ຮັກນີ້...ສຸດຫົວໃຈ!!!
ເລື່ອງເກົ່າໆມາເລົ່າໃໝ່... ເປັນເລື່ອງລາວຄວາມຮັກລະຫວ່າງບ່າວ 'ຊຸນ' ແລະສາວ 'ຈັນ' ແຕ່ປີ 2000 ເຖິງ 2006 ເຊິ່ງເປັນສະໄໝທີ່ facebook ຍັງບໍ່ທັນນິຍົມໃຊ້ກັນ. ເລື່ອງລາວຊິເປັນແນວໃດນັ້ນ, ຂໍເຊີນທ່ານຜູ້ອ່ານປະສົບພົບພໍ້ກັບນ້ຳສຽງການເລົ່າຂອງອ້າຍຄູ 'ວິຊຸນ' ໄດ້ເລີຍ ນະບັດນີ້...
“ໄປຮຽນຢູ່ຍີ່ປຸ່ນແລ້ວ ບໍ່ດົນເຈົ້າກໍຄົງລືມຂ້ອຍນໍ.” ຂ້ອຍລະບາຍຄວາມໃນໃຈໃຫ້ນາງໄດ້ຍິນດ້ວຍສຽງເສົ້າໆ ແນມເບິ່ງດວງໜ້າອັນສົດໃສຂອງຜູ້ປ່ຽມດ້ວຍຄວາມສຸກ.
ນາງເຫຼືອດຕາມາຫາພ້ອມກັບສົ່ງຮອຍຍິ້ມຫວານໃຫ້ຂ້ອຍກ່ອນຈະເອີ່ຍປາກເວົ້າ:
“ເປັນໄປບໍ່ໄດ້ດອກ, ຊຸນ. ເຖິງຈະຢູ່ໄກກັນຄົນລະຟາກຟ້າ ແຕ່ພວກເຮົາກໍສາມາດສົ່ງໃຈຫາກັນໄດ້ເກືອບທຸກເວລານາທີ. ຂ້ອຍຈະສົ່ງອິເມັວມາຫາເຈົ້າທຸກໆມື້ເລີຍລະ!”.
ຂ້ອຍງຶກຫົວຮັບຮູ້ໃນຄວາມຈິງໃຈຂອງນາງ. ນັບແຕ່ໄດ້ຮູ້ຈັກກັນມາເປັນເວລາກວ່າສີ່ປີ ນາງໄດ້ສະແດງຄວາມເປັນກັນເອງກັບຂ້ອຍ ຈົນຂ້ອຍແນ່ໃຈຢ່າງຍິ່ງວ່ານາງຄົງບໍ່ປັນຫ້ອງຫົວໃຈໄປໃຫ້ໃຜອີກແລ້ວ ນອກຈາກຂ້ອຍຜູ້ດຽວ. ພວກເຮົາທັງສອງໄດ້ລຶ້ງເຄີຍກັນຕັ້ງແຕ່ທີ່ໄດ້ຮ່ວມຮຽນຢູ່ມະຫາວິທະຍາໄລດຽວກັນ. ເຖິງແມ່ນຂ້ອຍຈະແກ່ໄປກວ່ານາງເຖິງ 3 ປີ ແຕ່ການໃຊ້ຄໍາສັບພະນາມແທນຕົວຂ້ອຍແລະນາງກໍແມ່ນຄໍາວ່າ “ເຈົ້າ ແລະ ຂ້ອຍ” ຢູ່ສະເໝີ. ນາງບໍ່ເຄີຍໃຊ້ຄໍານໍາໜ້າ “ອ້າຍ” ຕໍ່ໃສ່ຊື່ຂອງຂ້ອຍຈັກເທື່ອ. ນາງມັກຈະເອີ້ນຂ້ອຍສັ້ນໆວ່າ “ຊຸນ” ແຕ່ເມື່ອເຂົ້າໃນກອງປະຊຸມໜ່ວຍຊາວໜຸ່ມຂອງມະຫາວິທະຍາໄລແລ້ວ ນາງຈຶ່ງຈະເອີ້ນຊື່ເຕັມຂ້ອຍວ່າ “ວິຊຸນ”. ທຸກຄັ້ງທີ່ໄດ້ຍິນສຽງເອີ້ນຊື່ຈາກປາກນາງ ຂ້ອຍຈະມີຄວາມຮູ້ສຶກເປັນສີແປກໆຢູ່ໃນຫົວໃຈ ແລະຂ້ອຍມັກຈະຫຼົງເພີນແນມເບິ່ງໃບໜ້າຮູບໄຂ່ໄດ້ສ່ວນຂອງນາງຈົນບາງຄັ້ງນາງຕ້ອງໄດ້ຫັນມາຖາມຂ້ອຍແບບງອນໆວ່າ:
“ເປັນຫຍັງຄືມາເບິ່ງຂ້ອຍຄັກເອົາແທ້ເອົາວ່າ ປານກັບບໍ່ເຄີຍເຫັນນີ້ລະ?”
ຂ້ອຍກໍຕອບອອກໄປແບບກວນໆວ່າ:
“ກະເພິ່ນຜູ້ງາມຫັ້ນເດ ຂໍເບິ່ງເປັນຂວັນຕາແດ່ກໍບໍ່ໄດ້ຊັ້ນບໍ?”
ນາງໄດ້ແຕ່ຫຼັບຕາຊັງດ້ວຍໃບໜ້າອັນແດງເຮື່ອ.
