Saturday, 6 September 2014

ຊົ່ວຊິໄດ້ເປັນນັກຮ້ອງ


ຂຽນໂດຍ ອ. ແສງຟ້າ  ໂຫລານຸພາບ
ຫວ່າງຕົ້ນປີນີ້, ໄດ້ມີໂອກາດໄປກິນດອງຢູ່ພັດຕາຄານແຫ່ງໜຶ່ງໃນນະຄອນຫຼວງ. ໂຊກດີໄດ້ນັ່ງຮຽງກັບເພື່ອນເກົ່າສະໄໝຮຽນນຳກັນຢູ່ປະຖົມ ເຊິ່ງປັດຈຸບັນນີ້ໄດ້ກາຍເປັນນັກຮ້ອງທີ່ມີອາລະບຳຫຼາຍຊຸດເຕີບ. ໝໍໄດ້ເລົ່າສູ່ຟັງວ່າ ຊົ່ວຊິໄດ້ເປັນນັກຮ້ອງນຳເຂົາ ກໍບໍ່ແມ່ນຂອງງ່າຍ... ໝໍໄດ້ເລົ່າສູ່ຟັງດັ່ງນີ້:

ຕອນນັ້ນຂ້ອຍຫາກໍຮຽນຢູ່ ອ.1 (ທຽບໃສ່ດຽວນີ້ ກໍແມ່ນ ມ.5) ຄຽງຄູ່ກັບການຮຽນແລ້ວ ຂ້ອຍຍັງເຄື່ອນໄຫວນອກຫຼັກສູດ ຄືເຂົ້າຮ່ວມໃນໜ່ວຍສິລະປະຂອງໂຮງຮຽນ ໂດຍເປັນສະມາຊິກຂອງໜ່ວຍຟ້ອນແລະໜ່ວຍຮ້ອງ… ເມື່ອຮອດໂມງເລີກຮຽນແລ້ວ ບັນດານັກຮຽນທັງຫຼາຍກໍຈະໄປເຄື່ອນໄຫວກິດຈະກຳຕາມຄວາມຖະໜັດຂອງຕົນ, ບາງພ່ອງກໍລົງສວນຖືບົວຫົດຜັກ, ບາງພ່ອງກໍຖືບານລົງເດີ່ນ ມີທັງບານສົ່ງ-ບານເຕະ-ກະຕໍ້ຫວາຍ… ສ່ວນຂ້ອຍກໍພາຍຖົງປຶ້ມ-ຈັບກິຕ້າຍ່າງໄປຍັງຫ້ອງທີ່ນັດໝາຍກັນຊ້ອມຟ້ອນແລະຮ້ອງເພງ. ເມື່ອຍ່າງໄປຮອດ ກໍເຫັນໝູ່ຫຼາຍຄົນທັງຍິງແລະຊາຍທີ່ເປັນສະມາຊິກສິລະປະມານັ່ງລໍຖ້າຢູ່ກ່ອນແລ້ວ…
“ມື້ນີ້ ພວກເຮົາຈະຊ້ອມຮ້ອງເພງກ່ອນ ຫຼັງຈາກນັ້ນຈຶ່ງຈະຊ້ອມຟ້ອນ.” ຫົວໜ້າສິລະປະປະຈຳຊັ້ນກ່າວຂຶ້ນດ້ວຍສຽງຫວານໃສ ຊຶ່ງຊ່າງເຂົ້າກັບໃບໜ້າອັນຂາວນວນໃສງາມນັ້ນແທ້ໆ.
ຂ້ອຍເອົາກິຕ້າຍື່ນໃຫ້ວິຈິດຊຶ່ງລາວລືມເອົາຂອງລາວມາ… ເມື່ອທຽບກັນແລ້ວ ກິຕ້າຂອງລາວໃໝ່ແລະດີກວ່າຂອງຂ້ອຍຫຼາຍ ເພາະຂອງລາວຍີ່ຫໍ້ “ຢາມາຮາ” ຄັກແນ່ ສ່ວນຂອງຂ້ອຍເມດອິນຫວຽດນາມ, ແຕ່ກໍໄຄກວ່າບໍ່ມີ. ເມື່ອວິຈິດເຄັ່ງສາຍກິຕ້າເປັນທີ່ຮຽບຮ້ອຍແລ້ວ ລາວກໍສັ່ງໃຫ້ຂ້ອຍຮ້ອງເພງທີ່ລາວແຕ່ງ ຊຶ່ງຂ້ອຍຍັງຈື່ບໍ່ໄດ້ຄັກ ຈຳຕ້ອງເອົາເນື້ອມາເບິ່ງນຳ. ພໍແຕ່ຂ້ອຍອ້າປາກຮ້ອງຂຶ້ນ ເພື່ອນທຸກຄົນຕ່າງກໍແນມມາເບິ່ງຂ້ອຍເປັນຈຸດດຽວ ເຮັດໃຫ້ໜ້າຂອງຂ້ອຍອອກຮ້ອນວູ່ໆເປັນບາດໆ… ເພງທີ່ວິຈິດແຕ່ງມີເນື້ອຮ້ອງດັ່ງນີ້:

*ສຸດແສນຊື່ນຊົມ.................ອຸດົມວັນໃໝ່
ທ້ອງຟ້າຊ່າງງາມສົດໃສ..........ມວນດອກໄມ້ສົ່ງກິ່ນຫອມຫວນ
ດອກຈຳປາແດງ...................ເບັ່ງບານແຂ່ງດອກດຳດວນ
ສຸດທີ່ຫອມຫວນ...................ເໝືອນດັ່ງມິດຕະພາບພວກເຮົາ

*ສຸດແສນດີໃຈ.....................ໄດ້ມາພົບກັນໃໝ່
ທຸກຄົນຍິ້ມແຍ້ມແຈ່ມໃສ.......ມີຈິດໃຈມ່ວນຊື່ນເບິກບານ
ພົບກັນວັນນີ້.......................ມີຄວາມໝາຍແຫ່ງຄວາມສຳພັນ
ພ້ອມກັນປະສານ..................ຮັດແໜ້ນຄວາມສາມັກຄີ

*ບຸກໜ້າກ້າວໄປ...................ຊິງໄຊເຮັດຫຼ້ອນໜ້າທີ່
ພ້ອມກັນທະວີ.......................ສາມັກຄີໃຫ້ແໜ້ນໜຽວ
ຮ່ວມເປັນໃຈດຽວ..................ກົມກຽມຍາດເອົາໄຊງາມ...

ຊົ່ວຊິຮ້ອງສຸດ ເຫື່ອກໍຈົນວ່າຊັດອອກ. ວິຈິດທັງດີດກິຕ້າທັງແນມເບິ່ງຂ້ອຍຢ່າງບໍ່ສົບອາລົມປານໃດ…
“ສຽງຮ້ອງຂອງໂຕຢາກແຫບໄປໜ້ອຍໜຶ່ງ. ເວລາແກ່ສຽງກໍຍັງເຮັດບໍ່ໄດ້ດີ ຍ້ອນແຮງປອດຍັງອ່ອນນ້ອຍເກີນໄປ. ໂຕຕ້ອງໄດ້ຝຶກຝົນຕື່ມ!” ວິຈິດໃຫ້ຄຳເຫັນ ເຮັດໃຫ້ຂ້ອຍຮູ້ສຶກສີອາຍໆເພື່ອນສະມາຊິກນຳກັນວາດໃດວາດໜຶ່ງ. ເພື່ອເປັນການແກ້ໜ້າ ຂ້ອຍກໍເລີຍຖືໂອກາດຂໍຄຳແນະນຳຈາກວິຈິດຜູ້ມີຄວາມຊ່ຽວຊານທາງດ້ານດົນຕີແລະການຮ້ອງ. ລາວແນະນຳໃຫ້ຂ້ອຍລົງມຸດນໍ້າແຕ່ເຊົ້າ ແລະໃຫ້ແຂກສຽງໃນນໍ້ານັ້ນຈົນສຸດລຳຄໍ. ແລະອີກອັນໜຶ່ງຖ້າເຮັດໄດ້ແມ່ນດີ ຄືເອົາຕ່ອນນໍ້າມັນໝູສໍ່ານີ້ວມືຮ້ອຍໃສ່ສາຍນິລົງ ແລ້ວໃຫ້ກືນລົງຄໍ. ເມື່ອຕ່ອນມັນໝູລົງຮູຄໍເລິກເຕີບແລ້ວ ໃຫ້ດຶງຂຶ້ນ, ແລ້ວກືນລົງໃໝ່ ດຶງຂຶ້ນ ເຮັດຈັ່ງຊີ້ຈັກສິບເທື່ອ. ພ້ອມກັນນັ້ນ ກໍໃຫ້ຄະລຳຂອງກິນ ຄືບໍ່ໃຫ້ກິນເຜັດຫຼາຍ ເຄັມຫຼາຍ ແລະຫ້າມດື່ມນໍ້າເຢັນ ແລະປະເພດທີ່ມີທາດເຫຼົ້າ…

ຍ້ອນຢາກເປັນນັກຮ້ອງສຽງດີມີຊື່ສຽງໃນໂຮງຮຽນ ຂ້ອຍຈຶ່ງປະຕິບັດຕາມຄຳແນະນຳຂອງວິຈິດ: ທຸກໆເຊົ້າຕື່ນຂຶ້ນມາ ຂ້ອຍຟ້າວແລ່ນໄປຫາຟຸ້ຍນໍ້າ ກົ້ມໜ້າລົງໃສ່ນໍ້າທີ່ເຕັມຟຸ້ຍນັ້ນ ແລ້ວແຫກປາກຮ້ອງຈົນສຸດສຽງ. ຍ້ອນຮ້ອງທັ່ງໃສ່ນໍ້າ ສຽງແຂກຂອງຂ້ອຍຈຶ່ງບໍ່ໄດ້ໄປລົບກວນຄົນໃນເຮືອນ ແລະເພື່ອນບ້ານໃກ້ຄຽງ… ຂ້ອຍເຮັດແນວນັ້ນເປັນເດືອນ ຮູ້ສຶກວ່າໄດ້ຜົນດີສົມຄວນ… ທຸກເທື່ອທີ່ໄປຊ້ອມຮ້ອງເພງ ຫົວໜ້າສິລະປະປະຈຳຊັ້ນມັກຈະຍ້ອງຂ້ອຍວ່າສຽງໃສຂຶ້ນກວ່າເກົ່າ… ແຕ່ກໍຍັງບໍ່ເປັນທີ່ພໍໃຈຂອງວິຈິດ ລາວໄດ້ຖາມຂ້ອຍວ່າໄດ້ເອົານໍ້າມັນໝູລ່ອງຄໍແລ້ວຫວາ? ຂ້ອຍບອກລາວວ່າ ຍັງບໍ່ທັນໄດ້ເຮັດເທື່ອ ກຳລັງຊອກຫາຕ່ອນນໍ້າມັນໝູຢູ່… ລາວເວົ້າເນັ້ນຕື່ມອີກວ່າ ຖ້າຢາກເປັນນັກຮ້ອງສຽງໃສແທ້ໆ ຕ້ອງເຮັດໃຫ້ໄດ້ ຄັນບໍ່ຊັ້ນກໍຢ່າຫວັງຊິໄດ້ເປັນນັກຮ້ອງນໍາເຂົາ…
ໃນທີ່ສຸດ ຂ້ອຍກໍຊອກນໍ້າມັນໝູຕ່ອນຄານິ້ວມືໄດ້ ຈຶ່ງລອງປະຕິບັດການຕາມຄຳແນະນຳຂອງວິຈິດ… ເມື່ອຮ້ອຍໃສ່ສາຍນິລົງເປັນທີ່ຮຽບຮ້ອຍແລ້ວ ຂ້ອຍກໍລອງປ່ອນເຂົ້າປາກ ໂດຍແຫງນໜ້າຂຶ້ນຈົນລຳຄໍຕັ້ງສາກ… ຂ້ອຍຄ່ອຍໆຢ່ອນຕ່ອນນໍ້າມັນເຂົ້າປາກ ພະຍາຍາມບັງຄັບຮູຄໍໃຫ້ກວ້າງອອກ ພໍແຕ່ຕ່ອນນໍ້າມັນແຕະເຖິງລີ້ນໄກ່ ຂ້ອຍກໍຮູ້ສຶກປຸ້ນທ້ອງ ຈັກວ່າຫຼົງຮາກອອກແຕ່ຍາມໃດກໍບໍ່ຮູ້, ຕ່ອນນໍ້າມັນຕົກລົງດິນຈົນວ່າເປື້ອນໝົດ… ຂ້ອຍກັດແຂ້ວ ອົດທົນຕໍ່ສິ່ງດັ່ງກ່າວ ດ້ວຍການນຳເອົາຕ່ອນນໍ້າມັນໄປລ້າງ ແລະທົດລອງອີກໃໝ່ ເພື່ອຈະໄດ້ເປັນນັກຮ້ອງຕົວຈິງສຽງຈິງນຳເຂົາ… ປ່ອນລົງເທື່ອສອງສຳເລັດຜົນ ຕ່ອນນໍ້າມັນຖືກກືນລົງຄໍຢ່າງງ່າຍດາຍ… ແຕ່ຫົວໃຈຂອງຂ້ອຍເກືອບຢຸດເຕັ້ນ ເພາະສາຍນິລົງທີ່ຮ້ອຍຕ່ອນນໍ້າມັນນັ້ນຫຼຸດອອກຈາກຕ່ອນນໍ້າມັນເສຍແລ້ວ ເຮັດໃຫ້ມັນຄາຢູ່ຄໍ ກືນລົງກໍບໍ່ໄດ້ ຈະຄາກອອກມາກໍບໍ່ເປັນ ເຮັດໃຫ້ຂ້ອຍຂາດລົມຫາຍໃຈໄປຊົ່ວຂະນະ ຊຶ່ງເປັນຜົນໃຫ້ຮູ້ສຶກວິນຫົວເຂົ້າກັບບາດປານໃຈຊິຂາດ… ໄຄແຕ່ແມ່ມາເຫັນທັນ ເພິ່ນໄດ້ໃຊ້ມືຕົບຫຼັງຂ້ອຍບັກແຮງໆ ຕ່ອນນໍ້າມັນໝູຫຼຸດອອກຈາກຄໍແລະຕົກລົງພື້ນ…
“ຈັ່ງແມ່ນຊາດນໍ ຊອກຫາເຮັດແຕ່ແນວຊິຕາຍຍ້ອນ!” ແມ່ທັງເວົ້າທັງຈັບເອົາຕ່ອນນໍ້າມັນໂຍນໄປໃຫ້ໝາບັກດ່າງທີ່ຢືນລິ້ນຫ້ອຍນໍ້າລາຍເຫີຍໃກ້ໆຫັ້ນ.

ຄ່າແຕ່ນັ້ນມາ ຄຳວ່າ “ຢາກເປັນນັກຮ້ອງ” ຈັກວ່າເປີດອາດລາດຈາກໂຕຂ້ອຍແຕ່ຍາມໃດ ແລະຂ້ອຍກໍບໍ່ຍອມຫຼຽວເບິ່ງໜ້າໝໍວິຈິດນັ້ນອີກ.

ແຕ່ວິນຍານນັກຮ້ອງຍັງບໍ່ໜີຈາກໂຕຂ້ອຍງ່າຍໆ ອີກສິບປີຕໍ່ມາຂ້ອຍໄດ້ຖືກທາບທາມຈາກວົງດົນຕີຄະນະໜຶ່ງຊຶ່ງຫົວໜ້າວົງກໍແມ່ນໝໍວິຈິດນັ້ນແຫຼະ! ມັນໄດ້ມາຂໍຮ້ອງໃຫ້ຂ້ອຍເປັນນັກຮ້ອງນຳຂອງວົງ ພ້ອມທັງຂໍໂທດຂໍໂພຍທີ່ມັນຕົວະໃຫ້ຂ້ອຍກືນຕ່ອນນ້ຳມັນເພື່ອເຮັດໃຫ້ສຽງໃສເມື່ອຄາວຮຽນຢູ່ອຸດົມ... ແລະໃນທີ່ສຸດຄວາມຝັນຢາກເປັນນັກຮ້ອງກໍກາຍເປັນຈິງ ເມື່ອອາລະບຳຊຸດທຳອິດຂອງຂ້ອຍໄດ້ກະຈາຍອອກສູ່ວົງສັງຄົມນັກຟັງວິທະຍຸ ແລະຜູ້ຊົມໂທລະພາບ... ແຕ່ຊົ່ວເພງຊິດັງຕິດຫູຄົນຟັງ ຂ້ອຍກໍຕ້ອງໄດ້ລ້ຽງເຝີບັນດາດີເຈ ແລະພິທີກອນລາຍການໄປຫຼາຍຖ້ວຍເຕີບ!!!

Wednesday, 3 September 2014

ສາວນ້ອຍນາຄະລິນ

ໂດຍ ແສງຟ້າ  ໂຫລານຸພາບ

September 3, 2014 at 5:56pm

ຕໍ່ເນື່ອງຈາກ "ແອນ້ອຍນາຄະລິນ"... 

ເວລາຜ່ານໄປໄວປານຂີ້ຕົວະເອົາໂລດ, ຈາກແອນ້ອຍທີ່ມີເກັດຊາບລາບເຕັມໂຕ ກາຍມາເປັນສາວນ້ອຍຮູບງາມຜິວກ້ຽງປານໄຂ່ປອກ ຈົນສາຍທະລາເຊິ່ງເປັນອ້າຍບ່າວອ່າວໃຫຍ່ເຕີບໃນຕອນນັ້ນຫຼົງສະອອນນຳ. ຍ້ອນຄວາມໃກ້ຊິດຕິດພັນກັບຄອບຄົວອ້າຍສົງ-ເອື້ອຍວອນ ດັ່ງນັ້ນເຂົາຈຶ່ງເປັນທີ່ໄວ້ເນື້ອເຊື່ອໃຈຂອງຄົນທັງສອງໃນການອະນຸຍາດໃຫ້ຕິດຕາມເບິ່ງແຍງ “ນາຄະລິນ” ສໍ່າກັບອົງຄະລັກກໍບໍ່ປານ. ມີສາວນ້ອຍນາຄະລິນຢູ່ໃສ ກໍມີອ້າຍບ່າວສາຍທະລາຢູ່ຫັ້ນໂລດ ປານຄົນກັບເງົາພຸ້ນລະ!
ຕັ້ງແຕ່ພໍ່ຂອງເອື້ອຍວອນເຖິງແກ່ກຳໄປແລ້ວ ກໍແມ່ນອ້າຍສົງນັ້ນລະຂຶ້ນກຳຕຳແໜ່ງນາຍບ້ານແທນ ໂດຍການປ່ອນບັດເອົາຢ່າງຖ້ວມທົ້ນຈາກໄທບ້ານ ຍ້ອນຄວາມດີມີສິນທຳຂອງລາວ ໃຜໆກໍຈຶ່ງເລືອກເອົາ. ທັງແມ່ເຖົ້າ, ອ້າຍສົງແລະເອື້ອຍວອນຖະໜອມຫອມຮັກນາຄະລິນປານແກ້ວຕາແກ້ວໃຈ ເພາະພຽນລ້ຽງມາຈົນສິບຫ້າຝົນເຂົ້າໄປແລ້ວ, ໝົດເງິນນຳການປິ່ນປົວຜິວໜັງໃຫ້ນາງຈົນວ່າເຊົາດີ ກໍບໍ່ແມ່ນຂອງໜ້ອຍ.

ບຸນເດືອນຫ້າປີໃໝ່ລາວຄັ້ງທີ 15 ຂອງນາຄະລິນ  ໂດຍການນຳພາຂອງສາຍທະລາ ເຊິ່ງມີໝູ່ຊາຍຍິງທັງໃຫຍ່ແລະນ້ອຍໄດ້ພາກັນໄປຕົບພະທາດຊາຍຢູ່ຫາດ ບ່ອນທີ່ອ້າຍສົງແລະເອື້ອຍວອນເຄີຍພາໄປນັ້ນລະ. ຍ້ອນຄວາມຮັກທີ່ມີຕໍ່ລູກສາວ ອ້າຍສົງບໍ່ໄດ້ທັດທານນາຄະລິນແຕ່ປະການໃດ ເພາະຕັ້ງແຕ່ລູກສາວຍັງມີຜິວເປັນເກັດ ລາວແລະເອື້ອຍວອນບໍ່ໄດ້ອະນຸຍາດໃຫ້ນາຄະລິນໄປບ່ອນທີ່ມີແສງແດດກ້າ ແລະລົງຫຼິ້ນນໍ້າຈັກເທື່ອເລີຍ. ແຕ່ພາຍຫຼັງທີ່ຜິວຂອງນາຄະລິນເຊົາຈົນກ້ຽງງາມດີແລ້ວ ແລະທ່ານໝໍກໍໃຫ້ການຮັບປະກັນວ່າສາມາດຕາກແດດແລະລົງຫຼິ້ນນ້ຳໄດ້ຢ່າງບໍ່ມີບັນຫາ ແລະອີກຢ່າງໜຶ່ງກໍເພື່ອເປັນການເອົາໃຈນາຄະລິນທີ່ມີຄວາມກະຕືລືລົ້ນທີ່ຢາກຈະໄປ, ທັງອ້າຍສົງແລະເອື້ອຍວອນຈຶ່ງອອກປາກອະນຸຍາດ ແລະໄດ້ແນະນຳບໍ່ໃຫ້ລົງຫຼິ້ນນ້ຳເປັນເດັດຂາດ. ເຫດທີ່ອ້າຍສົງແລະເອື້ອຍວອນອະນຸຍາດລູກສາວໄປນັ້ນ ອາດຈະແມ່ນຍ້ອນທັງສອງລືມເຫດການເມື່ອ 16 ປີກ່ອນນັ້ນແລ້ວກໍເປັນໄດ້…

ເມື່ອໄປຮອດແຄມນໍ້າແລ້ວ ຫຼາຍຄົນກໍອົດໃຈບໍ່ໄຫວທີ່ຈະໂດດລົງນໍ້າ ລວມທັງນາຄະລິນນຳ, ແຕ່ກໍຖືກສາຍທະລາຫ້າມເພາະຢ້ານຈະເກີດເຫດການຊໍ້າຮອຍຄືກັບສະໄໝນັ້ນ. ທຸກຄົນເຊື່ອຟັງເຂົາ ແລະກໍພ້ອມພາກັນມາກໍ່ພະທາດຊາຍຊ່ວຍກັນ. ບໍ່ຮອດຊົ່ວໂມງພະທາດຊາຍຂະໜາດສູງຖ້ວມຫົວເດັກນ້ອຍກໍເສັດສິ້ນຢ່າງຈົບງາມ. ແລ້ວເຂົາກໍເອົາປູນຂາວທີ່ຫິ້ວມານຳໂຮຍໄປທົ່ວພະທາດ ແລະເອົາຄັນທຸງທິວສີແດງສີສິ້ວຂະໜາດນ້ອຍຂຶ້ນປັກຢູ່ຈອມແລະອ້ອມຂ້າງ, ພາທຸກຄົນນັ່ງປິ່ນໜ້າອ້ອມໃສ່ພະທາດຊາຍ ແລະພະນົມມືນົບອະທິຖານຕາມແຕ່ລະຄົນຈະຄິດເອົາ.

ເຫັນນາຄະລິນພະນົມມືໄຫວ້ຫຼັບຕາຈົ່ມພຸມໆຢູ່ຕໍ່ໜ້າ ເຮັດໃຫ້ສາຍທະລາຫຼົງແຍງຢ່າງບໍ່ພັບຕາກັບພາບແຫ່ງຄວາມງາມອັນແສນລາວັນນັ້ນ ຄືກັບຢ້ານວ່າພາບນັ້ນຈະບໍ່ມີໃຫ້ເຫັນອີກ, ຈຶ່ງຢາກສະຫຼັກລົງໄວ້ໃນຫຼືບໝາກຫົວໃຈຂອງຄົນໜຸ່ມ ທີ່ຍັງບໍ່ເຄີຍມີປະສົບການຄວາມຮັກກັບຍິງຄົນໃດມາກ່ອນ…
ຄວາມຮ້ອນເອົ້າໃນມື້ນັ້ນຊ່າງຮຸນແຮງ ຈົນຍາກທີ່ຈະບໍ່ຢາກລົງໄປລຸຍໄປລອຍໃນວັງນ້ຳຂອງທີ່ໄຫຼເລື້ອຍລົງໄປທາງທິດໃຕ້ນັ້ນ… ເຫັນພວກບ່າວສາວແລະເດັກນ້ອຍຈາກບ້ານອື່ນພາກັນລົງຫຼິ້ນຢ່າງມ່ວນຊື່ນ ປະກອບກັບສຽງອ້ອນວອນອັນເປັນຕາດູຕົນຂອງນາຄະລິນ ພ້ອມທັງມີຄືກັບຫຍັງມາດົນໃຈ ເຮັດໃຫ້ສາຍທະລາຕ້ອງໃຈອ່ອນ ລືມໝົດຄຳສັ່ງຂອງອ້າຍສົງທີ່ສັ່ງໄວ້ກ່ອນຈະມາ.

“ລົງລອຍຫຼິ້ນແຕ່ຢູ່ແຄມເດີ! ຢ່າລົງໄປບ່ອນວັງເລິກເປັນເດັດຂາດ.” ຊາຍໜຸ່ມສັ່ງບອກທຸກຄົນ ກ່ອນທີ່ຈະລົງໄປໃນນໍ້າ…
ນາຄະລິນລົງໄປໃນນໍ້າ ໂດຍມີສາຍທະລາເປັນອົງຄະລັກພິທັກບໍ່ໃຫ້ເກີດອັນຕະລາຍ. ນາງສາມາດລອຍນໍ້າໄດ້ຢ່າງໜ້າປະຫຼາດ ທັງໆທີ່ບໍ່ເຄີຍລົງນໍ້າຈັກເທື່ອ. ແຕ່ນ້ອຍເທົ້າໃຫຍ່ ກໍແມ່ນເທື່ອນີ້ໜິ້ລະທີ່ນາງໄດ້ມີໂອກາດລົງລອຍຫຼິ້ນນໍ້າຄືແນວນີ້. ເມື່ອເຫັນຈັ່ງຊັ້ນ ເຂົາກໍໄວ້ວາງໃຈໃຫ້ນາງລອຍຫຼິ້ນອອກໄປບ່ອນອ່າວເລິກແດ່ ໂດຍມີເຂົາເປັນຜູ້ຊ່ອຍຕິດຕາມຢ່າງໃກ້ຊິດ… ແຕ່ທັນໃດນັ້ນ ຊາຍໜຸ່ມຕ້ອງຕົກສະເງີ້ ເພາະຄືມີຫຍັງມາຈ່ອງຂາແລະບີບຄໍ່ແຂນເຂົາໄວ້ຢ່າງແຮງຈົນຮູ້ສຶກເຈັບປ້າບບາດໜຶ່ງ ແຕ່ກໍຍັງຝືນໃຈດິ້ນ. ໃນທີ່ສຸດກໍຫຼຸດອອກຈາກການຈ່ອງຈັບນັ້ນ ແຕ່ລອຍໄປເທົ່າໃດກໍຄືຈັ່ງວ່າຍັງຢູ່ບ່ອນເກົ່າ. ສ່ວນນາຄະລິນຊ້ຳພັດຫຼົງລອຍຕົກໃສ່ບ່ອນກາງວັງນໍ້າເລິກ… ສາຍທະລາພະຍາຍາມດີດດີ້ນ ຖີບໄປທາງຫຼັງຢ່າງແຮງ, ຟ້າວດີດໂຕລອຍໄປຫານາຄະລິນທີ່ພວມປະໂລລິບປະໂລແມ່ມຢູ່ຫ່າງປະມານສີ່ແມັດ… ຊົ່ວຊິໄປຮອດ, ຮ່າງຂອງນາງກໍໄດ້ຈົມລົງສູ່ພື້ນນ້ຳເສຍແລ້ວ. ສະຕິຂອງຊາຍໜຸ່ມໃນຍາມນັ້ນ ມີແຕ່ບອກຕົນເອງວ່າຕ້ອງຊ່ວຍຊີວິດຂອງນາຄະລິນໃຫ້ໄດ້… ແຕ່ທຸກຢ່າງຄືກັບວ່າດັບມິ່ງລົງໄປ… ຮູ້ເມືອຄີງຂຶ້ນມາອີກເທື່ອ ກໍຮູ້ສຶກຄືກັບວ່າມີຫຍັງມາເຕັງໃສ່ເອິກ ແລະມີນໍ້າໄຫຼອອກຈາກປາກຕົນເອງຢ່າງບໍ່ຂາດສາຍ, ສະມັກນໍ້າອອກມາສອງສາມບາດ ຈຶ່ງສາມາດມືນຕາຂຶ້ນ ເຫັນໃບໜ້າຂອງອ້າຍສົງແລະເອື້ອຍວອນທີ່ພວມກົ້ມເຮັດປະຖົມພະຍາບານກອບກູ້ເອົາຊີວິດຂອງຕົນ…

“ນາຄະລິນເດ? ນາຄະລິນຢູ່ໃສ? ນາຄະລິນຂຶ້ນຈາກນໍ້າແລ້ວບໍ?” ຊາຍໜຸ່ມຮ້ອງຖາມຂຶ້ນທັງໆທີ່ຍັງນອນອ່ອນແອ້ກແລກຢູ່ກັບພື້ນຫາດຊາຍ.
“ນາຄະລິນໄປດີແລ້ວ. ບໍ່ຕ້ອງເປັນຫ່ວງນ້ອງດອກ!” ອ້າຍສົງບອກສາຍທະລາດ້ວຍນໍ້າສຽງກັ້ນສະອື້ນ, ນໍ້າຕາໄຫຼຜ່ານສອງພວງແກ້ມອັນຫຍາບກະດ້າງຢ່າງບໍ່ຂາດສາຍ.
“ນາຄະລິນໄປໃສ?” ສາຍທະລາຍັງຖາມແບບບໍ່ເຂົ້າໃຈຄັກ.
“ນ້ອງກັບຄືນໄປຢູ່ກັບພໍ່ທີ່ແທ້ຈິງຂອງນ້ອງແລ້ວ!!!” ສຽງຂອງເອື້ອຍວອນດັງກ້ອງເຂົ້າໂກນຫູ ພ້ອມດ້ວຍສຽງສະອື້ນປານໃຈຊິຂາດຂອງຜູ້ເປັນແມ່…

https://www.facebook.com/notes/10202538047788512/

Sunday, 31 August 2014

ຈົດໝາຍລອຍລົມ


by ແສງຟ້າ  ໂຫລານຸພາບ
August 31, 2014 at 5:07pm
ຜ່ານມາເຄີຍໄດ້ຟັງເພງ "ຈົດໝາຍລອຍລົມ" ຈາກສີມືການແຕ່ງຂອງ ອາຈານດາວວຽງ ບຸດນາໂຄ, ແຕ່ເທື່ອນີ້ລອງມາອ່ານເລື່ອງສັ້ນໆໃນຊື່ເລື່ອງດຽວກັນ ຊຶ່ງເລົ່າໂດຍນາງນ້ອຍ. ເລື່ອງຈະເປັນແນວໃດນັ້ນ ຂໍເຊີນທ່ານປະທັບສາຍຕາຕາມຕົວອັກສອນຂ້າງລຸ່ມນີ້ໄດ້ເລີຍ...

