Saturday, 22 March 2014

ເງິນ ຫຼື ຈັນຍາບັນ

ເງິນ ຫຼື ຈັນຍາບັນ

March 22, 2014 at 10:12am

ເງິນເປັນປັດໄຈສຳຄັນໃນການດຳລົງຊີວິດຂອງທຸກໆຄົນໃນສັງຄົມ. ຖ້າເຮົາໄດ້ມັນມາໂດຍຖືກຕ້ອງຊອບທຳ ກໍຖືວ່າເຮົາມີຈັນຍາບັນໃນການປະກອບອາຊີບ, ແຕ່ກົງກັນຂ້າມຖ້າເຮົາໄດ້ມັນມາໂດຍບໍ່ຖືກຕ້ອງ ເຮົາກໍກາຍເປັນຄົນທີ່ຂາດຈັນຍາບັນ... ເລື່ອງສັ້ນທີ່ທ່ານຈະອ່ານຕໍ່ໄປນີ້ ເປັນເລື່ອງສັ້ນໆທີ່່ສ່ອງແສງເຖິງສະພາບການຕໍ່ສູ້ແນວຄິດຂອງພະນັກງານທີ່ຈະເອົາຫຍັງລະຫວ່າງ "ເງິນ ຫຼື ຈັນຍາບັນ"...

“ຈັ່ງແມ່ນເຈົ້າເຫງີກຫງາກເອົາແທ້ເອົາວ່າ, ເປັນຫົວໜ້າໝູ່ແທ້ໆ ຍັງເອົາລົດຄັນເກົ່າໆມາຂີ່!”ສຽງແຈດໆຂອງບົວສີສອດເຂົ້າຫູທ້າວຄຳຕາຜູ້ນັ່ງເຮັດແສງຕາຕົກຕໍ່າປາກເມັ້ມແໜ້ນຢູ່ທາງຂ້າງ.     
 “ທ້າວສີກາ ລູກຕາໝັ້ນຫັ້ນນ່າ ຫາກໍເຂົ້າເຮັດການຢູ່ດ່ານຊາຍແດນບໍ່ພໍປີ ມັນກໍຍັງມີລົດວີໂກ້ຂີ່ອວດໄທບ້ານໄທເມືອງ. ເຈົ້າເຮັດວຽກພາສີເປັນຕັ້ງຫຼາຍປີ ກໍຍັງເອົາລົດເກົ່າໆໂຊມໆຂອງຫ້ອງການມາຂີ່.”
      ເທື່ອນີ້ກໍເປັນອີກເທື່ອໜຶ່ງທີ່ຄໍາຕາຖືກເມຍເວົ້າໃສ່ຈົນອອກຮ້ອນຫູ ພາຍຫຼັງທີ່ນໍາເອົາລົດກະບະລຸ້ນຊຸມປີ 90ມາເຮືອນ. ເທື່ອກ່ອນນັ້ນແຮ່ງກະເຕັກກວ່ານີ້ ຍ້ອນຂີ່ແຕ່ລົດຈັກປະຈຳຕຳແໜ່ງຄັນເກົ່າໝາງມາເຮືອນ. ເຂົາໄດ້ແຕ່ອົດກັ້ນ ເພື່ອບໍ່ໃຫ້ອຸດົມການທີ່ເຂົາໄດ້ປະຕິຍານຕໍ່ໜ້າການຈັດຕັ້ງຕ້ອງມາພັງທະລາຍ ຍ້ອນຄວາມຂີ້ຕັກມັກໄດ້ຂອງຜູ້ເປັນເມຍ...
      “ເຈົ້າກະຢ່າສູ່ໂພດຫຼາຍ! ເຮົາໄດ້ຂີ່ລົດຈັກທີ່ທາງການຈັດຕັ້ງມອບໝາຍໃຫ້ ພ້ອມດ້ວຍນໍ້າມັນແຕ່ລະເດືອນ ມັນກໍເຮັດໃຫ້ການໄປລ້າມາການຂອງຂ້ອຍສະດວກກວ່າຊິຂີ່ລົດຖີບອີ່ຮ້າງໄປການຕວ່າ.”
      “ເຈົ້າບໍ່ອາຍໄທບ້ານໄທເມືອງເຂົາຫວາ! ເບິ່ງຜູ້ໃດກໍຂີ່ລົດໃຫຍ່ລົດເກ໋ງ. ມີແຕ່ເຈົ້ານີ້ແຫຼ້ວ ພະນັກງານພາສີຂີ່ລົດຈັກອີ່ຮ້າງ ຈົນຂ້ອຍບໍ່ກ້າຊິຊ້ອນໄປນໍາ” ສຽງນາງເມຍດັງສອດເຂົ້າເຖິງຫົວໃຈ ຈົນເຂົາຮູ້ສຶກວ່າຕົນມີປົມດ້ອຍ ແຕ່ສຽງປະຕິຍານທີ່ເຂົາເຄີຍວ່າໄວ້ກ່ອນທີ່ຈະເຂົ້າຮັບໜ້າທີ່ເປັນພະນັກງານພາສີກໍດັງເຂົ້າມາແຊກ ເຮັດໃຫ້ເຂົາສາມາດຍືດເອິກຂຶ້ນສູ້ໜ້າເມຍໄດ້...
      “ຂ້ອຍບໍ່ເຄີຍຊິອາຍໃຜ, ຂ້ອຍເຮັດວຽກຕາມໜ້າທີ່ ແລະກໍປະຕິບັດຕາມລະບຽບການທຸກຢ່າງ. ຂ້ອຍຮູ້ສຶກພູມໃຈຊໍ້າທີ່ຂ້ອຍສາມາດຢືນຢູ່ໃນຈຸດນີ້ໄດ້.”     
 “ເອີ! ກະລອງເບິ່ງ!” ຜູ້ເປັນເມຍທັງເວົ້າທັງເບະສົບໃສ່ ແລ້ວຮື້ເສື້ອເອົານົມໃຫ້ລູກນ້ອຍກິນ...
      ເອົາລົດກະບະຄັນເກົ່າທີ່ການຈັດຕັ້ງມອບໝາຍໃຫ້ໄປມ້ຽນໄວ້ຢູ່ກ້ອງຮົ່ມໝາກລຳໄຍຂ້າງເຮືອ ພ້ອມກັບເອົາແພເກົ່າໆຈຸບນໍ້າມາເຊັດຂີ້ຝຸ່ນທີ່ຕິດຢູ່ຕາມຕົວລົດອອກ... ເຖິງຮ່າງນອກມັນຈະບໍ່ໃໝ່ຄືກັບລົດຂອງທ້າວສີກາ ແຕ່ຈັກຂອງມັນຍັງດີຢູ່ ຫາກຄ່ອຍຂັບຄ່ອຍພຽນເອົາມັນກໍດີກວ່າຂັບລົດຈັກຄັນເກົ່າທີ່ເຂົາສົ່ງຄືນໃຫ້ຫ້ອງການ. ໄດ້ຍິນວ່າເພິ່ນມອບໃຫ້ທ້າວຄຳພະນັກງານຜູ້ມາໃໝ່ໄປໃຊ້ວ່າຊັ້ນ…
      ຄາບເຂົ້າແລງມື້ນີ້ ດໍາເນີນໄປດ້ວຍບັນຍາກາດບໍ່ເບີກບານປານໃດ, ບົວສີເຮັດໜ້າບູດຈູ່ລູ່ ປ້ອນເຂົ້າລູກດ້ວຍທ່າທີ່ກະຮຶດກະຮັດ... ແຕ່ເຂົາກໍພະຍາຍາມຊອກຫາແນວເຮັດໃຫ້ໃບໜ້າອັນເຄັ່ງຕຶງນັ້ນຜ່ອນຄາຍ ໂດຍຕັກແນວກິນໃສ່ຈານນ້ອຍຍື່ນໃຫ້ເມຍ, ບໍ່ໄດ້ຜົນຕາມທີ່ເຂົາຄິດ... ຈຶ່ງປ່ອຍໃຫ້ເວລາເປັນຜູ້ຕັດສິນ...
      ອາບນໍ້າແລ້ວ ກໍເອົາເອກະສານທີ່ຍັງຄ້າງມາກວດ, ພາຍຫຼັງແກ້ສຳເລັດແລ້ວ ກໍກຽມຕົວເຂົ້ານອນ. ໄຟໃນຫ້ອງຍັງແຈ້ງຢູ່, ບົວສີ ແລະລູກນ້ອຍນອນຫຼັບຢູ່ໃນມຸ້ງໄປດົນແລ້ວ... ກ່ອນຈະປິດສະວິກໄຟ ເຂົາແນມເບິ່ງເມຍດ້ວຍຄວາມສົງສານ...        “ຫາກເຮົາເຮັດຄືບັກສີກາປານນີ້...” ເຂົາຄິດພຽງແຕ່ເທົ່ານັ້ນ ບໍ່ຢາກຄິດຕື່ມອີກ ຢ້ານວ່າສິ່ງທີ່ຕົນເຄີຍລັ່ນວາຈາໄວ້ຈະເປັນພຽງລົມປາກຂອງນັກສວຍໂອກາດ...     
ພໍແຕ່ຫົວແຕະໝອນ ສຽງກົນສອດໆກໍດັງປະສານກັບຄວາມງຽບ... ແຕ່ເຂົາກໍຕ້ອງຕື່ນສະເດີດໃນກາງເດິກ ເພາະສຽງບົວສີດັງກະທົບປະສາດຫູຢ່າງແຮງ ພ້ອມທັງແຮງສັ່ນແຂນຈາກມືຂອງນາງ...
      “ອ້າຍຕາ, ລຸກໆ ລູກເປັນຊັກ...” ສຽງຂອງນາງທັງສັ່ນທັງເຊັນ ເຮັດໃຫ້ເຂົາລຸກພະວື້ພະວ້າຂຶ້ນ ມຸດອອກຈາກມຸ້ງໄປເປີດສະວິກໄຟ... ຟ້າວເອົານໍ້າຢູ່ກະຕຸກເຫຍັ້ນໃສ່ແພເຊັດໜ້າໄປໂປະໃສ່ຮ່າງຂອງລູກນ້ອຍ,ອາການຊັກຄ່ອຍທຸເລົາ...
      “ບໍ່ໄດ້ດອກ, ຟ້າວເອົາລູກໄປໂຮງໝໍໄວໆ.” ບົວສີທັງເວົ້າທັງອຸ້ມເອົາລູກທີ່ຍັງກະຕຸກເປັນບາງຄັ້ງ.ຄໍາຕາບໍ່ລໍຊ້າ ຕັດສິນໃຈຢ່າງໄວພະລັນ ຈັບເອົາກະແຈລົດ ແລ່ນໄປທີ່ກ້ອງກົກລໍາໄຍບ່ອນລົດຈອດຢູ່... ແລ້ວທັງສາມຊີວິດກໍມຸ່ງສູ່ໂຮງໝໍທີ່ໃກ້ທີ່ສຸດ...      
ການຕ້ອນຮັບຄົນເຈັບຢູ່ຫ້ອງສຸກເສີນດໍາເນີນໄປຢ່າງສາລະວົນ ເຂົາຈົກເອົາບັດປະກັນສຸຂະພາບອອກໃຫ້ແພດເບິ່ງ... ເມື່ອເຫັນດັ່ງນັ້ນ ແພດສອງຄົນທີ່ປະຈຳຢູ່ຫ້ອງກໍແບ່ງປັນໜ້າທີ່ ຜູ້ໜຶ່ງທັງກວດທັງຖາມອາການຂອງຄົນເຈັບຈາກຜູ້ເປັນພໍ່ແມ່... ມີແຕ່ບົວສີເປັນຜູ້ເລົ່າອາການເຈັບຂອງລູກ ສ່ວນຄຳຕາໄດ້ແຕ່ແນມເບິ່ງລູກທີ່ນອນຫຼັບຕາດ້ວຍຄວາມເປັນຫ່ວງ...     
ເມື່ອກວດອາການຮຽບຮ້ອຍແລ້ວ ຄົນເຈັບໄວເຍົາກໍຖືກນໍາເຂົ້າຫ້ອງໄອຊີຍູຢ່າງປັດຈຸບັນທັນດ່ວນ... ນໍ້າຕາຂອງຜູ້ເປັນແມ່ຈັກວ່າມາແຕ່ທາງໃດ ໄຫຼອອກພ້ອມກັບສຽງສະອື້ນ... ຄຳຕາກຸມມືຜູ້ເປັນເມຍ ພ້ອມທັງປອບປະໂລມດ້ວຍຄວາມທຸ່ນທ່ຽງ...
      “ບໍ່ຕ້ອງຕົກໃຈດອກ, ບົວ! ຈັກໜ້ອຍລູກເຮົາຫາກຊິເຊົາ ເພາະມີທ່ານໝໍເກັ່ງໆຢູ່ນີ້ແລ້ວ!”
      ບໍ່ພໍຄາວ, ທ່ານໝໍປົວເດັກປະຈຳໂຮງໝໍແຫ່ງນີ້ ກໍມາເຖິງ ແລະກໍເຂົ້າໄປໃນຫ້ອງໄອຊີຍູ... ຫ້ານາທີຕໍ່ມາ ທ່ານໝໍກໍຍ່າງອອກມາ ພ້ອມທັງເວົ້າກັບສອງຜົວເມຍທີ່ນັ່ງຄອງຖ້າຢູ່ນອກດ້ວຍສຽງທີ່ອົບອຸ່ນໃຈ:
      “ເດັກປອດໄພແລ້ວ, ຄັນມາຊ້າພຽງຫ້ານາທີ ອາດຈະລຳບາກ...”
      ຄໍາຕາຈົນນໍ້າຕາຊຶມ ເຂົາໂອບກອດເມຍດ້ວຍຄວາມດີໃຈ... ບົວສີຮູ້ສຶກຊື່ນໃຈຢ່າງບໍ່ເຄີຍເປັນມາກ່ອນ ຄວາມອົບອຸ່ນຈາກວົງແຂນຂອງຜົວ ເຮັດໃຫ້ນາງຮູ້ສຶກຄືມີຫຍັງມາຄ້າງຢູ່ຮູຄໍ...
      “ຕ້ອງໄດ້ປິ່ນປົວຢູ່ໂຮງໝໍຕື່ມອີກຈັກສອງສາມມື້ຈຶ່ງກັບເມືອໄດ້.” ທ່ານໝໍບອກດ້ວຍອາລົມດີ.
      “ຂອບໃຈທ່ານໝໍຫຼາຍໆ!” ທັງສອງຜົວເມຍຍໍມືພະນົມສະແດງຄວາມຮູ້ບຸນຄຸນ. ບົວສີກົ້ມຈົກເອົາຊອງຂາວໆອອກຈາກກະເປົາພາຍຍື່ນໃຫ້ທ່ານໝໍ.   
      “ໝໍຜູ້ມີຈັນຍາບັນຈະບໍ່ຮັບເອົາຊອງຂາວຈາກຄົນເຈັບ!”ທ່ານໝໍທັງເວົ້າທັງຊີ້ໃສ່ແຜ່ນເຈ້ຍທີ່ມີປະໂຫຍກດັ່ງກ່າວຕິດຢູ່ຂ້າງຝາ...     
“ເປັນສິນນໍ້າໃຈຈາກຄອບຄົວນ້ອງ! ຂໍໃຫ້ທ່ານໝໍຮັບເອົາສາ!” ບົວສີທັງເວົ້າທັງຊູຊີຈະໃຫ້ທ່ານໝໍຮັບເອົາ. ສ່ວນຄຳຕາເຫຼືອດຕາລົງພື້ນ ອອກຮ້ອນໜ້າສຸດຈະພັນລະນາ...
      “ຢ່າວ່າທ່ານໝໍຫຼິ້ນໂຕເດີ! ຂະໜາດເມຍຂອງໝໍເອງເອົາສິນນໍ້າໃຈໃຫ້ພະນັກງານພາສີຢູ່ດ່ານຫວ່າງປີກາຍຕັ້ງເປັນລ້ານ ເພື່ອຈະເອົາຢາທີ່ສັ່ງເຂົ້າມາຈາກຕ່າງປະເທດເຂົ້າຮ້ານ, ພະນັກງານຜູ້ນັ້ນຍັງບໍ່ເອົາ. ລາວເຮັດຕາມກົດລະບຽບທຸກຢ່າງ. ຫາກມີພະນັກງານແບບນັ້ນຫຼາຍໆຄົນ ບ້ານເມືອງເຮົາກໍຄົງຈະຫຼຸດພົ້ນຈາກປະເທດທີ່ທຸກຍາກໄດ້ໂດຍໄວ... ນັບແຕ່ເມຍຂອງໝໍມາເລົ່າເຫດການນັ້ນສູ່ຟັງ ໝໍກໍຮູ້ສຶກລະອາຍໃຈທີ່ຈະຮັບເອົາຊອງຂາວຈາກຄົນເຈັບ. ຈົ່ງເກັບໄວ້ຊື້ຢຸກຢາໃຫ້ລູກຂອງພວກເຈົ້າສາ!”
 ບົວສີຮູ້ຕື້ນຕັນຈົນປາກບໍ່ອອກ ເກັບຊອງຂາວລົງໃສ່ກະເປົາພາຍດັ່ງເດີມ ພ້ອມທັງຍົກມືໄຫວ້ທ່ານໝໍຢ່າງຮູ້ບຸນຄຸນ ເຊັ່ນດຽວກັບຄໍາຕາທີ່ພະນົມໄຫວ້ຢ່າງນອບນ້ອມ ແຕ່ໃນຫົວຂອງເຂົາຍັງປາກົດເຫັນພາບຕອນທີ່ເຂົາປະຕິເສດການຮັບເອົາສິນບົນຈາກແມ່ຄ້າຂາຍຢາຜູ້ໜຶ່ງເມື່ອປີກາຍນີ້!!!

