_______________
ອຸປະສັກຮັກ
_______________
ໜຸ່ມສາວຄູ່ໜຶ່ງຊົ່ວຊິໄດ້ກັນ ຕ້ອງໄດ້ຜ່ານຜ່າອຸປະສັກນານາປະການ, ໜຸ່ມບຸນມີ ແລະສາວຄຳກອງກໍບໍ່ຕ່າງຈາກໜຸ່ມສາວຄູ່ອື່ນໆ ແຕ່ອຸປະສັກຂອງພວກເຂົາທັງສອງຊ້ຳພັດແມ່ນຄົນໃກ້ໂຕ... ເລື່ອງຊິເປັນແນວໃດນັ້ນ ຂໍເຊີນທ່ານຜູ້ອ່ານປະທັບສາຍຕາຕາມແຖວຕົວອັກສອນໄດ້ແລ້ວດັ່ງລຸ່ມນີ້:
'ບຸນມີ' ຊາຍໜຸ່ມໜ້າມົນຄົນເຈົ້າຊູ້ ກັບ 'ຄໍາກອງ' ຍິງສາວດວງຕາຄົມແກ້ມບ່ອງ ພວມພາກັນຍ່າງລົງໄປຕາມແຄມໜອງປາຢູ່ສຸດນາຕີນບ້ານ ຊຶ່ງມີສຸມໄຜ່ລາຍລ້ອມຢູ່ທັງສາມແຈຟາກຂ້າງ ເວັ້ນໄວ້ແຕ່ເບື້ອງທີີ່ຕິດກັບນາ ເຮັດໃຫ້ໜອງປາແຫ່ງນີ້ຮົ່ມເຢັນໄປດ້ວຍຮົ່ມເງົາຂອງກໍໄຜ່ ແລະ ສົດຊື່ນໄປດ້ວຍອາກາດອັນບໍລິສຸດ ເໝາະແກ່ການມານັ່ງພັກຜ່ອນຢ່ອນອາລົມເປັນຢ່າງຍິ່ງ ໂດຍສະເພາະແມ່ນການນັ່ງຄຽງຂ້າງກັນລະຫວ່າງຍິງສາວແລະຊາຍໜຸ່ມ ທີ່ຫົວໃຈປ່ຽມລົ້ນໄປດ້ວຍຄວາມອ່ອນໄຫວແຫ່ງເລືອດໄວໜຸ່ມ... ພໍແຕ່ທັງສອງບ່າວສາວຢ່ອນກົ້ນລົງນັ່ງຢູ່ແຄມໜອງເບື້ອງເຊິ່ງໜ້າກັບທົ່ງນາທີ່ປາສະຈາກຜູ້ຄົນ ມີແຕ່ຕົ້ນເຂົ້າຂຽວສະອຸ່ມພວມໂອນເອນໄປມາ ແລະປຸຍເມກສີຂາວໆເປັນກ້ອນໆພວມລອຍເລື່ອນຢູ່ເທິງທ້ອງຟ້າສີຄາມຕາມແຮງລົມ ໄດ້ເຮັດໃຫ້ຫົວໃຈທັງສອງດວງວາບຫວິວໄປຕາມສຽງຮຽກຮ້ອງຂອງໝາກຫົວໃຈ... ແລເຫຼືອດລົງໜອງກໍເຫັນຊຸມໝູ່ປານິນປາໄນຂຶ້ນມາບ້ອນຫັນໃຈເອົາອາກາດ... ທັງສອງຈັບເອົາຄັນເບັດຜູ້ລະຄັນຢ່ອນສາຍເບັດຕິດເຫຍື່ອຂີ້ກະເດືອນ ລົງສູ່ໜ້ານໍ້າທີ່ຂຸ້ນໆຂອງໜອງຢ່າງບໍ່ລໍຊ້າ...
“ຈັ່ງແມ່ນສຸກໃຈຂະໜາດເລີຍທີ່ມີໂອກາດໄດ້ຢູ່ຄຽງນ້ອງຕາມລໍາພັງຄືຈັ່ງຊື້!” ບຸນມີທັງເວົ້າທັງອວ່າຍໜ້າໄປຊ້າຍໄປຂວາຢ່າງໝັ້ນໃຈ. “ອ້າຍມີບາງເລື່ອງຢາກເວົ້າສູ່ນ້ອງຟັງ...”