ພາຍຫຼັງທີ່ເອື້ອຍໃຫຍ່ຮັບໃບປະກາດຈົບ ມຊ ໄດ້ມື້ດຽວ, ນ້ອຍກໍໄດ້ມີໂອກາດໄປທ່ຽວທາງໄກ... ພໍ່ເປັນໂຊເຟີ, ແມ່ເປັນຜູ້ຄວບຄຸມໂຊເຟີ ດັ່ງນັ້ນເພິ່ນຈຶ່ງຕ້ອງນັ່ງຄຽງຂ້າງພໍ່, ນ້ອຍນັ່ງຈົກຂະໜົມຍື່ນໃຫ້ຜູ້ນັ້ນຜູ້ນີ້ຈຶ່ງນັ່ງທາງຫຼັງແມ່, ເອື້ອຍໃຫຍ່ເປັນຜູ້ຮັບຜິດຊອບເລື່ອງນໍ້າຈຶ່ງນັ່ງທາງຫຼັງພໍ່ ສ່ວນນິດເປັນພະລາຊີນີສັ່ງໃຫ້ຜູ້ນັ້ນຜູ້ນີ້ເອົາແນວກິນເຂົ້າປາກຈຶ່ງນັ່ງເຄິ່ງກາງລະຫວ່າງເອື້ອຍທັງສອງ... ເມື່ອລົດອອກຫວິດບ້ານໄຮ່ແລ້ວ, ແມ່ກໍສັ່ງໃຫ້ພໍ່ມອດແອ ແລ້ວເອົາປ່ອງຢ້ຽມລົດລົງ... ສາຍລົມຍາມເຊົ້າຂອງຍາມລະດູຝົນພັດວູບເຂົ້າມາໃນລົດ ເຮັດໃຫ້ທຸກຄົນຍືດຄໍຂຶ້ນເພື່ອຮັບເອົາອາກາດສົດດ້ວຍຄວາມສົດຊື່ນໃຈ... ສຽງເພງຈາກແຜ່ນຊີດີ “ເອີ້ນອ້າຍໃສ່ໝໍ້ໜຶ້ງ” ດັງລອດອອກມາຈາກລຳໂພງທາງຫັຼງລົດບໍ່ແຮງປານໃດ ເຮັດໃຫ້ບັນຍາກາດຂອງສຽງທີ່ແວ້ວເຂົ້າຫູມີຄວາມສຸນທະລີຢ່າງບອກບໍ່ຖືກ...

ພໍ່ແລ່ນລົດບໍ່ໄວປະມານ 70-80 ກິໂລແມັດຕໍ່ຊົ່ວໂມງ...
“ກຽມຈອດເດີ, ໃກ້ຊິຮອດຂົວປາກກະດິງແລ້ວ!” ແມ່ອວ່າຍໜ້າໄປບອກພໍ່.
ບໍ່ພໍຄາວ ລົດກໍມາຈອດຢູ່ແຄມທາງໃກ້ໆສານພະພູມຂະໜາດໃຫຍ່ທີ່ມີດອກໄມ້ທູບທຽນມາສັກກະລະເປັນຈຳນວນຫຼວງຫຼາຍ. ແມ່ຍ່າງລົງອອກຈາກລົດ ແລ້ວນໍາເອົາທູບທຽນພ້ອມດ້ວຍດອກໄມ້ໄປໄຫວ້ສານດັ່ງກ່າວ... ເຫັນແມ່ໄຕ້ທູບໄຕ້ທຽນ ແລະພະນົມມືໄຫວ້ ຫຼັບຕາ ເຮັດສົບເໜັງນັອກແນັກ...
ເມື່ອແມ່ກັບຂຶ້ນມາເທິງລົດແລ້ວ, ນ້ອຍກໍອົດທີ່ຈະຖາມແມ່ບໍ່ໄດ້... ສຽງສະຕາດລົດແລະການເລັ່ງຈັກໃຫ້ລົດເຄື່ອນໄປທາງໜ້າ ໄດ້ເຮັດໃຫ້ນ້ອຍຕ້ອງຖາມຄຳຖາມເດີມຕັ້ງສອງເທື່ອ...
“ຕອນແມ່ໄປໄຫວ້ສານເຈົ້າພໍ່ປາກກະດິງ, ເຫັນແມ່ເຮັດສົບເໜັງ ແມ່ນແມ່ເວົ້າຫຍັງເກ໊າະ?!?”
“ແມ່ກໍອະທິຖານໃຫ້ການເດີນທາງຂອງພວກເຮົາໄປເຖິງຈຸດໝາຍຢ່າງຕະຫຼອດປອດໄພ ແລະກໍຂໍໃຫ້ເພິ່ນຄຸ້ມເພິ່ນຄອງຕະຫຼອດການໄປທ່ຽວເທື່ອນີ້.”
ໄດ້ຍິນແນວນັ້ນ ທຸກຄົນກໍພາກັນຍິ້ມຢ່າງສະບາຍໃຈ...
ລົດແລ່ນໄປໄດ້ບໍ່ດົນ, ນິດເຮັດໜ້າຫຍຸ້ງພ້ອມກັບເອົາມືຍຸ້ມຕັກພ້ອມທັງເວົ້າຂຶ້ນວ່າ:
“ເຮົາປວດເບົານ່າ, ພໍ່!”
“ອົດເອົາກ່ອນເດີ! ບາດຮອດບ່ອນຕົ້ນໄມ້ຕຶບໆກ່ອນ ພໍ່ຈຶ່ງຊິຈອດໃຫ້.”
ໄດ້ຍິນນິດວ່າປວດເບົາ, ປາຍປະສາດດັ່ງກ່າວກໍກະຕຸກເຂົ້າສູ່ມັນສະໝອງຂອງນ້ອຍທັນທີ ຈົນຕ້ອງໄດ້ນັ່ງຍຸ້ມຂາໄວ້...
ບໍ່ພໍອຶດໃຈ ລົດກໍແລ່ນມາເຖິງບ່ອນປ່າຂ້າງທາງສີຕຶບໆ... ພໍ່ບັງຄັບລົດເຂົ້າແຄມທາງ... ນ້ອຍຟ້າວເປີດປະຕູລົງຈາກລົດໄວບໍ່ຄ້ານ ຕິດຕາມດ້ວຍນິດ, ເອື້ອຍໃຫຍ່ ແລະແມ່. ສ່ວນພໍ່ອອກຈາກລົດແລ້ວ ກໍຢືນລໍຖ້າໃກ້ໆລົດ ໂດຍບອກວ່າໃຫ້ທຸກຄົນຫົດຫຍ້າໃຫ້ແລ້ວກ່ອນ ຈຶ່ງຊິແມ່ນຜຽນຂອງພໍ່...
ໃສ່ນ້ຳຝຸ່ນສົດໃຫ້ຫຍ້າແລ້ວ ຮູ້ສຶກເບົາວ່ອງໆ... ຂຶ້ນມາຢືດເສັ້ນຢືດສາຍຢູ່ແຄມທາງທ້າຍລົດ... ທອດແສງຕາໄປທາງທິດເໜືອຂອງເສັ້ນທາງ ເຫັນລົດເມທີ່ມີປ້າຍວຽງຈັນ-ອັດຕະປືແລ່ນວືດມາດ້ວຍຄວາມໄວພໍປະມານ, ເຫັນຄົນເຕັມລົດ... ຫຼຽວແນມນຳຫຼັງ ເຫັນລົດຈັກສອງຄັນ ແລະເຄື່ອງຕ່າງໆຢູ່ຫຼັງຄາລົດ... ແລະເຫັນມີວັດຖຸນ້ອຍໆຄ້າຍເຈ້ຍຊັດອອກຈາກປ່ອງຢ້ຽມ ລອຍວືດມາຕົກລົງໃກ້ໆກັບລົດຂອງພວກເຮົາທີ່ຈອດຢູ່...
“ໂອ້! ຈົດໝາຍ!” ນ້ອຍອຸທານອອກມາ ພ້ອມກັບຍ່າງໄປເກັບຂຶ້ນມາພິນິດ: ຊອງຈົດໝາຍສີບົວມີຮູບກາຫົວໃຈຈາງໆເຕັມທົ່ວຊອງ ຊຶ່ງບໍ່ໄດ້ຕິດຜະໜຶກ... ເປີດອອກມາ ມີເຈ້ຍຈົດໝາຍຂະໜາດເອສີ່ ມີຕົວໜັງສືລາວສີຟ້າທີ່ບັນຈົງຂຽນຢ່າງປະນີດ ແຕ່ມີຮອຍນ້ຳຢາດໃສ່ຫຼາຍບ່ອນ...
“ເອົ໊າ! ພາກັນຂຶ້ນລົດເດີ. ກຽມເດີນທາງຕໍ່!” ພໍ່ບອກ ພ້ອມທັງສະຕາດລົດ.
ນ້ອຍຟ້າວຈັບເອົາເຈ້ຍຈົດໝາຍພ້ອມກັບຊອງນັ້ນຕິດໂຕຂຶ້ນລົດໄປນຳ... ນິດໄສສອດຮູ້ສອດເຫັນມັນກະເປັນຈັ່ງຊີ້ແຫຼະ!
ຍ້ອນເສັ້ນທາງສາຍໃຕ້ປູຢາງໄດ້ມາດຕະຖານ ຈຶ່ງເຮັດໃຫ້ການອ່ານໜັງສືໃນລົດບໍ່ມີບັນຫາ... ນິດເຫັນນ້ອຍເອົາເຈ້ຍຈົດໝາຍເລິກລັບມາອ່ານແນວນັ້ນ ລາວກໍຍືດຄໍມາອ່ານນຳ, ພ້ອມດຽວກັບເອື້ອຍໃຫຍ່ກໍເດ່ມືມາວ່າຈະຍາດເອົາໄປອ່ານ ແຕ່ຖືກນ້ອຍດຶງເຊື່ອງໄວ້ຂ້າງທັນ...
ແມ່ສັງເກດເຫັນຄວາມວຸ່ນວາຍຢູ່ເບາະຫຼັງເປັນແນວນັ້ນ ເພິ່ນຈຶ່ງເວົ້າສຽງສີຮ້າຍໆວ່າ:
“ແມ່ນພາກັນເຮັດຫຍັງເກ໊າະ? ນັ່ງດີໆກໍບໍ່ໄດ້ຫວາ?”
“ເອື້ອຍນ້ອຍບໍ່ໃຫ້ລູກອ່ານຈົດໝາຍນຳນ່າ!” ນິດຟ້ອງແມ່.
“ແມ່ນຈົດໝາຍຂອງຜູ້ໃດ?” ແມ່ຖາມ
“ຈົດໝາຍເຮ່ຍຈາກລົດເມຫວ່າງກີ້ນີ້ເດ!” ນ້ອຍຕອບພ້ອມກັບແກ້ໄຂບັນຫາດ້ວຍການບອກວ່າ:
“ເພື່ອບໍ່ໃຫ້ມີການຍາດກັນ ນ້ອຍຊິເປັນຜູ້ອ່ານໃຫ້ຟັງເດີ!”
“ດີຄືກັນ” ເອື້ອຍໃຫຍ່ອອກສຽງສະໜັບສະໜູນ.
“ຈັ່ງແມ່ນສອດຮູ້ສອດເຫັນເລື່ອງຜູ້ອື່ນຂະໜາດນໍ, ເດັກນ້ອຍຊຸມນີ້.” ແມ່ເວົ້າຂຶ້ນປານລູກໆຂອງເພິ່ນເປັນເດັກນ້ອຍປະຖົມເອົາໂລດ. ແຕ່ນ້ອຍກໍບໍ່ໄດ້ເອົາຫູໂຕ່ງ ພືເຈ້ຍຈົດໝາຍອອກຄັກໆ ແລ້ວອ່ານຕັ້ງແຕ່ອັກສອນຕົວທຳອິດດ້ວຍສຽງອ່າວດັງ ເພື່ອໃຫ້ທຸກຄົນໃນລົດໄດ້ຍິນ...

“ມະນີຈັນ ທີ່ຄິດເຖິງສະເໝີ...
ຂໍໂທດທີ່ຈາກໄປໂດຍບໍ່ໄດ້ຄອບລາ ແຕ່ຂ້ອຍກໍຮູ້ວ່າການທີ່ເຮັດຄືແນວນີ້ ເຈົ້າຈະບໍ່ມີວັນໃຫ້ອະໄພແກ່ຂ້ອຍເລີຍ. ມື້ນັ້ນ, ເດືອນນັ້ນ ແລະປີນັ້ນ ຊຶ່ງແມ່ນວັນວານ ແມ່ນອະດີດຕະການທີ່ຜ່ານກາຍມາ, ຂ້ອຍຍັງຈົດຈຳບໍ່ມີວັນຫຼົງລືມ ໂດຍສະເພາະແມ່ນຄຳຖາມທີ່ເຈົ້າຖາມເຖິງການປ່ຽນແປງຢູ່ໃນຕົວຂອງຂ້ອຍ... ແຕ່ຄຳຖາມນັ້ນກໍບໍ່ມີຄຳຕອບ ແລະຍັງຄົງເປັນປິດສະໜາສຳລັບເຈົ້າມາຕະຫຼອດ. ມະນີຈັນ! ເຈົ້າຮູ້ບໍວ່າລະຫວ່າງຂ້ອຍກັບເຈົ້າມັນຕ່າງກັນປານຟ້າກັບດິນ. ຂ້ອຍເປັນພຽງຄົນບ້ານນອກທີ່ມີຊາດກຳເນີດ ແລະເຕີບໃຫຍ່ຈາກຄອບຄົວທີ່ຕໍ່າຕ້ອຍທຸກຈົນ, ບາງຄັ້ງຂ້ອຍກໍຄິດຢາກອາດເອື້ອມດຶງຟ້າໃຫ້ລົງຕໍ່າພຽງດິນ ແລະກໍຢາກປີນໄຕ່ໄປເປັນດາວໃຫ້ສູງທຽມກັບເຈົ້າ. ແຕ່ນັ້ນກໍເປັນພຽງຝັນຊຶ່ງແມ່ນຝັນລົມໆແລ້ງໆທະເຍີທະຍານຂອງຄົນທີ່ບໍ່ຮູ້ຈຽມຕົວ. ເຈົ້າຮູ້ບໍ່ວ່າຕະຫຼອດເວລາທີ່ຂ້ອຍເຫັນເຈົ້າຍ່າງຄຽງຂ້າງ ແລະເວົ້າກັບຜູ້ຊາຍຄົນອື່ນທີ່ມີຖານະສັກສີທຽມທັນກັບເຈົ້າໃນແຕ່ລະຄັ້ງນັ້ນ, ໄດ້ເຮັດໃຫ້ຂ້ອຍເຈັບປວດທໍລະມານ ແລະກໍເກັບເອົາຄວາມເຈັບປວດນັ້ນໄວ້ຢູ່ໃນສ່ວນເລິກຂອງຫົວໃຈ. ມາຮອດມື້ນີ້ມື້ທີ່ຂ້ອຍພວມຈະຈາກເຈົ້າໄປໄກແສນໄກນັ້ນ ຂ້ອຍຈຶ່ງຂໍສາລະພາບຄວາມໃນໃຈທີ່ຂ້ອຍເກັບເຊື່ອງໄວ້ມານານແສນນານນັ້ນໃຫ້ເຈົ້າຮູ້ວ່າ: “ມະນີຈັນ... ຂ້ອຍຮັກເຈົ້າສຸດຫົວໃຈ ແລະຂ້ອຍກໍບໍ່ເຄີຍຮັກຍິງຄົນໃດໃນຊີວິດຂອງຂ້ອຍນອກຈາກເຈົ້າພຽງຄົນດຽວ.”
ເປັນຫຍັງຂ້ອຍຈຶ່ງບໍ່ບອກເຈົ້າແຕ່ຫົວທີ ເປັນຫຍັງຂ້ອຍຈຶ່ງບໍ່ກ້າປະເຊີນໜ້າກັບຄວາມເປັນຈິງ, ເປັນຫຍັງຂ້ອຍຈຶ່ງຝືນຕໍ່ຄຳຮໍ່າຮ້ອງຂອງຫົວໃຈ... ກໍຍ້ອນວ່າຂ້ອຍບໍ່ມີຄວາມກ້າຫານພຽງພໍ.
ມະນີຈັນທີ່ຮັກ, ຂໍໂທດທີ່ຂ້ອຍໃຊ້ຄຳລົງທ້າຍວ່າ “ທີ່ຮັກ” ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກເຈົ້າກ່ອນ ແຕ່ຈະອະນຸຍາດຫຼືບໍ່ອະນຸຍາດກໍຕາມ, ເມື່ອໃດທີ່ຂ້ອຍເອີ່ຍຄຳເວົ້າຄຳນີ້ອອກມາຍາມໃດໄດ້ເຮັດໃຫ້ຂ້ອຍມີຄວາມສຸກທີ່ສຸດໃນຊີວິດ...
ນາງທີ່ຮັກ! ມາຮອດມື້ນີ້, ຂ້ອຍຈິ່ງຮູ້ວ່າຕົນເອງເປັນພຽງຄົນຫຼົງທາງໄປສູ່ແສງສະຫວ່າງທີ່ມີຂອບເຂດ. ສະນັ້ນ ຂ້ອຍຈຶ່ງຂໍຖືເອົາໂອກາດນີ້ຄອບລາພຽງແຕ່ເທົ່ານີ້... ຊາດໜ້າຖ້າມີຫຼືບໍ່ມີກໍຕາມ ສຳລັບຊີວິດນີ້ພຽງແຕ່ມີວາດສະໜາໄດ້ຢືນຢູ່ຄຽງຂ້າງຜູ້ຍິງທີ່ຕົນເອງຫຼົງຮັກໃນຕະຫຼອດໄລຍະ 5 ປີກໍຖືວ່າພຽງພໍແລ້ວ...
ລາກ່ອນ ມະນີຈັນ... ລາກ່ອນຄວາມຫຼັງທີ່ຝັງໃຈບໍ່ຮູ້ລືມ!”

ອ່ານຈົບຄືກັບມີຫຍັງມາອັ່ງແໜ້ນຢູ່ຊວງເອິກ ແລະໃນຮູຄໍ... ບໍ່ມີສຽງປາກຈາກຜູ້ໃດ ມີແຕ່ສຽງລົດ ແລະສຽງລົມທີ່ພັດຫວີດຫວີ່ເຂົ້າໃນລົດ... ເສຍດາຍທີ່ຈົດໝາຍສະບັບນີ້ບໍ່ໄປເຖິງມືຂອງຍິງສາວທີ່ຊື່ມະນີຈັນ ຫາກວ່ານາງຄົນນັ້ນໄດ້ອ່ານ ຄວາມຮູ້ສຶກຂອງນາງຄົງຈະບໍ່ຕ່າງໄປຈາກນ້ອຍໃນຂະນະນີ້ ແລະກໍຄົງຈະໜັກໄປກວ່ານ້ອຍຢ່າງແນ່ນອນ... ຫາກສາມາດແປງຮ່າງເປັນ ນາງມະນີຈັນ ໄດ້, ນ້ອຍກໍຄົງບອກໃຫ້ພໍ່ເລັ່ງລົດໄປໃຫ້ທັນລົດເມຄັນນັ້ນ ເພື່ອຈະໄດ້ຊອກຫາເຈົ້າຂອງຈົດໝາຍລອຍລົມສະບັບນີ້!

(ເນື້ອໃນຈົດໝາຍໃນບົດຂຽນບົດນີ້ ເກັບເຮ່ຍມາຈາກບົດເລື່ອງສັ້ນ “ຄົນຫຼົງທາງ” ຂອງ ບຸນເສີນ ແສງມະນີ ທີ່ສ້າງໃຫ້ຕົວລະຄອນ “ທ້າວທອງໃບ” ນັກສຶກສາທີ່ຮຽນຈົບ ມຊ ຕັດສິນໃຈປ່ອຍວາງຈົດໝາຍສະບັບດັ່ງກ່າວໃຫ້ປິວລອຍອອກຈາກລົດເມໂດຍສານສາຍວຽງຈັນ-ອັດຕະປື)

LikeLike ·  · 

Friday, 29 August 2014

ບັນດິດໃໝ່


ເລື່ອງຂອງຊາຍໜູ່ມທີ່ໄດ້ເປັນບັນດິດໃໝ່...

ສຽງໂມງປຸກດັງຂຶ້ນ ເຮັດໃຫ້ຂ້ອຍຕ້ອງຟ້າວລຸກທັງໆທີ່ຄວາມຝັນມ່ວນໆຍັງຄ້າງຄາຢູ່ໃນຈິດສຳນຶກ... ຟັ່ງຟ້າວແລ່ນໄປໃສ່ຕຸກນ້ຳໃຫຍ່ ເຫຍັ້ນໃສ່ໂຈກ ຍົກຂຶ້ນອຶກໆເກືອບສະມັກຍ້ອນ... ກ່ອນຈະອະນາໄມສ່ວນໂຕ ບໍ່ລືມຫັດກາຍໂດຍຍົກແຂນຍົກຂາຕາມທ່າທີ່ເຄີຍຮຽນມາແຕ່ສະໄໝຢູ່ໂຮງຮຽນປະຖົມ... ຢູ່ໃນຫ້ອງອາບບໍ່ຮອດສິບຫ້ານາທີ ຄວາມສົດຊື່ນຍາມເຊົ້າຕູ່ກໍແຜ່ກະຈາຍໄປທົ່ວຮ່າງຄີງ... ຈັບເອົາຊຸດນັກສຶກສາທີ່ລີດໄວ້ແຕ່ວານນີ້ມາສຸບໃສ່... ແຍງເບິ່ງເງົາຕົນເອງຢູ່ໃນແວ່ນແຜ່ນໃຫຍ່ ເຈົ້າຊູ້ບໍ່ແມ່ນຂອງຄ່ອຍ! ຍັງກາລະວັດບໍ່ທັນໄດ້ມັດ... ເມື່ອມັດສຳເລັດກໍດູດີມີສີມີວັນຂຶ້ນອີກນ້ຳໜຶ່ງ... ແມ່ບອກວ່າ ຈະພາຍາດຕິພີ່ນ້ອງໄປຊົມເຊີຍຕອນໃກ້ໆເພນພຸ້ນລະ! ຈັບເອົາຄຳເຂົ້າປັ້ນສ່ຳຫົວໄກ່ນ້ອຍບ່າຍໃສ່ເກືອຍັດເຂົ້າປາກ ຫຍ້ຳຕ້ວຍໆຈົນແຫຼກໄດ້ລົດຫວານອອກມາຕິດລີ້ນກ່ອນຈະກືນລົງຄໍ... ຄົງປ້ອງກັນຄວາມຫິວໄດ້ຈົນຮອດທ່ຽງແນ່ນອນ...

ຄຶດວ່າຕົນມາຮອດກ່ອນແລ້ວ ແຕ່ກໍຍັງເຫັນໝູ່ຫຼາຍຄົນມາຢືນອັ່ງອໍຢູ່ຂ້າງໆຕຶກໃຫຍ່ເສດຖະສາດ ບ່ອນທີ່ຈະເຂົ້າຮັບໃບປະກາດ... ຮອຍຍິ້ມສຽງຫົວ ສຽງທັກທາຍຢາຍຫ່າງ ສຽງລົມກັນອຸ່ມອິ່ມໆພາໃຫ້ບັນຍາກາດໃນມື້ນີ້ຊ່າງມ່ວນຊື່ນເບີກບານເປັນຢ່າງຍິ່ງ ເຖິງແມ່ນເມັດຝົນຈະຮ່ຳໂຮຍລົງມາເປັນຫຼາຍແສນເມັດກໍຕາມ ຄັນຮົ່ມທີ່ແຕ່ລະຄົນຖືນັ້ນກໍສາມາດກັນປຽກໄດ້ເປັນຢ່າງດີ...

ຫວນຄືນເຖິງຕອນສະໄໝເລີ່ມເຂົ້າເປັນນັກສຶກສາໃໝ່ຂອງ ມຊ ຈົນມາຮອດມື້ນີ້ຄືວ່າໄວເອົາແທ້ເອົາວ່າ... ຕອນທີ່ຮຽນແບບຫົວໝົ້ນກົ້ນຊຸກນັ້ນ ກໍບໍ່ເຄີຍຝັນເລີຍວ່າມື້ຮັບໃບປະກາດຈະມາຮອດໄວປານນີ້!!! ມີມື້ນີ້ໄດ້ ກໍຍ້ອນພໍ່ກັບແມ່ໄດ້ທຸ່ມເທເຫື່ອແຮງໃນການຊອກຫາທຶນຮອນໃຫ້ຢ່າງບໍ່ຮູ້ອິດຮູ້ເມື່ອຍ... ຍ້ອນຄູອາຈານໄດ້ອອກແຮງສິດສອນໃຫ້ຄວາມຮູ້ຄວາມຫຼັກ ຈົນສາມາດຂຽນບົດຈົບຊັ້ນໄດ້ສຳເລັດ... ຍ້ອນການຈັດຕັ້ງຊາວໜຸ່ມໄດ້ນຳພາໃນການເຝິກຝົນຫຼໍ່ຫຼອມຕົນໃຫ້ເປັນນັກສຶກສາໜຸ່ມທີ່ມີຄວາມບາກບັ່ນອົດທົນຕໍ່ການສຶກສາຮ່ຳຮຽນ, ຍ້ອນໝູ່ເພື່ອນໄດ້ໃຫ້ຄວາມຊ່ອຍເຫຼືອບິແບ່ງຄວາມຮູ້ໃຫ້ເວລາທີ່ບໍ່ເຂົ້າໃຈສິ່ງທີ່ຮຽນມາ... ຍ້ອນເພື່ອນຍິງຜູ້ນັ້ນ ທີ່ໄດ້ເປັນກຳລັງໃຈໃຫ້ເວລາປະສົບພົບພໍ້ກັບອຸປະສັກ ພ້ອມທັງໃຫ້ຄຳປຶກສາຍາມມີບັນຫາ...

“ກຽມໂຕໄດ໋, ຢ່າຊູ່ຢືນຊຶງຫຼາຍ! ຮອດຄະນະວິຊາພວກເຮົາແລ້ວ!!!” ສຽງໝໍແສງທີ່ຢືນຢູ່ທາງຫຼັງດັງຂຶ້ນ ເຮັດໃຫ້ຂ້ອຍຕ້ອງຟ້າວກ້າວຂາຍ່າງຕາມຫຼັງໝໍສັກທີ່ຍ່າງອອກໜ້າຫ່າງຂ້ອຍໄປຫຼາຍແມັດເຕີບ...