          (ເລື່ອງສັ້ນ "ເງິນ ຫຼື ຈັນຍາບັນ" ໂດຍ: ນ້ອຍ ວິດຊຸລະດາ ໄດ້ຮັບລາງວັນຊົມເຊີຍ "ລາງວັນສິນໄຊ" ປະຈຳປີ 2011)

Tuesday, 18 March 2014

ຄົນກັບລາສີ: ເຮັດເປັນມືຈຶ່ງເຫັນໜ້າປ້າ

ຄົນກັບລາສີ: ເຮັດເປັນມືຈຶ່ງເຫັນໜ້າປ້າ

ខែ មិនា​​ 19, 2014 ម៉ោង 6:58ព្រឹក​

“ພໍ່ສີເອີຍ! ເຈົ້າບໍ່ໄປກິນດອງ ເຮືອນປ້າວັນບໍ່?” ສຽງຂອງປ້າແພງດັງໂດ່ງ­ມາແຕ່ຟາກຮົ້ວເຮືອນໄມ້ຍົກພື້ນ­ສູງຕາມແບບ ເຮືອນລາວໆ­.
“ຄືຊິບໍ່ໄດ້ໄປດອກ!” ຊາຍໄວກາງ­ຄົນໜ້າສີໝອງໆ­ກ່າວຕອບດ້ວຍສຽງສີຟ່າວໆ­ຢູ່ກ້ອງຕະ­ລ່າງເຮືອນໃນມືຍັງຈັກຕອກຢູ່.
“ອ້າວ! ກະ­ດຽວວ່າອີ່ຄໍາ­ຫຼ້າເປັນ­ຫຼານເມຍເຈົ້າ!” ປ້າແພງກ່າວແບບແປກໃຈ.
“ຫຼານ­ກໍຫຼານ­ຫັ້ນແຫຼ້ວ ແຕ່ເຂົາບໍ່ໄດ້ນັບໄດ້ຖືພວກເຮົາເປັນນ້າບ່າວນ້າ­ສາວແລ້ວ...” ພໍ່ສີ ຫຼືທ້າວທອງກ່າວອອກມາແບບສີແຄ້ນໆ­ໃນຫົວເອິກ.
“ແມ່ນຫັ້ນລະ­ ປ້າແພງເອີຍ! ເຈົ້າ­ລະ­ຫາຮີບໄປຮ່ວມນໍາເຂົາສາ. ພວກເຮົາມັນບໍ່ມີລາ­ສີພໍທີ່ຈະ­ເຂົ້າ­ຮ່ວມພິທີອັນເປັນສິລິມຸງ­ຄຸນນໍາເຂົາໄດ້ດອກ.” ສຽງອ່າວນ້ອຍແຫຼມ­ຂອງໃຜຜູ້ໜຶ່ງດັງດອດມາແຕ່ເທິງເຮືອນ ນາງ­ບົວໄຂນັ້ນເອງ... ເຖິງໜ້າລາວຈະ­ໝອງ ຂາດລາ­ສີ ແຕ່ຮ່ອງ­ຮອຍແຫ່ງຄວາມງາມຍັງຫຼົງເຫຼືອໄວ້ໃຫ້ເຫັນຢູ່.
ເມື່ອຫວນຄືນສະ­ໄໝທີ່ນາງ­ບົວໄຂເປັນສາວ ຜູ້ບ່າວທົ່ວທີບພໍ້ວໍ້ນັ້ນຕ່າງກໍຮູ້­ຈັກກັນດີ ເພາະ­ລາວເປັນຜູ້ສາວທີ່ງາມບໍ່ມີໃຜເທົ່າ­ທຽມໄດ້ ພ້ອມທັງເປັນລູກສາວຫົວແກ້ວຫົວແຫວນຂອງເສດ­ຖີປະ­ຈໍາບ້ານແຫ່ງນັ້ນ... ແຕ່ຈະ­ເປັນບຸນຫຼືກໍາບໍ່ຮູ້ໄດ້, ສາວບົວໄຂຜູ້ງາມລ້ຳ­ຊ້ຳພັດໄປຫຼົງ­ມັກຮັກ­ກັບຊາຍຜູ້ຂາດລາ­ສີ ບໍ່­ມີຫົວນອນປາຍຕີນທີ່ແນ່ນອນ ແຕ່ໄດ້ຖືກເສດ­ຖີນໍາມາເປັນຄົນຮັບໃຊ້ປະ­ຈໍາເຮືອນ... ເຖິງບ່າວທອງຈະ­ຂາດແສງລາ­ສີທີ່ເປັ່ງປະ­ກາຍອອກຈາກເຮືອນຮ່າງ ແຕ່ລາວກໍເປັນຜູ້ມີຄວາມຕັ້ງໃຈຈິງໃນການເຮັດວຽກທີ່ໄດ້ຮັບການມອບໝາຍຊຶ່ງເປັນທີ່ຖືກອົກຖືກໃຈທ່ານເສດ­ຖີເປັນຢ່າງຍິ່ງ... ແຕ່ເຖິງປານນັ້ນ ລາວກໍບໍ່ຍອມໃຫ້ບ່າວທອງມາເປັນເຂີຍ ຍ້ອນເລື່ອງລາ­ສີຢ່າງ­ດຽວ… ເຖິງຈະ­ຫ້າມ­ປາມແນວໃດ ບົວໄຂກໍບໍ່ປ່ຽນໃຈຈາກຊາຍຄົນຮັກ... ພໍ່ເສດ­ຖີໄດ້ໃຊ້ທັງໄມ້ອ່ອນໄມ້ແຂງກໍບໍ່ເປັນຜົນ... ໃນທີ່ສຸດ ພໍ່ເສດ­ຖີກໍໄລ່ລູກສາວຫຼ້າອອກເຮືອນ ແລະ­ໄດ້­ຕັດ­ຂາດຈາກຄວາມເປັນພໍ່ເປັນລູກກັນ...
ກ່ອນທີ່ບົວໄຂຈະ­ຕັດ­ສິນໃຈອອກເຮືອນໄປ, ບ່າວທອງກໍໄດ້ເຕືອນສະ­ຕິ:
“ອ້າຍຄົນຈົນຜູ່ຮ້າຍ ຢູ່ຕູບເຕ້ຍຕໍ່າ ນ້ອງຄົງຢູ່ກັບອ້າຍບໍ່ໄດ້­ຈິງແທ້ແນ່ນອນ. ຂໍໃຫ້ນ້ອງປ່ຽນໃຈສາ ອ້າຍນີ້ຂໍລາຈາກ ໄປຕາມທາງຜູ້ຮ້າຍ ຊາຍຂາດລາ­ສີນີ້ແຫຼ້ວ!” ເຖິງຈະ­ເວົ້າ­ຈະ­ວ່າແນວໃດ ກໍບໍ່ສາມາດປ່ຽນໃຈບົວໄຂໄດ້… ໃນທີ່ສຸດຄູ່ຮັກທັງສອງກໍຖືກຂັບໄລ່ໃຫ້ໄປຢູ່ຕູບຮ້າຍໃນທ້າຍສວນຂອງເສດ­ຖີ… ຈາກຄົນທີ່ເຄີຍມີລາ­ສີຈັບ ບົວໄຂກໍຄ່ອຍໆ­ກາຍເປັນຄົນຂາດລາ­ສີຄືກັບຜົວຂອງຕົນ.
ນັບແຕ່ນັ້ນ­ມາ ຍ້ອນຄວາມຮັກແທ້ ເຂົາທັງສອງ­ກໍໄດ້­ພາກັນສ້າງຖານະ­ ຈົນສາມາດຫຼຸດ­ພົ້ນ­ອອກຈາກຕູບໄປຢູ່ເຮືອນຮ້ານທີ່ໄດ້ຈາກນ້ຳເຫື່ອນ້ຳແຮງ­ຂອງຕົນເອງ… ເຖິງປານນັ້ນ ລາ­ສີກໍຍັງບໍ່ເປັ່ງປະ­ກາຍອອກຈາກຮ່າງ­ຄີງເທື່ອ… ລູກເຕົ້າ­ທີ່ເກີດອອກມາສາມຄົນ ກໍບໍ່ທັນມີລາ­ສີພໍທີ່ທ່ານເສດ­ຖີຈະ­ຫຼຽວແລ ແລະ­ເອື້ອນເອີຍວ່າເປັນ­ຫຼານ­ຂອງຕົນ… ເວລາຜ່ານໄປໄວປານລູກສອນໄຟຂ້າມທະ­ວີບ, ຄາວດຽວ ທ່ານເສດ­ຖີກໍລ່ວງລັບດັບຂັນຈາກໂລກນີ້ໄປ ພິທີສົ່ງສະ­ການໃຫຍ່ແບບວ່າ­ຄົນໃນທີບພໍ້ວໍ້ນັ້ນ­ພາກັນເຂົ້າ­ຮ່ວມຢ່າງຄັບ­ຄາໜາແໜ້ນ. ກ່ອນສິ້ນລົມຫາຍໃຈ ທ່ານເສດ­ຖີໄດ້ຂໍນໍາບັນ­ດາລູກໆ­ໃຫ້ໄດ້ພົບໜ້າລູກສາວຫຼ້າ… ແຕ່ພວກເຂົາກໍບໍ່ໄດ້ປະ­ຕິບັດຕາມຄໍາຂໍຂອງຜູ້ເປັນພໍ່ເລີຍ… ຊາຍຜູ້ໃກ້ຈະ­ເຖິງຈຸດຈົບຂອງຊີວິດ ສະ­ອື້ນ­ອອກມາດ້ວຍຄວາມຄິດເຖິງລູກ...
“ຍ້ອນລາ­ສີຢ່າງດຽວ ທີ່ເຮັດໃຫ້ພໍ່ບໍ່ສາມາດເຫັນໜ້າລູກໄດ້! ອະ­ໂຫສິໃຫ້ພໍ່ແດ່ທ້ອນ!” ສິ້ນ­ສຽງ ທ່ານເສດ­ຖີກໍສິ້ນໃຈທ່າມ­ກາງສຽງຮ້ອງໄຫ້ອາໄລຫາຂອງພວກລູກໆ­ຫຼານໆ­… ສ່ວນບົວໄຂພ້ອມດ້ວຍລູກແລະ­ຜົວໄດ້ໄວ້­ອາໄລເຖິງຜູ້ເປັນພໍ່ຢູ່ເຮືອນຂອງຕົນຢ່າງ­ງຽບໆ­… ຈວບຈົນເຖິງມື້ທີ່ລູກສາວຂອງເອື້ອຍ­ກົກແຕ່ງ­ດອງ, ບົວໄຂກໍຍັງຕ້ອງແນມເບິ່ງຜົວດ້ວຍດວງຕາອັນຫົດຫູ່ຂາດຄວາມສະ­ຫງ່າ­ລາ­ສີ…
ວັນເວລາຄະ­ເຄື່ອນຍ້າຍໄປໄວປານມີປີກບິນ, ຍ້ອນຄວາມດຸໝັ່ນຂະ­ຫຍັນພຽນບວກກັບຄວາມສາມັກ­ຄີຮັກແພງກັນ­ພາຍໃນ ຄອບ­ຄົວ ພຽງ­ບໍ່ເທົ່າໃດປີ ຖານະ­ຂອງທ້າວທອງແລະ­ນາງບົວໄຂກໍພຸ່ງ­ພວດປານຈະ­ຫຼວດ ຖານະ­ການເງິນຂອງພວກເຂົາໄດ້ເຮັດໃຫແສງລາ­ສີຄ່ອຍໆ­ເຮືອງຮອງອອກຈາກເຮືອນຮ່າງຂອງພວກເຂົາພ້ອມທັງລູກທັງສາມ… ເຮືອນດີ ເຮືອນດອງ ຕະ­ຫຼອດ­ຮອດງານລ້ຽງຕ່າງໆ­ໄດ້ເປັນສະ­ຖານທີ່ທີ່ຂາດເຖົ້າແກ່ທອງ ແລະ­ຍາແມ່ບົວໄຂບໍ່ໄດ້… ຍາດ­ຕິພີ່ນ້ອງທີ່ເຄີຍຫ່າງເຫີນ­ກັນຕ່າງກໍອວ່າຍໜ້າມາຫາ­ພ້ອມທັງສະ­ແດງທ່າທີແບບປະ­ຈົບປະ­ແຈງ ເພື່ອເຮັດໃຫ້ສອງ­ຜົວເມຍຜູ້ເຄີຍຂາດລາ­ສີໃຈອ່ອນຍື່ນນັ້ນ­ຍື່ນນີ້ໃຫ້ຕາມຄໍາຂໍ…
“ຫາກຜົວເມຍພວກເຮົາບໍ່ເຮັດເປັນມື ຈົນມີຖານະ­ອັນດີ ແມ່ປ້ານ້າອາກໍຄົງບໍ່ຫັນໜ້າມາແລ… ແຕ່ຍ້ອນຖານະ­ເຮົາປ່ຽນແປງຈົນລາ­ສີຈັບ ຍາດ­ຕິພີ່ນ້ອງບໍ່ວ່າຢູ່ໄກສໍ່າໃດ­ກໍຍັງດັ້ນໜ້າມາຮອດ… ນີ້ລະ­ນໍ! ໂລກມະ­ນຸດ­ຜູ້ສະ­ອອນນໍາຄົນມີລາ­ສີ…” ເຖົ້າແກ່ທອງຈົ່ມຄ່ອຍໆ­ໃຫ້ຜູ້ເປັນເມຍໄດ້ຍິນກ່ອນຈະ­ເດ່ມືໄປຈັບເອົາເງິນໃບແດງໆ­ຕັບໜຶ່ງຍື່ນໄປໃຫ້ຜູ້ເປັນປ້າທີ່ມາຂໍຄວາມຊ່ວຍເຫຼືອ…

Tuesday, 11 March 2014

ຊອງບັດເລົ່າ-ບັດເຊີນ​​​

ຊອງບັດເລົ່າ-ບັດເຊີນ

ຮອດຍາມເດືອນຄູ່ມາແລ້ວ ບັດເລົ່າບັດເຊີນກໍທະຍອຍມາມືບໍ່ໄດ້ຂາດ... ມາລອງອ່ານການຈັດການກັບເລື່ອງຊອງບັດເຊີນຂອງພະນັກງານຜູ້ເປັນຕົວລະຄອນເອກເລື່ອງກ້ອມໆນີ້ວ່າ ລາວແກ້ໄຂບັນຫາດັ່ງກ່າວໄປໃນຮູບໃດ....