“ມີເລື່ອງຫຍັງລະ? ຖ້າເປັນເລື່ອງບໍ່ມ່ວນ ບໍ່ຕ້ອງເວົ້າກໍໄດ້ເດີ.” ຄໍາກອງເວົ້າສຽງສີງອນໆ ພ້ອມກັບເຫຼືອດແສງຕາເບິ່ງໜ້າບຸນມີແບບສີບູດໆ.
“ເປັນເລື່ອງມ່ວນແນ່ນອນ ແຕ່ຟັງແລ້ວຫ້າມຢິກອ້າຍເປັນອັນຂາດເດີ!” ທັງເວົ້າທັງເຮັດທ່າທີຄືກັບຢ້ານເລັບມືຂອງຝ່າຍຍິງສາວ.
“ຫາກເປັນເລື່ອງທີ່ບໍ່ພໍໃຈແລ້ວ ກໍມີຫວັງວ່າໜັງຂອງອ້າຍບຸນມີຕ້ອງຖືກກົງເລັບຫຍຸມຢ່າງແນ່ນອນ.” ກ່າວຈົບ ກໍມີສຽງຫົວຮຶໆຕິດຕາມມາ. “ຄືວ່າຈັ່ງຊີ້ ຕອນທີ່ໄດ້ພົບນ້ອງເປັນເທື່ອທໍາອິດນັ້ນ, ຮູ້ສຶກວ່າໂລກທັງໂລກຊ່າງເຕັມໄປດ້ວຍຄວາມງົດງາມ ແລະອົບອຸ່ນເປັນຢ່າງຍິ່ງ... ປາແຫບເບັດຂອງນ້ອງແລ້ວເດີ... ຫົວໃຈຂອງອ້າຍບໍ່ຮູ້ວ່າເປັນຫຍັງ ມັນອີ່ມເອີບໄປດ້ວຍຄວາມສຸກເມື່ອຄິດເຫັນດວງໜ້າຂອງນ້ອງ... ຄືຊິແມ່ນປາໄນໂຕບັກໃຫຍ່... ອ້າຍຫຼົງຮັກນ້ອງຕັ້ງແຕ່ມື້ເຫັນທໍາອິດ, ຮັກຈົນໝົດຫົວໃຈ ບໍ່ເຄີຍມີຄວາມຮູ້ສຶກແບບນີ້ກັບໃຜມາກ່ອນ... ຖ້າບຶດໜຶ່ງກ່ອນ ຢ່າຟ້າວຊິດເດີ...ຖ້າໃຫ້ມັນແຫບຄັກໆກວ່ານີ້ກ່ອນ... ກະລຸນາບອກໃຫ້ອ້າຍຮູ້ແດ່ວ່າ ຄວາມຫວັງຂອງອ້າຍເປັນຈິງໄດ້ຫຼືບໍ່? ອ້າຍບໍ່ຄາດຫວັງໃຫ້ນ້ອງຮັບຮັກຈາກອ້າຍດອກ ອ້າຍພຽງຢາກບອກໃຫ້ນ້ອງຮູ້ວ່າອ້າຍຄິດແນວໃດຕໍ່ກັບນ້ອງ... ເອົ໊າ! ຊິດຂຶ້ນແຮງໆ!”
ຄຳກອງຊິດເບັດຂຶ້ນໝົດແຮງ ພ້ອມດ້ວຍສຽງຮ້ອງຢ່າງຕື່ນເຕັ້ນ... ປາໂຕຂາວໆຂະໜາດບໍ່ໃຫຍ່ບໍ່ນ້ອຍເຫຼື້ອມແວວວາວຢູ່ເທິງອາກາດ...
“ໂອ! ປາໄນ... ໄວໆ ມັນກໍາລັງຈະຫຼຸດອອກຈາກເບັດແລ້ວ!”
