Friday, 21 February 2014

ເສັ້ນຂະໜານຮັກ

(1)

February 22, 2014 at 1:28pm
 ເລື່ອງນີ້ເກີດຂຶ້ນໃນຕອນຕົ້ນໆຂອງສະຕະວັດທີ 21 ເປັນເລື່ອງກ່ຽວກັບເສັ້ນທາງຮັກແສນເສົ້າຂອງບ່າວຄຳຕາ ແລະ ສາວຈຳປີ ຊຶ່ງຜູ້ຂຽນໄດ້ຂະໜານນາມຄວາມຮັກຂອງພວກເຂົາທັງສອງວ່າເປັນ 'ຄວາມຮັກບົນເສັ້ນຂະໜານ'...

            ເປັນ ເວລາເຈັດປີເຕັມທີ່ຈຳປີຈາກບ້ານເກີດໄປດຳລົງຊີວິດຢູ່ຕ່າງແດນໃນນາມເປັນສີພັນລະຍາຂອງຄົນຕ່າງປະເທດ… ເທື່ອນີ້ເປັນເທື່ອທຳອິດທີ່ນາງກັບຄືນສູ່ບ້ານເກີດ ແລະນາງຄຶດວ່າຄົງບໍ່ມີເທື່ອຕໍ່ໄປອີກແລ້ວ ເພາະນາງຈະຝັງກາຍຢູ່ຜືນແຜ່ນດິນນີ້ຈົນຊົ່ວຊີວິດ…ແສງຕາຂອງນາງກວາດເບິ່ງສິ່ງຕ່າງໆທີ່ຢູ່ອ້ອມຂ້າງດ້ວຍຄວາມຕຶ້ນຕັນໃຈ ພຽງແຕ່ເຈັດປີວຽງຈັນໄດ້ປ່ຽນໂສມໄປຢ່າງບໍ່ໜ້າເຊື່ອ. ຖະໜົນຫົນທາງທີ່ເຄີຍເຕັມໄປດ້ວຍຂີ້ຝຸ່ນແລະຂຸມ ໄດ້ກັບກາຍເປັນທາງລຽບປູດ້ວຍຊີມັງແລະຢາງຊັ້ນດີ,ຫຼຽວເບິ່ງໄປທາງໃດກໍຮູ້ສຶກສະຫວາດສະເຫວີຍຕາເປັນຢ່າງຍິ່ງ. ຕອນທີ່ຜ່ານຕະຫຼາດເຊົ້າໄປນັ້ນ ນາງຮູ້ສຶກຕື່ນຕາຕື່ນໃຈນຳຕຶກໃໝ່ທີ່ນາງຮູ້ນຳຫຼັງວ່າເປັນສູນການຄ້າແຫ່ງໃໝ່ຂອງວຽງຈັນ ແລະກໍຮູ້ສຶກອອນຊອນໃຈນຳສວນສາທາລະນະອັນໃໝ່ຢູ່ອ້ອມປະຕູໄຊ,ເຫັນນໍ້າພຸທີ່ພຸ່ງຂຶ້ນດ້ວຍລວດລາຍແບບຕ່າງໆ ຍິ່ງເຮັດໃຫ້ໃບໜ້າທີ່ອົມທຸກຢູ່ນັ້ນບານໃສໄດ້ຢ່າງປະຫຼາດ…ຕອນຜ່ານທາດຫຼວງທີ່ເຫຼືອງອາລ່າມໄປດ້ວຍສີຄຳນັ້ນ ນາງບໍ່ລືມຍໍມືຂຶ້ນໄຫວ້ ແລະກ່າວອະທິຖານໃນໃຈ ຂໍໃຫ້ສິ່ງສັກສິດຈົ່ງດົນບັນດານໃຫ້ນາງພົບແຕ່ສິ່ງດີໆ ຢ່າພານອັນຮ້າຍອີກເລີຍໃນຊີວິດນີ້.
            ເມື່ອໄປຮອດເຮືອນບ່ອນທີ່ນາງໃຊ້ຊີວິດນັບແຕ່ມື້ເກີດ ຈົນມື້ທີ່ນາງຫິ້ວກະເປົາຂຶ້ນເຮືອບິນໄປພ້ອມກັບຊາຍ ຜູ້ທີ່ຂຶ້ນຊື່ວ່າເປັນຜົວ,ຫົວໃຈຂອງນາງຮູ້ສຶກວ່າເຕັ້ນຢ່າງຜິດປົກກະຕິ ຄົງແມ່ນຍ້ອນຄວາມຕື່ນເຕັ້ນດີໃຈ ທີ່ໄດ້ກັບມາຊົ້ນຫົວນອນກັບບ່ອນທີ່ໃຫ້ຄວາມອົບອຸ່ນແກ່ນາງມາຕັ້ງແຕ່ຄາວຍັງນ້ອຍ.
            ສຽງລົດຕັກຊີທີ່ຈອດຢູ່ໜ້າເຮືອນໃກ້ຕີນຂັ້ນໄດ ເຮັດໃຫ້ຍິງໄວເກືອບຫົກສິບກ້າວຂາຍ່າງອອກມາ ເພາະເຊື່ອແນ່ວ່າຄົງມີຜູ້ໃດຜູ້ໜຶ່ງມາຫາ. ຄືດັ່ງຄວາມຄິດແທ້ໆ,  ພໍແຕ່ປ່ອນຫົວອອກຈາກປະຕູເຮືອນກໍພົບກັບຍິງສາວທີ່ສີລຶ້ງໆຕາໃສ່ຊຸດແບບຊາວຕາເວັນຕົກ. ເບິ່ງດົນເຕີບ ນາງຈຶ່ງປ່ອຍສຽງຮ້ອງອອກມາດ້ວຍຄວາມດີໃຈ.
            “ຈຳປີ! ລູກແມ່! ມາກໍບໍ່ສົ່ງຂ່າວໃຫ້ແມ່ຮູ້ລ່ວງໜ້າ” ຍິງເຈົ້າຂອງເຮືອນທັງເວົ້າທັງແລ່ນໄປກອດຜູ້ທີ່ມາໃໝ່ ພ້ອມທັງສະອື້ນອອກມາດ້ວຍຄວາມຕື້ນຕັນໃຈ.
            “ແມ່! ລູກຂໍໂທດ ທີ່ບໍ່ໄດ້ສົ່ງຂ່າວໃຫ້ແມ່ຮູ້ລ່ວງໜ້າ ຍ້ອນວ່າຄາຫຼາຍຢ່າງ ແລະອີກຢ່າງໜຶ່ງກໍເພື່ອຢາກໃຫ້ແມ່ຕື່ນເຕັ້ນນຳການມາຂອງລູກນີ້ລະ!”
            ທັງສອງແມ່ລູກພາກັນຂຶ້ນເຮືອນ ພ້ອມດ້ວຍຫີບເຄື່ອງບັກໃຫຍ່ ແລະຖົງໃສ່ເຄື່ອງອີກຈຳນວນໜຶ່ງ.ເມື່ອເອົາເຄື່ອງຂອງໄປມ້ຽນຮຽບຮ້ອຍແລ້ວ ຜູ້ເປັນລູກກໍນັ່ງຕະໝອບຕອບຂາກົ້ມລົງຂາບຕັກແມ່ດ້ວຍຄວາມເຄົາລົບຮັກ. ຜູ້ເປັນແມ່ໄດ້ແຕ່ໃຊ້ມືລູບຫົວທີ່ເຕັມໄປດ້ວຍຜົມດຳເຫຼື້ອມຂອງລູກສາວ.ດວງຕາທີ່ອ່າວມົວເອີ່ລົ້ນໄປດ້ວຍນໍ້າແຫ່ງຄວາມປື້ມປິຕິ.
            “ບຸນຄໍ້ານໍ້າຊູເດີ ລູກຂອງແມ່!  ຂາບພະຂາບເຈົ້າສາ ລູກເອີຍ!”
            ຈໍາປີເງີຍໜ້າຂຶ້ນເບິ່ງໜ້າແມ່ດ້ວຍຄວາມສົງສານ ທີ່ເຫັນຢາດນໍ້າຕາໄຫຼລິນອາບທັງສອງພວງແກ້ມທີ່ຫ່ຽວຍານນັ້ນ. ໜ້າຂອງນາງກໍດັ່ງດຽວກັນ ອາບລົ້ນໄປດ້ວຍນໍ້າຕາແຫ່ງຄວາມຄິດຮອດແມ່ຜູ້ບັງເກີດເກົ້າ.ນາງໃຊ້ແຂນທັງສອງໂອບກອດແມ່ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ...ພາບປະທັບໃຈດັ່ງກ່າວ ບໍ່ມີພຽງສັບພະສິ່ງທີ່ຢູ່ໃນເຮືອນເປັນພະຍານເທົ່ານັ້ນ ແຕ່ຍັງມີສາຍຕາຂອງໜຸ່ມບ້ານໃກ້ເຮືອນຄຽງ ຜູ້ເຄີຍເປັນເພື່ອນຮຸ່ນອ້າຍຂອງຈຳປີກໍໄດ້ເຂົ້າມາເປັນພະຍານນຳ. ເມື່ອເຫັນດັ່ງນັ້ນ ຊາຍໜຸ່ມກໍຟ້າວກ້າວຖອຍຫຼັງເພື່ອກຽມລົງຈາກຂັ້ນໄດເຮືອນໄປ... ແຕ່ບໍ່ທັນເສຍແລ້ວ ເພາະຍິງຜູ້ກ້າວເຂົ້າສູ່ໄວຊະລາເຫຼືອດຕາມາເຫັນກ່ອນ ພ້ອມທັງກ່າວອອກໄປວ່າ:
            “ເຂົ້າມາພີ້ກ່ອນຕີ້ ຄຳຕາ! ຈໍາປີກັບມາບ້ານແລ້ວ.”
            ຊາຍໜຸ່ມຜູ້ຊື່ຄຳຕາຕ້ອງຢຸດບາດຕີນຂອງຕົນ ພ້ອມທັງກ້າວຂາຂຶ້ນມາຕາມຄຳສັ່ງຂອງແມ່ຈໍາປີ.ຫົວໃຈຂອງເຂົາເຕັ້ນບາດຖີ່ໆ ເມື່ອຊື່ “ຈໍາປີ” ແຕະເຖິງປາຍປະສາດຫູຂອງເຂົາ...
            “ຈໍາປີມາຢາມບ້ານຫວາ?” ສຽງຫ້າວໆແຕ່ປ່ຽມດ້ວຍຄວາມເປັນມິດ ແລະແກມໄປດ້ວຍຄວາມຕື່ນເຕັ້ນດັງຈາກຮິມສົບອ່າວໜາຂອງຊາຍໜຸ່ມ.
            “ບໍ່ແມ່ນມາຢາມບ້ານ, ກັບມາບ້ານເຮົາເລີຍຫັ້ນຕີ້! ຄຳຕາເອີຍ! ມານັ່ງພີ້ ລູກ!”ຍິງຊະລາກ່າວດ້ວຍຄວາມຮັກແພງ.
            ຄຳຕາຮູ້ສຶກສີສັ່ນໆເຊັນໆວາດໃດວາດໜຶ່ງ ແຕ່ກໍພະຍາຍາມຄວບຄຸມອາລົມກ້າວຂາຍ່າງໄປນັ່ງຕໍ່ໜ້າຂອງສອງແມ່ລູກ ທີ່ພວມປັບທ່ານັ່ງໃໝ່. ຍິ່ງໄດ້ປະສານແສງຕາກັບຈຳປີ ຍິ່ງເຮັດໃຫ້ຫົວໃຈທີ່ແຂງແກ່ນອ່ອນປວກປຽກປານຂີ້ເຜິ້ງລົນໄຟເຂົ້າກັບບາດ.
            “ເປັນແນວໃດ ຈໍາປີ, ຄ່ອຍຢູ່ດີມີແຮງບໍ?”
            “ຄ່ອຍຢູ່. ອ້າຍຄຳຕາເດຊັ້ນ? ໄດ້ລູກຈັກຄົນແລ້ວ?” ຈໍາປີທັງເວົ້າທັງແນມເບິ່ງໜ້າອັນຄົມສັນຂອງຄຳຕາ.
            “ຍັງຄອງຄວາມເປັນໂສດດັ່ງເກົ່ານັ້ນລະ!” ຊາຍໜຸ່ມຕອບ ປົນດ້ວຍສຽງຫົວສີອາຍໆ.
            “ບໍ່ເປັນຕາເຊື່ອເລີຍ!!! ຜູ້ຊາຍເຈົ້າຊູ້ຄືດັ່ງອ້າຍຄຳຕາຍັງບໍ່ທັນໄດ້ເມຍ!”ຈຳປີທັງເວົ້າທັງຫົວແບບບໍ່ເຊື່ອຫູຂອງຕົນເອງ.
            “ແມ່ກໍແນະນຳຜູ້ສາວໃຫ້ຄຳຕາຮູ້ຫຼາຍຄົນ ຫວັງວ່າຄຳຕາຈະໄດ້ເປັນຝັ່ງເປັນຝາ.ແຕ່ຄຳຕາພັດບໍ່ຍອມແລເຫຼືອດສາຍຕາໃຫ້ແກ່ຍິງຜູ້ໃດ. ຄົງຊິລໍຖ້າຜູ້ໃດຜູ້ໜຶ່ງກໍບໍ່ຮູ້.”ແມ່ຂອງຈໍາປີກ່າວກັບລູກສາວຂອງຕົນແບບຄົນຮູ້ຈັກມັກຄຸ້ນຊາຍໜຸ່ມຜູ້ນີ້ເປັນຢ່າງດີ ເຮັດໃຫ້ຜູ້ຖືກເວົ້າຮອດ ຮ້ອນກົກຫູເອົາກະດໍ້.
            “ບໍ່ແມ່ນຈັ່ງຊັ້ນດອກ, ແມ່. ຄືແມ່ຮູ້ຫັ້ນລະ ລູກຍັງບໍ່ທັນພ້ອມທາງດ້ານຖານະການເງິນ.ຍັງຢູ່ໃນສະພາບຫາເຊົ້າກິນຄໍ່າ ບໍ່ຢາກໃຫ້ຜູ້ອື່ນຕ້ອງມາລຳບາກກາກກຳນຳ.”ຊາຍໜຸ່ມກ່າວແກ້ຕົວພ້ອມກັບເອີ່ຍຖາມຈໍາປີຕໍ່ວ່າ:
            “ຜົວແລະລູກຂອງຈໍາປີເດຊັ້ນ?”
            “ນ້ອງກັບມາຜູ້ດຽວ. ນ້ອງກັບຜົວປະກັນໄດ້ສາມປີແລ້ວເດ! ພວກເຮົາບໍ່ມີລູກນຳກັນຈັກຄົນ.”ຈໍາປີເວົ້າຄວາມຈິງສູ່ຄຳຕາຟັງພຽງເຄິ່ງໜຶ່ງ.
            ຕອນທີ່ຈໍາປີແຕ່ງດອງກັບຊາຍຕ່າງປະເທດດັງແໝບຫົວດຳ ທີ່ອ້າງໂຕວ່າເປັນນັກທຸລະກິດທີ່ຢາກມາລົງທຶນຢູ່ລາວ, ຄຳຕາຍັງຈື່ບໍ່ລືມວ່າ ເຂົາຕ້ອງປັ້ນສີໜ້າໃຫ້ເປັນປົກກະຕິ ແລະຕາງຕິຍິ້ມແຍ້ມແຈ່ມໃສຕໍ່ທຸກຄົນ ທັງໆທີ່ໝາກຫົວໃຈຂອງເຂົາເນົ່ານູມອັ່ງລົ້ນໄປດ້ວຍຄວາມຜິດຫວັງ.ເຂົາພະຍາຍາມຕົວະຕົນເອງ ແລະທຸ່ມເທເຫື່ອແຮງເຂົ້າໃນງານດອງຂອງຈຳປີຢ່າງສຸດຕົວ.ແມ່ຂອງຈໍາປີສັ່ງໃຫ້ເຮັດຫຍັງແມ່ນສຳເລັດທຸກຢ່າງ. ຖືວ່າດອງຂອງຈຳປີສຳເລັດລົງໄປຢ່າງຈົບງາມໄດ້ ກໍແມ່ນຄຳຕາຜູ້ໜຶ່ງທີ່ໄດ້ປະກອບສ່ວນຢ່າງແຂງແຮງ. ຫຼັງຈາກຈຳປີໄປຕ່າງປະເທດແລ້ວ ເຂົາຕ້ອງຫຼົບຫຼີກໄປຮຳບາດແຜຫົວໃຈຢູ່ວັດເປັນເວລາສາມເດືອນ ກໍແມ່ນແມ່ຂອງຈຳປີນັ້ນລະເປັນເຈົ້າພາບໃນພິທີບວດໃຫ້. ເມື່ອສິກອອກມາເປັນຄາລະວາດແລ້ວ ເຂົາກໍຕັ້ງໜ້າເຮັດວຽກຫາເງິນຫາຄຳດ້ວຍການຂັບລົດຈຳໂບ້ຢ່າງເອົາຈິງເອົາຈັງ. ພ້ອມກັນນັ້ນ ຄຳຕາກໍຍັງໄປມາຫາສູ່ຄອບຄົວຂອງຈຳປີດັ່ງເກົ່າ ເຖິງບໍ່ມີສາວໃນດວງໃຈທີ່ຊື່ຈໍາປີແລ້ວກໍຕາມ.
            ແມ່ໄດ້ເລົ່າສູ່ຈໍາປີຟັງວ່າ ຕະຫຼອດໄລຍະເຈັດປີທີ່ຂາດຈຳປີໄປນັ້ນ ສະພາບຂອງຄອບຄົວກໍດຳເນີນໄປຢ່າງລະອິດລະອ້ຽວພໍສົມຄວນ. ເອື້ອຍຂອງນາງຜູ້ທີ່ຮ້າງກັບຜົວນັ້ນ ກໍຖືກພວກນາຍໜ້າຫຼອກໃຫ້ໄປເຮັດວຽກຢູ່ໄທ ແລະບໍ່ໄດ້ຮັບຂ່າວຄາວຫຍັງເລີຍ!ປ່ອຍໃຫ້ແມ່ຕ້ອງຢູ່ລ້ຽງຫຼານນ້ອຍສອງຄົນຕາມລຳພັງ, ແຕ່ກໍຍັງໂຊກດີທີ່ຄຳຕາຍັງໝັ່ນມາເບິ່ງມາແຍງ.ແຊັກເງິນທີ່ຈໍາປີຝາກມາໃຫ້ຫວ່າງຫຼັງໆນັ້ນ ກໍແມ່ນຄຳຕາເປັນຜູ້ແລ່ນໄປເອົາຢູ່ໄປສະນີໃຫ້. ຄັນຄຳຕາບໍ່ຊ່ອຍ ແມ່ກໍຄົງຈະຍາກບໍ່ແມ່ນໜ້ອຍ. ຫຼານສອງຄົນໄດ້ເຂົ້າຮໍ່າເຂົ້າຮຽນ ກໍແມ່ນຄຳຕາເປັນຜູ້ວິ່ງເຕັ້ນເປັນເຈົ້າການໃຫ້.ເວົ້າແລ້ວ ເມື່ອຂາດຈໍາປີໄປ ຄຳຕາກໍໄດ້ມາແທນທີ່ ເຮັດໃຫ້ຊີວິດແມ່ມີຄວາມອົບອຸ່ນຄືຄາວສະໄໝທີ່ຈໍາປີຍັງຢູ່ຮ່ວມນຳ. 
            ຈາກການເລົ່າສະພາບຄອບຄົວພາຍຫຼັງທີ່ນາງຈາກໄປ ນາງກໍຮູ້ສຶກຫວັ່ນໄຫວໃນຫົວໃຈຢ່າງບໍ່ເຄີຍເປັນມາກ່ອນ... ນາງຫາກໍຮູ້ວ່າຊາຍທີ່ນາງເຄີຍລັກມັກ ໄດ້ມີໃຈຕໍ່ນາງຢ່າງທີ່ຊາຍມີຕໍ່ຍິງ ແຕ່ນາງບໍ່ເຄີຍຮັບຮູ້ສິ່ງດັ່ງກ່າວຈາກປາກຂອງຄຳຕາເລີຍ! ນາງຄົງຍັງອ່ອນຕໍ່ສິ່ງທີ່ທຸກຄົນເອີ້ນວ່າ 'ຄວາມຮັກ'.ການທີ່ນາງຕ້ອງແຕ່ງດອງກັບຊາຍທີ່ພີ່ນ້ອງຂອງແມ່ແນະນຳນັ້ນ ມັນກໍເປັນພຽງແຕ່ການສະໜອງຕອບບຸນຄຸນ ທີ່ແມ່ເຄີຍລ້ຽງຕົນເອງມາ! ຊຸມແມ່ປ້ານ້າອາເຄີຍບອກຈຳປີວ່າ ຫາກໄດ້ຜົວລວຍໆໂດຍສະເພາະແມ່ນຜູ້ຊາຍລາວຢູ່ຕ່າງປະເທດແລ້ວ ກໍຍຸທ່າງນັບເງິນ ມີເງິນສົ່ງມາລ້ຽງແມ່ລ້ຽງຫຼານຢູ່ທາງບ້ານ ແລະແມ່ກໍຄົງມີຄວາມພໍໃຈເປັນຢ່າງຍິ່ງ.  ພ້ອມກັນນັ້ນ ເພິ່ນກໍຄົງບໍ່ຢາກໃຫ້ລູກສາວຫຼ້າຕ້ອງເປັນຄືກັບຜູ້ເປັນເອື້ອຍທີ່ຕ້ອງໄດ້ປະຮ້າງກັບຜົວ... ຫຼັງຈາກຖືກທາບທາມ ຊຸມແມ່ປ້ານ້າອາກໍພະຍາຍາມຊີ້ເຫດຊີ້ຜົນ ແລະຫວ່ານລ້ອມໃຫ້ຈຳປີແຕ່ງດອງກັບຊາຍລາວສັນຊາດຕ່າງປະເທດ ຊຶ່ງແມ່ກໍຈໍາຕ້ອງໄດ້ເອີອໍຫໍ່ໝົກໃຫ້ຄຳເຫັນດີໄປນໍາ.ດັ່ງນັ້ນຈຳປີຈຶ່ງຕັດສິນໃຈທັງໆທີ່ບໍ່ທັນພົບປະໜ້າຕາກັນມາກ່ອນເລີຍ ພຽງແຕ່ໄດ້ເຫັນໃນຮູບຖ່າຍທີ່ສົ່ງມາໃຫ້ເບິ່ງກ່ອນ ຊຶ່ງກໍຖືວ່າຢູ່ໃນລະດັບເຈົ້າຊູ້ພໍປະມານ.ຍິ່ງເມື່ອເຫັນຕົວຈິງໃນມື້ຜູກແຂນບາສີແຕ່ງດອງແບບງ່າຍໆຢູ່ເຮືອນຂອງນາງແລ້ວ ຈຶ່ງຮູ້ແນ່ແກ່ໃຈວ່າຊາຍທີ່ຈະຈົມຫົວລົງທ້າຍນຳ ກໍເປັນຊາຍທີ່ຮູບງາມເອົາການຜູ້ໜຶ່ງ. ເຖິງເຫັນກັນພຽງແຕ່ສາມມື້ ນາງກໍຫຼົງຮັກຜູ້ເປັນຜົວຂອງນາງຢ່າງຈັບໃຈ ເພາະເຂົາຊ່າງເປັນຄົນຮູ້ຈັກໃຫ້ກຽດ ຮູ້ຈັກເອົາໃຈ ຊຶ່ງນາງເຫັນວ່າດີໄປໝົດທຸກຢ່າງເລີຍ. ໃນມື້ແຕ່ງດອງ ມີພຽງແຕ່ຍາດມິດສະໜິດສະໜົມ ແລະເພື່ອນບ້ານໃກ້ຄຽງເທົ່ານັ້ນ ທີ່ເຂົ້າຮ່ວມໃນພິທີ ຊຶ່ງຖືວ່າເປັນພິທີແຕ່ງດອງແບບກະທັດຮັດເບົາບາງແລະຮີບເຮັ່ງ ເພາະຫຼັງຈາກແຕ່ງແລ້ວ ມື້ຕໍ່ມາທັງສອງກໍບິນລັດຟ້າສູ່ຕ່າງທະວີບທັນທີ. ກວ່າຈະຮູ້ຫຍັງເປັນຫຍັງ ມັນກໍສວາຍເກີນແກ້ເສຍແລ້ວ ນາງຖືກຫຼອກຕົ້ມໃຫ້ແຕ່ງດອງກັບຊາຍຮູບງາມ ແຕ່ໃນຕົວຈິງນາງຖືກນຳມາຂາຍໃຫ້ກາຍເປັນຍິງບໍລິການຢູ່ບາແຫ່ງໜຶ່ງຂອງດິນແດນທີ່ເອີ້ນວ່າ‘ປະເທດທີ່ພັດທະນາແລ້ວ’. ນາງຕ້ອງໄດ້ຖືກບັງຄັບໃຫ້ຂາຍບໍລິການ... ກວ່າຈະຫຼຸດພົ້ນຈາກບ້ວງມານໄດ້ ຊີວິດເກືອບມຸດມອດໄປກັບຄວາມໂສມົມຂອງພວກໄຮ້ສິນທຳ ພວກທີ່ເຫັນເງິນເປັນພະເຈົ້າ ເຫັນແມ່ຍິງເປັນເຄື່ອງຫຼິ້ນ ເຄື່ອງດັບຕັນຫາລາຄະ… ນາງພະຍາຍາມລັກໜີຈາກຂຸມນາຮົກດັ່ງກ່າວຫຼາຍຄັ້ງ ແຕ່ກໍບໍ່ມົ້ມ. ບາດແລ້ວ ກໍມີຊາຍແກ່ໃຈດີຜູ້ໜຶ່ງໄຖ່ໂຕຂອງນາງ ອອກຈາກສະຖານທີ່ດັ່ງກ່າວ ແລ້ວຖືກນຳໄປເປັນເມຍລັບຈົນສາມາດມີເງິນສົ່ງໄປໃຫ້ແມ່ ແຕ່ກໍບໍ່ກ້າສົ່ງຂ່າວບອກຄວາມຈິງສູ່ແມ່ຮູ້ໄດ້ແຕ່ຝາກເງິນໄປໃຫ້ປີລະສອງສາມຄັ້ງ.ຈົນໃນທີ່ສຸດຊາຍຜູ້ມີພະຄຸນຂອງນາງໄດ້ອຳລາຈາກໂລກນີ້ໄປດ້ວຍອຸບັດເຫດທາງລົດນາງຈຶ່ງຕັດສິນໃຈກັບຄືນປະເທດ ເພື່ອຫວັງຈະມາສ້າງຊີວິດໃໝ່ໃນບ້ານເກີດ.
            ຄຶດຄືນຫຼັງຍາມໃດ ຫົວໃຈຂອງນາງປະດຸດດັ່ງຈະແຕກສະຫຼາຍໄປກັບເຫດການທີ່ແສນອັບປະຍົດນັ້ນ...ນາງພະຍາຍາມລືມຄວາມຫຼັງອັນຂົມຂື່ນດັ່ງກ່າວໃຫ້ໝົດສ້ຽງ...ແຕ່ບາງຄັ້ງພາບທີ່ແສນທໍລະມານຫົວໃຈກໍກັບມາວົນວຽນໃນສະໝອງຂອງນາງ... ຈົນຮອດມື້ນີ້ ພາຍຫຼັງກັບມາບ້ານໄດ້ເກືອບອາທິດແລ້ວ ພາບຄວາມຫຼັງດັ່ງກ່າວກໍຍັງມາວົນວຽນຫຼອກຫຼອນຢູ່ບໍ່ເຊົາ ຈຶ່ງໄດ້ແຕ່ນັ່ງຊຶງ ຈົນກະທັ້ງຄຳຕາເຂົ້າມາແວ່ຫຼິ້ນນຳ...
            “ຈຳປີ ຄຶດຫຍັງຢູ່?” ສຽງຂອງຄຳຕາດັງເຂົ້າມາຂ້າງຫູ ເຮັດໃຫ້ນາງຫຼຸດພົ້ນຈາກພະວັງແຫ່ງຄວາມຫຼັງ ຫັນໜ້າມາຫາຊາຍທີ່ນາງເຄີຍລຶ້ງແກ່ນກັນດີ.
            “ບໍ່ໄດ້ຄຶດຫຍັງດອກ. ມີແຕ່ຄຶດວ່າ ຊິຊື້ຫຍັງມາແຕ່ງກິນສູ່ພີ່ສູ່ນ້ອງທີ່ຈະມາແວ່ຢາມ...ຍາມບຸນບັ້ງໄຟມື້ອື່ນນີ້ນະ!”
            “ເອີ! ກະດຽວວ່າຍັງຄຶດຮອດຕ່າງປະເທດຢູ່ຊັ້ນດອກ!” ຄຳຕາທັງເວົ້າທັງໂຍບໂຕລົງນັ່ງຂ້າງໆຈຳປີ.
            “ຄຶດຊ່ອຍແດ່ແມ້! ອ້າຍຕາ!” ຈໍາປີເອີ່ຍປາກຂໍຄວາມຄິດເຫັນ ພ້ອມແນມເບິ່ງໜ້າອັນຄົມສັນຂອງເຂົາ.
            “ເລື່ອງແບບນີ້ ຕ້ອງໃຫ້ແມ່ເປັນຜູ້ຕັດສິນວ່າ ຊິເຮັດຫຍັງກິນດີ.ສ່ວນອ້າຍຊິເປັນຜູ້ຂັບລົດພາເຈົ້າໄປຕະຫຼາດ ແລະເປັນຜູ້ຊ່ອຍຖືເຄື່ອງ.” ຄຳຕາອອກຄຳເຫັນ ກໍພໍດີແມ່ຍ່າງອອກມາຈາກເຮືອນຄົວ ແລະເພິ່ນກໍຕັດສິນໃຫ້ເຮັດເຂົ້າປຸ້ນ, ປິ້ງປາແລະລາບຊີ້ນງົວ ເພື່ອຮັບແຂກຮັບຄົນທີ່ຈະມາຢາມໃນຍາມບຸນບັ້ງໄຟບ້ານປີນີ້.
            ຈໍາປີໄດ້ອອກຕະຫຼາດ ແລະໄດ້ຈ່າຍເງິນຢ່າງບໍ່ອັ້ນ ແລະຫວັງໃຈວ່າຈະໄດ້ລ້ຽງພີ່ລ້ຽງນ້ອງລ້ຽງໝູ່ລ້ຽງຄູ່ໃນຍາມບຸນບັ້ງໄຟປີນີ້. ຄຳຕາກໍບໍລິການຈໍາປີຢ່າງສຸດໃຈ ທັງພາໄປຕະຫຼາດ ທັງຫອບຫິ້ວເອົາຊີ້ນປາອາຫານຊ່ອຍ.ຈໍາປີເຫັນອ້າຍຄຳຕາຂອງນາງໜ້າຊື່ນຕາບານຜິດປົກກະຕິ ຈົນນາງອົດເວົ້າບໍ່ໄດ້...
“ຄືມາສົດຊື່ນແຈ່ມໃສແທ້ນໍ! ອ້າຍຕາເອີຍ!”
“ກໍບໍ່ຮູ້ວ່າເປັນຫຍັງ?!? ມື້ນີ້ອ້າຍຮູ້ສຶກມີຄວາມສຸກ ແລະເບີກບານໃຈຢ່າງບອກບໍ່ຖືກ ທີ່ໄດ້ເປັນທັງຜູ້ບໍລິການ ແລະທັງເປັນອົງຄະລັກໃຫ້ແກ່ຈໍາປີ.” ຄຳຕາເວົ້າເປັນສີໄນໆ ເຮັດໃຫ້ຈໍາປີກໍມີຄວາມສົດຊື່ນແຈ່ມໃສຢ່າງບໍ່ເຄີຍເປັນມາກ່ອນເຊັ່ນກັນ.

(ເຊີນຕິດຕາມຕອນຈົບ)

ໂດຍອາຈານ ແສງຟ້າ  ໂຫລານຸພາບ​

Thursday, 13 February 2014

ຮັກນີ້...ສຸດຫົວໃຈ

ຮັກນີ້...ສຸດຫົວໃຈ!!!

February 13, 2014 at 6:37pm
ເລື່ອງເກົ່າໆມາເລົ່າໃໝ່... ເປັນເລື່ອງລາວຄວາມຮັກລະຫວ່າງບ່າວ 'ຊຸນ' ແລະສາວ 'ຈັນ' ແຕ່ປີ 2000 ເຖິງ 2006 ເຊິ່ງເປັນສະໄໝທີ່ facebook ຍັງບໍ່ທັນນິຍົມໃຊ້ກັນ. ເລື່ອງລາວຊິເປັນແນວໃດນັ້ນ, ຂໍເຊີນທ່ານຜູ້ອ່ານປະສົບພົບພໍ້ກັບນ້ຳສຽງການເລົ່າຂອງອ້າຍຄູ 'ວິຊຸນ' ໄດ້ເລີຍ ນະບັດນີ້...

“ໄປຮຽນ­ຢູ່­ຍີ່ປຸ່ນແລ້ວ ບໍ່­ດົນເຈົ້າກໍຄົງ­ລືມຂ້ອຍ­ນໍ.” ຂ້ອຍລະ­ບາຍ­ຄວາມໃນໃຈໃຫ້­ນາງໄດ້­ຍິນດ້ວຍ­ສຽງເສົ້າໆ­ ແນມເບິ່ງ­ດວງໜ້າອັນ­ສົດໃສຂອງ­ຜູ້ປ່ຽມດ້ວຍ­ຄວາມ­ສຸກ.
ນາງເຫຼືອດ­ຕາມາ­ຫາ­ພ້ອມກັບ­ສົ່ງ­ຮອຍ­ຍິ້ມ­ຫວານໃຫ້ຂ້ອຍກ່ອນຈະ­ເອີ່ຍ­ປາກເວົ້າ:
“ເປັນໄປບໍ່ໄດ້ດອກ, ຊຸນ. ເຖິງຈະ­ຢູ່ໄກ­ກັນ­ຄົນລະ­ຟາກຟ້າ ແຕ່ພວກເຮົາກໍສາມາດ­ສົ່ງໃຈຫາກັນໄດ້ເກືອບ­ທຸກເວລານາ­ທີ. ຂ້ອຍຈະ­ສົ່ງ­ອິເມັວມາ­ຫາເຈົ້າ­ທຸກໆ­ມື້ເລີຍລະ­!”.
ຂ້ອຍ­ງຶກ­ຫົວຮັບ­ຮູ້ໃນ­ຄວາມ­ຈິງໃຈຂອງ­ນາງ. ນັບແຕ່ໄດ້­ຮູ້­ຈັກ­ກັນ­ມາເປັນເວລາກວ່າ­ສີ່­ປີ ນາງໄດ້ສະ­ແດງ­ຄວາມເປັນ­ກັນເອງ­ກັບຂ້ອຍ ຈົນຂ້ອຍແນ່ໃຈຢ່າງ­ຍິ່ງວ່ານາງ­ຄົງ­ບໍ່­ປັນຫ້ອງ­ຫົວໃຈໄປໃຫ້ໃຜອີກແລ້ວ ນອກ­ຈາກຂ້ອຍ­ຜູ້­ດຽວ. ພວກເຮົາ­ທັງ­ສອງໄດ້­ລຶ້ງເຄີຍ­ກັນ­ຕັ້ງແຕ່­ທີ່ໄດ້ຮ່ວມ­ຮຽນ­ຢູ່ມະ­ຫາວິທະ­ຍາໄລດຽວກັນ. ເຖິງແມ່ນຂ້ອຍຈະ­ແກ່ໄປກວ່ານາງເຖິງ 3 ປີ ແຕ່­ການໃຊ້­ຄໍາ­ສັບພະ­ນາມແທນ­ຕົວຂ້ອຍແລະ­ນາງ­ກໍແມ່ນ­ຄໍາວ່າ “ເຈົ້າ ແລະ­ ຂ້ອຍ” ຢູ່ສະ­ເໝີ. ນາງ­ບໍ່ເຄີຍໃຊ້­ຄໍານໍາ­ໜ້າ “ອ້າຍ” ຕໍ່ໃສ່­ຊື່ຂອງຂ້ອຍ­ຈັກເທື່ອ. ນາງ­ມັກຈະ­ເອີ້ນຂ້ອຍ­ສັ້ນໆ­ວ່າ “ຊຸນ” ແຕ່ເມື່ອເຂົ້າໃນ­ກອງປະ­ຊຸມໜ່ວຍ­ຊາວໜຸ່ມ­ຂອງມະ­ຫາວິທະ­ຍາໄລແລ້ວ ນາງ­ຈຶ່ງຈະ­ເອີ້ນ­ຊື່ເຕັມຂ້ອຍວ່າ “ວິຊຸນ”. ທຸກ­ຄັ້ງ­ທີ່ໄດ້­ຍິນ­ສຽງເອີ້ນ­ຊື່­ຈາກ­ປາກ­ນາງ ຂ້ອຍຈະ­ມີຄວາມ­ຮູ້­ສຶກເປັນສີແປກໆ­ຢູ່ໃນ­ຫົວໃຈ ແລະ­ຂ້ອຍ­ມັກຈະ­ຫຼົງເພີນແນມເບິ່ງໃບໜ້າ­ຮູບໄຂ່ໄດ້ສ່ວນ­ຂອງ­ນາງ­ຈົນ­ບາງ­ຄັ້ງ­ນາງຕ້ອງໄດ້ຫັນມາ­ຖາມຂ້ອຍແບບ­ງອນໆ­ວ່າ:
“ເປັນຫຍັງ­ຄືມາເບິ່ງຂ້ອຍ­ຄັກເອົາແທ້ເອົາວ່າ ປານ­ກັບ­ບໍ່ເຄີຍເຫັນ­ນີ້ລະ­?”
ຂ້ອຍ­ກໍຕອບ­ອອກໄປແບບ­ກວນໆ­ວ່າ:
“ກະ­ເພິ່ນ­ຜູ້­ງາມ­ຫັ້ນເດ ຂໍເບິ່ງເປັນ­ຂວັນ­ຕາແດ່­ກໍບໍ່ໄດ້­ຊັ້ນ­ບໍ?”
ນາງໄດ້ແຕ່­ຫຼັບ­ຕາ­ຊັງດ້ວຍໃບໜ້າອັນແດງເຮື່ອ.
ເຖິງຈະ­ຮຽນ­ຢູ່­ຄົນລະ­ຊັ້ນ­ຮຽນ ແລະ­ຄະ­ນະ­ວິຊາແຕກຕ່າງ­ກັນ ແຕ່ພວກເຮົາ­ຊໍ້າ­ພັດໄດ້ເຮັດ­ວຽກ­ຊາວໜຸ່ມຮ່ວມ­ກັນ. ຈາກ­ຄວາມ­ລຶ້ງເຄີຍ­ຢູ່ໃນ­ການ­ຈັດ­ຕັ້ງ, ຂ້ອຍ­ກໍຖືໂອກາດ­ລຶ້ງເຄີຍ­ນາງ­ຢູ່­ທາງ­ຄອບ­ຄົວໄປພ້ອມ. ຄອບ­ຄົວຂອງ­ນາງເປັນ­ຄອບ­ຄົວພະ­ນັກ­ງານ ພໍ່ຂອງ­ນາງ­ມີຕໍາແໜ່ງເປັນເຖິງ­ຫົວໜ້າກົມ, ສ່ວນແມ່­ນັ້ນ­ຢູ່ເຮືອນ­ຕໍາ­ຫູກ ແລະ­ເຮັດ­ນາ. ຂ້ອຍ­ມັກຈະ­ໄປຊ່ອຍ­ວຽກເຮືອນ­ຂອງ­ນາງໃນ­ວັນ­ພັກ ໂດຍສະ­ເພາະ­ໃນ­ຍາມເຮັດ­ນາ. ບໍ່ວ່າ­ຈະ­ເປັນ­ການ­ປັກ­ດໍາ ຫຼືເກັບກ່ຽວ, ຂ້ອຍຕ້ອງ­ມີໜ້າ­ປະ­ກອບສ່ວນເປັນປະ­ຈໍາ ຈົນຂ້ອຍ­ກາຍສ່ວນ­ໜຶ່ງ­ຂອງ­ຄອບ­ຄົວຂອງ­ນາງ. ພໍ່ແມ່ຂອງ­ນາງຈະ­ໃຫ້ຄວາມເມດ­ຕາ­ຂ້ອຍ­ປຽບດັ່ງ­ລູກ­ຊາຍ­ຂອງເພິ່ນ­ຜູ້­ໜຶ່ງ. ແຕ່ເມື່ອເພິ່ນ­ຖາມເຖິງ­ວິຊາ­ທີ່ຂ້ອຍ­ກໍາ­ລັງ­ຮຽນ­ນັ້ນ ຂ້ອຍ­ກໍບອກເພິ່ນວ່າ­ຮຽນ­ຢູ່ຄະ­ນະ­ສຶກ­ສາ­ສາດ ຮຽນ­ຈົບແລ້ວກໍຈະ­ໄປເປັນ­ຄູສອນ­ຢູ່ໂຮງ­ຮຽນ­ມັດທະ­ຍົມ, ເພິ່ນ­ກໍສະ­ແດງ­ສີໜ້າແບບໃດແບບ­ໜຶ່ງ­ຊຶ່ງເຮັດໃຫ້ຂ້ອຍ­ຕີລາ­ຄາຍາກວ່າເພິ່ນ­ຄິດແນວໃດ­ຕໍ່­ອາ­ຊີບ­ທີ່ຂ້ອຍ­ຮຽນ­ນັ້ນ. ແລ້ວຂ້ອຍ­ກໍໄດ້ເປັນ­ຄູສອນ­ຢູ່­ຊັ້ນ­ມັດທະ­ຍົມ­ປາຍແຫ່ງ­ໜຶ່ງໃນເຂດນະ­ຄອນ­ຫຼວງ­ຕາມ­ຄວາມ­ຫວັງ­ທີ່ຂ້ອຍ­ມີໄວ້. ສ່ວນ­ນາງໄດ້ເປັນພະ­ນັກ­ງານ­ສັງ­ກັດ­ລັດ­ຢູ່ກະ­ຊວງແຫ່ງ­ໜຶ່ງ­ລຸນ­ຫຼັງ­ທີ່ຂ້ອຍເປັນ­ຄູສອນໄປແລ້ວໜຶ່ງ­ປີ. ເຮັດ­ວຽກ­ບໍ່ຮອດ­ສອງ­ປີ ນາງ­ກໍໂຊກ­ດີເສັງເອົາ­ທຶນໄປຮຽນ­ຕໍ່ປະ­ລິນ­ຍາໂທຢູ່­ຍີ່ປຸ່ນໄດ້.
“ຄິດຫຍັງ­ຢູ່ ຄືວ່າມິດແທ້!” ນາງເອີ່ຍ­ຂຶ້ນ ເຮັດໃຫ້ຂ້ອຍ­ພົ້ນ­ຈາກພະ­ວັງແຫ່ງອະ­ດີດ…
“ບໍ່ໄດ້­ຄິດຫຍັງ­ດອກ ພຽງແຕ່ໃຈມັນລ່ອງ­ລອຍໄປຕາມກະ­ແສຂອງ­ຄົນ­ທີ່­ຫົວໃຈພວມ­ຖືກ­ຫຼອມລະ­ລາຍ­ຈາກອະ­ນາ­ຄົດ­ທີ່ຈະ­ມາ­ພາກ­ຄົນ­ທີ່­ຮູ້ໃຈກັນໄປຢູ່ໄກແສນໄກ.”
“ເວົ້າ­ປານ­ນັກປະພັນ­ພຸ້ນເນາະ­! ຂ້ອຍວ່າແລ້ວເດ ໄປແລ້ວບໍ່ແມ່ນ­ຊິມິດຊ້ອຍມ້ອຍ­ປານ­ຫອຍໄຂ່ ຂ້ອຍ­ຊິຂຽນ­ຖາມຂ່າວເຈົ້າ­ທຸກໆ­ມື້ດອກ!” ນາງໃຫ້ຄວາມ­ຫວັງແກ່ຂ້ອຍ ຊຶ່ງ­ກໍເຮັດໃຫ້ຂ້ອຍ­ພໍໃຈນໍາ­ຄໍາເວົ້ານັ້ນ. ພວກເຮົາທັງສອງ­ລົມ­ກັນ­ຢູ່ຫ້ອງ­ຮັບແຂກເຮືອນ­ຂອງ­ນາງ ຫຼັງ­ຈາກ­ທີ່ຄອບ­ຄົວຂອງ­ນາງ­ກິນເຂົ້າແລງແລ້ວ. ນ້ອງ­ສາວຈອມສະ­ຫຼອກ­ກອກ­ຂອງ­ນາງ­ມາ­ລັກ­ຟັງ­ການໂອ້­ລົມ­ຂອງ­ພວກເຮົາ­ທັງ­ສອງແຕ່­ຍາມໃດ­ກໍບໍ່­ຮູ້, ນາງໂປໂລໜ້າເຂົ້າມາ ແລະ­ກໍເວົ້າ­ຢອກ­ລໍ້ພວກເຮົາ­ທັງ­ສອງວ່າ:
“ບາດເອື້ອຍ­ຈັນໄປຍີ່ປຸ່ນແລ້ວ ຄືຊິບໍ່ໄດ້­ມານັ່ງ­ລົມ­ກັນແບບ­ນີ້­ອີກລະ­ນໍ! ຄືຊິໄດ້­ລົມ­ກັນ­ທາງ­ອິນເຕີເນັດ­ພຸ້ນຕິເບ໊າະ­!” “ຄືຊິແມ່ນແນວນັ້ນລະ­.” ຂ້ອຍກ່າວ­ຕອບນ້ອງ­ສາວຂອງ­ນາງໄປດ້ວຍ­ຫົວໃຈອັນ­ວຸ່ນ­ວາຍ ເພາະ­ຍັງ­ພຽງ­ມື້­ດຽວນາງ­ກໍຈະ­ອອກເດີນ­ທາງແລ້ວ.
“ເອື້ອຍ­ຈັນ­ບໍ່ຢູ່, ອ້າຍ­ຊຸນ­ກໍຕ້ອງ­ມາ­ຫຼິ້ນເຮືອນ­ພວກນ້ອງ­ຄືເກົ່າ­ຄືຫຼັງເດີ! ບາດ­ຮອດ­ຍາມ­ບຸນ­ຫໍ່ເຂົ້າກໍຢ່າ­ລືມ­ມາ­ຫໍ່ເຂົ້າ­ຕົ້ມຊ່ອຍແດ່ເດີ!” ນ້ອງ­ສາວຂອງ­ນາງກ່າວຕໍ່­ອີກ.
“ແນ່ນອນ­ຢູ່ແລ້ວເລື່ອງ­ນັ້ນ.” ຂ້ອຍ­ຮັບ­ປາກຢ່າງ­ໜັກແໜ້ນ.

ມື້­ທີ່­ນາງເດີນ­ທາງ­ອອກ­ຈາກ­ວຽງ­ຈັນເພື່ອມຸ່ງ­ສູ່ແດນ­ຊາກຸລະ ເພື່ອຄວາມກ້າວໜ້າ­ຂອງ­ຊີວິດ. ນອກ­ຈາກສະ­ມາ­ຊິກ­ພາຍໃນ­ຄອບ­ຄົວຂອງ­ນາງແລ້ວ ກໍມີຂ້ອຍ­ຜູ້­ໜຶ່ງ­ທີ່­ມາ­ສົ່ງ­ນາງ. ຂ້ອຍ­ມີຊໍ່ດອກໄມ້­ທີ່­ຫາເພື່ອນ­ຄູຍິງ­ທີ່ສອນ­ຢູ່ໂຮງ­ຮຽນ­ດຽວກັນຊ່ອຍ­ຫໍ່ໃຫ້ ພ້ອມດ້ວຍ­ປຶ້ມ­ບັນ­ທຶກ­ຫໍ່ຢ່າງ­ດີເປັນ­ຂອງ­ຂວັນໃຫ້ແກ່­ນາງ. ນາງ­ຮັບ­ຊໍ່ດອກໄມ້­ຈາກ­ມືຂ້ອຍດ້ວຍໃບໜ້າເສົ້າແຕ່ແຝງໄວ້ເຖິງ­ຄວາມເຊື່ອໝັ້ນ­ຕໍ່­ການ­ຈາກໄປເທື່ອນີ້.
“ໂຊກ­ດີເດີ, ຈັນ! ຂໍໃຫ້ເດີນ­ທາງດ້ວຍ­ຄວາມ­ປອດໄພ ແລະ­ປະ­ສົບ­ຜົນ­ສໍາເລັດໃນ­ການ­ສຶກ­ສາ. ຂ້ອຍຈະ­ຄ່ອຍເປັນ­ກໍາ­ລັງໃຈໃຫ້.” ສຽງ­ທີ່ເປັ່ງ­ອອກ­ຈາກໃຈຈິງ­ຂອງຂ້ອຍ ຍັງສະ­ທ້ອນ­ຢູ່ໃນເອິກ­ຈົນເຖິງ­ດຽວນີ້.
“ຂໍໃຫ້­ຊຸນ­ຈົ່ງໂຊກ­ດີຄືກັນເດີ! ລາກ່ອນ! ໄປຮອດ­ພຸ້ນແລ້ວຂ້ອຍຈະ­ອິເມັວມາ­ຫາດອກ!” ກ່າວສຸດ ນາງ­ກໍກົ້ມໜ້າພະຍາຍາມເຊື່ອງຊ້ອນ­ຢາດ­ນໍ້າ­ທີ່ຈະ­ໄຫຼອອກ­ຈາກເບົ້າ­ຕາ ແລ້ວກໍຫັນໜ້າໄປຄອບ­ລາ­ພໍ່ແມ່ ແລະ­ນ້ອງສາວຂອງ­ນາງ. ນາງໂບກ­ມືອໍາ­ລາກ່ອນຮ່າງ­ຂອງ­ນາງ­ກໍຫາຍ­ລັບເຂົ້າໄປໃນດ່ານ­ກວດ­ກາ­ຄົນ­ອອກເມືອງ. ຂ້ອຍແລະ­ສະ­ມາ­ຊິກໃນ­ຄອບ­ຄົວຂອງ­ນາງ­ພາກັນຍ່າງ­ລົງ­ຂັ້ນໄດເດີ່ນ­ບິນ­ສາກົນ­ວັດໄຕດ້ວຍ­ຄວາມຫ່ວງ­ຫາ­ຜູ້­ທີ່ເດີນ­ທາງ­ຈາກໄປ. ຂ້ອຍ­ບໍ່­ຮູ້ວ່າ­ພໍ່ແມ່ແລະ­ນ້ອງ­ຂອງ­ນາງ­ມີຄວາມ­ຮູ້­ສຶກແນວໃດ ແຕ່ຄວາມ­ຮູ້­ສຶກ­ຂອງຂ້ອຍ­ຍາມ­ນີ້­ມັນຊ່າງເໝືອນ­ກັບຍັກ­ທົດສະ­ກັນ­ພາກ­ນາງ­ສີດາໄປຈາກອ້ອມ­ອົກ­ຂອງພະ­ລາມໄປເອົາໂລດ. ມັນຊ່າງປະ­ຈວບເໝາະ­ກັນແທ້ໆ­ ຂາກັບ­ຕອນ­ທີ່ຂ້ອຍແວ່ເຂົ້າໄປຊື້ເຄື່ອງ­ຂຽນ­ຢູ່ຕະ­ຫຼາດເຊົ້າ ແວ່ວສຽງເພງເສົ້າໆ­ທີ່­ມີເນື້ອໃນແບບ­ດຽວກັບ­ທີ່ຂ້ອຍ­ກໍາ­ລັງປະ­ສົບ­ຢູ່ດັງເຈື່ອຍແຈ້ວເຂົ້າ­ສູ່ໂສດປະ­ສາດ...

“ພຽງນ້ອງ­ຈາກ­ລາ....................ນໍ້າ­ຕາ­ຂ້າ­ຕົກ  
ເຈັບ­ຊໍ້າ­ລະ­ກໍາໃນ­ອົກ................ເໝືອນໄຟນາ­ຮົກເຜົາໃຈ  
ພົບໜ້າ­ທຸກ­ວັນ.........................ນ້ອງ­ກໍຈາກໄປ  
ສູ່­ຖິ່ນແຄວ້ນ­ອັນແສນໄກ............ຂ້ານີ້­ອາໄລອາວອນ...”  