ເຖິງຈະຮຽນຢູ່ຄົນລະຊັ້ນຮຽນ ແລະຄະນະວິຊາແຕກຕ່າງກັນ ແຕ່ພວກເຮົາຊໍ້າພັດໄດ້ເຮັດວຽກຊາວໜຸ່ມຮ່ວມກັນ. ຈາກຄວາມລຶ້ງເຄີຍຢູ່ໃນການຈັດຕັ້ງ, ຂ້ອຍກໍຖືໂອກາດລຶ້ງເຄີຍນາງຢູ່ທາງຄອບຄົວໄປພ້ອມ. ຄອບຄົວຂອງນາງເປັນຄອບຄົວພະນັກງານ ພໍ່ຂອງນາງມີຕໍາແໜ່ງເປັນເຖິງຫົວໜ້າກົມ, ສ່ວນແມ່ນັ້ນຢູ່ເຮືອນຕໍາຫູກ ແລະເຮັດນາ. ຂ້ອຍມັກຈະໄປຊ່ອຍວຽກເຮືອນຂອງນາງໃນວັນພັກ ໂດຍສະເພາະໃນຍາມເຮັດນາ. ບໍ່ວ່າຈະເປັນການປັກດໍາ ຫຼືເກັບກ່ຽວ, ຂ້ອຍຕ້ອງມີໜ້າປະກອບສ່ວນເປັນປະຈໍາ ຈົນຂ້ອຍກາຍສ່ວນໜຶ່ງຂອງຄອບຄົວຂອງນາງ. ພໍ່ແມ່ຂອງນາງຈະໃຫ້ຄວາມເມດຕາຂ້ອຍປຽບດັ່ງລູກຊາຍຂອງເພິ່ນຜູ້ໜຶ່ງ. ແຕ່ເມື່ອເພິ່ນຖາມເຖິງວິຊາທີ່ຂ້ອຍກໍາລັງຮຽນນັ້ນ ຂ້ອຍກໍບອກເພິ່ນວ່າຮຽນຢູ່ຄະນະສຶກສາສາດ ຮຽນຈົບແລ້ວກໍຈະໄປເປັນຄູສອນຢູ່ໂຮງຮຽນມັດທະຍົມ, ເພິ່ນກໍສະແດງສີໜ້າແບບໃດແບບໜຶ່ງຊຶ່ງເຮັດໃຫ້ຂ້ອຍຕີລາຄາຍາກວ່າເພິ່ນຄິດແນວໃດຕໍ່ອາຊີບທີ່ຂ້ອຍຮຽນນັ້ນ. ແລ້ວຂ້ອຍກໍໄດ້ເປັນຄູສອນຢູ່ຊັ້ນມັດທະຍົມປາຍແຫ່ງໜຶ່ງໃນເຂດນະຄອນຫຼວງຕາມຄວາມຫວັງທີ່ຂ້ອຍມີໄວ້. ສ່ວນນາງໄດ້ເປັນພະນັກງານສັງກັດລັດຢູ່ກະຊວງແຫ່ງໜຶ່ງລຸນຫຼັງທີ່ຂ້ອຍເປັນຄູສອນໄປແລ້ວໜຶ່ງປີ. ເຮັດວຽກບໍ່ຮອດສອງປີ ນາງກໍໂຊກດີເສັງເອົາທຶນໄປຮຽນຕໍ່ປະລິນຍາໂທຢູ່ຍີ່ປຸ່ນໄດ້.
“ຄິດຫຍັງຢູ່ ຄືວ່າມິດແທ້!” ນາງເອີ່ຍຂຶ້ນ ເຮັດໃຫ້ຂ້ອຍພົ້ນຈາກພະວັງແຫ່ງອະດີດ…
“ບໍ່ໄດ້ຄິດຫຍັງດອກ ພຽງແຕ່ໃຈມັນລ່ອງລອຍໄປຕາມກະແສຂອງຄົນທີ່ຫົວໃຈພວມຖືກຫຼອມລະລາຍຈາກອະນາຄົດທີ່ຈະມາພາກຄົນທີ່ຮູ້ໃຈກັນໄປຢູ່ໄກແສນໄກ.”
“ເວົ້າປານນັກປະພັນພຸ້ນເນາະ! ຂ້ອຍວ່າແລ້ວເດ ໄປແລ້ວບໍ່ແມ່ນຊິມິດຊ້ອຍມ້ອຍປານຫອຍໄຂ່ ຂ້ອຍຊິຂຽນຖາມຂ່າວເຈົ້າທຸກໆມື້ດອກ!” ນາງໃຫ້ຄວາມຫວັງແກ່ຂ້ອຍ ຊຶ່ງກໍເຮັດໃຫ້ຂ້ອຍພໍໃຈນໍາຄໍາເວົ້ານັ້ນ. ພວກເຮົາທັງສອງລົມກັນຢູ່ຫ້ອງຮັບແຂກເຮືອນຂອງນາງ ຫຼັງຈາກທີ່ຄອບຄົວຂອງນາງກິນເຂົ້າແລງແລ້ວ. ນ້ອງສາວຈອມສະຫຼອກກອກຂອງນາງມາລັກຟັງການໂອ້ລົມຂອງພວກເຮົາທັງສອງແຕ່ຍາມໃດກໍບໍ່ຮູ້, ນາງໂປໂລໜ້າເຂົ້າມາ ແລະກໍເວົ້າຢອກລໍ້ພວກເຮົາທັງສອງວ່າ:
“ບາດເອື້ອຍຈັນໄປຍີ່ປຸ່ນແລ້ວ ຄືຊິບໍ່ໄດ້ມານັ່ງລົມກັນແບບນີ້ອີກລະນໍ! ຄືຊິໄດ້ລົມກັນທາງອິນເຕີເນັດພຸ້ນຕິເບ໊າະ!” “ຄືຊິແມ່ນແນວນັ້ນລະ.” ຂ້ອຍກ່າວຕອບນ້ອງສາວຂອງນາງໄປດ້ວຍຫົວໃຈອັນວຸ່ນວາຍ ເພາະຍັງພຽງມື້ດຽວນາງກໍຈະອອກເດີນທາງແລ້ວ.
“ເອື້ອຍຈັນບໍ່ຢູ່, ອ້າຍຊຸນກໍຕ້ອງມາຫຼິ້ນເຮືອນພວກນ້ອງຄືເກົ່າຄືຫຼັງເດີ! ບາດຮອດຍາມບຸນຫໍ່ເຂົ້າກໍຢ່າລືມມາຫໍ່ເຂົ້າຕົ້ມຊ່ອຍແດ່ເດີ!” ນ້ອງສາວຂອງນາງກ່າວຕໍ່ອີກ.
“ແນ່ນອນຢູ່ແລ້ວເລື່ອງນັ້ນ.” ຂ້ອຍຮັບປາກຢ່າງໜັກແໜ້ນ.