ປາໄນໂຕສໍ່າຝາມືຫຼຸດອອກຈາກເບັດ ດິ້ນດັນແດວຢູ່ກາງພຸ່ມຫຍ້າກ້ອງຮົ່ມໄຜ່ ພະຍາຍາມລອຍບົກລົງສູ່ໜອງຄືນ. ທັງສອງໜຸ່ມສາວຟ້າວໂດດແຫຼດເຂົ້າໃສ່ປາໂຊກຮ້າຍໂຕນັ້ນຢ່າງໄວວາ. ແທນທີ່ຈະຄວ້າໄດ້ປາ ບຸນມີຊໍ້າຜັດໄປຄວ້າໄດ້ມືຂອງຄໍາກອງແທນໂດຍບໍ່ຕັ້ງໃຈ ພ້ອມກັນນັ້ນກໍຈັບເອົາມືຂອງຍິງສາວຂຶ້ນມາຈຸໃສ່ປາກຂອງຕົນຢ່າງບໍ່ໄດ້ຕັ້ງໃຈເຊັ່ນກັນ... ຍິງສາວຟ້າວຖົກມືຄືນຢ່າງໄວວາ ແຕ່ກໍຊ້າໄປເສຍແລ້ວ ຮ່າງຄີງຂອງນາງໄດ້ຕົກໄປຢູ່ໃນອ້ອມແຂນອັນກ້າມກຶດຂອງຊາຍໜຸ່ມ... ມັນຊ່າງເປັນຊົ່ວໄລຍະແຫ່ງຄວາມສຸກທີ່ສົດຊື່ນທີ່ສຸດຕັ້ງແຕ່ຮູ້ຄວາມມາ... ເຖິງແນວໃດກໍຕາມ ຄວາມສຸກຢູ່ບົນໜ້າໂລກເຮົານີ້ ຈະບໍ່ມີຄວາມສຸກອັນບໍລິສຸດລ້ວນໆດອກ ມັນມັກຈະມີຢາພິດເຄືອບແຝງຢູ່ນໍາສະເໝີ ບໍ່ແມ່ນຈາກຂ້າງໃນຂອງມັນ ກໍແມ່ນຢາພິດທີ່ມີຈາກພາຍນອກ. ດ້ວຍເຫດນັ້ນ, ເທື່ອນີ້ກໍເຊັ່ນກັນ ຂະນະທີ່ທັງສອງພວມຕົກຢູ່ໃນຫ້ວງແຫ່ງຄວາມຮັກຢູ່ນັ້ນ ສຽງຫົວກ້າກໆຂອງໃຜຜູ້ໜຶ່ງກໍດັງຂຶ້ນ. ທັງສອງງວາກໜ້າໄປເບິ່ງທາງທີ່ມາຂອງສຽງ ແລ້ວກໍຕ້ອງຕົກສະເງິ້ ເມື່ອເຫັນເດັກຊາຍໄວແປດປີປະເອິກປະອາງມີໝາກກັນຖຸນແຂວນຄໍ ໃສ່ໂສ້ງຫົວຮູດສີແຫຼ້ໆຢືນຢູ່ກ້ອງຮົ່ມໄຜ່ເບື້ອງຂວາບໍ່ໄກຈາກຄົນທັງສອງ. ເຂົາຊື່ 'ທ້າວຫໍາເລ້' ເປັນນັກຮຽນ ປ. 3 ນ້ອງຊາຍຂອງຄໍາກອງນັ້ນເອງ. ເຂົາຢືນຄໍ້າແອວຈຶ້ງເບິ່ງໜຸ່ມສາວທັງສອງ ພ້ອມທັງຫົວເອີກອາກປານກັບຍັກກຸມພັນ...
“ເອ້ວ ເອ້ວ... ຄົນກອດກັນ!!! ກໍາລັງກອດກັນແມ່ນບໍ່?” ຫໍາເລ້ເວົ້າສຽງສີຂຸ້ນໆແບບໄດ້ທ່າ “ດີລະ! ເຂົາຊິໄປຟ້ອງແມ່ໂລດ!” “ອ້າຍເຊື່ອວ່າຫໍາເລ້ ເປັນເດັກຄໍາຮູ້.” ບຸນມີກ່າວອອກໄປດ້ວຍໃບໜ້າອັນແດງ. “ການເຮັດຈັ່ງຊີ້ເປັນສິ່ງບໍ່ຈົບບໍ່ງາມ ແລະ ການເອົາເລື່ອງຂອງຜູ້ອື່ນໄປຊອກບອກຜູ້ນັ້ນຜູ້ນີ້ເປັນສິ່ງທີ່ຕໍ່າຕ້ອຍດ້ອຍຄ່າ... ອ້າຍຄິດວ່າຫໍາເລ້ໃນຖານະເດັກຄໍາຮູ້ຜູ້ຊື່ສັດແລະມີກຽດ...”
“ເອົາເງິນມາໃຫ້ຂ້ອຍສິບພັນກີບແມ້ ແລ້ວຂ້ອຍຈະບໍ່ໄປຟ້ອງໃຜ.” ຫໍາເລ້ທັງເວົ້າທັງແບມືເດ່ໄປຫາບຸນມີ ຊຶ່ງເພິ່ນຜູ້ນີ້ກໍຟ້າວຈົກເງິນໃບສິບພັນກີບໃນຖົງໂສ້ງ ແລ້ວສົ່ງໃຫ້ຫໍາເລ້.
