່ນ­ຂອງຄ່ອຍໄດ໋!”
“ຂ້ອຍ­ບໍ່­ຢາກຂາດ­ການ­ຕັ້ງເປັນເດືອນເປັນ­ປີ. ຈັກໜ້ອຍ­ຂາດ­ດົນ­ຫຼາຍ ເພິ່ນ­ກໍວ່າເຮົາ­ປະ­ລະ­ໜ້າ­ທີ່ ແລະ­ກໍລຶບ­ຊື່ອອກ­ຈາກ­ບັນ­ຊີພະນັກງານຊັ້ນຕວ່າ!” ເຂົາ­ຕໍ່ວ່າ.
“ບໍ່ດອກ! ຫາກເຮົາ­ຄອບ­ລາ­ຄັກແນ່ ເພິ່ນ­ກໍອະ­ນຸມັດໃຫ້ໄປ. ເບິ່ງແຕ່ອ້າຍ­ຄໍາມານັ້ນເດ ໄປຕັ້ງເປັນ­ປີກັບ­ມາ ເພິ່ນ­ກໍຍັງໃຫ້­ສືບ­ຕໍ່ເຮັດ­ວຽກເກົ່າ­ຂອງ­ລາວ…”
“ແຕ່…”
“ບໍ່­ມີແຕ່ດອກ! ມື້­ອື່ນໃຫ້­ຮີບແລ່ນ­ໜັງ­ສືສາ!” ນາງສະ­ຫຼຸບໃຫ້ ເຂົາໄດ້ແຕ່ເຮັດ­ຕາ­ລອຍ­ປານ­ກັບ­ຝັນເອົາ­ຊື່ໆ­!

https://www.facebook.com/sengfa.hola/notes

Saturday, 22 March 2014

ເງິນ ຫຼື ຈັນຍາບັນ

ເງິນ ຫຼື ຈັນຍາບັນ

March 22, 2014 at 10:12am

ເງິນເປັນປັດໄຈສຳຄັນໃນການດຳລົງຊີວິດຂອງທຸກໆຄົນໃນສັງຄົມ. ຖ້າເຮົາໄດ້ມັນມາໂດຍຖືກຕ້ອງຊອບທຳ ກໍຖືວ່າເຮົາມີຈັນຍາບັນໃນການປະກອບອາຊີບ, ແຕ່ກົງກັນຂ້າມຖ້າເຮົາໄດ້ມັນມາໂດຍບໍ່ຖືກຕ້ອງ ເຮົາກໍກາຍເປັນຄົນທີ່ຂາດຈັນຍາບັນ... ເລື່ອງສັ້ນທີ່ທ່ານຈະອ່ານຕໍ່ໄປນີ້ ເປັນເລື່ອງສັ້ນໆທີ່່ສ່ອງແສງເຖິງສະພາບການຕໍ່ສູ້ແນວຄິດຂອງພະນັກງານທີ່ຈະເອົາຫຍັງລະຫວ່າງ "ເງິນ ຫຼື ຈັນຍາບັນ"...

“ຈັ່ງແມ່ນເຈົ້າເຫງີກຫງາກເອົາແທ້ເອົາວ່າ, ເປັນຫົວໜ້າໝູ່ແທ້ໆ ຍັງເອົາລົດຄັນເກົ່າໆມາຂີ່!”ສຽງແຈດໆຂອງບົວສີສອດເຂົ້າຫູທ້າວຄຳຕາຜູ້ນັ່ງເຮັດແສງຕາຕົກຕໍ່າປາກເມັ້ມແໜ້ນຢູ່ທາງຂ້າງ.     
 “ທ້າວສີກາ ລູກຕາໝັ້ນຫັ້ນນ່າ ຫາກໍເຂົ້າເຮັດການຢູ່ດ່ານຊາຍແດນບໍ່ພໍປີ ມັນກໍຍັງມີລົດວີໂກ້ຂີ່ອວດໄທບ້ານໄທເມືອງ. ເຈົ້າເຮັດວຽກພາສີເປັນຕັ້ງຫຼາຍປີ ກໍຍັງເອົາລົດເກົ່າໆໂຊມໆຂອງຫ້ອງການມາຂີ່.”