ມື້ທີ່ນາງເດີນທາງອອກຈາກວຽງຈັນເພື່ອມຸ່ງສູ່ແດນຊາກຸລະ ເພື່ອຄວາມກ້າວໜ້າຂອງຊີວິດ. ນອກຈາກສະມາຊິກພາຍໃນຄອບຄົວຂອງນາງແລ້ວ ກໍມີຂ້ອຍຜູ້ໜຶ່ງທີ່ມາສົ່ງນາງ. ຂ້ອຍມີຊໍ່ດອກໄມ້ທີ່ຫາເພື່ອນຄູຍິງທີ່ສອນຢູ່ໂຮງຮຽນດຽວກັນຊ່ອຍຫໍ່ໃຫ້ ພ້ອມດ້ວຍປຶ້ມບັນທຶກຫໍ່ຢ່າງດີເປັນຂອງຂວັນໃຫ້ແກ່ນາງ. ນາງຮັບຊໍ່ດອກໄມ້ຈາກມືຂ້ອຍດ້ວຍໃບໜ້າເສົ້າແຕ່ແຝງໄວ້ເຖິງຄວາມເຊື່ອໝັ້ນຕໍ່ການຈາກໄປເທື່ອນີ້.
“ໂຊກດີເດີ, ຈັນ! ຂໍໃຫ້ເດີນທາງດ້ວຍຄວາມປອດໄພ ແລະປະສົບຜົນສໍາເລັດໃນການສຶກສາ. ຂ້ອຍຈະຄ່ອຍເປັນກໍາລັງໃຈໃຫ້.” ສຽງທີ່ເປັ່ງອອກຈາກໃຈຈິງຂອງຂ້ອຍ ຍັງສະທ້ອນຢູ່ໃນເອິກຈົນເຖິງດຽວນີ້.
“ຂໍໃຫ້ຊຸນຈົ່ງໂຊກດີຄືກັນເດີ! ລາກ່ອນ! ໄປຮອດພຸ້ນແລ້ວຂ້ອຍຈະອິເມັວມາຫາດອກ!” ກ່າວສຸດ ນາງກໍກົ້ມໜ້າພະຍາຍາມເຊື່ອງຊ້ອນຢາດນໍ້າທີ່ຈະໄຫຼອອກຈາກເບົ້າຕາ ແລ້ວກໍຫັນໜ້າໄປຄອບລາພໍ່ແມ່ ແລະນ້ອງສາວຂອງນາງ. ນາງໂບກມືອໍາລາກ່ອນຮ່າງຂອງນາງກໍຫາຍລັບເຂົ້າໄປໃນດ່ານກວດກາຄົນອອກເມືອງ. ຂ້ອຍແລະສະມາຊິກໃນຄອບຄົວຂອງນາງພາກັນຍ່າງລົງຂັ້ນໄດເດີ່ນບິນສາກົນວັດໄຕດ້ວຍຄວາມຫ່ວງຫາຜູ້ທີ່ເດີນທາງຈາກໄປ. ຂ້ອຍບໍ່ຮູ້ວ່າພໍ່ແມ່ແລະນ້ອງຂອງນາງມີຄວາມຮູ້ສຶກແນວໃດ ແຕ່ຄວາມຮູ້ສຶກຂອງຂ້ອຍຍາມນີ້ມັນຊ່າງເໝືອນກັບຍັກທົດສະກັນພາກນາງສີດາໄປຈາກອ້ອມອົກຂອງພະລາມໄປເອົາໂລດ. ມັນຊ່າງປະຈວບເໝາະກັນແທ້ໆ ຂາກັບຕອນທີ່ຂ້ອຍແວ່ເຂົ້າໄປຊື້ເຄື່ອງຂຽນຢູ່ຕະຫຼາດເຊົ້າ ແວ່ວສຽງເພງເສົ້າໆທີ່ມີເນື້ອໃນແບບດຽວກັບທີ່ຂ້ອຍກໍາລັງປະສົບຢູ່ດັງເຈື່ອຍແຈ້ວເຂົ້າສູ່ໂສດປະສາດ...
“ພຽງນ້ອງຈາກລາ....................ນໍ້າຕາຂ້າຕົກ
ເຈັບຊໍ້າລະກໍາໃນອົກ................ເໝືອນໄຟນາຮົກເຜົາໃຈ
ພົບໜ້າທຸກວັນ.........................ນ້ອງກໍຈາກໄປ
ສູ່ຖິ່ນແຄວ້ນອັນແສນໄກ............ຂ້ານີ້ອາໄລອາວອນ...”
ຄືນມື້ນັ້ນ ຂ້ອຍນອນຫຼັບຕາບໍ່ລົງ ຄິດຫາແຕ່ຄົນທີ່ຂ້ອຍຮູ້ໃຈ ຊຶ່ງຫາກໍຈາກໄປສູ່ຖິ່ນແດນໄກໄດ້ບໍ່ພໍເທົ່າໃດຊົ່ວໂມງ. ຂ້ອຍນັບເວລານາທີຢາກຈະໃຫ້ມື້ໃໝ່ມາຮອດໄວໆ ເພື່ອຈະໄດ້ໄປກວດເບິ່ງອິເມັວຢູ່ຮ້ານອິນເຕີເນັດແຖວໃກ້ໆເຮືອນ. ໄຄແຕ່ວ່າມື້ໃໝ່ທີ່ຈະມາເຖິງແມ່ນວັນເສົາ ວ່າງຈາກການໄປສອນໜັງສື ຄັນບໍ່ຊັ້ນກໍຄົງບໍ່ມີເວລາ. ຕອນເຊົ້າມື້ຕໍ່ມາ ຂ້ອຍຍ່າງໄປຮ້ານອິນເຕີເນັດ ແລະນັ່ງເປີດອິເມັວ ແຕ່ກໍບໍ່ພົບຂໍ້ຄວາມໃດຈາກນາງ. ຂ້ອຍຈຶ່ງຊວາດຮູ້ເມືອຄີງວ່ານາງຫາກໍໄປໄດ້ແຕ່ມື້ດຽວ ເຮັດແນວໃດຊິທັນມາສົ່ງອິເມັວຫາ. ຄິດໄດ້ດັ່ງນັ້ນ ກໍໄດ້ແຕ່ລະບາຍຄວາມຮູ້ສຶກຂອງຕົນລົງໃສ່ອິເມັວແລ້ວສົ່ງຫານາງ. ຫວັງໃຈໄວ້ວ່າຫາກນາງເປີດເບິ່ງ ນາງຈະໄດ້ເຫັນຂໍ້ຄວາມໃນໃຈຂອງຂ້ອຍທີ່ສົ່ງຫານາງນັ້ນ ມັນຄົງເຮັດໃຫ້ນາງເຫັນຊຶ້ງໄດ້ເຖິງຄວາມຈິງໃຈຂອງຂ້ອຍທີ່ມີຕໍ່ນາງ. ຈົນວ່າໜຶ່ງອາທິດຜ່ານໄປ ຂ້ອຍຈຶ່ງໄດ້ຮັບອິເມັວຈາກນາງ, ຂ້ອຍດີໃຈຈົນບອກບໍ່ຖືກ. ຄວາມໃນໃຈຂອງນາງໄປຫຼັ່ງໄຫຼອອກມາເປັນຕົວອັກສອນທີ່ອາບໄປດ້ວຍນໍ້າເຜິ້ງ ຊຶ່ງໄດ້ເຮັດໃຫ້ ຫົວໃຈຂອງຂ້ອຍໂພງໃຫຍ່ປານໝາກປຸ່ມເປົ້າທີ່ພວມປິວວັ່ອງໆຢູ່ກາງຫາວ. ນາງເລົ່າກ່ຽວກັບຄວາມເປັນໄປຕ່າງໆທີ່ນາງໄດ້ປະສົບຢູ່ຕ່າງແດນ ທັງສັນຍາກັບຂ້ອຍວ່າຈະຮຽນໃຫ້ຈົບພາຍໃນສອງປີ.