ເມື່ອໄດ້ເງິນແລ້ວ ຫໍາເລ້ກໍຜິວຫວອດໆຍ່າງລັດເລາະກັບເມືອເຮືອນຢ່າງສະບາຍອາລົມ ປ່ອຍໃຫ້ທັງສອງບ່າວສາວເຮັດໜ້າຫຼ່າຕາຕາຍຢູ່ແຄມໜອງຕາມລໍາພັງ...
ມື້ຕໍ່ມາ ບຸນມີໄດ້ຊື້ສໍສີກັບໜຶ່ງແລະຫຸ່ນຍົນຢາງຈາກໃນວຽງໄປໃຫ້ຫໍາເລ້. ສ່ວນເອື້ອຍຂອງເຂົາກໍເອົາແພມົນຜືນນ້ອຍໃຫ້. ຫຼັງຈາກນັ້ນ ທັງສອງກໍຍັງຕ້ອງອອກເງິນກັນຊື້ໝວກກັນແດດໃຫ້ອີກ. ເຫັນໄດ້ຢ່າງຄັກແນ່ວ່າ ທ້າວຫໍາເລ້ຈອມສະຫຼອກກອກຜູ້ນີ້ມັກສິ່ງຂອງເຫຼົ່ານີ້ເປັນຢ່າງຍິ່ງ ແລະເຜື່ອຊິໄດ້ເຄື່ອງຂອງຫຼາຍຍິ່ງຂຶ້ນ ຫໍາເລ້ຈຶ່ງຕັ້ງໜ້າຕິດຕາມເບິ່ງຄົນທັງສອງຢ່າງບໍ່ໃຫ້ຄາດສາຍຕາ. ບໍ່ວ່າບຸນມີແລະຄໍາກອງຈະໄປໃສ ເຂົາກໍຈະໄປນໍາ ບໍ່ປ່ອຍໃຫ້ທັງຄູ່ໄດ້ຢູ່ຕາມລໍາພັງແມ່ນແຕ່ວິນາທີດຽວ. “ບັກພະຍົດນ້ອຍເອີຍ!” ບຸນມີກັດແຂ້ວ. “ຍັງເປັນເດັກນ້ອຍຢູ່ແທ້ໆ ແຕ່ຍັງຮ້າຍກາດເຖິງພຽງນີ້ແລ້ວ ບາດໃຫຍ່ຂຶ້ນມາ ຊິບໍ່ຍັກກຸມພັນພຸ້ນຫວາ!”
ຕະຫຼອດສາມເດືອນແຫ່ງການເຂົ້າພັນສາຂອງຄູບາຢູ່ວັດ, ຫໍາເລ້ໄດ້ເຮັດໃຫ້ຊີວິດຮັກຂອງເອື້ອຍກັບບຸນມີເຕັມໄປດ້ວຍຄວາມຫວາດລະແວງຢ້ານແຕ່ຄວາມລັບຊິແຕກ. ເຂົາຂູ່ວ່າຈະເປີດເຜີຍເລື່ອງຂອງຄົນທັງສອງ, ຄອຍສອດສ່ອງເບິ່ງພວກເຂົາ ແລະຕັ້ງໜ້າຮຽກຮ້ອງເອົາຂອງຂວັນ ເຊິ່ງບໍ່ມີເມືອງພໍຈັກເທື່ອເລີຍ ແລະໃນທີ່ສຸດເຂົາກໍເວົ້າເຖິງມືຖືຊຳຊຸງລຸ້ນຫຼ້າສຸດ ຊຶ່ງທັງສອງກໍປະຕິເສດບໍ່ໄດ້ ຈໍາຕ້ອງຊື້ໃຫ້ຕາມສັນຍາ...
ເທື່ອໜຶ່ງຕອນທີ່ບຸນມີມາກິນເຂົ້າແລງນໍາຢູ່ເຮືອນ ຂະນະທີ່ພໍ່ກັບແມ່ຍັງບໍ່ທັນເຂົ້າມາຮ່ວມພາເຂົ້າ. ຢູ່ບໍ່ຢູ່ ຫໍາເລ້ກໍຫົວຮຶໆຂຶ້ນ ພ້ອມທັງຂະຫຍິບຕາເບື້ອງໜຶ່ງ ແລ້ວຖາມບຸນມີວ່າ: “ໃຫ້ເຂົາບອກເບ໊າະ?”
