__________
ໂມງຢາງຢືດ
ຊາຍໜຸ່ມຜູ້ໜຶ່ງທີ່ເຄີຍໃສ່ໂມງຢາງຢືດ ເລົ່າເລື່ອງສູ່ຟັງ ດັ່ງນີ້:
ຂັບລົດອອກຈາກເຮືອນກໍພໍດີ 7 ໂມງ! ກອງປະຊຸມຢູ່ທ່າລາດຈະເປີດຕອນ 8 ໂມງເຄິ່ງ,ຂ້ອຍຢຽບຄັນເລັ່ງມຸ່ງໜ້າໄປທາງໜອງບຶກດ້ວຍໃຈອັນຮ້ອນຮົນ. ຮູບໃບໜ້າອັນເຄັ່ງຂຶມຂອງຫົວໜ້າປາກົດຢູ່ໃນດວງຄວາມຄິດ, ຫາກຊັກຊ້າບໍ່ທັນເວລາມີຫວັງຖືກເພິ່ນຮ້າຍຢ່າງໃຫຍ່ຄືຕອນໄປປະຊຸມຢູ່ບ້ານເກິນຫວ່າງເດືອນແລ້ວນີ້ຄັກໆ!
“ຈັ່ງແມ່ນຊ້າຄືກັບເຕົ່າແທ້ນໍ ! ຝຶກໃຫ້ເປັນຄົນວ່ອງຄົນໄວຄືກັບກະຕ່າຍບໍ່ໄດ້ຫວາ?ຫາກເທື່ອໜ້າຍັງມີປາກົດການແບບນີ້ ຂ້ອຍຄືຊິອົດບໍ່ໄດ້ດອກ…”ເພິ່ນທັງເວົ້າແບບກັດແຂ້ວທັງກຶ້ງຕາເບິ່ງໜ້າຂ້ອຍປານຊິກິນ… ຂ້ອຍກໍຈົນວ່າຕັບລີບໝົດ ຟ້າວກົ້ມໜ້າເອົາ USBຍັດເຂົ້າໃສ່ຮູທາງຂ້າງຂອງຄອມພິວເຕີມືຖືທີ່ຕໍ່ໃສ່ເຄື່ອງສາຍ LCDຊຶ່ງພວມສາຍແສງໄປໃສ່ຈໍຂາວໜ້າຝາຜະໜັງຫ້ອງປະຊຸມ. ໄຄແຕ່ຜູ້ເຂົ້າຮ່ວມປະຊຸມຫາກໍມີບໍ່ທໍ່ໃດຄົນຄັນບໍ່ຊັ້ນຂ້ອຍມີຫວັງມຸດເຂົ້າກ້ອງໂຕະເພື່ອດັບຄວາມອາຍ… ຄຶດມາຮອດນີ້ຂ້ອຍຟ້າວຢຽບຄັນເລັ່ງເຂົ້າຈຳໆຕື່ມອີກ, ບໍ່ພໍເທົ່າໃດນາທີ ລົດກະບະຍີ່ປຸ່ນມືສອງ ກໍທະຍານໂດ່ງໄປຮອດເຂດອີ່ໄລນາຂ່າ… ສຽງພາກຂ່າວຍາມເຊົ້າຈາກວິທະຍຸຄື້ນ FMດັງເຂົ້າຫູໂດຍທີ່ຈັບໃຈຄວາມຫຍັງບໍ່ໄດ້ ຍ້ອນຈິດໃຈແມ່ນຢູ່ຫ້ອງປະຊຸມຫຼາຍກວ່າ…
ມາຮອດເຂດຕະຫຼາດຫຼັກ 52 ຂ້ອຍຕ້ອງປົດເກຍຜ່ອນຄວາມໄວ ເພາະລົດແຖວນັ້ນອັ່ງກັນອີ່ຫຼີ,ຫວິດຈາກຫັ້ນ ຂ້ອຍຟ້າວປ່ຽນເກຍ ແລະຢຽບຄັນເລັ່ງຕໍ່ຈົນປາຍເຂັມວັດຄວາມໄວໄປແຕະເລກ 100.
