ເວົ້າຢອກ
ຊາຍໄວເດິກເລົ່າເລື່ອງເກົ່າໆສະໄໝຍັງເປັນໜຸ່ມໄວຄະນອງສູ່ຟັງດັ່ງນີ້:
ຕອນຄ້າຍແລງແສງແດດອ່ອນຂອງມື້ໜຶ່ງໃນຍາມກ່ຽວເຂົ້ານາປີເມື່ອຫຼາຍສິບປີກ່ອນ. ອາກາດຊ່າງເຢັນສົດຊື່ນ ເໝາະກັບການມາອອກກໍາລັງກາຍຢູ່ເດີ່ນພະທາດຫຼວງ. ຂ້ອຍນໍາເອົາລົດຖີບຄັນເກົ່າຄູ່ຊີບມາຂີ່ເລາະອ້ອມເດີ່ນເພື່ອເປັນການອອກກໍາລັງກາຍ. ມື້ນັ້ນຂ້ອຍບໍ່ໄດ້ມາຜູ້ດຽວ ຍັງມີສາວນ້ອຍວັນນີເພື່ອນບ້ານໃກ້ຄຽງມາຮ່ວມອອກກໍາລັງກາຍນໍາ.
“ເຈົ້າແລ່ນດົນແລ້ວ ມາຂີ່ລົດຖີບແທນຂ້ອຍສາ!” ຂ້ອຍທັງເວົ້າທັງຈັບເຂົາລົດຫງ່ຽງໄປຫານາງ ຊຶ່ງພວມເອົາຫຼັງມືເຊັດເຫື່ອທີ່ໄຫຼອອກຈາກຂະໝັບຫຼັ່ງລົງສູ່ແກ້ມອັນເບັ່ງບານແລະແດງເຮື່ອ.
“ເຈົ້າກໍຮູ້ແລ້ວຕວ່າວ່າຂ້ອຍຖີບລົດບໍ່ເປັນ. ສອນໃຫ້ຂ້ອຍແດ່ດຸ໊!” ນາງບໍ່ເວົ້າລ້າ ຈັບເອົາເຂົາລົດ ແລ້ວປ້າຍຂາທີ່ຫຸ້ມດ້ວຍໂສ້ງວອມສີຟ້າເຂັ້ມຂາຍາວຂຶ້ນຂີ່ອານລົດທີ່ອ່າວສູງຈົນນາງຕ້ອງໄດ້ຢຽດຂາຈົນສຸດເພື່ອໃຫ້ປາຍຕີນຕິດດິນ. ເຫັນລົດແລະຄົນເປັນສີຫງ່ຽງໆ ຂ້ອຍກໍເລີຍຮີບຟ້າວຈັບອານເຫຼັກຊ້ອນທ້າຍເພື່ອກັນບໍ່ໃຫ້ນາງລົ້ມ. ເມື່ອຊົງໂຕໄດ້ແລ້ວ ນາງກໍເຮັດໜ້າສີຫຼ່າໆແບບບໍ່ເຊື່ອໝັ້ນຕົນເອງ ພ້ອມກັບງວາກໜ້າເຫຼືອດແສງຕາມາຫາຂ້ອຍເປັນເຊີງວິງວອນຂໍຮ້ອງໃຫ້ຊ່ວຍ. ຂ້ອຍເຂົ້າໃຈດີສໍາລັບຄົນທີ່ຮຽນຂີ່ລົດຖີບໃໝ່ໆ ຕ້ອງການໃຫ້ມີຄົນຊ່ວຍ ຄັນບໍ່ຊັ້ນກໍເປັນໄດ້ຍາກ.
“ບໍ່ຕ້ອງຢ້ານເດີ! ຄ່ອຍໆຖີບໄປໂລດ. ຂ້ອຍຊິຈັບທ້າຍໃຫ້!” ຂ້ອຍບອກສຽງດັງໆ ນາງໄດ້ແຕ່ງຶກຫົວແລະກໍຈັບເຂົາລົດສັ່ນໄປສັ່ນມາ ທາງຕີນກໍຢັນຜາງຕີນລົດທັງສອງເບື້ອງແບບບໍ່ລຶ້ງເຄີຍ ເຮັດໃຫ້ລົດຖີບໄປທາງໜ້າປານງູລອຍນໍ້າເອົາໂລດ.