ບໍ່ຮອດຫ້ານາທີ ຂ້ອຍກໍເລື່ອນໂຕເອງມາຢູ່ໃນຫ້ອງປະຊຸມຄະນະເສດຖະສາດ ທີ່ເຕັມໄປດ້ວຍແຂກຮັບເຊີນ, ຄະນະນຳ ມຊ, ຄະນະນຳຄະນະວິຊາ-ພາກວິຊາ ແລະນັກສຶກສາກຸ່ມສຸດທ້າຍທີ່ຈະຮັບໃບປະກາດ. ສຽງພິທີກອນອ່ານລາຍຊື່ນັກສຶກສາແຕ່ລະຄົນທີ່ຈະເຂົ້າຮັບໃບປະກາດດັງກ້ອງເຂົ້າຫູ...

ແລະແລ້ວ ສຽງອ່ານຊື່ຂ້ອຍກໍດັງກັງວານໄປທົ່ວຫ້ອງປະຊຸມ ຫົວໃຈຂ້ອຍເຕັ້ນຕຶກຕັກແບບບໍ່ເຄີຍເປັນມາກ່ອນ... ເຫື່ອຊຶມໄປທົ່ວຝາມື... ບອກຕົນເອງໃຫ້ຫັນໃຈເຂົ້າເລິກໆ... ພ້ອມກັບກ້າວຂາຍ່າງໃຫ້ຖືກຈັງຫວະຕາມທີ່ໄດ້ຊ້ອມມາເມື່ອທິດແລ້ວນີ້... ເມື່ອທ້າວສັກສິດຮັບໃບປະກາດຈາກທ່ານອະທິການບໍດີເປັນທີ່ຮຽບຮ້ອຍແລ້ວ, ກໍເຖິງຜຽນຂ້ອຍ... ແລ້ວຂ້ອຍກໍກ້າວຂາຍ່າງມາຢືນຕໍ່ໜ້າທ່ານອະທິການບໍດີທີ່ນັ່ງຢູ່ກາງເວທີ, ຍົກມືຂຶ້ນນົບ ພ້ອມກັບກົ້ມຫົວເຄົາລົບ ແລ້ວເດ່ມືໄປຮັບເອົາໃບປະກາດສະນີຍະບັດຈາກມືຂອງທ່ານອະທິການບໍດີ... ສຽງກ້ອງຖ່າຍຮູບທີ່ຕັ້ງຢູ່ເບື້ອງຊ້າຍນັ້ນດັງແກລັກບາດໜຶ່ງ... ແລ້ວກໍກ້າວຖອຍຫຼັງ ຈັບເອົາໃບປະກາດຂຶ້ນແນບເອິກ ພ້ອມກັບກ້າວຂາຍ່າງອອກໄປທາງປະຕູຂ້າງ...

ໂອ້! ໃນທີ່ສຸດ, ຂ້ອຍໄດ້ເປັນບັນດິດໃໝ່ແລ້ວ!!!

https://www.facebook.com/notes/10202610257433708/
UnlikeUnlike ·  · 

Friday, 22 August 2014

ຮອຍອະດີດ


ຂຽນໂດຍ ອ. ແສງຟ້າ  ໂຫລານຸພາບ

August 22, 2014 at 7:33am
ຍັງອີກບໍ່ເທົ່າໃດມື້ ກໍຈະຮອດວັນບຸນຫໍ່ເຂົ້າປະດັບດິນແລ້ວ. ເພື່ອໃຫ້ເຂົ້າກັບບັນຍາກາດຂອງວັນບຸນດັ່ງກ່າວ, ຂໍເຊີນທ່ານສຳຜັດກັບເລື່ອງສັ້ນແນວມະຫັດສະຈັນເລື່ອງນີ້ໄດ້ເລີຍ...

ຄາບເຂົ້າແລງວັນນັ້ນ ຊຶ່ງຜ່ານໄປຫຼາຍປີແລ້ວ ຕັ້ງແຕ່ສະໄໝທີ່ສາມເອື້ອຍນ້ອງຍັງເປັນເດັກທີ່ບໍ່ທັນປະສີປະສາກັບເລື່ອງມາລະຍາດໃນການກິນ. ນາງນ້ອຍຈື່ໄດ້ວ່າ ມັນເປັນຄາບເຂົ້າທີ່ສຸດແສນສັບສົນ ເພາະສາມເອື້ອຍນ້ອງໃນໄວອາຍຸກຳລັງກິນພາກັນຍຸ້ມຍາດເອົາຕ່ອນກັນຢ່າງອຸດຕະລຸດ ເຮັດໃຫ້ພໍ່ກັບແມ່ກຶ້ງຕາໃສ່ເປັນການກຳຮາບຄວາມອົນລະວົນຂອງພວກລູກໆດັ່ງກ່າວ. ສ່ວນພໍ່ຕູ້ກັບແມ່ຕູ້ທີ່ພວມຫຍໍ້າເຂົ້າຕ້ວຍໆຢູ່ນັ້ນ ກໍຕ້ອງໄດ້ຂ້ຽວກືນອາຫານລົງຄໍຢ່າງໄວວາ ເພື່ອຊອກວິທີຢຸດຢັ້ງການກະທຳທີ່ບໍ່ສຸພາບແລະເໝາະສົມຂອງຫຼານທັງສາມ.
“ຈັ່ງແມ່ນປານຜີເຜດຕາຍອຶດເອົາໂລດນໍ!” ສຽງອັນຊົງພະລັງຂອງພໍ່ຕູ້ໄດ້ເຮັດໃຫ້ທັງສາມສາວນ້ອຍຕ້ອງຢຸດຊະງັກການຍາດແຍ່ງເອົາຕ່ອນ. ນາງນ້ອຍຟ້າວຖົກມືກັບຄືນສູ່ຕັກແບບສີອາຍໆພ້ອມກັບກົ້ມໜ້າເບິ່ງນິ້ວມືທີ່ແປດເປື້ອນໄປດ້ວຍນໍ້າມັນເຫຼື້ອມເຍີ້ມໆຂອງຕົນ ແລະກືນນໍ້າລາຍລົງຄໍຢ່າງຍາກຊາ.
“ເປັນແມ່ຍ່າແມ່ຍິງຕ້ອງກິນເຂົ້າໃຫ້ມີມາລະຍາດ, ໃຫ້ຄ່ອຍກິນຄ່ອຍຫຍໍ້າ, ຢ່າຍາດອາຫານກັນ ເປັນເດັດຂາດ. ເອື້ອຍກໍຕ້ອງມີຈິດໃຈເຜື່ອແຜ່ຕໍ່ຜູ້ເປັນນ້ອງ, ນ້ອງຜູ້ນ້ອຍກໍບໍ່ແມ່ນຊິເມົາແຕ່ເອົາໃຈຕົນເອງເປັນໃຫຍ່ ຕ້ອງຄ່ອຍແບ່ງປັນກັນກັບເອື້ອຍໆໃຫ້ເໝາະສົມ.” ສຽງອັນອ່ອນໂຍນ ແຕ່ຊົງໄວ້ຊຶ່ງຄວາມໜ້ານັບຖືຂອງແມ່ຕູ້ໄດ້ເຮັດສາມເອື້ອຍນ້ອງຄ່ອຍໆກ້າເງີຍໜ້າຂຶ້ນສູ່ພາເຂົ້າ.
"ເອົ໊າ! ພາກັນກິນໃຫ້ອີ່ມສາ ຫຼານເອີຍ! ກິນແລ້ວ ພໍ່ຕູ້ມີນິທານມ່ວນໆເລົ່າສູ່ຟັງ!” ພໍ່ຕູ້ກ່າວສຽງສີເນີບໆຕາມແບບທີ່ເຄີຍກ່າວໃນເວລາທີ່ຈິດໃຈເຂົ້າສູ່ພາວະປົກກະຕິ ຊຶ່ງໄດ້ເຮັດໃຫ້ສາມເອື້ອຍນ້ອງຫຼຽວເບິ່ງໜ້າກັນດ້ວຍຄວາມດີໃຈທີ່ຈະໄດ້ຟັງນິທານຈາກພໍ່ຕູ້ອີກ ຈຶ່ງພ້ອມພາກັນກິນຢ່າງມີລະບຽບຂອງຜູ້ມີຄຸນສົມບັດດີ.ຄາບເຂົ້າແລງມື້ນັ້ນສິ້ນສຸດລົງດ້ວຍຂອງຫວານແຖມທ້າຍໂດຍສີມືຂອງແມ່: ນໍ້າຫວານໝາກແຕງລາຍໃສ່ກະທິ ຊຶ່ງເປັນຂອງຫວານທີ່ພໍ່ມັກເປັນທີໜຶ່ງ. ດ້ວຍເຫດນີ້ ນາງນ້ອຍຈຶ່ງສັງເກດເຫັນຮອຍຍິ້ມແຫ່ງຄວາມເພິ່ງພໍໃຈຂອງພໍ່ສົ່ງໃຫ້ກັບແມ່ຊຶ່ງພວມຍື່ນຖ້ວຍນໍ້າຫວານໃຫ້

ຄືນນັ້ນທ່າມກາງທ້ອງຟ້າທີ່ມືດສະໜິດເພາະເປັນຄືນເດືອນດັບ ສຽງແມງໄມ້ແລະສັດນ້ອຍທີ່ອອກຫາກິນຍາມກາງຄືນສົ່ງສຽງດັງວັ່ອງໆໃນຮູຫູ ແຕ່ສຽງດັ່ງກ່າວກໍບໍ່ຖືກໃສ່ໃຈອີກ ເພາະສຽງທຸ້ມກັງວານເປັນຕາຟັງຂອງພໍ່ຕູ້ນັກເລົ່ານິທານປະຈຳຄອບຄົວໄດ້ແຊກຊ້ອນຂຶ້ນມາ ເຮັດໃຫ້ຄື້ນສຽງທີ່ຂ້ອນຂ້າງໜວກຫູ ເລື່ອນຫາຍໄປ… ສາມເອື້ອຍນ້ອງນັ່ງອ້ອມຂ້າງອ້ອມແອວພໍ່ຕູ້ ດວງຕາທັງສາມຄູ່ແນມຈຶ້ງເບິ່ງຮິມພິສົບທີ່ອ່າວກຳແລະຫ້ຽວແຫ້ງຕາມໄວສັງຂານ ແຕ່ຜັດຊົງສະເໜ່ໄປດ້ວຍວາທະສິນ ຍາກທີ່ຈະຫາຜູ້ມາປຽບປານໄດ້! ຫູທັງສາມຄູ່ໂຕ່ງເອົາຖ້ອຍຄຳທີ່ພາໃຫ້ເກີດຄວາມສຳລານໃນດວງຈິດຢ່າງຕັ້ງໜ້າ…

ຫ່າງຈາກນີ້ໄປເກືອບຫົກສິບປີ ໃນຄາວທີ່ວຽງຈັນຫາກໍກໍ່ຮ່າງສ້າງຕົວຂຶ້ນໃໝ່. ຕົວເມືອງວຽງຈັນໃນເວລານັ້ນກວມເອົາພຽງແຕ່ບໍລິເວນນໍ້າພຸອັນມີຖະໜົນສາມແສນໄທ, ເຊດຖາທິລາດ ແລະປາງຄຳຕັດໄຂວ່ກັນ… ນອກຈາກນັ້ນ ກໍມີເສັ້ນທາງອື່ນໆທີ່ມີເຮືອນຂອງຜູ້ຄົນລຽງລາຍກັນໄປພໍເປັນຍັ່ອມແຍັ່ມ… ບ້ານທີ່ເປັນເຂດໃນເມືອງແທ້ໆກໍມີພຽງບໍ່ເທົ່າໃດບ້ານ ເຊັ່ນ ບ້ານມີໄຊ, ສີຫອມ, ສີສະເກດ, ຫັດສະດີ, ເກົ້າຍອດ, ເພຍວັດ ໂດຍສະເພາະແມ່ນເຂດບໍລິເວນນໍ້າພຸ… ຕະຫຼາດເຊົ້າໃນເວລານັ້ນ ແມ່ນຢູ່ຝາກທາງເບື້ອງທະນາຄານຮ່ວມພັດທະນາປັດຈຸບັນ. ສ່ວນຕະຫຼາດເຊົ້າແລະກະຊວງປ້ອງກັນຄວາມສະຫງົບໃນປັດຈຸບັນນັ້ນ ຍັງ ເປັນບວກໜອງ ມີເຮືອນຂອງຜູ້ຄົນອາໄສພຽງແຕ່ຢູ່ແຄມຕິດທາງຖະໜົນແລະບ່ອນທີ່ເປັນໂຄກ. ຮ່ອງທອງໄຫຼຄົດຄ້ຽວຕາມກຳແພງເມືອງເກົ່າມາຕັ້ງແຕ່ຂົວຫຼວງ - ໂຮງສີນ້ອຍ (ເຊິ່ງໜ້າກັບສະໜາມກິລາເຈົ້າອະນຸ) - ຕະຫຼາດເຊົ້າ - ລອດຜ່ານຂົວດິນເລາະລຽບໄປຕາມຄູວຽງ ຈົນໄປຮອດເຂດບຶງຂະຫຍອງ ແລ້ວໄຫຼລ້ຽວ ລົງສູ່ແມ່ນໍ້າຂອງແຖວໆສາລາກົກຕານ. ຫ່າງຈາກຂົວທີ່ສ້າງດ້ວຍດິນ (ປັດຈຸບັນເອີ້ນວ່າຂົວດິນ) ໄປທາງທິດເໜືອປະມານຫົກຮ້ອຍກວ່າແມັດເປັນທີ່ຕັ້ງຂອງວັດທີ່ມີຊື່ສຽງໃນການຊາປະນະກິດສົບ ຊື່ເປັນທາງການເອີ້ນ ວ່າ “ວັດເທບນິມິດ” ແຕ່ປະຊາຊົນທົ່ວໄປມັກເອີ້ນແບບສັ້ນໆວ່າ “ວັດທາດຝຸ່ນ”.  ກົງກັນຂ້າມກັບວັດໄປທາງບ້ານຝາຍ-ດົງປ່າລານແມ່ນປ່າຊ້າຝັງສົບຊາວຕ່າງດ້າວບໍ່ວ່າຝຣັ່ງກໍຄືຫວຽດນາມ (ຜີປ່າຊ້ານີ້ໄດ້ຍ້າຍໄປຢູ່ສີໃຄຕໍ່ໃສ່ສີເກີດໃນລະຫວ່າງປີ 1967 ດຽວນີ້ແມ່ນກະຊວງບໍ່ແຮ່ແລະພະລັງງານ ແລະເປັນຕຶກການຄ້າ ແລະບ້ານເຮືອນຂອງປະຊາຊົນບ້ານຝາຍ). ໃນບໍລິເວນເສັ້ນທາງແຖວນີ້ ຄັນຮອດຍາມຄໍ່າລົງແລງມາແລ້ວ ຜູ້ຄົນກໍຈະບໍ່ຫານກ້າສັນຈອນໄປມາ ເພາະມີເລື່ອງລືຊາກັນກ່ຽວກັບພູດຜີປີສາດ. ມີຄົນຊ່າກັນວ່າໃນຍາມ ຄໍ່າຄືນເດິກດື່ນມັກຈະມີສາວງາມໜ້າຂາວຜົມຍາວມາຍືນລັດລົດ ບໍ່ວ່າຈະເປັນລົດສາມລໍ້ຫຼືລົດຕັກຊີ. ຄຳຊ່າລືດັ່ງກ່າວກໍໄດ້ເຂົ້າຫູຂອງອ້າຍບ່າວຊຽງເດດ ຊາຍໜຸ່ມໄວກຳລັງຄະນອງ, ແຕ່ຍ້ອນເຄີຍບວດເປັນອ້າຍຈົວຢູ່ວັດມາແລ້ວ 2 ພັນສາ ຈຶ່ງເຮັດໃຫ້ຄຳວ່າ “ຜີ” ບໍ່ສາມາດກະທົບຈິດໃຈຂອງເຂົາໃຫ້ສັ່ນຄອນໄດ້ເລີຍ… ເຂົາເຄີຍຜ່ານທາງແຖວນັ້ນເປັນປະຈຳ ແລະກໍເຄີຍມາສົ່ງສະການຍາດພີ່ນ້ອງຢູ່ວັດທາດຝຸ່ນເກືອບວ່າປີໜຶ່ງ ສາມສີ່ເທື່ອ. ຍິ່ງໄປກວ່ານັ້ນ ກໍຍັງເຄີຍໄປຍິງກະປອມຢູ່ແຖວປ່າຊ້າຊາວຕ່າງດ້າວອີກນຳ ຈຶ່ງເຮັດໃຫ້ດວງຈິດຂອງເຂົາເຂັ້ມແຂງ ແລະອີກຢ່າງໜຶ່ງກໍຍ້ອນບໍ່ທັນເຄີຍເຫັນສິ່ງທີ່ເປັນຕາຢ້ານດັ່ງກ່າວນັ້ນເທື່ອ. ແຕ່ໃນໃຈຈິງແລ້ວ ກໍຢາກຈະພໍ້ກັບສິ່ງທີ່ເຂົາຊ່າລືນັ້ນແທ້ໆ ເພາະເມື່ອເວົ້າເຖິງສາວງາມໆແລ້ວ ຫູຂອງເຂົາມັກຈະຕັ້ງຊັນຂຶ້ນຢ່າງອັດຕະໂນມັດ. ທາງເສັ້ນນີ້ ເຂົາມັກຈະຍ່າງຜ່ານເປັນປະຈຳ ບໍ່ວ່າໃນຍາມກາງເວັນກໍຄືກາງຄືນ ໂດຍສະເພາະແມ່ນຍາມຂ້ອນແຈ້ງລະຫວ່າງສີ່ຫາຫ້າໂມງເຊົ້າ ເພື່ອນຳເອົາພືດຜັກທີ່ງອກງາມ ຈາກນໍ້າມືຂອງສະມາຊິກພາຍໃນຄອບຄົວຂອງເຂົາບໍ່ວ່າຈະເປັນພໍ່ແມ່ອ້າຍເອື້ອຍນ້ອງຊຶ່ງມີທັງໝົດ 10 ແຮງງານ ໄປຂາຍຢູ່ຕະຫຼາດເຊົ້າ ບ່ອນທີ່ຊາວນະຄອນວຽງຈັນໃນຄາວນັ້ນພາກັນມາຊອກຊື້ຊອກຂາຍຕັ້ງແຕ່ຍາມເຊົ້າໆ ຈົນຮອດສິບໂມງຕະຫຼາດກໍຈະເລີກ. ຮອດຕອນແລງມາ ຫາກໃຜຢາກອອກຕະຫຼາດ ກໍຕ້ອງໄດ້ ພາກັນໄປທີ່ຕະຫຼາດແລງສີຫອມ ຊຶ່ງຢູ່ແຈບ່ອນມີປ້ອມຈາລະຈອນສີ່ແຍກໄຟແດງທະນາຄານທະຫານໄທປັດຈຸບັນ.
ທຸກຄັ້ງທີ່ຫາບຜັກໃສ່ກະບຸງເພື່ອໄປຂາຍຜ່ານປ່າຊ້າແລະວັດທາດຝຸ່ນໃນຍາມຂ້ອນແຈ້ງ ຊຽງເດດມັກຈະເຫຼືອດສາຍຕາໄປເບິ່ງທາດຈອມແຫຼມໆແລະເຕົາເຜົາສົບທາງເບື້ອງຂວາມື ແຕ່ກໍບໍ່ເຫັນຫຍັງຜິດປົກກະຕິ ເຫຼືອດໄປທາງປ່າຊ້າເບື້ອງຊ້າຍກໍເຫັນພຽງແຕ່ຮູບໄມ້ກາງເຂນທີ່ຫຼໍ່ດ້ວຍຊີມັງເດຍລະດາດໄປທົ່ວ ທ່າມກາງຄວັນໝອກໃນຍາມເຊົ້າຕູ່… ຜ່ານໄປມາເລື້ອຍກໍເລີຍລຶ້ງເຄີຍຄືກັບວ່າສິ່ງດັ່ງກ່າວເປັນສ່ວນໜຶ່ງຂອງຊີວິດໄປເສຍແລ້ວ… ມີແຕ່ວັນສິນເທົ່ານັ້ນ ທີ່ເຂົາບໍ່ໄດ້ຜ່ານທາງດັ່ງກ່າວ ເພາະຖືວ່າເປັນມື້ພັກ ແລະຕ້ອງກະກຽມເຂົ້າປາອາຫານພ້ອມກັບພວກນ້ອງໆໃຫ້ກັບແມ່ ເພື່ອໄປຕັກບາດຖວາຍທານຢູ່ວັດໃກ້ເຮືອນ. ແຕ່ສະເພາະວັນສຳຄັນທາງສາສະໜາ ເຊັ່ນ ບຸນເຂົ້າພັນສາ, ບຸນຫໍ່ເຂົ້າປະດັບດິນ, ບຸນຫໍ່ເຂົ້າສະຫຼາກ, ບຸນອອກພັນສາແລະອື່ນໆແລ້ວ ບໍ່ມີພຽງແຕ່ແມ່ເທົ່ານັ້ນ ຍັງມີພໍ່, ເຂົາແລະພວກນ້ອງໆກໍພ້ອມພາກັນໄປ ຕັກບາດຢາດນໍ້າເຊັ່ນດຽວກັນ. ຍິ່ງແມ່ນຍາມບຸນເຂົ້າພັນສາແລ້ວ ທຸກໆວັນສິນ ພໍ່ກັບແມ່ກໍຈະໃສ່ຊຸດພໍ່ຂາວ ແມ່ຂາວໄປຈຳສິນຢູ່ຫໍແຈກວັດພຸ້ນຕັ້ງແຕ່ຫ້າໂມງແລງຈົນວ່າຄູບາສັນຈັງຫັນຂອງເຊົ້າມື້ໃໝ່ແລ້ວ ພວກເພິ່ນຈຶ່ງກັບມາເຮືອນ.

ແຕ່ບຸນຫໍ່ເຂົ້າປະດັບດິນໃນວາລະທີ່ຊຽງເດດອາຍຸຄົບຮອບ 22 ປີນັ້ນ, ເຂົາຊໍ້າຜັດປະຕິເສດການຢຸດພັກ ເພື່ອໄປເຮັດບຸນຕາມປະເພນີທີ່ເຄີຍເຮັດມາ. ເຂົາຢືນກະຕ່າຍຂາດຽວທີ່ຈະເອົາຜັກຢູ່ໃນສວນທີ່ ພວມງອກງາມເໝາະທີ່ຈະຫຼົກອອກຂາຍ ເພາະຜັກໃນຍາມນີ້ອຶດ ແລະຍິ່ງເປັນວັນສິນອີກ ຍິ່ງໄດ້ຂາຍດີ ປານແຈກລ້າພຸ້ນລະ.
“ຄັນບໍ່ຫຼົກໄປຂາຍມື້ອື່ນ ລູກຢ້ານວ່າມັນຊິແກ່ເກີນໄປ ອາດຈະຂາຍບໍ່ໄດ້ລາຄາດີ.” ຊຽງເດດອ້າງເຫດຜົນກັບແມ່. “ໃຫ້ພໍ່ກັບບັກຫຳຫຼ້າເອົາຫໍ່ອາຫານໄປວັດແຕ່ເດິກແທນລູກກໍຄົງໄດ້ ເພາະຫຳຫຼ້າກໍໃຫຍ່ແລ້ວ ມັນຄືຊິບໍ່ຢ້ານຫຍັງດອກ!”
“ແຕ່ມັນຄະລຳໄດ໊ ເດດເອີຍ! ຍາມວັນສິນວັນພະກໍຄວນຢູ່ເຮັດບຸນ. ຍິ່ງແມ່ນບຸນຫໍ່ເຂົ້າປະດັບດິນ ຍິ່ງມີຄວາມສຳຄັນຕໍ່ຍາດພີ່ນ້ອງຂອງພວກເຮົາທີ່ລ່ວງລັບໄປແລ້ວ. ເຊື່ອແມ່ເທາະ! ດ້າມມື້ດຽວມັນບໍ່ແກ່ດອກ. ເອົາໄວ້ອີກມື້ໜຶ່ງໄປຂາຍກໍຍັງໄດ້ຢູ່.” ແມ່ທັດທານຜູ້ເປັນລູກດ້ວຍເປັນຫ່ວງ.

“ກະຢ່າເທາະແມ່! ໃຫ້ລູກໄປຂາຍເທາະ! ແຮ່ງເປັນມື້ພັກຂອງຊາວສວນແລະພວກພໍ່ຄ້າແມ່ຄ້າ ແຮ່ງຊິເຮັດໃຫ້ລູກໄດ້ຂາຍດີ. ແລ້ວລູກກະຊິໄດ້ມີເງິນທ້ອນພໍ ເພື່ອຊື້ລົດຖີບເປີໂຊມາຂີ່.” ເຂົາອ້າງເຫດຜົນ ດ້ວຍໃບໜ້າອັນກະຕືລືລົ້ນນຳລົດຖີບເປີໂຊທີ່ເຂົາໃຝ່ຝັນມາໄດ້ຫຼາຍປີແລ້ວ.
“ຄັນຊັ້ນ ກໍແລ້ວແຕ່ລູກ ຄັນມີບັນຫາມາ ກໍຢ່າວ່າແມ່ບໍ່ຕຸກບໍ່ເຕືອນເດີ.” ແມ່ຖິ້ມທ້າຍດ້ວຍສີໜ້າເປັນຫ່ວງວາດໃດວາດໜຶ່ງ.
“ບໍ່ມີບັນຫາຫຍັງດອກແມ່ເອີຍ! ເຊື່ອໝັ້ນລູກຊາຍຂອງແມ່ໂລດ. ບາດເງິນພຽງພໍແລ້ວ ລູກຊິໄດ້ຊື້ລົດຖີບຊ້ອນແມ່ໄປໄຫວ້ທາດຫຼວງ.” ສຽງຂອງເຂົາດັງສະທ້ອນອອກຈາກໃຈຢ່າງຕື່ນເຕັ້ນ.