ປີໜຶ່ງຜ່ານໄປຢ່າງຫວານຊື່ນ, ຂໍ້ຄວາມທາງອິເມັວຖືກສົ່ງມາເປັນປະຈໍາບໍ່ໄດ້ຂາດ ມີທັງຮູບພາບການເຄື່ອນໄຫວຕ່າງໆສົ່ງໃຫ້ເບິ່ງເປັນໄລຍະໆ. ການໄປມາຫາສູ່ຄອບຄົວຂອງນາງ ຂ້ອຍກໍໄປທຸກເສົາທຸກອາທິດບໍ່ໄດ້ຂາດ ມີວຽກຫຍັງຂ້ອຍກໍຊ່ອຍຕາມຄວາມສາມາດ. ຕົກເຖິງພັກແລ້ງປີນີ້ ຂ້ອຍໄດ້ຮັບການແຕ່ງຕັ້ງຈາກຂັ້ນເທິງໃຫ້ລົງພື້ນຖານຢູ່ເມືອງນອກເຂດເທສະບານນະຄອນຫຼວງເປັນເວລາ 3 ເດືອນ. ຂ້ອຍໄປຄອບພໍ່ແມ່ແລະນ້ອງໆຂອງນາງກ່ຽວກັບການໄປປະຕິບັດໜ້າທີ່ຄັ້ງນີ້, ພ້ອມທັງສົ່ງຂ່າວບອກໃຫ້ນາງຮູ້ວ່າຕະຫຼອດສາມເດືອນດັ່ງກ່າວ ການສົ່ງອິເມັວຫຼືແຊັດຫາກັນນັ້ນຄົງຈະເປັນໄປບໍ່ໄດ້ ເພາະຂ້ອຍຕ້ອງໄດ້ໄປຢູ່ເຂດທີ່ບໍ່ມີອິນເຕີເນັດ. ດັ່ງນັ້ນ ຄົງຈະຕ້ອງໃຊ້ການສົ່ງຂ່າວທາງຈົດໝາຍແທນ. ນາງໄດ້ສະແດງຄວາມເປັນຫ່ວງຕໍ່ການລົງພື້ນຖານຂອງຂ້ອຍໃນຄັ້ງນີ້ ແຕ່ນາງກໍເຊື່ອໝັ້ນກັບຜົນສໍາເລັດທີ່ຂ້ອຍຈະໄດ້ຮັບໃນອະນາຄົດ. ຕະຫຼອດໄລຍະສາມເດືອນທີ່ຢູ່ພື້ນຖານ ຂ້ອຍໄດ້ປະຕິບັດໜ້າທີ່ໃຫ້ສົມກັບເປັນຊາວໜຸ່ມຜູ້ຫ້າວຫັນທີ່ພັກລັດໃຫ້ຄວາມໄວ້ວາງໃຈ. ຂ້ອຍໄດ້ຮັບຄວາມຮັກແພງຈາກຊາວບ້ານແລະພະນັກງານອະວຸໂສທີ່ໄປນໍາກັນ.
ຕະຫຼອດໄລຍະສາມເດືອນ ຂ້ອຍໄດ້ສົ່ງຈົດໝາຍໄປຫານາງ 3 ກ້ານ. ແລະຂ້ອຍກໍໄດ້ຮັບຈົດໝາຍຈາກນາງ 3 ກ້ານເຊັ່ນກັນ. ສອງກ້ານທໍາອິດຊ່າງຫວານແລະຢາດຍ້ອຍໄປດ້ວຍຕົວອັກສອນທີ່ອາບດ້ວຍນໍ້າເຜິ້ງ ແຕ່ກ້ານທີ 3 ມັນໄດ້ເຮັດໃຫ້ຂ້ອຍແປກໃຈ ເພາະຄໍາເວົ້າທີ່ເຄີຍຫວານຊື່ນກັບກາຍມາເປັນແບບຈືດໆຈາງໆ. ທຸກເທື່ອທີ່ນາງຂຽນຫາຂ້ອຍບໍ່ວ່າທາງອິເມັວຫຼືຈົດໝາຍ ນາງຈະຂຶ້ນຕົ້ນດ້ວຍຄໍາວ່າ “ຊຸນທີ່ຮັກແລະຄິດເຖິງ” ແຕ່ມາກ້ານນີ້ ນາງຊ່າງມາແປກ ນາງຂຶ້ນຕົ້ນດ້ວຍຄໍາວ່າ “ອ້າຍວິຊຸນທີ່ຮັກແພງແລະນັບຖື” ແລະຄໍາແທນນາມກໍຖືກປ່ຽນຈາກ “ເຈົ້າ-ຂ້ອຍ” ມາເປັນ “ອ້າຍ-ນ້ອງ”. ການຖາມຂ່າວຄາວແລະເລົ່າຂ່າວກໍມີລັກສະນະປ່ຽນໄປ. ຂ້ອຍພະຍາຍາມບໍ່ຄິດໄປໃນແງ່ຮ້າຍ, ບາງເທື່ອນາງອາດຈະປ່ຽນຄໍາແທນນາມເພື່ອໃຫ້ເໝາະກັບອາຍຸທີ່ຂ້ອຍແກ່ກວ່ານາງ 3 ປີກໍເປັນໄດ້. ພ້ອມກັນນັ້ນ ນາງຍັງຂ່າວໃຫ້ຮູ້ວ່າ ນາງໄດ້ຝາກເຄື່ອງໃຫ້ຂ້ອຍມານໍາເພື່ອນນັກສຶກສາຊາຍຮຸ່ນອ້າຍທີ່ຮຽນຈົບລະດັບປະລິນຍາເອກ ຊຶ່ງຈະມາຝາກໄວ້ທີ່ເຮືອນຂອງນາງ. ຫຼັງຈາກລົງພື້ນຖານໃຫ້ຂ້ອຍໄປເອົາກັບແມ່ຂອງນາງ.