ຄືນ­ມື້­ນັ້ນ ຂ້ອຍ­ນອນ­ຫຼັບ­ຕາບໍ່­ລົງ ຄິດ­ຫາແຕ່­ຄົນ­ທີ່ຂ້ອຍ­ຮູ້ໃຈ ຊຶ່ງ­ຫາກໍຈາກໄປສູ່­ຖິ່ນແດນໄກໄດ້­ບໍ່­ພໍເທົ່າໃດ­ຊົ່ວໂມງ. ຂ້ອຍ­ນັບເວລານາ­ທີຢາກຈະ­ໃຫ້­ມື້ໃໝ່­ມາ­ຮອດໄວໆ­ ເພື່ອຈະ­ໄດ້ໄປກວດເບິ່ງ­ອິເມັວຢູ່ຮ້ານ­ອິນເຕີເນັດແຖວໃກ້ໆ­ເຮືອນ. ໄຄແຕ່ວ່າມື້ໃໝ່­ທີ່ຈະ­ມາເຖິງແມ່ນ­ວັນເສົາ ວ່າງ­ຈາກ­ການໄປສອນ­ໜັງ­ສື ຄັນ­ບໍ່­ຊັ້ນ­ກໍຄົງ­ບໍ່­ມີເວລາ. ຕອນເຊົ້າມື້­ຕໍ່­ມາ ຂ້ອຍຍ່າງໄປຮ້ານ­ອິນເຕີເນັດ ແລະ­ນັ່ງເປີດ­ອິເມັວ ແຕ່­ກໍບໍ່­ພົບ­ຂໍ້ຄວາມໃດ­ຈາກ­ນາງ. ຂ້ອຍ­ຈຶ່ງ­ຊວາດ­ຮູ້ເມືອຄີງວ່ານາງ­ຫາກໍໄປໄດ້ແຕ່­ມື້­ດຽວ ເຮັດແນວໃດ­ຊິທັນ­ມາ­ສົ່ງ­ອິເມັວຫາ. ຄິດໄດ້­ດັ່ງ­ນັ້ນ ກໍໄດ້ແຕ່ລະ­ບາຍ­ຄວາມ­ຮູ້­ສຶກ­ຂອງ­ຕົນ­ລົງໃສ່­ອິເມັວແລ້ວສົ່ງ­ຫານາງ. ຫວັງໃຈໄວ້ວ່າ­ຫາກ­ນາງເປີດເບິ່ງ ນາງຈະ­ໄດ້ເຫັນ­ຂໍ້ຄວາມໃນໃຈຂອງຂ້ອຍ­ທີ່­ສົ່ງ­ຫານາງ­ນັ້ນ ມັນ­ຄົງເຮັດໃຫ້­ນາງເຫັນ­ຊຶ້ງໄດ້ເຖິງ­ຄວາມ­ຈິງໃຈຂອງຂ້ອຍ­ທີ່­ມີຕໍ່­ນາງ. ຈົນວ່າ­ໜຶ່ງ­ອາ­ທິດຜ່ານໄປ ຂ້ອຍ­ຈຶ່ງໄດ້­ຮັບ­ອິເມັວຈາກ­ນາງ, ຂ້ອຍ­ດີໃຈຈົນ­ບອກ­ບໍ່­ຖືກ. ຄວາມໃນໃຈຂອງ­ນາງໄປຫຼັ່ງໄຫຼອອກ­ມາເປັນ­ຕົວອັກ­ສອນ­ທີ່­ອາບໄປດ້ວຍ­ນໍ້າເຜິ້ງ ຊຶ່ງໄດ້ເຮັດໃຫ້ ຫົວໃຈຂອງຂ້ອຍໂພງໃຫຍ່­ປານ­ໝາກ­ປຸ່ມເປົ້າ­ທີ່ພວມ­ປິວວັ່ອງໆ­ຢູ່­ກາງ­ຫາວ. ນາງເລົ່າກ່ຽວກັບ­ຄວາມເປັນໄປຕ່າງໆ­ທີ່­ນາງໄດ້ປະ­ສົບ­ຢູ່ຕ່າງແດນ ທັງ­ສັນ­ຍາກັບຂ້ອຍວ່າ­ຈະ­ຮຽນໃຫ້­ຈົບ­ພາຍໃນ­ສອງ­ປີ.
ປີໜຶ່ງຜ່ານໄປຢ່າງ­ຫວານ­ຊື່ນ, ຂໍ້ຄວາມ­ທາງ­ອິເມັວຖືກ­ສົ່ງ­ມາເປັນປະ­ຈໍາບໍ່ໄດ້­ຂາດ ມີທັງ­ຮູບ­ພາບ­ການເຄື່ອນໄຫວຕ່າງໆ­ສົ່ງໃຫ້ເບິ່ງເປັນໄລຍະ­ໆ­. ການໄປມາ­ຫາ­ສູ່ຄອບ­ຄົວຂອງ­ນາງ ຂ້ອຍ­ກໍໄປທຸກເສົາ­ທຸກ­ອາ­ທິດ­ບໍ່ໄດ້­ຂາດ ມີວຽກຫຍັງຂ້ອຍ­ກໍຊ່ອຍ­ຕາມ­ຄວາມ­ສາມາດ. ຕົກເຖິງ­ພັກແລ້ງ­ປີນີ້ ຂ້ອຍໄດ້­ຮັບ­ການແຕ່ງ­ຕັ້ງ­ຈາກ­ຂັ້ນເທິງໃຫ້­ລົງ­ພື້ນ­ຖານ­ຢູ່ເມືອງ­ນອກເຂດເທສະ­ບານນະ­ຄອນ­ຫຼວງເປັນເວລາ 3 ເດືອນ. ຂ້ອຍໄປຄອບ­ພໍ່ແມ່ແລະ­ນ້ອງໆ­ຂອງ­ນາງກ່ຽວກັບ­ການໄປປະ­ຕິບັດໜ້າ­ທີ່­ຄັ້ງ­ນີ້, ພ້ອມ­ທັງ­ສົ່ງຂ່າວບອກໃຫ້­ນາງ­ຮູ້ວ່າ­ຕະ­ຫຼອດ­ສາມເດືອນ­ດັ່ງກ່າວ ການ­ສົ່ງ­ອິເມັວຫຼືແຊັດ­ຫາກັນ­ນັ້ນ­ຄົງຈະ­ເປັນໄປບໍ່ໄດ້ ເພາະ­ຂ້ອຍຕ້ອງໄດ້ໄປຢູ່ເຂດ­ທີ່­ບໍ່­ມີອິນເຕີເນັດ. ດັ່ງ­ນັ້ນ ຄົງຈະ­ຕ້ອງໃຊ້­ການ­ສົ່ງຂ່າວທາງ­ຈົດ­ໝາຍແທນ. ນາງໄດ້ສະ­ແດງ­ຄວາມເປັນຫ່ວງ­ຕໍ່­ການ­ລົງ­ພື້ນ­ຖານ­ຂອງຂ້ອຍໃນ­ຄັ້ງ­ນີ້ ແຕ່­ນາງ­ກໍເຊື່ອໝັ້ນ­ກັບ­ຜົນ­ສໍາເລັດ­ທີ່ຂ້ອຍຈະ­ໄດ້­ຮັບໃນອະ­ນາ­ຄົດ. ຕະ­ຫຼອດໄລຍະ­ສາມເດືອນ­ທີ່­ຢູ່­ພື້ນ­ຖານ ຂ້ອຍໄດ້ປະ­ຕິບັດໜ້າ­ທີ່ໃຫ້­ສົມ­ກັບເປັນ­ຊາວໜຸ່ມຜູ້ຫ້າວຫັນ­ທີ່­ພັກ­ລັດໃຫ້ຄວາມໄວ້­ວາງໃຈ. ຂ້ອຍໄດ້­ຮັບ­ຄວາມ­ຮັກແພງ­ຈາກ­ຊາວບ້ານແລະ­ພະ­ນັກ­ງານອະ­ວຸໂສທີ່ໄປນໍາກັນ.
ຕະ­ຫຼອດໄລຍະ­ສາມເດືອນ ຂ້ອຍໄດ້­ສົ່ງຈົດ­ໝາຍໄປຫານາງ 3 ກ້ານ. ແລະ­ຂ້ອຍ­ກໍໄດ້­ຮັບ­ຈົດ­ໝາຍ­ຈາກ­ນາງ 3 ກ້ານເຊັ່ນ­ກັນ. ສອງກ້ານ­ທໍາອິດຊ່າງ­ຫວານແລະ­ຢາດຍ້ອຍໄປດ້ວຍ­ຕົວອັກ­ສອນ­ທີ່­ອາບດ້ວຍນໍ້າເຜິ້ງ ແຕ່ກ້ານ­ທີ 3 ມັນໄດ້ເຮັດໃຫ້ຂ້ອຍແປກໃຈ ເພາະ­ຄໍາເວົ້າ­ທີ່ເຄີຍ­ຫວານ­ຊື່ນ­ກັບ­ກາຍ­ມາເປັນແບບ­ຈືດໆ­ຈາງໆ­. ທຸກເທື່ອທີ່­ນາງ­ຂຽນ­ຫາ­ຂ້ອຍ­ບໍ່ວ່າ­ທາງອິເມັວຫຼືຈົດ­ໝາຍ ນາງຈະ­ຂຶ້ນຕົ້ນດ້ວຍ­ຄໍາວ່າ “ຊຸນ­ທີ່­ຮັກແລະ­ຄິດເຖິງ” ແຕ່­ມາກ້ານ­ນີ້ ນາງຊ່າງ­ມາແປກ ນາງ­ຂຶ້ນ­ຕົ້ນດ້ວຍ­ຄໍາວ່າ “ອ້າຍ­ວິຊຸນ­ທີ່­ຮັກແພງແລະ­ນັບ­ຖື” ແລະ­ຄໍາແທນ­ນາມ­ກໍຖືກປ່ຽນ­ຈາກ “ເຈົ້າ-ຂ້ອຍ” ມາເປັນ “ອ້າຍ-ນ້ອງ”. ການ­ຖາມຂ່າວຄາວແລະ­ເລົ່າ­ຂ່າວກໍມີລັກສະ­ນະ­ປ່ຽນໄປ. ຂ້ອຍພະ­ຍາຍາມ­ບໍ່­ຄິດໄປໃນແງ່ຮ້າຍ, ບາງເທື່ອນາງ­ອາດຈະ­ປ່ຽນ­ຄໍາແທນ­ນາມເພື່ອໃຫ້ເໝາະ­ກັບ­ອາຍຸທີ່ຂ້ອຍແກ່ກວ່ານາງ 3 ປີກໍເປັນໄດ້. ພ້ອມ­ກັນ­ນັ້ນ ນາງ­ຍັງຂ່າວໃຫ້­ຮູ້ວ່າ ນາງໄດ້­ຝາກເຄື່ອງໃຫ້ຂ້ອຍມານໍາເພື່ອນ­ນັກ­ສຶກ­ສາ­ຊາຍ­ຮຸ່ນອ້າຍ­ທີ່­ຮຽນ­ຈົບລະ­ດັບປະ­ລິນ­ຍາເອກ ຊຶ່ງຈະ­ມາ­ຝາກໄວ້­ທີ່ເຮືອນ­ຂອງ­ນາງ. ຫຼັງ­ຈາກ­ລົງ­ພື້ນ­ຖານໃຫ້ຂ້ອຍໄປເອົາກັບແມ່ຂອງ­ນາງ.
3 ເດືອນ­ທີ່­ຢູ່­ພື້ນ­ຖານຜ່ານໄປຢ່າງໄວວາ ຂ້ອຍ­ດີໃຈຈະ­ໄດ້­ສົ່ງຂ່າວຫານາງ­, ອີກ­ພຽງເດືອນ­ດຽວ ຄົນ­ທີ່ຂ້ອຍ­ຮູ້ໃຈກໍຈະ­ກັບ­ມາ­ລາວແລ້ວ ຕາມ­ທີ່­ນາງ­ບອກຂ້ອຍໃນ­ຈົດ­ໝາຍກ້ານ­ທີ 3 ນັ້ນ. ໃນ­ມື້ສະ­ຫຼຸບ­ວຽກ­ງານ­ການ­ລົງ­ພື້ນ­ຖານ ຂ້ອຍໄດ້­ຮັບໃບຍ້ອງ­ຍໍຈາກ­ຂັ້ນເທິງ, ຂ້ອຍ­ຮູ້­ສຶກ­ພູມໃຈຕໍ່­ຜົນ­ງານ­ທີ່ຂ້ອຍໄດ້ເຮັດ ແລະ­ຈະ­ເອົາມາເອກອ້າງໃຫ້­ນາງໄດ້­ຮູ້ນຳ. ເມື່ອກັບໄປຮອດບ້ານ ສິ່ງທຳອິດ­ທີ່ຂ້ອຍໄດ້ເຮັດ­ກໍຄືເຂົ້າຮ້ານ­ອິນເຕີເນັດເພື່ອສົ່ງ­ອິເມັວຫານາງ. ຈາກ­ການໃຊ້ຄຳແທນ­ນາມໃນ­ຈົດ­ໝາຍກ້ານ­ທີ 3 ທີ່­ນາງ­ສົ່ງ­ຫາ­ຂ້ອຍ­ນັ້ນ ຂ້ອຍ­ບໍ່­ສົນໃຈ ຂ້ອຍ­ຍັງ­ຍຶດ­ຖືຄຳວ່າ "ຂ້ອຍແລະ­ເຈົ້າ" ຄືເກົ່າ ພ້ອມ­ກັນ­ນັ້ນ­ລັກສະ­ນະ­ເນື້ອໃນກໍຍັງ­ຫວານ­ຢູ່­ຄືເກົ່າ. ສົ່ງໄປແລ້ວ ຂ້ອຍ­ກໍຮູ້­ສຶກ­ສຸກໃຈເປັນຢ່າງ­ຍິ່ງ ຂ້ອຍ­ບອກເລົ່າ­ທຸກ­ສິ່ງຢ່າງ­ທີ່ຂ້ອຍໄດ້ເຮັດຕະ­ຫຼອດໄລຍະ­ 3 ເດືອນ­ທີ່­ຢູ່­ພື້ນ­ຖານ. ແລງ­ມື້­ນັ້ນ ຫຼັງ­ຈາກ­ສົ່ງເມັວແລ້ວ ຂ້ອຍ­ກໍໄປທີ່ເຮືອນ­ຂອງ­ນາງ ເພື່ອຫວັງຈະ­ເອົາເຄື່ອງ­ຝາກ­ທີ່­ນາງ­ສົ່ງໃຫ້ຂ້ອຍ. ເມື່ອໄປຮອດເຮືອນ­ຫຼັງ­ທີ່ຂ້ອຍ­ມັກໄປຊ່ວຍ­ວຽກ ຂ້ອຍ­ກໍແນມເຫັນນ້ອງ­ສາວຂອງ­ນາງ­ອອກ­ມາ­ຕ້ອນ­ຮັບ­ຢູ່­ທາງໜ້າ­ປະ­ຕູເຂົ້າ ແລະ­ເຊີນໃຫ້ຂ້ອຍເຂົ້າໄປໃນ.
“ອ້າຍ­ຊຸນ ຜິວເຂັ້ມ­ຂຶ້ນ­ກວ່າເກົ່ານໍ! ຄືຊິຕາກແດດ­ຫຼາຍໂພດເດ­ຫັ້ນ!” ນ້ອງ­ສາວຂອງ­ນາງກ່າວດ້ວຍໃບໜ້າ­ລະ­ໄມ.
“ລົງ­ພື້ນ­ຖານ ຊິໃຫ້­ຂາວປານໄຂ່ປອກໄດ້ແນວໃດ­ນໍ, ຫຼ້າເອີຍ!” ຂ້ອຍ­ຕອບ­ນາງໄປພ້ອມ­ກັບ­ຍື່ນ­ຂອງຕ້ອນ­ຈາກ­ພື້ນ­ຖານບ່ອນ­ທີ່ຂ້ອຍໄປເຮັດ­ວຽກໃຫ້. ແລ້ວຂ້ອຍ­ກັບນ້ອງ­ສາວຂອງ­ນາງ­ກໍລົມ­ກັນໄປຕາມປະ­ສາ­ຂອງ­ຄົນ­ທີ່­ບໍ່ໄດ້­ພໍ້­ກັນ­ດົນ ມີຫຍັງ­ກໍຈົກ­ມາເລົ່າ­ສູ່­ກັນ­ຟັງ.
ຄາວໜຶ່ງແມ່ຂອງ­ນາງ­ກໍຍ່າງເຂົ້າມາ­ສົບ­ທົບ ແລະ­ນັ່ງ­ຢູ່­ຄຽງຂ້າງ­ລູກ­ສາວຫຼ້າ. ຂ້ອຍ­ຍໍມືນົບເພິ່ນພ້ອມ­ທັງ­ຖາມສະ­ບາຍ­ດີ. ຮັບ­ນົບຂ້ອຍແລ້ວ ເພິ່ນ­ກໍບອກໃຫ້ຂ້ອຍຮູ້ວ່າເຄື່ອງ­ທີ່­ຝາກ­ມານຳໝູ່ຂອງ­ລູກ­ສາວເພິ່ນ­ນັ້ນເສຍລະ­ຫວ່າງ­ການເດີນ­ທາງ ເຮັດໃຫ້ຂ້ອຍ­ຮູ້­ສຶກ­ຜິດ­ຫວັງເປັນຢ່າງ­ຍິ່ງ. ປາກ­ຂອງຂ້ອຍ­ບອກເພິ່ນວ່າບໍ່ເປັນຫຍັງ­ດອກ ແຕ່­ໝາກ­ຫົວໃຈນີ້­ຕີ໊­ຮູ້­ສຶກເຈັບປ້າບ­ບາດ­ໜຶ່ງ.
ແມ່ຂອງ­ນາງ­ບອກໃຫ້ຂ້ອຍ­ຮູ້ວ່າ­ຕົ້ນເດືອນໜ້າ ນາງ­ກໍຈະ­ກັບ­ມາແລ້ວ. ການ­ຮໍ່າ­ຮຽນ­ຂອງ­ນາງແມ່ນໄດ້­ຜົນ­ດີເລີດ ຫຼັງ­ຈາກ­ກັບ­ມາເຮັດ­ວຽກ­ຢູ່­ລາວຕື່ມ­ອີກ­ສອງ­ປີ ນາງ­ກໍມີສິດ­ຂໍທຶນ­ຮຽນ­ຕໍ່ປະ­ລິນ­ຍາເອກ. ສຽງແມ່ຂອງ­ນາງລະ­ບາຍ­ຄວາມ­ພາກ­ພູມໃຈໃນ­ຕົວຂອງ­ລູກ­ສາວໃຫ້ຂ້ອຍ­ຟັງຢ່າງ­ຍືດ­ຍາວ ແຕ່ຂ້ອຍ­ກໍເອົາ­ຫູໂຕ່ງແຕ່­ສິ່ງ­ທີ່­ມີສາ­ລະ­ສຳຄັນເທົ່ານັ້ນ.
“ອີກເດືອນ­ໜຶ່ງ­ນາງຈະ­ກັບ­ມາແລ້ວ” ປະ­ໂຫຍກ­ນີ້ເຮັດໃຫ້­ຫົວໃຈຂ້ອຍເຕັ້ນສ່ຳກັບ­ຊາວມາໄຊແຫ່ງທະ­ວີບອາຟຣິກາເຕັ້ນລະ­ບຳກໍບໍ່­ປານ. ຫຼັງ­ຈາກເລີກ­ສອນ ຂ້ອຍ­ກໍໄປຮ້ານ­ອິນເຕີເນັດ­ທັນ­ທີ ເພື່ອກວດເບິ່ງ­ອິເມັວຈາກ­ນາງ ແຕ່­ຈາກ­ໜຶ່ງ­ມື້ເປັນ­ສອງ­ສາມ­ມື້ ຈົນ­ຮອດ­ອາ­ທິດ­ກໍມິດຊ້ອຍມ້ອຍ. ຂ້ອຍ­ຮູ້­ສຶກວ່າມີສິ່ງ­ຜິດ­ປົກກະ­ຕິ. ຫຼືວ່າ­ຂໍ້ຄວາມ­ທີ່ຂ້ອຍ­ສົ່ງໄປນັ້ນ ມັນ­ບໍ່ຮອດ­ຕິເບ໊າະ­? ຖ້າບໍ່ຮອດ ມັນ­ກໍຕ້ອງ­ສົ່ງ­ກັບ­ຊັ້ນ­ຕວ່າ? ຈາກ­ບັນ­ຫາດັ່ງກ່າວເຮັດໃຫ້ຂ້ອຍ­ນອນ­ບໍ່­ຫຼັບໄປຫຼາຍ­ຄືນ.
ໃນ­ທີ່­ສຸດ ຂ້ອຍ­ກໍໄດ້­ຮັບ­ຂໍ້ຄວາມ­ຈາກ­ນາງ. ນາງ­ບອກ­ຂໍໂທດ­ທີ່­ບໍ່ໄດ້ຕອບຢ່າງ­ທັນທ່ວງ­ທີ ຍ້ອນ­ຄາເຂົ້າ­ຮ່ວມ­ພິທີຕ່າງໆ­ ແລະ­ແລ່ນເອກະ­ສານຕ່າງໆ­ກ່ອນຈະ­ກັບ. ນາງ­ບອກໃຫ້­ຮູ້ວ່ານາງຈະ­ມາ­ຮອດ­ວຽງ­ຈັນ­ວັນ­ຈັນ­ອາ­ທິດໜ້ານີ້. ຂ້ອຍ­ຮູ້­ສຶກໃຈຫາຍ­ວາບ ເພາະ­ໃນ­ມື້­ນັ້ນຂ້ອຍ­ຊໍ້າ­ຖືກແຕ່ງ­ຕັ້ງເປັນ­ຫົວໜ້ານຳພາ­ຊາວໜຸ່ມ­ນັກ­ຮຽນໄປຮ່ວມກອງປະ­ຊຸມ­ຊາວໜຸ່ມນະ­ຄອນ­ຫຼວງ. ເປັນ­ອັນວ່າມື້­ທີ່­ນາງ­ມາ ຂ້ອຍ­ບໍ່­ມີໂອກາດຈະ­ມອບ­ຊໍ່ດອກໄມ້ໃຫ້­ນາງ­ຢູ່ເດີ່ນ­ບິນ­ຄືກັບ­ຕອນ­ຂາໄປ.
ມື້­ທີ່­ນາງ­ກັບ­ຈາກ­ຍີ່ປຸ່ນກໍເປັນ­ມື້­ດຽວທີ່ຂ້ອຍໄປປະ­ຊຸມ. ໃນ­ກອງປະ­ຊຸມ­ຊາວໜຸ່ມ ຈິດໃຈຂ້ອຍຊ່າງ­ບໍ່­ຢູ່­ກັບເນື້ອກັບໂຕເລີຍ ແຕ່­ກໍໄດ້ໃຊ້ຄວາມ­ອົດ­ກັ້ນໃນ­ການ­ຝັນ­ຫາຍອດ­ດວງໃຈ ໂດຍ­ສຸມ­ທຸກສະ­ຕິເຂົ້າໃນເນື້ອໃນ­ຂອງ­ກອງປະ­ຊຸມ­ຈົນ­ສໍາເລັດ... ອອກ­ຈາກ­ກອງປະ­ຊຸມຂ້ອຍ­ກໍຟ້າວລິວໄປເຮືອນ­ຂອງ­ນາງ­ທັນ­ທີ ທັງໆ­ທີ່­ຍັງໃຊ້­ຊຸດ­ຊາວໜຸ່ມ­ຢູ່. ກ່ອນຈະ­ຮອດເຮືອນ­ຂອງ­ນາງ ຂ້ອຍ­ກໍບໍ່­ລືມແວ່­ຊື້­ຊໍ່ດອກໄມ້­ຢູ່ແຖວຕໍ່ໜ້າ­ຕະ­ຫຼາດເຊົ້າ. ເມື່ອໄປຮອດເຮືອນ­ຂອງ­ນາງ ສຽງເພງ­ຈາກລຳໂພງຂະ­ໜາດນ້ອຍ­ກໍດັງແວ່ວເຂົ້າ­ຫູໃນ­ຈັງ­ຫວະ­ມ່ວນ­ຊື່ນ, ເຫັນ­ມີຫຼາຍ­ຄົນ­ພວມຍ່າງ­ອອກຍ່າງເຂົ້າເປັນ­ສວ່ານ­ສົນ, ຄົງ­ມີການ­ຊຸມແຊວກັນ­ຢູ່ໃນ­ຫັ້ນຢ່າງແນ່ນອນ ຂ້ອຍ­ຄາດຄະ­ເນໃນໃຈ ແລະ­ກໍເປັນ­ຈິງ­ດັ່ງຂ້ອຍ­ຄິດ.
ເມື່ອຜ່ານປະ­ຕູເຮືອນເຂົ້າໄປ ຂ້ອຍ­ກໍເຫັນ­ຫຼາຍ­ຄົນ­ນັ່ງອ້ອມ­ພາເຂົ້າ ທີ່ໃຊ້ແພຢາງ­ປູລາດໄປຕາມ­ພື້ນກະ­ໂລ້. ນາງ­ຫຼ້ານ້ອງ­ສາວຂອງ­ນາງ­ລຸກ­ຈາກ­ພາເຂົ້າເຊີນຂ້ອຍເຂົ້າໄປນັ່ງຮ່ວມ. ຂ້ອຍປະ­ຕິເສດກ່ອນຈະ­ກ່າວຖາມໄປວ່າ:
“ຈັນເດລະ­?” “ເອື້ອຍ­ຈັນ­ຢູ່ເທິງເຮືອນ . ຈັກໜ້ອຍ­ຊິລົງ­ມາ.” ນາງ­ຫຼ້າກ່າວບໍ່ຄ່ອຍເຕັມຄຳປານໃດເໝືອນ­ມີຫຍັງເຊື່ອງແຝງ­ຢູ່ໃນໃຈ.
ຂ້ອຍ­ຈຶ່ງ­ຖືວິສາ­ສະ­ຍ່າງໄປນັ່ງ­ຢູ່­ຕັ່ງໂຊຟາ­ຂ້າງປະ­ຕູ ໃນ­ມືຈັບ­ຊໍ່ດອກໄມ້ຢ່າງ­ບໍ່ຍອມ­ວາງ. ບໍ່­ມີໃຜສົນໃຈຂ້ອຍ ນອກ­ຈາກ­ນາງ­ຫຼ້າ ຊຶ່ງໄດ້ນຳເອົານໍ້າເຢັນ­ມາໃຫ້ ພ້ອມ­ທັງ­ນັ່ງ­ລົງເປັນເພື່ອນຂ້າງຂ້ອຍ. ໃບໜ້າ­ຂອງ­ນາງ­ບໍ່­ສູ້­ສົດໃສປານໃດ ເໝືອນ­ກັບວ່ານາງ­ມີສິ່ງໃດ­ສິ່ງຂ້ອງ­ຄາໃນ­ຫົວໃຈຈັ່ງ­ຊັ້ນລະ­. ສຽງເພງ­ຈາກ­ລໍາໂພງປະ­ສົມ­ກັບ­ສຽງ­ວົນແຊວຈາກ­ການໂອ້­ລົມແລະ­ຕໍາ­ຈອກ­ກັນ ເຮັດໃຫ້ຄວາມ­ວຸ່ນ­ວາຍໃນໃຈຂ້ອຍແຮ່ງເພີ່ມ­ທະວີຂຶ້ນ. ອຶດໃຈຕໍ່­ມາ ຂ້ອຍ­ຮູ້­ສຶກ­ຕື່ນເມື່ອນາງ­ຫຼ້າເອົາມືຈວກຂ້າງຂ້ອຍ ແລະ­ບອກຂ້ອຍໃຫ້­ຮູ້ວ່າເອື້ອຍ­ຂອງ­ນາງ­ລົງ­ມາແລ້ວ. ຫົວໃຈຂ້ອຍເຕັ້ນຢ່າງ­ບໍ່ເປັນ­ຈັງ­ຫວະ­ ຄິດໄປຫຼາຍແນວ... ຂ້ອຍ­ກໍາ­ຊໍ່ດອກໄມ້ໄວ້ແໜ້ນ ຕັ້ງໃຈວ່າ­ຫາກ­ນາງ­ລົງ­ມາຍາມໃດ­ກໍຈະ­ຍ່າງເຂົ້າໄປມອບໃຫ້­ທັນ­ທີໂລດ. ຍິງໄວກາງ­ຄົນຮ່າງ­ຄີງອ່າວຕຸ້ຍ ແມ່ຂອງ­ນາງ­ນັ້ນເອງຍ່າງເຂົ້າມາ­ຫາ­ຂ້ອຍ. ຂ້ອຍ­ບໍ່­ລືມ­ຍົກ­ມືໄຫວ້ເພິ່ນ­ທັງໆ­ທີ່­ມີຊໍ່ດອກໄມ້­ຢູ່ໃນ­ມື. ເພິ່ນໄດ້­ຊຶມໃສ່­ຫູຂ້ອຍວ່າ ໃຫ້ເຂົ້າໄປຫານາງ­ຢູ່ຫ້ອງ­ກິນເຂົ້າ­ຈະ­ເປັນ­ການ­ດີກວ່າ ເພາະ­ຢູ່­ນີ້­ມັນ­ຟົດແຊວໂພດ.
ຂ້ອຍຍ່າງ­ຕາມ­ຫຼັງແມ່ຂອງ­ນາງໄປ ສ່ວນ­ນາງ­ຫຼ້າກໍຕາມ­ຫຼັງຂ້ອຍໄປຄືກັນ. ຂ້ອຍ­ກ­ວາດ­ສາຍ­ຕາແນມ­ຫາຄົນ­ທີ່ຂ້ອຍໄດ້ມອບ­ຫົວໃຈໃຫ້ຢ່າງກະ­ຕືລືລົ້ນ ແລ້ວສາຍ­ຕາ­ຂ້ອຍ­ກໍມາ­ຢຸດ­ທີ່ໂຕະ­ກິນເຂົ້າ. ຍິງ­ຄົນ­ຮັກ­ຂອງຂ້ອຍ­ຢູ່ໃນ­ຊຸດ­ຂາວໃສສະ­ອາດ ແຕ່ດວງ­ຕາ­ທັງ­ສອງເບື້ອງ­ຂອງ­ນາງ­ຖືກ­ປົກ­ປິດດ້ວຍແວ່ນ­ຕາ­ສີຊາ ເຮັດໃຫ້ຂ້ອຍເກືອບ­ຈື່­ນາງ­ບໍ່ໄດ້. ນາງຈ່ອຍ­ລົງໄປໜ້ອຍ­ໜຶ່ງ ແຕ່­ກໍບໍ່ໄດ້ເຮັດໃຫ້­ນາງ­ສູນເສຍ­ບຸກຄະ­ລິກແຫ່ງ­ຄວາມເປັນ­ສາວງາມໄປໄດ້. ຂ້ອຍໂຍບໂຕລົງ­ນັ່ງ­ກົງ­ກັນຂ້າມ­ກັບບ່ອນ­ທີ່­ນາງ­ນັ່ງ ພ້ອມ­ກັບ­ຍື່ນ­ຊໍ່ດອກໄມ້ໃຫ້­ນາງດ້ວຍ­ຫົວໃຈອັນປ່ຽມ­ລົ້ນໄປດ້ວຍ­ອາຍແຫ່ງ­ຄວາມ­ຄິດ­ຮອດ­ທີ່ຕ້ອງ­ຈາກໄກ­ກັນເຖິງ­ສອງ­ປີ. ນາງ­ຮັບເອົາ­ຊໍ່ດອກໄມ້ ນັ້ນພ້ອມ­ກັບກ່າວຄໍາ­ຂອບໃຈອັນ­ສຽງ­ອັນຝ່າ­ຝ່າວ ເໝືອນ­ດັ່ງ­ກັບວ່ານາງໄດ້ຜ່ານ­ຈາກ­ການໃຊ້­ສຽງ­ມາເປັນເວລາ­ຫຼາຍ­ຊົ່ວໂມງ. ຂ້ອຍແນມຜ່ານໄປຍັງ­ດວງ­ຕາ­ທີ່­ປົກ­ປິດດ້ວຍແວ່ນ­ຕາ­ສີຊານັ້ນ ຂ້ອຍ­ກໍຮູ້­ສຶກ­ຕົກໃຈເມື່ອເຫັນ­ຢາດ­ນໍ້າໄຫຼອອກ­ຈາກ­ຂອບແວ່ນ­ຕາເບື້ອງ­ລຸ່ມ ແລະ­ກໍຕິດ­ຕາມດ້ວຍ­ສຽງສະ­ອື້ນໄຫ້ຢ່າງ­ສຸດແສນ­ລັນ­ທົດ. ຂ້ອຍ­ບໍ່ເຂົ້າໃຈວ່າເປັນຫຍັງ­ຈຶ່ງເກີດເຫດ­ການແບບ­ນີ້­ຂຶ້ນ ແທນ­ທີ່ເຫັນຂ້ອຍ­ນາງຈະ­ດີໃຈ ແຕ່­ນາງ­ກັບສະ­ແດງ­ຄວາມເສົ້າໂສກແບບ­ນັ້ນ­ອອກ­ມາ ຫຼືວ່າ­ສິ່ງ­ທີ່ຂ້ອຍ­ຄິດ­ນັ້ນແມ່ນ­ຄວາມ­ຈິງ. ກ່ອນຂ້ອຍຈະ­ກ່າວຫຍັງ­ອອກໄປ ນາງໄດ້ເວົ້າ­ຕັດໜ້າ­ຂ້ອຍໄປກ່ອນວ່າ:
“ອ້າຍ­ຊຸນ! ນ້ອງຕ້ອງ­ຂໍໂທດອ້າຍ­ຫຼາຍໆ­ທີ່ນ້ອງ­ບໍ່­ສາມາດຈະ­ເຮັດ­ຕາມ­ສັນ­ຍາ­ທີ່ພວກເຮົາເຄີຍໃຫ້ໄວ້­ຕໍ່­ກັນ.” ນາງ­ທັງເວົ້າ­ທັງສະ­ອື້ນຢ່າງໜ້າ­ສົງ­ສານ ເຮັດໃຫ້­ຫົວໃຈຂ້ອຍເໝືອນ­ກັບ­ຖືກ­ມີດຮ້ອຍ­ດວງ­ມາ­ຫຸ້ມແທງ.
“ຈັນ­ມີຄົນໃໝ່­ມາແທນຂ້ອຍແລ້ວແມ່ນ­ບໍ່?” ຂ້ອຍ­ຍັງໃຊ້­ຄໍາແທນ­ນາມ­ທີ່ຂ້ອຍເຄີຍໃຊ້­ກັບ­ນາງເໝືອນ­ດັ່ງ­ທີ່ຜ່ານ­ມາ. ນາງ­ສັ່ນ­ຫົວແລະ­ເອື້ອນເອີ່ຍ­ອອກ­ມາດ້ວຍ­ສຽງ­ສັ່ນເຄືອວ່າ:
“ນ້ອງ­ບໍ່­ຄູ່ຄວນ­ກັບອ້າຍຕ່າງ­ຫາກ, ນ້ອງ­ຂໍໃຫ້ອ້າຍ­ຖືນ້ອງເປັນ­ດັ່ງນ້ອງ­ສາວຜູ້­ໜຶ່ງ­ຂອງອ້າຍ­ກໍພໍ.”
ຂ້ອຍ­ຮູ້­ສຶກ­ງົງໄປໝົດ ເປັນຫຍັງ­ນາງ­ຈຶ່ງເວົ້າແບບ­ນີ້ອອກ­ມາໃນເມື່ອນາງ­ບໍ່ໄດ້­ມີໃໝ່? ເປັນຫຍັງ­ນາງ­ຈຶ່ງຕ້ອງປະ­ຕິເສດ­ຄວາມ­ຫວັງ­ດີຂອງຂ້ອຍ?!? ສຽງ­ປົນສະ­ອື້ນ­ຍັງ­ດັງເຂົ້າ­ຫູຂ້ອຍເປັນໄລຍະ­ໆ­…
“ດຽວນີ້ນ້ອງ­ບໍ່­ຄືເມື່ອກ່ອນແລ້ວ ເຖິງນ້ອງຈະ­ໄດ້ໃບປະ­ລິນ­ຍາບັດ­ມາ­ຕ້ອນອ້າຍ ແຕ່ຄວາມ­ສົມ­ບູນ­ທາງດ້ານຮ່າງ­ກາຍ­ຂອງນ້ອງໄດ້­ສູນເສຍໄປແລ້ວ ຍ້ອນ­ອຸບັດເຫດ. ຫຼັງ­ຈາກປ້ອງ­ກັນ­ບົດ­ວິທະ­ຍາ­ພົນແລ້ວ ໃນ­ຄືນ­ມື້­ດຽວກັນ­ນັ້ນ ນ້ອງ­ກັບ­ໝູ່ໄດ້­ພາກັນ­ກຽມສະ­ຫຼອງ­ຜົນ­ສໍາເລັດ. ນ້ອງໄດ້ແຕ່ງ­ກິນ­ຢູ່ເຮືອນ­ຄົວໃນ­ຫໍພັກ ໄຟໄດ້­ລຸກໄໝ້ລວກໃບໜ້າ­ຂອງນ້ອງແລະ­ຕາມ­ຕົນໂຕ ຈົນຕ້ອງໄດ້ໄປນອນ­ພັກ­ຮັກ­ສາໂຕຢູ່ໂຮງ­ໝໍເຖິງ­ສອງອາ­ທິດ. ຍ້ອນແນວນັ້ນລະ­ ນ້ອງ­ຈຶ່ງ­ຂຽນ­ຈົດ­ໝາຍ­ຫາອ້າຍກ້ານ­ສຸດທ້າຍ ເພື່ອໃຫ້ອ້າຍ­ຮູ້ລ່ວງໜ້າ ແຕ່­ກໍບໍ່ກ້າບອກ­ຄວາມ­ຈິງ­ສູ່ອ້າຍແລະ­ຄອບ­ຄົວຮູ້ ເພາະ­ຢ້ານຈະ­ເປັນ­ການສ້າງ­ຄວາມເປັນຫ່ວງເປັນໃຍແກ່­ທຸກ­ຄົນເກີນໄປ. ພ້ອມ­ກັນ­ນັ້ນ ອິເມັວທີ່ອ້າຍ­ສົ່ງໄປນັ້ນ ນ້ອງໄດ້ອ່ານ­ທຸກສະ­ບັບ ແຕ່­ກໍບໍ່ກ້າ­ຕອບ ເພາະ­ຈິດໃຈຕອນ­ນັ້ນ­ສັບ­ສົນ­ຫຼາຍ. ແຍງເບິ່ງເງົາ­ຕົນເອງ­ຢູ່ໃນແວ່ນແລ້ວກໍຮູ້ເສຍໃຈ ໄຄແຕ່­ທາງໂຮງ­ໝໍໄດ້ຊ່ວຍ­ຮັກ­ສາບາດແຜໃຫ້ ຈົນ­ພໍເບິ່ງໄດ້ ຄັນ­ບໍ່­ຊັ້ນ­ກໍແມ່ນ­ຜີໃນ­ຄາບມະ­ນຸດເຮົານີ້­ດີໆ­ນີ້ເອງ.”
ຟັງ­ນາງເວົ້າໄປ ທາງໃຈກໍຮູ້­ສຶກ­ສົງ­ສານ­ນາງຢ່າງ­ຈັບ­ຈິດ­ຈັບໃຈ. ຂ້ອຍເອື້ອມ­ມືໄປກຸມ­ມືນາງໄວ້ແລ້ວບີບຄ່ອຍໆ­ ແລະ­ກ່າວສຽງ­ນຸ່ມ­ນວນ­ອອກໄປວ່າ:
“ເຖິງ­ຈັນຈະ­ຢູ່ໃນສະ­ພາບໃດ­ກໍຕາມ ຊຸນ­ກໍພ້ອມແລ້ວທີ່ຈະ­ຢູ່­ຄຽງຂ້າງ ແລະ­ຈະ­ຂໍເປັນ­ຄົນເບິ່ງແຍງດູແລດ້ວຍ­ຄວາມເປັນຫ່ວງຢ່າງ­ສຸດ­ຊີວິດ. ຈະ­ຂໍເປັນອ້າຍ­ທີ່ແສນ­ດີ ແລະ­ເປັນເພື່ອນ­ຊີວິດຕະ­ຫຼອດໄປ.”
ຂ້ອຍ­ລືມໄປວ່າ ນອກ­ຈາກເຮົາ­ສອງ­ຄົນ­ທີ່­ນັ່ງ­ລົມ­ກັນແລ້ວ ຍັງ­ມີແມ່ ແລະ­ນ້ອງ­ສາວຂອງ­ນາງ­ຢືນ­ຟັງ­ຢູ່ຫ່າງໆ­. ຂ້ອຍເຫຼືອດ­ຕາ­ທີ່­ຊຸ່ມດ້ວຍ­ນໍ້າໄປຍັງ­ສອງແມ່­ລູກ­ນັ້ນ ເຫັນ­ທັງ­ສອງ­ພວມເອົາມືເຊັດ­ນໍ້າໃສໆ­ທີ່ໄຫຼອອກ­ຈາກເບົ້າ­ຕາ­ເຊັ່ນກັນ...