“ຈັ່ງໃດມື້ນີ້ເຮົາຕ້ອງໄປຮອດຫ້ອງປະຊຸມກ່ອນເວລາເປີດ 15 ນາທີ!”ຂ້ອຍຄິດໄລ່ຄວາມໄວໃສ່ເວລາໃນສະໝອງດ້ວຍບັ້ງເລກສະໄໝທີ່ເຄີຍຮຽນຢູ່ໂຮງຮຽນປະຖົມ.ເທື່ອນີ້ເຮົາຕ້ອງເຮັດໃຫ້ຫົວໜ້າຍ້ອງເຮົາໃຫ້ໄດ້… ພວມຄຶດເພີນຢູ່ຂ້ອຍຕ້ອງຟ້າວຜ່ອນຄວາມໄວລົງຢ່າງກະທັນຫັນ ເພາະຢູ່ເບື້ອງໜ້ານັ້ນມີລົດອັ່ງກັນເປັນແຖວຍາວສົມຄວນ.ຂ້ອຍຄ່ອຍໆເລື່ອນລົດໄປເບື້ອງໜ້າຕາມຂະບວນ… ຂ້ອຍຫັນກະຈົກປ່ອງຢ້ຽມລົດລົງຍື່ນປາກຖາມພໍ່ຕູ້ທີ່ຢືນຢູ່ແຄມທາງເບື້ອງນັ້ນ… ເພິ່ນຕອບຂ້ອຍວ່າ:
“ລົດຕຳກັນ!”
ຂ້ອຍຟ້າວຫັນກະຈົກຂຶ້ນຄືນ ເພາະຢ້ານຄວາມເຢັນໃນລົດຈະກະຈາຍອອກໄປຂ້າງນອກ ພ້ອມທັງແນມເບິ່ງຂ້າງໜ້າ ເຫຼືອພຽງລົດອີກ 2 ຄັນ ຂ້ອຍກໍຈະໄປເຖິງຈຸດເກີດອຸບັດເຫດ…ຮູ້ສຶກຢາກຮ້າຍຈົນສົບຂະເໝັ່ນຍຶກໆ… ບໍ່ພໍອຶດໃຈລົດຂ້ອຍກໍຮອດຈຸດເກີດເຫດ…ຄວາມຢາກຮ້າຍບໍ່ຮູ້ວ່າຫຼຸດລອຍອອກຈາກຈິດໃຈຍາມໃດກໍບໍ່ຮູ້…ພາບຂອງເດັກຍິງຊຸດນັກຮຽນມັດທະຍົມຕົ້ນນອນຫງາຍຮາບຢູ່ຂ້າງທາງເຫັນວົງເລືອດກະຈາຍອ້ອມຫົວແຂ່ງກັບສີແດງຂອງແພມັດຄໍເຍົາວະຊົນໂດຍມີຊາຍໄວກາງຄົນຢືນສັ່ນເຊັນແບບບໍ່ຮູ້ຈັກແນວຊິເຮັດໄດ້ແຕ່ກວັກມືຂໍຄວາມຊ່ວຍເຫຼືອຈາກເຈົ້າຂອງລົດໃຫຍ່ທີ່ແລ່ນຜ່ານໄປມາ… ຫຼຽວເບິ່ງໂມງ ຍັງເຫຼືອພຽງຊາວນາທີກອງປະຊຸມກໍຈະເປີດແລ້ວ ປາຍຕີນວ່າຈະຢຽບຄັນເລັ່ງໃຫ້ລົດແລ່ນຕໍ່ໄປ…ແຕ່ສຽງເອີ້ນຂໍຄວາມຊ່ອຍເຫຼືອຈາກຊາຍຜູ້ນັ້ນ ຊຶ່ງດັງເລັດລອດເຂົ້າກະຈົກປ່ອງຢ້ຽມທີ່ອັດບໍ່ແຈບໄດ້ເຮັດໃຫ້ຕີນເບື້ອງຂວາຢຽບເບກຢ່າງອັດຕະໂນມັດ… ບໍ່ຮູ້ວ່າຕົນເອງອອກຈາກລົດຍາມໃດ…ຮ່າງຄີງທີ່ຈົມກອງເລືອດ ເຮັດໃຫ້ຂ້ອຍຕ້ອງກັດແຂ້ວອົດກັ້ນຄວາມສະເທືອນໃຈ…
“ຊ່ອຍເອົາລູກອ້າຍໄປໂຮງໝໍໃຫ້ແດ່!”ສຽງຝ່າວໆຂອງຊາຍຜູ້ໂຊກຮ້າຍກະທົບເຂົ້າໂສຕະປະສາດຂ້ອຍອີກເທື່ອໜຶ່ງ.