(ເຊີນຕິດຕາມອ່ານຕອນສຸດທ້າຍ) ທີ່ມາ​https://www.facebook.com/notes/10202480451868650/

Friday, 15 August 2014

ແອນ້ອຍນາຄະລິນ


ຊຽນໂດຍ ອ. ແສງຟ້າ ໂຫລານູຖາພ
             ສາມເດືອນຕໍ່ມາ, ໃນແລງວັນໜຶ່ງ ຂະນະທີ່ແຕ່ລະຫຼັງຄາເຮືອນພວມກໍ່ໄຟກຽມພາເຂົ້າພາແລງ. ຫູສາຍທະລາກໍໄດ້ຍິນສຽງຮ້ອງໄຫ້ດັງໂຫຍຫວນຈາກເຮືອນຂອງນາຍບ້ານ ທີ່ຫ່າງຈາກເຮືອນຂອງເຂົາບໍ່ຮອດຫ້າສິບແມັດ. ຍ້ອນຄວາມຢາກຮູ້ຢາກເຫັນຕາມຜະສາເດັກນ້ອຍ ເຂົາຟ້າວແລ່ນລົງເຮືອນໄປຈົນແມ່ເອີ້ນນຳຫຼັງກໍບໍ່ທັນ.
            ພາບທີ່ເຂົາເຫັນຢູ່ເທິງເຮືອນຂອງນາຍບ້ານນັ້ນ ແມ່ນຮ່າງຂອງເອື້ອຍວອນນອນຂວໍ້າຢູ່ກັບພື້ນ ໄຫ້ສະອຶກສະອື້ນຢ່າງໜ້າສົມເພດເວທະນາໂດຍມີຜູ້ເປັນພໍ່ເງື້ອແສ້ລ້ຳລົງໃສ່ກາງຫຼັງເປັນບາດໆ.
            “ບອກມາ ມຶງໄປຖືພາມານນຳໃຜ? ບອກມາດຽວນີ້!!!” ສຽງນາຍບ້ານຮ້ອງຖາມດ້ວຍຄວາມຢາກຮ້າຍຢ່າງສຸດຂະໜາດ. “ຄັນບໍ່ບອກ ກູຊິຂ້າມຶງຖິ້ມໃຫ້ສົມກັບຄວາມເຫຼືອໃຈນຳລູກຜູ້ບໍ່ມັກດີຄືແນວນີ້!”
            ເອື້ອຍວອນໄດ້ແຕ່ສະອື້ນໄຫ້ ປະຕິເສດສຽງໂຫຍຫວນ… ສ່ວນຜູ້ເປັນແມ່ກໍບໍ່ຊ່າງຊິເຮັດແນວໃດ ໄດ້ແຕ່ຫ້າມຜູ້ເປັນຜົວວ່າຢ່າເຮັດຮຸນແຮງກັບລູກເກີນໄປ ໃຫ້ຄ່ອຍເວົ້າຄ່ອຍອອຍເອົາ. ຈັ່ງໃດກໍແມ່ນລູກຕົນເອງ  ຜິດແມ່ນແນວໃດກໍຄ່ອຍບອກຄ່ອຍສອນເອົາຈະດີກວ່າ. ປານເພີ່ມເຊື້ອໄຟໃສ່ ນອກຈາກຈະຮ້າຍໃສ່ລູກແລ້ວ ກໍຫັນມາໝຶນໃສ່ເມຍອີກ…
            “ເປັນຍ້ອນເຈົ້ານີ້ແຫຼະ ມັນຈຶ່ງໄດ້ເດີ້ມຄືຈັ່ງຊີ້ນ່າ!”
            ແມ່ຂອງເອື້ອຍວອນກໍບໍ່ໄດ້ຊາຄຳເວົ້າຂອງຜູ້ເປັນຜົວເລີຍ, ເພິ່ນເຂົ້າໄປກອດໂຊມເອົາລູກສາວທີ່ຍັງສະອື້ນໄຫ້ຢູ່ບໍ່ເຊົາ.
            “ບອກໃຫ້ພໍ່ໃຫ້ແມ່ຮູ້ສາວ່າລູກມີທ້ອງມີໄສ້ກັບໃຜ? ພໍ່ແມ່ຮູ້ແລ້ວກໍຈະບໍ່ເອົາຜິດເອົາແມ່ນນໍາດອກ. ມີແຕ່ຊິໃຫ້ພວກລູກແຕ່ງແປງກັນໃຫ້ຖືກຕ້ອງຕາມປະເພນີ.” ແມ່ເວົ້າສຽງອ່ອນໂຍນປ່ຽມລົ້ນໄປດ້ວຍຄວາມຮັກຄວາມສົງສານລູກໃນໄສ້ຂອງຕົນ.
            ເອື້ອຍວອນເງີຍໜ້າທີ່ນອງດ້ວຍນໍ້າຕາເບິ່ງແມ່ ແລະກ່າວອອກມາຢ່າງໜັກແໜ້ນວ່າ:
            “ລູກກໍບໍ່ຮູ້ຄືກັນວ່າ ລູກຖືພາໄດ້ແນວໃດ!?!?!?”
            ພໍແຕ່ໄດ້ຍິນສຽງຕອບຂອງລູກສາວແນວນັ້ນ ນາຍບ້ານກໍຮ້າຍຂຶ້ນໝົດແຮງປານບັ້ງໄຟແຕກຄາຄ້າງເອົາໂລດ.
            “ມີຢູ່ໃສໃນໂລກ ຖືພາໂດຍບໍ່ຮູ້ຈັກວ່າຕົນເອງໄປເຮັດຫຍັງໄວ້ກັບໃຜ?” ບໍ່ພຽງແຕ່ເວົ້າ ແສ້ໃນມືກໍຮໍ່າລົງໄປອີກ ແຕ່ຜູ້ເປັນແມ່ໄດ້ເອົາມື ຂຶ້ນມາປົກປ້ອງລູກສາວຂອງຕົນໄວ້. ໃນທີ່ສຸດ ນາຍບ້ານກໍອອກປາກຖາມໄປຢ່າງແນ່ໃຈວ່າ:
            “ບໍ່ແມ່ນມຶງຖືພາກັບບັກສົງນັ້ນຫວາ?” ສິ້ນສຽງຂອງນາຍບ້ານ ບໍ່ທັນທີ່ເອື້ອຍວອນຈະຕອບ, ສຽງຫ້າວໆຂອງໃຜຜູ້ໜຶ່ງ ທີ່ມາຢືນເບິ່ງໃກ້ໆສາຍທະລາກໍຮ້ອງໂດ່ງຂຶ້ນໄປໃສ່ວ່າ:
            “ແມ່ນຂ້ານ້ອຍນີ້ລະ ທີ່ເຮັດໃຫ້ລູກຂອງຍາພໍ່ຖືພາ.”
            ອ້າຍສົງນັ້ນເອງ ລາວທັງເວົ້າທັງຍ່າງຂຶ້ນເຮືອນຂອງນາຍບ້ານ. ສາຍທະລາເຫັນລາວນັ່ງໝອບກົ້ມລົງຂາບ ສະແດງຄວາມຂໍໂທດຕໍ່ການກະທຳຜິດຂອງຕົນ.
            “ກູວ່າແລ້ວບໍ່ຜິດ. ແມ່ນບັກອັບປີສີກະບານນີ້ເອງທີ່ມາເຮັດຜິດຜີກັບລູກກູຄືແນວນີ້!!!” ບໍ່ເວົ້າລ້າ ຕີນລາວຫອບໃສ່ບັກແອວຂອງອ້າຍສົງຈົນຫົວດວນໄປ. ແມ່ຂອງເອື້ອຍວອນຟ້າວໄປຫ້າມຜົວ ເພື່ອບໍ່ໃຫ້ລາວເຮັດຮຸນແຮງຫຼາຍໄປກວ່ານີ້.
            ສາຍທະລາແນມເຫັນໃບໜ້າຂອງເອື້ອຍວອນທີ່ສະແດງຄວາມປະຫຼາດໃຈຕໍ່ຄຳຮັບສາລະພາບຂອງອ້າຍສົງ, ລາວພວມຈະກ່າວຫຍັງອອກໄປ ແຕ່ກໍຊ້າເກີນໄປເສຍແລ້ວ ເພາະອ້າຍສົງຍ່າງໄປໂຊມເອົາລາວລຸກຂຶ້ນ ພ້ອມທັງສົ່ງແສງຕາແຫ່ງຄວາມເມດຕາສົງສານໃຫ້ຈົນຫົວໃຈເອື້ອຍວອນອ່ອນຍວບ ເມື່ອຫວນຄຶດເຖິງຕອນລົງໄປຕົບພະທາດຊາຍຢູ່ຫາດຮ່ວມກັນໃນວັນນັ້ນ.

            ໜຶ່ງອາທິດຕໍ່ມາພາຍຫຼັງການຂໍຂະມາຕາມຮີດຄອງ ແລະການຕົກລົງຂອງພໍ່ແມ່ທັງສອງຝ່າຍແລ້ວ, ພິທີແຕ່ງດອງແບບກະທັນຫັນລະຫວ່າງເອື້ອຍວອນແລະອ້າຍສົງ ກໍຖືກຈັດຂຶ້ນຢູ່ເຮືອນຂອງນາຍບ້ານ. ເຖິງຈະເປັນພິທີທີ່ກະທັດຮັດເບົາບາງ ແຕ່ໄທບ້ານທົ່ວຄຸ້ມບ້ານກໍເຂົ້າຮ່ວມຢ່າງພ້ອມພຽງ ແລະໃຫ້ການຊ່ອຍເຫື່ອຊ່ອຍແຮງຜູ້ລະໄມ້ລະມືຢ່າງສຸດອົກສຸດໃຈ ບໍ່ຍົກເວັ້ນແມ່ນກະທັ້ງສາຍທະລາທີ່ຍັງເປັນພຽງເດັກນ້ອຍກໍໄດ້ເຂົ້າຮ່ວມເປັນສັກຂີພະຍານຂອງດອງຄັ້ງນີ້ນຳ.
            ນັບແຕ່ໄດ້ລູກເຂີຍມາຢູ່ເຮືອນ ເຫັນວ່ານາຍບ້ານປ່ຽນໄປເປັນຄົນລະຄົນ, ອາດແມ່ນຍ້ອນຄວາມດຸໝັ່ນຂະຫຍັນພຽນ ຮູ້ຈັກເອົາອົກເອົາໃຈພໍ່ເຖົ້າແມ່ເຖົ້າຂອງອ້າຍສົງກໍບໍ່ຈັກ. ເບິ່ງລາວໃຈເຢັນລົງ ເວົ້າຫຍັງມີເຫດມີຜົນ ບໍ່ໃຊ້ອາລົມເປັນໃຫຍ່ຄືແຕ່ເກົ່າ. ໄທບ້ານໃຜກໍພາກັນຊື່ນຊົມນຳການປ່ຽນແປງດັ່ງກ່າວຂອງລາວ ເຮັດໃຫ້ບ້ານແຫ່ງນີ້ເຕັມໄປດ້ວຍຄວາມສະຫງົບສຸກ.
            ຍິ່ງຕອນທີ່ລາວຈະໄດ້ຫຼານ ລາວແຮ່ງມີອາລົມດີ ມີເທື່ອໜຶ່ງໄດ້ຍິນລາວອອກປາກເວົ້າກັບໄທບ້ານວ່າ:
            “ຂ້ອຍຄືຊິໄດ້ຜູ້ມີບຸນມາເກີດເປັນຫຼານ ເພາະຝັນເຫັນແຕ່ພະຍານາກມາຊ່ອຍເລື້ອຍໆ.”
            ສາຍທະລາສັງເກດເຫັນອ້າຍສົງສະແດງທ່າທີແບບຄົນທີ່ກຳລັງໃຊ້ຄວາມຄິດໜັກ ຫຼັງຈາກໄດ້ຍິນຜູ້ເປັນພໍ່ເຖົ້າກ່າວແນວນັ້ນ, ຄິ້ວທັງສອງຂອງລາວສົນເຂົ້າຫາກັນ… ລາວອາດກຳລັງຄິດ… ຄິດກ່ຽວກັບຫຍັງນໍ? ສາຍທະລາເອງກໍບໍ່ສາມາດລ່ວງຮູ້ໄດ້.

            ແລະແລ້ວ ສາຍທະລາກໍໄດ້ມີໂອກາດສະແດງຄວາມດີໃຈກັບອ້າຍສົງ, ເມື່ອເອື້ອຍວອນໃຫ້ກຳເນີດທາລົກນ້ອຍ… ແຕ່ຕອນທີ່ນາຍບ້ານຍ່າງອອກຈາກຫ້ອງບ່ອນທີ່ເອື້ອຍວອນຢູ່ກຳນັ້ນ ໃບໜ້າຂອງລາວສະແດງຄວາມຜິດຫວັງຢ່າງເຫັນໄດ້ແຈ້ງ ພ້ອມກັບສຽງຈົ່ມຄ່ອຍໆວ່າ:
            “ຝັນເຫັນແຕ່ພະຍານາກ ຫຼານສາວອອກມາກໍເລີຍມີຜິວຄືກັບເກັດພະຍານາກເອົາໂລດ!”
            ແມ່ນຄວາມຂອງພໍ່ເຖົ້າອ້າຍສົງ ເວລາທີ່ສາຍທະລາເຂົ້າໄປຢາມເອື້ອຍວອນກັບແມ່ ເຂົາເຫັນລູກນ້ອຍຂອງລາວມີຜິວເປັນເກັດນ້ອຍໆ…
            “ໄປກວດຢູ່ໂຮງໝໍແລ້ວ ທ່ານໝໍບອກວ່າແມ່ນພະຍາດຜິວໜັງຊະນິດໜຶ່ງ ຊຶ່ງຖ້າໄດ້ຮັບການປິ່ນປົວທີ່ຖືກຕ້ອງ ກໍຈະເຊົາໃນເວລາຂຶ້ນສາວ.” ເອື້ອຍວອນອະທິບາຍສູ່ແມ່ຂອງສາຍທະລາຟັງ.
            ເຖິງແມ່ນຈະມີຜິວເປັນເກັດ ແຕ່ແອນ້ອຍກໍເປັນຕາຮັກຕາແພງຈົນ  ສາຍທະລາອົດຢາກອູ້ມບໍ່ໄຫວ ແຕ່ຖືກແມ່ຫ້າມໄວ້ ເພາະແອນ້ອຍຍັງນ້ອຍໂພດ. ເຂົາຈຶ່ງໄດ້ແຕ່ແນມເບິ່ງຮ່າງນ້ອຍໆນັ້ນຢ່າງຮັກແພງແກມສົງສານ.
            “ໃສ່ຊື່ໃຫ້ແອນ້ອຍວ່າແນວໃດລະ?” ແມ່ຂອງສາຍທະລາຖາມ.
            “ນາຄະລິນ” ເອື້ອຍວອນຕອບ ພ້ອມທັງແນມເບິ່ງໜ້ານ້ອຍໆທີ່ມີເກັດຊາບລາບນັ້ນດ້ວຍຄວາມຮັກຢ່າງສຸດຊຶ້ງ.

Tuesday, 12 August 2014

ລາງວັນ "ບໍ່ຄົບຫ້າ"

ຊຽນໂດຍ ອ. ແສງຟ້າ  ໂຫລານຸພາບ
ຫຼັງ ຈາກເລີກການຕອນທ່ຽງ ກໍຟ້າວເລັ່ງລົດໄປຮັບເມຍຢູ່ຫ້ອງການທີ່ໄກຈາກບ່ອນທີ່ຕົນເຮັດວຽກກວ່າສອງກິໂລແມັດ. ແຕ່ເມື່ອຮອດເຄິ່ງທາງnສຽງກະລັອງກະແລັງດັງຂຶ້ນຢູ່ກ້ອງພື້ນລົດ ຈົນຕ້ອງໄດ້ແວ່ເຂົ້າແຄມທາງຈອດລົດລົງໄປເບິ່ງ. ເຫັນທໍ່ອາຍເສຍຂາດກາງເຄິ່ງຕິດຢູ່ກັບພື້ນຖະໜົນ. ຄົງແມ່ນຍ້ອນຂີ້ໝ້ຽງກັດກິນທໍ່ປະສົມກັບແຮງຕຳກັບພື້ນຖະໜົນທີ່ຫຼຸບໆໂນນໆຂອງເສັ້ນທາງໂພນຕ້ອງ-ດົງໂດກເປັນແນ່ແທ້ ມັນຈຶ່ງເປັນແນວນີ້! ເຫື່ອຈັກໄຫຼອອກຈາກໜ້າຜາກແລະຂະໝັບແຕ່ຍາມໃດກໍບໍ່ຮູ້, ຈົກເອົາແພມົນໃນຖົງໂສ້ງຂຶ້ນມາເຊັດດ້ວຍຈິດໃຈກະວົນກະວາຍ. ໃຈໜຶ່ງວ່າຊິຂັບຕໍ່ໄປຮັບເມຍ ໃຈໜຶ່ງຊ້ຳຜັດອາຍນຳສຽງທໍ່ຂາດລາກໄປນຳຖະໜົນ ຈຶ່ງຕັດສິນໃຈລ້ຽວລົດກັບຄືນໄປຍັງເຮືອນ. ພໍມາຮອດເຮືອນກໍຟ້າວໂທຫາເມຍບອກວ່າໄປຮັບບໍ່ໄດ້ ໃຫ້ກັບມາເອງເດີ! ພຽງແຕ່ໄດ້ຍິນເທົ່ານັ້ນ ແມ່ເຈົ້າເຮືອນກໍໝົກເຫັດຢ່າງໃຫຍ່ ວ່າຊິຢູ່ຫ້ອງການເລີຍວ່າຊັ້ນ! ພ້ອມດ້ວຍຂອງແຖມສຽງວາງຫູໂທລະສັບດັງສະໜັ່ນຫວັ່ນໄຫວ… ທັງຫິວເຂົ້າ ທັງເປັນຫ່ວງນຳລົດ ໄປເຮືອນຄົວຈັບເອົາພາເຂົ້າມາຕັ້ງໄວ້ຫ້ອງໂຖງ ພ້ອມກັບຈົກເອົາເງິນສິບພັນຍື່ນໃຫ້ລູກຊາຍກົກໄປຊື້ເສັ້ນລວດມາໃຫ້ ເພື່ອຊິມາມັດທໍ່ເປັນການຊົ່ວຄາວ… ບໍ່ພໍທໍ່ໃດນາທີກໍເຫັນແມ່ເຈົ້າເຮືອນປ່ອນໜ້າພໍ້ວໍ້ເຂົ້າມາດ້ວຍອາລົມບູດ ຈຶ່ງຟ້າວອະທິບາຍເຫດຜົນສູ່ຟັງ… ເງິນຈຳນວນສອງແສນສຳລັບໄປຈອດທໍ່ໄດ້ຖືກຈົກຈາກກະເປົາເງິນຂອງຜູ້ເປັນເມຍ ພ້ອມທັງຍື່ນໃຫ້ດ້ວຍຄວາມຈຳໃຈ ເຮັດໃຫ້ຄວາມກະວົນກະວາຍຫາຍໄປປານປິດຖິ້ມ.
“ເຫຼືອເທົ່າໃດແລ້ວເອົາມາສົ່ງຄືນເດີ!” ທັງເວົ້າທັງເຮັດຕາຂຽວໃສ່ຈົນກິນເຂົ້າທ່ຽງກໍບໍ່ແຊບ. ແຕ່ຢ່າງໃດກໍຢ່າລະ ແນວໝາກກ້ວຍຕົກມືລີງແລ້ວ ຕ້ອງໃຫ້ເງິນທີ່ເຫຼືອນັ້ນມີປະໂຫຍດຢ່າງສູງສຸດ.
ພວມປ່ອນປັ້ນເຂົ້າຄຳທີສອງເຂົ້າປາກ ສຽງຂອງລູກສາວຫຼ້າກໍດັງຂຶ້ນທີ່ປະຕູເຮືອນ…
“ເປັນຫຍັງອີ່ພໍ່ຈຶ່ງບໍ່ໄປຮັບລູກ? ຢືນຖ້າຂາແຂງຈົນທົນບໍ່ໄດ້ ຈຶ່ງໄດ້ຍ່າງຕາກແດດມາ ໜ້າຈົນວ່າແຫ້ມໝົດ.”
ໄດ້ຍິນສຽງຈົ່ມເປັນຕາອີ່ຕົນ ຈຶ່ງກ່າວບອກເຫດຜົນແກ່ລູກດ້ວຍສຽງສີອ່ອນໆແລະປິດທ້າຍວ່າ:
“ພໍ່ຊິມີລາງວັນໃຫ້ດອກສຳລັບການຍ່າງຂອງລູກມື້ນີ້!”
“ແທ້ໆໄດ໋, ພໍ່!”
“ແນ່ນອນຢູ່ແລ້ວ!” ສຽງເນັ້ນດັ່ງກ່າວ ເຮັດໃຫ້ລູກສາວຫຼ້າຍິ້ມຈົນເຫັນແຂ້ວວ່ອງ.
ເຂົ້າການຕອນແລງເປັນອັນວ່າຕ້ອງໄດ້ໂຈະໂດຍຂໍຄຳອະນຸຍາດຈາກຫົວໜ້າ ເພື່ອເອົາລົດໄປຈອດທໍ່ອາຍເສຍ…

ເລາະແຕ່ດົງໂດກລົງໄປຮອດໂພນສະອາດ ຢຸດຖາມຫຼາຍຮ້ານ ແຕ່ເຂົາບອກວ່າບໍ່ໄດ້ຈອດດົນແລ້ວ ຈຶ່ງເລາະໄປຮອດແຖວໜອງດ້ວງ ຈຶ່ງໄປພໍ້ຮ້ານຈອດທໍ່ອາຍເສຍ… ທຳອິດກໍຄິດວ່າຄືຊິໄດ້ຈ່າຍຫຼາຍເຕີບ ບາດຊ່າງຈອດໃຫ້ແລ້ວ ຖາມລາຄາ ໄດ້ຈ່າຍຫ້າສິບພັນກີບເທົ່ານັ້ນ… ດີໃຈທີ່ຍັງມີເງິນເຫຼືອຕິດຖົງ ວ່າຊິໄປແວ່ຕະຫຼາດເຊົ້າ ແຕ່ຄິດໄດ້ວ່າບ່ອນທີ່ຕົນຂັບລົດຢູ່ດຽວນີ້ໃກ້ກັບຮ້ານຂາຍປຶ້ມດອກເກດ ຈຶ່ງຢຽບຄັນເລັ່ງມຸ່ງໜ້າໄປຫາຮ້ານຂາຍປຶ້ມດັ່ງກ່າວ ບາງທີອາດມີອາຫານສະໝອງແຊບໆຈັກຫົວໄປຕ້ອນເມຍແລະລູກໆ… ຈັບພວງມະໄລເລັ່ງລົດໄປຕາມເສັ້ນທາງຕັດໃໝ່ T2 ແລ້ວລ້ຽວຂວາໄປຕາມຖະໜົນທົ່ງຂັນຄຳ ມຸ່ງສູ່ສີຫອມ ແລະລ້ຽວເລີຍໄປຕາມຖະໜົນສາມແສນໄທ ຈົນຮອດສາມລ່ຽມອະນຸສາວະລີເຈົ້າຟ້າງຸ່ມ ຈຶ່ງລ້ຽວຊ້າຍ ພາລົດໄປຈອດຢູ່ເຊິ່ງໜ້າຮ້ານທີ່ມີປ້າຍບັກໃຫຍ່ຕິດໜ້າຮ້ານວ່າ “ຮ້ານຂາຍປຶ້ມດອກເກດ”.
ຍູ້ປະຕູແກ້ວເຂົ້າໄປ ອາຍເຢັນຈາກແອພາຍໃນຮ້ານພຸ້ງເຂົ້າໜ້າ ເຮັດໃຫ້ຄວາມຮ້ອນທີ່ອຸ້ມເຂົ້າມານຳຫຼຸດຜ່ອນ… ພະນັກງານຂາຍທີ່ຍັງສາວໜຶ່ງໃນສອງຂອງຮ້ານນັ້ນ ສົ່ງຮອຍຍິ້ມມາໃຫ້ ແລະກ່າວຄຳສະບາຍດີ…
“ສະບາຍດີ, ມີປຶ້ມອອກມາໃໝ່ໆແດ່ບໍ?” ທັງຖາມທັງຫຼຽວເບິ່ງປຶ້ມທີ່ລຽງລາຍຢູ່ຖ້ານໄມ້.
“ບໍ່ໄດ້ມາດົນປານໃດແລ້ວ?” ສາວຕາຄົມຖາມ.
“ບໍ່ແມ່ນເກືອບເຄິ່ງປີແລ້ວບໍ!”
“ຄັນຊັ້ນກໍມີຫຼາຍຫົວຢູ່ໄດ໋! ເຊີນເລືອກເບິ່ງຕາມສະບາຍໂລດເດີ!”
ບັນດາປຶ້ມທີ່ລຽນຊາບລາບຢູ່ໃນຖ້ານທີ່ມີຫຼາຍຊັ້ນນັ້ນ ຖືກຈັບຖືກເປີດຢູ່ໄປມາ ແລະໃນທີ່ສຸດປຶ້ມຫົວໜຶ່ງທີ່ມີຊື່ວ່າ “ບໍ່ຄົບຫ້າ ສະບັບສົມບູນ” ຂຽນໂດຍ ໂອໂຕຕະເກະ ຮິໂລທາດະ ແປໂດຍ ຈັນທະສອນ ອິນທະວົງ ກໍຖືກຈັບຂຶ້ນມາພິນິດ ແລະໃນໜ້າຄຳນຳຂອງຜູ້ຂຽນ ກໍຖືກສາຍຕາທີ່ກະຫາຍທີ່ຢາກຮູ້ເນື້ອໃນແລບເລຍໄປຕາມແຕ່ລະຕົວອັກສອນ…

“ວັນທີ 6 ເດືອນ 4 ປີ 1976, ດອກຊາກະລະບານເຮື່ອເຕັມຕົ້ນ ແສງແດດອົບອຸ່ນ ເປັນມື້ອາກາດແຈ່ມໃສດີມື້ໜຶ່ງ. “ອັງແງ້ ອັງແງ້!” ພ້ອມໆກັບສຽງຮ້ອງຄືຖືກໄຟດາດ ກໍມີແອນ້ອຍຄົນໜຶ່ງເກີດອອກມາ, ເປັນແອນ້ອຍເພດຊາຍ ແຂງແຮງດີ, ເປັນການເກີດລູກຕາມປົກກະຕິຂອງຜົວເມຍທຳມະດາໆຄູ່ໜຶ່ງ. ແຕ່ສິ່ງທີ່ບໍ່ປົກກະຕິກໍຄື ແອນ້ອຍຊາຍຜູ້ນີ້ ແຂນກຸດຂາກຸດ! ເປັນອາການເກີດແບບ “ແຂນກຸດຂາກຸດມາແຕ່ໃນທ້ອງ” (Congenital Tetra Amelia) ເວົ້າອີກແບບໜຶ່ງກໍວ່າ “ພິການມາແຕ່ເກີດ”, ບໍ່ແມ່ນຍ້ອນອຸບັດເຫດໃນເວລາອອກ ແລະກໍບໍ່ແມ່ນຜົນສະທ້ອນຂອງຢ່າສາຣີໂດໄມ ທີ່ຜູ້ຄົນກ່າວຂານຢ້ານກົວກັນຫຼາຍໃນເວລານັ້ນ. ຈົນເທົ້າທຸກມື້ນີ້ ສາເຫດອັນແທ້ຈິງຂອງອາການດັ່ງກ່າວນີ້ ກໍຍັງບໍ່ມີໃຜຮູ້ແຈ້ງ. ເປັນອັນວ່າຂ້ອຍເກີດມາພ້ອມກັບລັກສະນະເດັ່ນພິເສດ ທີ່ເຮັດໃຫ້ທຸກຜູ້ທຸກຄົນອ້ອມຮອບຕົກໃຈນຳ. ພໍແຕ່ເກີດມາກໍເຮັດໃຫ້ໝູ່ຕົກໃຈນຳໄດ້ນັ້ນ ກໍຄົງຈະມີແຕ່ທ້າວໂມໂມະທາໂລ ກັບຂ້ອຍນີ້ລະ.
ຕາມທຳມະດາ ຫຼັງຈາກອອກລູກແລ້ວ ກໍຈະມີເລື່ອງສະອື້ນສະອອກເກີດຂຶ້ນຄືຕອນ “ແມ່ແລະລູກໄດ້ເຫັນໜ້າກັນ”, ແຕ່ຍ້ອນເພິ່ນຢ້ານວ່າແມ່ລູກອ່ອນໃໝ່ ຄືແມ່ຂ້ອຍຈະຕົກໃຈແຮງ ເປັນລົມລົ້ມທັງຢືນເມື່ອເຫັນໜ້າຂ້ອຍ ພໍ່ຈຶ່ງບອກແມ່ວ່າ “ລູກເປັນຂີ້ໝາກເຫຼືອງຢ່າງແຮງ” ຈັ່ງຊັ້ນເພິ່ນຈຶ່ງບໍ່ໃຫ້ແມ່ກັບຂ້ອຍເຫັນໜ້າກັນ ຈົນກວ່າຂ້ອຍຈະມີອາຍຸໄດ້ເດືອນໜຶ່ງ. ແມ່ຂ້ອຍກໍຊ່າງວ່າໃຈອົດໃຈທົນເອົາແທ້ເອົາວ່າ ພຽງແຕ່ເພິ່ນບອກວ່າ ລູກເປັນຂີ້ໝາກເຫຼືອງຢ່າງແຮງ ແລະບໍ່ໃຫ້ເຫັນໜ້າເຫັນຕາຕັ້ງເດືອນ ກໍຍັງບໍ່ສົງໄສຫຍັງ ພຽງແຕ່ອຸທານວ່າ “ອ້າວ! ເປັນຊັ້ນດອກຫວະ?” ເທົ່ານີ້ເອງ. ແບບນີ້ ຖ້າຈະເວົ້າວ່າແມ່ຂ້ອຍ “ເປັນຄົນພິເສດ” ອີກຜູ້ໜຶ່ງກໍບໍ່ຜິດ.
ໃນທີ່ສຸດ ກໍມາຮອດມື້ທີ່ແມ່ລູກຈະໄດ້ເຫັນໜ້າກັນ. ຂະນະເດີນທາງໄປໂຮງໝໍ ແມ່ກໍໄດ້ຮັບຄຳອະທິບາຍວ່າ ການທີ່ບໍ່ໃຫ້ເຫັນແອນ້ອຍນັ້ນບໍ່ແມ່ນຍ້ອນວ່າເປັນຂີ້ໝາກເຫຼືອງຢ່າງແຮງດອກ ກໍເປັນຄືຄາດເດົາໄວ້ຢູ່ ແມ່ສະແດງອາການຢ້ານກົວໂຕສັ່ນຂຶ້ນທັນທີ ພໍ່ກໍເລີຍບໍ່ກ້າບອກຕໍ່ວ່າ ຂ້ອຍເປັນທ້າວອຸ້ມລຸ້ມ ບໍ່ມີທັງແຂນທັງຂາ ພໍແຕ່ບອກເປັນລາງໆວ່າ ຮ່າງກາຍພິການໜ້ອຍໜຶ່ງ ແລ້ວກໍປ່ອຍໃຫ້ແມ່ໄປຮູ້ເຫັນດ້ວຍຕາຕົນເອງ.
ສ່ວນທາງໂຮງໝໍ ກໍກະກຽມກັນພໍສົມຄວນ ໂດຍແຕ່ງຕຽງເປົ່າມາໄວ້ຂ້າງໆ ຍ້ອນຢ້ານວ່າແມ່ຊິເຂົ່າອ່ອນລົ້ມ ເມື່ອເຫັນໜ້າລູກຊາຍ. ຈັ່ງຊັ້ນ ຜູ້ໃດກໍມີອາລົມເຄັ່ງຂຶງກຶງໂຕກັນໄປໝົດ ບໍ່ວ່າພວກແພດໝໍ ພໍ່ຂ້ອຍ ແລະຮວມທັງແມ່ນຳ ແລ້ວເວລາສຳຄັນກໍມາເຖິງ ແລະເປັນໄປຢ່າງບໍ່ມີໃຜຄາດເດົາຖືກ.
“ເປັນຕາແພງແທ້!” ຄຳເວົ້າທີ່ລອດອອກຈາກປາກແມ່ ເຮັດໃຫ້ຄວາມຄາດເດົາຂອງໝົດທຸກຄົນທີ່ຢູ່ອ້ອມຂ້າງຜິດພາດໄປ, ທຸກຄົນຄຶດວ່າ ແມ່ຈະຮ້ອງໄຫ້ຮໍ່າໄຮ ເປັນລົມຂາອ່ອນລົ້ມທ່າວໄປເລີຍ. ທີ່ແທ້ແລ້ວ ຄວາມວິຕົກຢ້ານກົວເຫຼົ່ານີ້ໄຮ້ເຫດໄຮ້ຜົນແທ້ໆກໍຮ່າວວ່າຄາດເດົາກັນໄປຊື່ໆ. ແມ່ຜູ້ບໍ່ໄດ້ເຫັນໜ້າລູກນ້ອຍທີ່ຕົນເຈັບທ້ອງເບັ່ງອອກແລວມາຕັ້ງເດືອນ ມີຄວາມດີໃຈແຮງ ເມື່ອໄດ້ເຫັນໜ້າລູກ ແລະຄວາມດີໃຈນັ້ນ ມັນຍິ່ງໃຫຍ່ຫຼວງຫຼາຍເໜືອຄວາມຕົກໃຈຫວາດກົວ ຕໍ່ຄວາມພິກົນພິການ ແຂນກຸດຂາຂາດຂອງຜູ້ເປັນລູກ….”