(ສຸດ)

ຂຽນໂດຍ ອາຈານ ແສງຟ້າ ໂຫລານຸພາບ

Monday, 10 February 2014

ອຸປະສັກຮັກ

_______________
ອຸປະສັກຮັກ
_______________

February 10, 2014 at 5:19pm
ໜຸ່ມສາວຄູ່ໜຶ່ງຊົ່ວຊິໄດ້ກັນ ຕ້ອງໄດ້ຜ່ານຜ່າອຸປະສັກນານາປະການ, ໜຸ່ມບຸນມີ ແລະສາວຄຳກອງກໍບໍ່ຕ່າງຈາກໜຸ່ມສາວຄູ່ອື່ນໆ ແຕ່ອຸປະສັກຂອງພວກເຂົາທັງສອງຊ້ຳພັດແມ່ນຄົນໃກ້ໂຕ... ເລື່ອງຊິເປັນແນວໃດນັ້ນ ຂໍເຊີນທ່ານຜູ້ອ່ານປະທັບສາຍຕາຕາມແຖວຕົວອັກສອນໄດ້ແລ້ວດັ່ງລຸ່ມນີ້:

'ບຸນ­ມີ' ຊາຍ­ໜຸ່ມໜ້າມົນ­ຄົນເຈົ້າ­ຊູ້ ກັບ 'ຄໍາກອງ' ຍິງ­ສາວດວງ­ຕາ­ຄົມແກ້ມບ່ອງ ພວມ­ພາກັນຍ່າງ­ລົງໄປຕາມແຄມ­ໜອງ­ປາ­ຢູ່­ສຸດ­ນາ­ຕີນບ້ານ ຊຶ່ງ­ມີສຸມໄຜ່­ລາຍລ້ອມ­ຢູ່­ທັງ­ສາມແຈຟາກຂ້າງ ເວັ້ນໄວ້ແຕ່ເບື້ອງ­ທີີ່­ຕິດ­ກັບ­ນາ ເຮັດໃຫ້ໜອງ­ປາແຫ່ງ­ນີ້­ຮົ່ມເຢັນໄປດ້ວຍ­ຮົ່ມເງົາ­ຂອງ­ກໍໄຜ່ ແລະ­ ສົດຊື່ນໄປດ້ວຍ­ອາກາດ­ອັນ­ບໍລິສຸດ ເໝາະ­ແກ່­ການ­ມານັ່ງ­ພັກຜ່ອນຢ່ອນ­ອາ­ລົມເປັນຢ່າງ­ຍິ່ງ ໂດຍສະ­ເພາະ­ແມ່ນ­ການ­ນັ່ງ­ຄຽງຂ້າງ­ກັນລະ­ຫວ່າງ­ຍິງ­ສາວແລະ­ຊາຍ­ໜຸ່ມ­ ທີ່­ຫົວໃຈປ່ຽມ­ລົ້ນໄປດ້ວຍ­ຄວາມອ່ອນໄຫວແຫ່ງເລືອດໄວໜຸ່ມ... ພໍແຕ່­ທັງ­ສອງບ່າວສາວຢ່ອນ­ກົ້ນ­ລົງ­ນັ່ງ­ຢູ່ແຄມ­ໜອງເບື້ອງເຊິ່ງໜ້າກັບ­ທົ່ງ­ນາ­ທີ່ປາ­ສະ­ຈາກ­ຜູ້­ຄົນ ມີແຕ່­ຕົ້ນເຂົ້າ­ຂຽວສະ­ອຸ່ມ­ພວມໂອນເອນໄປມາ ແລະ­ປຸຍເມກ­ສີຂາວໆ­ເປັນກ້ອນໆ­ພວມ­ລອຍເລື່ອນ­ຢູ່ເທິງທ້ອງຟ້າ­ສີຄາມ­ຕາມແຮງ­ລົມ ໄດ້ເຮັດໃຫ້­ຫົວໃຈທັງ­ສອງ­ດວງ­ວາບ­ຫວິວໄປຕາມ­ສຽງ­ຮຽກຮ້ອງ­ຂອງ­ໝາກ­ຫົວໃຈ... ແລເຫຼືອດ­ລົງ­ໜອງ­ກໍເຫັນ­ຊຸມ­ໝູ່­ປານິນ­ປາໄນ­ຂຶ້ນ­ມາບ້ອນ­ຫັນໃຈເອົາອາກາດ... ທັງ­ສອງ­ຈັບເອົາ­ຄັນເບັດ­ຜູ້ລະ­ຄັນຢ່ອນ­ສາຍເບັດ­ຕິດເຫຍື່ອຂີ້ກະ­ເດືອນ­ ລົງ­ສູ່ໜ້ານໍ້າ­ທີ່­ຂຸ້ນໆ­ຂອງ­ໜອງຢ່າງ­ບໍ່­ລໍຊ້າ...
“ຈັ່ງແມ່ນ­ສຸກໃຈຂະ­ໜາດເລີຍ­ທີ່­ມີໂອກາດໄດ້­ຢູ່­ຄຽງນ້ອງ­ຕາມ­ລໍາ­ພັງ­ຄືຈັ່ງຊື້!” ບຸນ­ມີທັງເວົ້າ­ທັງ­ອວ່າຍໜ້າໄປຊ້າຍໄປຂວາ­ຢ່າງ­ໝັ້ນໃຈ. “ອ້າຍ­ມີບາງເລື່ອງ­ຢາກເວົ້າ­ສູ່ນ້ອງ­ຟັງ...”
“ມີເລື່ອງຫຍັງລະ­? ຖ້າເປັນເລື່ອງ­ບໍ່ມ່ວນ ບໍ່ຕ້ອງເວົ້າກໍໄດ້ເດີ.” ຄໍາກອງເວົ້າ­ສຽງ­ສີງອນໆ­ ພ້ອມ­ກັບເຫຼືອດແສງ­ຕາເບິ່ງໜ້າບຸນ­ມີແບບສີບູດໆ­.
“ເປັນເລື່ອງມ່ວນແນ່ນອນ ແຕ່­ຟັງແລ້ວຫ້າມ­ຢິກອ້າຍເປັນ­ອັນ­ຂາດເດີ!” ທັງເວົ້າ­ທັງເຮັດທ່າ­ທີຄືກັບຢ້ານເລັບ­ມືຂອງຝ່າຍ­ຍິງ­ສາວ.
“ຫາກເປັນເລື່ອງ­ທີ່­ບໍ່­ພໍໃຈແລ້ວ ກໍມີຫວັງວ່າ­ໜັງ­ຂອງອ້າຍ­ບຸນ­ມີຕ້ອງ­ຖືກ­ກົງເລັບຫຍຸມຢ່າງແນ່ນອນ.” ກ່າວຈົບ ກໍມີສຽງ­ຫົວຮຶໆ­ຕິດ­ຕາມ­ມາ. “ຄືວ່າ­ຈັ່ງ­ຊີ້ ຕອນ­ທີ່ໄດ້­ພົບນ້ອງເປັນເທື່ອທໍາອິດ­ນັ້ນ, ຮູ້­ສຶກວ່າໂລກ­ທັງໂລກຊ່າງເຕັມໄປດ້ວຍ­ຄວາມ­ງົດ­ງາມ ແລະ­ອົບ­ອຸ່ນເປັນຢ່າງ­ຍິ່ງ... ປາແຫບເບັດ­ຂອງນ້ອງແລ້ວເດີ... ຫົວໃຈຂອງອ້າຍ­ບໍ່­ຮູ້ວ່າເປັນຫຍັງ ມັນ­ອີ່ມເອີບໄປດ້ວຍ­ຄວາມ­ສຸກເມື່ອຄິດເຫັນ­ດວງໜ້າ­ຂອງນ້ອງ... ຄືຊິແມ່ນ­ປາໄນໂຕບັກໃຫຍ່... ອ້າຍ­ຫຼົງ­ຮັກນ້ອງ­ຕັ້ງແຕ່­ມື້ເຫັນ­ທໍາອິດ, ຮັກ­ຈົນ­ໝົດ­ຫົວໃຈ ບໍ່ເຄີຍ­ມີຄວາມ­ຮູ້­ສຶກແບບ­ນີ້­ກັບໃຜມາກ່ອນ... ຖ້າບຶດ­ໜຶ່ງກ່ອນ ຢ່າ­ຟ້າວຊິດເດີ...ຖ້າໃຫ້­ມັນແຫບ­ຄັກໆ­ກວ່ານີ້ກ່ອນ... ກະ­ລຸນາບອກໃຫ້ອ້າຍ­ຮູ້ແດ່ວ່າ ຄວາມ­ຫວັງ­ຂອງອ້າຍເປັນ­ຈິງໄດ້­ຫຼືບໍ່? ອ້າຍ­ບໍ່­ຄາດ­ຫວັງໃຫ້ນ້ອງ­ຮັບ­ຮັກ­ຈາກອ້າຍ­ດອກ ອ້າຍ­ພຽງ­ຢາກ­ບອກໃຫ້ນ້ອງ­ຮູ້ວ່າອ້າຍ­ຄິດແນວໃດ­ຕໍ່­ກັບນ້ອງ... ເອົ໊າ! ຊິດ­ຂຶ້ນແຮງໆ­!”
ຄຳກອງ­ຊິດເບັດ­ຂຶ້ນ­ໝົດແຮງ ພ້ອມດ້ວຍ­ສຽງຮ້ອງຢ່າງ­ຕື່ນເຕັ້ນ... ປາໂຕຂາວໆ­ຂະ­ໜາດ­ບໍ່ໃຫຍ່­ບໍ່ນ້ອຍເຫຼື້ອມແວວວາວຢູ່ເທິງ­ອາກາດ...
“ໂອ! ປາໄນ... ໄວໆ­ ມັນ­ກໍາ­ລັງຈະ­ຫຼຸດ­ອອກ­ຈາກເບັດແລ້ວ!”
ປາໄນໂຕສໍ່າ­ຝາມືຫຼຸດ­ອອກ­ຈາກເບັດ ດິ້ນ­ດັນແດວຢູ່­ກາງ­ພຸ່ມຫຍ້າກ້ອງ­ຮົ່ມໄຜ່ ພະ­ຍາຍາມ­ລອຍ­ບົກ­ລົງ­ສູ່ໜອງ­ຄືນ. ທັງ­ສອງ­ໜຸ່ມ­ສາວຟ້າວໂດດແຫຼດເຂົ້າໃສ່­ປາໂຊກຮ້າຍໂຕນັ້ນຢ່າງໄວວາ. ແທນ­ທີ່ຈະ­ຄວ້າໄດ້­ປາ ບຸນ­ມີຊໍ້າ­ຜັດໄປຄວ້າໄດ້­ມືຂອງ­ຄໍາກອງແທນໂດຍ­ບໍ່­ຕັ້ງໃຈ ພ້ອມ­ກັນ­ນັ້ນ­ກໍຈັບເອົາມືຂອງ­ຍິງ­ສາວຂຶ້ນ­ມາ­ຈຸໃສ່­ປາກ­ຂອງ­ຕົນຢ່າງ­ບໍ່ໄດ້­ຕັ້ງໃຈເຊັ່ນ­ກັນ... ຍິງ­ສາວຟ້າວຖົກ­ມືຄືນຢ່າງໄວວາ ແຕ່­ກໍຊ້າໄປເສຍແລ້ວ ຮ່າງ­ຄີງ­ຂອງ­ນາງໄດ້­ຕົກໄປຢູ່ໃນອ້ອມແຂນ­ອັນກ້າມ­ກຶດ­ຂອງ­ຊາຍ­ໜຸ່ມ... ມັນຊ່າງເປັນ­ຊົ່ວໄລຍະ­ແຫ່ງ­ຄວາມ­ສຸກ­ທີ່­ສົດ­ຊື່ນ­ທີ່­ສຸດ­ຕັ້ງແຕ່­ຮູ້ຄວາມ­ມາ... ເຖິງແນວໃດ­ກໍຕາມ ຄວາມ­ສຸກ­ຢູ່­ບົນໜ້າໂລກເຮົານີ້ ຈະ­ບໍ່­ມີຄວາມ­ສຸກ­ອັນ­ບໍລິສຸດລ້ວນໆ­ດອກ ມັນ­ມັກຈະ­ມີຢາ­ພິດເຄືອບແຝງ­ຢູ່­ນໍາ­ສະ­ເໝີ ບໍ່ແມ່ນ­ຈາກຂ້າງໃນ­ຂອງ­ມັນ ກໍແມ່ນ­ຢາ­ພິດ­ທີ່­ມີຈາກ­ພາຍ­ນອກ. ດ້ວຍເຫດ­ນັ້ນ, ເທື່ອນີ້­ກໍເຊັ່ນ­ກັນ ຂະ­ນະ­ທີ່­ທັງ­ສອງ­ພວມ­ຕົກ­ຢູ່ໃນຫ້ວງແຫ່ງ­ຄວາມ­ຮັກ­ຢູ່­ນັ້ນ ສຽງ­ຫົວກ້າກໆ­ຂອງໃຜຜູ້­ໜຶ່ງ­ກໍດັງ­ຂຶ້ນ. ທັງ­ສອງ­ງ­ວາກໜ້າໄປເບິ່ງ­ທາງ­ທີ່­ມາ­ຂອງ­ສຽງ ແລ້ວກໍຕ້ອງ­ຕົກສະ­ເງິ້ ເມື່ອເຫັນເດັກ­ຊາຍໄວແປດ­ປີປະ­ເອິກປະ­ອາງ­ມີໝາກ­ກັນ­ຖຸນແຂວນ­ຄໍ ໃສ່ໂສ້ງ­ຫົວຮູດ­ສີແຫຼ້ໆ­ຢືນ­ຢູ່ກ້ອງ­ຮົ່ມໄຜ່ເບື້ອງ­ຂວາບໍ່ໄກ­ຈາກ­ຄົນ­ທັງ­ສອງ. ເຂົາ­ຊື່ 'ທ້າວຫໍາເລ້' ເປັນ­ນັກ­ຮຽນ ປ. 3 ນ້ອງ­ຊາຍ­ຂອງ­ຄໍາກອງ­ນັ້ນເອງ. ເຂົາ­ຢືນ­ຄໍ້າແອວຈຶ້ງເບິ່ງ­ໜຸ່ມ­ສາວທັງ­ສອງ ພ້ອມ­ທັງ­ຫົວເອີກ­ອາກ­ປານ­ກັບ­ຍັກ­ກຸມ­ພັນ...
“ເອ້ວ ເອ້ວ... ຄົນ­ກອດ­ກັນ!!! ກໍາ­ລັງ­ກອດ­ກັນແມ່ນ­ບໍ່?” ຫໍາເລ້ເວົ້າ­ສຽງ­ສີຂຸ້ນໆ­ແບບໄດ້ທ່າ “ດີລະ­! ເຂົາ­ຊິໄປຟ້ອງແມ່ໂລດ!” “ອ້າຍເຊື່ອວ່າ­ຫໍາເລ້ ເປັນເດັກ­ຄໍາ­ຮູ້.” ບຸນ­ມີກ່າວອອກໄປດ້ວຍໃບໜ້າອັນແດງ. “ການເຮັດຈັ່ງຊີ້ເປັນ­ສິ່ງ­ບໍ່­ຈົບບໍ່­ງາມ ແລະ­ ການເອົາເລື່ອງ­ຂອງ­ຜູ້­ອື່ນໄປຊອກ­ບອກ­ຜູ້­ນັ້ນ­ຜູ້­ນີ້ເປັນ­ສິ່ງ­ທີ່­ຕໍ່າ­ຕ້ອຍດ້ອຍຄ່າ... ອ້າຍ­ຄິດວ່າ­ຫໍາເລ້ໃນ­ຖານະ­ເດັກ­ຄໍາ­ຮູ້­ຜູ້­ຊື່­ສັດແລະ­ມີກຽດ...”
“ເອົາເງິນ­ມາໃຫ້ຂ້ອຍ­ສິບ­ພັນ­ກີບແມ້ ແລ້ວຂ້ອຍຈະ­ບໍ່ໄປຟ້ອງໃຜ.” ຫໍາເລ້­ທັງເວົ້າ­ທັງແບ­ມືເດ່ໄປຫາບຸນ­ມີ ຊຶ່ງເພິ່ນຜູ້ນີ້ກໍຟ້າວຈົກເງິນໃບ­ສິບ­ພັນ­ກີບໃນ­ຖົງໂສ້ງ ແລ້ວສົ່ງໃຫ້­ຫໍາເລ້.
ເມື່ອໄດ້ເງິນແລ້ວ ຫໍາເລ້­ກໍຜິວຫວອດໆ­ຍ່າງ­ລັດເລາະ­ກັບເມືອເຮືອນຢ່າງສະ­ບາຍ­ອາ­ລົມ ປ່ອຍໃຫ້­ທັງ­ສອງບ່າວສາວເຮັດໜ້າຫຼ່າ­ຕາ­ຕາຍ­ຢູ່ແຄມ­ໜອງ­ຕາມ­ລໍາ­ພັງ...
ມື້­ຕໍ່­ມາ ບຸນ­ມີໄດ້­ຊື້­ສໍສີກັບ­ໜຶ່ງແລະ­ຫຸ່ນ­ຍົນ­ຢາງ­ຈາກໃນ­ວຽງໄປໃຫ້­ຫໍາເລ້. ສ່ວນເອື້ອຍ­ຂອງເຂົາກໍເອົາແພມົນ­ຜືນນ້ອຍໃຫ້. ຫຼັງ­ຈາກ­ນັ້ນ ທັງ­ສອງ­ກໍຍັງຕ້ອງ­ອອກເງິນ­ກັນ­ຊື້ໝວກ­ກັນແດດໃຫ້­ອີກ. ເຫັນໄດ້ຢ່າງ­ຄັກແນ່ວ່າ ທ້າວຫໍາເລ້ຈອມສະ­ຫຼອກ­ກອກ­ຜູ້­ນີ້­ມັກ­ສິ່ງ­ຂອງເຫຼົ່ານີ້ເປັນຢ່າງ­ຍິ່ງ ແລະ­ເຜື່ອຊິໄດ້ເຄື່ອງ­ຂອງ­ຫຼາຍ­ຍິ່ງ­ຂຶ້ນ ຫໍາເລ້­ຈຶ່ງ­ຕັ້ງໜ້າ­ຕິດ­ຕາມເບິ່ງ­ຄົນ­ທັງ­ສອງຢ່າງ­ບໍ່ໃຫ້­ຄາດ­ສາຍ­ຕາ. ບໍ່ວ່າບຸນ­ມີແລະ­ຄໍາກອງຈະ­ໄປໃສ ເຂົາກໍຈະ­ໄປນໍາ ບໍ່ປ່ອຍໃຫ້­ທັງ­ຄູ່ໄດ້­ຢູ່­ຕາມ­ລໍາ­ພັງແມ່ນແຕ່­ວິນາ­ທີດຽວ. “ບັກພະຍົດນ້ອຍເອີຍ!” ບຸນ­ມີກັດແຂ້ວ. “ຍັງເປັນເດັກນ້ອຍ­ຢູ່ແທ້ໆ­ ແຕ່­ຍັງຮ້າຍ­ກາດເຖິງ­ພຽງ­ນີ້ແລ້ວ ບາດໃຫຍ່­ຂຶ້ນ­ມາ ຊິບໍ່­ຍັກກຸມພັນພຸ້ນຫວາ!”
ຕະ­ຫຼອດ­ສາມເດືອນແຫ່ງ­ການເຂົ້າ­ພັນ­ສາ­ຂອງ­ຄູບາ­ຢູ່­ວັດ, ຫໍາເລ້ໄດ້ເຮັດໃຫ້­ຊີວິດ­ຮັກ­ຂອງເອື້ອຍ­ກັບ­ບຸນ­ມີເຕັມໄປດ້ວຍ­ຄວາມ­ຫວາດລະ­ແວງຢ້ານແຕ່ຄວາມ­ລັບ­ຊິແຕກ. ເຂົາ­ຂູ່ວ່າ­ຈະ­ເປີດເຜີຍເລື່ອງ­ຂອງ­ຄົນ­ທັງ­ສອງ, ຄອຍ­ສອດສ່ອງເບິ່ງ­ພວກເຂົາ ແລະ­ຕັ້ງໜ້າ­ຮຽກຮ້ອງເອົາ­ຂອງ­ຂວັນ ເຊິ່ງ­ບໍ່­ມີເມືອງ­ພໍຈັກເທື່ອເລີຍ ແລະ­ໃນ­ທີ່­ສຸດເຂົາກໍເວົ້າເຖິງມືຖືຊຳຊຸງລຸ້ນຫຼ້າສຸດ ຊຶ່ງ­ທັງ­ສອງ­ກໍປະ­ຕິເສດ­ບໍ່ໄດ້ ຈໍາ­ຕ້ອງ­ຊື້ໃຫ້­ຕາມ­ສັນ­ຍາ...
ເທື່ອໜຶ່ງ­ຕອນ­ທີ່­ບຸນ­ມີມາກິນເຂົ້າແລງ­ນໍາ­ຢູ່ເຮືອນ ຂະ­ນະ­ທີ່­ພໍ່­ກັບແມ່­ຍັງ­ບໍ່­ທັນເຂົ້າມາ­ຮ່ວມ­ພາເຂົ້າ. ຢູ່­ບໍ່­ຢູ່ ຫໍາເລ້­ກໍຫົວຮຶໆ­ຂຶ້ນ ພ້ອມ­ທັງຂະ­ຫຍິບ­ຕາເບື້ອງ­ໜຶ່ງ ແລ້ວຖາມ­ບຸນ­ມີວ່າ: “ໃຫ້ເຂົາບອກເບ໊າະ­?”
ບຸນ­ມີໜ້າ­ຮ້ອນ­ຂຶ້ນ­ວູ່ໆ­ ເອົາແພເຊັດ­ມືຂຶ້ນ­ມາຍັດໃສ່­ປາກແທນຕ່ອນ­ປາ. ຄໍາກອງຟ້າວລຸກ­ອອກ­ຈາກ­ພາເຂົ້າ ແລ້ວແລ່ນ­ລົງກ້ອງລ່າງ. ສອງບ່າວສາວຕົກ­ຢູ່ໃນສະ­ຖານະ­ການແບບ­ນີ້ ຈົນ­ຮອດ­ມື້ອອກ­ພັນ­ສາ...
ຈົນກະ­ທັ້ງ­ມື້­ໜຶ່ງ ໃນ­ທີ່­ສຸດ­ບຸນ­ມີກໍໄດ້ໃຫ້­ຜູ້ໃຫຍ່ຝ່າຍ­ຕົນ­ມາ­ສູ່­ຂໍຄໍາກອງຢ່າງເປັນລ້າເປັນ­ການ. ມັນຊ່າງເປັນ­ມື້­ທີ່ແສນ­ສຸກຢ່າງເຫຼືອຄະ­ນາ... ຫຼັງ­ຈາກ­ທີ່ໄດ້ໂອ້­ລົມ­ກັບ­ພໍ່ແມ່ຝ່າຍ­ຍິງ ແລະ­ໄດ້­ຮັບ­ການ­ຕອບ­ຮັບ­ຍິນ­ຍອມ­ຍົກ­ລູກ­ສາວໃຫ້­ທັງ­ສອງຝ່າຍເປັນ­ຄໍາ­ຕ່ອນ­ດຽວກັນແລ້ວ. ບຸນ­ມີກໍຟ້າວແລ່ນ­ລົງກ້ອງລ່າງໄປຊອກ­ຫາ­ຫໍາເລ້ ພໍດີໄປຊອກເຫັນ­ຢູ່ກ້ອງ­ກົກ­ຂາມບ່ອນ­ທີ່ຈອມພະຍົດພວມ­ຢືດ­ຢາງ­ກັນ­ຖຸນແນໃສ່­ນົກ­ຈອກ­ທີ່ພວມເຕັ້ນຂະ­ຍັອງຂະ­ແຍັງ­ຢູ່ເທິງງ່າ­ຂາມ... ຍັງ­ບໍ່­ທັນ­ທີ່ຈະ­ປ່ອຍກ້ອນ­ຫີນນ້ອຍໄປສູ່ຮ່າງເປົ້າ­ໝາຍ­ນັ້ນ, ຫູເບື້ອງ­ຂວາ­ຂອງ­ຫໍາເລ້­ກໍຖືກ­ບິດ­ຈາກ­ນີ້ວມືຂອງ­ບຸນ­ມີ. ພ້ອມ­ດຽວກັນ­ນັ້ນ­ຫູເບື້ອງຊ້າຍ­ກໍຖືກ­ບິດ­ຈາກ­ນີ້ວມືອັນ­ຮຽວງາມ­ຂອງ­ຄໍາກອງ ຊຶ່ງໄດ້­ລົງ­ມາ­ຊອກ­ຫາ­ຫໍາເລ້­ລຸນ­ຫຼັງ­ບຸນ­ມີພຽງແຕ່­ວິນາ­ທີດຽວ. ຮອຍ­ຍິ້ມ ແລະ­ສຽງ­ຫົວຈາກ­ຮິມ­ພິສົບ­ຂອງ­ສອງບ່າວສາວດັງ­ກັງ­ວານກ້ອງໃນ­ຫູທີ່­ຖືກ­ບິດ­ ຂອງ­ຫໍາເລ້­ຜູ້­ທີ່ຮ້ອງ­ສຽງ­ຫຼົງແລະ­ວິງ­ວອນວ່າ:
“ອ້າຍເອື້ອຍ­ຜູ້ແສນ­ດີເອີຍ! ຂ້ອຍຊິບໍ່ເຮັດ­ອີກແລ້ວ! ໂອ້ຍ! ໂອ້ຍ! ອະ­ໄພໂທດໃຫ້­ຫໍາເລ້ແດ່ທ້ອນ!!”
ແລະ­ຫຼັງ­ຈາກ­ນັ້ນ ບ່າວສາວທັງ­ສອງຕ່າງ­ກໍຍອມ­ຮັບວ່າໃນຕະ­ຫຼອດໄລຍະ­ທີ່ພວກເຂົາ­ຫຼົງ­ຮັກ­ກັນ­ຢູ່­ນັ້ນ ພວກເຂົາບໍ່ເຄີຍ­ມີຄວາມ­ສຸກ­ຄືຈັ່ງ­ຊີ້­ມາກ່ອນເລີຍ: ຄວາມ­ສຸກ­ທີ່ໄດ້­ບິດ­ຫູທ້າວຫຳເລ້ຈອມພະຍົດ­ຜູ້­ນີ້...

(ໄດ້ເຄົ້າເລື່ອງຈາກການອ່ານບົດເລື່ອງສັ້ນ 'ເດັກພະຍົດ' ຂອງ ອານໂຕນ ເຊຄົບ)

ຂຽນໂດຍ ອາຈານ ແສງຟ້າ  ໂຫລານຸພາບ

Wednesday, 5 February 2014

ເວົ້າຢອກ

ເວົ້າຢອກ

February 6, 2014 at 12:10pm
ຊາຍໄວເດິກເລົ່າເລື່ອງເກົ່າໆສະໄໝຍັງເປັນໜຸ່ມໄວຄະນອງສູ່ຟັງດັ່ງນີ້:

ຕອນຄ້າຍແລງແສງແດ­ດອ່ອນ­ຂອງ­ມື້­ໜຶ່ງໃນ­ຍາມກ່ຽວເຂົ້ານາ­ປີເມື່ອຫຼາຍສິບປີກ່ອນ. ອາກາດຊ່າງເຢັນ­ສົດ­ຊື່ນ ເໝາະ­ກັບ­ການ­ມາອອກ­ກໍາ­ລັງ­ກາຍ­ຢູ່ເດີ່ນພະ­ທາດ­ຫຼວງ. ຂ້ອຍ­ນໍາເອົາ­ລົດ­ຖີບ­ຄັນເກົ່າ­ຄູ່­ຊີບ­ມາ­ຂີ່ເລາະ­ອ້ອມເດີ່ນເພື່ອເປັນ­ການ­ອອກ­ກໍາ­ລັງ­ກາຍ. ມື້­ນັ້ນຂ້ອຍ­ບໍ່ໄດ້­ມາ­ຜູ້­ດຽວ ຍັງ­ມີສາວນ້ອຍ­ວັນນີເພື່ອນບ້ານໃກ້­ຄຽງ­ມາ­ຮ່ວມ­ອອກ­ກໍາ­ລັງ­ກາຍ­ນໍາ.
“ເຈົ້າແລ່ນ­ດົນແລ້ວ ມາ­ຂີ່­ລົດ­ຖີບແທນຂ້ອຍ­ສາ!” ຂ້ອຍ­ທັງເວົ້າ­ທັງ­ຈັບເຂົາ­ລົດຫງ່ຽງໄປຫານາງ ຊຶ່ງ­ພວມເອົາ­ຫຼັງ­ມືເຊັດເຫື່ອທີ່ໄຫຼອອກ­ຈາກຂະ­ໝັບ­ຫຼັ່ງ­ລົງ­ສູ່ແກ້ມ­ອັນເບັ່ງ­ບານແລະ­ແດງເຮື່ອ.
“ເຈົ້າກໍຮູ້ແລ້ວຕວ່າວ່າ­ຂ້ອຍ­ຖີບ­ລົດ­ບໍ່ເປັນ. ສອນໃຫ້ຂ້ອຍແດ່­ດຸ໊!” ນາງ­ບໍ່ເວົ້າ­ລ້າ ຈັບເອົາເຂົາ­ລົດ ແລ້ວປ້າຍ­ຂາ­ທີ່­ຫຸ້ມດ້ວຍໂສ້ງ­ວອມ­ສີຟ້າເຂັ້ມ­ຂາຍາວຂຶ້ນ­ຂີ່­ອານ­ລົດ­ທີ່ອ່າວສູງ­ຈົນ­ນາງຕ້ອງໄດ້­ຢຽດ­ຂາ­ຈົນ­ສຸດເພື່ອໃຫ້­ປາຍ­ຕີນ­ຕິດ­ດິນ. ເຫັນ­ລົດແລະ­ຄົນເປັນ­ສີຫງ່ຽງໆ­ ຂ້ອຍ­ກໍເລີຍ­ຮີບຟ້າວຈັບ­ອານເຫຼັກຊ້ອນທ້າຍເພື່ອກັນ­ບໍ່ໃຫ້­ນາງ­ລົ້ມ. ເມື່ອຊົງໂຕໄດ້ແລ້ວ ນາງ­ກໍເຮັດໜ້າ­ສີຫຼ່າໆ­ແບບ­ບໍ່ເຊື່ອໝັ້ນ­ຕົນເອງ ພ້ອມ­ກັບ­ງ­ວາກໜ້າເຫຼືອດແສງ­ຕາມາ­ຫາ­ຂ້ອຍເປັນເຊີງ­ວິງ­ວອນ­ຂໍຮ້ອງໃຫ້ຊ່ວຍ. ຂ້ອຍເຂົ້າໃຈດີສໍາ­ລັບ­ຄົນ­ທີ່­ຮຽນ­ຂີ່­ລົດ­ຖີບໃໝ່ໆ­ ຕ້ອງ­ການໃຫ້­ມີຄົນຊ່ວຍ ຄັນ­ບໍ່­ຊັ້ນ­ກໍເປັນໄດ້­ຍາກ.
“ບໍ່ຕ້ອງຢ້ານເດີ! ຄ່ອຍໆ­ຖີບໄປໂລດ. ຂ້ອຍ­ຊິຈັບທ້າຍໃຫ້!” ຂ້ອຍ­ບອກ­ສຽງ­ດັງໆ­ ນາງໄດ້ແຕ່­ງຶກ­ຫົວແລະ­ກໍຈັບເຂົາ­ລົດ­ສັ່ນໄປສັ່ນ­ມາ ທາງ­ຕີນ­ກໍຢັນ­ຜາງ­ຕີນ­ລົດ­ທັງ­ສອງເບື້ອງແບບ­ບໍ່­ລຶ້ງເຄີຍ ເຮັດໃຫ້­ລົດ­ຖີບໄປທາງໜ້າ­ປານ­ງູລອຍ­ນໍ້າເອົາໂລດ.
“ຫັກເຂົາ­ໜ້ອຍ­ໜຶ່ງໄວໆ ­!” ຂ້ອຍ­ບອກ­ນາງ­ທັນ­ທີທີ່ເຫັນ­ລົດ­ຖີບຈະ­ໄປຕໍາເອົາກໍາແພງ­ວັດ ແຕ່­ບໍ່­ທັນເສຍແລ້ວ. ຕີນ­ລົດໜ້າໄປປະ­ທະ­ກັບ­ຕີນ­ກໍາແພງ ໄຄແຕ່ຂ້ອຍ­ດຶງທ້າຍ­ລົດໄວ້­ທັນ ຄັນ­ບໍ່­ຊັ້ນ ນາງ­ຄົງ­ລົ້ມເປັນແນ່ແທ້.
“ໂອ້ຍ! ເກືອບໄດ້ແທກ­ດິນ­ນໍ້!” ສຽງເວົ້າ­ປົນ­ຫົວແບບໜ້າ­ຫຼ່າໆ­ຂອງ­ນາງ­ດັງ­ກັງ­ວານເຂົ້າ­ຫູ.
“ເອົ໊າ! ພະ­ຍາຍາມໃໝ່.” ຂ້ອຍໃຫ້­ກໍາ­ລັງໃຈນາງ ພ້ອມຍ່າງໄປຈັບເຂົາ­ລົດອ້ຽວອອກ­ຈາກ­ກໍາແພງ ແລ້ວໃຫ້­ນາງເລີ່ມ­ຖີບ­ຕໍ່. ບໍ່­ພໍຊົ່ວໂມງ ນາງ­ກໍສາມາດ­ບັງ­ຄັບເຂົາ­ລົດພ້ອມ­ທັງ­ຖີບໄປທາງໜ້າໂດຍ­ທີ່ຂ້ອຍ­ບໍ່ຕ້ອງ­ຈັບເຫຼັກຊ້ອນທ້າຍ­ອີກ. ສຽງ­ຫົວຮ່າໆ­ແບບ­ຄົນ­ດີໃຈທີ່ປະ­ສົບ­ຜົນ­ສໍາເລັດໃນ­ການເຮັດ­ສິ່ງໃດ­ສິ່ງ­ໜຶ່ງ­ດັງປະ­ສານໄປກັບ­ສາຍ­ລົມ­ຍາມແລງ ເຮັດໃຫ້ຂ້ອຍຕ້ອງ­ຈີກ­ປາກ­ຍິ້ມແລະ­ຫົວຮຶໆ­ໄປນໍາ.
“ເມືອກັນເທາະ­ ຫົກໂມງ­ຍັງແລ້ວ!” ນາງ­ທັງເວົ້າ­ທັງ­ຫຼຽວເບິ່ງໂມງ­ຢູ່­ຄໍ່ແຂນ.
ດວງ­ຕາເວັນ­ສີແດງໆ­ອ່ອນແສງ­ລົງແລະ­ໃກ້ຈະ­ລັບ­ລ່ຽມໂລກໄປແລ້ວ… ຂ້ອຍ­ງຶກ­ຫົວເຫັນ­ດີນໍາ ພ້ອມ­ທັງສະ­ເໜີໃຫ້­ນາງເປັນ­ຜູ້­ຖີບ ແລະ­ຂ້ອຍຈະ­ເປັນ­ຜູ້ຊ້ອນທ້າຍ. ນາງແກວ່ງ­ຫົວດ້ວຍໃບໜ້າ­ສີຢ້ານໆ­ ແຕ່ຂ້ອຍ­ກໍຮັບ­ຮອງ­ກັບ­ນາງວ່າ­ຈະ­ເປັນ­ຜູ້­ຄໍ້າ­ທາງ­ຫຼັງໃຫ້ ເຊື່ອວ່າ­ຄົງ­ບໍ່ເປັນຫຍັງຢ່າງແນ່ນອນ. ໃນ­ທີ່­ສຸດ­ນາງ­ກໍຕົກ­ລົງ­ຕາມ­ຄໍາ­ສະ­ເໜີຂອງຂ້ອຍ, ເຖິງ­ນາງຈະ­ຖີບ­ບໍ່­ທັນ­ຊໍານານ ແຕ່­ນາງ­ກໍສາມາດ­ຖີບ­ພາ­ຂ້ອຍໄປໄດ້ ໂດຍ­ທີ່ຂ້ອຍຕ້ອງໄດ້ຊ່ອຍ­ຈຶ້ງ­ລົດ­ບໍ່ໃຫ້­ລົ້ມເປັນ­ບາງ­ຄັ້ງ. ແລະ­ແລ້ວພວກເຮົາກໍມາ­ຮອດຄ້ອຍ­ທາດ­ຫຼວງ ມາເຖິງ­ຕອນ­ນີ້­ຍິ່ງເຮັດໃຫ້ໃບໜ້າ­ທີ່ແດງເຮື່ອກັບ­ກາຍເປັນ­ຫຼ່າເຫຼືອງຍ້ອນ­ຄວາມຢ້ານ­ກົວ ແຕ່ຂ້ອຍ­ກໍໃຫ້­ກໍາ­ລັງໃຈແກ່­ນາງໂດຍ­ບອກວ່າ ເວລາ­ລົງຄ້ອຍ­ບໍ່ຕ້ອງ­ອອກແຮງ­ຖີບ ລົດຈະ­ເລື່ອນໄຫຼໄປເອງ ພຽງແຕ່ເຮົາບັງ­ຄັບເຂົາ­ລົດໃຫ້­ດີ ແລະ­ຫາກ­ນາງ­ສາມາດ­ພາ­ຂ້ອຍ­ລົງຄ້ອຍ­ນີ້ໄດ້ ກໍສະ­ແດ­ງວ່ານາງ­ຂີ່­ລົດ­ຖີບເປັນແລ້ວ!!! ເມື່ອໄດ້­ຍິນຂ້ອຍວ່າແນວນັ້ນ ນາງ­ກໍໜ້າ­ຊື່ນ­ຂຶ້ນ ກຽມພ້ອມ­ຕັ້ງທ່າ­ຖີບ­ລົດ­ລົງ­ສູ່ຄ້ອຍ­ທີ່­ສູງ­ທີ່­ສຸດໃນ­ວຽງ­ຈັນ­ຄາວນັ້ນ… ລົດ­ຖີບ­ຄັນເກົ່າແຕ່ແຂງແກ່ນ­ ຈາກ­ການ­ຈັບເຂົາ­ຂອງ­ສາວນ້ອຍໜ້າໃສໄດ້­ພາ­ພວກເຮົາ­ທັງ­ສອງເລື່ອນໄຫຼລົງຄ້ອຍຢ່າງໄວວາ ສາຍ­ລົມ­ພັດ­ວືດ ເຮັດໃຫ້ເສັ້ນ­ຜົມ­ດໍາດົກ­ໜາ­ທີ່­ຍາວລະ­ບ່າ­ຂອງ­ນາງ­ປິວສະ­ບັດ­ຖືກໜ້າ­ ຂອງຂ້ອຍ. ກິ່ນ­ຫອມ­ຈາກເສັ້ນ­ຜົມ­ຂອງ­ນາງເຮັດໃຫ້ຂ້ອຍ­ຫຼົງ­ອອກ­ປາກຄ່ອຍໆ­ໄປວ່າ “ວັນນີ! ຂ້ອຍ­ມັກເຈົ້າ.”
ເມື່ອລົດແລ່ນໄປຮອດ­ຕີນຄ້ອຍ ນາງ­ບີບຟະ­ແລັ້ງ­ຈຶກ­ບາດ­ໜຶ່ງ ເຮັດໃຫ້­ລົດເຈືອກ ໄຄແຕ່ຂ້ອຍເອົາ­ຂາ­ຄໍ້າໄວ້­ທັນ ຄັນ­ບໍ່­ຊັ້ນ­ກໍຄົງ­ພາກັນກ້ອງເອາະ­ເຍາະ­ຢູ່ແຄມຖະ­ໜົນເປັນແນ່. ເມື່ອຈັ້ງທ່າໄດ້­ດີແລ້ວ ນາງໄດ້­ຫຼຽວໜ້າມາ­ຫາດ້ວຍໃບໜ້າ­ສະ­ແດງ­ຄວາມ­ສົງໄສຢ່າງໃດຢ່າງ­ໜຶ່ງ­ຕໍ່ຂ້ອຍ. ແຕ່ຂ້ອຍເຮັດ­ຕັ້ງ­ຕິຄືບໍ່­ມີຫຍັງເກີດ­ຂຶ້ນ ແຕ່­ກໍຈຶ້ງ­ສາຍ­ຕາເບິ່ງ­ດວງເນ­ດ­ອັນ­ຄົມ­ງາມ­ທີ່­ມີແວວຢາກ­ຕັ້ງ­ຄໍາ­ຖາມວ່າ: ນາງໄດ້­ຍິນ­ຄໍາເວົ້າເຫຼົ່ານັ້ນ­ມາ­ຈາກໃສ? ຫຼືເປັນ­ພຽງ­ສຽງ­ຂອງ­ສາຍ­ລົມ­ພັດຫ­ວືດຜ່ານ­ຫູເທົ່ານັ້ນ?!? “ວັນນີ! ເຈົ້າ­ຂີ່­ລົດ­ຖີບເປັນແລ້ວ!!!” ຂ້ອຍກ່າວສຽງ­ດັງ ພ້ອມ­ກັບ­ຕົບ­ມືສຽງ­ດັງແປ໊ະ­ໆ­ເພື່ອເປັນ­ການ­ຊົມເຊີຍ.
“ຂອບໃຈຫຼາຍໆ­ເດີ ທີ່ສອນໃຫ້ຂ້ອຍ.” ນາງ­ທັງເວົ້າ­ທັງ­ຈູງ­ລົດ­ຖີບ­ຂຶ້ນຄ້ອຍ ເຮັດໃຫ້ຂ້ອຍ­ຮູ້­ສຶກ­ງົງ­ນໍາການກະ­ທໍາ­ຂອງ­ນາງ.
“ອ໊າວ! ບໍ່ເມືອຫວະ­ຊັ້ນ!?!” “ຂ້ອຍ­ຢາກ­ຂີ່­ລົດ­ລົງຄ້ອຍ­ອີກເທື່ອໜຶ່ງນະ­, ຊ້ອນທ້າຍຂ້ອຍ­ອີກເດີ!” ບໍ່­ພໍອຶດໃຈ ພວກເຮົາກໍມາກຽມທ່າ­ຂີ່­ລົດ­ລົງຄ້ອຍເປັນເທື່ອທີສອງ ນາງ­ຫຼຽວມາເບິ່ງຂ້ອຍ­ທີ່ຊ້ອນ­ຢູ່­ທາງ­ຫຼັງດ້ວຍໃບໜ້າ­ສີຈືດໆ­ວາດໃດ­ວາດ­ໜຶ່ງ ແຕ່ຂ້ອຍ­ກໍງຶກ­ຫົວໃຫ້ແບບເຊື່ອໝັ້ນໃນ­ຄວາມ­ສາມາດ­ຂອງ­ນາງ…
“ເຈົ້າ­ຖີບ­ລົດເປັນແລ້ວ! ບໍ່ຕ້ອງຢ້ານ­ດອກ. ເອົ໊າ! ຂ້ອຍ­ຊິນັບເດີ: ໜຶ່ງ, ສອງ, ສາມ…” ແລ້ວລົດ­ຖີບ­ທີ່­ມີສາວນ້ອຍໜ້າໃສແລະ­ອ້າຍບ່າວຂຶ້ນໃໝ່ໜ້າ­ສິວກໍທະ­ຍານ­ລົງ­ສູ່ຄ້ອຍ­ທີ່ໃນ­ຍາມ­ນີ້­ບໍ່ຄ່ອຍ­ມີລົດແລ່ນໄປມາ­ຫຼາຍ­ປານໃດ… ສາຍ­ລົມ­ພັດ­ວີ່ໆ­ເຂົ້າ­ຫູ ຍ້ອນ­ຄວາມໄວຂອງ­ລົດ ເຮັດໃຫ້­ຫຼຽວເຫັນ­ສິ່ງອ້ອມຂ້າງປ່ຽນສະ­ພາບເປັນແຖບຜ້າ­ຜືນ­ດຽວທີ່­ຍາວຢຽດ.
“ວັນນີ, ຂ້ອຍ­ມັກເຈົ້າ.” ປາກຂ້ອຍ­ລັກ­ລັ່ນ­ອອກ­ມາແຕ່­ຍາມໃດ­ກໍບໍ່­ຮູ້ ສຽງ­ທີ່­ດັງ­ອອກ­ຈາກ­ປາກ­ນັ້ນໄດ້ແຂ່ງ­ກັນ­ສຽງ­ວີ່ໆ­ຂອງ­ສາຍ­ ລົມໂດຍ­ມີເສັ້ນ­ຜົມ­ປິວສະ­ປັດໃສ່ໃບໜ້າ­ຂ້ອຍ. ເມື່ອລົດ­ຢຸດ­ຢູ່­ຕີນຄ້ອຍ, ວັນນີໄດ້­ວາດ­ສາຍ­ຕາໄປທີ່ໂນນຄ້ອຍ ບ່ອນ­ທີ່ພວກເຮົາ­ຂີ່­ລົດ­ລົງ­ມາ ແລ້ວຫັນ­ມາ­ຈຶ້ງເບິ່ງໜ້າ­ຂ້ອຍຢ່າງເຕັມ­ຕາເປັນເວລາດົນເຕີບ.
“ມັນແມ່ນຫຍັງ­ກັນ? ໃຜເປັນ­ຜູ້ເວົ້າ­ຄໍາເຫຼົ່ານັ້ນໃສ່­ຫູຂອງເຮົາ, ແມ່ນ­ລາວນັ້ນ­ບໍ? ຫຼືວ່າເຮົາ­ຫູກາຍ­ກັນແທ້?” ນາງ­ຕັ້ງ­ຄໍາ­ຖາມເຫຼົ່ານີ້ອອກ­ຈາກ­ສີໜ້າ. ຄວາມ­ສົງໄສດ່ັງກ່າວໄດ້ສ້າງ­ຄວາມກະ­ວົນກະ­ວາຍໃຫ້ແກ່­ນາງເປັນຢ່າງ­ຍິ່ງ. ຄິ້ວທັງ­ສອງເບື້ອງ­ສົນເຂົ້າ­ຫາກັນຄ້າຍ­ກັບວ່ານາງ­ມີບັນ­ຫາອຸກໃຈທີ່ແກ້ໄຂບໍ່ໄດ້­ຈັ່ງ­ຊັ້ນລະ­! ສາວນ້ອຍ­ຜູ້ໜ້າ­ສົງ­ສານ­ຍັງ­ຄົງ­ຊອກ­ຫາ­ຄໍາ­ຕອບ­ບໍ່­ທັນໄດ້!
“ບໍ່ເປັນ­ຕາເມືອແລ້ວຫວະ­?” ຂ້ອຍ­ຖາມ­ນາງ.
“ເອີ… ຂ້ອຍ­ຍັງ­ຢາກ­ຂີ່­ລົດ­ລົງຄ້ອຍ­ອີກນ່າ!” ນາງກ່າວດ້ວຍໃບໜ້າແດງເຮື່ອ. “ອີກເທື່ອໜຶ່ງ­ສາ! ເທື່ອສຸດທ້າຍ.” ພວກເຮົາ­ຂີ່­ລົດ­ລົງຄ້ອຍເປັນເທື່ອທີສາມ ຂ້ອຍ­ສັງເກດເຫັນວ່ານາງຈະ­ນັ່ງເທິງ­ອານ­ລົດດ້ວຍ­ການ­ຕັ້ງໂຕຊື່ກວ່າເກົ່າ ແລະ­ເງີຍໜ້າ­ຂຶ້ນ­ຫຼາຍ­ກວ່າເກົ່າ. ເຫັນ­ດັ່ງ­ນັ້ນ ຂ້ອຍຟ້າວເງີກໜ້າໄປທາງ­ຫຼັງໜ້ອຍ­ໜຶ່ງເພື່ອໃຫ້ຫ່າງ­ຈາກ­ນາງ ພ້ອມ­ກັບເຮັດ­ຕິໄອແຄັກໆ­. ລົດ­ຖີບເລື່ອນ­ລົງຄ້ອຍຢ່າງໄວວາ. ພໍໄປຮອດເຄິ່ງ­ທາງຄ້ອຍ ຕອນ­ທີ່­ນາງໃສ່ໃຈກັບ­ການເລື່ອນ­ລົງ­ຂອງ­ລົດ­ຖີບ, ຂ້ອຍຟ້າວສວຍໂອກາດ­ສົ່ງ­ສໍານຽງ­ສຽງໃສແຂ່ງ­ກັບ­ສາຍ­ລົມ­ອອກໄປວ່າ: “ວັນນີ! ຂ້ອຍ­ມັກເຈົ້າ.”
ແລະ­ແລ້ວ ບັນ­ຫາເລິກ­ລັບ­ທີ່­ນາງ­ສົງໄສໄດ້ເລີ່ມໄຂສາກ­ອອກ! ວັນນີມິດ­ບໍ່­ປາກ ສົ່ງກະ­ແສຈິດລ່ອງ­ລອຍໄປນໍາ­ພະ­ວັງແຫ່ງ­ຄວາມ­ຝັນ… ຂ້ອຍໄປສົ່ງ­ນາງ­ຈົນ­ຮອດເຮືອນ ໂດຍ­ທີ່­ນາງ­ບໍ່ຍອມຊ້ອນທ້າຍ­ລົດ­ຖີບຂ້ອຍ. ດັ່ງ­ນັ້ນ ຂ້ອຍ­ຈຶ່ງໄດ້­ຈູງ­ລົດ­ຖີບຍ່າງ­ຄຽງຂ້າງ­ນາງໄປ. ນາງພະ­ຍາຍາມຍ່າງຊ້າໆ­ ແລະ­ຄົງ­ຫວັງຈະ­ໄດ້­ຍິນ­ຄໍາເວົ້າເຫຼົ່ານັ້ນ­ຈາກ­ປາກ­ຂອງຂ້ອຍ­ຄັກໆ­ຈັ່ງ­ຊັ້ນລະ­! ເບິ່ງແລ້ວຄືຈັ່ງວ່າ­ຈິດໃຈຂອງ­ນາງ­ພວມ­ປັ່ນປ່ວນແລະ­ກໍາ­ລັງໃຊ້ຄວາມພະ­ຍາຍາມຢ່າງ­ໜັກ­ທີ່ຈະ­ຊອກ­ຫາ­ຄໍາ­ຕອບເພື່ອແກ້ໄຂບັນ­ຫາ­ ຂ້ອງໃຈດັ່ງກ່າວ, ບາງ­ທີ ນາງ­ອາດຈະ­ບອກ­ກັບ­ຕົນວ່າ: “ຄົງຈະ­ບໍ່ແມ່ນ­ສຽງ­ລົມ­ພັດ­ດອກ! ແລະ­ເຮົາກໍບໍ່­ຢາກໃຫ້­ສຽງເວົ້າ­ຄໍາເຫຼົ່ານັ້ນເປັນ­ພຽງແຕ່­ສຽງ­ສາຍ­ລົມ­ຫວືດເທົ່ານັ້ນ!”
ຮຸ່ງເຊົ້າມື້ໃໝ່, ຂ້ອຍໄດ້­ຮັບເຈ້ຍນ້ອຍ­ຊຶ່ງ­ຂຽນວ່າ: “ມື້­ນີ້ ຖ້າເຈົ້າ­ຊິໄປຫັດ­ກາຍ­ຢູ່ເດີ່ນ­ທາດ­ຫຼວງ ຢ່າ­ລືມໄປຮັບຂ້ອຍແດ່ເດີ! ຈາກ: ວັນນີ.”
ແລະ­ຈາກ­ມື້ນັ້ນເປັນ­ຕົ້ນ­ມາ, ຂ້ອຍແລະ­ວັນນີກໍໄດ້­ພາກັນໄປຍັງເດີ່ນພະ­ທາດ­ຫຼວງເປັນປະ­ຈໍາ, ແຕ່ລະ­ເທື່ອທີ່ພວກເຮົາ­ຂີ່­ລົດ­ຖີບ­ລົງຄ້ອຍ ຂ້ອຍ­ກໍໄດ້ກະ­ຈາຍ­ສໍານຽງ­ສຽງກະ­ຊິບດ້ວຍ­ຄວາມເວົ້າແນວເກົ່າ­ຢູ່ສະ­ເໝີ: “ວັນນີ, ຂ້ອຍ­ມັກເຈົ້າ.”
ໃນ­ທີ່­ສຸດ ວັນນີກໍຊິນເຄີຍ­ກັບ­ຄໍາເວົ້າ­ປະ­ໂຫຍກ­ນີ້­ຄືດຽວກັບ­ຄົນ­ທີ່­ຕິດ­ການຫຼິ້ນເຟັສບຸກ. ນາງ­ບໍ່­ສາມາດ­ປາ­ສະ­ຈາກ­ມັນໄດ້­ອີກແລ້ວ. ຄວາມຢ້ານ­ກົວຕໍ່­ການ­ຂີ່­ລົດ­ລົງຄ້ອຍໄດ້­ກາຍ­ມາເປັນສະ­ເໜ່­ອັນ­ວິເສດ­ສຸດ­ອັນ­ໜຶ່ງ­ຊຶ່ງໄດ້­ມາ­ຈາກ­ຄໍາ­ຝາກ­ຮັກ ແລະ­ຄໍາເວົ້າດັ່ງກ່າວກໍໄດ້­ກາຍເປັນ­ອໍານາດມະ­ຫັດສະ­ຈັນ­ ທີ່ເຮັດໃຫ້­ຫົວໃຈຂອງ­ສາວນ້ອຍຕ້ອງອ່ອນ­ຍວບ­ຍາບ­ປານ­ຂີ້ເຜິ້ງ­ລົນໄຟ. ຂ້ອຍ­ກັບ­ສາຍ­ລົມ­ຍັງເປັນ­ສິ່ງ­ປິດສະ­ໜາ­ສໍາ­ລັບ­ນາງ ແຕ່ຖ້ານາງ­ຕັ້ງສະ­ຕິໃຫ້­ດີ ນາງ­ກໍສາມາດ­ຮູ້­ຈັກໄດ້ຢ່າງ­ບໍ່­ຍາກ­ຊາເລີຍ! ວັນເວລາໄດ້ຜ່ານ­ພົ້ນໄປ, ລະ­ດູດໍານາ­ປີໄດ້­ວຽນ­ມາເຖິງ. ທ້ອງຟ້າມືດ­ມົນໄປດ້ວຍເມກ­ຝົນ, ຂະ­ບວນ­ຫັດ­ກາຍ­ຢູ່ເດີ່ນພະ­ທາດ­ຫຼວງໃນ­ຍາມແລງ­ບໍ່­ມີໃຫ້ເຫັນ­ຄືເກົ່າ… ວັນນີ­ຜູ້ໜ້າ­ສົງ­ສານ­ບໍ່­ສາມາດຈະ­ໄດ້­ຍິນ­ຄໍາເວົ້າເຫຼົ່ານັ້ນ­ອີກ, ເພາະ­ບໍ່­ມີໃຜຈະ­ມາກະ­ຊິບ­ສໍານຽງ­ດັ່ງກ່າວໃສ່­ຫູຂອງ­ນາງແມ່ນກະ­ທັ້ງ­ສຽງ­ລົມ­ພັດ­ວີ່ໆ­ນາງ­ກໍຈະ­ບໍ່ໄດ້­ຍິນ! ຂ້ອຍຫ້າງເຄື່ອງເພື່ອອອກເດີນ­ທາງໄປປາກເຊ, ໄປເທື່ອນີ້­ອາດຈະ­ດົນ­ສົມ­ຄວນ ຫຼືບາງ­ທີອາດຈະ­ໄປຢູ່­ຫັ້ນຕະ­ຫຼອດ­ການ­ກໍເປັນໄດ້.
ສອງ­ສາມ­ມື້ກ່ອນ­ທີ່ຂ້ອຍຈະ­ອອກເດີນ­ທາງ, ມີຕອນ­ໜຶ່ງ ຂ້ອຍ­ມານັ່ງ­ຫຼິ້ນ­ຢູ່ສວນ­ທີ່­ມີຮົ້ວສູງ­ຂັ້ນລະ­ຫວ່າງເຮືອນຂ້ອຍແລະ­ເຮືອນ­ ຂອງ­ນາງ. ທ້ອງຟ້າບົດໄປດ້ວຍກ້ອນ­ຂີ້ເຝື້ອ ອີກ­ບໍ່ເທົ່າໃດ­ນາ­ທີຝົນ­ກໍຄົງ­ທັ່ງເທລົງ­ມາ. ຂ້ອຍຍ່າງເຂົ້າໄປໃກ້­ຮົ້ວ ແລະ­ສອດສ່ອງ­ສາຍ­ຕາ­ຫຼຽວຜ່ານ­ຮອຍແຕກ­ຂອງ­ກໍາແພງ­ຮົ້ວດົນ­ສົມ­ຄວນ… ຂ້ອຍເຫັນ­ສາວນ້ອຍ­ວັນນີກ້າວຂາ­ລົງ­ຈາກ­ຄັນໄດເຮືອນ, ສາຍ­ຕາແນມເບິ່ງທ້ອງຟ້າດ້ວຍ­ອາ­ລົມໂສກເສົ້າ­ຢ່າງ­ສຸດ­ຊຶ້ງ… ສາຍ­ລົມ­ຕອນ­ຝົນໃກ້ຈະ­ຕົກ­ພັດ­ວູບໃສ່ໃບໜ້າເຕືອນ­ບອກໃຫ້­ນາງ­ ຫວນລະ­ນຶກເຖິງ­ສາຍ­ລົມ­ທີ່­ພັດ­ວີ່ໆ­ເຂົ້າ­ຫູພວກເຮົາໃນ­ຄາວນັ້ນ ຄາວທີ່ພວກເຮົາມ່ວນ­ຊື່ນດ້ວຍການຂີ່ລົດຖີບ­ລົງຄ້ອຍ­ທາດ­ຫຼວງ ຄາວທີ່­ນາງໄດ້­ຍິນຄຳເວົ້າອັນ­ຫວານ­ຊຶ້ງ­ທັງ­ສີ່ຄຳນັ້ນ ແລະ­ແລ້ວໃບໜ້າ­ຂອງ­ນາງ­ກໍໝອງເສົ້າ­ລົງ, ຢາດນ້ຳຕາໄຫຼຜ່ານແກ້ມ… ສາວນ້ອຍ­ຜູ້ໜ້າ­ສົງ­ສານ­ວາແຂນ­ອອກເໝືອນ­ດັ່ງຈະ­ວິງ­ວອນໃຫ້­ ສາຍ­ລົມເອີ່ຍຄຳເວົ້າດັ່ງກ່າວອີກເທື່ອໜຶ່ງ, ເມື່ອສາຍ­ລົມ­ພັດຜ່ານ ຂ້ອຍເລີຍ­ຖືໂອກາດກະ­ຊິບ­ສຽງແຜ່ວຜ່ານ­ຮອຍແຕກ­ຂອງກຳແພງໄປວ່າ: “ວັນນີ, ຂ້ອຍ­ມັກເຈົ້າ.”
ຟ້າເອີຍ! ແມ່ນຫຍັງເກີດ­ຂຶ້ນ­ກັບ­ວັນນີ! ນາງ­ກັ້ນ­ສຽງຮ້ອງພ້ອມ­ກັບເຜີຍ­ຮອຍ­ຍິ້ມ­ອອກ­ຈົນເຫັນແຂ້ວຂາວເຕັມ­ປາກ. ນາງ ວາແຂນ­ອອກ ພ້ອມ­ທັງ­ຍິ້ມ­ຫົວຢ່າງເປັນ­ສຸກ. ນາງຊ່າງ­ງາມເຫຼືອເກີນ! ແລະ­ໃນ­ທີ່­ສຸດຂ້ອຍ­ກໍຍ່າງ­ອອກ­ຈາກ­ທີ່­ນັ້ນເຂົ້າ­ສູ່ເຮືອນ­ຂອງ­ຕົນ ເພື່ອກະ­ກຽມເຄື່ອງຊ່ອຍ­ພໍ່ແມ່ໃນ­ການ­ຍົກຍ້າຍໄປດຳລົງ­ຊີວິດ­ຢູ່­ພາກໃຕ້.
ເຫດ­ການ­ດັ່ງກ່າວຜ່ານ­ພົ້ນໄປດົນ­ນານແລ້ວ ຫຼາຍປີຕໍ່ມາ ນາງ­ກໍໄດ້ແຕ່ງ­ດອງ­ກັບ­ຊາຍ­ຄົນ­ໜຶ່ງຈະ­ດ້ວຍ­ຄວາມເຕັມໃຈຫຼືບໍ່­ນັ້ນ ຂ້ອຍເອງ­ກໍບໍ່­ຮູ້. ດຽວນີ້ ນາງ­ມີລູກ­ສີ່­ຄົນແລ້ວ, ແຕ່­ນາງ­ຄົງຈະ­ບໍ່­ລືມ­ການ­ຫັດ­ກາຍ­ຢູ່ເດີ່ນພະ­ທາດ­ຫຼວງແລະ­ການ­ຂີ່­ລົດ­ຖີບ­ລົງຄ້ອຍ ພ້ອມດ້ວຍ­ສຽງ­ລົມກະ­ຊິບ “ວັນນີ! ຂ້ອຍ­ມັກເຈົ້າ.” ນັ້ນ­ດອກ… ບັດ­ນີ້, ເຫດ­ການ­ດັ່ງກ່າວໄດ້­ກາຍເປັນອະ­ດີດ­ທີ່ແສນ­ສວຍ­ງາມແລະ­ໜ້າ­ປະ­ທັບໃຈໄປເສຍແລ້ວ. ສ່ວນຂ້ອຍເອງ­ກໍກາຍເປັນ­ຜູ້ໃຫຍ່­ ທີ່­ມີຄວາມ­ໜັກແໜ້ນເຂັ້ມແຂງ­ຂຶ້ນ­ກວ່າເກົ່າ ພ້ອມຄອບຄົວທີ່ມີສະມາຊິກເຖິງ 6 ຄົນ, ແຕ່ຂ້ອຍ­ຍັງ­ບໍ່ເຂົ້າໃຈຕົນເອງວ່າ ເປັນຫຍັງ­ຈຶ່ງກ່າວຄຳເຫຼົ່ານັ້ນ­ອອກໄປ ແລະ­ມັນຈະ­ມີປະ­ໂຫຍ­ດ­ອັນໃດ­ທີ່ຂ້ອຍເວົ້າ­ຢອກໄຍ­ນາງ­ຄືແນວນັ້ນ!!!