      ເທື່ອນີ້ກໍເປັນອີກເທື່ອໜຶ່ງທີ່ຄໍາຕາຖືກເມຍເວົ້າໃສ່ຈົນອອກຮ້ອນຫູ ພາຍຫຼັງທີ່ນໍາເອົາລົດກະບະລຸ້ນຊຸມປີ 90ມາເຮືອນ. ເທື່ອກ່ອນນັ້ນແຮ່ງກະເຕັກກວ່ານີ້ ຍ້ອນຂີ່ແຕ່ລົດຈັກປະຈຳຕຳແໜ່ງຄັນເກົ່າໝາງມາເຮືອນ. ເຂົາໄດ້ແຕ່ອົດກັ້ນ ເພື່ອບໍ່ໃຫ້ອຸດົມການທີ່ເຂົາໄດ້ປະຕິຍານຕໍ່ໜ້າການຈັດຕັ້ງຕ້ອງມາພັງທະລາຍ ຍ້ອນຄວາມຂີ້ຕັກມັກໄດ້ຂອງຜູ້ເປັນເມຍ...
      “ເຈົ້າກະຢ່າສູ່ໂພດຫຼາຍ! ເຮົາໄດ້ຂີ່ລົດຈັກທີ່ທາງການຈັດຕັ້ງມອບໝາຍໃຫ້ ພ້ອມດ້ວຍນໍ້າມັນແຕ່ລະເດືອນ ມັນກໍເຮັດໃຫ້ການໄປລ້າມາການຂອງຂ້ອຍສະດວກກວ່າຊິຂີ່ລົດຖີບອີ່ຮ້າງໄປການຕວ່າ.”
      “ເຈົ້າບໍ່ອາຍໄທບ້ານໄທເມືອງເຂົາຫວາ! ເບິ່ງຜູ້ໃດກໍຂີ່ລົດໃຫຍ່ລົດເກ໋ງ. ມີແຕ່ເຈົ້ານີ້ແຫຼ້ວ ພະນັກງານພາສີຂີ່ລົດຈັກອີ່ຮ້າງ ຈົນຂ້ອຍບໍ່ກ້າຊິຊ້ອນໄປນໍາ” ສຽງນາງເມຍດັງສອດເຂົ້າເຖິງຫົວໃຈ ຈົນເຂົາຮູ້ສຶກວ່າຕົນມີປົມດ້ອຍ ແຕ່ສຽງປະຕິຍານທີ່ເຂົາເຄີຍວ່າໄວ້ກ່ອນທີ່ຈະເຂົ້າຮັບໜ້າທີ່ເປັນພະນັກງານພາສີກໍດັງເຂົ້າມາແຊກ ເຮັດໃຫ້ເຂົາສາມາດຍືດເອິກຂຶ້ນສູ້ໜ້າເມຍໄດ້...
      “ຂ້ອຍບໍ່ເຄີຍຊິອາຍໃຜ, ຂ້ອຍເຮັດວຽກຕາມໜ້າທີ່ ແລະກໍປະຕິບັດຕາມລະບຽບການທຸກຢ່າງ. ຂ້ອຍຮູ້ສຶກພູມໃຈຊໍ້າທີ່ຂ້ອຍສາມາດຢືນຢູ່ໃນຈຸດນີ້ໄດ້.”     
 “ເອີ! ກະລອງເບິ່ງ!” ຜູ້ເປັນເມຍທັງເວົ້າທັງເບະສົບໃສ່ ແລ້ວຮື້ເສື້ອເອົານົມໃຫ້ລູກນ້ອຍກິນ...