ກັບ ມາແຕ່ຫ້ອງລ້າ­ຫ້ອງ­ການດ້ວຍຄວາມອິດເມື່ອຍເໜື່ອຍລ້າ ແຕ່ເມື່ອມາພໍ້ຈອກນໍ້າເຢັນໆ­ຈາກມືສີອ່ອນໆ­ຂອງແມ່ເຈົ້າເຮືອນ ຄວາມ­ອິດເມື່ອຍຈັກວ່າຫາຍໄປໃສກໍບໍ່ຮູ້... ກືນນໍ້າເອື້ອກໆ­ລົງຄໍ ເຮັດໃຫ້ຫວາງໃຈຢ່າງບອກບໍ່ຖືກ… ສົ່ງຍິ້ມໃຫ້ຜູ້ເປັນເມຍແທນຄໍາຂອບໃຈ…ແຕ່ເມື່ອເຫັນສີໜ້າຂອງຄູ່ຊີວິດບໍ່ຄ່ອຍສົດຊື່ນປານໃດ ຈຶ່ງເອີ່ຍປາກຖາມດ້ວຍຄວາມເປັນຫ່ວງ…
“ມີຫຍັງບໍ່, ແມ່ມັນ?”
“ກະ­ນີ້ເດ!” ແມ່ເຈົ້າເຮືອນຈັບເອົາຊອງສີໜາໆ­ຫຼາຍ­ຊອງຍື່ນໃຫ້ດ້ວຍທ່າທີສີເມື່ອຍໆ­.
ຈັບຂຶ້ນ­ມາເຍີງເບິ່ງ ພ້ອມກັບອ່ານໃນໃຈ: ບັດເຊີນດອງຄູ່ສົມ­ລົດໃໝ່ 3 ບັດ, ບັດເຊີນສະ­ຫຼອງ­ວັນ­ຄົບ­ຮອບແຕ່ງ­ດອງ30 ປີ 1 ບັດ ແລະ­ບັດເລົ່າຂຶ້ນເຮືອນໃໝ່ອີກ 2 ບັດ, ໂຮມທັງໝົດ 6 ບັດ­ພໍດີ ໄຄແຕ່ບໍ່ຖືກມື້ດຽວກັນ…
ຮອຍຍິ້ມ­ທີ່ເປີດກວ້າງຫວ່າງກີ້ນີ້ຖືກຫຸບມ້ຽນດ້ວຍຄວາມກັງ­ວົນໃຈ ເມື່ອຄິດເຖິງເງິນເດືອນຂອງເດືອນນີ້ທີ່ຍັງບໍ່ທັນອອກ… ແມ່ເຈົ້າເຮືອນຄົງອ່ານໃຈຜູ້ເປັນຜົວໄດ້ດີ ນາງຈຶ່ງຫາວິທີແກ້ໄຂຢ່າງໄວວາ...
“ເງິນຢູ່ນໍານ້ອງຍັງ 5 ແສນ… ຄິດວ່າຄົງພໍໃສ່ຊອງຢູ່! ໃສ່ບັດດອງບັດລະ­ແສນ, ສ່ວນບັດເລົ່າບຸນ­ນັ້ນ ໃສ່ຊອງລະ­ຫ້າສິບພັນກໍຄືຊິເໝາະ­ແລ້ວ!”
ຍິ້ມ­ສີຝືດໆ­ອອກຈາກມຸມສົບຍື່ນໃຫ້ແມ່ເຈົ້າເຮືອນຕາງຄໍາຂອບໃຈຕໍ່ຄວາມຮອບຄອບນໍາການຄິດໄລ່ເງິນໃສ່ໃນຊອງຢ່າງເໝາະ­ສົມ.
“ນີ້ລະ­ ເພິ່ນວ່າທີພະ­ທີຈົວ.” ບອກເມຍດ້ວຍຄວາມຄິດໃນແງ່ບວກ.
“ບາດຮອດທີຈົວ ເຮົາກໍຄົງໄດ້­ຊັກຄ້ອນເທົ້າໄປດອງ ເພາະ­ລູກເຮົາຍັງເປັນເບ້ຍຢູ່!” ເມຍວ່າແບບອ່ອນໃຈ.
“ກະ­ຢ່າແຫຼະ­! ເພື່ອຮັກ­ສາໜ້າຮັກ­ສາຕາຂອງຄອບ­ຄົວເຮົາ. ອີກຢ່າງໜຶ່ງກໍເພື່ອບໍ່ໃຫ້ເສຍພີ່ເສຍນ້ອງ ເສຍໝູ່ເສຍຄູ່…” ອ້າງເຫດອ້າງຜົນໃຫ້ເມຍຕາຍໃຈ.
“ເງິນ 5 ແສນ ວ່າຊິໄປຕັດ­ສິ້ນໄໝກັບເສື້ອໃໝ່­ຊັ້ນ­ດອກ! ໄປດອງເທື່ອນີ້ ກໍຄົງໃສ່ຊຸດເກົ່ານັ້ນລະ­ນໍ!” ເມຍຈົ່ມ.“ເຄື່ອງເກົ່າກໍຍັງເບິ່ງງາມຢູ່ເດ!” ລະ­ດົມໃຈເມຍແບບບໍ່ຖືກຄວາມຈິງ.
“ເຂົາຊິບໍ່ວ່າຫຍັງໃຫ້ບໍ ວ່າຍາມໃດກໍນຸ່ງຕາຍແຕ່ຊຸດເກົ່າ!” ເມຍຖຽງ.
“ບໍ່ດອກ, ສໍາ­ລັບອ້າຍແລ້ວ ເຖິງຈະ­ໃສ່ຊຸດເກົ່າ ແຕ່ກໍຍັງງາມໃນສາຍ­ຕາອ້າຍ!” ເອົານ້ຳເຜິ້ງຕ້ວຍໃສ່ຄໍາເວົ້າ.
“ແຕ່ມີຕັ້ງ 4 ດອງ ແລະ­ 2 ງານ­ບຸນ. ເຄື່ອງເກົ່າກໍມີແຕ່ 3 ຊຸດ.” ເມຍວ່າ.
“ຊຸດລະ­ 2 ງານ ກໍພໍດີແລ້ວເດ! ບໍ່ມີໃຜສັງເກດດອກ! ນອກ­ຈາກອ້າຍນີ້ທໍ່ນັ້ນລະ­!!!”
ໄດ້ຍິນດັ່ງ­ນັ້ນ ແມ່ເຈົ້າເຮືອນກໍຮູ້­ສຶກສວາງໃຈເປັນຢ່າງຍິ່ງ ແຕ່ເມື່ອຊວາດຄຶດເຖິງພາ­ຫະ­ນະ­ການໄປດອງໄປງານ ນາງຕ້ອງຫຼົງກ່າວອອກມາສຽງດັງໆ­ວ່າ:
“ແລ້ວຄ່ານ້ຳມັນລົດເດລະ­? ອີ່ເຖົ້າ­ຫັ້ນແຮ່ງກິນນ້ຳມັນ­ປານເງືອກ!”
ໄດ້ຍິນເມຍກ່າວເຖິງອີ່ເຖົ້າແດວູ ກໍເຮັດໃຫ້ຕ້ອງໄດ້ລະ­ບາຍຍິ້ມ­ອອກມາຢ່າງໃຈເຢັນ ແລະ­ກ່າວສຽງເຕື້ອຍໆ­ອອກໄປວ່າ: “ບໍ່ເອົາລົດເຮົາໄປ, ຂໍຂີ່ລົດໄປນໍາໝູ່ກໍໄດ້! ເພາະ­ແນວໃດບັກແພງມັນກໍຕ້ອງໄດ້ບັດເຊີນບັດເລົ່າຄືກັນກັບ­ພວກເຮົານີ້ລະ­!!!” ກ່າວຈົບ ກໍເຂົ້າ­ຫ້ອງປ່ຽນເຄື່ອງ ເພື່ອລົງໄປຫົດສວນຜັກ­ກາດຊອມທີ່ຫາກໍບົງໄດ້ບໍ່ເທົ່າໃດມື້ຜ່ານມາ ແລະ­ເກືອໝູນ້ອຍທີ່ແມ່ເຖົ້າໃຫ້ມາລ້ຽງເມື່ອເດືອນກ່ອນ… 

Friday, 7 March 2014

ສຽງເພງວັນແມ່

ສຽງເພງວັນແມ່

ເນື່ອງໃນໂອກາດວັນແມ່ຍິງສາກົນຄົບຮອບ 104 ປີ,ຂໍສົ່ງພອນອັນປະເສີດເຖິງບັນດາເພື່ອນເພດຍິງທຸກທ່ານທັງໜຸ່ມນ້ອຍແລະອາວຸໂສ ຈົ່ງປະສົບແຕ່ຄວາມສຸກໂຊກດີມີກຳລັງວັງຊາແຂງແຮງເພື່ອບຸກທະລຸແລະມີຜົນສຳເລັດໃນເປົ້າໝາຍແຫ່ງຊີວິດຂອງຕົນ.ພ້ອມກັນນີ້ຂໍມອບບົດເລື່ອງກ້ອມໆຈາກປະສົບການຂອງນາງນ້ອຍຄາວທີ່ຮຽນຢູ່ໂຮງຮຽນອະນຸບານ, ເລື່ອງຈະເປັນແນວໃດນັ້ນ ຂໍເຊີນທ່ານໃຊ້ແສງຕາສຳຜັດກັບຕົວອັກສອນທີ່ລຽນຊາບລາບຂ້າງລຸ່ມນີ້ໄດ້ເລີຍ...

ທຸກປີເມື່ອວັນແມ່ຍິງສາກົນໄດ້ວຽນບັນຈົບຄົບຮອບມາເຖິງ ພາບແຫ່ງຄວາມຫຼັ ງຄັ້ງທີ່ນ້ອຍຍັງເປັນນັກຮຽນອະນຸບານກໍສາຍພາບອອກມາໃຫ້ເຫັນໃນດວງຄວາມຄິດ...    ຕະຫຼ ອດສາມປີທີ່ເປັນນາງນ້ອຍໜ້າໃສນຸ່ງເສື້ອຂາວເຂົ້າໃນກະໂປງສີຟ້າເຂັ້ມ ແລະມີແພມັດຄໍສີຟ້າອ່ອນສຳລັບອະນຸຊົນ,ມັນຊ່າງເປັນໄລຍະທີ່ມີ ຄວາມສຸກຕາມຜະສາເດັກນ້ອຍທີ່ຍາມໃດແມ່ກໍໃຫ້ຄວາມອົບອຸ່ນໂດຍອ້ອມກອດອັນນຸ່ມນວນຊວນໃຫ້ຫຼັບຝັນແລະຍັງມີສາວຄູຜູ້ໃຈດີຄ່ອຍເອົາໃຈໃສ່ບອກສອນວິທີຢ້ອນເພື່ອໃຫ້ເຂົ້າກັບຈັງຫວະເພງ. ຍັງຈື່ຈຳໄດ້ໝັ້ນວ່າ ສາວຄູບຸນຕັ້ງໄດ້ສອນໃຫ້ຮ້ອງແລະຟ້ອນເພງໂຕກະຕ່າຍ ຊຶ່ງໃນຕອນນັ້ນຖືວ່າເປັນຄັ້ງທຳອິດຂອງເດັກຍິງໂຕນ້ອຍໆທີ່ຫາກໍຜ່ານລະດູຝົນມາພຽງ 3 ລະດູ ໄດ້ແອະແອ່ນຟ້ອນແລະຮ້ອງຮ່ວມກັບເພື່ອນເດັກທັງຍິງແລະຊາຍ. ຊົ່ວຊິຮ້ອງແລະຟ້ອນເຂົ້າກັບໝູ່ໄດ້ສາວຄູບຸນຕັ້ງຕ້ອງໄດ້ເຂົ້າມາໃກ້ພ້ອມກັບຈັບ ມືຈັບຕີນສອນວິທີຍົກມື ຍົກຕີນ ຢຽດແຂນ ຢຽດຂາ. ມີບາງຄັ້ງ ສາວຄູຕ້ອງໄດ້ໃຊ້ໄມ້ແສ້ຟາດລົງດິນ ເພື່ອກຳຮາບບັນດາເດັກຈອມດື້ທີ່ມັກອອກນອກລະບຽບ ໃນນັ້ນກໍມີນ້ອຍຜູ້ໜຶ່ງ. ເຖິງຈະບໍ່ມີພອນສະຫວັນທາງດ້ານສິລະປະວັນນະຄະດີປານໃດກໍຕາມ ຍ້ອນຄວາມມຸມານະຂອງສາວຄູ ໃນທີ່ສຸດນ້ອຍກໍສາມາດຮ້ອງເພງດັ່ງກ່າວດ້ວຍສຽງທີ່ຍັງບໍ່ຂອດປານໃດນັ້ນໄດ້ ແລະກໍສາມາດຟ້ອນໄດ້ຢ່າງບໍ່ຂັດເຂີນ. ເມືອຮອດເຮືອນຫຼັງຈາກກິນແລງແລ້ວກໍເປີດລາຍການສະແດງໃຫ້ພໍ່ກັບແມ່ເບິ່ງ ໂດຍມີເອື້ອຍໃຫຍ່ທີ່ຮຽນຢູ່ອະນຸບານໃຫຍ່ເປັນໂຄສົກ.ຂະນະທີ່ຮ້ອງແລະຟ້ອນໄປນັ້ນ ພໍ່ກັບແມ່ກໍຕົບມືໃຫ້ຈັງຫວະໄປນຳ. ແມ່ຕົບບໍ່ຄ່ອຍຖືກຈັງຫວະປານໃດ,ນ້ອຍຈຳຕ້ອງຢຸດການສະແດງ ພ້ອມກັບຍ່າງເຂົ້າໄປຫາແມ່ ແລະບອກວິທີຕົບມືໃຫ້ຖືກຈັງຫວະ. “ຕົກຈັ່ງຊີ້ນ່າ ແມະ!” ສຽງບໍ່ຂອດແນະນຳແມ່ພ້ອມທັງຕົບມືສາທິດໃຫ້ແມ່ເບິ່ງ. ແມ່ຍິ້ມແບບອາຍໆ ແລະເອີ່ຍປາກເວົ້າດ້ວຍສຽງນວນໆວ່າ: “ໂອຍ! ກະແນວແມ່ບໍ່ແມ່ນສິລະປະເກົ່າເດ. ບໍ່ຄືພໍ່ຂອງລູກເພິ່ນເປັນທັງນັກຮ້ອງນັກຟ້ອນປະຈຳໂຮງຮຽນ. ລູກຫັ້ນໄດ້ແນວພໍ່ ຮ້ອງກໍເປັນຟ້ອນກໍເກັ່ງ. ແມ່ບໍ່ເປັນທັງສອງແນວ ໄດ້ແຕ່ຟັງກັບເບິ່ງທໍ່ນັ້ນລະ!” “ຊັ້ນ! ແມະບໍ່ຕ້ອງຕົກມືເດີ. ເບິ່ນ ແລະ ຟັນຊື່ໆ. ມີແຕ່ໃຫ້ພໍ່ຕົກ. ເອື້ອຍໃຫຍ່ກະບໍ່ຕ້ອນຕົກ, ມາຟ້ອນເປັນໝູ່ນ້ອຍ.” ນ້ອຍອອກຄຳສັ່ງ ເຮັດໃຫ້ແມ່ຍິ້ມ ແລະປ່ອຍສຽງຫຶໆແບບຄົນອົດຫົວບໍ່ຢູ່. “ກະໄດ້. ແມ່ຊິເບິ່ງຊື່ໆເດີ!” ການສະແດງຂອງສອງເອື້ອຍນ້ອງໃນຄາວນັ້ນ ຄຶດມາເທື່ອໃດ ກໍເຮັດໃຫ້ຮອຍຍິ້ມຢູ່ແຈຮິມສົບແຜ່ກະຈາຍໄປເຖິງໝາກຫົວໃຈ.
ອີກສອງປີຕໍ່ມາ ນ້ອຍໄດ້ຖືກເລືອກຈາກສາວຄູໃຫ້ຮ້ອງເພງ “ວັນແມ່” ໃນໂອກາດວັນທີ 8 ເດືອນ 3. ໃນປີນັ້ນໂຮງຮຽນອະນຸບານທີ່ນ້ອຍຮຽນໄດ້ຈັດພິທີຄຳນັບຮັບຕ້ອນວັນດັ່ງກ່າວຢ່າງຍິ່ງໃຫຍ່ໂດຍເຊີນຜູ້ປົກຄອງເດັກໃຫ້ມາຮ່ວມສະຫຼອງ ແລະ ເບິ່ງການສະແດງຂອງນ້ອງນ້ອຍນັກຮຽນອະນຸບານ.ເມື່ອແມ່ຮູ້ວ່ານ້ອຍຈະໄດ້ອອກສະແດງໃນພິທີດັ່ງກ່າວ ແມ່ກໍໄດ້ເປັນກຳລັງໃຈໃຫ້ລູກຜູ້ທີສອງຂອງຕົນເປັນຢ່າງດີ ແລະ ໄດ້ກະກຽມເຄື່ອງນຸ່ງສີງາມຕາໃຫ້ໃສ່ ພ້ອມທັງໄປສົ່ງໃຫ້ໄປກຽມໂຕຢູ່ໂຮງຮຽນຕາມທີ່ສາວຄູນັດ. ມື້ນັ້ນ ນ້ອຍຮູ້ສຶກຕື່ນເຕັ້ນແບບບໍ່ເຄີຍມີມາກ່ອນ ຫົວໃຈດວງນ້ອຍໆເຕັ້ນຕຶກຕັກໆຍິ່ງສາວຄູເອົາເຂົ້າແປ້ງນໍ້າແດງມາແຕ່ງເຕີມໃສ່ໃບໜ້າ ແລະປາກກໍຍິ່ງເຮັດໃຫ້ຫົວໃຈດວງນ້ອຍໂພງໃຫຍ່ຂຶ້ນຈົນວ່າຄັບໄປທົ່ວໜ້າເອິກ.ການສະແດງໄດ້ເລີ່ມເປີດສາກຂຶ້ນໂດຍການຂຶ້ນກ່າວເປີດຂອງປ້າຄູຫົວໜ້າໂຮງຮຽນອະນຸບານ.ເນື້ອໃນທີ່ເພິ່ນກ່າວນັ້ນ ນ້ອຍຈື່ໄດ້ແຕ່ວ່າ ເປັນການສະແດງເພື່ອຕ້ອນຮັບວັນທີ 8 ເດືອນ 3…ລາຍການປະຖົມມະລືກທີ່ສະແດງໃນວັນນັ້ນ ແມ່ນການຟ້ອນອວຍພອນແດ່ແມ່ຊຶ່ງແມ່ນຫ້ອງຂອງນ້ອຍເປັນເຈົ້າລາຍການ. ເພື່ອນເດັກຍິງ 6ຄົນຟ້ອນໄປຕາມຈັງຫວະເພງອວຍພອນທີ່ສາວຄູເສບດ້ວຍຄີບອດຢ່າງອ່ອນຊ້ອຍ. ເບິ່ງແລ້ວຊ່າງເປັນຕາຮັກຕາແພງແທ້ໆ. ລາຍການທີສອງແມ່ນຟ້ອນເພງສຽງລູກໄກ່ໂດຍນ້ອງນ້ອຍຍິງຊາຍຫ້ອງອະນຸບານກາງ ກ.ແຕ່ລະລາຍການໄດ້ຮັບສຽງຕົບມືຢ່າງກຶກກອງຈາກບັນດາຜູ້ຊົມຊຶ່ງມີທັງຜູ້ປົກຄອງ ແລະນັກຮຽນປະຖົມທີ່ເຂົ້າຮ່ວມຊົມ.ນ້ອຍລໍຖ້າເວລາການສະແດງຂອງຕົນດ້ວຍໃຈຈົດຈໍ່ຈົນບໍ່ສົນໃຈນຳການສະແດງຂອງເພື່ອນໆພໍປານໃດ,ຮູ້ສຶກເປັນກັງວົນຢ້ານແຕ່ວ່າຈະສະແດງບໍ່ໄດ້ດີ. ມືທັງສອງເບື້ອງຊຸ່ມໄປດ້ວຍເຫື່ອ. ສາວຄູບຸນຕັ້ງ ເດ່ມືມາຈັບແຂນຂອງນ້ອຍ ພ້ອມທັງບອກວ່າ: “ໝົດລາຍການນີ້ແລ້ວ ໃຫ້ຫຼານກຽມໂຕເດີ!” ໃນທີ່ສຸດ ວິນາທີແຫ່ງຄວາມລະທຶກໃຈກໍມາເຖິງ ເຄີຍຮ້ອງແຕ່ຕໍ່ໜ້າສາວຄູ, ໝູ່ຄູ່, ພໍ່ແມ່ ແລະເອື້ອຍ.ມື້ນີ້ຕ້ອງໄດ້ຮ້ອງຕໍ່ໜ້າຄົນເປັນຮ້ອຍ ຮູ້ສຶກຕື່ນເຕັ້ນຈົນບອກບໍ່ຖືກ. ສິ້ນສຽງປະກາດຂອງໂຄສົກ,ນ້ອຍກໍຍ່າງອອກສູ່ໜ້າເວທີ ພະຍາຍາມບັງຄັບໃຈບໍ່ໃຫ້ສັ່ນ ຫຼຽວໄປເບື້ອງໜ້າເພື່ອປະສານຕາກັບແມ່. ຄົນຫຼາຍເອົາແທ້ເອົາວ່າ ຊົ່ວຊິເຫັນດວງໜ້າແມ່ກໍກິນເວລາໄປຫຼາຍວິນາທີ. ຮອຍຍິ້ມແມ່ດຸດດັ່ງກັບດອກຈຳປາພວມບານແມ່ຄົງສຸກໃຈທີ່ເຫັນລູກຂອງແມ່ສະແດງຄວາມສາມາດໃຫ້ທຸກໆຄົນໄດ້ເຫັນ… ອິນໂຕຣເພງດັງຂຶ້ນໄມຢູ່ໃນມືຖືກຍົກຂຶ້ນພຽງປາກ ແລ້ວສຽງນ້ອຍໆໃສໆກໍດັງກັງວານໄປທົ່ວຫ້ອງປະຊຸມຂອງໂຮງຮຽນອະນຸບານ…