“ຫັກເຂົາໜ້ອຍໜຶ່ງໄວໆ !” ຂ້ອຍບອກນາງທັນທີທີ່ເຫັນລົດຖີບຈະໄປຕໍາເອົາກໍາແພງວັດ ແຕ່ບໍ່ທັນເສຍແລ້ວ. ຕີນລົດໜ້າໄປປະທະກັບຕີນກໍາແພງ ໄຄແຕ່ຂ້ອຍດຶງທ້າຍລົດໄວ້ທັນ ຄັນບໍ່ຊັ້ນ ນາງຄົງລົ້ມເປັນແນ່ແທ້.
“ໂອ້ຍ! ເກືອບໄດ້ແທກດິນນໍ້!” ສຽງເວົ້າປົນຫົວແບບໜ້າຫຼ່າໆຂອງນາງດັງກັງວານເຂົ້າຫູ.
“ເອົ໊າ! ພະຍາຍາມໃໝ່.” ຂ້ອຍໃຫ້ກໍາລັງໃຈນາງ ພ້ອມຍ່າງໄປຈັບເຂົາລົດອ້ຽວອອກຈາກກໍາແພງ ແລ້ວໃຫ້ນາງເລີ່ມຖີບຕໍ່. ບໍ່ພໍຊົ່ວໂມງ ນາງກໍສາມາດບັງຄັບເຂົາລົດພ້ອມທັງຖີບໄປທາງໜ້າໂດຍທີ່ຂ້ອຍບໍ່ຕ້ອງຈັບເຫຼັກຊ້ອນທ້າຍອີກ. ສຽງຫົວຮ່າໆແບບຄົນດີໃຈທີ່ປະສົບຜົນສໍາເລັດໃນການເຮັດສິ່ງໃດສິ່ງໜຶ່ງດັງປະສານໄປກັບສາຍລົມຍາມແລງ ເຮັດໃຫ້ຂ້ອຍຕ້ອງຈີກປາກຍິ້ມແລະຫົວຮຶໆໄປນໍາ.
“ເມືອກັນເທາະ ຫົກໂມງຍັງແລ້ວ!” ນາງທັງເວົ້າທັງຫຼຽວເບິ່ງໂມງຢູ່ຄໍ່ແຂນ.
ດວງຕາເວັນສີແດງໆອ່ອນແສງລົງແລະໃກ້ຈະລັບລ່ຽມໂລກໄປແລ້ວ… ຂ້ອຍງຶກຫົວເຫັນດີນໍາ ພ້ອມທັງສະເໜີໃຫ້ນາງເປັນຜູ້ຖີບ ແລະຂ້ອຍຈະເປັນຜູ້ຊ້ອນທ້າຍ. ນາງແກວ່ງຫົວດ້ວຍໃບໜ້າສີຢ້ານໆ ແຕ່ຂ້ອຍກໍຮັບຮອງກັບນາງວ່າຈະເປັນຜູ້ຄໍ້າທາງຫຼັງໃຫ້ ເຊື່ອວ່າຄົງບໍ່ເປັນຫຍັງຢ່າງແນ່ນອນ. ໃນທີ່ສຸດນາງກໍຕົກລົງຕາມຄໍາສະເໜີຂອງຂ້ອຍ, ເຖິງນາງຈະຖີບບໍ່ທັນຊໍານານ ແຕ່ນາງກໍສາມາດຖີບພາຂ້ອຍໄປໄດ້ ໂດຍທີ່ຂ້ອຍຕ້ອງໄດ້ຊ່ອຍຈຶ້ງລົດບໍ່ໃຫ້ລົ້ມເປັນບາງຄັ້ງ. ແລະແລ້ວພວກເຮົາກໍມາຮອດຄ້ອຍທາດຫຼວງ ມາເຖິງຕອນນີ້ຍິ່ງເຮັດໃຫ້ໃບໜ້າທີ່ແດງເຮື່ອກັບກາຍເປັນຫຼ່າເຫຼືອງຍ້ອນຄວາມຢ້ານກົວ ແຕ່ຂ້ອຍກໍໃຫ້ກໍາລັງໃຈແກ່ນາງໂດຍບອກວ່າ ເວລາລົງຄ້ອຍບໍ່ຕ້ອງອອກແຮງຖີບ ລົດຈະເລື່ອນໄຫຼໄປເອງ ພຽງແຕ່ເຮົາບັງຄັບເຂົາລົດໃຫ້ດີ ແລະຫາກນາງສາມາດພາຂ້ອຍລົງຄ້ອຍນີ້ໄດ້ ກໍສະແດງວ່ານາງຂີ່ລົດຖີບເປັນແລ້ວ!!! ເມື່ອໄດ້ຍິນຂ້ອຍວ່າແນວນັ້ນ ນາງກໍໜ້າຊື່ນຂຶ້ນ ກຽມພ້ອມຕັ້ງທ່າຖີບລົດລົງສູ່ຄ້ອຍທີ່ສູງທີ່ສຸດໃນວຽງຈັນຄາວນັ້ນ… ລົດຖີບຄັນເກົ່າແຕ່ແຂງແກ່ນ ຈາກການຈັບເຂົາຂອງສາວນ້ອຍໜ້າໃສໄດ້ພາພວກເຮົາທັງສອງເລື່ອນໄຫຼລົງຄ້ອຍຢ່າງໄວວາ ສາຍລົມພັດວືດ ເຮັດໃຫ້ເສັ້ນຜົມດໍາດົກໜາທີ່ຍາວລະບ່າຂອງນາງປິວສະບັດຖືກໜ້າ ຂອງຂ້ອຍ. ກິ່ນຫອມຈາກເສັ້ນຜົມຂອງນາງເຮັດໃຫ້ຂ້ອຍຫຼົງອອກປາກຄ່ອຍໆໄປວ່າ “ວັນນີ! ຂ້ອຍມັກເຈົ້າ.”
ເມື່ອລົດແລ່ນໄປຮອດຕີນຄ້ອຍ ນາງບີບຟະແລັ້ງຈຶກບາດໜຶ່ງ ເຮັດໃຫ້ລົດເຈືອກ ໄຄແຕ່ຂ້ອຍເອົາຂາຄໍ້າໄວ້ທັນ ຄັນບໍ່ຊັ້ນກໍຄົງພາກັນກ້ອງເອາະເຍາະຢູ່ແຄມຖະໜົນເປັນແນ່. ເມື່ອຈັ້ງທ່າໄດ້ດີແລ້ວ ນາງໄດ້ຫຼຽວໜ້າມາຫາດ້ວຍໃບໜ້າສະແດງຄວາມສົງໄສຢ່າງໃດຢ່າງໜຶ່ງຕໍ່ຂ້ອຍ. ແຕ່ຂ້ອຍເຮັດຕັ້ງຕິຄືບໍ່ມີຫຍັງເກີດຂຶ້ນ ແຕ່ກໍຈຶ້ງສາຍຕາເບິ່ງດວງເນດອັນຄົມງາມທີ່ມີແວວຢາກຕັ້ງຄໍາຖາມວ່າ: ນາງໄດ້ຍິນຄໍາເວົ້າເຫຼົ່ານັ້ນມາຈາກໃສ? ຫຼືເປັນພຽງສຽງຂອງສາຍລົມພັດຫວືດຜ່ານຫູເທົ່ານັ້ນ?!? “ວັນນີ! ເຈົ້າຂີ່ລົດຖີບເປັນແລ້ວ!!!” ຂ້ອຍກ່າວສຽງດັງ ພ້ອມກັບຕົບມືສຽງດັງແປ໊ະໆເພື່ອເປັນການຊົມເຊີຍ.
“ຂອບໃຈຫຼາຍໆເດີ ທີ່ສອນໃຫ້ຂ້ອຍ.” ນາງທັງເວົ້າທັງຈູງລົດຖີບຂຶ້ນຄ້ອຍ ເຮັດໃຫ້ຂ້ອຍຮູ້ສຶກງົງນໍາການກະທໍາຂອງນາງ.