      ເອົາລົດກະບະຄັນເກົ່າທີ່ການຈັດຕັ້ງມອບໝາຍໃຫ້ໄປມ້ຽນໄວ້ຢູ່ກ້ອງຮົ່ມໝາກລຳໄຍຂ້າງເຮືອ ພ້ອມກັບເອົາແພເກົ່າໆຈຸບນໍ້າມາເຊັດຂີ້ຝຸ່ນທີ່ຕິດຢູ່ຕາມຕົວລົດອອກ... ເຖິງຮ່າງນອກມັນຈະບໍ່ໃໝ່ຄືກັບລົດຂອງທ້າວສີກາ ແຕ່ຈັກຂອງມັນຍັງດີຢູ່ ຫາກຄ່ອຍຂັບຄ່ອຍພຽນເອົາມັນກໍດີກວ່າຂັບລົດຈັກຄັນເກົ່າທີ່ເຂົາສົ່ງຄືນໃຫ້ຫ້ອງການ. ໄດ້ຍິນວ່າເພິ່ນມອບໃຫ້ທ້າວຄຳພະນັກງານຜູ້ມາໃໝ່ໄປໃຊ້ວ່າຊັ້ນ…
      ຄາບເຂົ້າແລງມື້ນີ້ ດໍາເນີນໄປດ້ວຍບັນຍາກາດບໍ່ເບີກບານປານໃດ, ບົວສີເຮັດໜ້າບູດຈູ່ລູ່ ປ້ອນເຂົ້າລູກດ້ວຍທ່າທີ່ກະຮຶດກະຮັດ... ແຕ່ເຂົາກໍພະຍາຍາມຊອກຫາແນວເຮັດໃຫ້ໃບໜ້າອັນເຄັ່ງຕຶງນັ້ນຜ່ອນຄາຍ ໂດຍຕັກແນວກິນໃສ່ຈານນ້ອຍຍື່ນໃຫ້ເມຍ, ບໍ່ໄດ້ຜົນຕາມທີ່ເຂົາຄິດ... ຈຶ່ງປ່ອຍໃຫ້ເວລາເປັນຜູ້ຕັດສິນ...
      ອາບນໍ້າແລ້ວ ກໍເອົາເອກະສານທີ່ຍັງຄ້າງມາກວດ, ພາຍຫຼັງແກ້ສຳເລັດແລ້ວ ກໍກຽມຕົວເຂົ້ານອນ. ໄຟໃນຫ້ອງຍັງແຈ້ງຢູ່, ບົວສີ ແລະລູກນ້ອຍນອນຫຼັບຢູ່ໃນມຸ້ງໄປດົນແລ້ວ... ກ່ອນຈະປິດສະວິກໄຟ ເຂົາແນມເບິ່ງເມຍດ້ວຍຄວາມສົງສານ...        “ຫາກເຮົາເຮັດຄືບັກສີກາປານນີ້...” ເຂົາຄິດພຽງແຕ່ເທົ່ານັ້ນ ບໍ່ຢາກຄິດຕື່ມອີກ ຢ້ານວ່າສິ່ງທີ່ຕົນເຄີຍລັ່ນວາຈາໄວ້ຈະເປັນພຽງລົມປາກຂອງນັກສວຍໂອກາດ...     
ພໍແຕ່ຫົວແຕະໝອນ ສຽງກົນສອດໆກໍດັງປະສານກັບຄວາມງຽບ... ແຕ່ເຂົາກໍຕ້ອງຕື່ນສະເດີດໃນກາງເດິກ ເພາະສຽງບົວສີດັງກະທົບປະສາດຫູຢ່າງແຮງ ພ້ອມທັງແຮງສັ່ນແຂນຈາກມືຂອງນາງ...
      “ອ້າຍຕາ, ລຸກໆ ລູກເປັນຊັກ...” ສຽງຂອງນາງທັງສັ່ນທັງເຊັນ ເຮັດໃຫ້ເຂົາລຸກພະວື້ພະວ້າຂຶ້ນ ມຸດອອກຈາກມຸ້ງໄປເປີດສະວິກໄຟ... ຟ້າວເອົານໍ້າຢູ່ກະຕຸກເຫຍັ້ນໃສ່ແພເຊັດໜ້າໄປໂປະໃສ່ຮ່າງຂອງລູກນ້ອຍ,ອາການຊັກຄ່ອຍທຸເລົາ...
      “ບໍ່ໄດ້ດອກ, ຟ້າວເອົາລູກໄປໂຮງໝໍໄວໆ.” ບົວສີທັງເວົ້າທັງອຸ້ມເອົາລູກທີ່ຍັງກະຕຸກເປັນບາງຄັ້ງ.ຄໍາຕາບໍ່ລໍຊ້າ ຕັດສິນໃຈຢ່າງໄວພະລັນ ຈັບເອົາກະແຈລົດ ແລ່ນໄປທີ່ກ້ອງກົກລໍາໄຍບ່ອນລົດຈອດຢູ່... ແລ້ວທັງສາມຊີວິດກໍມຸ່ງສູ່ໂຮງໝໍທີ່ໃກ້ທີ່ສຸດ...      