ວັນທີແປດເດືອນສາມ    ວັນງາມຂອງແມ່ ພວກລູກນີ້ສຸກໃຈແທ້     ວັນແມ່ສາກົນ ລູກທຸກຄົນ           ຂໍອວຍພອນໄຊ ໃຫ້ແມ່ຂອງລູກ         ສຸກກາຍ ແລະ ໃຈ ເປັນຮົ່ມໂພຮົ່ມໄຊ       ຂອງລູກຕະຫຼອດໄປ…ພໍສຽງເພງຈົບລົງ ສຽງຕົບມືກໍດັງກະຮຶ່ມໄປທົ່ວຫ້ອງ ນ້ອຍຍົກມືຂຶ້ນນົບ ແລະຫຍໍ້ໂຕກົ້ມຫົວລົງ ເພື່ອສະແດງຄວາມເຄົາລົບຕໍ່ບັນດາຜູ້ຊົມ. ກ່ອນຈະກ້າວລົງຈາກເວທີ ບໍ່ລືມທີ່ຈະສົ່ງແສງຕາໄປຍັງແມ່... ເຫັນເພິ່ນຍິ້ມຢ່າງສົດຊື່ນ, ແລະທີ່ດວງຕາເອີ່ລົ້ນໄປດ້ວຍນໍ້າໃສໆແຫ່ງຄວາມພາກພູມໃຈ… ຄຶດມາເຖິງຕອນນີ້ກໍຮູ້ສຶກຄືມີຫຍັງມາຕັນຢູ່ໃນຮູຄໍ ແລະຮູ້ສຶກວ່າຢາກຈະຮ້ອງເພງນີ້ໃຫ້ແມ່ຟັງອີກໃນວັນແມ່ຍິງສາກົນປີນີ້…

Wednesday, 5 March 2014

ນາງນ້ອຍຢາກເປັນນັກຂຽນ

____________________

ນາງນ້ອຍຢາກເປັນນັກຂຽນ

March 5, 2014 at 9:01pm

ຂຽນໂດຍ ອາຈານ ແສງຟ້າ ໂຫລານູພາບ
ຍ້ອນ­ຄວາມ­ມັກ­ຊື້­ປຶ້ມແລະ­ວາ­ລະ­ສານ­ມາເຮືອນ­ທຸກ­ສັບປະ­ດາ­ຂອງ­ພໍ່ ທົ່ວທັງເຮືອນ­ຈຶ່ງເຕັມໄປດ້ວຍ­ປຶ້ມແລະ­ວາ­ລະ­ສານ­ທັງເກົ່າແລະ­ໃໝ່… ເຖິງແມ່ນ­ປຶ້ມ­ຫຼາຍ­ຫົວວາ­ລະ­ສານ­ຫຼາຍເຫຼັ້ມຈະ­ເກົ່າ­ໝາງ­ ຈົນເປັນ­ຕາເອົາ­ລົງເຂັງໃຫ້­ລົດເທສະ­ບານ­ຂົນໄປໄວ້­ຢູ່­ຫຼັກ­ສີ່­ສິບ ແຕ່­ພໍ່­ກໍຖະ­ໜອມ­ຫອມ­ຮັກເກັບໄວ້ ຈົນ­ບາງເທື່ອແມ່­ກໍເວົ້າໃສ່ວ່າ:
“ພໍ່­ມັນເອີຍ! ເຈົ້າ­ຊິເກັບໄວ້ເຮັດຫຍັງ ປຶ້ມເກົ່າໆ­ຂາດໆ­ຈັ່ງ­ຊີ້ ຄືບໍ່ເອົາໄປຈູດ­ຖິ້ມ. ຄັນ­ຂີ້ຄ້ານ­ຈູດ ກະ­ເອົາໄປລົງເຂັງ­ຂີ້ເຫຍື້ອຫັ້ນເດ!”
“ແມ່­ມັນກະ­ດາຍ! ເຈົ້າກະ­ຊ່າງ­ມາເວົ້າ­ຊູນ­ຈິດ­ຊູນໃຈຂ້ອຍແທ້! ເຖິງ­ມັນຈະ­ເກົ່າ ແຕ່­ມັນ­ກໍຍັງ­ມີຄຸນຄ່າ­ຫຼາຍ­ສໍາ­ລັບຂ້ອຍໄດ໋!” ເມື່ອໄດ້­ຍິນ­ພໍ່ເວົ້າແນວນັ້ນ ແມ່­ກໍມິດ­ສຽງ­ລົງ ແລ້ວຍ່າງໄປເອົານໍ້າ­ຢູ່­ຕູ້ເຢັນ­ມາ­ສູ່­ພໍ່ ຊຶ່ງ­ກໍໄດ້ເຮັດໃຫ້­ຄິ້ວຂອງ­ພໍ່ເຊົາ­ສົນໃນ­ທັນໃດ ແລ້ວກໍປາກົດ­ຮອຍ­ຍິ້ມ­ຢູ່ແຈສົບແຫຼ້ໆ­ຂອງ­ພໍ່ເຂົ້າມາແທນ­ທີ່. ພໍ່­ຈັບເອົາ­ຈອກແລ້ວກໍຍົກ­ຂຶ້ນ­ດື່ມ­ກຶກ­ດຽວກ້ຽງເອີດເຕີດ… “ຂອບໃຈເດີ!” ພໍ່­ຍື່ນແກ້ວເປົ່າ­ສົ່ງໃຫ້ແມ່­ຄືນ ແລະ­ກໍບໍ່­ລືມ­ທີ່ຈະ­ກ່າວຄໍາ­ຂອບໃຈດ້ວຍ­ສຽງອ່ອນ­ປານ­ຍອງຝ້າຍ­ຢູ່ເທິງນະ­ພາກາດ ພ້ອມ­ທັງເດ່­ປຶ້ມ­ຫົວສີເກົ່າໆ­ເຫຼັ້ມ­ໜຶ່ງໃຫ້ແມ່.
“ເຈົ້າເຄີຍອ່ານ­ບົດເລື່ອງ­ສັ້ນ ‘ຍິ້ມ­ທີ່­ບໍ່ຍອມເປັນອະ­ດີດ’ ຂອງ­ນັກປະ­ພັນ ບຸນທະ­ນອງ ຊົມໄຊຜົນ ແລ້ວຫວາ?”
“ເລື່ອງ­ນີ້ຂ້ອຍເຄີຍອ່ານແຕ່ສະ­ໄໝຕອນ­ຮຽນ­ຈົບ­ຈາກເຢຍລະ­ມັນໃໝ່ໆ­. ເຈົ້າບໍ່­ຈື່­ຊັ້ນ­ຫວະ­? ກະ­ແມ່ນເຈົ້າ­ຫັ້ນ­ຕວ່າ ເອົາໃຫ້ຂ້ອຍ­ຢືມອ່ານ ຕອນ­ທີ່ໄປຢາມເຈົ້າ­ຢູ່ເຮືອນ­ຫັ້ນເດ! ແລະ­ກໍຍັງ­ມີປຶ້ມເລື່ອງ ‘ເຫຼັກ­ຊຸບແລ້ວຄືແນວນີ້ແຫຼະ­’ອີກ­ຕັ້ງ­ສອງເຫຼັ້ມ.” ແມ່ຫວນ­ຄືນ­ຄວາມ­ຫຼັງເລື່ອງ­ການອ່ານ ເຮັດໃຫ້­ພໍ່­ຍິ້ມ­ຈົນ­ຫຸບ­ບໍ່­ລົງ ທາງ­ມືກໍຂົນເອົາ­ປຶ້ມ­ທີ່ແມ່ເອີ່ຍ­ຊື່ເຖິງ­ອອກ­ມາກອງໄວ້ຢູ່­ທາງຂ້າງບ່ອນ­ພໍ່­ນັ່ງ.
 “ກັບ­ມາແຕ່ຕ່າງປະ­ເທດ ກໍມີແຕ່ເຈົ້າ­ຫັ້ນແຫຼະ­ ຂົນເອົາ­ປຶ້ມ­ມາໃຫ້ຂ້ອຍອ່ານ…”
“ແນວຂ້ອຍ­ລົມ­ສາວບໍ່ເປັນ­ຫັ້ນເດ! ຄັນ­ບໍ່­ມີປຶ້ມ­ຊຸມ­ນີ້ ນາງນ້ອຍ­ກໍຄືຊິບໍ່ໄດ້­ມືນ­ຕາເບິ່ງໂລກ­ນໍາເຂົາດອກ!” 
ຈາກປະ­ຕິສໍາ­ພັນລະ­ຫວ່າງ­ພໍ່­ກັບແມ່­ດັ່ງກ່າວນີ້ ໄດ້ເຮັດໃຫ້ນ້ອຍ­ຮູ້­ສຶກ­ອົບ­ອຸ່ນໃນ­ຈິດໃຈເປັນຢ່າງ­ຍິ່ງ. ຍ້ອນ­ປຶ້ມແທ້ໆ­ ນາງນ້ອຍ­ຈຶ່ງ­ປາກົດ­ມີຕົວຕົນ­ຄືດັ່ງ­ພໍ່ວ່າ ແລະ­ກໍຍ້ອນເກີດ­ຢູ່ທ່າມ­ກາງ­ກອງ­ປຶ້ມ­ທີ່­ພໍ່ສະ­ສົມ­ມາຕັ້ງແຕ່­ຄາວເພິ່ນເປັນບ່າວນີ້ລະ­ ຈຶ່ງເກີດ­ມີ 'ນ້ອຍ ປັນຍາສິນ' ຢູ່ໃນ'ໜ້າເຟັສບຸກຄົນມັກຂຽນ'…
ດົນໆ­ນາງນ້ອຍຈະ­ເຫັນ­ພໍ່­ຄົ້ນເອົາ­ປຶ້ມແລະ­ວາ­ລະ­ສານເກົ່າໆ­ມານັ່ງອ່ານ. ບາງເທື່ອ ເພິ່ນ­ກໍແນະ­ນໍາແລະ­ຍື່ນໃຫ້ນາງອ່ານ… ເມື່ອອ່ານແລ້ວ ກໍຮູ້­ສຶກມ່ວນ ບາງເລື່ອງອ່ານ­ຈົນ­ວາງ­ບໍ່­ລົງ ສ່ວນ­ຫຼາຍເລື່ອງ­ທີ່ເພິ່ນແນະ­ນໍາໃຫ້ອ່ານຈະ­ເປັນເລື່ອງ­ຂອງ­ນັກປະ­ພັນ­ລາວທີ່­ມີຊື່­ສຽງ ເຊັ່ນ ສ.ບຸບ­ຜານຸວົງ, ຈັນ­ທີ ເດືອນສະຫວັນ, ອຸທິນ ບຸນ­ຍາວົງ, ດວງ­ຈໍາ­ປາ, ດອກເກດ, ບຸນທະ­ນອງ ຊົມໄຊຜົນ, ດາວວຽງ ບຸດນາໂຄ, ບຸນເສີນ ແສງມະ­ນີ ແລະ­ຜູ້­ອື່ນໆ­…ນອກ­ນັ້ນ ເພິ່ນ­ຍັງໄດ້ແນະ­ນໍາໃຫ້ອ່ານເລື່ອງ­ຂອງ­ນັກປະ­ພັນຕ່າງປະ­ເທດ ເຊັ່ນ ມັກ­ຊິມ ກັອກ­ກີ, ເລັບ ໂຕນສະ­ໂຕຍ,ວິກ­ຕໍ ຮຸຍໂກ, ບານ­ຊັກ, ກີ ເດີໂມ­ປັດ­ຊັງ, ໂອ ເຮັນ­ຣີ, ແຈັກ ລອນດອນ, ສີບູລະ­ພາ, ຍາ­ຂອບ, ມະ­ນັດ ບຸນ­ຍົງ, ວິນ ລຽວວາ­ຣິນ ແລະ­ຜູ້­ອື່ນໆ­…
ອ່ານໄປອ່ານ­ມາ ກໍ­ຢາກເປັນ­ຄືດັ່ງ­ຜູ້ປະ­ພັນເລື່ອງ ກໍເລີຍ­ຂຽນລອງເບິ່ງ ທໍາອິດ­ກໍຂຽນໃຫ້ເອື້ອຍໃຫຍ່­ກັບນ້ອງ­ຫຼ້າອ່ານ ບາງເທື່ອກໍໃຫ້­ພໍ່­ກັບແມ່ອ່ານ… ພໍ່ບອກວ່າ­ຂຽນ­ພໍອ່ານໄດ້ ແຕ່­ບໍ່­ທັນມ່ວນ­ປານໃດ ຕ້ອງໄດ້­ຝຶກ­ຝົນ­ປາຍ­ປາກ­ກາໃຫ້ແຫຼມ­ຄົມ­ກວ່ານີ້­ອີກ ຈຶ່ງຈະ­ສາມາດ­ອອກ­ສູ່­ສາຍ­ຕາມະ­ຫາ­ຊົນໄດ້… ໄດ້ຍິນຄໍາວິຈານ­ຈາກ­ພໍ່ແນວນັ້ນ ນາງນ້ອຍ­ກໍມຸມານະ­ຂຽນ­ອອກ­ມາ­ຢ່າງ­ບໍ່­ຢຸດ­ຢັ້ງ ແລະ­ກໍໄດ້­ທົດ­ລອງ­ນໍາເອົາບົດເລື່ອງ­ສັ້ນ­ທໍາອິດ­ທີ່­ຂຽນ­ຈົບ­ພາຍໃນເວລາ­ຫົກ­ຊົ່ວໂມ­ງ­ອອກ­ສູ່­ສາຍ­ຕາ­ຂອງ­ຜູ້ອ່ານ­ຢູ່
‘­ໜ້າເຟັສບຸກຄົນມັກຂຽນ’... ເລື່ອງ­ນັ້ນໄດ້ແກ່ 'ຮັກນີ້ບໍ່ໄດ້ຊື້ດ້ວຍເງິນ' ຊຶ່ງ­ກໍໄດ້­ຮັບ­ຄໍາ­ຕິຊົມ­ຈົນເຮັດໃຫ້ນາງນອນ­ບໍ່­ຫຼັບ ເພາະມີບາງ­ຄໍາເຫັນ­ບອກວ່າ “ອ່ານແລ້ວ ປະ­ທັບໃຈຫຼາຍ!”
ແຕ່­ກໍບໍ່­ລືມ­ຂອບໃຈນໍາບົດ­ບັນ­ທຶກ­ຂອງ­ພໍ່­ທີ່ເຮັດໃຫ້ນາງ­ສາມາດ­ມາ­ປັບແປງໃຫ້­ກາຍເປັນເລື່ອງ­ສັ້ນໄດ້. ຈາກ­ບົດເລື່ອງ­ດັ່ງກ່າວ ບົດ­ອື່ນໆ­ກໍທະ­ຍອຍ­ອອກມາບໍ່ໄດ້­ຂາດ ແຕ່­ຍັງເຫຼືອບົດ­ດຽວທີ່­ຂຽນ­ບໍ່ແລ້ວເປັນ­ຈັກເທື່ອ ນັ້ນໄດ້ແກ່‘ຄວາມ­ຮັກ­ຂອງ­ເຂົາແລະນາງ’ ຊຶ່ງນາງກະ­ວ່າ­ຈະ­ຂຽນໃຫ້­ຈົບ­ລົງໃຫ້ໄດ້ ແລະ­ຜູ້­ທີ່ໃຫ້­ກໍາ­ລັງໃຈຢ່າງ­ຫຼວງ­ຫຼາຍ ກໍແມ່ນອ້າຍ­ກະບື­ທີ່­ຍາມໃດ­ກໍສະ­ລະ­ເວລາເຂົ້າມາອ່ານແລະ­ໃຫ້­ຄໍາເຫັນຢ່າງ­ບໍ່ໄດ້­ຂາດ… ນອກ­ນັ້ນ ຍັງ­ມີ ຄົນ­ມັກຝອຍ, ເອື້ອຍປານສີ, ສ.ສະຫວັນ ຯລຯ ເຂົ້າມາມີຄໍາເຫັນເປັນ­ບາງ­ຄັ້ງ­ຄາວ ແລະ­ບາງເທື່ອນັກ­ຂຽນໃຫຍ່­ດັ່ງເຊັ່ນ ລຸງມືທອງ ຍັງໄດ້ໃຫ້­ກຽດເຂົ້າມາມີຄໍາເຫັນ­ອັນ­ລໍ້າ­ຄ່າໃນ­ບາງ­ບົດ­ຂຽນ ຍິ່ງເຮັດໃຫ້ນາງ­ມີກໍາ­ລັງໃຈໃນການຂຽນ­ມີຫຼາຍ­ຍິ່ງ­ຂຶ້ນ ແລະ­ຫວັງວ່າໃນອະ­ນາ­ຄົດ­ນັກແຕ່ງ­ນັກ­ຂຽນ­ຄົງເປັນ­ອາ­ຊີບ­ທີ່ນາງ­ສາມາດ­ນໍາມາເປັນ­ອາ­ຊີບ­ສໍາ­ຮອງໄດ້­ຢ່າງບໍ່­ຍາກ­ຊາ­ພໍປານໃດ!!! ແລະໃນຄວາມຝັນ ນາງມີແຜນຊິເອົາເລື່ອງທີ່ນາງຂຽນນັ້ນ ໄປສະເໜີນຳສຳນັກພິມທີ່ໝູ່ຂອງພໍ່ເປັນຜູ້ອຳນວຍການ ເພື່ອພິມເປັນປຶ້ມແລ້ວໄປແຈກຢາຍໃຫ້ແກ່ຜູ້ມັກອ່ານທັງຫຼາຍໄດ້ອ່ານກັນ… ຝັນກໍຄືຝັນ ບໍ່ຮູ້ວ່າຈະເປັນຄວາມຈິງໄດ້ຫຼືບໍ່?