3 ເດືອນທີ່ຢູ່ພື້ນຖານຜ່ານໄປຢ່າງໄວວາ ຂ້ອຍດີໃຈຈະໄດ້ສົ່ງຂ່າວຫານາງ, ອີກພຽງເດືອນດຽວ ຄົນທີ່ຂ້ອຍຮູ້ໃຈກໍຈະກັບມາລາວແລ້ວ ຕາມທີ່ນາງບອກຂ້ອຍໃນຈົດໝາຍກ້ານທີ 3 ນັ້ນ. ໃນມື້ສະຫຼຸບວຽກງານການລົງພື້ນຖານ ຂ້ອຍໄດ້ຮັບໃບຍ້ອງຍໍຈາກຂັ້ນເທິງ, ຂ້ອຍຮູ້ສຶກພູມໃຈຕໍ່ຜົນງານທີ່ຂ້ອຍໄດ້ເຮັດ ແລະຈະເອົາມາເອກອ້າງໃຫ້ນາງໄດ້ຮູ້ນຳ. ເມື່ອກັບໄປຮອດບ້ານ ສິ່ງທຳອິດທີ່ຂ້ອຍໄດ້ເຮັດກໍຄືເຂົ້າຮ້ານອິນເຕີເນັດເພື່ອສົ່ງອິເມັວຫານາງ. ຈາກການໃຊ້ຄຳແທນນາມໃນຈົດໝາຍກ້ານທີ 3 ທີ່ນາງສົ່ງຫາຂ້ອຍນັ້ນ ຂ້ອຍບໍ່ສົນໃຈ ຂ້ອຍຍັງຍຶດຖືຄຳວ່າ "ຂ້ອຍແລະເຈົ້າ" ຄືເກົ່າ ພ້ອມກັນນັ້ນລັກສະນະເນື້ອໃນກໍຍັງຫວານຢູ່ຄືເກົ່າ. ສົ່ງໄປແລ້ວ ຂ້ອຍກໍຮູ້ສຶກສຸກໃຈເປັນຢ່າງຍິ່ງ ຂ້ອຍບອກເລົ່າທຸກສິ່ງຢ່າງທີ່ຂ້ອຍໄດ້ເຮັດຕະຫຼອດໄລຍະ 3 ເດືອນທີ່ຢູ່ພື້ນຖານ. ແລງມື້ນັ້ນ ຫຼັງຈາກສົ່ງເມັວແລ້ວ ຂ້ອຍກໍໄປທີ່ເຮືອນຂອງນາງ ເພື່ອຫວັງຈະເອົາເຄື່ອງຝາກທີ່ນາງສົ່ງໃຫ້ຂ້ອຍ. ເມື່ອໄປຮອດເຮືອນຫຼັງທີ່ຂ້ອຍມັກໄປຊ່ວຍວຽກ ຂ້ອຍກໍແນມເຫັນນ້ອງສາວຂອງນາງອອກມາຕ້ອນຮັບຢູ່ທາງໜ້າປະຕູເຂົ້າ ແລະເຊີນໃຫ້ຂ້ອຍເຂົ້າໄປໃນ.
“ອ້າຍຊຸນ ຜິວເຂັ້ມຂຶ້ນກວ່າເກົ່ານໍ! ຄືຊິຕາກແດດຫຼາຍໂພດເດຫັ້ນ!” ນ້ອງສາວຂອງນາງກ່າວດ້ວຍໃບໜ້າລະໄມ.
“ລົງພື້ນຖານ ຊິໃຫ້ຂາວປານໄຂ່ປອກໄດ້ແນວໃດນໍ, ຫຼ້າເອີຍ!” ຂ້ອຍຕອບນາງໄປພ້ອມກັບຍື່ນຂອງຕ້ອນຈາກພື້ນຖານບ່ອນທີ່ຂ້ອຍໄປເຮັດວຽກໃຫ້. ແລ້ວຂ້ອຍກັບນ້ອງສາວຂອງນາງກໍລົມກັນໄປຕາມປະສາຂອງຄົນທີ່ບໍ່ໄດ້ພໍ້ກັນດົນ ມີຫຍັງກໍຈົກມາເລົ່າສູ່ກັນຟັງ.
ຄາວໜຶ່ງແມ່ຂອງນາງກໍຍ່າງເຂົ້າມາສົບທົບ ແລະນັ່ງຢູ່ຄຽງຂ້າງລູກສາວຫຼ້າ. ຂ້ອຍຍໍມືນົບເພິ່ນພ້ອມທັງຖາມສະບາຍດີ. ຮັບນົບຂ້ອຍແລ້ວ ເພິ່ນກໍບອກໃຫ້ຂ້ອຍຮູ້ວ່າເຄື່ອງທີ່ຝາກມານຳໝູ່ຂອງລູກສາວເພິ່ນນັ້ນເສຍລະຫວ່າງການເດີນທາງ ເຮັດໃຫ້ຂ້ອຍຮູ້ສຶກຜິດຫວັງເປັນຢ່າງຍິ່ງ. ປາກຂອງຂ້ອຍບອກເພິ່ນວ່າບໍ່ເປັນຫຍັງດອກ ແຕ່ໝາກຫົວໃຈນີ້ຕີ໊ຮູ້ສຶກເຈັບປ້າບບາດໜຶ່ງ.