ການຕ້ອນຮັບຄົນເຈັບຢູ່ຫ້ອງສຸກເສີນດໍາເນີນໄປຢ່າງສາລະວົນ ເຂົາຈົກເອົາບັດປະກັນສຸຂະພາບອອກໃຫ້ແພດເບິ່ງ... ເມື່ອເຫັນດັ່ງນັ້ນ ແພດສອງຄົນທີ່ປະຈຳຢູ່ຫ້ອງກໍແບ່ງປັນໜ້າທີ່ ຜູ້ໜຶ່ງທັງກວດທັງຖາມອາການຂອງຄົນເຈັບຈາກຜູ້ເປັນພໍ່ແມ່... ມີແຕ່ບົວສີເປັນຜູ້ເລົ່າອາການເຈັບຂອງລູກ ສ່ວນຄຳຕາໄດ້ແຕ່ແນມເບິ່ງລູກທີ່ນອນຫຼັບຕາດ້ວຍຄວາມເປັນຫ່ວງ...     
ເມື່ອກວດອາການຮຽບຮ້ອຍແລ້ວ ຄົນເຈັບໄວເຍົາກໍຖືກນໍາເຂົ້າຫ້ອງໄອຊີຍູຢ່າງປັດຈຸບັນທັນດ່ວນ... ນໍ້າຕາຂອງຜູ້ເປັນແມ່ຈັກວ່າມາແຕ່ທາງໃດ ໄຫຼອອກພ້ອມກັບສຽງສະອື້ນ... ຄຳຕາກຸມມືຜູ້ເປັນເມຍ ພ້ອມທັງປອບປະໂລມດ້ວຍຄວາມທຸ່ນທ່ຽງ...
      “ບໍ່ຕ້ອງຕົກໃຈດອກ, ບົວ! ຈັກໜ້ອຍລູກເຮົາຫາກຊິເຊົາ ເພາະມີທ່ານໝໍເກັ່ງໆຢູ່ນີ້ແລ້ວ!”
      ບໍ່ພໍຄາວ, ທ່ານໝໍປົວເດັກປະຈຳໂຮງໝໍແຫ່ງນີ້ ກໍມາເຖິງ ແລະກໍເຂົ້າໄປໃນຫ້ອງໄອຊີຍູ... ຫ້ານາທີຕໍ່ມາ ທ່ານໝໍກໍຍ່າງອອກມາ ພ້ອມທັງເວົ້າກັບສອງຜົວເມຍທີ່ນັ່ງຄອງຖ້າຢູ່ນອກດ້ວຍສຽງທີ່ອົບອຸ່ນໃຈ:
      “ເດັກປອດໄພແລ້ວ, ຄັນມາຊ້າພຽງຫ້ານາທີ ອາດຈະລຳບາກ...”
      ຄໍາຕາຈົນນໍ້າຕາຊຶມ ເຂົາໂອບກອດເມຍດ້ວຍຄວາມດີໃຈ... ບົວສີຮູ້ສຶກຊື່ນໃຈຢ່າງບໍ່ເຄີຍເປັນມາກ່ອນ ຄວາມອົບອຸ່ນຈາກວົງແຂນຂອງຜົວ ເຮັດໃຫ້ນາງຮູ້ສຶກຄືມີຫຍັງມາຄ້າງຢູ່ຮູຄໍ...
      “ຕ້ອງໄດ້ປິ່ນປົວຢູ່ໂຮງໝໍຕື່ມອີກຈັກສອງສາມມື້ຈຶ່ງກັບເມືອໄດ້.” ທ່ານໝໍບອກດ້ວຍອາລົມດີ.
      “ຂອບໃຈທ່ານໝໍຫຼາຍໆ!” ທັງສອງຜົວເມຍຍໍມືພະນົມສະແດງຄວາມຮູ້ບຸນຄຸນ. ບົວສີກົ້ມຈົກເອົາຊອງຂາວໆອອກຈາກກະເປົາພາຍຍື່ນໃຫ້ທ່ານໝໍ.   