ຂຽນໂດຍ​ ອາຈານ ແສງຟ້າ ໂຫລານຸພາບ 

Sunday, 2 February 2014

ສາມເອື້ອຍນ້ອງຫຼົງທາງ

ສາມເອື້ອຍນ້ອງຫຼົງທາງ

January 16, 2014 at 12:05pm
ທ້ອງຟ້າ­ຄ່ອຍໆ­ມືດສະ­ຫຼົວລົງ... ມີສຽງໂທລະ­ສັບ­ດັງ­ກິ່ງໆ­ໆ­... ບໍ່­ພໍບຶດ ສຽງເອື້ອຍ­ທິບ­ກໍດັງໂດ່ງ­ມາໃສ່ນ້ອຍວ່າ:
“ນ້ອຍໆ­! ໄປຮັບ­ອີ່ແມ່­ນໍາເຂົາແນ່! ແມ່ວິນຫົວແຮງ! ເຂົາບໍໍ່­ຈື່­ທາງເຂົ້າເຮືອນ­ປີເຕີ້ນ່າ!” 
ນ້ອຍຟ້າວລ້າງ­ມື ແລະ­ຄອບນ້າ­ສາວທີ່ຢູ່ສວນຄົວ. ຍ້ອນ­ຄວາມເປັນຫ່ວງແມ່ ເມື່ອໄດ້­ຍິນ­ຄໍາວ່າ “ແມ່­ວິນ­ຫົວແຮງ”ຈາກເອື້ອຍ­ທິບ ກໍ່­ຈົນ­ລືມວ່າ­ຕົນເອງ­ກໍາ­ລັງຄ້າງ­ໝໍ້ແກງໄວ້­ຢູ່ໃນເຮືອນ­ຄົວ. 
ຂະ­ນະ­ທີ່ນ້ອຍ­ພວມ­ຕິດ­ຈັກ­ລົດ­ຢູ່­ນັ້ນ, ນ້ອງ­ນິດ­ກໍ່ຮ້ອງໂດ່ງ­ມາໃສ່ວ່າ: “ເຂົາໄປນໍາ!”
ຈາກ­ນັ້ນ ເຮົາ­ທັງ­ສາມເອື້ອຍນ້ອງ­ກໍ່ເລີ່ມ­ມຸ່ງໜ້າໄປຮັບແມ່­ຢູ່­ຈຸດ­ທີ່­ໝາຍ. ຫົນ­ທາງ­ທີ່ນ້ອຍ­ຂັບ­ລົດ­ອອກໄປນັ້ນ ເຕັມໄປດ້ວຍ­ຂຸມເນື່ອງ­ຈາກວ່າຍາມ­ນີ້ແມ່ນລະ­ດູຝົນ ເຮັດໃຫ້­ການເດີນ­ທາງຫຍຸ້ງ­ຍາກ ຊໍ້າບໍ່­ໜໍາ­ຄວາມ­ມືດ­ກໍ່ຍັງ­ມາເກາະ­ກຸມຊຸມແຊວຢູ່ໃນ­ລົດ­ຈົນວ່ານ້ອຍຕ້ອງ­ຕັ້ງສະ­ຕິໃນ­ການ­ຂັບຂີ່­ລົດໃຫ້ແນ່ວແນ່. ໃນຂະ­ນະ­ທີ່ພວກເຮົາກໍາ­ລັງເດີນ­ທາງໄປນັ້ນ ເອື້ອຍ­ທິບເຊິ່ງ­ນັ່ງ­ຢູ່­ຟາກເບື້ອງ­ຂວາໄດ້ຮ້ອງ­ຂຶ້ນວ່າ:
"ລະ­ວັງແນ່, ຂຸມ­ຫັ້ນ! ຢ່າເປີດໄຟຕາ­ສູງ. ໂອ້ຍໆ­...” ສຽງຂອງເອື້ອຍທິບໄດ້ເຮັດໃຫ້ນ້ອຍ­ບໍ່­ມີສະ­ມາທິໃນ­ການ­ຂັບ­ລົດ. ນ້ອຍຈຶ່ງກະ­ແທກແດກສຽງໃສ່ດ້ວຍຄວາມຢາກຮ້າຍ.
ນ້ອງ­ນິດ­ຜູ້­ນັ່ງ­ຢູ່ເບາະ­ຫຼັງ­ພັດຮ້ອງແຂກແຊກ­ສຽງ­ທີ່ເຮົາ­ສອງ­ຄົນ­ຖຽງ­ ກັນໃນທ່າມກາງ­ບັນ­ຍາກາດ­ທີ່­ມືດ­ມິດ ແລະ­ແສນປ່ຽວນັ້ນ: “ເຊົາຖຽງກັນທະ­ແມ້!”
ແລ້ວຕ່າງ­ຄົນຕ່າງ­ກໍ່­ມິດ­ງຽບປານຖືກມືຍັກ­ມາອັດ­ປາກເອົາໂລດ. ອີກ­ສອງ­ກິໂລແມັດ­ກໍ່ເຫັນປ້າຍ­ບອກ­ທາງພໍສະ­ຫຼົວໆ­ ເຊິ່ງ­ຊີ້ບອກວ່າ­ທາງໜ້າເບື້ອງ­ຂວາ­ຈະ­ເຂົ້າ­ທາງບ້ານ­ນາ­ຄວາຍແລ້ວ. ພວກເຮົາ­ພາກັນໃຈຈົດໃຈຈໍ່­ກັບ­ການໄປຮັບແມ່ ແຕ່­ບົນເສັ້ນ­ທາງ­ທີ່­ຂີ່ເຂົ້າໄປນັ້ນ ແຮ່ງເຂົ້າໄປເລິກ ແຮ່ງ­ມືດ­ກວ່າເກົ່າ­ຈົນເຮັດໃຫ້ພວກເຮົາ­ຫຼົງ­ທາງ­ ຈົນວ່າໄປຊອດໃສ່ບ້ານໃດ­ກໍ່­ບໍ່­ຮູ້. ນ້ອຍ­ອົດ­ບໍ່ໄຫວ ຈຶ່ງ­ຈອດ­ລົດ­ຖາມແມ່ປ້າທີ່ພວມຍ່າງຂ້າມ­ທາງວ່າ:
"ແມ່ປ້າ, ເຮົາ­ຂໍຖາມແນ່! ບ້ານ­ສົມສະ­ຫງ່າໄປທາງໃດ­ນໍ້?”
ພໍແຕ່­ຄໍາ­ຖາມ­ສິ້ນ­ສຸດ­ລົງ ແມ່ປ້າ­ຄົນ­ນັ້ນ­ກໍ່­ຮີບ­ຕອບ­ທັນ­ທີ: “ຫຼານ­ກາຍ­ມາແລ້ວເດ! ໃຫ້­ຂີ່­ກັບ­ຄືນໄປເດີ້!”
ນ້ອຍກ່າວຂອບໃຈ ແລະ­ແມ່ປ້າ­ຄົນ­ນັ້ນ­ກໍ່­ສົ່ງ­ຮອຍ­ຍິ້ມ­ຕອບ­ກັບຄືນຢ່າງຄົນໃຈດີ. ເສັ້ນ­ທາງ­ທີ່ເຕັມໄປດ້ວຍ­ຄວາມ­ມືດ­ນັ້ນ ເຮັດໃຫ້ນ້ອຍ­ສັບ­ສົນ ຂີ່­ວົນໄປວຽນ­ມາ­ຢູ່­ພໍປານ­ນັ້ນ. ຫຼຽວໄປທາງໜ້າ ກໍ່­ຍັງ­ບໍ່­ພໍ້ປ້າຍ­ທາງເຂົ້າ­ທີ່ແມ່ບອກໄວ້ ອາດຈະ­ແມ່ນ­ຕິດ­ຢູ່ເບື້ອງໃນ­ຂອງ­ທາງແຍກ ແລະ­ເສົາໄຟຟ້າເຍືອງ­ທາງ­ກໍ່­ບໍ່­ມີ. ຂັບໄປຕາມ­ທາງເຫັນ­ມີຮ່ອມເບື້ອງ­ຂວາມືຮ່ອມໃດແມ່ນຟ້າວຂີ່ເຂົ້າ­ຮ່ອມ­ນັ້ນໂລດ ແຕ່­ຜົນ­ສຸດທ້າຍ­ກໍ່ເຂົ້າ­ຮ່ອມ­ຜິດ.
ເອື້ອຍ­ທິບເລີ່ມ­ມີອາການໃຈຮ້າຍ­ບວກ­ກັບທ້ອງຂອງລາວມີສຽງໄກ່ຮ້ອງຈ້ອກໆ­ ຈຶ່ງແຂກສຽງ­ອອກ­ມາວ່າ:
“ເບິ່ງແນ່ແມ້! ຂັບ­ລົດ­ມີແຕ່­ຕົກ­ຂຸມ.”
‘ຟ້າເອີຍ! ເສັ້ນ­ທາງເຕັມໄປດ້ວຍ­ຂຸມ, ເຮັດ­ຈັ່ງໃດ­ນໍ້ຈຶ່ງຊິບໍ່ໃຫ້ກົ້ນຟົ້ງອອກຈາກເບາະ­ນັ່ງໄດ້! ທັງໆ­ທີ່­ຂັບຊ້າຢູ່ແລ້ວ ຊໍ້າຍັງ­ຫຼົງ­ທາງຕື່ມອີກ! ມືດກະ­ມືດ! ຖ້າມີເກຍເຫາະ­ໄດ້ກະ­ຄືຊິດີ.’ ນ້ອຍໄດ້ແຕ່­ຈົ່ມ­ພຶມ­ພໍາ... ສຽງ­ຖຽງ­ກັນ­ຍົກ­ທີ 2ໄດ້ເກີດ­ຂຶ້ນອີກ ຈົນນ້ອງ­ນິດ­ທົນ­ບໍ່ໄຫວຈຶ່ງໄດ້ຮ້ອງຫ້າມ ແລະ­ບອກໃຫ້ນ້ອຍຄ່ອຍໆ­ຂັບໄປ.
25 ນາ­ທີຕໍ່ມາ ນ້ອຍຄ່ອຍ­ຂັບ­ລົດຊ້າລົງ ເພື່ອໃຫ້ເອື້ອຍແລະ­ນ້ອງ­ສາວຈະ­ໄດ້ເຫັນປ້າຍ­ທາງ­ທີ່­ຊີ້ບອກວ່າ ແມ່ນຮ່ອມ­ທາງເຂົ້າເຮືອນ­ຂອງ­ປີເຕີ້. ນ້ອງ­ນິດເອົາມືຊີ້ໃສ່ປ້າຍທີ່ລົດກໍາລັງແລ່ນຜ່ານດ້ວຍ­ຮອຍ­ຍິ້ມ­ທີ່­ຕື່ນເຕັ້ນວ່າ:
“ເດ້! ເອື້ອຍນ້ອຍ! ບໍ່­ຜິດຮ່ອມແລ້ວ! ເຂົາ­ຈື່ໄດ້­ທາງ­ນີ້ແຫຼະ­!” ພ້ອມ­ກັນ­ນັ້ນ ກໍມີສຽງຄ່ອຍໆ­ດັງ­ຈາກເບາະ­ເບື້ອງ­ຂວາວ່າ “ແມ່ນແລ້ວ, ນ້ອຍ. ທາງ­ນີ້ ຈື່ໄດ້ແລ້ວ... ຮືມ!!!” ບາດ­ຊິຮອດລະ­ເຮັດເວົ້າມ່ວນ­ນໍານໍ້... ຂີ່ເຂົ້າໄປບໍ່­ດົນ­ປານໃດ ກໍ່ເຫັນແສງໄຟຮຸ່ງ­ຢູ່ເທິງ­ກໍາແພງ ປະ­ຕູໜ້າເຮືອນໄຂໄວ້ ເຮັດໃຫ້­ສາມເອື້ອຍນ້ອງ­ອຸທານອອກມາດ້ວຍ­ຄວາມ­ດີໃຈວ່າ:
“ໂອ້ຍ, ຮອດແລ້ວ! ຈັ່ງແມ່ນວ່າໄກກະ­ດໍ້.”
ເມື່ອຂີ່ເຂົ້າ­ຈອດ­ຢູ່ໜ້າເຮືອນ ແມ່­ຜູ້­ທີ່­ລໍຄອຍ­ລູກໃຫ້ໄປຮັບ­ກໍ່­ປາກົດວ່າເຊົາເຈັບເກົ້າເມົາ­ຫົວທັນ­ທີ. ຮອຍ­ຍິ້ມ­ຂອງແມ່ຄ່ອຍໆ­ແຍ້ມໃສ່ພວກເຮົາ ເຮັດໃຫ້­ຮູ້ວ່າແມ່­ຢາກເມືອເຮືອນແຮງ ຈົນໜ້າບານໃສທັງໆ­ທີ່ຄວາມເຫຼືອງມ້ານຍັງປາກົດໃຫ້ເຫັນ­ຢູ່. ເມື່ອແມ່­ປີເຕີ້ເຫັນ­ພວກເຮົາ­ທັງ­ສາມ­ກໍ່ເອີ້ນໃຫ້­ກິນເຂົ້າແລງ­ນໍາກັນ,ແຕ່ພວກເຮົາ­ສັງເກດເຫັນໃບໜ້າອັນ­ຈືດມ້ານ­ປານກະ­ປູຈີ່ຂອງແມ່­ກໍ່ເລີຍ­ຕອບໄປວ່າ:
“ໄດ້ແລ້ວ. ນ້າ­ສາວເຝົ້າເຮືອນ­ຄົນ­ດຽວແນ່. ມື້ໜ້າຈຶ່ງຊິຢູ່ກິນນໍາ.”
ແມ່­ປີເຕີ້­ບໍ່­ລໍຊ້າ­ຟ້າວຫໍ່ຂອງ­ກິນໃຫ້ພວກເຮົາ ເພາະ­ເພິ່ນເຮັດ­ກິນ­ຫຼາຍເພື່ອສະ­ຫຼອງ­ວັນເກີດໃຫ້­ລູກ­ຊາຍເພິ່ນ. ພວກເຮົາກ່າວຄໍາ­ຂອບໃຈແລ້ວກໍ່­ກັບເມືອ ເຮືອນໂດຍປ່ຽນໃຫ້ເອື້ອຍ­ທິບເປັນໂຊເຟີແທນ. ບັນ­ຍາກາດໃນ­ລົດ­ກໍ່­ດັງ­ຟົດ­ຟື້ນ ຢອກໄຍ­ກັນ­ຕາມ­ປະສາເອື້ອຍນ້ອງ ແລະ­ກໍ່ເລົ່າເຫດການກ່ອນໄປຮັບແມ່ຄືນ. ສຽງ­ຫົວສະ­ອິກສະ­ອ້ອຍໄດ້ເຮັດໃຫ້ແມ່ເພີດເພີນ­ຈົນ­ລືມ­ອາການເຈັບ­ຫົວ. ໃນທີ່ສຸດ ສີ່ແມ່­ລູກ­ກໍ່­ກັບເມືອຮອດເຮືອນດ້ວຍ­ຄວາມ­ປອດໄພທຸກປະ­ການ.