ແມ່ຂອງນາງບອກໃຫ້ຂ້ອຍຮູ້ວ່າຕົ້ນເດືອນໜ້າ ນາງກໍຈະກັບມາແລ້ວ. ການຮໍ່າຮຽນຂອງນາງແມ່ນໄດ້ຜົນດີເລີດ ຫຼັງຈາກກັບມາເຮັດວຽກຢູ່ລາວຕື່ມອີກສອງປີ ນາງກໍມີສິດຂໍທຶນຮຽນຕໍ່ປະລິນຍາເອກ. ສຽງແມ່ຂອງນາງລະບາຍຄວາມພາກພູມໃຈໃນຕົວຂອງລູກສາວໃຫ້ຂ້ອຍຟັງຢ່າງຍືດຍາວ ແຕ່ຂ້ອຍກໍເອົາຫູໂຕ່ງແຕ່ສິ່ງທີ່ມີສາລະສຳຄັນເທົ່ານັ້ນ.
“ອີກເດືອນໜຶ່ງນາງຈະກັບມາແລ້ວ” ປະໂຫຍກນີ້ເຮັດໃຫ້ຫົວໃຈຂ້ອຍເຕັ້ນສ່ຳກັບຊາວມາໄຊແຫ່ງທະວີບອາຟຣິກາເຕັ້ນລະບຳກໍບໍ່ປານ. ຫຼັງຈາກເລີກສອນ ຂ້ອຍກໍໄປຮ້ານອິນເຕີເນັດທັນທີ ເພື່ອກວດເບິ່ງອິເມັວຈາກນາງ ແຕ່ຈາກໜຶ່ງມື້ເປັນສອງສາມມື້ ຈົນຮອດອາທິດກໍມິດຊ້ອຍມ້ອຍ. ຂ້ອຍຮູ້ສຶກວ່າມີສິ່ງຜິດປົກກະຕິ. ຫຼືວ່າຂໍ້ຄວາມທີ່ຂ້ອຍສົ່ງໄປນັ້ນ ມັນບໍ່ຮອດຕິເບ໊າະ? ຖ້າບໍ່ຮອດ ມັນກໍຕ້ອງສົ່ງກັບຊັ້ນຕວ່າ? ຈາກບັນຫາດັ່ງກ່າວເຮັດໃຫ້ຂ້ອຍນອນບໍ່ຫຼັບໄປຫຼາຍຄືນ.
ໃນທີ່ສຸດ ຂ້ອຍກໍໄດ້ຮັບຂໍ້ຄວາມຈາກນາງ. ນາງບອກຂໍໂທດທີ່ບໍ່ໄດ້ຕອບຢ່າງທັນທ່ວງທີ ຍ້ອນຄາເຂົ້າຮ່ວມພິທີຕ່າງໆ ແລະແລ່ນເອກະສານຕ່າງໆກ່ອນຈະກັບ. ນາງບອກໃຫ້ຮູ້ວ່ານາງຈະມາຮອດວຽງຈັນວັນຈັນອາທິດໜ້ານີ້. ຂ້ອຍຮູ້ສຶກໃຈຫາຍວາບ ເພາະໃນມື້ນັ້ນຂ້ອຍຊໍ້າຖືກແຕ່ງຕັ້ງເປັນຫົວໜ້ານຳພາຊາວໜຸ່ມນັກຮຽນໄປຮ່ວມກອງປະຊຸມຊາວໜຸ່ມນະຄອນຫຼວງ. ເປັນອັນວ່າມື້ທີ່ນາງມາ ຂ້ອຍບໍ່ມີໂອກາດຈະມອບຊໍ່ດອກໄມ້ໃຫ້ນາງຢູ່ເດີ່ນບິນຄືກັບຕອນຂາໄປ.
ມື້ທີ່ນາງກັບຈາກຍີ່ປຸ່ນກໍເປັນມື້ດຽວທີ່ຂ້ອຍໄປປະຊຸມ. ໃນກອງປະຊຸມຊາວໜຸ່ມ ຈິດໃຈຂ້ອຍຊ່າງບໍ່ຢູ່ກັບເນື້ອກັບໂຕເລີຍ ແຕ່ກໍໄດ້ໃຊ້ຄວາມອົດກັ້ນໃນການຝັນຫາຍອດດວງໃຈ ໂດຍສຸມທຸກສະຕິເຂົ້າໃນເນື້ອໃນຂອງກອງປະຊຸມຈົນສໍາເລັດ... ອອກຈາກກອງປະຊຸມຂ້ອຍກໍຟ້າວລິວໄປເຮືອນຂອງນາງທັນທີ ທັງໆທີ່ຍັງໃຊ້ຊຸດຊາວໜຸ່ມຢູ່. ກ່ອນຈະຮອດເຮືອນຂອງນາງ ຂ້ອຍກໍບໍ່ລືມແວ່ຊື້ຊໍ່ດອກໄມ້ຢູ່ແຖວຕໍ່ໜ້າຕະຫຼາດເຊົ້າ. ເມື່ອໄປຮອດເຮືອນຂອງນາງ ສຽງເພງຈາກລຳໂພງຂະໜາດນ້ອຍກໍດັງແວ່ວເຂົ້າຫູໃນຈັງຫວະມ່ວນຊື່ນ, ເຫັນມີຫຼາຍຄົນພວມຍ່າງອອກຍ່າງເຂົ້າເປັນສວ່ານສົນ, ຄົງມີການຊຸມແຊວກັນຢູ່ໃນຫັ້ນຢ່າງແນ່ນອນ ຂ້ອຍຄາດຄະເນໃນໃຈ ແລະກໍເປັນຈິງດັ່ງຂ້ອຍຄິດ.
ເມື່ອຜ່ານປະຕູເຮືອນເຂົ້າໄປ ຂ້ອຍກໍເຫັນຫຼາຍຄົນນັ່ງອ້ອມພາເຂົ້າ ທີ່ໃຊ້ແພຢາງປູລາດໄປຕາມພື້ນກະໂລ້. ນາງຫຼ້ານ້ອງສາວຂອງນາງລຸກຈາກພາເຂົ້າເຊີນຂ້ອຍເຂົ້າໄປນັ່ງຮ່ວມ. ຂ້ອຍປະຕິເສດກ່ອນຈະກ່າວຖາມໄປວ່າ:
“ຈັນເດລະ?” “ເອື້ອຍຈັນຢູ່ເທິງເຮືອນ . ຈັກໜ້ອຍຊິລົງມາ.” ນາງຫຼ້າກ່າວບໍ່ຄ່ອຍເຕັມຄຳປານໃດເໝືອນມີຫຍັງເຊື່ອງແຝງຢູ່ໃນໃຈ.