“ອ໊າວ! ບໍ່ເມືອຫວະຊັ້ນ!?!” “ຂ້ອຍຢາກຂີ່ລົດລົງຄ້ອຍອີກເທື່ອໜຶ່ງນະ, ຊ້ອນທ້າຍຂ້ອຍອີກເດີ!” ບໍ່ພໍອຶດໃຈ ພວກເຮົາກໍມາກຽມທ່າຂີ່ລົດລົງຄ້ອຍເປັນເທື່ອທີສອງ ນາງຫຼຽວມາເບິ່ງຂ້ອຍທີ່ຊ້ອນຢູ່ທາງຫຼັງດ້ວຍໃບໜ້າສີຈືດໆວາດໃດວາດໜຶ່ງ ແຕ່ຂ້ອຍກໍງຶກຫົວໃຫ້ແບບເຊື່ອໝັ້ນໃນຄວາມສາມາດຂອງນາງ…
“ເຈົ້າຖີບລົດເປັນແລ້ວ! ບໍ່ຕ້ອງຢ້ານດອກ. ເອົ໊າ! ຂ້ອຍຊິນັບເດີ: ໜຶ່ງ, ສອງ, ສາມ…” ແລ້ວລົດຖີບທີ່ມີສາວນ້ອຍໜ້າໃສແລະອ້າຍບ່າວຂຶ້ນໃໝ່ໜ້າສິວກໍທະຍານລົງສູ່ຄ້ອຍທີ່ໃນຍາມນີ້ບໍ່ຄ່ອຍມີລົດແລ່ນໄປມາຫຼາຍປານໃດ… ສາຍລົມພັດວີ່ໆເຂົ້າຫູ ຍ້ອນຄວາມໄວຂອງລົດ ເຮັດໃຫ້ຫຼຽວເຫັນສິ່ງອ້ອມຂ້າງປ່ຽນສະພາບເປັນແຖບຜ້າຜືນດຽວທີ່ຍາວຢຽດ.
“ວັນນີ, ຂ້ອຍມັກເຈົ້າ.” ປາກຂ້ອຍລັກລັ່ນອອກມາແຕ່ຍາມໃດກໍບໍ່ຮູ້ ສຽງທີ່ດັງອອກຈາກປາກນັ້ນໄດ້ແຂ່ງກັນສຽງວີ່ໆຂອງສາຍ ລົມໂດຍມີເສັ້ນຜົມປິວສະປັດໃສ່ໃບໜ້າຂ້ອຍ. ເມື່ອລົດຢຸດຢູ່ຕີນຄ້ອຍ, ວັນນີໄດ້ວາດສາຍຕາໄປທີ່ໂນນຄ້ອຍ ບ່ອນທີ່ພວກເຮົາຂີ່ລົດລົງມາ ແລ້ວຫັນມາຈຶ້ງເບິ່ງໜ້າຂ້ອຍຢ່າງເຕັມຕາເປັນເວລາດົນເຕີບ.
“ມັນແມ່ນຫຍັງກັນ? ໃຜເປັນຜູ້ເວົ້າຄໍາເຫຼົ່ານັ້ນໃສ່ຫູຂອງເຮົາ, ແມ່ນລາວນັ້ນບໍ? ຫຼືວ່າເຮົາຫູກາຍກັນແທ້?” ນາງຕັ້ງຄໍາຖາມເຫຼົ່ານີ້ອອກຈາກສີໜ້າ. ຄວາມສົງໄສດ່ັງກ່າວໄດ້ສ້າງຄວາມກະວົນກະວາຍໃຫ້ແກ່ນາງເປັນຢ່າງຍິ່ງ. ຄິ້ວທັງສອງເບື້ອງສົນເຂົ້າຫາກັນຄ້າຍກັບວ່ານາງມີບັນຫາອຸກໃຈທີ່ແກ້ໄຂບໍ່ໄດ້ຈັ່ງຊັ້ນລະ! ສາວນ້ອຍຜູ້ໜ້າສົງສານຍັງຄົງຊອກຫາຄໍາຕອບບໍ່ທັນໄດ້!
“ບໍ່ເປັນຕາເມືອແລ້ວຫວະ?” ຂ້ອຍຖາມນາງ.