      “ໝໍຜູ້ມີຈັນຍາບັນຈະບໍ່ຮັບເອົາຊອງຂາວຈາກຄົນເຈັບ!”ທ່ານໝໍທັງເວົ້າທັງຊີ້ໃສ່ແຜ່ນເຈ້ຍທີ່ມີປະໂຫຍກດັ່ງກ່າວຕິດຢູ່ຂ້າງຝາ...     
“ເປັນສິນນໍ້າໃຈຈາກຄອບຄົວນ້ອງ! ຂໍໃຫ້ທ່ານໝໍຮັບເອົາສາ!” ບົວສີທັງເວົ້າທັງຊູຊີຈະໃຫ້ທ່ານໝໍຮັບເອົາ. ສ່ວນຄຳຕາເຫຼືອດຕາລົງພື້ນ ອອກຮ້ອນໜ້າສຸດຈະພັນລະນາ...
      “ຢ່າວ່າທ່ານໝໍຫຼິ້ນໂຕເດີ! ຂະໜາດເມຍຂອງໝໍເອງເອົາສິນນໍ້າໃຈໃຫ້ພະນັກງານພາສີຢູ່ດ່ານຫວ່າງປີກາຍຕັ້ງເປັນລ້ານ ເພື່ອຈະເອົາຢາທີ່ສັ່ງເຂົ້າມາຈາກຕ່າງປະເທດເຂົ້າຮ້ານ, ພະນັກງານຜູ້ນັ້ນຍັງບໍ່ເອົາ. ລາວເຮັດຕາມກົດລະບຽບທຸກຢ່າງ. ຫາກມີພະນັກງານແບບນັ້ນຫຼາຍໆຄົນ ບ້ານເມືອງເຮົາກໍຄົງຈະຫຼຸດພົ້ນຈາກປະເທດທີ່ທຸກຍາກໄດ້ໂດຍໄວ... ນັບແຕ່ເມຍຂອງໝໍມາເລົ່າເຫດການນັ້ນສູ່ຟັງ ໝໍກໍຮູ້ສຶກລະອາຍໃຈທີ່ຈະຮັບເອົາຊອງຂາວຈາກຄົນເຈັບ. ຈົ່ງເກັບໄວ້ຊື້ຢຸກຢາໃຫ້ລູກຂອງພວກເຈົ້າສາ!”
 ບົວສີຮູ້ຕື້ນຕັນຈົນປາກບໍ່ອອກ ເກັບຊອງຂາວລົງໃສ່ກະເປົາພາຍດັ່ງເດີມ ພ້ອມທັງຍົກມືໄຫວ້ທ່ານໝໍຢ່າງຮູ້ບຸນຄຸນ ເຊັ່ນດຽວກັບຄໍາຕາທີ່ພະນົມໄຫວ້ຢ່າງນອບນ້ອມ ແຕ່ໃນຫົວຂອງເຂົາຍັງປາກົດເຫັນພາບຕອນທີ່ເຂົາປະຕິເສດການຮັບເອົາສິນບົນຈາກແມ່ຄ້າຂາຍຢາຜູ້ໜຶ່ງເມື່ອປີກາຍນີ້!!!

          (ເລື່ອງສັ້ນ "ເງິນ ຫຼື ຈັນຍາບັນ" ໂດຍ: ນ້ອຍ ວິດຊຸລະດາ ໄດ້ຮັບລາງວັນຊົມເຊີຍ "ລາງວັນສິນໄຊ" ປະຈຳປີ 2011)

Tuesday, 18 March 2014

ຄົນກັບລາສີ: ເຮັດເປັນມືຈຶ່ງເຫັນໜ້າປ້າ

ຄົນກັບລາສີ: ເຮັດເປັນມືຈຶ່ງເຫັນໜ້າປ້າ

ខែ មិនា​​ 19, 2014 ម៉ោង 6:58ព្រឹក​

“ພໍ່ສີເອີຍ! ເຈົ້າບໍ່ໄປກິນດອງ ເຮືອນປ້າວັນບໍ່?” ສຽງຂອງປ້າແພງດັງໂດ່ງ­ມາແຕ່ຟາກຮົ້ວເຮືອນໄມ້ຍົກພື້ນ­ສູງຕາມແບບ ເຮືອນລາວໆ­.