ວິຊາປະຖົມພະຍາບານ ທີ່ຂ້ອຍເຄີຍຮຽນຕອນໄປຝຶກອົບຮົມກັບສະພາກາແດງລາວຫວ່າງສອງປີກ່ອນຖືກຂ້ອຍນໍາໃຊ້ເປັນເທື່ອທໍາອິດ. ຮ່າງອັນອ່ອນປວກປຽກຖືກນຳເຂົ້າສູ່ໂຮງໝໍເມືອງຢ່າງໄວພະລັນຈົນຜູ້ເປັນພໍ່ຂອງນາງນ້ອຍຜູ້ໜ້າສົງສານ ບໍ່ທັນຈະກ່າວຫຍັງກັບຂ້ອຍເລີຍ. ຫຼຽວເບິ່ງໂມງຍັງພຽງແຕ່ 5 ນາທີ…ຂ້ອຍຟ້າວຂຶ້ນລົດ ຢຽບຄັນເລັ່ງຈົນຈຳ ເພື່ອໃຫ້ທັນກັບກອງປະຊຸມ…ສົງໄສຂ້ອຍຄົງຈະຖືກຫົວໜ້າຮ້າຍອີກແລ້ວ!
ແມ່ນແທ້ໆ ຊ້າເກືອບສິບຫ້ານາທີ ຂະໜາດວ່າບໍ່ທັນໄດ້ເຂົ້າຫ້ອງພັກໄປຖ່າຍເຄື່ອງມີແຕ່ແກ້ເສື້ອກັນລົມທີ່ເປື້ອນເລືອດອອກ… ຂ້ອຍຍ່າງເຂົ້າໄປໃນຫ້ອງປະຊຸມດ້ວຍຫົວໃຈນ້ອຍລີບພະຍາຍາມຫົດໂຕໃຫ້ນ້ອຍເທົ່າທີ່ຈະນ້ອຍໄດ້. ພໍແຕ່ນັ່ງລົງຂ້າງຫົວໜ້າ ຂ້ອຍກໍກັ້ນໃຈເພື່ອກຽມເອົາຫູໂຕ່ງຄຳຮ້າຍຈາກເພິ່ນ… ແຕ່ຂ້ອຍຕ້ອງແປກໃຈເມື່ອສຽງທີ່ດັງອອກຈາກປາກເພິ່ນເຂົ້າສູ່ຮູຫູ ເປັນສຳນວນອ່ອນໂຍນແບບທີ່ຂ້ອຍບໍ່ເຄີຍໄດ້ຍິນມາກ່ອນຈັກເທື່ອ:
“ຊ້າແບບນີ້ ພວກເຮົາທຸກຄົນໃນທີ່ກອງປະຊຸມຄວນເອົາເປັນແບບຢ່າງແລະກໍຂໍສະແດງຄວາມຊົມເຊີຍຕໍ່ນໍ້າໃຈທີ່ເສຍສະລະຊ່ອຍເຫຼືອຜູ້ອື່ນໃນຍາມປະສົບໄພ.ຂໍຊົມເຊີຍສະຫາຍດວງເພັດດ້ວຍຄວາມຈິງໃຈ.” ຕິດຕາມດ້ວຍສຽງຕົບມືຂອງຜູ້ທີ່ເຂົ້າຮ່ວມກອງປະຊຸມ…ຂ້ອຍງຶດງໍ້ອັດສະຈັນນຳຄຳຊົມເຊີຍຂອງຫົວໜ້າເຮັດແນວໃດເພິ່ນຈຶ່ງຮູ້ວ່າຂ້ອຍຊ້າຍ້ອນຄາຊ່ອຍຜູ້ປະສົບອຸບັດເຫດ…ແຕ່ຄວາມງຶດງໍ້ຂອງຂ້ອຍຕ້ອງມະລາຍຫາຍໄປ ເມື່ອນາງແສງຈັນເພື່ອນຮ່ວມງານຂອງຂ້ອຍຍິກຄິ້ວລິວຕາໃສ່ຂ້ອຍພ້ອມທັງເອົານີ້ວຊີ້ຈີ້ໃສ່ໜ້າເອິກຕົນເອງ…