ແຕ່ຢ່າງໃດກໍຕາມ ຫາກທ່ານ­ຜູ້ອ່ານ­ສາມາດແນມຜ່ານ­ຈໍຄອມ­ພິວເຕີຂອງ­ຕົນເອງທະ­ລຸໄປເຖິງ­ຈໍຄອມ­ພິວເຕີຂອງ­ນາງນ້ອຍ ປັນຍາສິນ ທີ່ພວມເອົານີ້ວຈໍ້າໃສ່­ຄີບອດ­ຢູ່ຂະ­ນະ­ນີ້ ກໍຈະ­ເຫັນ­ດວງ­ຕາອັນ­ຮິບ­ຮີ່ ແຕ່­ມີປະ­ກາຍແຫ່ງຄວາມ­ມຸ່ງ­ໝັ້ນໃນ­ການຈະ­ກ້າວໄປຂ້າງໜ້າ… ແຕ່ໜ້າເສຍ­ດາຍ­ຄວາມເປັນ­ນັກ­ຂຽນ­ຜູ້ອ່ອນນ້ອຍດ້ອຍຄວາມ­ສາມາດ­ຍັງ­ປາກົດ­ມີຢູ່­ປາຍ­ນີ້ວອັນແສນຄົມຂອງ­ນາງຢູ່!!!

Monday, 3 March 2014

ບົດຮຽນສ້າງຊີວິດ (ຕອນຈົບ: ຊີວິດຄືການຕໍ່ສູ້)


ຂຽນໂດຍ ອາຈານ ແສງ ຟ້າໂຫລານຸພາບ
March 3, 2014 at 11:53am

“ເຮົາຊິເຮັດແນວໃດລະບາດນີ້! ຊິເອົາຫຍັງໄປຈ່າຍຄ່າໃຫ້ເຂົາ?” ສຸພາພອນທຳລາຍຄວາມມິດງຽບດ້ວຍສຽງເຄືອໆຄືກັບມີກ້ອນຫຍັງມາອັດຢູ່ຮູຄໍ.
“ນ້ອງຕ້ອງເຮັດໃຈໃຫ້ເຂັ້ມແຂງໄວ້. ອ້າຍພໍມີທາງອອກຢູ່. ອ້າຍຊິໃຫ້ແມ່ໄປກູ້ເງິນກັບກຸ່ມທ້ອນເງິນບ້ານໃຫ້.” ຄໍາເວົ້າຂອງຄຳພັນໄດ້ເຮັດໃຫ້ນາງຮູ້ສຶກຜ່ອນຄາຍໄປຫຼາຍເຕີບແຕ່ກໍບໍ່ໝັ້ນໃຈປານໃດ.
“ເພິ່ນຊິໃຫ້ພວກເຮົາກູ້ບໍ່ນໍ? ເງິນຕັ້ງ 20 ລ້ານ, ບໍ່ແມ່ນຂອງໜ້ອຍໆໄດ໋!”
“ໄດ້ບໍ່ໄດ້ ກໍລອງເບິ່ງຫັ້ນລະ!” ຜູ້ເປັນຜົວກ່າວສະຫຼຸບເພື່ອຕັດຄວາມລົມ. ໃນທີ່ສຸດ ບັນຫາເງິນ 20 ລ້ານກໍເປັນອັນຕົກໄປ ເມື່ອທາງກຸ່ມທ້ອນເງິນບ້ານອະນຸມັດຈ່າຍໃຫ້ ແຕ່ພວກເຂົາທັງສອງຕ້ອງເອົາໃບຕາດິນໄປຄໍ້າປະກັນ ແລະຖອກດອກເບ້ຍໃຫ້ເປັນປົກກະຕິ ເດືອນລະ 3% ແລະຈ່າຍທັງຕົ້ນທັງດອກບໍ່ໃຫ້ກາຍສາມປີ. ທຸກສິ່ງທຸກຢ່າງແມ່ນແມ່ຂອງຄຳພັນນັ້ນລະດຳເນີນການໃຫ້ ເພາະເພິ່ນກໍເປັນຜູ້ໜຶ່ງທີ່ທາງກຸ່ມເງິນທ້ອນບ້ານໃຫ້ການນັບໜ້າຖືຕາ ແລະເຊື່ອວ່າລູກຊາຍຂອງແມ່ຄົງມີປັນຍາຫາມາໄຊ້ໃຫ້ໄດ້.
ຄວາມຜີບໍ່ທັນຫາຍ ຄວາມຄວາຍກໍເຂົ້າມາແຊກ ເມື່ອຄຳພັນມາຮອດເຮືອນຫວັງຈະແຈ້ງຂ່າວດີໃຫ້ຜູ້ເປັນເມຍຊາບ. ເຂົາເກືອບເປັນລົມລົ້ມທັງຢືນ ເມື່ອສຸພາພອນບອກໃຫ້ເຂົາຮູ້ດ້ວຍໃບໜ້າທີ່ຕື່ນຕົກໃຈ ແລະເປື້ອນໄປດ້ວຍຄາບນໍ້າຕາວ່າ:
“ສາຍຄໍນ້າສຸນິສາເສຍ. ຈັກວ່າເສຍໃນຕອນໃດກໍບໍ່ຮູ້?!?”
“ອ້າວ! ມັນເສຍໄດ້ຈັ່ງໃດ? ຢູ່ຄໍຂອງນ້ອງແທ້ໆ!” ເຂົາຖາມດ້ວຍອາລົມທີ່ຟົດເດືອດ… “ນ້ອງກໍບໍ່ຈື່ຄັກຄືກັນວ່າມັນເສຍໃນຕອນໃດ. ຕອນທີ່ອ້າຍໄປເຮືອນຂອງແມ່ບ້ານໃຕ້ນັ້ນ, ນ້ອງວ່າຊິເອົາເຄື່ອງທີ່ເຊົ່າເຂົາມານັ້ນໄປສົ່ງ ແຕ່ຊວາດຄຶດຮອດສາຍຄໍແລະສາຍແຂນຂອງນ້າສຸນິສາ ນ້ອງກໍເລີຍໄປຄົ້ນໃນຕູ້ເຫັນແຕ່ສາຍແຂນ ສ່ວນສາຍຄໍນັ້ນຊອກຫາຢູ່ໃສກໍບໍ່ເຫັນ. ຈື່ໄດ້ວ່າຕອນໄປພັດຕາຄານນັ້ນ ນ້ອງກໍໃສ່ແຕ່ສາຍຄໍ ສ່ວນສາຍແຂນບໍ່ໄດ້ໃສ່ໄປ. ສົງໄສຄືຊິແມ່ນເສຍຢູ່ພັດຕາຄານນັ້ນລະ!” ທັງເວົ້າທັງຟາຍນໍ້າຕາຢ່າງໜ້າສົງສານ.
“ນອກຈາກເງິນຊາວລ້ານແລ້ວ ຍັງຕ້ອງມາຮັບຜິດຊອບກັບສາຍຄໍຄຳເສັ້ນໃຫຍ່ ບໍ່ຫຼຸດລະຫ້າບາດ. ຈັ່ງແມ່ນມັນຊາດຊວຍກະດັດກະດໍ້ແທ້!” ນາງໄດ້ຍິນສຽງຜົວຈົ່ມຄ່ອຍໆແບບສຸດທີ່ຈະອົດກັ້ນໄດ້ ຍ້ອນຄວາມປວດລ້າວໃຈຕໍ່ໂຊກຊາຕາວາດສະໜາ ເອົາເມຍນຳເຂົາດ້າມເທື່ອກໍມາພົບບັນຫາຄືແນວນີ້. ແຕ່ດ້ວຍຈິດໃຈອັນແຂງແກ່ນບໍ່ຍອມຈຳນົນຕໍ່ຊີວິດ ຄຳພັນກໍຟ້າວຕັດສິນບັນຫາ ໂດຍບອກໃຫ້ ນາງແຕ່ງຕົວກຽມໄປຈ່າຍເງິນຄ່າພັດຕາຄານກັບເຂົາ ແລະລອງຊອກຫາສາຍຄໍເສັ້ນນັ້ນເບິ່ງ ບາງທີໂຊກດີອາດຈະພົບຢູ່ແຈໃດແຈໜຶ່ງຂອງບ່ອນທີ່ພວກເຂົາສະຫຼອງວັນວິວາກັນໃນມື້ຄືນນີ້. ພາຍຫຼັງຈ່າຍເງິນເປັນທີ່ຮຽບຮ້ອຍແລ້ວ, ທັງສອງກໍຂໍອະນຸຍາດຈາກເຈົ້າຂອງພັດຕາຄານ ເພື່ອຊອກຫາສາຍຄໍທີ່ເສຍໄປນັ້ນ. ເຈົ້າຂອງສະຖານທີ່ກໍໃຫ້ຄວາມຮ່ວມມືເປັນຢ່າງດີ, ແຕ່ທັງສອງຊອກຫາຈົນເກືອບພື້ນພັດຕາຄານປີ້ນ ກໍບໍ່ພໍ້ແມ່ນແຕ່ກິ່ນຂອງມັນ ເຫັນແຕ່ແກ້ວເບຍເປົ່າສອງສາມແກ້ວທີ່ນອນສະແລັງແງັງຢູ່ແຈໃກ້ຫ້ອງນໍ້າເທົ່ານັ້ນ.

ຕາມທຳມະດາຂອງຄູ່ສ້າງຄອບຄົວໃໝ່ ເມື່ອພິທີວິວາຫະມຸງຄຸນເສັດສິ້ນໄປແລ້ວ ກໍແມ່ນຢູ່ໃນໄລຍະເຂົ້າໃໝ່ປາມັນ ໂລກທັງໂລກເຕັມໄປດ້ວຍຄວາມສຸກສັນບັນເທີງໃຈ. ແຕ່ສຳລັບຄູ່ຂອງນາງແມ່ນຕ້ອງຢູ່ໃນພາວະປາກກັດຕີນຖີບ ເພື່ອແຂ່ງກັບເວລາໃນການຫາເງິນມາຈ່າຍໜີ້ໃຫ້ໝົດພາຍໃນສາມປີ. ຊໍ້າບໍ່ພໍ ຍັງຕ້ອງໄດ້ຊື້ສາຍຄໍຄຳໄປແທນໃຫ້ນ້າສຸນິສາອີກ ໄຄແຕ່ເພິ່ນໄປຢາມລູກສາວຢູ່ຕ່າງປະເທດ ແລະເພິ່ນຍັງໂທລະສັບມາບອກນາງວ່າ ໃຫ້ຮັກສາໄວ້ຈົນກວ່າເພິ່ນຈະກັບມາ. ຖືວ່າຍັງມີໂອກາດໃນການຫາເງິນມາຊື້ໄຊ້ເພິ່ນໄດ້ຢູ່. ຈາກຜູ້ທີ່ເຄີຍຢູ່ສຸກສະບາຍກັບຄອບຄົວທີ່ຢູ່ໃນຖານະປານກາງ ແລະວຽກງານນັ່ງຮັບແລະສົ່ງເອກະສານແບບບໍ່ຕ້ອງໃຊ້ແຮງງານຫຼາຍປານໃດ ຕ້ອງມາຝຶກແອບຕື່ນແຕ່ເຊົ້າ ເຮັດຂະໜົມສົ່ງຂາຍຕາມຮ້ານແລະໂຮງຮຽນ. ທຳອິດກໍຮູ້ສຶກສີອາຍໆກັບການເຮັດແບບນີ້ ແຕ່ເມື່ອຖືກລະດົມໃຈຈາກຄຳພັນແລ້ວ ນາງຈຶ່ງຮູ້ແຈ້ງວ່າການຫາເງິນດ້ວຍເຫື່ອແຮງແລະໂດຍສຸຈະລິດທຳນັ້ນ ຖືວ່າເປັນກຽດອັນໜຶ່ງຂອງຄວາມເປັນມະນຸດ. ຄຳພັນເອງກໍບໍ່ຫຼຸດແຕ້ມໄປກວ່ານາງໃນການຫາເງິນ ເຂົາຈະເຮັດທຸກຢ່າງທີ່ຂວາງໜ້າ ທະແນມວ່າໄດ້ເງິນ. ນອກຈາກສິດສອນທັງປະຈຳແລະພິເສດແລ້ວ ເຂົາຍັງຮັບເອກະສານມາແປນຳອີກ. ບາງມື້ວຽກທີ່ເຈົ້າຂອງເອກະສານ ຕ້ອງການດ່ວນ ເຂົາຕ້ອງໄດ້ອົດຕາຫຼັບຂັບຕານອນເພື່ອໃຫ້ວຽກນັ້ນແລ້ວ. ເດືອນໃດມີເອກະສານແປ ຖືວ່າເດືອນນັ້ນຈະມີເງິນໄປໄຊ້ໜີ້ຫຼາຍ. ພຽງແຕ່ປີດຽວ ທັງສອງຄົນສາມາດສົ່ງໜີ້ແລະດອກເບ້ຍໃຫ້ກຸ່ມທ້ອນເງິນໄດ້ຫຼາຍກວ່າສິບລ້ານກີບ. ຄຶດມາຮອດນີ້ ສຸພາພອນຮູ້ສຶກໂລ່ງໃຈໄປຫຼາຍເຕີບ ແຕ່ກໍຍັງອົດເປັນຫ່ວງໜີ້ທີ່ຍັງເຫຼືອບໍ່ໄດ້. ຈືນຂະໜົມຮຽບຮ້ອຍ ກໍພໍດີຄຳພັນລຸກຂຶ້ນມາແຕ່ບ່ອນນອນ ຍ່າງໄປເອົາເຂົ້າໝ່າມາໃສ່ຫວດແລະຄ້າງໃສ່ໝໍ້ ຈາກນັ້ນຈິ່ງໄປອະນາໄມສ່ວນຕົວ. ນາງແນມນຳຫຼັງຜົວດ້ວຍຄວາມຮັກແລະເຄົາລົບນັບຖືຢ່າງຈິງໃຈ. ຫາກບໍ່ໄດ້ຜົວເຂັ້ມແຂງຄືກັບຄຳພັນແລ້ວ ປານນີ້ບໍ່ຮູ້ຊີວິດຊິເປັນແນວໃດ.  