“ຄືຊິບໍ່ໄດ້ໄປດອກ!” ຊາຍໄວກາງ­ຄົນໜ້າສີໝອງໆ­ກ່າວຕອບດ້ວຍສຽງສີຟ່າວໆ­ຢູ່ກ້ອງຕະ­ລ່າງເຮືອນໃນມືຍັງຈັກຕອກຢູ່.
“ອ້າວ! ກະ­ດຽວວ່າອີ່ຄໍາ­ຫຼ້າເປັນ­ຫຼານເມຍເຈົ້າ!” ປ້າແພງກ່າວແບບແປກໃຈ.
“ຫຼານ­ກໍຫຼານ­ຫັ້ນແຫຼ້ວ ແຕ່ເຂົາບໍ່ໄດ້ນັບໄດ້ຖືພວກເຮົາເປັນນ້າບ່າວນ້າ­ສາວແລ້ວ...” ພໍ່ສີ ຫຼືທ້າວທອງກ່າວອອກມາແບບສີແຄ້ນໆ­ໃນຫົວເອິກ.
“ແມ່ນຫັ້ນລະ­ ປ້າແພງເອີຍ! ເຈົ້າ­ລະ­ຫາຮີບໄປຮ່ວມນໍາເຂົາສາ. ພວກເຮົາມັນບໍ່ມີລາ­ສີພໍທີ່ຈະ­ເຂົ້າ­ຮ່ວມພິທີອັນເປັນສິລິມຸງ­ຄຸນນໍາເຂົາໄດ້ດອກ.” ສຽງອ່າວນ້ອຍແຫຼມ­ຂອງໃຜຜູ້ໜຶ່ງດັງດອດມາແຕ່ເທິງເຮືອນ ນາງ­ບົວໄຂນັ້ນເອງ... ເຖິງໜ້າລາວຈະ­ໝອງ ຂາດລາ­ສີ ແຕ່ຮ່ອງ­ຮອຍແຫ່ງຄວາມງາມຍັງຫຼົງເຫຼືອໄວ້ໃຫ້ເຫັນຢູ່.
ເມື່ອຫວນຄືນສະ­ໄໝທີ່ນາງ­ບົວໄຂເປັນສາວ ຜູ້ບ່າວທົ່ວທີບພໍ້ວໍ້ນັ້ນຕ່າງກໍຮູ້­ຈັກກັນດີ ເພາະ­ລາວເປັນຜູ້ສາວທີ່ງາມບໍ່ມີໃຜເທົ່າ­ທຽມໄດ້ ພ້ອມທັງເປັນລູກສາວຫົວແກ້ວຫົວແຫວນຂອງເສດ­ຖີປະ­ຈໍາບ້ານແຫ່ງນັ້ນ... ແຕ່ຈະ­ເປັນບຸນຫຼືກໍາບໍ່ຮູ້ໄດ້, ສາວບົວໄຂຜູ້ງາມລ້ຳ­ຊ້ຳພັດໄປຫຼົງ­ມັກຮັກ­ກັບຊາຍຜູ້ຂາດລາ­ສີ ບໍ່­ມີຫົວນອນປາຍຕີນທີ່ແນ່ນອນ ແຕ່ໄດ້ຖືກເສດ­ຖີນໍາມາເປັນຄົນຮັບໃຊ້ປະ­ຈໍາເຮືອນ... ເຖິງບ່າວທອງຈະ­ຂາດແສງລາ­ສີທີ່ເປັ່ງປະ­ກາຍອອກຈາກເຮືອນຮ່າງ ແຕ່ລາວກໍເປັນຜູ້ມີຄວາມຕັ້ງໃຈຈິງໃນການເຮັດວຽກທີ່ໄດ້ຮັບການມອບໝາຍຊຶ່ງເປັນທີ່ຖືກອົກຖືກໃຈທ່ານເສດ­ຖີເປັນຢ່າງຍິ່ງ... ແຕ່ເຖິງປານນັ້ນ ລາວກໍບໍ່ຍອມໃຫ້ບ່າວທອງມາເປັນເຂີຍ ຍ້ອນເລື່ອງລາ­ສີຢ່າງ­ດຽວ… ເຖິງຈະ­ຫ້າມ­ປາມແນວໃດ ບົວໄຂກໍບໍ່ປ່ຽນໃຈຈາກຊາຍຄົນຮັກ... ພໍ່ເສດ­ຖີໄດ້ໃຊ້ທັງໄມ້ອ່ອນໄມ້ແຂງກໍບໍ່ເປັນຜົນ... ໃນທີ່ສຸດ ພໍ່ເສດ­ຖີກໍໄລ່ລູກສາວຫຼ້າອອກເຮືອນ ແລະ­ໄດ້­ຕັດ­ຂາດຈາກຄວາມເປັນພໍ່ເປັນລູກກັນ...