ຂ້ອຍຈຶ່ງຖືວິສາສະຍ່າງໄປນັ່ງຢູ່ຕັ່ງໂຊຟາຂ້າງປະຕູ ໃນມືຈັບຊໍ່ດອກໄມ້ຢ່າງບໍ່ຍອມວາງ. ບໍ່ມີໃຜສົນໃຈຂ້ອຍ ນອກຈາກນາງຫຼ້າ ຊຶ່ງໄດ້ນຳເອົານໍ້າເຢັນມາໃຫ້ ພ້ອມທັງນັ່ງລົງເປັນເພື່ອນຂ້າງຂ້ອຍ. ໃບໜ້າຂອງນາງບໍ່ສູ້ສົດໃສປານໃດ ເໝືອນກັບວ່ານາງມີສິ່ງໃດສິ່ງຂ້ອງຄາໃນຫົວໃຈຈັ່ງຊັ້ນລະ. ສຽງເພງຈາກລໍາໂພງປະສົມກັບສຽງວົນແຊວຈາກການໂອ້ລົມແລະຕໍາຈອກກັນ ເຮັດໃຫ້ຄວາມວຸ່ນວາຍໃນໃຈຂ້ອຍແຮ່ງເພີ່ມທະວີຂຶ້ນ. ອຶດໃຈຕໍ່ມາ ຂ້ອຍຮູ້ສຶກຕື່ນເມື່ອນາງຫຼ້າເອົາມືຈວກຂ້າງຂ້ອຍ ແລະບອກຂ້ອຍໃຫ້ຮູ້ວ່າເອື້ອຍຂອງນາງລົງມາແລ້ວ. ຫົວໃຈຂ້ອຍເຕັ້ນຢ່າງບໍ່ເປັນຈັງຫວະ ຄິດໄປຫຼາຍແນວ... ຂ້ອຍກໍາຊໍ່ດອກໄມ້ໄວ້ແໜ້ນ ຕັ້ງໃຈວ່າຫາກນາງລົງມາຍາມໃດກໍຈະຍ່າງເຂົ້າໄປມອບໃຫ້ທັນທີໂລດ. ຍິງໄວກາງຄົນຮ່າງຄີງອ່າວຕຸ້ຍ ແມ່ຂອງນາງນັ້ນເອງຍ່າງເຂົ້າມາຫາຂ້ອຍ. ຂ້ອຍບໍ່ລືມຍົກມືໄຫວ້ເພິ່ນທັງໆທີ່ມີຊໍ່ດອກໄມ້ຢູ່ໃນມື. ເພິ່ນໄດ້ຊຶມໃສ່ຫູຂ້ອຍວ່າ ໃຫ້ເຂົ້າໄປຫານາງຢູ່ຫ້ອງກິນເຂົ້າຈະເປັນການດີກວ່າ ເພາະຢູ່ນີ້ມັນຟົດແຊວໂພດ.
ຂ້ອຍຍ່າງຕາມຫຼັງແມ່ຂອງນາງໄປ ສ່ວນນາງຫຼ້າກໍຕາມຫຼັງຂ້ອຍໄປຄືກັນ. ຂ້ອຍກວາດສາຍຕາແນມຫາຄົນທີ່ຂ້ອຍໄດ້ມອບຫົວໃຈໃຫ້ຢ່າງກະຕືລືລົ້ນ ແລ້ວສາຍຕາຂ້ອຍກໍມາຢຸດທີ່ໂຕະກິນເຂົ້າ. ຍິງຄົນຮັກຂອງຂ້ອຍຢູ່ໃນຊຸດຂາວໃສສະອາດ ແຕ່ດວງຕາທັງສອງເບື້ອງຂອງນາງຖືກປົກປິດດ້ວຍແວ່ນຕາສີຊາ ເຮັດໃຫ້ຂ້ອຍເກືອບຈື່ນາງບໍ່ໄດ້. ນາງຈ່ອຍລົງໄປໜ້ອຍໜຶ່ງ ແຕ່ກໍບໍ່ໄດ້ເຮັດໃຫ້ນາງສູນເສຍບຸກຄະລິກແຫ່ງຄວາມເປັນສາວງາມໄປໄດ້. ຂ້ອຍໂຍບໂຕລົງນັ່ງກົງກັນຂ້າມກັບບ່ອນທີ່ນາງນັ່ງ ພ້ອມກັບຍື່ນຊໍ່ດອກໄມ້ໃຫ້ນາງດ້ວຍຫົວໃຈອັນປ່ຽມລົ້ນໄປດ້ວຍອາຍແຫ່ງຄວາມຄິດຮອດທີ່ຕ້ອງຈາກໄກກັນເຖິງສອງປີ. ນາງຮັບເອົາຊໍ່ດອກໄມ້ ນັ້ນພ້ອມກັບກ່າວຄໍາຂອບໃຈອັນສຽງອັນຝ່າຝ່າວ ເໝືອນດັ່ງກັບວ່ານາງໄດ້ຜ່ານຈາກການໃຊ້ສຽງມາເປັນເວລາຫຼາຍຊົ່ວໂມງ. ຂ້ອຍແນມຜ່ານໄປຍັງດວງຕາທີ່ປົກປິດດ້ວຍແວ່ນຕາສີຊານັ້ນ ຂ້ອຍກໍຮູ້ສຶກຕົກໃຈເມື່ອເຫັນຢາດນໍ້າໄຫຼອອກຈາກຂອບແວ່ນຕາເບື້ອງລຸ່ມ ແລະກໍຕິດຕາມດ້ວຍສຽງສະອື້ນໄຫ້ຢ່າງສຸດແສນລັນທົດ. ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງຈຶ່ງເກີດເຫດການແບບນີ້ຂຶ້ນ ແທນທີ່ເຫັນຂ້ອຍນາງຈະດີໃຈ ແຕ່ນາງກັບສະແດງຄວາມເສົ້າໂສກແບບນັ້ນອອກມາ ຫຼືວ່າສິ່ງທີ່ຂ້ອຍຄິດນັ້ນແມ່ນຄວາມຈິງ. ກ່ອນຂ້ອຍຈະກ່າວຫຍັງອອກໄປ ນາງໄດ້ເວົ້າຕັດໜ້າຂ້ອຍໄປກ່ອນວ່າ:
“ອ້າຍຊຸນ! ນ້ອງຕ້ອງຂໍໂທດອ້າຍຫຼາຍໆທີ່ນ້ອງບໍ່ສາມາດຈະເຮັດຕາມສັນຍາທີ່ພວກເຮົາເຄີຍໃຫ້ໄວ້ຕໍ່ກັນ.” ນາງທັງເວົ້າທັງສະອື້ນຢ່າງໜ້າສົງສານ ເຮັດໃຫ້ຫົວໃຈຂ້ອຍເໝືອນກັບຖືກມີດຮ້ອຍດວງມາຫຸ້ມແທງ.