(ບັນທຶກໂດຍ: ນ້ອຍ ສຸພັນສາ)

ໂມງຢາງຢືດ

__________
ໂມງຢາງຢືດ

January 19, 2014 at 3:34pm
ຊາຍໜຸ່ມຜູ້ໜຶ່ງທີ່ເຄີຍໃສ່ໂມງຢາງຢືດ ເລົ່າເລື່ອງສູ່ຟັງ ດັ່ງນີ້:


            ຂັບລົດອອກຈາກເຮືອນກໍພໍດີ 7 ໂມງ! ກອງປະຊຸມຢູ່ທ່າລາດຈະເປີດຕອນ 8 ໂມງເຄິ່ງ,ຂ້ອຍຢຽບຄັນເລັ່ງມຸ່ງໜ້າໄປທາງໜອງບຶກດ້ວຍໃຈອັນຮ້ອນຮົນ. ຮູບໃບໜ້າອັນເຄັ່ງຂຶມຂອງຫົວໜ້າປາກົດຢູ່ໃນດວງຄວາມຄິດ, ຫາກຊັກຊ້າບໍ່ທັນເວລາມີຫວັງຖືກເພິ່ນຮ້າຍຢ່າງໃຫຍ່ຄືຕອນໄປປະຊຸມຢູ່ບ້ານເກິນຫວ່າງເດືອນແລ້ວນີ້ຄັກໆ!
            “ຈັ່ງແມ່ນຊ້າຄືກັບເຕົ່າແທ້ນໍ ! ຝຶກໃຫ້ເປັນຄົນວ່ອງຄົນໄວຄືກັບກະຕ່າຍບໍ່ໄດ້ຫວາ?ຫາກເທື່ອໜ້າຍັງມີປາກົດການແບບນີ້ ຂ້ອຍຄືຊິອົດບໍ່ໄດ້ດອກ…”ເພິ່ນທັງເວົ້າແບບກັດແຂ້ວທັງກຶ້ງຕາເບິ່ງໜ້າຂ້ອຍປານຊິກິນ… ຂ້ອຍກໍຈົນວ່າຕັບລີບໝົດ ຟ້າວກົ້ມໜ້າເອົາ USBຍັດເຂົ້າໃສ່ຮູທາງຂ້າງຂອງຄອມພິວເຕີມືຖືທີ່ຕໍ່ໃສ່ເຄື່ອງສາຍ LCDຊຶ່ງພວມສາຍແສງໄປໃສ່ຈໍຂາວໜ້າຝາຜະໜັງຫ້ອງປະຊຸມ. ໄຄແຕ່ຜູ້ເຂົ້າຮ່ວມປະຊຸມຫາກໍມີບໍ່ທໍ່ໃດຄົນຄັນບໍ່ຊັ້ນຂ້ອຍມີຫວັງມຸດເຂົ້າກ້ອງໂຕະເພື່ອດັບຄວາມອາຍ… ຄຶດມາຮອດນີ້ຂ້ອຍຟ້າວຢຽບຄັນເລັ່ງເຂົ້າຈຳໆຕື່ມອີກ, ບໍ່ພໍເທົ່າໃດນາທີ ລົດກະບະຍີ່ປຸ່ນມືສອງ ກໍທະຍານໂດ່ງໄປຮອດເຂດອີ່ໄລນາຂ່າ… ສຽງພາກຂ່າວຍາມເຊົ້າຈາກວິທະຍຸຄື້ນ FMດັງເຂົ້າຫູໂດຍທີ່ຈັບໃຈຄວາມຫຍັງບໍ່ໄດ້ ຍ້ອນຈິດໃຈແມ່ນຢູ່ຫ້ອງປະຊຸມຫຼາຍກວ່າ…
          ມາຮອດເຂດຕະຫຼາດຫຼັກ 52 ຂ້ອຍຕ້ອງປົດເກຍຜ່ອນຄວາມໄວ ເພາະລົດແຖວນັ້ນອັ່ງກັນອີ່ຫຼີ,ຫວິດຈາກຫັ້ນ ຂ້ອຍຟ້າວປ່ຽນເກຍ ແລະຢຽບຄັນເລັ່ງຕໍ່ຈົນປາຍເຂັມວັດຄວາມໄວໄປແຕະເລກ 100.
“ຈັ່ງໃດມື້ນີ້ເຮົາຕ້ອງໄປຮອດຫ້ອງປະຊຸມກ່ອນເວລາເປີດ 15 ນາທີ!”ຂ້ອຍຄິດໄລ່ຄວາມໄວໃສ່ເວລາໃນສະໝອງດ້ວຍບັ້ງເລກສະໄໝທີ່ເຄີຍຮຽນຢູ່ໂຮງຮຽນປະຖົມ.ເທື່ອນີ້ເຮົາຕ້ອງເຮັດໃຫ້ຫົວໜ້າຍ້ອງເຮົາໃຫ້ໄດ້… ພວມຄຶດເພີນຢູ່ຂ້ອຍຕ້ອງຟ້າວຜ່ອນຄວາມໄວລົງຢ່າງກະທັນຫັນ ເພາະຢູ່ເບື້ອງໜ້ານັ້ນມີລົດອັ່ງກັນເປັນແຖວຍາວສົມຄວນ.ຂ້ອຍຄ່ອຍໆເລື່ອນລົດໄປເບື້ອງໜ້າຕາມຂະບວນ… ຂ້ອຍຫັນກະຈົກປ່ອງຢ້ຽມລົດລົງຍື່ນປາກຖາມພໍ່ຕູ້ທີ່ຢືນຢູ່ແຄມທາງເບື້ອງນັ້ນ… ເພິ່ນຕອບຂ້ອຍວ່າ:
            “ລົດຕຳກັນ!”
          ຂ້ອຍຟ້າວຫັນກະຈົກຂຶ້ນຄືນ ເພາະຢ້ານຄວາມເຢັນໃນລົດຈະກະຈາຍອອກໄປຂ້າງນອກ ພ້ອມທັງແນມເບິ່ງຂ້າງໜ້າ ເຫຼືອພຽງລົດອີກ 2 ຄັນ ຂ້ອຍກໍຈະໄປເຖິງຈຸດເກີດອຸບັດເຫດ…ຮູ້ສຶກຢາກຮ້າຍຈົນສົບຂະເໝັ່ນຍຶກໆ… ບໍ່ພໍອຶດໃຈລົດຂ້ອຍກໍຮອດຈຸດເກີດເຫດ…ຄວາມຢາກຮ້າຍບໍ່ຮູ້ວ່າຫຼຸດລອຍອອກຈາກຈິດໃຈຍາມໃດກໍບໍ່ຮູ້…ພາບຂອງເດັກຍິງຊຸດນັກຮຽນມັດທະຍົມຕົ້ນນອນຫງາຍຮາບຢູ່ຂ້າງທາງເຫັນວົງເລືອດກະຈາຍອ້ອມຫົວແຂ່ງກັບສີແດງຂອງແພມັດຄໍເຍົາວະຊົນໂດຍມີຊາຍໄວກາງຄົນຢືນສັ່ນເຊັນແບບບໍ່ຮູ້ຈັກແນວຊິເຮັດໄດ້ແຕ່ກວັກມືຂໍຄວາມຊ່ວຍເຫຼືອຈາກເຈົ້າຂອງລົດໃຫຍ່ທີ່ແລ່ນຜ່ານໄປມາ… ຫຼຽວເບິ່ງໂມງ ຍັງເຫຼືອພຽງຊາວນາທີກອງປະຊຸມກໍຈະເປີດແລ້ວ ປາຍຕີນວ່າຈະຢຽບຄັນເລັ່ງໃຫ້ລົດແລ່ນຕໍ່ໄປ…ແຕ່ສຽງເອີ້ນຂໍຄວາມຊ່ອຍເຫຼືອຈາກຊາຍຜູ້ນັ້ນ ຊຶ່ງດັງເລັດລອດເຂົ້າກະຈົກປ່ອງຢ້ຽມທີ່ອັດບໍ່ແຈບໄດ້ເຮັດໃຫ້ຕີນເບື້ອງຂວາຢຽບເບກຢ່າງອັດຕະໂນມັດ… ບໍ່ຮູ້ວ່າຕົນເອງອອກຈາກລົດຍາມໃດ…ຮ່າງຄີງທີ່ຈົມກອງເລືອດ ເຮັດໃຫ້ຂ້ອຍຕ້ອງກັດແຂ້ວອົດກັ້ນຄວາມສະເທືອນໃຈ…
            “ຊ່ອຍເອົາລູກອ້າຍໄປໂຮງໝໍໃຫ້ແດ່!”ສຽງຝ່າວໆຂອງຊາຍຜູ້ໂຊກຮ້າຍກະທົບເຂົ້າໂສຕະປະສາດຂ້ອຍອີກເທື່ອໜຶ່ງ.
          ວິຊາປະຖົມພະຍາບານ ທີ່ຂ້ອຍເຄີຍຮຽນຕອນໄປຝຶກອົບຮົມກັບສະພາກາແດງລາວຫວ່າງສອງປີກ່ອນຖືກຂ້ອຍນໍາໃຊ້ເປັນເທື່ອທໍາອິດ. ຮ່າງອັນອ່ອນປວກປຽກຖືກນຳເຂົ້າສູ່ໂຮງໝໍເມືອງຢ່າງໄວພະລັນຈົນຜູ້ເປັນພໍ່ຂອງນາງນ້ອຍຜູ້ໜ້າສົງສານ ບໍ່ທັນຈະກ່າວຫຍັງກັບຂ້ອຍເລີຍ. ຫຼຽວເບິ່ງໂມງຍັງພຽງແຕ່ 5 ນາທີ…ຂ້ອຍຟ້າວຂຶ້ນລົດ ຢຽບຄັນເລັ່ງຈົນຈຳ ເພື່ອໃຫ້ທັນກັບກອງປະຊຸມ…ສົງໄສຂ້ອຍຄົງຈະຖືກຫົວໜ້າຮ້າຍອີກແລ້ວ!
          ແມ່ນແທ້ໆ ຊ້າເກືອບສິບຫ້ານາທີ ຂະໜາດວ່າບໍ່ທັນໄດ້ເຂົ້າຫ້ອງພັກໄປຖ່າຍເຄື່ອງມີແຕ່ແກ້ເສື້ອກັນລົມທີ່ເປື້ອນເລືອດອອກ… ຂ້ອຍຍ່າງເຂົ້າໄປໃນຫ້ອງປະຊຸມດ້ວຍຫົວໃຈນ້ອຍລີບພະຍາຍາມຫົດໂຕໃຫ້ນ້ອຍເທົ່າທີ່ຈະນ້ອຍໄດ້.  ພໍແຕ່ນັ່ງລົງຂ້າງຫົວໜ້າ ຂ້ອຍກໍກັ້ນໃຈເພື່ອກຽມເອົາຫູໂຕ່ງຄຳຮ້າຍຈາກເພິ່ນ… ແຕ່ຂ້ອຍຕ້ອງແປກໃຈເມື່ອສຽງທີ່ດັງອອກຈາກປາກເພິ່ນເຂົ້າສູ່ຮູຫູ ເປັນສຳນວນອ່ອນໂຍນແບບທີ່ຂ້ອຍບໍ່ເຄີຍໄດ້ຍິນມາກ່ອນຈັກເທື່ອ:
            “ຊ້າແບບນີ້ ພວກເຮົາທຸກຄົນໃນທີ່ກອງປະຊຸມຄວນເອົາເປັນແບບຢ່າງແລະກໍຂໍສະແດງຄວາມຊົມເຊີຍຕໍ່ນໍ້າໃຈທີ່ເສຍສະລະຊ່ອຍເຫຼືອຜູ້ອື່ນໃນຍາມປະສົບໄພ.ຂໍຊົມເຊີຍສະຫາຍດວງເພັດດ້ວຍຄວາມຈິງໃຈ.” ຕິດຕາມດ້ວຍສຽງຕົບມືຂອງຜູ້ທີ່ເຂົ້າຮ່ວມກອງປະຊຸມ…ຂ້ອຍງຶດງໍ້ອັດສະຈັນນຳຄຳຊົມເຊີຍຂອງຫົວໜ້າເຮັດແນວໃດເພິ່ນຈຶ່ງຮູ້ວ່າຂ້ອຍຊ້າຍ້ອນຄາຊ່ອຍຜູ້ປະສົບອຸບັດເຫດ…ແຕ່ຄວາມງຶດງໍ້ຂອງຂ້ອຍຕ້ອງມະລາຍຫາຍໄປ ເມື່ອນາງແສງຈັນເພື່ອນຮ່ວມງານຂອງຂ້ອຍຍິກຄິ້ວລິວຕາໃສ່ຂ້ອຍພ້ອມທັງເອົານີ້ວຊີ້ຈີ້ໃສ່ໜ້າເອິກຕົນເອງ…
          ກອງປະຊຸມ 5 ວັນ ຕັ້ງແຕ່ວັນຈັນເຖິງວັນສຸກດໍາເນີນໄປຢ່າງປະສົບຜົນສໍາເລັດຂ້ອຍກໍປະຕິບັດໜ້າທີ່ທີ່ທາງຂັ້ນເທິງມອບໝາຍໃຫ້ດ້ວຍຄວາມເບີກບານໃຈ ແລະເປັນທີ່ຖືກໃຈຫົວໜ້າເປັນຢ່າງດີ. ຂາກັບຂ້ອຍບໍ່ລືມຂັບລົດໄປແວ່ໂຮງໝໍເມືອງໂພນໂຮງ… ຕະຫຼອດຫ້າມື້ທີ່ຜ່ານມາ ຂ້ອຍພາວະນາໃຫ້ນາງນ້ອຍຜູ້ໂຊກຮ້າຍຈົ່ງປອດໄພ ຢ່າໄດ້ມີອັນເປັນໄປໃນທາງບໍ່ດີເລີຍ. ພໍແຕ່ກ້າວຂາມາເຖິງໜ້າໂຮງໝໍ ຂ້ອຍກໍໄດ້ຍິນສຽງລົມກັນຂອງນາງພະຍາບານສອງຄົນຢູ່ໜ້າບ່ອນຮັບຄົນເຈັບ.
            “ຖ້ານາງນ້ອຍຜູ້ນັ້ນມາຊ້າອີກ 5 ນາທີ ລາວຄືຊິບໍ່ໄດ້ກັບເມືອເຮືອນຄືສະພາບແບບນີ້ດອກ!ຫຼາຍຄົນເວົ້າວ່າຄົນເຮົາສະໄໝນີ້ແລ້ງນໍ້າໃຈ ແຕ່ໃນຕົວຈິງຄົນທີ່ມີນໍ້າໃຈຍັງມີຢູ່…ຖ້າຂ້ອຍໄດ້ເຫັນອ້າຍທີ່ຊ່ອຍເອົານາງນ້ອຍມາມື້ນັ້ນອີກຂ້ອຍຈະກ່າວຄຳຂອບໃຈແທນພໍ່ແມ່ແລະນາງນ້ອຍນັ້ນໃຫ້ໄດ້…”ນາງພະຍາບານໜ້າໃສເວົ້າດ້ວຍສຽງດັງພໍປະມານ ເຮັດໃຫ້ຂ້ອຍຈົນຢາກສະເໜີໜ້າເຂົ້າໄປຫານາງ ແຕ່ດ້ວຍຫຍັງກໍບໍ່ຮູ້ ເຮັດໃຫ້ຂ້ອຍຕ້ອງຊະງັກຂາ ປິ່ນໂຕອອກຈາກໂຮງໝໍກັບມາຍັງລົດ…ແຕ່ສຽງຂອງນາງພະຍາບານອີກນາງໜຶ່ງກໍຍັງນໍາຕິດຕາມຂ້ອຍມາ…
            “ຖ້າໄດ້ຊາຍແບບນີ້ເປັນແຟນ ກໍຄົງເປັນບຸນແທ້ໆນໍ!”
          ສຽງເວົ້າດັ່ງກ່າວກ້ອງໄປທົ່ວໂກນຫູ ເຮັດໃຫ້ຫົວໃຈໜຸ່ມໂສດຕ້ອງສັ່ນສະເທືອນແບບບໍ່ເຄີຍເປັນມາກ່ອນ…

ໂດຍ ອາຈານ ແສງຟ້າ ໂຫລານຸພາບ 

ເວນໜໍເວນກຳ!!!

_______________

ເວນໜໍເວນກຳ!!!
_______________

January 23, 2014 at 11:53am
ເມື່ອປອດຈາກສາຍ­ຕາຄົນ, ຂ້ອຍກໍຟ້າວຈອດລົດເຂົ້າແຄມທາງ ປົດໝວກກັນນັອກ­ອອກຈາກຫົວ ແລ້ວຈົກເອົາເງິນຕັບບັກໃຫຍ່ອອກຈາກຖົງ ເປ້ອອກມານັບດ້ວຍຄວາມເພິງພໍໃຈ… ທ້ອງຟ້າຍາມລົງແລງຄ່ອຍໆ­ອັບແສງ­ຕາເວັນ ເຮັດໃຫ້ຖະ­ໜົນສາຍນ້ອຍເສັ້ນ­ນັ້ນ­ຄ່ອຍໆປາ­ສະ­ຈາກລົດລາພາ­ຫະ­ນະ­ໃດໆ­… ກໍາ­ລັງນັບເພີນ ຈາກສາມລ້ານເປັນສາມລ້ານເອັດ-ສາມລ້ານສອງ-ສາມລ້ານສາມ… ແຕ່ບໍ່ທັນຮອດສາມລ້ານສີ່ ສະ­ຕິສໍາປະ­ສັນຍະ­ຂອງຂ້ອຍກໍມິ່ງມ້ອຍລົງ ແສງດາວມະ­ຍິບມະ­ຍັບວູບ­ວາບຢູ່ໃນຫົວ… ມາຮູ້ເມືອຄີງອີກເທື່ອໜຶ່ງ ກໍເປັນສີມຶນໆ­ຢູ່ໃນກະ­ໂຫຼກ­ຫົວ, ຂ້ອຍມືນຕາ­ຂຶ້ນຢ່າງຍາກຊາ ຫຼຽວເຫັນເພດານຂາວເປັນສີມົວໆ­…     
 “ຄົນເຈັບໄດ້ສະ­ຕິຄືນມາແລ້ວ!” ສຽງທຸ້ມໆ­ຂອງຜູ້ຊາຍດັງເຂົ້າໂກນຫູ ເຮັດໃຫ້ຂ້ອຍຕ້ອງຫງ່ຽງຫົວໄປທີ່ເຈົ້າ­ຂອງສຽງ.     
“ເຈົ້າ­ພົ້ນ­ຂີດອັນຕະ­ລາຍແລ້ວ!” ທ່ານ­ໝໍໜ້າຍັງໜຸ່ມບອກຂ້ອຍດ້ວຍຄວາມໃບໜ້າຍິ້ມໆ­.     
“ຂ້ອຍເປັນຫຍັງຈຶ່ງໄດ້ເຂົ້າໂຮງ­ໝໍ?” ຂ້ອຍຖາມດ້ວຍສຽງສີຝ່າວໆ­.     
“ອ້າຍ­ຖືກຕີຫົວ ຈົນຕ້ອງຫຍິບຕັ້ງ 20 ເຂັມ!!!” ນາງພະ­ຍາບານທີ່ຢືນເບື້ອງກົງ­ກັນຂ້າມກັບທ່ານ­ໝໍກ່າວ.     
“ໂອ້! ຄັນຊັ້ນ, ລົດ­ຈັກ ແລະ­ເງິນທີ່ໄດ້ມາບໍ່ແມ່ນຖືກພວກຄົນຊົ່ວເອົາໄປແລ້ວບໍ່?” ຂ້ອຍອຸທານໃນໃຈດ້ວຍຄວາມເຈັບປວດທັງກະໂຫຼກຫົວແລະ­ຈິດໃຈ…     
“ນອນປິ່ນ­ປົວອີກຈັກມື້­ໜຶ່ງ ເຈົ້າກໍສາມາດອອກໂຮງ­ໝໍໄດ້ແລ້ວ!” ທ່ານ­ໝໍກ່າວກ່ອນຈະ­ອອກໄປຈາກຫ້ອງ...     
“ອົດ­ທົນປິ່ນ­ປົວຕື່ມອີກມື້ດຽວເດີອ້າຍເດີ!” ນາງພະ­ຍາບານທັງເວົ້າ­ທັງລະ­ບາຍຍິ້ມ­ຫວານໃສ່ຂ້ອຍ ຈົນຄວາມເຈັບຈັກມະ­ຫັບມະ­ຫາຍໄປທາງໃດ…     