ກ່ອນທີ່ບົວໄຂຈະ­ຕັດ­ສິນໃຈອອກເຮືອນໄປ, ບ່າວທອງກໍໄດ້ເຕືອນສະ­ຕິ:
“ອ້າຍຄົນຈົນຜູ່ຮ້າຍ ຢູ່ຕູບເຕ້ຍຕໍ່າ ນ້ອງຄົງຢູ່ກັບອ້າຍບໍ່ໄດ້­ຈິງແທ້ແນ່ນອນ. ຂໍໃຫ້ນ້ອງປ່ຽນໃຈສາ ອ້າຍນີ້ຂໍລາຈາກ ໄປຕາມທາງຜູ້ຮ້າຍ ຊາຍຂາດລາ­ສີນີ້ແຫຼ້ວ!” ເຖິງຈະ­ເວົ້າ­ຈະ­ວ່າແນວໃດ ກໍບໍ່ສາມາດປ່ຽນໃຈບົວໄຂໄດ້… ໃນທີ່ສຸດຄູ່ຮັກທັງສອງກໍຖືກຂັບໄລ່ໃຫ້ໄປຢູ່ຕູບຮ້າຍໃນທ້າຍສວນຂອງເສດ­ຖີ… ຈາກຄົນທີ່ເຄີຍມີລາ­ສີຈັບ ບົວໄຂກໍຄ່ອຍໆ­ກາຍເປັນຄົນຂາດລາ­ສີຄືກັບຜົວຂອງຕົນ.
ນັບແຕ່ນັ້ນ­ມາ ຍ້ອນຄວາມຮັກແທ້ ເຂົາທັງສອງ­ກໍໄດ້­ພາກັນສ້າງຖານະ­ ຈົນສາມາດຫຼຸດ­ພົ້ນ­ອອກຈາກຕູບໄປຢູ່ເຮືອນຮ້ານທີ່ໄດ້ຈາກນ້ຳເຫື່ອນ້ຳແຮງ­ຂອງຕົນເອງ… ເຖິງປານນັ້ນ ລາ­ສີກໍຍັງບໍ່ເປັ່ງປະ­ກາຍອອກຈາກຮ່າງ­ຄີງເທື່ອ… ລູກເຕົ້າ­ທີ່ເກີດອອກມາສາມຄົນ ກໍບໍ່ທັນມີລາ­ສີພໍທີ່ທ່ານເສດ­ຖີຈະ­ຫຼຽວແລ ແລະ­ເອື້ອນເອີຍວ່າເປັນ­ຫຼານ­ຂອງຕົນ… ເວລາຜ່ານໄປໄວປານລູກສອນໄຟຂ້າມທະ­ວີບ, ຄາວດຽວ ທ່ານເສດ­ຖີກໍລ່ວງລັບດັບຂັນຈາກໂລກນີ້ໄປ ພິທີສົ່ງສະ­ການໃຫຍ່ແບບວ່າ­ຄົນໃນທີບພໍ້ວໍ້ນັ້ນ­ພາກັນເຂົ້າ­ຮ່ວມຢ່າງຄັບ­ຄາໜາແໜ້ນ. ກ່ອນສິ້ນລົມຫາຍໃຈ ທ່ານເສດ­ຖີໄດ້ຂໍນໍາບັນ­ດາລູກໆ­ໃຫ້ໄດ້ພົບໜ້າລູກສາວຫຼ້າ… ແຕ່ພວກເຂົາກໍບໍ່ໄດ້ປະ­ຕິບັດຕາມຄໍາຂໍຂອງຜູ້ເປັນພໍ່ເລີຍ… ຊາຍຜູ້ໃກ້ຈະ­ເຖິງຈຸດຈົບຂອງຊີວິດ ສະ­ອື້ນ­ອອກມາດ້ວຍຄວາມຄິດເຖິງລູກ...
