__________________
ຄົນຕິເກັ່ງ
_________________________________
ຢູ່ບ້ານແຫ່ງໜຶ່ງ ມີຊາຍຄົນໜຶ່ງເປັນຄົນມີນິໄສບໍ່ຄືກັບຜູ້ອື່ນ, ລາວເປັນຄົນມັກຕິ: ທຸກສິ່ງທຸກຢ່າງຢູ່ບົນໜ້າໂລກນີ້ທີ່ທຸກຄົນບອກວ່າດີແລ້ວ ງາມແລ້ວ ຖືກຕ້ອງແລ້ວ, ລາວຊໍ້າພັດມີຄວາມເຫັນກົງກັນຂ້າມ ເຊັ່ນ ເຮືອນທີ່ສ້າງຂຶ້ນຫຼັງບັກງາມໆ ແລະເປັນທີ່ຖືກໃຈຂອງຄົນທັງຫຼາຍທີ່ມາເຫັນຈົນບໍ່ຈັກແນວຊິຕິ; ເມື່ອຊາຍຄົນນີ້ມາເຫັນ ລາວຊໍ້າພັດບອກວ່າ ອັນນີ້ບໍ່ງາມ ບ່ອນນີ້ບໍ່ດີ ບ່ອນນັ້ນຂີ້ຮ້າຍ… ດ້ວຍເຫດນີ້ ຊື່ສຽງໃນເລື່ອງມັກຕິຂອງລາວຈຶ່ງດັງກ້ອງໄປທົ່ວ…
ມື້ໜຶ່ງມີຊ່າງສີມືຊັ້ນຍອດມາສ້າງພະພຸດທະຮູບໃຫ້ວັດໃນບ້ານແຫ່ງນັ້ນ. ເມື່ອສ້າງສໍາເລັດ ໄທບ້ານທຸກຄົນເຫັນວ່າດີວ່າງາມ, ທຸກສ່ວນຖືກຕ້ອງຕາມລັກສະນະຂອງພະພຸດທະຮູບ. ໃຜມາເບິ່ງຕ່າງກໍຍ້ອງຍໍຊົມເຊີຍສີມືຂອງນາຍຊ່າງວ່າສຸດຍອດແທ້ໆ, ບໍ່ມີໃຜຕິຈັກຄົນ. ຍັງແຕ່ຊາຍມັກຕິຜູ້ດຽວເທົ່ານັ້ນ ທີ່ຍັງບໍ່ໄດ້ມາເບິ່ງ, ໄທບ້ານຈຶ່ງຢາກລອງຖາມຊາຍຜູ້ນີ້ວ່າ ພະພຸດທະຮູບທັງດີທັງງາມຂະໜາດນີ້ ລາວຊິຫາເລື່ອງມາຕິໄດ້ບໍ່. ເມື່ອຊາຍມັກຕິຍ່າງເຂົ້າໄປພິຈາລະນາເບິ່ງພະພຸດທະຮູບ. ລາວໃຊ້ສາຍຕາເບິ່ງຊ້າຍເບິ່ງຂວາຢ່າງພິນິດ.
ສຽງຂອງພໍ່ຕູ້ໜຶ່ງເວົ້າຂຶ້ນ “ນີ້ທ້າວເອີຍ! ເບິ່ງໃຫ້ຄັກໆ ແລ້ວຕິມາເທາະວ່າພະພຸດທະຮູບອົງນີ້ບໍ່ງາມບ່ອນໃດ?”
ໄທບ້ານຕ່າງກໍຄາດເດົາກັນວ່າລາວຄົງຈະຕິວ່າ ພະພຸດທະຮູບອົງນີ້ ສົບນ້ອຍ ຫູໃຫຍ່ ຕີນຍາວ ມືສັ້ນໂພດ. ແຕ່ທຸກຄົນຕ້ອງຕື່ນຍຸບ ເມື່ອລາວບໍ່ຕິຕາມທຸກຄົນຄາດເດົາ ລາວຊໍ້າພັດຕິວ່າ:
“ພະພຸດທະຮູບອົງນີ້ຫຼໍ່ໄດ້ດີທຸກຢ່າງ ເສຍແນວດຽວຄື ເວົ້າບໍ່ໄດ້!”
ທຸກຄົນຫຼຽວເບິ່ງໜ້າກັນລັອກແລັກ ຄຶດບໍ່ເຖິງວ່າລາວຊິຕິມາໃນຮູບນີ້. ເມື່ອຕິພະພຸດທະຮູບອົງນັ້ນແລ້ວ, ຊາຍຄົນນັ້ນກໍຍ່າງໄປຕາມບ້ານຕ່າງໆ ເພື່ອທີ່ຈະຊອກຫາເລື່ອງຕິສິ່ງຕ່າງໆ ເພື່ອສ້າງຊື່ສຽງໃຫ້ຕົນເອງຫຼາຍຂຶ້ນ. ມື້ໜຶ່ງລາວໄດ້ຍ່າງໄປພົບສວນໝາກໂມ ໝາກອຶ, ຄົນມັກຕິບອກວ່າ:
“ໂອ້ຍ! ທໍາມະຊາດຈັ່ງແມ່ນບໍ່ດີແທ້ໆນໍ! ສ້າງຫຍັງຂຶ້ນມາກໍບໍ່ສົມດູນກັນ, ຄືໝາກໂມໝາກອຶນີ້ ເຄືອນ້ອຍໆ ແຕ່ອອກໝາກໃຫຍ່ໆ ທີ່ຈິງແລ້ວໝາກຄວນຈະນ້ອຍກວ່ານີ້.”