ບຸນມີໜ້າຮ້ອນຂຶ້ນວູ່ໆ ເອົາແພເຊັດມືຂຶ້ນມາຍັດໃສ່ປາກແທນຕ່ອນປາ. ຄໍາກອງຟ້າວລຸກອອກຈາກພາເຂົ້າ ແລ້ວແລ່ນລົງກ້ອງລ່າງ. ສອງບ່າວສາວຕົກຢູ່ໃນສະຖານະການແບບນີ້ ຈົນຮອດມື້ອອກພັນສາ...
ຈົນກະທັ້ງມື້ໜຶ່ງ ໃນທີ່ສຸດບຸນມີກໍໄດ້ໃຫ້ຜູ້ໃຫຍ່ຝ່າຍຕົນມາສູ່ຂໍຄໍາກອງຢ່າງເປັນລ້າເປັນການ. ມັນຊ່າງເປັນມື້ທີ່ແສນສຸກຢ່າງເຫຼືອຄະນາ... ຫຼັງຈາກທີ່ໄດ້ໂອ້ລົມກັບພໍ່ແມ່ຝ່າຍຍິງ ແລະໄດ້ຮັບການຕອບຮັບຍິນຍອມຍົກລູກສາວໃຫ້ທັງສອງຝ່າຍເປັນຄໍາຕ່ອນດຽວກັນແລ້ວ. ບຸນມີກໍຟ້າວແລ່ນລົງກ້ອງລ່າງໄປຊອກຫາຫໍາເລ້ ພໍດີໄປຊອກເຫັນຢູ່ກ້ອງກົກຂາມບ່ອນທີ່ຈອມພະຍົດພວມຢືດຢາງກັນຖຸນແນໃສ່ນົກຈອກທີ່ພວມເຕັ້ນຂະຍັອງຂະແຍັງຢູ່ເທິງງ່າຂາມ... ຍັງບໍ່ທັນທີ່ຈະປ່ອຍກ້ອນຫີນນ້ອຍໄປສູ່ຮ່າງເປົ້າໝາຍນັ້ນ, ຫູເບື້ອງຂວາຂອງຫໍາເລ້ກໍຖືກບິດຈາກນີ້ວມືຂອງບຸນມີ. ພ້ອມດຽວກັນນັ້ນຫູເບື້ອງຊ້າຍກໍຖືກບິດຈາກນີ້ວມືອັນຮຽວງາມຂອງຄໍາກອງ ຊຶ່ງໄດ້ລົງມາຊອກຫາຫໍາເລ້ລຸນຫຼັງບຸນມີພຽງແຕ່ວິນາທີດຽວ. ຮອຍຍິ້ມ ແລະສຽງຫົວຈາກຮິມພິສົບຂອງສອງບ່າວສາວດັງກັງວານກ້ອງໃນຫູທີ່ຖືກບິດ ຂອງຫໍາເລ້ຜູ້ທີ່ຮ້ອງສຽງຫຼົງແລະວິງວອນວ່າ:
“ອ້າຍເອື້ອຍຜູ້ແສນດີເອີຍ! ຂ້ອຍຊິບໍ່ເຮັດອີກແລ້ວ! ໂອ້ຍ! ໂອ້ຍ! ອະໄພໂທດໃຫ້ຫໍາເລ້ແດ່ທ້ອນ!!”
ແລະຫຼັງຈາກນັ້ນ ບ່າວສາວທັງສອງຕ່າງກໍຍອມຮັບວ່າໃນຕະຫຼອດໄລຍະທີ່ພວກເຂົາຫຼົງຮັກກັນຢູ່ນັ້ນ ພວກເຂົາບໍ່ເຄີຍມີຄວາມສຸກຄືຈັ່ງຊີ້ມາກ່ອນເລີຍ: ຄວາມສຸກທີ່ໄດ້ບິດຫູທ້າວຫຳເລ້ຈອມພະຍົດຜູ້ນີ້...
(ໄດ້ເຄົ້າເລື່ອງຈາກການອ່ານບົດເລື່ອງສັ້ນ 'ເດັກພະຍົດ' ຂອງ ອານໂຕນ ເຊຄົບ)
ຂຽນໂດຍ ອາຈານ ແສງຟ້າ ໂຫລານຸພາບ

No comments:
Post a Comment