ເມື່ອສາຍຕາແລບເລຍມາຮອດປະໂຫຍກນີ້, ຄຳສັ່ງຈາກສະໝອງກໍບອກໃຫ້ມືເບື້ອງຂວາຈົກເອົາເງິນໃນຖົງຈຳນວນ 35.000 ກີບ ຍື່ນໃຫ້ພະນັກງານຂາຍຢ່າງໄວວາ ພ້ອມທັງເອົາຈັບເອົາປຶ້ມ “ບໍ່ຄົບຫ້າ” ກັບມາຍັງລົດ ຂັບເລັ່ງເມືອເຮືອນ…
ພໍມາຮອດເຮືອນ “ບໍ່ຄົບຫ້າ” ກໍກາຍເປັນລາງວັນຄ່າຍ່າງໃຫ້ແກ່ລູກສາວຫຼ້າ…
“ຂ້ຽວມາກິນເຂົ້າໄດ໋!” ສຽງແມ່ເຈົ້າເຮືອນດັງຈາກພາເຂົ້າແລງ ເມື່ອເຫັນລູກສາວຫຼ້າຍັງກົ້ມໜ້າກົ້ມຕາອ່ານປຶ້ມດັ່ງກ່າວແບບບໍ່ຮູ້ຢາກຮູ້ຫິວຫຍັງ!!!


ທີ່ມາ:​ https://www.facebook.com/notes/sengfa-hola/

Wednesday, 6 August 2014

ເຊົ້າມື້ໜຶ່ງທີ່ຮ້ານຂາຍປຶ້ມ

ໂດຍ ອ. ແສງຟ້າ  ໂຫລານຸພາບ
ອີກເທື່ອໜຶ່ງ­ທີ່ໄດ້­ລົມກັບສຸລິຍາເພື່ອນເກົ່າ ແລະ­ລາວກໍໄດ້ລະ­ບາຍ­ຄວາມ­ຮູ້­ສຶກກ່ຽວກັບຮ້ານ­ຂາຍ­ປຶ້ມສູ່ຟັງ­ດັ່ງ­ນີ້:

ທຸກເທື່ອທີ່ເຂົ້າໄປໃນ­ວຽງ ຂ້ອຍຕ້ອງແວ່ເຂົ້າ­ຮ້ານ­ຂາຍ­ປຶ້ມ­ບໍ່ວ່າ­ຂອງ­ລັດ­ກໍຄືເອກະ­ຊົນ. ວັນ­ສຸກແລ້ວນີ້ ໄດ້­ສົ່ງເມຍໄປກວດ­ສຸຂະ­ພາບ­ຢູ່ໂຮງ­ໝໍແມ່ແລະ­ເດັກ ກໍເລີຍ­ຍາດໂອກາດໄປເລາະ­ເບິ່ງຮ້ານ­ຂາຍ­ປຶ້ມ. ວ່າ­ຊິເອົາ­ລົດໄປຈອດ­ຢູ່ບ່ອນ­ຈອດ­ລົດແຄມ­ຂອງ ແຕ່­ລົດເຕັມ­ຈົນຕ້ອງໄດ້­ພາ­ລົດເກັງເກົ່າ­ໝາງ­ຄານ­ອອກ­ມາ ແລ້ວລ້ຽວລົງຖະ­ໜົນ­ປາງ­ຄໍາ ໂຊກ­ດີທີ່­ມີບ່ອນວ່າງ­ຢູ່ໃກ້ໆ­ສາຍ­ການ­ບິນ­ລາວ ກໍເລີຍ­ຖືວິສາ­ສະ­ຈອດ­ລົດໄວ້­ຢູ່­ຫັ້ນ ໂດຍ­ມີສາຍ­ຕາແບບ­ບໍ່­ພໍໃຈຂອງເຈົ້າ­ຂອງຮ້ານ­ຂາຍເຝີແນມຈ້ອງ­ມາໃສ່ ເຮັດໃຫ້ຂ້ອຍ­ຕັ້ງ­ຕິບໍ່ເຫັນ. ລັອກກະ­ແຈແລ້ວ ກໍຟ້າວເລັ່ງ­ບາດ­ຕີນຂ້າມ­ທາງໄປສູ່ຮ້ານ­ຂາຍ­ປຶ້ມ­ວຽງ­ຈັນ…

ຢູ່­ຫັ້ນ­ມີປຶ້ມ­ຫຼາຍ­ຫົວເລື່ອງເຕີບ ແຕ່­ກໍບໍ່­ສາມາດ­ດຶງ­ດູດເອົາເງິນໃນ­ຖົງໂສ້ງຂ້ອຍໄດ້ ເພາະ­ສ່ວນ­ຫຼາຍແມ່ນ­ປຶ້ມ­ທີ່ຂ້ອຍໄດ້­ຊື້ເກັບມ້ຽນໄວ້­ຢູ່­ຕູ້­ປຶ້ມປະ­ຈໍາເຮືອນຂ້ອຍແລ້ວ. ຈຸດ­ພິເສດ­ຂອງຮ້ານ­ຂາຍ­ປຶ້ມແຫ່ງ­ນີ້ແມ່ນເອົາ­ປຶ້ມເກົ່າໆ­ອາຍຸຫຼາຍ­ກວ່າ­ສາມ­ສິບ­ປີມາ­ຂາຍໃນ­ລາ­ຄາ­ທີ່ພະ­ນັກ­ງານ­ສັງ­ກັດ­ລັດແບບຂ້ອຍຕ້ອງສະ­ຫງົບ­ຈິດສະ­ຫງົບໃຈໄດ້ແຕ່ແນມເບິ່ງເທົ່ານັ້ນ ເພາະ­ລາ­ຄາ­ຕິດເປັນໂດ­ລາ ຊຶ່ງແຕ່ລະ­ຫົວບໍ່­ຕໍ່າກວ່າ­ສິບໂດ­ລາ… ພຽງແຕ່­ຈັບ­ບາຍ­ລູບໄລ້ດ້ວຍ­ຈິດໃຈອັນ­ຫົດ­ຫູ່ ທີ່ເຫັນ­ມູນ­ມໍລະ­ດົກ­ທາງ­ປັນ­ຍາ­ຂອງ­ຊາດ ຕ້ອງ­ກາຍ­ມາເປັນ­ສິນຄ້າ­ລາ­ຄາແພງໃຫ້ແກ່­ຊາວຕ່າງ­ຊາດ­ທີ່­ມັກ­ຊອກ­ຫາ­ຂໍ້­ມູນເກົ່າໆ­ ເພື່ອເປັນເອກະ­ສານອ້າງ­ອີງໃນ­ການ­ຄວ້າເອົາ­ປະ­ລິນ­ຍາບັດ­ຂັ້ນ­ດັ໊ອກເຕີ້­ມາໃຫ້ແກ່­ຕົນເອງ… ຫາກ­ປຶ້ມເຫຼົ່ານີ້ຖືກເກັບ­ຮັກ­ສາໄວ້­ຢູ່­ຫໍສະ­ໝຸດແຫ່ງ­ຊາດ ຄົງຈະ­ເປັນປະ­ໂຫຍດໃຫ້ແກ່­ນັກ­ຮຽນ­ຮູ້­ບໍ່­ຊາວລາວກໍຄືຊາວຕ່າງປະ­ເທດ… ຕັດໃຈຍ່າງ­ອອກ­ຈາກຮ້ານໄປໂດຍ­ບໍ່­ມີຫຍັງ­ຕິດໄມ້­ຕິດ­ມື ເຮັດໃຫ້­ຜູ້­ຂາຍແນມ­ນໍາ­ຫຼັງດ້ວຍ­ສາຍ­ຕາ­ທີ່ເຢັນ­ຊາ… ຍ່າງລ້ຽວຢູ່­ສໍານັກ­ງານ­ໜັງ­ສືພິມ­ວຽງ­ຈັນ­ທາມ ມຸ່ງ­ສູ່ຮ້ານ­ຂາຍ­ປຶ້ມ­ລັດ ມີລົດ­ລາ­ພາ­ຫະ­ນະ­ນານາ­ຊະ­ນິດແລ່ນ­ລົງໄປຕາມຖະ­ໜົນເຊດ­ຖາ­ທິລາດຢ່າງ­ບໍ່­ຂາດ­ສາຍ ເຮັດໃຫ້ຂ້ອຍຕ້ອງ­ຢືນຖ້າ­ຂ້າມ­ທາງເປັນເວລາ­ຫຼາຍ­ນາ­ທີເຕີບ… ເມື່ອມາ­ຮອດຮ້ານ­ຂາຍ­ປຶ້ມແຫ່ງ­ລັດ ກໍເປີດປະ­ຕູແກ້ວຍ່າງເຂົ້າໄປ ອາຍເຢັນ­ຈາກເຄື່ອງ­ປັບ­ອາກາດ­ພຸ່ງໃສ່ຮ່າງ­ຄີງ ເຮັດໃຫ້­ຮູ້­ສຶກ­ມີແຮງ­ຂຶ້ນ…

“ສະ­ບາຍ­ດີ…” ສຽງ­ທັກ­ທາຍ­ຂອງພະ­ນັກ­ງານ­ຂາຍ­ທີ່­ຄຸ້ນເຄີຍໜ້າ­ຮ້ອງໂດ່ງ­ມາໃສ່ ເຮັດໃຫ້ຂ້ອຍຕ້ອງໄຂຮອຍ­ຍິ້ມ­ກວ້າງ ແລະ­ກ່າວຄໍາວ່າ­ສະ­ບາຍ­ດີຄືນ.
“ມີປຶ້ມໃໝ່ໆ­ບໍ?” ຂ້ອຍ­ຖາມພ້ອມ­ກັບ­ກ­ວາດ­ສາຍ­ຕາເບິ່ງ­ປຶ້ມ­ທີ່­ລຽງ­ລາຍ­ຢູ່ໃນ­ຕູ້­ທີ່­ຈັດ­ວາງຢ່າງເປັນລະ­ບຽບ.
“ບໍ່­ທັນ­ມີເທື່ອ.” ພະ­ນັກ­ງານ­ສາວຕອບ ເຮັດໃຫ້ຂ້ອຍ­ຮູ້­ສຶກ­ຜິດ­ຫວັງນ້ອຍໆ­.
ເຖິງວ່າບໍ່­ມີປຶ້ມ­ມາໃໝ່ ຂ້ອຍ­ກໍຍັງເລາະ­ເບິ່ງ­ປຶ້ມ­ທີ່­ມີໃນຮ້ານ ບາງເທື່ອບາງ­ຫົວເລື່ອງຂ້ອຍ­ຍັງ­ບໍ່­ທັນ­ຊື້. ແມ່ນແທ້ໆ­ ປຶ້ມ “ຄືນຂ້ອນແຈ້ງ” ຂອງທ່ານ­ຄໍາເກີດ ຄໍາ­ພາ­ພົງຜ່ານ ອະ­ດີດ­ຫົວໜ້າກົມໄຟຟ້າ­ລາວ ແລະ­ “ໂຮມເລື່ອງ­ສັ້ນ ຊີວິດ­ກັບ­ການປະ­ຕິວັດ” ຂ້ອຍ­ຍັງ­ບໍ່­ທັນ­ມີໄວ້ປະ­ດັບ­ຕູ້­ປຶ້ມ ຈຶ່ງ­ຈົກເງິນ­ທີ່­ຫາກໍໄດ້­ຈາກເມຍ­ມື້­ວານ­ນີ້ຈ່າຍໃຫ້ພະ­ນັກ­ງານ­ສາວດ້ວຍ­ຄວາມມ່ວນ­ຊື່ນໃນ­ຈິດໃຈ…
“ແຕ່­ຫົວຊື້ໄປກໍໄດ້ອ່ານ­ຢູ່ຫວາ?” ຍິງ­ສາວຖາມ ເຮັດໃຫ້ຂ້ອຍຕ້ອງ­ຕອບຢ່າງ­ທັນ­ທີທັນໃດວ່າ:
“ອ່ານລະ­ບໍ. ເຖິງ­ບໍ່ອ່ານ­ໝົດ­ຫົວ ກໍໄດ້ອ່ານ­ສາ­ລະ­ບານ ຄໍານໍາ ແລະ­ໜ້າ­ປົກ…ຮາໆ­ໆ­”
“ມະຫາຊົນ­ອອກໃໝ່­ບໍ່ເອົາ­ຫວາ?”
“ເອົາ­ລະ­ບໍ!” ທັງ­ຕອບ­ທັງ­ຈົກເງິນໃບ­ສິບ­ພັນໃຫ້­ຕື່ມ.
ໄດ້­ປຶ້ມແລ້ວ ກໍຟ້າວຍ່າງໄປຫາ­ລົດ ຂັບໄປຮັບເມຍ­ຢູ່ໂຮງ­ໝໍ. ແຕ່ຊົ່ວເມຍຊິ­ໄດ້ອອກ­ຈາກຫ້ອງ­ກວດ ກໍຈົນວ່າເກືອບໂຮງ­ໝໍເລີກ­ກິນເຂົ້າ­ທ່ຽງ.
“ຊື້­ປຶ້ມ­ອີກແລ້ວນໍ!” ເມຍ­ທັງເວົ້າ­ທັງ­ງ­ວາກແນມເບິ່ງ­ຖົງ­ປຶ້ມ­ທີ່ຂ້ອຍ­ວາງໄວ້­ຢູ່ເບາະ­ຫຼັງ ພ້ອມ­ກັບ­ຈັບ­ຂຶ້ນເຍີງເບິ່ງ.
“ກໍໄຄກວ່າ­ຊື້ເຫຼົ້າ­ຊື້ເບຍ­ກິນ­ຢູ່ຮ້ານນ້ອຍ­ຕວ່າ!” ຂ້ອຍ­ທັງເວົ້າ­ທັງ­ອອກ­ລົດໄປຢ່າງຊ້າໆ­.
ເມຍ­ບໍ່­ປາກ ແຕ່­ຈົກເອົາ­ປຶ້ມ­ຢູ່­ຖົງ­ກັອບແກັບ­ຂຶ້ນ­ມາເບິ່ງ.
“ຂອບໃຈເດີ ທີ່­ຊື້ມະຫາຊົນໃຫ້ອ່ານ. ເລື່ອງ­ 'ໝູ່ຮັກເພື່ອນແພງ' ພວມມ່ວນ.”

Wednesday, 30 July 2014

ໝາ, ຄວາມຕາຍ ແລະ ນ້ຳຕາ


ໂດຍ ອ. ແສງຟ້າ ໂຫລານຸພາບ
ខែ កក្កដា​ 27, 2014 ម៉ោង 3:06ល្ងាច​
ຍ້ອນໝາຂອງນາງນ້ອຍຖືກລົດຕຳ ບົດເລື່ອງນີ້ຈຶ່ງເກີດມີຂຶ້ນ...

ຕອນບ່າຍ­ມື້­ນັ້ນ ມັນຊ່າງຮ້ອນເອົາແທ້ເອົາວ່າ! ຫຼຽວໄປທີ່­ຫົນ­ທາງ ເຫັນ­ອາຍ­ຢາງ­ທີ່ແລດ­ຢູ່ໜ້າ­ຖະ­ໜົນ­ນັ້ນ­ພຸ່ງ­ຂຶ້ນເປັນ­ສາຍ­ຊິກແຊັກ… ສຽງ­ພັດ­ລົມ­ທີ່ແຂວນ­ຢູ່ເທິງເພດານ­ປິ່ນອ້ອມໂຕຂອງ­ມັນ­ດັງ­ວຶ່ງໆ­ ເຮັດໃຫ້ຄວາມຮ້ອນ­ບັນເທົາ­ລົງ­ພຽງເລັກນ້ອຍ… ຂະ­ນະ­ທີ່ພວມ­ໝຸດ­ໝັດ­ນໍາ­ຄວາມຮ້ອນເອົ້າ­ຢູ່­ນັ້ນ ນາງນ້ອຍຕ້ອງ­ຕື່ນ­ຍຸບ ເອົາມືທັງ­ສອງ­ກຸມເອິກເບື້ອງ­ທີ່­ໝາກ­ຫົວໃຈຫັກ­ຫວາມ­ບາດ­ໜຶ່ງ ພ້ອມ­ກັບ­ສຽງ­ດັງ­ຕຶກ­ຕັກໆ­ປານວ່າ­ຫົວໃຈຊິຫຼູດ­ອອກ­ມາກ້ອງອະ­ຍະ­ຢູ່ຂ້າງ­ນອກ ສາເຫດ­ກໍແມ່ນຍ້ອນ­ສຽງ­ລົດໃຫຍ່­ຢຽບຫ້າມ­ລໍ້­ດັງສະ­ໜັ່ນ­ຫວັ່ນໄຫວ ຕິດ­ຕາມດ້ວຍ­ສຽງ­ໝາ­ຮ້ອງແຫງງໆ­… ຫຼັງ­ຈາກ­ຫາຍ­ຈາກ­ຄວາມ­ຕື່ນ­ຕົກໃຈກັບ­ສຽງ­ດັ່ງກ່າວ ນາງນ້ອຍ­ກໍຟ້າວແລ່ນ­ອອກໄປໜ້າບ້ານຢ່າງໄວວາ ເພາະ­ສຽງແຫງງໆ­ນັ້ນ ນ້ອຍ­ຄຶດວ່າມັນຕ້ອງແມ່ນ­ສຽງ­ຂອງ­ອີ່ແຄັດ­ຕີ້ຢ່າງ­ບໍ່­ຕ້ອງສົງໄສ… ແມ່ນແທ້ໆ­! ອີ່ແຄັດ­ຕີ້ນອນ­ຊັກແງັກໆ­ຢູ່ແຄມ­ທາງຍ່າງໃກ້­ກັບ­ກໍາແພງເຮືອນ. ດ້ວຍ­ຄວາມ­ຮັກແພງ­ທີ່­ມີຕໍ່­ໝາໂຕນີ້ ນາງນ້ອຍຖະ­ຫຼາໂຕເຂົ້າໄປຫາມັນ ຫວັງຈະ­ເປັນ­ສັດຕະວະແພດ­ຈໍາເປັນ. ພໍແຕ່­ມືໄປແຕະ­ເຖິງໂຕມັນເທົ່ານັ້ນ, ອີ່ແຄັດ­ຕີ້­ກໍໂງ­ຫົວຂຶ້ນ­ມາ ພ້ອມ­ກັບ­ງັບເອົາມື ຈົນນາງນ້ອຍຕ້ອງຮ້ອງ­ສຽງຫຼົງ.

“ໄປຈັບ­ມັນເຮັດຫຍັງເກ໊າະ­!?! ບໍ່ແມ່ນ­ມັນ­ກັດເອົາ­ລະ­ຫວະ­ຫັ້ນ!” ແມ່ຮ້ອງ­ສຽງ­ດັງໃສ່ ພ້ອມ­ກັບ­ບອກໃຫ້ນາງນ້ອຍເດ່­ມືໃຫ້ເພິ່ນເບິ່ງ. ພໍແຕ່ເຫັນ­ຮອຍແຂ້ວຂອງ­ອີ່ແຄັດ­ຕີ ແລະ­ເລືອດ­ຍິ້ມ­ອອກໜ້ອຍ­ໜຶ່ງ­ຢູ່ຫວ່າງ­ນີ້ວໂປ້ ແລະ­ນີ້ວຊີ້ເທົ່ານັ້ນ ແມ່­ກໍຟ້າວໄລ່ໃຫ້ນາງນ້ອຍໄປສັກ­ຢາກັບທ່ານ­ໝໍສີມາ­ລາ­ຢູ່ບ້ານເໜືອພຸ້ນ. ທັງໆ­ທີ່­ຮູ້ວ່າອີ່ແຄັດ­ຕີສັກ­ຢາກັນ­ວໍ້ເປັນປະ­ຈໍາບໍ່ໄດ້­ຂາດ ແຕ່­ກໍເພື່ອກັນ­ດີກວ່າແກ້ ນາງນ້ອຍ­ກໍຮີບຟ້າວແລ່ນເຂົ້າໄປໃນເຮືອນ­ຈັບເອົາ­ລົດ­ຖີບ­ຄູ່­ຊີບ­ຖີບໄປທີ່ຄລີນິກ­ຂອງທ່ານ­ໝໍສີມາ­ລາ­ທັນ­ທີ. ແຕ່­ກໍຍັງພະ­ວົງ­ນໍາອີ່ແຄັດ­ຕີ ຫຼຽວໄປເບິ່ງ­ມັນ ອາການ­ຊັກເຊົາແລ້ວ ແຕ່­ຢູ່­ປາກ­ຂອງ­ມັນ­ຟູມໄປດ້ວຍ­ນໍ້າ­ລາຍ­ຕິດເລືອດ, ທ້ອງ­ທີ່ເຕັມໄປດ້ວຍ­ຂົນ­ສີຂາວໝົ່ນ­ຕີງ­ຂຶ້ນ­ລົງ­ບາດແຮງ­ບາດຄ່ອຍ. ພາວະ­ນາໃນໃຈວ່າ­ຢ່າ­ຊູ່ໃຫ້­ມັນເປັນຫຍັງຫຼາຍໄປກວ່ານີ້ເດີ!

ໄຄແຕ່ເປັນ­ມື້­ວັນເສົາ ພໍໄປຮອດຄລີນິກ­ປັບ ທ່ານ­ໝໍສີມາ­ລາກໍຖາມເຖິງ­ອາການ ແລະ­ປະ­ຫວັດ­ຂອງ­ໝາ­ທີ່­ກັດ, ເມື່ອຮູ້­ລາຍລະ­ອຽດ ທ່ານ­ໝໍກໍຈັດ­ການເອົາເຂັມ­ສັກ­ຢາກັນເຕຕານົດ­ສັກໃຫ້­ທັນ­ທີ. ເຖິງແມ່ນຈະ­ມີຄວາມເຈັບ­ປວດ­ຢູ່­ບາດ­ທີ່­ຖືກ­ກັດ ແລະ­ຢູ່ກະ­ໂພກບ່ອນເຂັມ­ສັກ­ຢາແທງເຂົ້າໄປ ແຕ່­ກໍຮູ້­ສຶກວ່າມັນ­ຍັງເຈັບໜ້ອຍ­ກວ່າ­ໝາກ­ຫົວໃຈທີ່ເປັນຫ່ວງ­ອີ່ແຄັດ­ຕີ້. ຊິບໍ່ໃຫ້ນາງນ້ອຍເປັນຫ່ວງ­ມັນໄດ້ແນວໃດ ຂອງແນ­ວວ່າ­ລ້ຽງ­ມັນ­ມາ­ຕັ້ງແຕ່­ມັນ­ຍັງ­ກິນ­ນົມ­ຢູ່. ນາງນ້ອຍໄດ້­ມັນ­ມາ­ຈາກ­ໝູ່­ຜູ້­ມີໝາເປັນໂຫຼ ໝູ່­ຜູ້­ນັ້ນເອົາ­ໝານ້ອຍເກີດໃໝ່ໃຫ້ສອງໂຕ ໂຕໜຶ່ງ­ຂົນ­ດໍາ ແລະ­ອີກໂຕໜຶ່ງ­ຂົນ­ສີໝາກກ້ຽງເຂັ້ມ ກໍຄືອີ່ແຄັດ­ຕີ້­ນີ້ລະ­! ຕອນໄດ້­ມັນ­ມາໃໝ່ໆ­ສາມເອື້ອຍນ້ອງ­ພາກັນລ້ຽງເກືອມັນໂດຍ­ຜັດປ່ຽນ­ກັນ­ຊົງ­ນົມ­ຝຸ່ນໃສ່­ນໍ້າອຸ່ນໃສ່ເຕົ້ານໍ້ານົມ­ສໍາ­ລັບເດັກນ້ອຍໃຫ້ສອງເອື້ອຍນ້ອງ­ມັນ­ດູດ. ຈັ່ງແມ່ນ­ມັນເປັນ­ຕາແພງຢ່າງ­ບອກ­ບໍ່­ຖືກ. ຫຼາຍ­ມື້ຜ່ານໄປ ຈາກ­ດູດ­ນົມ­ຈາກເຕົ້າ­ປລາ­ສຕິກ ກໍປ່ຽນ­ມາເປັນ­ກິນ­ຕົ້ມເຂົ້າ­ປຽກໃສ່­ຊີ້ນ­ຟັກໂດຍ­ການ­ຜັດປ່ຽນ­ກັນປ້ອນ­ຂອງ­ສາມເອື້ອຍນ້ອງ. ເອື້ອຍໃຫຍ່­ກັບນ້ອງຫຼ້າ­ພາກັນ­ຊອກ­ຫາ­ຊື່ໃສ່ໃຫ້ພວກ­ມັນ ແຕ່­ກໍບໍ່ເປັນ­ທີ່­ຖືກໃຈ. ໃນ­ທີ່­ສຸດ ນາງນ້ອຍ­ກໍເລີຍເປັນ­ຄົນເລືອກເອົາ­ຊື່­ທີ່­ຖືກໃຈຂອງ­ໝົດ­ທຸກ­ຄົນ, ເອື້ອຍໃຫຍ່­ກັບນ້ອງຫຼ້າ­ພາກັນເຫັນ­ດີ ແລະ­ວ່ານາງຊ່າງ­ຕັ້ງ­ຊື່ໃຫ້ພວກ­ມັນ. ໂຕດໍານາງໃສ່­ຊື່ໃຫ້­ມັນວ່າ ດັອກ­ກີ້, ສ່ວນໂຕສີໝາກກ້ຽງເຂັ້ມ ໃຫ້­ຊື່ວ່າ ແຄັດ­ຕີ້. ພວກ­ມັນ­ກໍເປັນ­ໝາ­ພັນ­ພື້ນເມືອງ­ລາວນີ້ແຫຼ້ວ ແຕ່­ພັດ­ມີຊື່ເປັນຝຣັ່ງ­ອັງ­ກິດໄປ… ເລື່ອງ­ການ­ຕັ້ງ­ຊື່ໃຫ້­ໝານີ້ ກໍຖືກ­ພໍ່­ຕູ້­ຕໍາ­ໜິໃຫ້ໜ້ອຍ­ໜຶ່ງ ເພິ່ນວ່າ­ຊື່­ລາວມີບໍ່­ອຶດ­ບໍ່­ຢາກ ເປັນຫຍັງ­ຊອກເອົາແຕ່­ຊື່ຕ່າງປະ­ເທດ­ມາໃສ່ໃຫ້ພວກ­ມັນ.
“ໃສ່­ຊື່ໃຫ້ພວກ­ມັນວ່າ ອີ່­ດໍາ ອີ່ແດງ ກໍໄດ້ແລ້ວຕວ່າ­ຫຼານເອີຍ! ຊິໄປໃສ່ເຮັດຫຍັງ­ອັນ­ດັອກ­ກີ ແຄັດ­ຕີ ຟັງແລ້ວປານເອີ້ນ­ໝາ­ຝຣັ່ງເອົາໂລດ!”
“ໃສ່ໃຫ້­ມັນໂກ້ໆ­ແດ່­ຈັກໜ້ອຍ­ຕວ່າ ພໍ່­ຕູ້ເອີຍ! ດຽວນີ້­ມັນແມ່ນ­ຍຸກໂລກາ­ພິວັດແລ້ວເດ! ດ້າມ­ຊື່­ໝາ­ລ້າໆ­ ຊິເປັນຫຍັງ­ນໍ! ຂະ­ໜາດວ່າ­ຊື່­ຄົນ­ລາວແທ້ໆ­ບາງ­ຄົນ­ກໍຍັງເອົາ­ຊື່ຝຣັ່ງ­ດັງໂມ­ມາໃສ່­ຫັ້ນເດ ພໍ່­ຕູ້ເອີຍ! ເຊັ່ນວ່າ ພາ­ລິຕ້າ! ມີຊ້າ! ຄິດ­ຕີ້! ປູເປ້!”
“ເອີ! ຊັ້ນກະ­ຢ່າ­ລະ­! ຢາກໃສ່ແນວໃດ­ກໍແລ້ວແຕ່ພວກຫຼານ­ມັກເນີ! ດ້າມ­ໝາ­ຊື່ໆ­!” ພໍ່­ຕູ້ອ່ອນ­ຂໍ້ໃຫ້ແກ່ຊຸມຫຼານສາວ. ແຕ່ນັ້ນ­ມາ­ຄໍາວ່າ “ດັອກ­ກີ້” ກັບ “ແຄັດ­ຕີ້” ຈຶ່ງ­ຕິດ­ປາກ­ຕິດ­ສົບ­ສາມເອື້ອຍນ້ອງ­ ຈົນ­ພໍ່ແມ່ແລະ­ພໍ່­ຕູ້ແມ່­ຕູ້ ພ້ອມດ້ວຍເພື່ອນບ້ານໃກ້­ຄຽງ­ກໍພາກັນເອີ້ນ­ພວກ­ມັນແບບ­ນີ້…