ສອງປີຜ່ານໄປໄວປານມີປີກບິນ, ຍ້ອນຄວາມມານະພາກພຽນໃນການທຳມາຫາກິນ ໜີ້ສິນທີ່ກູ້ມານັ້ນ ກໍໄດ້ຖືກໄຊ້ຄືນຈົນໝົດສ້ຽງກ່ອນກຳນົດ. ພ້ອມດຽວກັນນັ້ນ ກໍຍັງສາມາດຊື້ສາຍຄໍຄຳມາທົດແທນໃຫ້ນ້າສຸນິສາໄດ້. ແມ່ນວ່າໝົດໜີ້ສິນແລ້ວກໍຕາມ ທັງສອງກໍຍັງດຳເນີນຊີວິດແບບອົດອອມ ແລະບຸກບືນເຂົ້າໃນການສ້າງຖານະຂອງຕົນເອງ. ເຖິງຈະເມື່ອຍກາຍພຽງໃດ ແຕ່ທັງສອງກໍສຸກໃຈນຳຜົນທີ່ໄດ້ຮັບຈາກການອອກເຫື່ອເທແຮງຂອງຕົນ. ຄຽງຄູ່ກັບສ້າງເສດຖະກິດຄອບຄົວ ພວກເຂົາກໍບໍ່ໄດ້ປະລະວຽກງານທີ່ພວກຕົນຮັບຜິດຊອບ. ສຸພາພອນຍັງທ່ຽວໄປການ ເຮັດໜ້າທີ່ເປັນພະນັກງານຂາເຂົ້າຂາອອກຄືເກົ່າ ຍັງເຮັດໄດ້ດີເໝືອນກັບຄາວເປັນໂສດ ມີບາງຄົນໃຫ້ຄຳເຫັນວ່ານັບແຕ່ແຕ່ງດອງມາ ນາງເຮັດວຽກໄດ້ດີກວ່າເກົ່າ. ເພື່ອນຮ່ວມງານຕ່າງກໍປະຫຼາດໃຈນຳການປ່ຽນແປງຂອງນາງ, ນັບແຕ່ນາງເອົາຜົວມາ ການແຕ່ງເພດເອ້ຢ້ອງແມ່ນຖືກລົບລ້າງໄປໝົດ. ເຄື່ອງນຸ່ງຊຸດໃໝ່ໆປ່ຽນໄປຕາມສະຕາຍແຟຊັ້ນນັ້ນ ບໍ່ມີໃຫ້ເຫັນອີກແລ້ວ ມີແຕ່ຊຸດເດີມໆ ແຕ່ກໍສະອາດງາມຕາ. ໃບໜ້າທີ່ມັກແຕ່ງດ້ວຍເຂົ້າແປ້ງນໍ້າແດງ ກໍກາຍມາເປັນແບບທຳມະດາໆຄືກັບແມ່ເຮືອນທົ່ວໄປ… ທ່າທີການເວົ້າຈາປາໄສກໍມີສະຫງ່ຽມຄ່ຽມຄົມຮຽບຮ້ອຍກວ່າແຕ່ກ່ອນ. ແຕ່ເປັນໜ້າສັງເກດວ່າ ຢູ່ຄໍຂອງນາງມີສາຍຄໍເສັ້ນໃຫຍ່ທີ່ສົ່ງປະກາຍເຫຼື້ອມມາບມີບຫ້ອຍຢູ່ເປັນປະຈຳ. ສາຍຄໍເສັ້ນໃຫຍ່ນັ້ນກໍແມ່ນເສັ້ນດຽວທີ່ສຸພາພອນຈະເອົາໄປໄຊ້ໃຫ້ນ້າສຸນິສານັ້ນແຫຼະ! ແຕ່ນ້າປະຕິເສດບໍ່ຍອມຮັບເອົາ ເພາະເສັ້ນທີ່ສຸພາພອນຈະສົ່ງໃຫ້ເພິ່ນນັ້ນຄຸນຄ່າມັນແພງກວ່າເສັ້ນທີ່ເສຍໄປຕັ້ງຮ້ອຍທົບ. ເພິ່ນເລົ່າສູ່ຟັງອີກວ່າ ສາຍຄໍແລະສາຍແຂນທີ່ໃຫ້ສຸພາພອນຢືມນັ້ນ ຊື້ໃນລາຄາຖືກໆຕອນທີ່ເພິ່ນໄປທ່ຽວປັກກິ່ງກັບຜົວຫວ່າງສາມປີກ່ອນ… ແລະວັນເສົາທີ່ຜ່ານມາຄຳພັນແລະສຸພາພອນໄດ້ໄປຢາມນ້າສຸນິສາອີກ, ທັງສອງຕ່າງກໍພາກັນຕົກສະເງີ້ເມື່ອເຫັນນ້າໃສ່ສາຍຄໍເສັ້ນໃຫຍ່ແບບດຽວກັບເສັ້ນທີ່ເສຍໄປ… ຖາມໄຖ່ກັນໄປມາ ນ້າເລົ່າສູ່ຟັງວ່າໄດ້ມາຈາກໂຮງຊວດຈຳແຖວໜອງດ້ວງ ຕອນເພິ່ນໄປຢາມໝູ່ຢູ່ສະຖານທີ່ດັ່ງກ່າວ ເຫັນຊາຍໜຸ່ມໜ້າມີປານຢູ່ແກ້ມເອົາມາຈຳໃນລາຄາຫ້າສິບພັນກີບ ກໍເລີຍບອກໃຫ້ໝູ່ຈອງໄວ້ໃຫ້ ຫາກການຊວດຈຳກາຍກຳນົດແລ້ວ ເພິ່ນຈະຊື້ເອົາ ເພາະມັນຊ່າງຄືກັນກັບເສັ້ນທີ່ເສຍໄປນັ້ນແທ້ໆ!
ພໍໄດ້ຍິນແນວນັ້ນ ສຸພາພອນກໍຫຼົງຮ້ອງໂອ້ຂຶ້ນໝົດແຮງ ເພາະນາງຄຶດພໍ້ວ່າຊາຍໜ້າປານຢູ່ແກ້ມນັ້ນ
ຄົງແມ່ນຜູ້ດຽວກັນກັບຜູ້ທີ່ເຕັ້ນຣັອກກັບນາງໃນຄືນງານແຕ່ງດອງຢູ່ພັດຕາຄານນັ້ນເອງ!!!

ບົດຮຽນສ້າງຊີວິດ (ຕອນ: ຝັນຫວານກາຍເປັນຂົມ)


ບົດຮຽນສ້າງຊີວິດ (ຕອນ: ຝັນຫວານກາຍເປັນຂົມ)


ໂດຍອາຈານ ແສງຟ້າ ໂຫລານູພາບ

March 2, 2014 at 10:24am

ດອງມື້ນັ້ນ ນາງຍັງຈົດຈຳຕິດຕາ… ຕອນເຊົ້າຈັດພິທີບາສີສູ່ຂວັນໃຫ້ແກ່ບ່າວສາວທີ່ເຮືອນຂອງນາງ, ມີແຂກຄົນເຂົ້າຮ່ວມຫຼາຍສົມຄວນ ສ່ວນຫຼາຍແມ່ນຍາດພີ່ນ້ອງ ແລະໝູ່ຄູ່ຜູ້ໃກ້ຊິດ. ນາງຢູ່ໃນຊຸດສິ້ນໄໝເສື້ອສະງຽບບຽງແພສີສົດສວຍງາມຕາ, ນອກຈາກເຄື່ອງປະດັບເອ້ຢູ່ມວຍຜົມເກົ້ານັ້ນແລ້ວ, ຢູ່ຄໍ ແລະແຂນຂອງນາງກໍໄປເອ້ຢ້ອງໄປດ້ວຍວັດຖຸທີ່ເຫຼື້ອມເປັນປະກາຍ. ທັງສາຍຄໍແລະສາຍແຂນເສັ້ນໃຫຍ່ນັ້ນ ລ້ວນແຕ່ແມ່ນຢືມຈາກນ້າສາວສຸນິສາຜູ້ມີລູກສາວແຕ່ງດອງກັບຄົນຕ່າງປະເທດ. ທີ່ຈິງສາຍຄໍຄຳຂອງນາງເອງກໍມີຢູ່ ແຕ່ສາຍນ້ອຍເກີນໄປ ບໍ່ສົມໜ້າສົມຕາກັບເຈົ້າສາວຄືດັ່ງນາງ… ສຽງເສບເພງແຫ່ເຂີຍດັງກ້ອງໄປທົ່ວບໍລິເວນງານ, ສຽງຕໍແຍກັນລະຫວ່າງຝ່າຍເຈົ້າບ່າວ ແລະເຈົ້າສາວໃນການຜ່າດ່ານສາຍເງິນສາຍໃຈດັງເປັນແຊວໆ ເຮັດໃຫ້ບັນຍາກາດຄຶກຄື້ນບໍ່ແມ່ນຂອງຄ່ອຍ… ສຽງນັ້ນໄດ້ເຮັດໃຫ້ນາງໃຈເຕັ້ນຕຶກໆ… ບໍ່ພໍຄາວນາງກໍເຫັນປ້າຄຳຈູງເຈົ້າບ່າວທີ່ຖືດອກໄມ້ແລະທຽນເຫຼັ້ມໃຫຍ່ທີ່ກະຈາຍແສງມັບມຽງເຂົ້າມາສູ່ພິທີ. ຫຼັງຈາກໄຕ້ທຽນທີ່ຍອດຂອງພາຂວັນທັງສອງແລ້ວ ຄຳພັນກໍນັ່ງຍວບລົງທາງຂ້າງນາງ. ຈາກນັ້ນ ນາຍບ້ານໄດ້ຕາງໜ້າໃຫ້ເຈົ້າພາບທັງສອງຝ່າຍອ່ານໃບອະນຸມັດແຕ່ງດອງ ແລະກ່າວຄຳເຫັນເພື່ອໄຂພິທີ. ເມື່ອນາຍບ້ານກ່າວສຸດ ຄຳພັນໄດ້ໄຂຝາກັບນ້ອຍສີແດງ ຈັບເອົາສາຍຄໍຄຳເສັ້ນນ້ອຍອອກມາຄ້ອງຄໍໃຫ້ແກ່ນາງ… ຈາກນັ້ນໝໍພອນກໍເລີ່ມຕົ້ນພິທີບາສີສູ່ຂວັນໃຫ້ແກ່ຄູ່ສົມລົດໃໝ່ດ້ວຍສຽງ ສູດຂວັນທີ່ພຽບພ້ອມໄປດ້ວຍຄວາມເວົ້າອັນຈົບງາມ ຟັງແລ້ວພາໃຫ້ຮູ້ສຶກວ່າຊີວິດຄູ່ຂອງນາງຄົງຈະດໍາເນີນໄປຢ່າງຮຽບຮ້ອຍ ປາສະຈາກອຸປະສັກໃດໆ. ຮອດຕອນປ້ອນໄຂ່ ຄິດມາຍາມໃດກໍອົດຫົວບໍ່ໄດ້ນໍາຄວາມເຊີ້ຊ້າຂອງຕົນແລະຄຳພັນ ທີ່ພາກັນກິນໄຂ່ຕົ້ມຊຶ່ງໝໍພອນບິແບ່ງໃຫ້ກິນຜູ້ລະເຄິ່ງ ຈົນວ່າລ່ອງນໍ້າລົງຄໍເກືອບບໍ່ທັນ ປ້າພຽງແສງທີ່ນັ່ງຢູ່ທາງຫຼັງຈົນໄດ້ເອົາມືມາລູບຫຼັງໃຫ້… ພິທີຕອນເຊົ້າກວ່າຈະໄດ້ເລີກລາກັນກໍເກືອບບ່າຍສາມໂມງ ເພາະນອກຈາກຮັບປະທານອາຫານທ່ຽງແລ້ວ ກໍຍັງມີລາຍການມ່ວນຊື່ນລຳວົງສາມັກຄີເພື່ອເປັນກຽດໃຫ້ແກ່ຄູ່ສົມລົດໃໝ່… ໄຄແຕ່ປະຕິເສດການດື່ມຈາກແຂກ ມີແຕ່ເຫຍັ້ນໃຫ້ແຂກກິນ ຄັນບໍ່ຊັ້ນ ກໍຄົງໄປນອນອາກລາກ
ຄືກັບອ້າຍພັນຫຼັງຈາກທີ່ແຂກເມືອກັນໝົດແລ້ວ. ນາງເອງກໍອົດທີ່ຈະລົ້ມໂຕລົງນອນບໍ່ໄດ້ ເພາະຮູ້ສຶກເມື່ອຍແຄ່ງເມື່ອຍຂາຢ່າງບໍ່ເຄີຍເປັນມາກ່ອນ. ຄິດຂີ້ງໍ້ວ່າ ຕອນຄໍ່າຈະຢືນໄດ້ດົນປານໃດ… ແຕ່ກໍຮູ້ສຶກປື້ມໃຈທີ່ຈະໄດ້ຮັບແຂກກະເປົາໜັກໆໃນຄໍ່າຄືນດັ່ງກ່າວ… ຄໍ່າຄືນຂອງງານດອງທີ່ພັດຕາຄານອັນມີຊື່ສຽງລະດັບແນວໜ້າຂອງນະຄອນຫຼວງ ຄັບຄາໜາແໜ້ນໄປດ້ວຍແຂກຄົນ ເບິ່ງຜູ້ໃດກໍນຸ່ງຖືຢ່າງຈົບງາມ ແລະເອ້ຢ້ອງໄປດ້ວຍເຄື່ອງປະດັບອັນມີຄ່າ ໂດຍສະເພາະແມ່ນບັນດາພັນລະຍາຂອງຜູ້ທີ່ມີຊື່ສຽງໃນວົງການປົກຄອງ ກໍຄືວົງການທຸລະກິດ. ເຖິງແມ່ນສຸພາພອນຈະເປັນພຽງພະນັກງານຊັ້ນຜູ້ນ້ອຍທີ່ເຮັດວຽກເປັນສະໝຽນຂາເຂົ້າຂາອອກຂອງກະຊວງ ແຕ່ນາງກໍຮູ້ຫຼາຍຜູ້ຫຼາຍຄົນ ສະເພາະຢ່າງຍິ່ງກໍແມ່ນບັນດານັກທຸລະກິດທີ່ມາພົວພັນວຽກຢູ່ກະຊວງ. ຍ້ອນນາງເປັນຄົນງາມ ນຸ່ງຖືທັນສະໄໝ ຊ່າງເວົ້າຊ່າງວ່າ ແລະມີມະນຸດສຳພັນທີ່ດີຕໍ່ທຸກຄົນ, ດັ່ງນັ້ນ ບໍ່ເປັນການຍາກເລີຍທີ່ຈະນາງຈະສ້າງຄວາມລຶ້ງເຄີຍກັບບັນດາຄົນເຫຼົ່ານັ້ນ. ເມື່ອໃກ້ຈະຮອດງານດອງ ນາງກໍຖືໂອກາດເຊີນບັນດາຄົນເຫຼົ່ານັ້ນ ຊຶ່ງຫວັງວ່າພວກເຂົາຄົງຈະເປັນຜູ້ຊ່ວຍເອົາເງິນໃສ່ຊອງໃຫ້ຫຼາຍກວ່າຜູ້ອື່ນໆ… ນອກຈາກແຂກທີ່ນາງເຊີນແລ້ວ ກໍຍັງມີແຂກຂອງຄຳພັນ ແຂກພໍ່ແມ່ທັງຝ່າຍຂອງນາງ ແລະຝ່າຍຂອງເຈົ້າບ່າວເຊີນ… ຕອນທີ່ຮັບແຂກນັ້ນ ນາງເບິ່ງໜ້າແຂກນຳກໍບໍ່ທັນ ຈັກໃຜເປັນໃຜ ຈົນວ່າຕາລາຍພຸ້ນລະ! ມີບາງໄລຍະນັ້ນ ແຂກທີ່ນາງຍໍມືໄຫວ້ນັ້ນ ນາງກໍຄຶດບໍ່ອອກຄືກັນວ່າເຄີຍເຫັນຢູ່ໃສ? ເປັນແຂກຂອງຜູ້ໃດ? ອາດຈະແມ່ນແຂກຂອງເຈົ້າບ່າວ ຫລືບໍ່ກໍຂອງພໍ່ແມ່ກໍເປັນໄດ້.
ຊົ່ວທ່ານຜູ້ໃຫຍ່ທີ່ມາເປັນກຽດໃນງານດອງໄດ້ມີໂອກາດກ່າວຄຳໂອວາດຕັກເຕືອນ ກໍຈົນໄດ້ຍິນສຽງແຂກບາງຄົນຈົ່ມເຂົ້າຫູວ່າ “ປານໃດຈຶ່ງຊິເລີ່ມນໍ ຫີວເຂົ້າແລ້ວໄດ໋!”. ໄຄແຕ່ທ່ານຜູ້ໃຫຍ່ທີ່ຕາງໜ້າໃຫ້ເຈົ້າໂຄດທັງສອງຝ່າຍກ່າວຄຳໂອວາດແລະໃຫ້ພອນຢ່າງສັ້ນກະທັດຮັດ ແຕ່ສົມບູນໄປດ້ວຍເນື້ອໃນອັນຈົບງາມ. ຫາກຊີວິດຄູ່ຂອງນາງຫາກເປັນໄປດັ່ງຄຳອວຍພອນຂອງທ່ານຜູ້ໃຫຍ່ກ່າວມານັ້ນ ນາງກໍຄົງບໍ່ໄດ້ງົມນຳການຈືນຂະໜົມຢູ່ນີ້ດອກ… ທັງຈືນຂະໜົມໄປ ທັງຄຶດໄປ…
ເມົາມົວນຳແຕ່ເຫຍັ້ນເຫຼົ້າໃຫ້ແຂກ ບໍ່ມີໂອກາດພໍທີ່ຈະຈັບແນວກິນຍັດເຂົ້າປາກ. ແຕ່ກໍບໍ່ຮູ້ສຶກຫີວ ເພາະຮູ້ສຶກເມື່ອຍຫຼາຍກວ່າ ຈົນວ່າບໍ່ຢາກກິນຮອດຫຍັງ. ຄໍາພັນກໍຄົງຢູ່ໃນສະພາບຢ່າງດຽວກັນກັບຕົນເອງ ແຕ່ລາວກໍຍັງປ່ອຍຮອຍຍິ້ມອອກໃຫ້ແຂກຄົນໄດ້ເຫັນຢ່າງບໍ່ຂາດສາຍ. ສຽງໂຄສົກປະຈຳເວທີ ປະກາດໃຫ້ຄູ່ສົມລົດໃໝ່ຂຶ້ນເປີດລຳວົງສາມັກຄີຮອບປະຖົມມະລືກ, ນາງຕ້ອງໄດ້ປະຖາດທີ່ມີຈອກນ້ອຍສອງໜ່ວຍວາງລົງໃກ້ແກ້ວເຫຼົ້າຍີ່ຫໍ້ແພງຈາກເມືອງນອກທີ່ຄຳພັນປະວາງໄວ້ກ່ອນແລ້ວ... ສຽງເພງ “ສົມລົດສົມຮັກ” ໃນຈັງຫວະລຳວົງອ່າວໄວດັງກະຮື່ມຂຶ້ນ, ຄຳພັນຍ່າງນຳໜ້ານາງໄປກ່ອນ ເມື່ອຂຶ້ນເກືອບຮອດກາງວົງຟ້ອນ ທັງສອງກໍຍໍມືໄຫວ້ແຂກ ເພື່ອເປັນການກ່າວຊວນເຊີນຂຶ້ນມາຟ້ອນຮ່ວມກັນ. ຈາກນັ້ນທັງສອງກໍວາດລວດລາຍການຟ້ອນແບບລຳວົງລາວມາດຕະຖານ ຈົນເຮັດໃຫ້ຫຼາຍຄົນອອກປາກຍ້ອງວ່າ ຟ້ອນໄດ້ງາມຫຼາຍ ແລະເໝາະເປັນຄູ່ຜົວຕົວເມຍກັນແທ້ໆ!
ໃນຄືນນັ້ນ ບໍ່ຕໍ່າກວ່າສິບຮອບທີ່ນາງໄປຟ້ອນບໍ່ຈັກຈັງຫວະລຳວົງທຳມະດາ, ລຳວົງສາລະວັນ, ຕັ່ງຫວາຍ ຕະຫຼອດຮອດຈັງຫວະຊ່າໆໆ, ບີກິນ, ບັດສະລົບ, ຣັອກ ແລະຈັງຫວະຮັກແພງແບບສະໂລ. ຕອນໄປຟ້ອນໃນຈັງຫວະຣັອກນັ້ນ ໄດ້ມີຜົວເມຍຄູ່ໜຶ່ງຊຶ່ງມີອາຍຸໄລ່ເລ່ຍກັບຄຳພັນແລະນາງໄດ້ເຂົ້າມາທັກທາຍຢ່າງສະໜິດສະໜົມ, ຜູ້ເປັນຜົວນັ້ນມີຈຸດພິເສດຕ່າງໝູ່ ຄືມີປານຢູ່ແກ້ມເບື້ອງຊ້າຍ. ທັງສອງໄດ້ເຂົ້າມາຂໍຟ້ອນນຳຄູ່ສົມລົດໃໝ່. ຊາຍທີ່ມາຟ້ອນກັບນາງນັ້ນ ອ້າງຕົນວ່າເປັນໝູ່ຮັກແພງຂອງຄຳພັນ ແລະເຄີຍຮຽນມັດທະຍົມປາຍນຳກັນ. ຊາຍຄົນນັ້ນເຕັ້ນຣັອກໄດ້ວ່ອງໄວແລະຊຳນານເປັນຢ່າງຍິ່ງ ຈົນສຸພາພອນຟ້ອນນຳກໍບໍ່ທັນ. ແຕ່ກໍຮູ້ສຶກຄາຍຄວາມອິດເມື່ອຍໄປໄດ້ຫຼາຍ ເມື່ອໄດ້ຍິນຄຳມ່ວນໆຂອງຊາຍຜູ້ນີ້. ຕາມຫຼັງຈຶ່ງໄດ້ຍິນຈາກຄຳພັນວ່າ ຍິງທີ່ເຕັ້ນຣັອກກັບເຂົານັ້ນກໍໄດ້ອ້າງຕົນວ່າເປັນໝູ່ຂອງສຸພາພອນ ແລະກໍເຕັ້ນໄດ້ເກັ່ງຫາຄົນທຽບຍາກ. ພ້ອມກັນນັ້ນ ຄຳເວົ້າຄຳວ່າກໍເປັນຕາເຊື່ອຖືແລະອອນຊອນນຳ ແຕ່ກໍຄິດບໍ່ອອກວ່າເຄີຍຮູ້ກັນມາແຕ່ຍາມໃດ!!!
ຈົນຮອດສິບເອັດໂມງພິທີມ່ວນຊື່ນເພື່ອສະຫຼອງງານວິວາຈຶ່ງສິ້ນສຸດລົງ ແຂກຄົນທີ່ເຫຼືອກໍມີແຕ່ພຽງເຈົ້າໂຄດທັງສອງຝ່າຍ, ຍາດພີ່ນ້ອງແລະໝູ່ຄູ່ທີ່ສະໜິດກັນທີ່ສຸດ. ທຸກຢ່າງເສັດສິ້ນໄປດ້ວຍຄວາມເພິ່ງພໍໃຈຂອງທຸກໆຄົນ. ແຕ່ສຳລັບສຸພາພອນແລ້ວ ນາງຍັງເປັນຫ່ວງນຳຫີບໃສ່ຊອງບັດເຊີນເທົ່ານັ້ນ. ແມ່ບອກໃຫ້ນາງຮູ້ວ່າ ບໍ່ຕ້ອງເປັນຫ່ວງ ເພາະເພິ່ນເອົາໄປມ້ຽນໄວ້ຢູ່ທ້າຍລົດເກັ໋ງໃຫ້ແລ້ວ.ຄືນທຳອິດຂອງງານວິວາຜ່ານໄປດ້ວຍຄວາມອິດເມື່ອຍເໜື່ອຍລ້າ… ພໍແຕ່ຫົວຮອດໝອນປັບ ກໍໄດ້ຍິນແຕ່ສຽງກົນສອດໆ ງີບດຽວແຈ້ງຈ່າງປ່າງແລ້ວເດ! ສິ່ງທຳອິດທີ່ຕ້ອງເຮັດຫຼັງຈາກລຸກຈາກບ່ອນກໍແມ່ນຮິບໂຮມເງິນໃນຊອງ ວ່າໄດ້ເທົ່າໃດກັນແທ້? ບໍ່ລືມທີ່ຈະປຸກຄຳພັນໃຫ້ລຸກຂຶ້ນມານັບຊ່ອຍ.
ແຕ່ລະຊອງຖືກຈົກອອກມານັບຢ່າງຊ້າໆ ເພື່ອບໍ່ໃຫ້ຜິດພາດ ພ້ອມກັບມີການຈົດກ່າຍຊື່ເຈົ້າຂອງຊອງແລະຈຳນວນເງິນຢ່າງຄັກແນ່. ນັບແຕ່ຊອງທີໜຶ່ງຫາທີສິບ ຫາກໍໄດ້ຫ້າແສນກີບ ເພາະແຕ່ລະຊອງໃສ່ພຽງແຕ່ຫ້າສິບພັນກີບເທົ່ານັ້ນ. ເຍີ່ງເບິ່ງຊື່ຂອງເຈົ້າຂອງຊອງແລ້ວ ກໍຄິດວ່າເຂົາກໍຄົງໃສ່ໃຫ້ໄດ້ສໍ່ານັ້ນແຫຼ້ວ. ນັບມາຮອດຊອງທີ 100 ຜູ້ທີ່ໃສ່ແສນກີບກໍມີແຕ່ສິບຄົນ ຊຶ່ງເບິ່ງຊື່ເຈົ້າຂອງຊອງແລ້ວ ກໍຮູ້ໄດ້ວ່າແມ່ນປະເພດຄົນລະດັບຫົວໜ້າ… ຮອດຊອງທີ 200 ຫາຄົນທີ່ໃສ່ຫຼາຍກວ່າແສນເກືອບວ່າບໍ່ມີ ມີແຕ່ຂອງທ່ານຄຳແສນ ນັກທຸລະກິດຊື່ດັງທີ່ໃຫ້ສອງແສນກີບ. ແຕ່ໃນຈຳນວນນັ້ນ ຊໍ້າພັດມີຊອງທີ່ໃສ່ພຽງແຕ່ສາມສິບສີ່ສິບພັນຫຼາຍຊອງເຕີບ… ຮອດຊອງທີ 300 ໄຄແດ່ໃນຈຳນວນນີ້ມີເຖົ້າແກ່ໃຈດີໃສ່ໃຫ້ຕັ້ງ 50 ໂດລາ, ແຕ່ຊໍ້າຜັດມີຊອງຂາວເປົ່າລ້າໆຕັ້ງ 5 ຊອງ. ມັນເປັນໄປໄດ້ແນວໃດ, ຜ່ານມາໄດ້ຍິນແຕ່ເຂົາເວົ້າ ບາດຮອດທີໂຕແລ້ວ ຈັ່ງແມ່ນມັນເປັນຕາເຫຼືອໃຈແທ້ໆ! ຮອດຊອງສຸດທ້າຍຊອງທີ 453 ໃນຈຳນວນນີ້ ຊອງທີ່ໃສ່ໃຫ້ຫຼາຍສຸດກໍແມ່ນ 80.000 ກີບ. ນອກຈາກນັ້ນ ກໍສີ່ຊ້າຫ້າສິບພັນ ຫລືບໍ່ກໍຫົກສິບພັນ ພໍປານນັ້ນລະ! ຈາກການຮວບຮວມຊອງທັງໝົດແລ້ວ ຖືວ່າຊອງທີ່ບໍ່ສົ່ງມີເກືອບຫ້າສິບຊອງ ແລະມີຊອງພິເສດແບບທິດຈຳປາມາເພີ່ມອີກຫ້າຊອງ. ເມື່ອບວກລົບຄູນຫານໄປແລ້ວ ເງິນທີ່ໄດ້ຈາກຊອງທັງໝົດ 25 ລ້ານກວ່າກີບ ແລະເງິນໂດລາອີກ 50 ໂດລາ ບວກໃສ່ກັບເງິນມັດແຂນໃນພິທີບາສີຕອນເຊົ້ານັ້ນ ກໍພໍດີ 30 ລ້ານກວ່າກີບ. ສຸພາພັນແນມເບິ່ງໜ້າຜົວຮັກຢ່າງສິ້ນແຮງ ແຂນຂາຮູ້ສຶກວ່າລ້າລ່ອຍໄປແບບກະທັນຫັນ.
“ຍັງຂາດໄປເກືອບຕັ້ງ 20 ລ້ານພຸ້ນນະ!!!” ນາງຄວນຄາງອອກມາແບບໃຈບໍ່ຢູ່ກັບຮ່າງກັບຄີງ.
ຄຳພັນໄດ້ແຕ່ແນມເບິ່ງໜ້າສີພັນລະຍາ ຊຶ່ງຕາພວມແດງຂຶ້ນຍ້ອນຄວາມເສຍໃຈ ທີ່ຄວາມຝັນຫວານຂອງຕົນໄດ້ກັບກາຍມາເປັນຄວາມຈິງທີ່ແສນຂົມຂື່ນແບບນີ້…