“ຍ້ອນລາ­ສີຢ່າງດຽວ ທີ່ເຮັດໃຫ້ພໍ່ບໍ່ສາມາດເຫັນໜ້າລູກໄດ້! ອະ­ໂຫສິໃຫ້ພໍ່ແດ່ທ້ອນ!” ສິ້ນ­ສຽງ ທ່ານເສດ­ຖີກໍສິ້ນໃຈທ່າມ­ກາງສຽງຮ້ອງໄຫ້ອາໄລຫາຂອງພວກລູກໆ­ຫຼານໆ­… ສ່ວນບົວໄຂພ້ອມດ້ວຍລູກແລະ­ຜົວໄດ້ໄວ້­ອາໄລເຖິງຜູ້ເປັນພໍ່ຢູ່ເຮືອນຂອງຕົນຢ່າງ­ງຽບໆ­… ຈວບຈົນເຖິງມື້ທີ່ລູກສາວຂອງເອື້ອຍ­ກົກແຕ່ງ­ດອງ, ບົວໄຂກໍຍັງຕ້ອງແນມເບິ່ງຜົວດ້ວຍດວງຕາອັນຫົດຫູ່ຂາດຄວາມສະ­ຫງ່າ­ລາ­ສີ…
ວັນເວລາຄະ­ເຄື່ອນຍ້າຍໄປໄວປານມີປີກບິນ, ຍ້ອນຄວາມດຸໝັ່ນຂະ­ຫຍັນພຽນບວກກັບຄວາມສາມັກ­ຄີຮັກແພງກັນ­ພາຍໃນ ຄອບ­ຄົວ ພຽງ­ບໍ່ເທົ່າໃດປີ ຖານະ­ຂອງທ້າວທອງແລະ­ນາງບົວໄຂກໍພຸ່ງ­ພວດປານຈະ­ຫຼວດ ຖານະ­ການເງິນຂອງພວກເຂົາໄດ້ເຮັດໃຫແສງລາ­ສີຄ່ອຍໆ­ເຮືອງຮອງອອກຈາກເຮືອນຮ່າງຂອງພວກເຂົາພ້ອມທັງລູກທັງສາມ… ເຮືອນດີ ເຮືອນດອງ ຕະ­ຫຼອດ­ຮອດງານລ້ຽງຕ່າງໆ­ໄດ້ເປັນສະ­ຖານທີ່ທີ່ຂາດເຖົ້າແກ່ທອງ ແລະ­ຍາແມ່ບົວໄຂບໍ່ໄດ້… ຍາດ­ຕິພີ່ນ້ອງທີ່ເຄີຍຫ່າງເຫີນ­ກັນຕ່າງກໍອວ່າຍໜ້າມາຫາ­ພ້ອມທັງສະ­ແດງທ່າທີແບບປະ­ຈົບປະ­ແຈງ ເພື່ອເຮັດໃຫ້ສອງ­ຜົວເມຍຜູ້ເຄີຍຂາດລາ­ສີໃຈອ່ອນຍື່ນນັ້ນ­ຍື່ນນີ້ໃຫ້ຕາມຄໍາຂໍ…
“ຫາກຜົວເມຍພວກເຮົາບໍ່ເຮັດເປັນມື ຈົນມີຖານະ­ອັນດີ ແມ່ປ້ານ້າອາກໍຄົງບໍ່ຫັນໜ້າມາແລ… ແຕ່ຍ້ອນຖານະ­ເຮົາປ່ຽນແປງຈົນລາ­ສີຈັບ ຍາດ­ຕິພີ່ນ້ອງບໍ່ວ່າຢູ່ໄກສໍ່າໃດ­ກໍຍັງດັ້ນໜ້າມາຮອດ… ນີ້ລະ­ນໍ! ໂລກມະ­ນຸດ­ຜູ້ສະ­ອອນນໍາຄົນມີລາ­ສີ…” ເຖົ້າແກ່ທອງຈົ່ມຄ່ອຍໆ­ໃຫ້ຜູ້ເປັນເມຍໄດ້ຍິນກ່ອນຈະ­ເດ່ມືໄປຈັບເອົາເງິນໃບແດງໆ­ຕັບໜຶ່ງຍື່ນໄປໃຫ້ຜູ້ເປັນປ້າທີ່ມາຂໍຄວາມຊ່ວຍເຫຼືອ…