ນອກ­ຈາກ­ສັກ­ຢາແລ້ວ ທ່ານ­ໝໍກໍໄດ້ເອົາ­ຢາເມັດໃຫ້ເມືອກິນ­ຢູ່ເຮືອນ­ຕື່ມ. ໝົດເງິນໄປຫຼາຍ­ສິບ­ພັນ­ກີບ ໄຄແຕ່ແມ່ເອົາເງິນໃບຫ້າ­ສິບ­ພັນໃຫ້ ຄັນ­ບໍ່­ຊັ້ນ­ມີຫວັງໄດ້­ກັບ­ມາ­ຈ່າຍຄ່າ­ຢາເພີ່ມ­ອີກ. ກ່າວຂອບໃຈທ່ານ­ໝໍແລ້ວ ນາງນ້ອຍ­ກໍຟ້າວຍ່າງ­ຊັກຂະ­ເຢັກ­ອອກ­ຈາກຄລີນິກ ປ້າຍ­ຂາ­ຂຶ້ນ­ລົດ­ຖີບ­ລິວກັບ­ມາເຮືອນ­ປານ­ກັບມະ­ນຸດ­ລົມ­ກົດ… ເອົາ­ລົດ­ຖີບເຂົ້າມ້ຽນໃນເຮືອນແລ້ວ ກໍຟ້າວແລ່ນ­ຄືຄົນ­ຂາດ້ຽງໄປຫາອີ່ແຄັດ­ຕີ້… ເຫັນ­ລຸງເຈົ້າ­ຂອງຮ້ານ­ອົບ­ຟານບ້ານ­ຢູ່ບ້ານໃຕ້ພວມ­ນັ່ງ­ພິຈາ­ລະ­ນາອາການ­ຂອງ­ມັນຢ່າງເອົາໃຈໃສ່ ໂດຍ­ມີແມ່­ຢືນເບິ່ງໃກ້ໆ­ ເຮັດໃຫ້ນ້ອຍໜ້າອອກຮ້ອນ­ວູບດ້ວຍ­ຄວາມ­ຢາກຮ້າຍ…
“ຢ່າ­ສູ່­ຝັນວ່າ­ຊິເອົາອີ່ແຄັດ­ຕີ້ໄປອົບໄດ້ງ່າຍໆ­ເດີ!” ນ້ອຍ­ຈົ່ມໃຫ້­ຕົນເອງໄດ້­ຍິນ­ຜູ້­ດຽວ ແລ້ວກ່າວຖາມໄປຍັງແມ່ວ່າ:
“ແຄັດ­ຕີ້­ບໍ່ເປັນຫຍັງຫຼາຍ ແມ່ນ­ບໍ່ແມ່?”
ແມ່ຫຼຽວມາ­ຫາດ້ວຍໃບໜ້າເສົ້າໆ­ ພ້ອມກ່າວສຽງຄ່ອຍໆ­ອອກວ່າ:
“ແຄັດ­ຕີ້ໃຈຂາດແລ້ວ, ລູກເອີຍ!”
ໄດ້­ຍິນດັ່ງນັ້ນ ນ້ອຍ­ກໍຟ້າວກົ້ມ­ລົງ­ຈັບເອົາອີ່ແຄັດ­ຕີ້­ທີ່ນອນສະ­ຫງົບ­ນິ້ງ­ຂຶ້ນ­ມາກອດພ້ອມ­ທັງສະ­ອື້ນໄຫ້ໂດຍ­ບໍ່­ອາຍ­ລຸງເຈົ້າ­ຂອງຮ້ານ­ອົບ­ຟານບ້ານ­ທີ່ແນມເບິ່ງນາງນ້ອຍດ້ວຍ­ສາຍ­ຕາ­ປະ­ຫຼາດ…
“ພວກເຮົາບໍ່­ຂາຍ­ມັນ­ດອກ, ເຖິງ­ຊິໃຫ້­ລາ­ຄາ­ສູງ­ປານໃດ­ກໍຕາມ. ເຈົ້າໄປຊອກ­ຢູ່ບ່ອນໃໝ່­ສາ!” ສຽງແມ່ເວົ້າກັບ­ລຸງ­ຄົນ­ນັ້ນ ເພື່ອຢືນ­ຢັນວ່າ­ພວກເຮົາບໍ່ໄດ້ເຫັນເງິນ­ມີຄ່າ­ສູງ­ກວ່າ­ຊາກ­ຂອງ­ອີ່ແຄັດ­ຕີ້.
ເມື່ອໄດ້­ຍິນ­ດັ່ງ­ນັ້ນ, ຜູ້­ທີ່­ດໍາ­ລົງ­ຊີວິດ­ຢູ່ດ້ວຍ­ການ­ຂາຍ­ອົບ­ໝາ ກໍຍ່າງ­ຈາກໄປໂດຍ­ບໍ່ກ່າວຄໍາໃດ­ອອກ­ມາເລີຍ. ປ່ອຍໃຫ້ສອງແມ່­ລູກອູ້ມເອົາ­ຮ່າງອັນໄຮ້ວິນຍານ­ຂອງ­ອີ່ແຄັດ­ຕີ້­ເຂົ້າໄປສວນ­ຄົວທາງຫຼັງເຮືອນຄົວ. ຈາກ­ນັ້ນ­ທັງ­ສອງແມ່­ລູກ­ກໍຜັດປ່ຽນ­ກັນ­ຂຸດ­ດິນ­ຢູ່ແຈສວນ ເພື່ອຝັງຮ່າງ­ຂອງ­ໝາແມ່ສອນ­ສາວທີ່ຕ້ອງ­ຈົບ­ຊີວິດ­ລົງ­ຈາກ­ຝີຕີນ­ຂອງ­ນັກ­ຂັບ­ລົດ­ນິລະ­ນາມ…
ເມື່ອເຫັນວ່າເລິກ­ພໍສົມ­ຄວນແລ້ວ ແມ່­ກໍບອກໃຫ້ນ້ອຍຊ່ວຍ­ຍົກ­ຊາກ­ໝາ­ລົງ­ຂຸມ ແລ້ວເອົາດິນ­ຖົມ.
“ໄປເອົາ­ທູບ­ທຽນ­ກັບໄຟແຊັກ­ຢູ່ກ້ອງຮ້ານພະ­ ແລະ­ຢ່າ­ລືມເດັດ­ດອກ­ດາວເຮືອງ­ຢູ່ຂ້າງເຮືອນ­ມາ­ພ້ອມເດີ!” ແມ່­ສັ່ງດ້ວຍ­ສຽງຟ່າ­ຟາວ.
ເມື່ອໄດ້­ສິ່ງ­ທີ່ແມ່ຕ້ອງ­ການແລ້ວ, ແມ່­ກໍເອົາດອກ­ດາວເຮືອງ­ສາມ­ດອກ­ວາງໄວ້­ຢູ່­ຕໍ່ໜ້າ­ຂຸມ ໄຕ້­ທຽນ­ສອງເຫຼັ້ມພ້ອມ­ທັງ­ປັກ­ຢູ່ສອງເບື້ອງ­ຂອງ­ດອກໄມ້ ແລະ­ໄຕ້­ທູບແລ້ວແບ່ງ­ກັນ­ຜູ້ລະ­ດອກ… ນາງນ້ອຍເອົາ­ສອງ­ມືແນບ­ທູບເຂົ້າ­ຫາກັນ… ແມ່­ກໍເຊັ່ນ­ດຽວກັນ…
“ຂໍໃຫ້ດວງ­ວິນ­ຍານ­ຂອງແຄັດ­ຕີ້­ຈົ່ງໄປເກີດໄປຂານ­ຢູ່ບ່ອນ­ດີໆ­ເຖີດ!” ສຽງແມ່ໄຫວ້ວອນ ພ້ອມ­ທັງ­ປັກ­ທູບ­ລົງ­ດິນ.
ສໍາ­ລັບນາງນ້ອຍແລ້ວໄດ້ແຕ່­ພາວະ­ນາໃນໃຈຂໍໃຫ້ແຄັດ­ຕີ້ໄດ້ເກີດ­ມາເປັນ­ໝາ­ຂອງຕົນອີກ… ນອກ­ຈາກ­ທູບ­ທີ່­ຖືກ­ປັກ­ລົງ­ດິນແລ້ວ ກໍຍັງ­ມີຢົດ­ນໍ້າ­ຕາ­ຂອງນາງນ້ອຍ­ຢາດ­ລົງ­ພື້ນ­ປັບໆ­ຈົນ­ຂີ້­ດິນ­ທີ່­ຢູ່ຢອງ­ກັນແບບຫຼົມໆ­ຢູບໂຕລົງເປັນ­ຮູນ້ອຍໆ­…

ຄ້າຍຄ່ຳລົງແລງ ພໍ່­ຂັບ­ລົດ­ກັບ­ມາແຕ່ໄປເຮືອນ­ບຸນ­ຂອງນ້ອງ­ຊາຍເພິ່ນ… ໃນ­ລົດ­ມີພໍ່­ຕູ້ແມ່­ຕູ້ພ້ອມດ້ວຍເອື້ອຍໃຫຍ່ ແລະ­ນ້ອງຫຼ້າ… ພໍແຕ່­ລົງ­ຈາກ­ລົດ­ນາງຫຼ້າກໍຮ້ອງ­ຫາອີ່ແຄັດ­ຕີ້­ຕາມ­ທີ່ເຄີຍເຮັດ­ມາ…
“ເອື້ອຍນ້ອຍ, ອີ່ແຄັດ­ຕີ້­ກັບ­ອີ່­ດັອກ­ກີ້ເດ?”
ນາງນ້ອຍແນມເບິ່ງໜ້ານ້ອງດ້ວຍ­ຄາບ­ນໍ້າ­ຕາ ພ້ອມ­ກັບເວົ້າ­ສຽງແບບ­ກັນສະ­ອື້ນ­ອອກໄປວ່າ:
“ອີ່­ດັອກ­ກີ້ ຈັກໄປໃສ? ແຕ່­ອີ່ແຄັດ­ຕີ້­ຖືກ­ລົດ­ຕໍາ­ຕາຍແລ້ວ!!!”
ພໍແຕ່ໄດ້­ຍິນແນວນັ້ນ ນາງຫຼ້າ­ຖາມ­ຄືນດ້ວຍ­ອາການ­ຕົກໃຈແບບ­ບໍ່ເຄີຍ­ຄາດ­ຄິດ­ມາກ່ອນ:
“ແມ່ນແທ້ຫວາ?!?” ຕິດ­ຕາມດ້ວຍສຽງໄຫ້ແບບເຫຼືອໃຈປົນ­ສົງ­ສານ. ເອື້ອຍໃຫຍ່­ກໍບໍ່ໜ້ອຍໜ້າ ກົ້ມໜ້າເຊັດ­ນໍ້າ­ຕາດ້ວຍ­ອາໄລຕໍ່­ອີ່ແຄັດ­ຕີ້.
ສ່ວນ­ພໍ່ ແລະ­ພໍ່­ຕູ້ແມ່­ຕູ້ ໄດ້ແຕ່ເຮັດໜ້າເສົ້າ.
“ບໍ່ຕ້ອງໄຫ້ດອກ­ລູກເອີຍ! ມື້ໜ້າ­ພໍ່­ຊິເອົາ­ໝານ້ອຍ­ຂອງເຮືອນ­ອາວຫວັນ­ມາໃຫ້ລ້ຽງແທນ­ດອກ.” ເວົ້າສຸດ ພໍ່­ກໍຍ່າງເຂົ້າໄປໃນເຮືອນ.

ພໍ່­ຕູ້ເຫັນຫຼານ­ທັງ­ສາມເສົ້າໂສກເສຍໃຈສຸດ­ຂີດ ອົດ­ບໍ່ໄດ້­ຈຶ່ງກ່າວເປັນຄະ­ຕິເຕືອນໃຈອອກ­ມາວ່າ:


“ອັນວ່າ­ຄວາມ­ຕາຍ­ນີ້   ແຂວນ­ຄໍທຸກ­ບາດຍ່າງ
ເຖິງ­ຊິຫຼົບຫຼີກ­ລີ້  ກໍກ້າວສູ່ຄວາມ­ຕາຍໝົດ­ຄູ່­ຄົນ ນັ້ນແລ້ວ!”
ພ້ອມ­ກັບ­ສອຍທ້າຍ­ອີກວ່າ:
“ບໍ່ເວັ້ນແມ່ນກະ­ທັ້ງ­ອີ່ແຄັດ­ຕີ້ຂອງ­ພວກຫຼານເດີ!”

ກິນແໜງແຄງໃຈ


ໂດຍ ອ. ແສງຟ້າ ໂຫລານຸພາບ
ខែ កក្កដា​ 17, 2014 ម៉ោង 7:02ព្រឹក​
ທຸກ­ວັນເສົາທ້າຍເດືອນ ລຸງອ່ອນ­ສີມັກຈະ­ມາຮັບຈ້າງ­ຕັດຫຍ້າ­­ຢູ່ເຮືອນ... ເພິ່ນເປັນ­ຄົນນ້ອຍຈ່ອຍ ແຕ່ວ່າມີແຮງ­ປານ­ຄວາຍເຖິກ­ໜໍາ. ເຖິງແມ່ນຈະ­ຈ່ອຍ ບາດເພິ່ນແກ້ເສື້ອອອກແລ້ວ ກໍຈະ­ເຫັນກ້າມແບບແຫ້ງໆ­ຕິດກະ­ດູກ ຫານໍ້າມັນ­ຢູ່ໜ້າ­ທ້ອງແມ່ນແຕ່ໜ້ອຍ­ດຽວກໍບໍ່­ມີ ມີແຕ່ກ້າມທ້ອງເປັນ­ລອນ­ລັກ­ລັ່ນ­ກັນ­ລົງ­ມາແຕ່­ລຸ່ມເອິກ­ຈົນເຖິງ­ຫົວໂສ້ງ... ພໍ່ບອກ­ກັບນາງນ້ອຍວ່າ ເມື່ອຄາວຍັງເປັນບ່າວ ພໍ່­ກໍມີໜ້າ­ທ້ອງແບບ­ລຸງອ່ອນ­ສີນັ້ນແຫຼະ­ ແຕ່­ດຽວນີ້ ຍ້ອນ­ບໍ່­ມີໂອກາດ­ຫັດ­ກາຍ ແລະ­ບໍ່­ມີການ­ຄວບ­ຄຸມ­ການ­ກິນ ທ້ອງ­ຂອງ­ພໍ່­ຈຶ່ງ­ອຸ້ງ­ປຸ້ງ­ປານ­ກັບແມ່­ມານ­ຖືພາໄດ້­ສາມເດືອນເອົາໂລດ... ຫຼັງ­ຈາກ­ຕັດຫຍ້າອ້ອມເຮືອນແລ້ວໆ­ ລຸງ­ມັກ­ມານັ່ງ­ຢູ່ໂຕະ­ກ້ອງ­ຮົ່ມ­ກົກ­ໝາກ­ຈຽງ ດື່ມ­ນໍ້າເຢັນໆ­ທີ່ນາງນ້ອຍເອົາ­ຈາກ­ຕູ້ເຢັນໄປໃຫ້... ທຸກເທື່ອ ເພິ່ນຈະ­ມີເລື່ອງ­ນັ້ນເລື່ອງ­ນີ້­ມາເລົ່າ­ສູ່­ຟັງ ສ່ວນຫຼາຍ­ກໍແມ່ນເລື່ອງ­ທີ່ກ່ຽວພັນ­ກັບ­ຊີວິດ­ຂອງເພິ່ນ­ນັ້ນລະ­... ເທື່ອນີ້­ກໍເຊັ່ນ­ກັນ ເພິ່ນເລົ່າດ້ວຍ­ຄວາມກະ­ຕືລືລົ້ນ ເໝືອນ­ຢາກລະ­ບາຍ­ບາງ­ສິ່ງ­ບາງຢ່າງ­ອອກ­ຈາກສ່ວນເລິກ­ຂອງ­ໝາກ­ຫົວໃຈໃຫ້ນາງນ້ອຍໄດ້­ຮັບ­ຮູ້­ນໍາ...

ທ້າວແອວຽງ ຫົວໂປ່ເດັກນ້ອຍປະ­ຈໍາບ້ານພ້າວເຂດລ່ອງ­ງື່ມ ມັກ­ມີແນວຫຼິ້ນ­ບໍ່­ຄືບ້ານ­ຄືເມືອງເພິ່ນ. ມື້­ນີ້­ກໍເຊັ່ນ­ດຽວກັນ ເຂົາ­ພາ­ລູກສະ­ໝຸນ­ຈໍານວນ­ສິບ­ກວ່າ­ຄົນ­ລົງ­ລອຍຫຼິ້ນ­ໝາກເງືອກ­ກິນ­ຫາງ­ຢູ່­ນໍ້າງື່ມຢ່າງເມົາມັນ... ຂະ­ນະ­ທີ່ພວມຫຼິ້ນມ່ວນໆ­ຢູ່­ນັ້ນ ກໍໄດ້­ມີທ່ອນໄມ້ທ່ອນໃຫຍ່ ແລະ­ຍາວເຕີບໄຫຼມາ... ເຂົາ­ຈຶ່ງເກີດ­ມີແນວຄິດໃໝ່ກ່ຽວກັບເກມ­ການຫຼິ້ນ ໂດຍ­ບອກໃຫ້­ທຸກ­ຄົນ­ລອຍໄປຫາ­ທ່ອນໄມ້ ແລ້ວຍູ້­ດັນ­ມັນ­ຂຶ້ນ­ມາເທິງແຄມ­ນໍ້າ. ຊົ່ວ­ທ່ອນໄມ້­ນັ້ນຊິຂຶ້ນ­ມາງອຍ­ຢູ່ເທິງໂຄກ ກໍໄດ້ເຮັດໃຫ້ພວກເດັກນ້ອຍ­ພາກັນ­ຫັນໃຈຫອບດ້ວຍ­ຄວາມ­ອິດເມື່ອຍ... ແຕ່­ບໍ່­ທັນຈະ­ໄດ້ເຮັດຫຍັງ­ກັບໄມ້ທ່ອນ­ນັ້ນ ສຽງແຫຼມໆ­ນ້ອຍໆ­ຂອງໃຜຜູ້­ໜຶ່ງ­ກໍດັງ­ຂຶ້ນ­ຢູ່ໃກ້ໆ­ຫັ້ນ...
“ພາກັນເຮັດຫຍັງ­ຫັ້ນ?”
ທຸກ­ຄົນຫຼຽວໜ້າໄປເບິ່ງເຈົ້າ­ຂອງ­ສຽງ­ນັ້ນເປັນ­ຈຸດ­ດຽວ: ທ້າວແອຈັນ ນ້ອງ­ຊາຍ­ຂອງແອວຽງ­ນັ້ນເອງ. ບໍ່­ທັນ­ທີ່ຈະ­ເວົ້າ­ຫຍັງ­ອອກໄປ ແອວຽງ­ກໍເຫັນແອຈັນແລ່ນໄປໃສ່ທ່ອນໄມ້­ນັ້ນຢ່າງໄວວາ­ຮ້າຍ­ກວ່າ­ລີງ. ເຫັນເປັນແນວນັ້ນ ເພື່ອສະ­ແດງ­ຄວາມເປັນ­ຫົວໜ້າໃຫຍ່ຂອງ­ກຸ່ມ ແອວຽງ­ກໍກຶ້ງ­ຕາ ແລະ­ແຂກໃສ່ນ້ອງ­ຊາຍ­ຕົນເອງດ້ວຍ­ສຽງ­ອັນ­ດັງວ່າ:
“ລົງ­ມາແມ­, ແອຈັນ! ຄັນ­ບໍ່­ຢາກ­ຖືກ­ໝາກ­ກອກ!”
ສຽງແຂກໃສ່ຂອງອ້າຍ ບໍ່ໄດ້ເຮັດໃຫ້ແອຈັນ­ສັ່ນສະ­ເທືອນແຕ່ຢ່າງໃດ ເຂົາເອົາມືກອດເອິກ­ນັ່ງ­ຂາໄຂວ່ຫ້າງເທິງທ່ອນໄມ້­ນັ້ນເສີຍ­ຢູ່... ເຮັດໃຫ້­ຫູ ແລະ­ໃບໜ້າ­ຂອງແອວຽງແດງ­ຂຶ້ນດ້ວຍ­ຄວາມ­ຢາກຮ້າຍ. ເພື່ອໃຫ້­ສົມ­ກັບເປັນ­ຫົວໜ້າເດັກນ້ອຍປະ­ຈໍາບ້ານ ເຂົາ­ຈຶ່ງ­ງຶກ­ຫົວໃຫ້­ລູກສະ­ໝູນ­ສອງ­ຄົນ­ທີ່­ຢືນ­ຢູ່ຂ້າງໄປຈັດ­ການໃຫ້ນ້ອງ­ ຊາຍ­ຕົນ­ລົງ­ຈາກທ່ອນໄມ້­ນັ້ນ... ທັງ­ສອງ­ຄົນກ້າວຂາໄປຍັງທ່ອນໄມ້­ຄົນລະ­ສົ້ນ ແລ້ວກົ້ມ­ລົງ­ກິ້ງໄມ້ທ່ອນ­ນັ້ນໄປທາງຫຼັງ ເຮັດໃຫ້ແອຈັນ­ລົ້ມ­ຫົວສັກໄປທາງໜ້າ... ສຽງ­ຫົວຈາກ­ບັນ­ດາ­ສະ­ໝຸນ­ຂອງແອວຽງ­ດັງແຊວໆ­ຂຶ້ນ ພ້ອມ­ດຽວກັບ­ສຽງໄຫ້ຂອງແອຈັນ­ກໍດັງປະ­ສານ­ຂຶ້ນ. ພໍແຕ່­ລຸກ­ຂຶ້ນໄດ້ ແອຈັນ­ກໍແລ່ນໂດດໃສ່­ຜູ້ເປັນອ້າຍ­ປານເສືອໂດດ­ຄຸບ­ກ­ວາງເອົາໂລດ. ຍ້ອນ­ບໍ່­ທັນ­ຕັ້ງທ່າ ຈັກວ່າກໍາ­ປັ້ນ ແລະ­ຕີນກະ­ໜໍ່າໃສ່ໜ້າແລະ­ຕົນໂຕຂອງແອວຽງ­ຈົນ­ນັບເທື່ອບໍ່ໄດ້... ພໍຕັ້ງທ່າໄດ້ ເຂົາກໍຍູ້ນ້ອງ­ຊາຍ­ອອກໂດຍ­ບໍ່ໄດ້ຕອບໂຕ້ແຕ່ຢ່າງໃດ. ສຽງໄຫ້ຂອງແອຈັນ­ດັງແຮງ­ກວ່າເກົ່າ ພ້ອມ­ກັບເອົາ­ຫຼັງ­ມືເຊັດ­ນໍ້າ­ຕາ ແລະ­ເວົ້າໃສ່­ຜູ້ເປັນອ້າຍວ່າ:
“ກູຊິໄປຟ້ອງແມ່ໂລດ.”
“ເຊີນຟ້ອງໂລດລະ­!” ທັງເວົ້າ­ທັງແລ່ນໄປຫາ­ໝູ່­ທີ່­ກໍາ­ລັງ­ພາກັນນັ່ງ­ຄາບ­ຢູ່ເທິງທ່ອນໄມ້­ ທີ່­ກິ້ງໄປກິ້ງ­ມາດ້ວຍແຮງ­ດັນ­ຂາ­ຂອງແຕ່ລະ­ຄົນ.
ຫຼິ້ນ­ນັ່ງ­ກິ້ງທ່ອນໄມ້ໄປມາບໍ່­ທັນໄດ້ຮອດຫ້ານາ­ທີ ນ້າບ່າວທອງ­ສີກໍປາກົດ­ກາຍ­ຢູ່­ທາງຂ້າງ ເຮັດໃຫ້ແອວຽງຟ້າວປ້າຍ­ຂາອອກ­ຈາກທ່ອນໄມ້ເພື່ອຈະ­ແລ່ນ­ໜີ ແຕ່­ບໍ່­ທັນເສຍແລ້ວ ເພາະ­ນ້າບ່າວກອດໂຕເຂົາໄວ້ໄດ້­ທັນ ແລ້ວແບກໃສ່ບ່າ­ພາກັບ­ຄືນ­ສູ່ເຮືອນ­ທັນ­ທີ... ເຂົາ­ທັງ­ດິ້ນ­ທັງ­ຄິດ: ໄປຮອດເຮືອນ­ຈັ່ງໃດ­ກໍຕ້ອງ­ຖືກແມ່­ຕີຄັກໆ­ ເພາະ­ແມ່­ມັກ­ຕີເຂົາເລື້ອຍໆ­ເມື່ອເກີດເລື່ອງ­ກັບນ້ອງ­ຊາຍ.