ຕິແລ້ວກໍຫົວຂວັນທໍາມະຊາດ ແລະຮູ້ສຶກພູມໃຈໃນຄວາມຊ່າງຕິຂອງຕົນເອງ. ເມື່ອຍ່າງໄປອີກຄາວໜຶ່ງ ກໍພໍ້ຕົ້ນໝາກຂາມ ລາວກໍຮ້ອງຂຶ້ນວ່າ:
“ໜິ່! ເຫັນບໍ ທໍາມະຊາດຕັ້ງບໍ່ດີ ໝາກຂາມກົກບັກໃຫຍ່ ແຕ່ໝາກໜ່ວຍນ້ອຍໆ ໃບກໍນ້ອຍ ບໍ່ເໝາະສົມກັນເລີຍ. ໂອ້ຍທໍາມະຊາດເຈົ້າເອີຍ, ຈັ່ງແມ່ນບໍ່ໄດ້ເລື່ອງນໍ!”
ກ່າວແລ້ວກໍຍ່າງຕໍ່ໄປ. ຍ່າງໄປຍ່າງມາເລີຍໄປພໍ້ກົກໝາກມ່ວງ ລາວບໍ່ຍ່າງຜ່ານໄປລ້າໆ ແຕ່ລາວກໍຊອກຫາເລື່ອງມາຕິເຊັ່ນກັນວ່າ:
“ໝາກມ່ວງເອີຍ! ທໍາມະຊາດສ້າງເຈົ້າມາເປັນຕາຢາກຫົວແທ້ໆນໍ! ກົກບັກໃຫຍ່ ແຕ່ອອກໝາກໜ່ວຍນ້ອຍໆ ໃບກໍອ່າວນ້ອຍ ບໍ່ຕ່າງຫຍັງກັບໝາກຂາມເລີຍ. ຕາມຄວາມເປັນຈິງແລ້ວ ໝາກຂອງເຈົ້າຄວນຈະໃຫຍ່ສໍ່າກັບໝາກໂມ ຫຼືບໍ່ກໍໝາກອຶພຸ້ນ ມັນຈຶ່ງຊິເໝາະສົມກັນ… ຮ່າໆໆໆ”
ເຂົາຕິແລ້ວກໍຫົວຮ່າໆດ້ວຍຄວາມອິດເມື່ອຍຈາກການຍ່າງເລາະຕິສິ່ງຕ່າງໆ ຈຶ່ງນອນລົງພັກຜ່ອນຢູ່ກ້ອງກົກໝາກມ່ວງນັ້ນ ແລ້ວເຊືອບຫຼັບໄປ. ຂະນະທີ່ກໍາລັງຫຼັບສະບາຍຢູ່ນັ້ນ ລາວຕ້ອງຕົກໃຈຕື່ນຂຶ້ນມາທັນທີ ເມື່ອໝາກມ່ວງສຸກໜ່ວຍໜຶ່ງຫຼົ່ນລົງມາຖືກດັງຂອງລາວຢ່າງແຮງ, ລາວລູບດັງຂອງຕົນເອງດ້ວຍຄວາມເຈັບປວດຈົນໄດ້ຄາງໂອ້ຍໆ. ຄາວໜຶ່ງຕໍ່ມາ ເລືອດດັງກໍໄຫຼຊັດອອກມາຊິກໆ. ພໍແຕ່ເຫັນເລືອດ ລາວກໍຕົກໃຈ ແລ້ວກ່າວລໍາພັນຢ່າງຄົນສໍານຶກຜິດອອກມາວ່າ:
“ ໂອ້! ທໍາມະຊາດໄດ້ສ້າງສິ່ງຕ່າງໆຂຶ້ນມາພໍດີແລ້ວ ເໝາະສົມດີແລ້ວ. ຖ້າທໍາມະຊາດສ້າງໝາກມ່ວງໃຫ້ໃຫຍ່ສໍ່າໝາກໂມ ຫຼືໝາກອຶ, ປານນີ້ເຮົາຄົງຕາຍໄປແລ້ວ. ບັດນີ້ ເຮົາເຂົ້າໃຈແລ້ວວ່າທໍາມະຊາດໄດ້ສ້າງສິ່ງຕ່າງໆຂຶ້ນມາເໝາະສົມກັນແລ້ວ!” ທັງເວົ້າທັງເອົາມືລູບດັງຕົນເອງ ພ້ອມກັບຮ້ອງໂອຍໆຍ່າງອອກຈາກກົກໝາກມ່ວງໄປ ເພາະຢ້ານໝາກມ່ວງຊິຫຼົ່ນໃສ່ຫົວອີກ. ຈາກມື້ນັ້ນເປັນຕົ້ນມາ ໄທບ້ານກໍບໍ່ເຫັນຊາຍຜູ້ນີ້ຕິອີ່ຫຍັງອີກເລີຍ!!!!
ທີ່ມາແລະຂຽນໂດຍ ອາຈານ Sengfa Holanuphap

No comments:
Post a Comment