ກອງປະຊຸມ 5 ວັນ ຕັ້ງແຕ່ວັນຈັນເຖິງວັນສຸກດໍາເນີນໄປຢ່າງປະສົບຜົນສໍາເລັດຂ້ອຍກໍປະຕິບັດໜ້າທີ່ທີ່ທາງຂັ້ນເທິງມອບໝາຍໃຫ້ດ້ວຍຄວາມເບີກບານໃຈ ແລະເປັນທີ່ຖືກໃຈຫົວໜ້າເປັນຢ່າງດີ. ຂາກັບຂ້ອຍບໍ່ລືມຂັບລົດໄປແວ່ໂຮງໝໍເມືອງໂພນໂຮງ… ຕະຫຼອດຫ້າມື້ທີ່ຜ່ານມາ ຂ້ອຍພາວະນາໃຫ້ນາງນ້ອຍຜູ້ໂຊກຮ້າຍຈົ່ງປອດໄພ ຢ່າໄດ້ມີອັນເປັນໄປໃນທາງບໍ່ດີເລີຍ. ພໍແຕ່ກ້າວຂາມາເຖິງໜ້າໂຮງໝໍ ຂ້ອຍກໍໄດ້ຍິນສຽງລົມກັນຂອງນາງພະຍາບານສອງຄົນຢູ່ໜ້າບ່ອນຮັບຄົນເຈັບ.
“ຖ້ານາງນ້ອຍຜູ້ນັ້ນມາຊ້າອີກ 5 ນາທີ ລາວຄືຊິບໍ່ໄດ້ກັບເມືອເຮືອນຄືສະພາບແບບນີ້ດອກ!ຫຼາຍຄົນເວົ້າວ່າຄົນເຮົາສະໄໝນີ້ແລ້ງນໍ້າໃຈ ແຕ່ໃນຕົວຈິງຄົນທີ່ມີນໍ້າໃຈຍັງມີຢູ່…ຖ້າຂ້ອຍໄດ້ເຫັນອ້າຍທີ່ຊ່ອຍເອົານາງນ້ອຍມາມື້ນັ້ນອີກຂ້ອຍຈະກ່າວຄຳຂອບໃຈແທນພໍ່ແມ່ແລະນາງນ້ອຍນັ້ນໃຫ້ໄດ້…”ນາງພະຍາບານໜ້າໃສເວົ້າດ້ວຍສຽງດັງພໍປະມານ ເຮັດໃຫ້ຂ້ອຍຈົນຢາກສະເໜີໜ້າເຂົ້າໄປຫານາງ ແຕ່ດ້ວຍຫຍັງກໍບໍ່ຮູ້ ເຮັດໃຫ້ຂ້ອຍຕ້ອງຊະງັກຂາ ປິ່ນໂຕອອກຈາກໂຮງໝໍກັບມາຍັງລົດ…ແຕ່ສຽງຂອງນາງພະຍາບານອີກນາງໜຶ່ງກໍຍັງນໍາຕິດຕາມຂ້ອຍມາ…
“ຖ້າໄດ້ຊາຍແບບນີ້ເປັນແຟນ ກໍຄົງເປັນບຸນແທ້ໆນໍ!”
ສຽງເວົ້າດັ່ງກ່າວກ້ອງໄປທົ່ວໂກນຫູ ເຮັດໃຫ້ຫົວໃຈໜຸ່ມໂສດຕ້ອງສັ່ນສະເທືອນແບບບໍ່ເຄີຍເປັນມາກ່ອນ…
ໂດຍ ອາຈານ ແສງຟ້າ ໂຫລານຸພາບ

No comments:
Post a Comment