“ເປັນຫຍັງ­ຈຶ່ງ­ຕີນ້ອງ­ອີກແລ້ວ?” ສຽງແມ່ຮ້ອງໃສ່ດ້ວຍ­ຄວາມ­ຢາກຮ້າຍ.
“ລູກ­ບໍ່ໄດ້­ຕີນ້ອງ­ຈັກ­ບາດເລີຍ. ມີແຕ່ນ້ອງ­ຕີລູກຕ່າງ­ຫາກ.” ເຂົາອະ­ທິບາຍ­ຕໍ່­ຜູ້ເປັນແມ່.
“ເປັນຫຍັງ­ຊິບໍ່ໄດ້­ຕີ? ເບິ່ງໜ້າ­ຜາກ­ຂອງນ້ອງ­ນັ້ນ­ຕີ້ ຈົນວ່າເຫຼີ້ນວ່າແດງ­ໝົດ.” ແມ່­ທັງເວົ້າ­ທັງ­ຊີ້ໃສ່ໜ້າ­ຜາກ­ຂອງແອຈັນ­ທີ່­ຢືນສະ­ອື້ນໄຫ້­ອຶກໆ­ຢູ່ ແລ້ວເອົາ­ຝາມືຫວັງວ່າ­ຈະ­ຟາດໃສ່­ກົກແຂນ ແຕ່ເຂົາ­ຮັບໄວ້­ທັນ ພ້ອມ­ທັງ­ຍູ້­ມືຂອງແມ່ອອກ...
“ໂທ້ໆ­! ມຶງຫຍັງ­ມາເກັ່ງແທ້ ກ້າ­ສູ້­ກັບແມ່ຫວາ?” ແມ່­ຂຶ້ນ­ສຽງດ້ວຍໃບໜ້າອັນແດງກ່ຳ ວ່າ­ຊິຄວ່າເອົາໄມ້­ຄານ­ຢູ່ແຈຝາມາ­ຕີໃຫ້­ສົມໃຈ ແຕ່ຕ້ອງຊະ­ງັກ­ມືໄວ້ ເພາະ­ມີຊາຍແປກໜ້າ­ຜູ້­ໜຶ່ງຍ່າງເຂົ້າມາ­ຂັດ­ຈັງ­ຫວະ­ ເຮັດໃຫ້ແມ່ຕ້ອງ­ວາງ­ມືຈາກແອວຽງ­ປັບເນື້ອປັບ­ຄີງ­ຫັນໜ້າມາ­ຫາແຂກ­ທີ່­ບໍ່ໄດ້­ຖືກເຊີນ... ແລະ­ແລ້ວຄວາມ­ຢາກຮ້າຍ­ກໍມະ­ຫັບມະ­ຫາຍ­ກາຍເປັນ­ຄວາມ­ປິຕິຍິນ­ດີ ເພາະ­ຊາຍແປກໜ້າ­ຜູ້­ນັ້ນແມ່ນອ້າຍ­ຂອງແມ່­ທີ່­ບໍ່ໄດ້­ພົບໜ້າກັນເປັນເວລາເກືອບ­ສິບຫ້າ­ປີແລ້ວນັ້ນເອງ. ລຸງໄດ້ອອກ­ຈາກບ້ານໄປເອົາເມຍ­ຢູ່ສະ­ຫວັນນະ­ເຂດ­ຕັ້ງແຕ່­ຄາວທີ່ແມ່ຂອງແອວຽງ­ຍັງ­ບໍ່­ທັນສ້າງ­ຄອບ­ຄົວພຸ້ນ...
ຕອນ­ກິນເຂົ້າແລງ ແມ່ໄດ້ເລົ່າ­ສະ­ພາບ­ຄອບ­ຄົວທີ່­ຂາດ­ຫົວຈັກຫຼັກແຫຼ່ງໃຫ້­ລຸງ­ຟັງ, ແລະ­ກໍໄດ້­ສາ­ທະ­ຍາຍກ່ຽວກັບ­ລູກ­ຊາຍ­ທັງ­ສອງ ໂດຍ­ບອກໃຫ້­ລຸງ­ຮູ້ວ່າ ແອຈັນເປັນເດັກ­ຄໍາ­ຮູ້ ສ່ວນແອວຽງ­ຜູ້ເປັນອ້າຍ­ຫົວດື້­ຫົວແຂງ ບອກ­ຍາກ ມີແຕ່ເອົາການຫຼິ້ນເປັນໃຫຍ່ ບໍ່ໃສ່ໃຈວຽກ­ຮໍ່າການ­ຮຽນ ຊຶ່ງ­ກໍເຮັດໃຫ້ແອວຽງຜູ້ກິນເຂົ້າ­ຢູ່ຂ້າງ­ລຸງ­ນັ້ນຕ້ອງໜ້າມ້ານ ແລະ­ເກືອບ­ກືນເຂົ້າບໍ່­ລົງ­ຄໍ. ສ່ວນ­ລຸງ­ກໍໄດ້ບອກໃຫ້ແມ່­ຮູ້ວ່າ ດຽວນີ້ຄອບ­ຄົວຂອງເພິ່ນໄດ້ຍ້າຍ­ມາ­ຢູ່ນະ­ຄອນຫຼວງ­ວຽງ­ຈັນແລ້ວ ແລະ­ໄດ້­ຍິນວ່າ­ຄອບ­ຄົວຂອງນ້ອງ­ສາວຢູ່ບ້ານ­ບໍ່ຄ່ອຍ­ກຸ້ມຄ່ອຍ­ກາງ­ກັນ­ປານໃດ ຈຶ່ງ­ມີຄວາມເປັນຫ່ວງ. ຫາກເປັນໄປໄດ້ ເພິ່ນ­ຢາກ­ຂໍເອົາແອວຽງໄປຮຽນ­ໜັງ­ສືຢູ່ໃນ­ວຽງ­ພຸ້ນ ເພື່ອຈະ­ໄດ້­ມີໂອກາດ­ສັ່ງ­ສອນໃຫ້­ກາຍເປັນ­ຄົນ­ຮູ້­ຜູ້­ດີ ມີຄວາມ­ຮູ້ຄວາມ­ສາມາດ. ພໍແຕ່­ລຸງເວົ້າ­ສຸດ ແມ່­ກໍຮັບ­ປາກ­ທັນ­ທີ ເພາະ­ຫາກແອວຽງ­ຍັງ­ຂືນ­ຢູ່­ກັບແມ່­ຕໍ່ໄປ ບັນ­ຫາການ­ຜິດ­ຖຽງ­ຕີກັນ­ຂອງ­ລູກ­ທັງ­ສອງ­ຄົງ­ບໍ່ເປັນ­ທີ່­ສິ້ນ­ສຸດ. ເມື່ອໄດ້­ຍິນແນວນັ້ນ ແອວຽງເອງ­ກໍສະ­ແດງ­ຄວາມ­ດີໃຈຈົນ­ອອກ­ນອກໜ້າ­ທີ່ຈະ­ໄດ້ໄປຢູ່­ກັບ­ລຸງໃນນະ­ຄອນຫຼວງ. ກ່ອນເດີນ­ທາງ­ອອກ­ຈາກເຮືອນ ເຂົາໄດ້­ນໍາເອົາເຄື່ອງຫຼິ້ນ­ທຸກຊະ­ນິດ ບໍ່ວ່າບັ້ງໂພະ­, ວ່າວ, ໝາກ­ບີ, ກະ­ຖຸນ, ໄມ້­ຕີຫົວປາ­ຄໍ່ ມອບໃຫ້ແກ່ນ້ອງ­ຊາຍດ້ວຍໃບໜ້າອັນ­ຍິ້ມແຍ້ມແຈ່ມໃສ ຊຶ່ງຕ່າງ­ກັບກ່ອນໜ້ານັ້ນ ເຂົາ­ຫວງເຄື່ອງຫຼິ້ນເຫຼົ່ານີ້­ປານ­ກັບຫຍັງເອົາໂລດ.
ຕອນ­ທີ່ແອວຽງ­ຂຶ້ນ­ລົດໄປກັບ­ລຸງ­ນັ້ນ, ແມ່­ກັບນ້ອງ­ຊາຍໄດ້­ມາ­ສົ່ງ.
“ໄປຢູ່ເຮືອນ­ລຸງແລ້ວ ຢ່າ­ສູ່ເຮັດໃຫ້­ລຸງຕ້ອງ­ອຸກໃຈນໍາເດີ!” ແມ່­ສັ່ງ­ຄວາມກ່ອນ­ທີ່­ລົດຈະ­ເຄື່ອນ­ອອກໄປ.
ສ່ວນແອຈັນໄດ້ແຕ່­ຢືນ­ນໍ້າ­ຕາ­ຊຶມ ຍົກ­ມືໂບກ­ລາ­ຕອບ­ຜູ້ເປັນອ້າຍ...

ມາ­ຢູ່ເຮືອນ­ລຸງ­ທີ່ແຄມ­ທາງໃຫຍ່ ຮູ້­ສຶກວ່າແປກຕ່າງ­ສາຍ­ຫູສາຍ­ຕາ... ຫຼຽວໄປທາງໜ້າເຮືອນເຫັນແຕ່­ຄົນຍ່າງເຂົ້າຍ່າງ­ອອກເປັນ­ລຸດໆ­ລ້າຍໆ­ ສ່ວນ­ຢູ່ຖະ­ໜົນ­ນັ້ນ ກໍເຫັນແຕ່­ລົດ­ນານາ­ຊະ­ນິດຜ່ານ­ສວ່ານ­ສົນໄປມາ­ປານເສັ້ນເຂົ້າ­ປຸ້ນ... ເບິ່ງຫຼາຍເຮັດໃຫ້­ລາຍ­ຕາ ຈຶ່ງຕ້ອງ­ຫັນໜ້າມາຍັງຖ້ວຍເຝີທີ່ກອງເຈ້ງເພ້ງ ຄອຍ­ຄອງ­ຖ້າການລ້າງ­ຈາກ­ມືຂອງແອວຽງ... ມື້­ນີ້ແມ່ນ­ວັນເສົາ ບໍ່ໄດ້ໄປໂຮງ­ຮຽນຕ້ອງໄດ້ຊ່ອຍປ້າ­ລ້າງຖ້ວຍເຝີ ຊຶ່ງເຂົາກໍໄດ້ພະ­ຍາຍາມເຮັດໃຫ້­ດີທີ່­ສຸດ ແຕ່ຍ້ອນ­ຄວາມ­ບໍ່­ຊໍານານ ມີບາງ­ຄັ້ງຖ້ວຍເຝີຫຼູດ­ມືລົງ­ພື້ນ­ຊີມັງ ສຽງ­ດັງ­ຟັງ­ຄັກ ເຮັດໃຫ້ແຂກ­ຄົນ­ທີ່ເສັ້ນເຝີຍັງ­ຄາ­ຢູ່­ປາກຕ້ອງຫຼຽວມາ­ທີ່ເຂົາເປັນ­ຈຸດ­ດຽວ...
“ຈັ່ງແມ່ນ­ມັນບ້ານ­ນອກແທ້ໆ­!” ສຽງ­ຂອງປ້າ­ລອດເຂົ້າໃນ­ຮູຫູ ເຮັດໃຫ້ເຂົາ­ໜ້າແດງ ຢືນເຊີ້­ບໍ່­ຈັກແນວຊິເຮັດ...
ແລງ­ຂອງ­ມື້­ນັ້ນ ຫຼັງ­ຈາກ­ປິດຮ້ານ ປ້າກໍຈົ່ມ­ກັບ­ລຸງວ່າ ລູກ­ຂອງ­ຕົນເອງ­ກໍຫຼາຍ­ຄົນແລ້ວ ຍັງເສືອກເອົາ­ລູກຜູ້­ອື່ນ­ມາ­ຢູ່­ນໍາອີກ. ແຕ່­ລຸງ­ກໍໃຫ້ເຫດ­ຜົນວ່າ ແອວຽງເປັນ­ລູກ­ຂອງນ້ອງ­ສາວຄີງໆ­ຂອງເພິ່ນ ຖ້າບໍ່ຊ່ອຍ­ກັນ­ຍາມ­ຕົກ­ທຸກໄດ້­ຍາກ ແມ່ນໃຜລະຈະ­ມາ­ຊ່ອຍ­.


ແອວຽງ­ມີອາການ­ຫົນ­ຫວາຍ­ນໍາການ­ມານັ່ງ­ຟັງ­ຄູອະ­ທິບາຍ­ບົດ­ຮຽນ... ເຂົານັ່ງ­ຢູ່ຫຼັງ­ສຸດ­ຂອງຫ້ອງ­ຮຽນ, ຫຼຽວເບິ່ງ­ໝູ່­ນັກ­ຮຽນ­ນໍາກັນ­ຢູ່ຫ້ອງລ້ວນແຕ່­ຜູ້ນ້ອຍໆ­. ແມ່ນແລ້ວປີນີ້­ອາຍຸເຂົາ­ຢວ່າງເຂົ້າ­ສິບ­ສາມ­ປີພໍດີ ຮ່າງ­ກາຍ­ກໍາ­ລັງກ້າວເຂົ້າ­ສູ່­ການປ່ຽນແປງຢ່າງໃຫຍ່. ສຽງເວົ້າກໍເລີ່ມແຕກຫ້າວ, ຂົນ­ຕາມແຄ່ງ­ຕາມ­ຂາກໍເລີ່ມ­ປົ່ງເປັນເສັ້ນແຂງໆ­ໃຫ້ເຫັນ. ເວລາຍ່າງ ຫຼືເຮັດ­ອັນໃດ ກໍຮູ້­ສຶກແຂນ­ຂາເກັ້ງໆ­ກ້າງໆ­ ເຮັດຫຍັງ­ກໍບໍ່ຄ່ອຍຖະ­ໜັດ ຍ້ອນແນວນັ້ນແຫຼະ­ ຖ້ວຍເຝີຂອງປ້າ­ຈຶ່ງ­ຖືກຫຼໍ່ເປັນປ່ຽງນ້ອຍໆ­ໄປຫຼາຍໃບເຕີບ... ດັ່ງ­ນັ້ນເຂົາ­ຈຶ່ງ­ຖືກດ່າວ່າ­ຈາກປ້າເປັນປະ­ຈໍາ ຈົນ­ບາງເທື່ອເພິ່ນໄດ້ໄລ່ເຂົາໃຫ້ໄປແກ້­ວຽກບ້ານ­ທີ່­ຄູເອົາໃຫ້ແທນ... ປານ­ດຶງແບ້­ລົງ­ນໍ້າ ໃຫ້ເຂົາ­ປິ່ນໜ້າໃສ່­ປຶ້ມ ແໜງໃຫ້ລ້າງຖ້ວຍເຝີໝົດ­ມື້­ຍັງຈະ­ດີກວ່າ... ເພາະ­ອ່ານ­ບົດ­ຝຶກ­ຫັດແລ້ວ ພໍຢາກ­ມຸດ­ດິນແກ່ນ­ຕາຍ­ພຸ້ນລະ­! ພໍຄິດ­ມາ­ຮອດ­ຕອນ­ນີ້ ແອວຽງຕ້ອງສະ­ເດີດ­ຕື່ນຢ່າງແຮງ ເມື່ອສຽງປ້າ­ຄູຈັນ­ຫອມ­ຄູປະ­ຈໍາວິຊາໂລກອ້ອມ­ຕົວ ປ. 5 ເອີ້ນ­ຊື່ຂອງເຂົາ. ເຂົາ­ຟ້າວລຸກ­ຂຶ້ນ­ຢືນດ້ວຍໃບໜ້າມ້ານ­ຈືດ...
“ໂຄງກະ­ດູກ­ຂອງ­ຄົນເຮົາມີຈັກ­ພາກສ່ວນ?” ສຽງ­ຖາມ­ຂອງປ້າ­ຄູດັງ­ຄັບຫ້ອງ ແຕ່ປະ­ສາດ­ຫູແລະ­ມັນສະ­ໝອງ­ຂອງແອວຽງເຮັດ­ວຽກ­ບໍ່ປະ­ສານ­ກັນເສຍແລ້ວ ຈຶ່ງເຮັດໃຫ້ເຂົາໄດ້ແຕ່­ຢືນເຮັດໜ້າເຊ່ເລ່ ເກົາ­ຫົວຍັອກໆ­... ພວກ­ໝູ່­ນັກ­ຮຽນ­ຜູ້­ອື່ນໆ­ພາກັນ­ຍົກ­ມືຂຶ້ນ­ຂໍຕອບແທນ ແຕ່ປ້າ­ຄູບໍ່ໄດ້­ສົນໃຈ ເຮັດໃບໜ້າເຄັ່ງ­ອຶ້ງ­ຕຶ້ງໃສ່ ດວງ­ຕາ­ຂຽວປານ­ປີກແມງ­ພູ່­ສັກໃສ່ໃບໜ້າ­ຂອງ­ນັກ­ຮຽນ­ຜູ້ໃຫຍ່ກວ່າ­ໝູ່ໃນຫ້ອງ.
“ເຈົ້າບໍ່ໄດ້­ຟັງປ້າ­ຄູອະ­ທິບາຍ­ຫວາ? ເທື່ອໜ້າ­ຕັ້ງໃຈຟັງແດ່ເດີ!” ບໍ່ເວົ້າ­ພຽງເທົ່ານັ້ນ ປ້າ­ຄູຍັງໄດ້­ຄາດໂທດໃຫ້ເຂົາ­ຕ້ອງໄດ້ໄປອະ­ນາໄມຫ້ອງ­ນໍ້າເວລາເລີກຫຼິ້ນ­ອີກ­ນໍາ.
ຕອນເລີກຫຼິ້ນ ແທນ­ທີ່ຈະ­ໄດ້ຫຼິ້ນເຕັ້ນ­ຢາງ ຫຼືຫຼິ້ນ­ໝາກໄລ່­ນໍາ­ໝູ່, ເຂົາ­ຕ້ອງໄດ້ຕັກ­ນໍ້າ­ຈາກອ່າງໃຫຍ່­ມາອະ­ນາໄມຫ້ອງ­ນໍ້າ­ທີ່­ມີກິ່ນ­ບໍ່ຄ່ອຍສະ­ຖາ­ພອນ­ປານໃດ. ໝູ່ຫຼາຍ­ຄົນ­ພາກັນ­ລັກ­ຫົວຂວັນ­ທີ່ເຂົາ­ຖືກ­ລົງໂທດແບບ­ນັ້ນ... ເຂົາ­ຮູ້­ສຶກ­ອິດ­ສາບັນ­ດາ­ໝູ່ເດັກນ້ອຍເຫຼົ່ານັ້ນ­ທີ່­ມີຄວາມມ່ວນ­ຊື່ນໃນ­ການ­ມາໂຮງ­ຮຽນ ຊຶ່ງ­ກົງ­ກັນຂ້າມ­ກັບເຂົາ­ທີ່­ມາໂຮງ­ຮຽນດ້ວຍ­ຄວາມ­ຈໍາໃຈ... ຫາກເຂົາຕັ້ງໃຈຮຽນມາແຕ່ ປ.1 ບໍ່ເອົາການຫຼິ້ນເປັນໃຫຍ່ ເຂົາກໍຄົງບໍ່ຕ້ອງຕົກຢູ່ໃນສະພາບແບບນີ້...
ມີມື້­ໜຶ່ງ ປຶ້ມ­ບົດ­ຝຶກ­ຫັດ­ວິຊາ­ຄະ­ນິດ­ສາດເສຍ, ເຂົາ­ພະ­ຍາຍາມ­ຊອກ­ຈົນ­ທົ່ວແລ້ວກໍບໍ່ເຫັນ ຈຶ່ງເຮັດໃຈແຂງຍ່າງໄປຫາ­ປ້າ ແລະ­ບອກ­ຄວາມ­ຈິງໃຫ້ເພິ່ນ­ຮູ້. ພໍແຕ່ໄດ້­ຍິນແນວນັ້ນ ປ້າກໍເປັນ­ຟືນເປັນໄຟຂຶ້ນ.
“ຈັ່ງແມ່ນ­ມັນວົນ­ມັນ­ວາຍ. ມີເລື່ອງ­ມີລາວໃຫ້­ກູໄດ້ເສຍເງິນຕະ­ຫຼອດ. ຈັກ­ຊິມາ­ຢູ່ໃນເມືອງໃນ­ວຽງເຮັດຫຍັງ, ຄົນ­ບໍ່­ມີຫົວສະ­ໝອງ­ໝິ່? ຢູ່ບ້ານ­ນອກ­ຂອກຄະ­ເມໄຖໄຮ່ໄຖນານໍາກົ້ນ­ຄວາຍ­ພຸ້ນ­ຍັງ­ຊິດີກວ່າ!” ສຽງຮ້າຍ­ຂອງປ້າ ເຮັດໃຫ້­ລຸງຕ້ອງ­ມາ­ຂວາງ ເພື່ອບໍ່ໃຫ້ເມຍ­ຂອງເພິ່ນເວົ້າໄປຫຼາຍ­ກວ່ານີ້.
“ເຈົ້າກໍໂພດ­ດອກ, ດ້າມຫຼານ­ຜູ້­ດຽວມາເພິ່ງ­ພາອາໄສນໍາ ກໍຊິລ້ຽງເຂົາບໍ່ໄດ້ຫວາ?” ລຸງເວົ້າແດກໃສ່ໜ້າ­ຜູ້ເປັນເມຍ ແລ້ວຈົກເງິນໃນ­ຖົງໂສ້ງ­ຕົນເອງ­ຍື່ນໃຫ້ແອວຽງ­ຊຶ່ງ­ຢືນໂຕແຂງ­ປານ­ນໍ້າກ້ອນ...

ຄືນມື້ນັ້ນ ເຂົານອນຄິດຮອດບ້ານ, ຄິດຮອດສາຍນໍ້າງື່ມທີ່ເຂົາເຄີຍລອຍຫຼິ້ນນໍາໝູ່ເດັກນ້ອຍ. ຄິດຮອດຄວາຍບັກເຖິກທີ່ເຂົາເຄີຍຂີ່ຫຼັງພາໄປກິນຫຍ້າ... ຄິດຮອດແອຈັນນ້ອງຊາຍຜູ້ທີ່ມັກກໍ່ເລື່ອງຜິດກັນກັບເຂົາເປັນປະຈຳ... ຄິດຮອດແຮງທີ່ສຸດກໍແມ່ນແມ່ຜູ້ທີ່ລ້ຽງເຂົາດ້ວຍຝາມືແລະໄມ້ແສ້... ນໍ້າຕາແຫ່ງຄວາມຄິດຮອດໄຫຼອອກມາຢ່າງບໍ່ຂາດສາຍ ຈົນມ້ອຍຫຼັບໄປຍາມໃດກໍບໍ່ຮູ້...
ຕື່ນຊວາດຂຶ້ນມາ ຮູ້ສຶກອອກຮ້ອນໄປທົ່ວຮ່າງຄີງ, ວ່າຈະລຸກຂຶ້ນຈາກບ່ອນແຕ່ກໍລຸກບໍ່ຂຶ້ນ ຮູ້ສຶກໜັກໂຕໜັກຄີງແບບບໍ່ເຄີຍເປັນມາກ່ອນ. ລຸງເຫັນອາການຂອງຫຼານໜັກຄືແນວນັ້ນ ຈຶ່ງນຳໂຕໄປຄລີນິກໃກ້ເຮືອນ. ເມື່ອໝໍກວດແລ້ວ ເພິ່ນກໍວາງຢາໃຫ້ເມືອກິນ. ຕອນຂາກັບ ຍ່າງຜ່ານໜ້າປ້າຜູ້ເຮັດໜ້າເບ້ເຍ້ຢູ່ຕໍ່ໜ້າໝໍ້ເຝີແລ້ວ ຍິ່ງເຮັດໃຫ້ຫົວເຂົ່າຂອງເຂົາອ່ອນລົງຈົນລຸງຕ້ອງໄດ້ໂຊມເຂົ້າບ່ອນນອນ.
ລຸງບັງຄັບໃຫ້ເຂົາຕ້ອງກິນເຂົ້າ ແລະຢາຕາມທີ່ໝໍສັ່ງ... ຮອດຕອນບ່າຍລຸງຈຶ່ງໄປການ ແຕ່ກໍບໍ່ລືມສັ່ງໃຫ້ຜູ້ເປັນເມຍເຂົ້າໄປເບິ່ງຫຼານແທນແດ່... ແຕ່ເພິ່ນຜູ້ນີ້ກໍເຮັດຫູໜວກກິນຟານ ທັງໆທີ່ກາຍຍາມແຂກຄົນມາກິນເຝີແລ້ວ.
ອາການໄຂ້ຮູ້ສຶກວ່າສວ່າງໄປແດ່ແລ້ວ. ຄວາມກົດດັນຂອງສະພາບໃນຄອບຄົວຂອງລຸງ ປະກອບໃສ່ສະພາບການຮຽນ ແລະຄວາມຄິດຮອດບ້ານຢ່າງແຮງ... ແອວຽງຕັດສິນໃຈຫຼອຍອອກໄປທາງຫຼັງເຮືອນທັງໆທີ່ສາຍຝົນຍາມເດືອນສິບທັ່ງເທລົງມາປານຖັງນໍ້າແຕກ...
ລຸງກັບມາເຮືອນກ່ອນໂມງເລີກການ ຍ້ອນຄວາມເປັນຫ່ວງຫຼານ, ແຕ່ເມື່ອເຂົ້າໄປໃນຫ້ອງ ເຫັນແຕ່ບ່ອນເປົ່າ ຊອກທົ່ວເຮືອນກໍບໍ່ເຫັນ. ຖາມໃຜ ກໍບໍ່ມີໃຜຮູ້. ສ່ວນເມຍຂອງລຸງນັ້ນກໍເຮັດຄືທອງບໍ່ຮູ້ຮ້ອນ... ລຸງຟ້າວໂທລະສັບໄປຫາກອງຫຼອນແລະຕຳຫຼວດບ້ານໃຫ້ຕິດຕາມຊອກຫາຊ່ອຍ...
ເຄິ່ງຊົ່ວໂມງຕໍ່ມາ ກອງຫຼອນປະຈໍາບ້ານສອງຄົນກໍໄດ້ນໍາເອົາໂຕຂອງແອວຽງທີ່ອ່ອນແອ້ກແລກເຂົ້າມາໃນຮ້ານເຝີ... ລຸງຟ້າວໂຊມເອົາຮ່າງຫຼານທີ່ຮ້ອນປານໄຟເຂົ້າໄປຍັງບ່ອນ, ປ່ຽນເສື້ອຜ້າໃຫ້ໃໝ່... ເອົາຖົງນໍ້າເຢັນມາໂພະໃສ່ໜ້າຜາກ... ແອວຽງສັ່ນໜາວຢູ່ທົດໆ ຈົນລຸງຕ້ອງໄດ້ເອົາຖົງນໍ້າເຢັນອອກ ແລ້ວເອົາຜ້າຫົ່ມມາຄຸມໃຫ້ຜູ້ເປັນຫຼານແທນ. ສຽງເຫຼີໃຫຼອອກຈາກປາກຂອງແອວຽງພ້ອມກັບອາການດິ້ນດ່າວ ເຮັດໃຫ້ລຸງຜູ້ງົມຢູ່ທາງຂ້າງເຖິງກັບນໍ້າຕາຫຼໍ່ໜ່ວຍ...
“ແມ່! ແມ່ຢ່າຕີລູກ! ລູກຊິບໍ່ດື້ອີກແລ້ວ! ລູກຊິຟັງຄວາມແມ່!”

ເຫັນວ່າອາການຂອງຫຼານບໍ່ເປັນທີ່ໄວ້ໃຈເສຍແລ້ວ ລຸງຈຶ່ງຟ້າວຫອບເອົາຫຼານຂຶ້ນລົດກົງໄປຍັງໂຮງໝໍມະໂຫສົດ ພ້ອມທັງສົ່ງຂ່າວໄປຫາຜູ້ເປັນນ້ອງສາວຢູ່ບ້ານພ້າວນໍາໄທບ້ານທີ່ມາຂາຍເຄື່ອງຢູ່ຕະຫຼາດຂົວດິນ...
ຫຼັງຈາກທ່ານໝໍໃຫຍ່ກວດເບິ່ງອາການຄັກແນ່ແລ້ວ ຈຶ່ງລົງມະຕິພະຍາດວ່າເປັນພະຍາດໄຂ້ເລືອດອອກ ຕ້ອງໄດ້ພັກປິ່ນປົວຢູ່ໂຮງໝໍ ເພື່ອໃຫ້ທ່ານໝໍຕິດຕາມອາການ...
ມື້ຕໍ່ມາ ຂະນະທີ່ລຸງພວມສົນທະນາກັບທ່ານໝໍໃຫຍ່ຢູ່ນັ້ນ ແມ່ຂອງແອວຽງກໍເຂົ້າມາໃນຫ້ອງ ແລ່ນຫຼູບໃສ່ລູກຊາຍກົກທີ່ພວມນອນໄຮ້ສະຕິຢູ່ເທິງຕຽງຊຶ່ງມີຖົງນໍ້າເກືອຫ້ອຍຢູ່ທາງຂ້າງ.
“ໂອ້ຍ! ລູກຮັກຂອງແມ່ເອີຍ! ແມ່ບໍ່ຄວນປ່ອຍໃຫ້ລູກມາເຈັບມາເປັນຄືແນວນີ້ເລີຍ!” ແມ່ທັງເວົ້າທັງໄຫ້ປານໃຈຊິຂາດ... ສ່ວນຫູຂອງແມ່ກໍໄດ້ຍິນສຽງໃຫຼຄາງອອກຈາກປາກຜູ້ເປັນລູກວ່າ:
“ແມ່ເອີຍ! ລູກຢາກເມືອບ້ານ!”

ເລົ່າມາຮອດນີ້ ລຸງອ່ອນສີກໍຖອນຫາຍໃຈເຮືືອກບາດໜຶ່ງ ແລ້ວກ່າວຂຶ້ນວ່າ:
"ຄັນແມ່ນລຸງຕັດສິນໃຈບໍ່ເມືອບ້ານ ແລະອົດທົນຮ່ຳຮຽນຢູ່ວຽງຕໍ່, ບາງທີລຸງກໍຄືຊິບໍ່ຕ້ອງອອກແຮງງານໜັກຄືຊູ່ມື້ນີ້." ລຸງຢຸດເວົ້າຄາວໜຶ່ງ ພ້ອມທັງຍົກເອົາຈອກນ້ຳເຢັນຂຶ້ນດື່ມ ແລະເວົ້າຕໍ່ວ່າ:
"ພວກຫຼານຖືວ່າໂຊກດີທີ່ເກີດມາພຽບພ້ອມໄປທຸກຢ່າງ, ຂໍໃຫ້ຕັ້ງໃຈຮຽນໃຫ້ສູງໆເດີ. ຄັນບໍ່ຊັ້ນກໍຈະຕົກຢູ່ໃນສະພາບຄືລຸງນີ້ລະ!" ເວົ້າສຸດ ລາວກົ້ມຕິດຈັກຕັດຫຍ້າ ແລ້ວຍົກຂຶ້ນພາຍໃສ່ບ່າ ສືບຕໍ່ຕັດຫຍ້າທີ່ເຫຼືອໜ້ອຍໜຶ່ງຢູ່ທາງແຈໃກ້ກັບສຸມກ້ວຍ...