(ເຊີນຕິດຕາມອ່ານຕໍ່ ຕອນຈົບ: ຊີວິດຄືການຕໍ່ສູ້)

ບົດຮຽນສ້າງຊີວິດ (ຕອນ: ສູ້ຊີວິດ)

ບົດຮຽນສ້າງຊີວິດ (ຕອນ: ສູ້ຊີວິດ)​​

ໂດຍອາຈານ ແສງຟ້າ ໂຫລານູພາບ

March 1, 2014 at 9:13am
ບາງຄັ້ງການເຫີ່ເຫີມໄປຕາມກະແສຄວາມນິຍົມຂອງສັງຄົມ ກໍອາດສ້າງບັນຫາໃຫ້ແກ່ຕົນເອງແລະຄູ່ຊີວິດ... ດັ່ງດຽວກັບຊີວິດຄອບຄົວຂອງສຸພາພອນ ແລະຄຳພັນ ຊົ່ວຊິຫັນໃຈໄດ້ຄືບ້ານຄືເມືອງເພິ່ນກໍຕ້ອງໃຊ້ເວລາດົນເຕີບ. ເຫດການຕ່າງໆເມື່ອເກືອບສິບປີກ່ອນຍັງປະທັບແໜ້ນຢູ່ໃນຫ້ວງນຶກຂອງນາງ...