ມື້ດຽວຜ່ານໄປໄວປານສາຍຟ້າແມບ, ຕອນເຊົ້າ ພາຍ­ຫຼັງ­ທີ່ນາງພະ­ຍາບານຄົນງາມມາລ້າງບາດໃຫ້ແລ້ວ ກໍໄດ້ມີຊາຍໜ້າຕາບໍ່ຄຸ້ນເຄີຍເຂົ້າມາຢ້ຽມ ແລະ­ບອກໃຫ້ຂ້ອຍຮູ້ວ່າເລື່ອງໃຊ້ຈ່າຍຄ່າປິ່ນ­ປົວແລະ­ນອນໂຮງ­ໝໍ ທາງຫ້ອງ­ການລາວຈະ­ຮັບ­ຜິດ­ຊອບ ພຽງແຕ່ອອກຈາກໂຮງ­ໝໍແລ້ວໃຫ້ໄປນໍາ­ລາວ. ຂ້ອຍ­ດີໃຈຢ່າງ­ບອກ­ບໍ່ຖືກ ທີ່­ຢູ່ບໍ່ຢູ່­ກໍມີຜູ້ມາຊ່ວຍອອກຄ່າປິ່ນ­ປົວແລະ­ຄ່າໂຮງ­ໝໍໃຫ້. ເວລາມີເຄາະ­ຮ້າຍກໍຍັງມີໂຊກ­ດີມາ­ຄ້ຳ­ຈູນ…ຂ້ອຍຍົກມືຂຶ້ນໄຫວ້ລາວດ້ວຍຄວາມຮູ້ບຸນ­ຄຸນ…     
“ໂຊກດີເດີ ອ້າຍ!” ສຽງ­ນາງພະ­ຍາບານ­ທີ່ມາສົ່ງຂ້ອຍຢູ່ລົດເກ໋ງ­ຂອງຊາຍຄົນນັ້ນ­ດັງເຂົ້າ­ຫູ ພ້ອມຮອຍຍິ້ມ­ທີ່ແສນດຶງດູດ.       “ຂອບໃຈນ້ອງຫຼາຍໆ­ເດີ!” ຂ້ອຍກ່າວອອກໄປພ້ອມກັບໂບກມືໃຫ້ ແລ້ວກໍຂຶ້ນ­ລົດໄປກັບຊາຍຄົນນັ້ນ.        ອັນທີ່ເຮັດໃຫ້ຂ້ອຍແປກໃຈຫຼາຍ­ກໍແມ່ນລົດເກ໋ງ­ຄັນນີ້ມີປ້າຍແດງ ເຮັດໃຫ້ຂ້ອຍຄິດໄປຫຼາຍແນວ… ບໍ່­ພໍອຶດໃຈ ລົດເກ໋ງ­ຄັນດັ່ງກ່າວກໍມາຈອດຢູ່ຕໍ່ໜ້າຕຶກສອງຊັ້ນ­ທີ່ມີປ້າຍທີ່ຂ້ອຍເຄີຍມາ­ຄັ້ງ­ໜຶ່ງແລ້ວເມື່ອສອງປີກ່ອນ…     
“ພາຂ້ອຍມາຫຍັງນີ້?” ຂ້ອຍຖາມຊາຍຄົນນັ້ນ.     
“ຈັກໜ້ອຍຫາກຊິຮູ້.” ລາວຕອບຂ້ອຍແບບໜ້າຂຶມໆ­.     
ພໍແຕ່ກ້າວຂາເຂົ້າໄປໃນປະ­ຕູຕຶກຫຼັງ­ນັ້ນຄວາມສົງໄສທັງຫຼາຍທັງມວນພ້ອມດ້ວຍຄວາມຫວັ່ນໄຫວທີ່ມີຢູ່ໃນຫົວກໍມະລາຍຫາຍໄປທັນທີ ປ່ຽນເປັນຄວາມຮູ້ສຶກຕື່ນເຕັ້ນດີໃຈຢ່າງບອກບໍ່ຖືກ. ສິ່ງທີ່ເຮັດໃຫ້ຂ້ອຍຫາຍສົງໄສຢ່າງໄວພະລັນນັ້ນ ກໍໄດ້ແກ່ລົດຈັກຄູ່ຊີບທີ່ຖືກໂຈນປຸ້ນເອົາໄປນັ້ນຈອດເດັ່ນເປັນສະຫງ່າຢູ່ກາງຫ້ອງຂ້າງໂຕະ ທີ່ມີເຈົ້າໜ້າທີ່ຕຳຫຼວດທ່ານໜຶ່ງພວມນັ່ງສອບປາກຄຳຊາຍໜຸ່ມຜົມອ່າວຍາວທີ່ມືທັງສອງສວມປະຫຼັກຄູ່ວາງໄວ້ເທິງໂຕະ. ຖ້າຂ້ອຍເດົາບໍ່ຜິດ ກໍຄົງແມ່ນໝໍນີ້ລະ ທີ່ຕີຫົວຂ້ອຍພ້ອມທັງປຸ້ນເອົາເງິນແລະລົດຈັກໄປ.
“ແມ່ນຜູ້ນີ້ຕວ່າ ທີ່ເຈົ້າເອົາຄ້ອນຟາດຫົວລາວ?” ຕຳຫຼວດທ່ານນັ້ນຖາມຂຶ້ນດ້ວຍສຽງສີດັງໆ ພ້ອມກັບຊີ້ມືໃສ່ຂ້ອຍ.
“ໂດຍ…ແມ່ນ…ແມ່ນຜູ້ນີ້ລະ, ທ່ານຕຳຫຼວດ.” ມັນຕອບແບບບໍ່ເຕັມປາກເຕັມຄຳປານໃດ. ມັນເງີຍໜ້າແນມເບິ່ງຂ້ອຍ ພ້ອມທັງຍໍມືນົບແບບຄົນສຳນຶກຜິດ. “ຂໍໂທດອ້າຍຫຼາຍ…”
ມັນບໍ່ທັນເວົ້າສຸດຄວາມຄັກຊ້ຳ ຄວາມໝຶນຈັກວ່າມາແຕ່ໃສ ຈົນເຮັດໃຫ້ຂ້ອຍຟິວຂາດ ໂດດຫຼູບໃສ່ມັນ ຫວັງຊິນ່ວນກຳປັ້ນໃສ່ໜ້າມັນຄັກໆຈັກບາດ. ແຕ່ບໍ່ທັນຈະເງື້ອແຂນ ຊາຍທີ່ນຳຂ້ອຍມາສະຖານທີ່ແຫ່ງນີ້ ກໍເຂົ້າມາຫ້າມໄວ້ຢ່າງທັນທ່ວງທີ ເຮັດໃຫ້ຂ້ອຍໄດ້ແຕ່ກັດແຂ້ວແນມເບິ່ງໜ້າມັນດ້ວຍຄວາມແຄ້ນ…
ຂະນະທີ່ພວມລະງັບອາລົມແຄ້ນຢູ່ນັ້ນ ຂ້ອຍຕ້ອງເຢັນສັນ­ຫຼັງ­ວາບບາດໜຶ່ງ ເມື່ອຍິງໄວກາງ­ຄົນທີ່ຂ້ອຍລຶ້ງໜ້າດີຍ່າງເຂົ້າມາທາງປະຕູຫ້ອງພ້ອມດ້ວຍຕຳຫຼວດນາຍໜຶ່ງ. ພໍມາຮອດໃກ້ ລາວກໍ­ໃຊ້ມືຊີ້ໜ້າຂ້ອຍ ພ້ອມກັບແຂກສຽງໃສ່ດ້ວຍຄວາມຢາກຮ້າຍສຸດຂີດ.
“ແມ່ນບັກຊົ່ວນີ້ແຫຼະ­ ທີ່ລັກເອົາເງິນຈາກລີ້ນ­ຊັກຂອງບໍລິສັດໄປນະ­!” ທັງເວົ້າ­ທັງແລ່ນໃສ່ຂ້ອຍແບບໝຶນສຸດຂີດ.     ໄຄແຕ່ຊາຍຄົນນັ້ນ ແລະ­ຕໍາ­ຫຼວດຫ້າມໄວ້ທັນ ຄັນບໍ່ຊັ້ນຂ້ອຍກໍຄົງໄດ້ຮັບບາດເຈັບຕື່ມຢ່າງທ່ຽງແທ້ແນ່ນອນ…ຈັ່ງແມ່ນເວນກໍາຕິດຈະ­ຫຼວດ­ອີ່­ຫຼີ!!!!

ໂດຍ ອາຈານ ແສງຟ້າ ໂຫລານຸພາບ 

ສອງສ່ຽວ

__________________________

ສອງສ່ຽວ

__________________________
January 27, 2014 at 6:32pm
      ສອງສ່ຽວເດີນທາງໄກໂດຍຜ່ານຫາດຊາຍທີ່ກວ້າງໃຫຍ່.
      ລະ­ຫວ່າງທາງທັງສອງໄດ້ຖົກຖຽງກັນເຖິງຂັ້ນຜູ້ໜຶ່ງເອົາມືຕົບໜ້າສ່ຽວຂອງຕົນຢ່າງແຮງ ແຕ່ສ່ຽວຜູ້­ນັ້ນກໍບໍ່ໄດ້ໂຕ້ຕອບ ລາວພຽງແຕ່ນັ່ງຢ່ອງຢໍ້ລົງ ແລະ­ໃຊ້ນີ້ວມືຂຽນບັນທຶກການກະ­ທໍາຂອງສ່ຽວຕົນໃສ່ເທິງພື້ນຊາຍວ່າ:
      “ມື້­ນີ້ ສ່ຽວຮັກໄດ້ຕົບໜ້າເຮົາບາດໜຶ່ງ!”     

      ແລ້ວທັງສອງກໍພາກັນເດີນທາງຕໍ່ໄປ ຈົນມາເຖິງສາຍນໍ້າທີ່ກວ້າງໃຫຍ່ ແລະ­ໄຫຼແຮງສົມຄວນ… ເຮືອກໍບໍ່ມີ ຂອນໄມ້ກໍບໍ່ມີຈັກທ່ອນ, ດັ່ງນັ້ນ ທັງສອງຈຶ່ງຈໍາເປັນຕ້ອງລອຍຂວ້າມໃຫ້ພົ້ນດ້ວຍກໍາລັງກາຍຂອງຕົນເອງ. ແຕ່ລະ­ຫວ່າງທີ່ຈະ­ເຖິງຝັ່ງ ສ່ຽວຜູ້ທີ່ຖືກຕົບໜ້າຊໍ້າພັດໝົດແຮງກ່ອນ ແຕ່ຊາຕາຍັງບໍ່ຂາດ ລາວໄດ້ຮັບການຊ່ອຍເຫຼືອຈາກສ່ຽວຜູ້ຕົບໜ້າລາວ.

      ເມື່ອຂຶ້ນຫວິດນໍ້າແລ້ວ ສ່ຽວຜູ້ຖືກຕົບໜ້າ ກໍຍ່າງໂຊຊັດໂຊເຊຂຶ້ນໄປນັ່ງຢູ່ພະ­ລານຫີນແຄມນໍ້າ ແລະ­ເອົາຫີນນ້ອຍສະ­ຫຼັກລົງໃສ່ພະ­ລານຫີນວ່າ:     
      “ແລງ­ມື້­ນີ້ ສ່ຽວຮັກໄດ້ຊ່ອຍຊີວິດເຮົາໄວ້!”     
     ສ່ຽວຜູ້ຊ່ອຍຊີວິດມີຄວາມແປກໃຈຕໍ່ການກະ­ທໍາຂອງສ່ຽວຕົນ ຈຶ່ງຖາມວ່າ:     
      “ເປັນຫຍັງໂຕຄືບໍ່ຂຽນໃສ່ພື້ນຊາຍອີກລະ­?”     
     ສ່ຽວຜູ້ໄດ້ຮັບການຊ່ອຍເຫຼືອຊີວິດຕອບວ່າ:     
     “ຕອນທີ່ໂຕຕົບໜ້າເຮົານັ້ນ ເຮົາຂຽນໃສ່ພື້ນຊາຍ ກໍຍ້ອນວ່າ­ສາຍລົມແຫ່ງການໃຫ້ອະ­ໄພສາມາດພັດເປົ່າໃຫ້ຂໍ້ຄວາມດັ່ງກ່າວ ລຶບຫາຍໄປໄດ້ຢ່າງໄວພະ­ລັນ. ແຕ່ກັບຕອນທີ່ໂຕຊ່ອຍຊີວິດເຮົາ ເຮົາສະ­ຫຼັກມັນໃສ່ເທິງພະ­ລານຫີນແຫ່ງຄວາມຊົງຈໍາຈາກສ່ວນເລິກຂອງຫົວໃຈ ຊຶ່ງສາຍລົມບໍ່ສາມາດລຶບມັນໃຫ້ສູນຫາຍໄປໄດ້."

ຂຽນໂດຍອາຈານ ແສງັ້າ ໂຫລານຸພາບ

ຄົນຕິເກັ່ງ


__________________
ຄົນຕິເກັ່ງ

_________________________________
January 30, 2014 at 8:53pm
ຢູ່ບ້ານແຫ່ງ­ໜຶ່ງ ມີຊາຍ­ຄົນ­ໜຶ່ງເປັນ­ຄົນ­ມີນິໄສບໍ່­ຄືກັບ­ຜູ້­ອື່ນ, ລາວເປັນ­ຄົນ­ມັກ­ຕິ: ທຸກ­ສິ່ງ­ທຸກຢ່າງ­ຢູ່­ບົນໜ້າໂລກ­ນີ້­ທີ່­ທຸກ­ຄົນ­ບອກວ່າດີແລ້ວ ງາມແລ້ວ ຖືກຕ້ອງແລ້ວ, ລາວຊໍ້າ­ພັດ­ມີຄວາມເຫັນ­ກົງ­ກັນຂ້າມ ເຊັ່ນ ເຮືອນ­ທີ່ສ້າງ­ຂຶ້ນ­ຫຼັງ­ບັກ­ງາມໆ­ ແລະ­ເປັນ­ທີ່­ຖືກໃຈຂອງ­ຄົນ­ທັງ­ຫຼາຍ­ທີ່­ມາເຫັນ­ຈົນ­ບໍ່­ຈັກແນວຊິຕິ; ເມື່ອຊາຍ­ຄົນ­ນີ້­ມາເຫັນ ລາວຊໍ້າ­ພັດ­ບອກວ່າ ອັນ­ນີ້­ບໍ່­ງາມ ບ່ອນ­ນີ້­ບໍ່­ດີ ບ່ອນ­ນັ້ນ­ຂີ້ຮ້າຍ… ດ້ວຍເຫດ­ນີ້ ຊື່­ສຽງໃນເລື່ອງ­ມັກ­ຕິຂອງ­ລາວຈຶ່ງ­ດັງກ້ອງໄປທົ່ວ…
ມື້­ໜຶ່ງ­ມີຊ່າງ­ສີມືຊັ້ນ­ຍອດ­ມາ­ສ້າງພະ­ພຸດທະ­ຮູບໃຫ້­ວັດໃນບ້ານແຫ່ງ­ນັ້ນ. ເມື່ອສ້າງ­ສໍາເລັດ ໄທບ້ານ­ທຸກ­ຄົນເຫັນວ່າດີວ່າງາມ, ທຸກສ່ວນ­ຖືກຕ້ອງ­ຕາມ­ລັກສະ­ນະ­ຂອງພະ­ພຸດທະ­ຮູບ. ໃຜມາເບິ່ງຕ່າງ­ກໍຍ້ອງ­ຍໍຊົມເຊີຍ­ສີມືຂອງ­ນາຍຊ່າງວ່າ­ສຸດ­ຍອດແທ້ໆ­, ບໍ່­ມີໃຜຕິຈັກ­ຄົນ. ຍັງແຕ່­ຊາຍ­ມັກ­ຕິຜູ້­ດຽວເທົ່ານັ້ນ ທີ່­ຍັງ­ບໍ່ໄດ້­ມາເບິ່ງ, ໄທບ້ານ­ຈຶ່ງ­ຢາກ­ລອງ­ຖາມ­ຊາຍ­ຜູ້­ນີ້ວ່າ ພະ­ພຸດທະ­ຮູບ­ທັງ­ດີທັງ­ງາມຂະ­ໜາດ­ນີ້ ລາວຊິຫາເລື່ອງ­ມາ­ຕິໄດ້­ບໍ່. ເມື່ອຊາຍ­ມັກ­ຕິຍ່າງເຂົ້າໄປພິຈາ­ລະ­ນາເບິ່ງພະ­ພຸດທະ­ຮູບ. ລາວໃຊ້­ສາຍ­ຕາເບິ່ງຊ້າຍເບິ່ງ­ຂວາ­ຢ່າງ­ພິນິດ.
ສຽງ­ຂອງ­ພໍ່­ຕູ້­ໜຶ່ງເວົ້າ­ຂຶ້ນ “ນີ້ທ້າວເອີຍ! ເບິ່ງໃຫ້­ຄັກໆ­ ແລ້ວຕິມາເທາະ­ວ່າ­ພະ­ພຸດທະ­ຮູບ­ອົງ­ນີ້­ບໍ່­ງາມບ່ອນໃດ?”
ໄທບ້ານຕ່າງ­ກໍຄາດເດົາກັນວ່າ­ລາວຄົງຈະ­ຕິວ່າ ພະ­ພຸດທະ­ຮູບ­ອົງ­ນີ້ ສົບນ້ອຍ ຫູໃຫຍ່ ຕີນ­ຍາວ ມືສັ້ນໂພດ. ແຕ່­ທຸກ­ຄົນຕ້ອງ­ຕື່ນ­ຍຸບ ເມື່ອລາວບໍ່­ຕິຕາມ­ທຸກ­ຄົນ­ຄາດເດົາ ລາວຊໍ້າ­ພັດ­ຕິວ່າ:
“ພະ­ພຸດທະ­ຮູບ­ອົງ­ນີ້­ຫຼໍ່ໄດ້­ດີທຸກຢ່າງ ເສຍແນວດຽວຄື ເວົ້າບໍ່ໄດ້!”
ທຸກ­ຄົນ­ຫຼຽວເບິ່ງໜ້າກັນ­ລັອກແລັກ ຄຶດ­ບໍ່ເຖິງວ່າ­ລາວຊິຕິມາໃນ­ຮູບ­ນີ້. ເມື່ອຕິພະ­ພຸດທະ­ຮູບ­ອົງ­ນັ້ນແລ້ວ, ຊາຍ­ຄົນ­ນັ້ນ­ກໍຍ່າງໄປຕາມບ້ານຕ່າງໆ­ ເພື່ອທີ່ຈະ­ຊອກ­ຫາເລື່ອງ­ຕິສິ່ງຕ່າງໆ­ ເພື່ອສ້າງ­ຊື່­ສຽງໃຫ້­ຕົນເອງ­ຫຼາຍ­ຂຶ້ນ. ມື້­ໜຶ່ງ­ລາວໄດ້ຍ່າງໄປພົບ­ສວນ­ໝາກໂມ ໝາກ­ອຶ, ຄົນ­ມັກ­ຕິບອກວ່າ:
“ໂອ້ຍ! ທໍາມະ­ຊາດ­ຈັ່ງແມ່ນ­ບໍ່­ດີແທ້ໆ­ນໍ! ສ້າງຫຍັງ­ຂຶ້ນ­ມາກໍບໍ່­ສົມ­ດູນ­ກັນ, ຄືໝາກໂມ­ໝາກ­ອຶນີ້ ເຄືອນ້ອຍໆ­ ແຕ່ອອກ­ໝາກໃຫຍ່ໆ­ ທີ່­ຈິງແລ້ວໝາກ­ຄວນຈະ­ນ້ອຍ­ກວ່ານີ້.”
ຕິແລ້ວກໍຫົວຂວັນ­ທໍາມະ­ຊາດ ແລະ­ຮູ້­ສຶກ­ພູມໃຈໃນ­ຄວາມຊ່າງ­ຕິຂອງ­ຕົນເອງ. ເມື່ອຍ່າງໄປອີກ­ຄາວໜຶ່ງ ກໍພໍ້­ຕົ້ນ­ໝາກ­ຂາມ ລາວກໍຮ້ອງ­ຂຶ້ນວ່າ:
“ໜິ່! ເຫັນ­ບໍ ທໍາມະ­ຊາດ­ຕັ້ງ­ບໍ່­ດີ ໝາກ­ຂາມ­ກົກ­ບັກໃຫຍ່ ແຕ່­ໝາກໜ່ວຍນ້ອຍໆ­ ໃບ­ກໍນ້ອຍ ບໍ່ເໝາະ­ສົມ­ກັນເລີຍ. ໂອ້ຍ­ທໍາມະ­ຊາດເຈົ້າເອີຍ, ຈັ່ງແມ່ນ­ບໍ່ໄດ້ເລື່ອງ­ນໍ!”
ກ່າວແລ້ວກໍຍ່າງ­ຕໍ່ໄປ. ຍ່າງໄປຍ່າງ­ມາເລີຍໄປພໍ້­ກົກ­ໝາກມ່ວງ ລາວບໍ່ຍ່າງຜ່ານໄປລ້າໆ­ ແຕ່­ລາວກໍຊອກ­ຫາເລື່ອງ­ມາ­ຕິເຊັ່ນ­ກັນວ່າ:
“ໝາກມ່ວງເອີຍ! ທໍາມະ­ຊາດສ້າງເຈົ້າມາເປັນ­ຕາ­ຢາກ­ຫົວແທ້ໆ­ນໍ! ກົກ­ບັກໃຫຍ່ ແຕ່ອອກ­ໝາກໜ່ວຍນ້ອຍໆ­ ໃບ­ກໍອ່າວນ້ອຍ ບໍ່ຕ່າງຫຍັງ­ກັບ­ໝາກ­ຂາມເລີຍ. ຕາມ­ຄວາມເປັນ­ຈິງແລ້ວ ໝາກ­ຂອງເຈົ້າ­ຄວນຈະ­ໃຫຍ່­ສໍ່າກັບ­ໝາກໂມ ຫຼືບໍ່­ກໍໝາກ­ອຶພຸ້ນ ມັນ­ຈຶ່ງ­ຊິເໝາະ­ສົມ­ກັນ… ຮ່າໆ­ໆ­ໆ­”
ເຂົາ­ຕິແລ້ວກໍຫົວຮ່າໆ­ດ້ວຍ­ຄວາມ­ອິດເມື່ອຍ­ຈາກ­ການຍ່າງເລາະ­ຕິສິ່ງຕ່າງໆ­ ຈຶ່ງ­ນອນ­ລົງ­ພັກຜ່ອນ­ຢູ່ກ້ອງ­ກົກ­ໝາກມ່ວງ­ນັ້ນ ແລ້ວເຊືອບ­ຫຼັບໄປ. ຂະ­ນະ­ທີ່­ກໍາ­ລັງ­ຫຼັບສະ­ບາຍ­ຢູ່­ນັ້ນ ລາວຕ້ອງ­ຕົກໃຈຕື່ນ­ຂຶ້ນ­ມາ­ທັນ­ທີ ເມື່ອໝາກມ່ວງ­ສຸກໜ່ວຍ­ໜຶ່ງ­ຫຼົ່ນ­ລົງ­ມາ­ຖືກ­ດັງ­ຂອງ­ລາວຢ່າງແຮງ, ລາວລູບ­ດັງ­ຂອງ­ຕົນເອງດ້ວຍ­ຄວາມເຈັບ­ປວດ­ຈົນໄດ້­ຄາງໂອ້ຍໆ­. ຄາວໜຶ່ງ­ຕໍ່­ມາ ເລືອດ­ດັງ­ກໍໄຫຼຊັດ­ອອກ­ມາ­ຊິກໆ­. ພໍແຕ່ເຫັນເລືອດ ລາວກໍຕົກໃຈ ແລ້ວກ່າວລໍາ­ພັນຢ່າງ­ຄົນ­ສໍານຶກ­ຜິດ­ອອກ­ມາວ່າ:
“ ໂອ້! ທໍາມະ­ຊາດໄດ້ສ້າງ­ສິ່ງຕ່າງໆ­ຂຶ້ນ­ມາ­ພໍດີແລ້ວ ເໝາະ­ສົມ­ດີແລ້ວ. ຖ້າ­ທໍາມະ­ຊາດສ້າງ­ໝາກມ່ວງໃຫ້ໃຫຍ່­ສໍ່າ­ໝາກໂມ ຫຼືໝາກ­ອຶ, ປານ­ນີ້ເຮົາ­ຄົງ­ຕາຍໄປແລ້ວ. ບັດ­ນີ້ ເຮົາເຂົ້າໃຈແລ້ວວ່າ­ທໍາມະ­ຊາດໄດ້ສ້າງ­ສິ່ງຕ່າງໆ­ຂຶ້ນ­ມາເໝາະ­ສົມ­ກັນແລ້ວ!” ທັງເວົ້າ­ທັງເອົາມືລູບ­ດັງ­ຕົນເອງ ພ້ອມ­ກັບຮ້ອງໂອຍໆ­ຍ່າງ­ອອກ­ຈາກ­ກົກ­ໝາກມ່ວງໄປ ເພາະ­ຢ້ານ­ໝາກມ່ວງ­ຊິຫຼົ່ນໃສ່­ຫົວອີກ. ຈາກ­ມື້­ນັ້ນເປັນ­ຕົ້ນ­ມາ ໄທບ້ານ­ກໍບໍ່ເຫັນ­ຊາຍ­ຜູ້­ນີ້­ຕິອີ່ຫຍັງ­ອີກເລີຍ!!!!
ທີ່ມາແລະຂຽນໂດຍ ອາຈານ​ Sengfa Holanuphap

ຈາກກັນໄກສຸດຂອບຟ້າ

_____________________
ຈາກກັນໄກສຸດຂອບຟ້າ

February 3, 2014 at 1:13pm
ສຽງເພງປະ­ສານ­ກັບ­ຂອດ­ກິຕ້າດັງ­ກັງ­ວານກ້ອງ­ມາ­ຕາມ­ສາຍ­ລົມ ເຮັດໃຫ້­ຍິງ­ສາວທີ່­ຢືນ­ຢູ່ລະ­ບຽງ­ຊັ້ນສອງ­ຂອງ­ຫໍພັກ­ຍິງ­ຫຼັງ­ທີໜຶ່ງ­

ທີ່ໃກ້­ຮົ້ວມະ­ຫາວິທະ­ຍາໄລເບື້ອງ­ທິດເໜືອ ຕ້ອງ­ຢືນ­ຊຶງ­ກຶ້ງ­ຕາໄປສູ່­ທີ່­ມາຂອງ­ສຽງ­ດັ່ງກ່າວດ້ວຍ­ຫົວໃຈລັນ­ຈວນ­ຊວນໃຫ້ເສົ້າ…

* ເຖິງ­ຈາກ­ກັນໄປ   ຈົນ­ສຸດ­ຂອບຟ້າ
ແຕ່­ອຸລາ­ສອງເຮົາ   ຍັງ­ຢູ່­ຄຽງ­ກັນ
ຈາກໄປຄາວນີ້      ໄປຕາມໜ້າ­ທີ່­ວຽກ­ງານ
ບໍ່­ລືມ­ຄໍາ­ໝັ້ນ      ສັນ­ຍາແຂ່ງ­ຂັນ­ກັນໄວ້

* ອາໄລອາວອນ   ຫວນ­ຄືນ­ພາບແຫ່ງ­ຄວາມ­ຫຼັງ
ຄັ້ງເຮົາຍັງ          ພ້ອມ­ກັນ­ຮໍ່າ­ຮຽນ­ສຶກ­ສາ
ວຽກ­ງານຫຍຸ້ງ­ຍາກ  ພວກເຮົາ­ພ້ອມ­ກັນຜ່ານຜ່າ
ຄ້ອຍໃຈໜັກໜ້າ   ສັ່ງ­ລານໍ້າ­ຕາ­ຫລັ່ງ­ນອງ

* ບໍ່­ຢາກ­ຈາກໄກ   ຈໍາໃຈຕ້ອງ­ຂໍລາ­ຈາກ
ບໍ່­ຢາກຈະ­ພາກ     ຈໍາ­ຈາກໄປກ່ອນ­ຂວັນໃຈ
ຂໍຝາກ­ສຽງເພງ   ບັນເລງ­ອອກ­ຈາກ­ດວງ­ລືໄທ
ມອບແດ່­ຊາມໄວ  ຂວັນໃຈໃນ­ວັນ­ຈາກ­ລາ…

ແມ່ນແລ້ວ ເຊົ້າມື້­ອື່ນ­ນີ້ ຊາຍໃນ­ດວງໃຈຂອງ­ນາງຈະ­ໄດ້ອອກເດີນ­ທາງໄປສຶກ­ສາ­ຕໍ່­ຢູ່ຕ່າງປະ­ເທດເປັນເວລາ 3 ປີ. ກ່ອນ­ທີ່ຈະ­ສັ່ງ­

ລາເປັນເທື່ອສຸດທ້າຍ ເຂົາໄດ້ໃຫ້­ຄໍາ­ໝັ້ນ­ສັນ­ຍາກັບ­ນາງວ່າ ຈະ­ຍຶດ­ໝັ້ນສາຍ­ສໍາ­ພັນ­ທີ່­ມີມາກັບ­ນາງຕະ­ຫຼອດ­ປີກວ່າໆ­ມານີ້ ແລະ­ຈະ­

ບໍ່­ລືມ­ສົ່ງຂ່າວຄາວຫານາງໃຫ້ໄດ້­ອາ­ທິດລະເທື່ອ. ກ່ອນຍ່າງ­ລົງ­ຈາກ­ຫໍພັກ­ຍິງໄປ ເຂົາໄດ້­ຍື່ນ­ຫໍ່ຂອງ­ຂວັນໃຫ້ແກ່­ນາງແລະ­ໄດ້­ສັ່ງ­

ຄວາມໃຫ້­ນາງຮັກ­ສາ­ຂອງ­ຂວັນ­ນີ້ໄວ້­ດີໆ­ ແລະ­ນໍາໃຊ້ໃຫ້ເປັນປະ­ໂຫຍດ… ແຕ່ຍ້ອນ­ຄວາມ­ອາໄລຕໍ່­ຊາຍ­ໜຸ່ມ­ທີ່­ຮູ້ໃຈຈຶ່ງເຮັດໃຫ້­ນາງ

ຮູ້­ສຶກສະ­ທ້ານໃຈ ໂດຍ­ບໍ່ໄດ້­ສົນໃຈນໍາ­ຫໍ່ຂອງ­ຂວັນ­ນັ້ນ ໄດ້ແຕ່­ຄິດ­ຄໍານຶງ­ກັນ­ຕົນເອງວ່າ ອີກດົນ­ປານໃດ­ນໍຈຶ່ງຈະ­ໄດ້­ພົບ­ກັນ­ອີກ…

ທີ່ມາ​ໂດຍອາຈານ Sengfa Hola