“ຈັນມີຄົນໃໝ່ມາແທນຂ້ອຍແລ້ວແມ່ນບໍ່?” ຂ້ອຍຍັງໃຊ້ຄໍາແທນນາມທີ່ຂ້ອຍເຄີຍໃຊ້ກັບນາງເໝືອນດັ່ງທີ່ຜ່ານມາ. ນາງສັ່ນຫົວແລະເອື້ອນເອີ່ຍອອກມາດ້ວຍສຽງສັ່ນເຄືອວ່າ:
“ນ້ອງບໍ່ຄູ່ຄວນກັບອ້າຍຕ່າງຫາກ, ນ້ອງຂໍໃຫ້ອ້າຍຖືນ້ອງເປັນດັ່ງນ້ອງສາວຜູ້ໜຶ່ງຂອງອ້າຍກໍພໍ.”
ຂ້ອຍຮູ້ສຶກງົງໄປໝົດ ເປັນຫຍັງນາງຈຶ່ງເວົ້າແບບນີ້ອອກມາໃນເມື່ອນາງບໍ່ໄດ້ມີໃໝ່? ເປັນຫຍັງນາງຈຶ່ງຕ້ອງປະຕິເສດຄວາມຫວັງດີຂອງຂ້ອຍ?!? ສຽງປົນສະອື້ນຍັງດັງເຂົ້າຫູຂ້ອຍເປັນໄລຍະໆ…
“ດຽວນີ້ນ້ອງບໍ່ຄືເມື່ອກ່ອນແລ້ວ ເຖິງນ້ອງຈະໄດ້ໃບປະລິນຍາບັດມາຕ້ອນອ້າຍ ແຕ່ຄວາມສົມບູນທາງດ້ານຮ່າງກາຍຂອງນ້ອງໄດ້ສູນເສຍໄປແລ້ວ ຍ້ອນອຸບັດເຫດ. ຫຼັງຈາກປ້ອງກັນບົດວິທະຍາພົນແລ້ວ ໃນຄືນມື້ດຽວກັນນັ້ນ ນ້ອງກັບໝູ່ໄດ້ພາກັນກຽມສະຫຼອງຜົນສໍາເລັດ. ນ້ອງໄດ້ແຕ່ງກິນຢູ່ເຮືອນຄົວໃນຫໍພັກ ໄຟໄດ້ລຸກໄໝ້ລວກໃບໜ້າຂອງນ້ອງແລະຕາມຕົນໂຕ ຈົນຕ້ອງໄດ້ໄປນອນພັກຮັກສາໂຕຢູ່ໂຮງໝໍເຖິງສອງອາທິດ. ຍ້ອນແນວນັ້ນລະ ນ້ອງຈຶ່ງຂຽນຈົດໝາຍຫາອ້າຍກ້ານສຸດທ້າຍ ເພື່ອໃຫ້ອ້າຍຮູ້ລ່ວງໜ້າ ແຕ່ກໍບໍ່ກ້າບອກຄວາມຈິງສູ່ອ້າຍແລະຄອບຄົວຮູ້ ເພາະຢ້ານຈະເປັນການສ້າງຄວາມເປັນຫ່ວງເປັນໃຍແກ່ທຸກຄົນເກີນໄປ. ພ້ອມກັນນັ້ນ ອິເມັວທີ່ອ້າຍສົ່ງໄປນັ້ນ ນ້ອງໄດ້ອ່ານທຸກສະບັບ ແຕ່ກໍບໍ່ກ້າຕອບ ເພາະຈິດໃຈຕອນນັ້ນສັບສົນຫຼາຍ. ແຍງເບິ່ງເງົາຕົນເອງຢູ່ໃນແວ່ນແລ້ວກໍຮູ້ເສຍໃຈ ໄຄແຕ່ທາງໂຮງໝໍໄດ້ຊ່ວຍຮັກສາບາດແຜໃຫ້ ຈົນພໍເບິ່ງໄດ້ ຄັນບໍ່ຊັ້ນກໍແມ່ນຜີໃນຄາບມະນຸດເຮົານີ້ດີໆນີ້ເອງ.”
ຟັງນາງເວົ້າໄປ ທາງໃຈກໍຮູ້ສຶກສົງສານນາງຢ່າງຈັບຈິດຈັບໃຈ. ຂ້ອຍເອື້ອມມືໄປກຸມມືນາງໄວ້ແລ້ວບີບຄ່ອຍໆ ແລະກ່າວສຽງນຸ່ມນວນອອກໄປວ່າ:
“ເຖິງຈັນຈະຢູ່ໃນສະພາບໃດກໍຕາມ ຊຸນກໍພ້ອມແລ້ວທີ່ຈະຢູ່ຄຽງຂ້າງ ແລະຈະຂໍເປັນຄົນເບິ່ງແຍງດູແລດ້ວຍຄວາມເປັນຫ່ວງຢ່າງສຸດຊີວິດ. ຈະຂໍເປັນອ້າຍທີ່ແສນດີ ແລະເປັນເພື່ອນຊີວິດຕະຫຼອດໄປ.”
ຂ້ອຍລືມໄປວ່າ ນອກຈາກເຮົາສອງຄົນທີ່ນັ່ງລົມກັນແລ້ວ ຍັງມີແມ່ ແລະນ້ອງສາວຂອງນາງຢືນຟັງຢູ່ຫ່າງໆ. ຂ້ອຍເຫຼືອດຕາທີ່ຊຸ່ມດ້ວຍນໍ້າໄປຍັງສອງແມ່ລູກນັ້ນ ເຫັນທັງສອງພວມເອົາມືເຊັດນໍ້າໃສໆທີ່ໄຫຼອອກຈາກເບົ້າຕາເຊັ່ນກັນ...
(ສຸດ)
ຂຽນໂດຍ ອາຈານ ແສງຟ້າ ໂຫລານຸພາບ

No comments:
Post a Comment