“ເອີ… ຂ້ອຍຍັງຢາກຂີ່ລົດລົງຄ້ອຍອີກນ່າ!” ນາງກ່າວດ້ວຍໃບໜ້າແດງເຮື່ອ. “ອີກເທື່ອໜຶ່ງສາ! ເທື່ອສຸດທ້າຍ.” ພວກເຮົາຂີ່ລົດລົງຄ້ອຍເປັນເທື່ອທີສາມ ຂ້ອຍສັງເກດເຫັນວ່ານາງຈະນັ່ງເທິງອານລົດດ້ວຍການຕັ້ງໂຕຊື່ກວ່າເກົ່າ ແລະເງີຍໜ້າຂຶ້ນຫຼາຍກວ່າເກົ່າ. ເຫັນດັ່ງນັ້ນ ຂ້ອຍຟ້າວເງີກໜ້າໄປທາງຫຼັງໜ້ອຍໜຶ່ງເພື່ອໃຫ້ຫ່າງຈາກນາງ ພ້ອມກັບເຮັດຕິໄອແຄັກໆ. ລົດຖີບເລື່ອນລົງຄ້ອຍຢ່າງໄວວາ. ພໍໄປຮອດເຄິ່ງທາງຄ້ອຍ ຕອນທີ່ນາງໃສ່ໃຈກັບການເລື່ອນລົງຂອງລົດຖີບ, ຂ້ອຍຟ້າວສວຍໂອກາດສົ່ງສໍານຽງສຽງໃສແຂ່ງກັບສາຍລົມອອກໄປວ່າ: “ວັນນີ! ຂ້ອຍມັກເຈົ້າ.”
ແລະແລ້ວ ບັນຫາເລິກລັບທີ່ນາງສົງໄສໄດ້ເລີ່ມໄຂສາກອອກ! ວັນນີມິດບໍ່ປາກ ສົ່ງກະແສຈິດລ່ອງລອຍໄປນໍາພະວັງແຫ່ງຄວາມຝັນ… ຂ້ອຍໄປສົ່ງນາງຈົນຮອດເຮືອນ ໂດຍທີ່ນາງບໍ່ຍອມຊ້ອນທ້າຍລົດຖີບຂ້ອຍ. ດັ່ງນັ້ນ ຂ້ອຍຈຶ່ງໄດ້ຈູງລົດຖີບຍ່າງຄຽງຂ້າງນາງໄປ. ນາງພະຍາຍາມຍ່າງຊ້າໆ ແລະຄົງຫວັງຈະໄດ້ຍິນຄໍາເວົ້າເຫຼົ່ານັ້ນຈາກປາກຂອງຂ້ອຍຄັກໆຈັ່ງຊັ້ນລະ! ເບິ່ງແລ້ວຄືຈັ່ງວ່າຈິດໃຈຂອງນາງພວມປັ່ນປ່ວນແລະກໍາລັງໃຊ້ຄວາມພະຍາຍາມຢ່າງໜັກທີ່ຈະຊອກຫາຄໍາຕອບເພື່ອແກ້ໄຂບັນຫາ ຂ້ອງໃຈດັ່ງກ່າວ, ບາງທີ ນາງອາດຈະບອກກັບຕົນວ່າ: “ຄົງຈະບໍ່ແມ່ນສຽງລົມພັດດອກ! ແລະເຮົາກໍບໍ່ຢາກໃຫ້ສຽງເວົ້າຄໍາເຫຼົ່ານັ້ນເປັນພຽງແຕ່ສຽງສາຍລົມຫວືດເທົ່ານັ້ນ!”
ຮຸ່ງເຊົ້າມື້ໃໝ່, ຂ້ອຍໄດ້ຮັບເຈ້ຍນ້ອຍຊຶ່ງຂຽນວ່າ: “ມື້ນີ້ ຖ້າເຈົ້າຊິໄປຫັດກາຍຢູ່ເດີ່ນທາດຫຼວງ ຢ່າລືມໄປຮັບຂ້ອຍແດ່ເດີ! ຈາກ: ວັນນີ.”
ແລະຈາກມື້ນັ້ນເປັນຕົ້ນມາ, ຂ້ອຍແລະວັນນີກໍໄດ້ພາກັນໄປຍັງເດີ່ນພະທາດຫຼວງເປັນປະຈໍາ, ແຕ່ລະເທື່ອທີ່ພວກເຮົາຂີ່ລົດຖີບລົງຄ້ອຍ ຂ້ອຍກໍໄດ້ກະຈາຍສໍານຽງສຽງກະຊິບດ້ວຍຄວາມເວົ້າແນວເກົ່າຢູ່ສະເໝີ: “ວັນນີ, ຂ້ອຍມັກເຈົ້າ.”