ວັດຈະນານຸກົມຫົວໃໝ່



ໂດຍ ອ. ແສງຟ້າ ໂຫລານຸພາບ
ខែ កក្កដា​ 24, 2014 ម៉ោង 8:02ល្ងាច​
ອ້າຍສີພະນັກງານສຶກສາຜູ້ຮັກພາສາລາວເປັນຊີວິດຈິດໃຈ ໄດ້ເລົ່າເລື່ອງທີ່ລາວໄດ້ວັດຈະນານຸກົມເຫຼັ້ມໃໝ່ເມື່ອ 6 ປີກ່ອນ ດັ່ງລາຍລະອຽດຕໍ່ໄປນີ້:

ຫຼັງ­ຈາກ­ພິມ­ບົດ­ລາຍ­ງານປະ­ຈໍາອາ­ທິດ­ສົ່ງໃຫ້­ຫົວໜ້າແລ້ວໆ­ ກໍຍົກໂມງ­ຢູ່­ຄໍ່ແຂນ­ຂຶ້ນເບິ່ງ. ໂອ້! ຄືມາ­ຮອດ­ສີ່ໂມງເຄິ່ງໄວແທ້! ຟ້າວມ້ຽນເອກະ­ສານຕ່າງໆ­ທີ່ຊະ­ຢູ່ໜ້າໂຕະ­ເຂົ້າໃນແຟ້ມ ແລ້ວຍັດເຂົ້າ­ຕູ້ຂ້າງ­ຝາ­ຢ່າງເປັນລະ­ບຽບ­ດັ່ງເກົ່າ. ຈັບເອົາ­ປຶ້ມ­ສອງ­ຫົວ ແລະ­ຮ່າງ­ບົດ­ປາໄສຂອງ­ຫົວໜ້າ­ທີ່­ຍັງເຮັດ­ບໍ່ແລ້ວຍັດໃສ່ກະ­ເປົາ­ພາຍພ້ອມດ້ວຍ­ຄອມ­ພິວເຕີມືຖື ຫິ້ວຍ່າງ­ອອກ­ຈາກຫ້ອງເຮັດ­ວຽກ. ບໍ່­ລືມ­ທີ່ຈະ­ສົ່ງກະ­ແຈໃຫ້­ນາງເລຂາ­ທີ່­ຢູ່ຫ້ອງ­ຖັດໄປ. ພໍແຕ່­ຍື່ນກະ­ແຈໃຫ້ ສາວເລຂາ­ຕາ­ຄົມ­ຂໍາກໍຈັບເອົາ­ປຶ້ມ­ຫົວໃຫຍ່­ທັງ­ໜານໍາອີກ­ມາໃຫ້ເບິ່ງ ພ້ອມ­ທັງເອື້ອນເອີ່ຍ­ສຽງໃສໆ­ອອກ­ມາວ່າ:

“ບໍ່­ຢາກເປັນເຈົ້າ­ຂອງ­ວັດຈະ­ນານຸກົມ­ຫົວໃໝ່ແດ່ຫວາ, ອ້າຍ­ສີ?”

ພຽງແຕ່ເຫັນ­ຮູບຮ່າງໜ້າ­ປົກ­ປຶ້ມແລ້ວ ຫົວໃຈກໍຮູ້­ສຶກເຕັ້ນ­ຕຶກໆ­ ຟ້າວເອື້ອມ­ມືໄປຈັບ­ຂຶ້ນ­ມາເຍີງເບິ່ງ. ໂອ້! ວັດຈະ­ນານຸກົມ­ພາ­ສາ­ລາວ (ສະ­ບັບ­ປັບ­ປຸງໃໝ່) ຄົ້ນ­ຄວ້າແລະ­ຮຽບ­ຮຽງໂດຍ ດຣ. ທອງ­ຄໍາ ອ່ອນມະ­ນີສອນ ຈັດ­ພິມໂດຍ ຫໍສະ­ໝຸດແຫ່ງ­ຊາດ ປີ 2008.

ເປີດໄປອ່ານ­ຄໍານໍາ­ພິມ­ຄັ້ງ­ທີສອງ (ສະ­ບັບ­ປັບ­ປຸງໃໝ່) ແບບໄວວາ ຈຶ່ງ­ຮູ້ວ່າ­ຜູ້­ຮຽບ­ຮຽງໄດ້ເຮັດ 4 ໜ້າວຽກໃຫຍ່ໃນ­ການ­ປັບ­ປຸງ­ວັດຈະ­ນານຸກົມເຫຼັ້ມ­ນີ້:

1) ອ່ານ­ທົບ­ທວນ ກວດ­ກາ­ພິຈາ­ລະ­ນາ­ຄືນ­ທຸກ­ຄໍາ­ສັບ ເພື່ອໃຫ້­ຮູ້ແຈ້ງເຫັນ­ຄັກ ຄໍາ­ຜິດ­ຄໍາ­ຖືກຢ່າງ­ຊັດເຈນ.

2) ຈັດ­ສັນ­ຮຽງ­ລໍາດັບ­ສັບ­ຄືນໃໝ່ໃນ­ບາງບ່ອນ ບາງ­ຕອນ ທີ່ເຫັນວ່າບໍ່­ຖືກຕ້ອງ­ຕາມ­ຫຼັກ­ການ­ຮຽງ­ຄໍາ­ທີ່ໄດ້­ວາງໄວ້.

3) ໃຊ້­ຕົວ “ຣ” ຂຽນ­ຄໍາ­ສັບ­ທີ່­ຢືມ­ມາ­ຈາກ­ພາ­ສາ­ຕ່າງປະ­ເທດ ໂດຍສະ­ເພາະ­ຄໍາ­ທີ່ອອກ­ສຽງ “ຣ” (ຫັນ­ລິ້ນ) ຕົວຢ່າງ: ປາ­ຣີ, ຮົງ­ກາ­ຣີ, ມະ­ກະ­ໂຣນີ, ເອັກຊະ­ເຣ, ເຢຊູຄຣິດ ເປັນ­ຕົ້ນ; ໂດ­ຍ­ອີງໃສ່­ຫຼັກ­ການໃຊ້­ຕົວ “ຣ” ຂອງກະ­ຊວງ­ສຶກ­ສາ­ທິການໃນ­ປັດ­ຈຸບັນ.

4) ເພີ່ມ­ຕື່ມ­ຄໍາ­ສັບໃໝ່ເຂົ້າໃສ່­ຈໍານວນ 500 ຄໍາ ເຊິ່ງຈະ­ສ້າງໃຫ້­ວັດຈະ­ນານຸກົມ­ນີ້­ບັນ­ຈຸຄໍາ­ສັບໄດ້ປະ­ມານ 22.000 ຄໍາ.

ພໍອ່ານ­ສຸດ­ຮອດ­ນີ້ ຮິມ­ສົບ­ກໍເໜັງ­ຕີງ ລີ້ນ­ກໍສັ່ນ ລົມ­ປາກ­ກໍພຸ່ງ­ອອກ­ມາ­ຕາມ­ຄໍາ­ສັ່ງ­ຂອງ­ຈິດໃຈທີ່­ຢາກໄດ້ເປັນເຈົ້າ­ຂອງ:

“ລາ­ຄາເທົ່າໃດ?”

“ສອງແສນຫ້າ­ສິບ­ພັນ” ສາວເລຂາ­ຕອບ

ຂົນ­ໝາກ­ໜາວແຕກ ແຕ່ຍ້ອນ­ຄວາມ­ຢາກໄດ້­ຫຼາຍ­ກວ່າ ຈຶ່ງກ່າວອອກໄປຢ່າງ­ບໍ່ກະ­ດຽມ­ປາກວ່າ:

“ຂໍຕິດກ່ອນໄດ້­ບໍ? ບາດເງິນເດືອນ­ອອກ­ຈຶ່ງ­ຊິຈ່າຍ.”

“ໄດ້­ຢູ່ແລ້ວ ສໍາ­ລັບອ້າຍ­ສີ.” ທັງເວົ້າ­ທັງ­ຍິ້ມແບບ­ກັນເອງ.

ຄືນ­ມື້­ນັ້ນ ຫຼັງ­ຈາກ­ກິນເຂົ້າແລງແລ້ວ ວ່າ­ຊິເຮັດຮ່າງ­ບົດ­ປາໄສໃຫ້­ສໍາເລັດ ແຕ່ຕ້ອງ­ມານັ່ງເປີດ­ປຶ້ມ­ວັດຈະ­ນານຸກົມ­ຫົວໃໝ່ຊອກ­ຫາ­ຄໍາ­ສັບໃໝ່­ ທີ່­ຜູ້­ຮຽບ­ຮຽງເວົ້າວ່າໄດ້­ຕື່ມໃສ່ໃໝ່­ຕັ້ງ 500 ຄໍາ… ຊົ່ວຊິຊອກເຫັນ­ໝົດ­ກໍຈົນວ່າເດິກຍ້ອນ ຈຶ່ງ­ອັດ­ປຶ້ມມ້ຽນ ໂດຍ­ທີ່­ສາຍ­ຕາ­ທີ່­ອິດເມື່ອຍ­ນໍາ­ຄໍາ­ສັບຕ່າງໆ­ໃນ­ປຶ້ມ­ມາແລ້ວນັ້ນ ແນມ­ກວດໄປທົ່ວໜ້າ­ປົກ­ທີ່ອອກແບບໄດ້ຢ່າງ­ຈົບ­ງາມ. ແຕ່­ກໍມີສິ່ງສະ­ດຸດ­ຕາ­ຢູ່ບ່ອນ­ຄໍາວ່າ “ຄົ້ນ­ຄວ້າ” ທີ່­ພິມ­ຢູ່ເທິງ­ຊື່ຂອງ­ຜູ້­ຮຽບ­ຮຽງ­ນັ້ນ ວາງໄມ້ໂທຜິດບ່ອນເປັນ “ຄົ້ນຄ້­ວາ” ຫາກ­ພິມເປັນ ”ຄົ້ນ­ຄວ້າ” ໂດຍ­ທີ່ໄມ້ໂທຢູ່ເທິງໂຕຄວບ “ວ” ຄືນ­ມື້­ນັ້ນ ກໍຄົງ­ນອນ­ຫຼັບ­ຝັນ­ດີກວ່ານັ້ນ­ອີກ…

https://www.facebook.com/notes/sengfa-

ເລື່ອງຂອງຊາຍຄົນໜຶ່ງ


ໂດຍ ອ. ແສງຟ້າ ໂຫລານຸພາບ
ខែ កក្កដា​ 30, 2014 ម៉ោង 5:37ល្ងាច​
ເລື່ອງຂອງຊາຍຄົນໜຶ່ງເກີດຂຶ້ນມາໄດ້ຫຼາຍປີແລ້ວລະ! ລາຍລະອຽດຈະເປັນແນວໃດນັ້ນ ຂໍເຊີນຜູ້ມັກອ່ານກວາດສາຍຕາຕາມແຖວຕົວອັກສອນຂ້າງລຸ່ມນີ້ໄດ້ເລີຍ...

“ຍາມໃດ­ກໍມີແຕ່ລວມ­ກັບ­ລວມ, ໄປກັບໄປ. ບໍ່ເຫັນ­ຊິມີອັນໄດ້­ອັນ­ດີມາ­ສົມ­ທົບ­ການລ້ຽງ­ລູກຊ່ວຍຂ້ອຍ... ເບິ່ງຂ້ອຍເຮັດ­ວຽກ­ທັງເວັນ­ທັງ­ຄືນ­ບໍ່ເປັນ­ຫຼັບເປັນ­ຕື່ນ... ທັງ­ໝົດ­ນີ້ ຂ້ອຍເຮັດເພື່ອຄອບ­ຄົວໄດ໋! ແຕ່ເຈົ້າ­ຫັ້ນ­ຕີ໊! ຍາມໃດ­ກໍວ່າມີປະ­ຊຸມ, ຈັກໜ້ອຍ­ກໍໄປຕ່າງແຂວງ... ແບບ­ນີ້­ມັນ­ກິນ­ປຽບ­ກັນໂພດໄດ໋!!!” ສຽງແຈດໆ­ຂອງ­ຍິງໄວຂຶ້ນດ້ວຍເລກ­ສີ່­ຕົ້ນໆ­ດັງກ້ອງແກ້ວຫູຂອງ­ຜູ້­ທີ່­ຫາກໍກັບ­ມາແຕ່­ວຽກ…
ເຂົາເອົາກະ­ເປົ໋າເອກະ­ສານ­ວາງໄວ້ເທິງໂຕະ­ບ່ອນ­ທີ່ເຂົາມັກແກ້­ວຽກ­ຍາມຄ່ຳຄືນ ແລ້ວຍ່າງໄປຈັບເອົາ­ຈອກ­ບີບ­ນໍ້າ­ຈາກ­ຕູ້­ນໍ້າເຢັນ­ມາດື່ມ­ດັບກະ­ຫາຍ ພ້ອມ­ທັງໂຍບໂຕລົງ­ນັ່ງຂ້າງໆ­ຈັກຫຍິບເຄື່ອງ­ທີ່­ມີຜ້າແພກອງເຈ້ງເພ້ງ­ຢູ່… ເຂົາແນມເບິ່ງໜ້າ­ອັນເຄັ່ງ­ຕຶງ­ຂອງເຈົ້າ­ຂອງ­ສຽງດ້ວຍ­ຫົວໃຈອັນອ່ອນລະ­ໂຫຍໂຮຍແຮງ ແຕ່­ກໍແຝງໄວ້ເຊິ່ງ­ຄວາມ­ສົມເພດເວດທະ­ນາ­ຕໍ່­ອາການ­ຂອງ­ຂຶ້ນ­ຂອງ­ນາງ…

ສອງ­ສາມເດືອນ­ມານີ້ ອາ­ລົມຫງຸດຫງິດ­ມັກເກີດ­ຂຶ້ນ­ກັບ­ນາງ ເມື່ອເຂົາ­ຕ້ອງໄດ້ເດີນ­ທາງໄປຕ່າງແຂວງ ເພື່ອລົງເກັບ­ກໍາ­ຂໍ້­ມູນກ່ຽວກັບ­ວຽກ­ທີ່ເຂົາ­ຮັບ­ຜິດ­ຊອບໂດຍ­ກົງ­ຢູ່ຫ້ອງ­ການ… ເຂົາ­ຕ້ອງ­ລົງໄປເກືອບ­ທຸກແຂວງ­ທົ່ວປະ­ເທດເພື່ອເກັບ­ກໍາ­ຂໍ້­ມູນ… ເຂົາ­ພະ­ຍາຍາມອະ­ທິບາຍໃຫ້­ນາງ­ຟັງເຖິງໜ້າ­ທີ່­ທີ່ເຂົາ­ຮັບ­ຜິດ­ຊອບ, ທີ່ເຂົາໄປນັ້ນ ກໍເປັນ­ວຽກ­ທີ່­ສໍາ­ຄັນ­ທີ່­ທາງ­ຂັ້ນເທິງ­ມອບ­ໝາຍ ບໍ່ແມ່ນເຂົາ­ຮ່າວໄດ້ຮ່າວເຮັດໄປຕາມ­ລໍາ­ພັງໃຈ… ເຂົາອະ­ທິບາຍ­ຈົນ­ປາກເມືອກ ແຕ່­ນາງ­ກໍບໍ່ຍອມເຂົ້າໃຈ ຍິ່ງໄປກວ່ານັ້ນ ຍັງເວົ້າໃຫ້ເຂົາໄປໃນ­ທາງ­ບໍ່­ດີ… ທຸກ­ຄັ້ງ­ທີ່­ກັບ­ມາ ເຂົາຍັງ­ມີແນວຕິດໄມ້­ຕິດ­ມືມາ­ພ້ອມ ແລະ­ກໍມີເງິນ­ຈໍານວນ­ໜຶ່ງ­ທີ່ເຫຼືອຈາກ­ອັດ­ຕາ­ທີ່ເຂົາໄດ້­ຍື່ນໃຫ້­ນາງ… ທຸກ­ຄັ້ງ­ນາງຈະ­ ແນມເບິ່ງເງິນ­ທີ່ເຂົາຍື່ນໃຫ້ດ້ວຍໃບໜ້າອັນເບ້ເຍ້ພ້ອມ­ທັງກ່າວດ້ວຍ­ສຽງ­ສີສຽດໆ­ວ່າ:
“ເງິນ­ສໍ່ານີ້ ຂ້ອຍຫຍິບເຄື່ອງ­ມື້­ດຽວກໍໄດ້­ຫຼາຍ­ກວ່ານີ້!” ຄໍາເວົ້າ­ຂອງ­ນາງໄດ້­ສຽດແທງ­ຫົວໃຈ… ແຕ່ເຂົາກໍອົດ­ກັ້ນ­ບໍ່ຍອມປະ­ທະ­ຄາ­ລົມ ມີແຕ່ເອົານ້ຳເຢັນ­ລູບ­ໝາກ­ຫົວໃຈທີ່­ຟົດ­ຟີ່ໆ­ບໍ່ໃຫ້­ຟົ້ງກະ­ເດັນ­ອອກ­ມານອກ… ເທື່ອນີ້ເປັນເທື່ອທີ່ເທົ່າໃດແລ້ວ ທີ່ເຂົາ­ຕ້ອງເຮັດໃຈດີສູ້ເສືອ… ຄວາມ­ອົດ­ກັ້ນ­ກໍມີຂອບເຂດ ເມື່ອມັນ­ກາຍເຖືອດແລ້ວ ຄວາມ­ຢາກຮ້າຍ­ທີ່ຮ້ອນ­ວູ່ໆ­ກໍເຟືອດ­ອອກ­ມາເປັນ­ຂອງ­ທໍາມະ­ດາ…
“ທຸກ­ສິ່ງ­ທຸກຢ່າງ ­ທີ່ຂ້ອຍເຮັດໄປນີ້­ກໍເພື່ອບ້ານເພື່ອເມືອງ ເພື່ອຄອບເພື່ອຄົວ ເພື່ອເຈົ້າແລະ­ລູກໆ­… ທີ່ຂ້ອຍຕ້ອງ­ອອກເຮືອນໄປດຸໆ­ນີ້ ກໍແມ່ນໜ້າ­ທີ່­ທີ່­ຂັ້ນເທິງ­ມອບ­ໝາຍ… ເຖິງເງິນລ້ຳ­ຄ້ຳເດືອນຈະ­ບໍ່­ທໍ່­ກັບ­ລາຍໄດ້ແຕ່ລະ­ວັນ­ທີ່ເຈົ້າ­ຫາມາໄດ້ ແຕ່­ມັນ­ກໍໄດ້­ມາ­ຢ່າງ­ບໍລິສຸດ ຊຶ່ງຂ້ອຍ­ບໍ່ໄດ້ໄປຄົດໂກງເອົາກັບ­ຜູ້ໃດ…” ເຂົາກ່າວດ້ວຍໃບໜ້າ­ຂ້ອນຂ້າງແດງ ຖ້າ­ສັງເກດ­ຄັກໆ­ກໍຈະ­ເຫັນ­ສົບ­ຂອງເຂົາ­ຕິງຫຍິກໆ­ຕອນ­ທີ່ເວົ້າ­ສຸດ…
“ຍ້ອນເຮັດຈັ່ງຊີ້­ນີ້ລະ­ ເຈົ້າ­ຈຶ່ງໄດ້­ຂີ່­ລົດ­ອີ່ເຕົາໄປການ!” ສຽງ­ນາງ­ສອດ­ຂຶ້ນ­ທັນໃດດ້ວຍໃບໜ້າເຄັ່ງ­ມຶ້ງ­ຕຶ້ງ...
ໄດ້­ຍິນເມຍເວົ້າແນວນັ້ນ ເຂົາກໍອ່ອນໂຍບ­ລົງ ເມັ້ມ­ຮິມ­ສົບໄວ້ແໜ້ນ, ລຸກ­ຈາກ­ຕັ່ງເຂົ້າໄປຫ້ອງນ້ຳເພື່ອທຸເລົາ­ຄວາມຮ້ອນ­ທາງ­ກາຍແລະ­ທາງໃຈໄປພ້ອມໆ­ກັນ… ອາບນ້ຳແລ້ວ ກໍຂຶ້ນໄປປ່ຽນເຄື່ອງ­ຢູ່ຫ້ອງ­ນອນ… ບໍ່­ລືມໄປເປີດເບິ່ງຫ້ອງ­ນອນ­ຂອງ­ລູກ… ລູກ­ຊາຍ­ທັງ­ສາມ­ນອນ­ລຽນ­ກັນຊ້າຍລ້າຍ­ຫຼັບໄປດ້ວຍ­ຄວາມ­ສຸຂາ­ລົມ… ຍ່າງເຂົ້າມາ­ຫ້ອງ­ນອນ­ຕົນເອງ ເຫັນ­ຊອງ­ຈົດ­ໝາຍ­ວາງໄວ້ເທິງ­ຫົວບ່ອນ­ນອນ ຈຶ່ງ­ຍື້­ມືໄປຈັບເອົາ­ຂຶ້ນ­ມາເບິ່ງ… ຈົດ­ໝາຍ­ຈາກ­ອາເມ­ລິກາ ຈ່າ­ໜ້າ­ຊອງເຖິງເຂົາ… ຈົດ­ໝາຍ­ຂອງເອື້ອຍ­ຜູ້­ທີ່ໄປຢູ່­ອາເມ­ລິກາກ່ອນ­ການ­ປົດປ່ອຍ­ພຸ້ນ… ເນື້ອໃນ­ທຸກຢ່າງ­ຄົງ­ຖືກ­ນາງ­ຄູ່­ຊີວິດແລບເລຍເຂົ້າ­ຫົວໄປກ່ອນແລ້ວ… ຢ່າເທາະ­! ນາງ­ຈົ່ງໄວ້ໃຫ້ອ່ານ­ກໍຖືວ່າບຸນເຫຼືອຫົວແລ້ວ!

ໃນ­ຈົດ­ໝາຍເອື້ອຍ­ບອກວ່າໄດ້­ຝາກເຊັກເງິນ­ມາໃຫ້ 200 ໂດ­ລາ ແລະ­ທີ່­ສໍາ­ຄັນເອື້ອຍໄດ້ບອກວ່າ­ຫາກເຂົາ­ຢາກປ່ຽນ­ບັນ­ຍາກາດ ເອື້ອຍ­ກໍຍິນ­ດີທີ່ຈະ­ເຮັດປະ­ກັນ ແລະ­ຝາກ­ປີ້­ຍົນ­ມາໃຫ້ ເພາະ­ໃນໄລຍະ­ນີ້­ການໄປມາ­ຫາສູ່­ກັນລະ­ຫວ່າງ­ພີ່ນ້ອງຮ່ວມ­ສາຍເລືອດລະ­ຫວ່າງ­ລາວກັບ­ອາເມ­ລິກາງ່າຍ­ປານໄປທ່ຽວວັງ­ວຽງເອົາໂລດ… ຖ້າເປັນໄປໄດ້ ເອື້ອຍ­ກໍຢາກໃຫ້ເຂົາ­ລາ­ພັກ­ການ­ສີຍາວໆ­ແດ່ ອາດຈະ­ເປັນ­ຫົກເດືອນ ຫຼືໜຶ່ງ­ປີກໍຍິ່ງ­ດີ ເພາະ­ຈະ­ໄດ້ຊອກ­ຫາ­ລາຍໄດ້ເພີ່ມ­ຢູ່­ພຸ້ນ… ອ່ານ­ມາ­ຮອດ­ນີ້ ເຂົາກໍສົ່ງ­ສຽງ­ຫົວຮຶໆ­ອອກ­ມາແບບ­ບໍ່­ມີຂຸ່ຍ­ມີແຄນ… ເຂົາ­ຕ້ອງ­ຢຸດຊະ­ງັກ­ສຽງ­ຫົວ ເມື່ອສຽງ­ນາງ­ດັງ­ຢູ່­ປາກປະ­ຕູຫ້ອງ­ນອນ...
“ແມ່ນເຈົ້າ­ຫົວຫຍັງເກ໊າະ­?”
“ຢາກ­ຫົວທີ່ຂ້ອຍ­ຊິໄດ້ໄປອາເມ­ລິກາ.”
“ກະ­ດີລະ­ຕິ ຊິໄດ້ເອົາເງິນໂດ­ລາມາໃຫ້ຂ້ອຍໄດ້ຈ່າຍ ຂ້ອຍ­ຈຶ່ງ­ຊິບໍ່ໄດ້ເມື່ອຍ­ນໍາການຫຍິບເຄື່ອງ.”
“ເຈົ້າ­ຄິດວ່າ­ຂ້ອຍ­ຊິໄປຊັ້ນເບ໊າະ­? ວຽກຂ້ອຍ­ຍັງແກ້­ບໍ່­ທັນແລ້ວ!” ເຂົາກ່າວອອກ­ມາເມື່ອຊວາດ­ຄຶດເຖິງ­ວຽກ­ທີ່ເຂົາ­ຮັບ­ຜິດ­ຊອບ.
“ເຈົ້າມັນ­ກໍເມົານໍາແຕ່­ວຽກບ້ານວຽກເມືອງ­ຫັ້ນລະ­ເນາະ­! ບາດແນວຊິໄດ້­ຊິດີ ກໍບໍ່ເອົາໃຈໃສ່! ເບິ່ງແມ່­ນາງ­ກີ້ບ້ານເໜືອຫັ້ນ ໄປບໍ່ຮອດ­ປີກັບ­ມາ ປຸກເຮືອນໄດ້­ຫຼັງ­ບັກໃຫຍ່!” ນາງ­ທັງເວົ້າ­ທັງເຮັດແສງ­ຕາວາວປານແມວເຫັນ­ໜູເອົາໂລດ!
“ອັນ­ນັ້ນແມ່ນແມ່­ນາງກີ້, ອັນ­ນີ້ແມ່ນ­ພໍ່ທ້າວໂຕ້ ມັນຕ່າງ­ກັນເດ ເຈົ້າເອີຍ!” ເຂົາເວົ້າ­ພ້ອມ­ທັງເອົາ­ຈົດ­ໝາຍ­ຍັດເຂົ້າ­ຊອງ­ຕາມເດີມ. “ເຈົ້າອ່ານແລ້ວຕວ່າ!”
“ອ່ານແຕ່ຕອນໄດ້­ມາ­ທໍາອິດ­ພຸ້ນແຫຼະ­ ແລະ­ເຊັກ­ສອງຮ້ອຍ­ດອນ­ນັ້ນຂ້ອຍ­ກໍເອົາໄປແຕກ­ຮຽບຮ້ອຍແລ້ວ!”
“ປານ­ນັ້ນ… ຂ້ອຍ­ກັບ­ມາແຕ່­ວຽກແທນ­ທີ່ຈະ­ໄດ້­ຍິນ­ສຽງມ່ວນໆ­ກັບໄດ້­ຍິນແຕ່­ສຽງແຈດ­ຫູ ຈົນຂ້ອຍ­ພໍຢາກ­ບິນ­ໜີ…” ເຂົາ­ຕໍແຍ.
“ກະ­ບິນໄປອາເມ­ລິກາຊັ້ນ­ຕວ່າ! ເອື້ອຍ­ສີຊິປະ­ກັນເອົາ ພ້ອມ­ທັງ­ຊື້­ປີ້­ຍົນໃຫ້ພ້ອມ ແມ່ນຂ້ອຍໄວບໍ່ຄ້ານແລ້ວ!” ນາງເວົ້າ­ສຸດ ກໍເອົາມືຈັບ­ມືເຂົາມາແມະ­ໃສ່ແກ້ມ­ປານ­ສາວນ້ອຍເອາະ­ເຊາະ­ແມ່…
“ຢ່າ­ປຸກ­ປັ່ນໃຫ້ຂ້ອຍເສຍແນວຄິດນ່າ!”
“ມັນ­ບໍ່­ຄືຊາວປີກ່ອນເດີ! ດຽວນີ້ ຫາກໃຜໄດ້ໄປອາເມລິກອກອາເມລິກາ ກໍຖືວ່າໂກ້ເກ້­ບໍ່ແມ່ນ­ຂອງຄ່ອຍໄດ໋!”
“ຂ້ອຍ­ບໍ່­ຢາກຂາດ­ການ­ຕັ້ງເປັນເດືອນເປັນ­ປີ. ຈັກໜ້ອຍ­ຂາດ­ດົນ­ຫຼາຍ ເພິ່ນ­ກໍວ່າເຮົາ­ປະ­ລະ­ໜ້າ­ທີ່ ແລະ­ກໍລຶບ­ຊື່ອອກ­ຈາກ­ບັນ­ຊີພະນັກງານຊັ້ນຕວ່າ!” ເຂົາ­ຕໍ່ວ່າ.
“ບໍ່ດອກ! ຫາກເຮົາ­ຄອບ­ລາ­ຄັກແນ່ ເພິ່ນ­ກໍອະ­ນຸມັດໃຫ້ໄປ. ເບິ່ງແຕ່ອ້າຍ­ຄໍາມານັ້ນເດ ໄປຕັ້ງເປັນ­ປີກັບ­ມາ ເພິ່ນ­ກໍຍັງໃຫ້­ສືບ­ຕໍ່ເຮັດ­ວຽກເກົ່າ­ຂອງ­ລາວ…”
“ແຕ່…”
“ບໍ່­ມີແຕ່ດອກ! ມື້­ອື່ນໃຫ້­ຮີບແລ່ນ­ໜັງ­ສືສາ!” ນາງສະ­ຫຼຸບໃຫ້ ເຂົາໄດ້ແຕ່ເຮັດ­ຕາ­ລອຍ­ປານ­ກັບ­ຝັນເອົາ­ຊື່ໆ­!

https://www.facebook.com/sengfa.hola/notes