ໃນທີ່ສຸດ ວັນນີກໍຊິນເຄີຍກັບຄໍາເວົ້າປະໂຫຍກນີ້ຄືດຽວກັບຄົນທີ່ຕິດການຫຼິ້ນເຟັສບຸກ. ນາງບໍ່ສາມາດປາສະຈາກມັນໄດ້ອີກແລ້ວ. ຄວາມຢ້ານກົວຕໍ່ການຂີ່ລົດລົງຄ້ອຍໄດ້ກາຍມາເປັນສະເໜ່ອັນວິເສດສຸດອັນໜຶ່ງຊຶ່ງໄດ້ມາຈາກຄໍາຝາກຮັກ ແລະຄໍາເວົ້າດັ່ງກ່າວກໍໄດ້ກາຍເປັນອໍານາດມະຫັດສະຈັນ ທີ່ເຮັດໃຫ້ຫົວໃຈຂອງສາວນ້ອຍຕ້ອງອ່ອນຍວບຍາບປານຂີ້ເຜິ້ງລົນໄຟ. ຂ້ອຍກັບສາຍລົມຍັງເປັນສິ່ງປິດສະໜາສໍາລັບນາງ ແຕ່ຖ້ານາງຕັ້ງສະຕິໃຫ້ດີ ນາງກໍສາມາດຮູ້ຈັກໄດ້ຢ່າງບໍ່ຍາກຊາເລີຍ! ວັນເວລາໄດ້ຜ່ານພົ້ນໄປ, ລະດູດໍານາປີໄດ້ວຽນມາເຖິງ. ທ້ອງຟ້າມືດມົນໄປດ້ວຍເມກຝົນ, ຂະບວນຫັດກາຍຢູ່ເດີ່ນພະທາດຫຼວງໃນຍາມແລງບໍ່ມີໃຫ້ເຫັນຄືເກົ່າ… ວັນນີຜູ້ໜ້າສົງສານບໍ່ສາມາດຈະໄດ້ຍິນຄໍາເວົ້າເຫຼົ່ານັ້ນອີກ, ເພາະບໍ່ມີໃຜຈະມາກະຊິບສໍານຽງດັ່ງກ່າວໃສ່ຫູຂອງນາງແມ່ນກະທັ້ງສຽງລົມພັດວີ່ໆນາງກໍຈະບໍ່ໄດ້ຍິນ! ຂ້ອຍຫ້າງເຄື່ອງເພື່ອອອກເດີນທາງໄປປາກເຊ, ໄປເທື່ອນີ້ອາດຈະດົນສົມຄວນ ຫຼືບາງທີອາດຈະໄປຢູ່ຫັ້ນຕະຫຼອດການກໍເປັນໄດ້.
ສອງສາມມື້ກ່ອນທີ່ຂ້ອຍຈະອອກເດີນທາງ, ມີຕອນໜຶ່ງ ຂ້ອຍມານັ່ງຫຼິ້ນຢູ່ສວນທີ່ມີຮົ້ວສູງຂັ້ນລະຫວ່າງເຮືອນຂ້ອຍແລະເຮືອນ ຂອງນາງ. ທ້ອງຟ້າບົດໄປດ້ວຍກ້ອນຂີ້ເຝື້ອ ອີກບໍ່ເທົ່າໃດນາທີຝົນກໍຄົງທັ່ງເທລົງມາ. ຂ້ອຍຍ່າງເຂົ້າໄປໃກ້ຮົ້ວ ແລະສອດສ່ອງສາຍຕາຫຼຽວຜ່ານຮອຍແຕກຂອງກໍາແພງຮົ້ວດົນສົມຄວນ… ຂ້ອຍເຫັນສາວນ້ອຍວັນນີກ້າວຂາລົງຈາກຄັນໄດເຮືອນ, ສາຍຕາແນມເບິ່ງທ້ອງຟ້າດ້ວຍອາລົມໂສກເສົ້າຢ່າງສຸດຊຶ້ງ… ສາຍລົມຕອນຝົນໃກ້ຈະຕົກພັດວູບໃສ່ໃບໜ້າເຕືອນບອກໃຫ້ນາງ ຫວນລະນຶກເຖິງສາຍລົມທີ່ພັດວີ່ໆເຂົ້າຫູພວກເຮົາໃນຄາວນັ້ນ ຄາວທີ່ພວກເຮົາມ່ວນຊື່ນດ້ວຍການຂີ່ລົດຖີບລົງຄ້ອຍທາດຫຼວງ ຄາວທີ່ນາງໄດ້ຍິນຄຳເວົ້າອັນຫວານຊຶ້ງທັງສີ່ຄຳນັ້ນ ແລະແລ້ວໃບໜ້າຂອງນາງກໍໝອງເສົ້າລົງ, ຢາດນ້ຳຕາໄຫຼຜ່ານແກ້ມ… ສາວນ້ອຍຜູ້ໜ້າສົງສານວາແຂນອອກເໝືອນດັ່ງຈະວິງວອນໃຫ້ ສາຍລົມເອີ່ຍຄຳເວົ້າດັ່ງກ່າວອີກເທື່ອໜຶ່ງ, ເມື່ອສາຍລົມພັດຜ່ານ ຂ້ອຍເລີຍຖືໂອກາດກະຊິບສຽງແຜ່ວຜ່ານຮອຍແຕກຂອງກຳແພງໄປວ່າ: “ວັນນີ, ຂ້ອຍມັກເຈົ້າ.”
ຟ້າເອີຍ! ແມ່ນຫຍັງເກີດຂຶ້ນກັບວັນນີ! ນາງກັ້ນສຽງຮ້ອງພ້ອມກັບເຜີຍຮອຍຍິ້ມອອກຈົນເຫັນແຂ້ວຂາວເຕັມປາກ. ນາງ ວາແຂນອອກ ພ້ອມທັງຍິ້ມຫົວຢ່າງເປັນສຸກ. ນາງຊ່າງງາມເຫຼືອເກີນ! ແລະໃນທີ່ສຸດຂ້ອຍກໍຍ່າງອອກຈາກທີ່ນັ້ນເຂົ້າສູ່ເຮືອນຂອງຕົນ ເພື່ອກະກຽມເຄື່ອງຊ່ອຍພໍ່ແມ່ໃນການຍົກຍ້າຍໄປດຳລົງຊີວິດຢູ່ພາກໃຕ້.
ເຫດການດັ່ງກ່າວຜ່ານພົ້ນໄປດົນນານແລ້ວ ຫຼາຍປີຕໍ່ມາ ນາງກໍໄດ້ແຕ່ງດອງກັບຊາຍຄົນໜຶ່ງຈະດ້ວຍຄວາມເຕັມໃຈຫຼືບໍ່ນັ້ນ ຂ້ອຍເອງກໍບໍ່ຮູ້. ດຽວນີ້ ນາງມີລູກສີ່ຄົນແລ້ວ, ແຕ່ນາງຄົງຈະບໍ່ລືມການຫັດກາຍຢູ່ເດີ່ນພະທາດຫຼວງແລະການຂີ່ລົດຖີບລົງຄ້ອຍ ພ້ອມດ້ວຍສຽງລົມກະຊິບ “ວັນນີ! ຂ້ອຍມັກເຈົ້າ.” ນັ້ນດອກ… ບັດນີ້, ເຫດການດັ່ງກ່າວໄດ້ກາຍເປັນອະດີດທີ່ແສນສວຍງາມແລະໜ້າປະທັບໃຈໄປເສຍແລ້ວ. ສ່ວນຂ້ອຍເອງກໍກາຍເປັນຜູ້ໃຫຍ່ ທີ່ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ ພ້ອມຄອບຄົວທີ່ມີສະມາຊິກເຖິງ 6 ຄົນ, ແຕ່ຂ້ອຍຍັງບໍ່ເຂົ້າໃຈຕົນເອງວ່າ ເປັນຫຍັງຈຶ່ງກ່າວຄຳເຫຼົ່ານັ້ນອອກໄປ ແລະມັນຈະມີປະໂຫຍດອັນໃດທີ່ຂ້ອຍເວົ້າຢອກໄຍນາງຄືແນວນັ້ນ!!!
ຂຽນໂດຍ ອາຈານ ແສງຟ້າ ໂຫລານຸພາບ

No comments:
Post a Comment