ກຣິ້ງໆ…ໆ…ໆ… ສຽງໂມງປຸກຈາກຫົວບ່ອນນອນດັງສະໜັ່ນຫູ ຈົນສຸພາພອນສະເດີດຕື່ນຂຶ້ນມາດ້ວຍຄວາມເສຍດາຍຝັນທີ່ກຳລັງມ່ວນ… ເມື່ອສະຕິສຳປະຊັນຍະກັບຄືນມາສູ່ສະພາບແຫ່ງຄວາມເປັນຈິງ, ນາງກໍຟ້າວລຸກຈາກບ່ອນນອນ ຊຶ່ງຍັງມີຮ່າງຂອງຄຳພັນຜົວສຸດທີ່ຮັກພວມສືບຕໍ່ກົນສອດໆແບບບໍ່ຮູ້ໜາວຮູ້ຮ້ອນຫຍັງ… ຢາກຈະປຸກເຂົາໃຫ້ລຸກ ແຕ່ກໍເຫັນໃຈ ເພາະຊົ່ວຄຳພັນຊິໄດ້ນອນກໍເກືອບທ່ຽງຄືນ ເຂົາຕ້ອງໄດ້ຄົ້ນຄວ້າບົດຮຽນເພື່ອກຽມໄປສອນໃນວັນໃໝ່ຈັ່ງຊີ້ທຸກຄືນ… ສ່ວນນາງກໍບໍ່ຍິ່ງຢ່ອນໄປກວ່າຜູ້ເປັນຜົວ ເພາະນາງຕ້ອງໄດ້ກະກຽມເຄື່ອງປະກອບສຳລັບເຮັດຂະໜົມໄປສົ່ງຮ້ານກາເຟ ແລະຮ້ານຂາຍຂະໜົມຕາມໂຮງຮຽນທີ່ຢູ່ໃກ້ຈົນວ່າເດິກວ່າດື່ນ… ຊົ່ວຊິໄດ້ຈືນຂະໜົມກໍເສຍເວລາໄປເກືອບສາມສິບນາທີແລ້ວ ເຫຼືອດຕາເບິ່ງໂມງຢູ່ແຂນກໍເກືອບຫ້າໂມງເຊົ້າເຂົ້າໄປແລ້ວ… ນາງຕ້ອງເຮັດແຂ່ງກັບເວລາ ເພາະບໍ່ພຽງແຕ່ເຮັດຂະໜົມໄປສົ່ງຕາມຮ້ານຕ່າງໆເທົ່ານັ້ນ ນາງຕ້ອງໄດ້ຟ້າວໄປການຄືກັນ… ເຖິງຈະນອນບໍ່ອີ່ມຕາແຕ່ນາງກໍພະຍາຍາມອົດທົນ… ນັບແຕ່ມື້ເຮັດຂະໜົມມາກໍເຂົ້າປີທີສອງແລ້ວ, ການອົດຫີວນອນເກືອບວ່າຈະກາຍເປັນຄວາມລຶ້ງເຄີຍໄປເສຍແລ້ວ… ຕອນທີ່ເລີ່ມເຮັດທຳອິດນັ້ນ ມີບາງເທື່ອກໍຈົນຫຼົງຮ້ອງໂອ້ກ ເພາະນໍ້າມັນລວກມື ຍ້ອນສະຕິຍັງຢູ່ກັບຕຽງນອນພຸ້ນ! ມື້ໃດເປັນວັນພັກກໍໄຄແດ່ ຄຳພັນຈະລຸກຂຶ້ນມາຈືນຊ່ວຍ ເຮັດໃຫ້ນາງໄດ້ມີໂອກາດໄປເຮັດແນວອື່ນ ເຊັ່ນອະນາໄມເຮືອນຊານ, ຊັກເຄື່ອງຂອງ, ແຕ່ງຢູ່ຄົວກິນ… ແຕ່ມື້ນີ້ ຄຳພັນຕ້ອງໄດ້ໄປສອນໜັງສື ຕ້ອງປ່ອຍໃຫ້ເຂົາໄດ້ນອນຢ່າງເຕັມອີ່ມ ເພື່ອຄຸນນະພາບໃນການສິດສອນຂອງເຂົາຈະບໍ່ໄດ້ຕົກລະດັບ. ນອກຈາກຈະສອນຢູ່ໂຮງຮຽນປະຈຳແລ້ວ ເຂົາຍັງໄດ້ໄປສອນຢູ່ຕາມໂຮງຮຽນເອກະຊົນອີກຫຼາຍແຫ່ງ ແລະກໍຍັງໄດ້ໄປສອນພິເສດໃຫ້ນັກຮຽນຜູ້ກຽມເສັງໄປຕ່າງປະເທດ. ເວົ້າລວມແລ້ວ ໃນແຕ່ລະມື້ຄຳພັນໄດ້ສອນບໍ່ຕໍ່າກວ່າແປດຊົ່ວໂມງ. ໃນມື້ພັກ ເຂົາຍັງຈັດຕັ້ງສອນພິເສດຢູ່ເຮືອນອີກ ໂດຍຈະມີນັກຮຽນມາຮຽນນຳຫຼາຍສົມຄວນ. ມີບາງເທື່ອສຸພາພອນອົດບໍ່ໄດ້ນຳລາຍຮັບທີ່ຜົວໄດ້ມາຈຶ່ງອອກປາກຖາມດ້ວຍສຽງສີຂຸ້ນໆວ່າ: “ເປັນຫຍັງອ້າຍຄືເກັບຄ່າຮຽນນຳຂະເຈົ້າຖືກແທ້ ບາງຄົນກະບໍ່ເກັບນຳເຂົາຊໍ້າ? ເຮັດແນວນີ້ປານໃດເຮົາຊິໄຊ້ໜີ້ໝົດເປັນຈັກເທື່ອ?”
“ກະຄຶດເຫັນຄອບຄົວທີ່ບໍ່ມີນັ້ນແດ່ຕວ່າ! ເງິນຄຳຊູ່ມື້ນີ້ບໍ່ແມ່ນວ່າຊິຫາໄດ້ມາງ່າຍໆ. ຄັນເຮົາເອົາແພງ ເດັກນ້ອຍຜູ້ຂາດເຂີນເດຊິເອົາຫຍັງມາຈ່າຍໃຫ້. ອ້າຍຄຶດວ່າ ທີ່ອ້າຍວາງລາຄາຄ່າຮຽນໄປຈັ່ງຊີ້ກໍເຜື່ອຜູ້ທຸກຜູ້ຍາກນຳແດ່!” ຄໍາພັນອົດທີ່ຈະອະທິບາຍເຫດຜົນໃຫ້ເມຍຟັງບໍ່ໄດ້. “ແລ້ວຂີ້ດອກແຕ່ລະເດືອນພ້ອມກັບຕົ້ນທຶນທີ່ເຮົາຕ້ອງໄປຖອກໃຫ້ກຸ່ມທ້ອນເງິນບ້ານຫັ້ນເດ ປານໃດຈຶ່ງຊິໝົດເປັນ ຄັນຍັງມີແກ່ໃຈໃນການສົງສານຜູ້ອື່ນ. ບາດຕົນເອງຊໍ້າຜັດບໍ່ດູຕົນ…” ທ້າຍປະໂຫຍກສຸພາພອນເວົ້າສຽງຄ່ອຍໆພໍແຕ່ໃຫ້ຕົນເອງໄດ້ຍິນ.
“ການຊ່ອຍຄົນ ມັນບໍ່ເສຍຫາຍຫຍັງດອກ! ຍິ່ງເຮົາຊ່ອຍຜູ້ທີ່ຈະເປັນອະນາຄົດຂອງຊາດແລ້ວ ອ້າຍວ່າຍິ່ງຈະໄດ້ບຸນກຸສົນຫຼາຍ! ອີກຢ່າງໜຶ່ງກໍເພື່ອປະກອບສ່ວນຊ່ອຍຊາດໃນການສ້າງຊັບພະຍາກອນມະນຸດຜູ້ມີຄຸນນະພາບໃຫ້ແກ່ສັງຄົມ.” ຄຳພັນອະທິບາຍຕໍ່.
“ມັນກໍດີຢູ່ດອກ ອັນທີ່ອ້າຍເວົ້າມາຫັ້ນ. ແຕ່ນ້ອງຢ້ານວ່າເຮົາຈະໄຊ້ໜີ້ບໍ່ທັນກຳນົດຫັ້ນນ່າ!” ນາງຍອມເຫັນດີນຳຜູ້ເປັນຜົວ ແຕ່ກໍຍັງບໍ່ແຈບໃຈນໍາໜີ້ສິນທີ່ຕ້ອງໄດ້ໄຊ້.
“ບໍ່ຕ້ອງຮ້ອນໃຈດອກ ພອນເອີ້ຍ! ມີບັນຫາ ກໍຕ້ອງມີວິທີແກ້. ເມື່ອພວກເຮົາສ້າງບັນຫາຂຶ້ນ ພວກເຮົາກໍຕ້ອງແກ້ໄຂມັນໃຫ້ໄດ້. ຄັນເຮົາເຊື່ອພໍ່ແມ່ຕັ້ງແຕ່ຫົວທີແລ້ວ ບັນຫາໜີ້ສິນກໍຄົງບໍ່ເກີດ… ປານນີ້ ພວກເຮົາຄົງຈະມີລູກນ້ອຍມາເຊີຍຊົມກັນແລ້ວກໍບໍ່ຮູ້. ແຕ່ກໍຢ່າມັນເທາະ, ເລື່ອງແລ້ວກໍຂໍໃຫ້ມັນແລ້ວໄປ. ມີແຕ່ໃຫ້ສອງຄົນເຮົາມີສະຕິໃນການດຳລົງຊີວິດຕື່ມ… ພວກເຮົາກໍຍັງໜຸ່ມແໜ້ນ ຍັງມີເວລາໃນການຕໍ່ສູ້ຊີວິດຫຼາຍຢູ່… ສິ່ງທີ່ຜິດພາດໄປກໍໃຫ້ເປັນບົດຮຽນ…”
ສຸພາພອນຊາບຊຶ້ງໃຈນຳຄຳເວົ້າຂອງຜູ້ເປັນຜົວ ຊຶ່ງຍາມໃດກໍບໍ່ເຄີຍຕ້ອງຕິແລະໃຫ້ຮ້າຍແກ່ນາງແຕ່ປະການໃດ ມີແຕ່ຊອກແນວເພີ່ມກຳລັງໃຈໃຫ້… ທີ່ຈິງແລ້ວກໍແມ່ນນາງຜູ້ດຽວນັ້ນແຫຼະທີ່ເຮັດໃຫ້ເກີດບັນຫາໜີ້ສິນຂຶ້ນ… ນາງຍັງຈື່ໄດ້ວ່າ ໃນມື້ທີ່ເຈົ້າໂຄດຂອງຄຳພັນມາສູ່ຂໍນາງກັບພໍ່ແມ່ທີ່ເຮືອນ, ທັງສອງຝ່າຍໄດ້ຕົກລົງຈະຈັດພິທີແຕ່ງດອງແບບກະທັດຮັດເບົາບາງ ມີແຕ່ເຮັດພິທີບາສີສູ່ຂວັນ ແລະມ່ວນຊື່ນຢູ່ເຮືອນຂອງເຈົ້າສາວເທົ່ານັ້ນ. ແຕ່ສຸພາພອນບໍ່ເຫັນດີນຳ ຖ້າເຮັດແຕ່ຢູ່ເຮືອນ ແໜງບໍ່ເຮັດເລີຍຈະດີກວ່າ ມີແຕ່ສີ່ເຖົ້າຫ້າແກ່ມາຜູກຄໍ່ຕໍ່ແຂນໃຫ້ລະກໍແລ້ວ! ຄັນແມ່ນເຮັດກໍຕ້ອງມີທັງພິທີຢູ່ເຮືອນ ແລະພິທີຢູ່ພັດຕາຄານ ຫຼືໂຮງແຮມນຳອີກ ມັນຈຶ່ງຈະສົມໜ້າສົມຕາ. ພໍ່ກັບແມ່ກໍບໍ່ແມ່ນຄົນທຳມະດາສາມັນຫຍັງ ລ້ວນແຕ່ເປັນພະນັກງານຜູ້ມີຜົນງານ… ພີ່ນ້ອງແລະໝູ່ຄູ່ກໍມີຫຼາຍ ຫາກບໍ່ເຮັດໃຫຍ່ເຮັດເຕ ເຮັດແນວໃດຈຶ່ງຈະທົ່ວເຖິງກັນ. ເຖົ້າແກ່ທັງສອງຝ່າຍພະຍາຍາມຊີ້ເຫດຊີ້ຜົນ ແລະຍົກໃຫ້ເຫັນຈຸດດີຂອງການຈັດພິທີແບບປະຢັດມັດທະຍັດ. ອີກຢ່າງໜຶ່ງ ຖ້າຫາກໄປຈັດຢູ່ພັດຕາຄານອີກ ຈະເອົາເງິນຢູ່ໃສໄປຖອກໃຫ້ເຂົາ ເພາະຄ່າຈັດຢູ່ຫັ້ນບໍ່ແມ່ນຂອງຖືກໆ ຢ່າງໜ້ອຍກໍຕ້ອງໃຊ້ຈ່າຍສີ່ສິບຫລືຫ້າສິບລ້ານຂຶ້ນໄປ.ແຕ່ສຸພາພອນກໍບໍ່ອ່ອນຂໍ້ນຳເຫດຜົນທີ່ພໍ່ແມ່ທັງສອງຝ່າຍອ້າງມາ, ນາງໄດ້ຍົກຫຼາຍໆຕົວຢ່າງຂອງງານດອງໝູ່ຂອງນາງສູ່ທຸກຄົນຟັງ…
“ດອງຂອງນາງຈັນທະຈອນຫັ້ນເດ ລົງທຶນໄປເຮັດຢູ່ໂຮງແຮມໝົດໄປຫ້າສິບລ້ານ ແຕ່ເງິນໃຊ້ຊອງໄດ້ຄືນມາຕັ້ງ 60 ລ້ານພຸ້ນ! ເງິນຄ່າຈັດດອງກໍບໍ່ແມ່ນວ່າເຂົາຊິໃຫ້ຖອກບາດດຽວ ມີແຕ່ຈ່າຍຄ່າມັດຈຳກ່ອນຈຳນວນໜຶ່ງ ພາຍຫຼັງແລ້ວດອງ ຈຶ່ງໄປຈ່າຍຕື່ມກໍໄດ້. ມັນບໍ່ຍາກດອກ! ເລື່ອງເງິນນັ້ນ ພໍ່ແມ່ບໍ່ຕ້ອງເປັນຫ່ວງ ລູກກັບອ້າຍພັນຈະເປັນຜູ້ຮັບຜິດຊອບເອງ.”
ຈາກການຖຽງແບບຫົວຊົນຝາຂອງສຸພາພອນ ໂດຍທີ່ຄຳພັນບໍ່ມີໂອກາດອອກຄຳເຫັນຫຍັງເລີຍ. ທີ່ຈິງເຂົາກໍຢາກທັດທານຄຳເຫັນຂອງຄົນຮັກຄືກັນ ແຕ່ເບິ່ງສະພາບແລ້ວ ຄົງຈະເປັນໄປບໍ່ໄດ້ ມີແຕ່ຈະເຮັດໃຫ້ເສຍບັນຍາກາດ ແລະມີບັນຫາຕໍ່ກັນຊື່ໆ ເຂົາກໍເລີຍນັ່ງມິດປານແປ້ນອັດປາກ ໄດ້ແຕ່ນັ່ງສະດັບຮັບຟັງສຽງກ່າວສອດໆຂອງຜູ້ຈະມາເປັນຄູ່ຊີວິດ. ງານດອງເປັນໄປຕາມຄວາມຕ້ອງການຂອງສຸພາພອນໂດຍບໍ່ມີຜູ້ຈະຄັດຄ້ານໄດ້ ແມ່ນກະທັ້ງຄຳພັນກໍບໍ່ສາມາດເອີ່ຍປາກວ່າກ່າວແນວໃດໄດ້ເລີຍ. ສາເຫດທີ່ເຮັດໃຫ້ນາງຢາກຈັດພິທີຢູ່ພັດຕາຄານຕື່ມອີກນັ້ນ ກໍຍ້ອນວ່ານາງດວງດີລູກສາວຂອງຜູ້ຈັດການຂອງພັດຕາຄານຊື່ດັງແຫ່ງໜຶ່ງ ຊຶ່ງເປັນໝູ່ລຶ້ງແກ່ນກັນດີໃຫ້ການຊັກຊວນ ແລະອ້າງເຖິງຜົນທີ່ຈະໄດ້ຮັບ ຫາກວ່າຈັດຢູ່ພັດຕາຄານ, ພ້ອມທັງຈະເປັນຜູ້ຮັບປະກັນບໍ່ໃຫ້ຈ່າຍຄ່າມັດຈຳລ່ວງໜ້າ ເພາະແນວໃດຫຼັງຈາກແລ້ວດອງ ຮິບໂຮມເງິນໃສ່ຊອງທີ່ໄດ້ຈາກແຂກແລ້ວ ກໍຄົງພໍຖອກໃຫ້ທາງພັດຕາຄານຢ່າງແນ່ນອນ ຊໍ້າບໍ່ໜຳອາດຈະມີເຫຼືອພໍເປັນທຶນຮອນໃນການສ້າງຊີວິດຄູ່ນຳອີກ.

(ເຊີນຕິດຕາມອ່ານຕໍ່ ຕອນ: ຝັນຫວານກາຍເປັນຂົມ)

ຫຼົງຕົນເອງ

ຫຼົງຕົນເອງ

February 26, 2014 at 9:57pm
ໃນຊົ່ວໂມງພາສາລາວຂອງມື້ໜຶ່ງໃນປີ 2012, ທ້າວໝີໄດ້ຂຶ້ນໄປອ່ານບົດເລື່ອງສັ້ນທີ່ລາວແຕ່ງສູ່ໝູ່ຮ່ວມຫ້ອງ ແລະອາຈານປະຈຳວິຊາຟັງ ເພື່ອເອົາຄະແນນປະຈຳເດືອນ... ສຽງອ່ານຂອງລາວດັງບໍ່ຄ່ອຍແຮງປານໃດ ຈົນນາງສາສຸດີຜູ້ນັ່ງຢູ່ໂຕະແຖວທີ 3 ຕ້ອງໄດ້ຫງ່ຽງຫູຟັງຢ່າງຕັ້ງໃຈ...

ທຸກເຊົ້າ­ຫຼັງ­ຈາກ­ລຸກ­ຈາກບ່ອນ­ນອນ ທໍາອິດຂ້ອຍ­ກໍຕ້ອງໄປຢືນ­ຢູ່ໜ້າແວ່ນແຍງແຜ່ນໃຫຍ່ຂອງ­ຕູ້ໃສ່ເຄື່ອງຂ້າງ­ຕຽງ­ນອນ ເພື່ອກວດ­ກາ­ຄວາມ­ຫຼໍ່ເຫຼົາເຈົ້າ­ຊູ້ຂອງ­ດວງໜ້າ­ທີ່­ຖືກ­ປັ້ນແຕ່ງ­ຈາກ­ພໍ່­ທີ່­ມີຮູບຮ່າງໜ້າ­ຕາ­ທີ່­ບໍ່ຕ່າງ­ຈາກພະ­ເອກ­ຮູບເງົາ ແລະ­ແມ່­ຜູ້­ມີດວງໜ້າ­ຄ້າຍ­ຄືກັບ­ນາງເອກລະຄອນໂທລະພາບເກົາ­ຫຼີແດ­ຈັງ­ກຶມ. ຂ້ອຍຈະ­ຫຼົງ­ມົນສະ­ເໜຂອງ­ດວງໜ້າ­ຂອງຂ້ອຍເອງ ແຍງເບິ່ງເທົ່າໃດ­ກໍງາມ­ກໍຫຼໍ່­ຢູ່­ພໍປານ­ນັ້ນ ເຖິງແມ່ນ­ຍັງ­ບໍ່­ທັນໄດ້ລ້າງໜ້າເທື່ອກໍຕາມ.
"ໂອ້! ເຮົາ­ຈັ່ງ­ມາ­ຫຼໍ່­ມາເຈົ້າ­ຊູ້ເອົາແທ້ເອົາວ່າ! ຈັ່ງໃດ ສາວມະ­ລິວັນ­ກໍໍຕ້ອງ­ຫຼົງໃນ­ຄວາມ­ຫຼໍ່ຂອງເຮົາ­ຢ່າງແນ່ນອນ!" ຂ້ອຍເວົ້າກັບ­ຕົນເອງຢ່າງ­ຫຼົງລະ­ເລີງ...
ແຕ່ເຊົ້າມື້­ນີ້ຂ້ອຍຕ້ອງຟ້າວກ້າວຂາອອກ­ຈາກປະ­ຕູຫ້ອງ­ນອນ ກົງໄປຍັງຫ້ອງ­ນໍ້າ­ທີ່­ຢູ່ຂ້າງເຮືອນ­ຄົວ ຍ້ອນແມ່­ມາເຄາະ­ປະ­ຕູບອກໃຫ້­ຮູ້ວ່າ­ຮອດເວລາໄປໂຮງ­ຮຽນແລ້ວ. ຂ້ອຍເຂົ້າ­ຫ້ອງ­ນໍ້າບໍ່ຮອດ­ສິບຫ້ານາ­ທີຊໍ້າ ເພາະ­ຢ້ານໄປໂຮງ­ຮຽນ­ບໍ່­ທັນ ແຕ່ຂ້ອຍຕ້ອງເສຍເວລານໍາການແຕ່ງໂຕເກືອບ­ສາມ­ສິບ­ນາ­ທີ ໂດຍສະ­ເພາະ­ແມ່ນແຕ່ງໜ້າແຕ່ງ­ຜົມໃຫ້­ມັນ­ຄືກັບພະ­ເອກເກົາ­ຫຼີທີ່ຂ້ອຍເບິ່ງໃນໂທລະ­ພາບຊ່ອງສາມລາວ.
"ຊັກຊ້າເສຍເວລາ­ຢູ່­ຫັ້ນເດີ! ພໍ່­ຊິໄປການແລ້ວໄດ໋! ໄວແດ່ແມ້!" ສຽງແມ່ເຕືອນເຮັດໃຫ້ຂ້ອຍຕ້ອງຟ້າວອອກ­ຈາກຫ້ອງ­ນອນຢ່າງໄວພະ­ລັນ ພ້ອມດ້ວຍກະ­ເປົາ­ຫິ້ວທີ່­ມີປຶ້ມ­ຂຽນ­ປຶ້ມແບບ­ຮຽນເຕັມ­ຍັດໃນ­ຫັ້ນ.
"ສະ­ໄໝພໍ່ນ່າ ບໍ່ຖ້າ­ຊິແຕ່ງໂຕໃຫ້­ມັນເລີດຫລູປານ­ນີ້!" ພໍ່ເວົ້າ­ສຽງ­ຢາກຮ້າຍ ໂດຍ­ບໍ່ເບິ່ງໜ້າກ່ອນ­ຊິເລັ່ງເຄື່ອງ­ພາ­ລົດລ້ຽວອອກ­ສູ່­ທາງຖະ­ໜົນໃຫຍ່.
"ສະ­ໄໝພໍ່­ກັບສະ­ໄໝລູກ ມັນ­ບໍ່­ຄືກັນໄດ໋­ພໍ່! ດຽວນີ້­ມັນ­ຍຸກໂລກາ­ພິວັດແລ້ວ" ຂ້ອຍ­ຖຽງ­ພໍ່ ແລະ­ຍັງດອດໃຊ້­ຄໍາ­ສັບ­ທີ່ສະ­ໄໝຂອງ­ພໍ່­ບໍ່­ສູ້ໃຊ້­ກັນ.
"ຕັ້ງໃຈຮຽນໃຫ້ເກັ່ງໆ­ເດີລູກເດີ, ຢູ່ປີສຸດທ້າຍແລ້ວ. ຈັກໜ້ອຍຊິເສັງເຂົ້າມະຫາວິທະຍາໄລບໍ່ໄດ້ໄດ໋ຫັ້ນ!!!" ພໍ່­ທັງສັ່ງທັງສອນກ່ອນ­ທີ່ຂ້ອຍຈະ­ລົງ­ຈາກ­ລົດ. ຂ້ອຍກ່າວ "ໂດຍ" ແລ້ວກໍຍ່າງ­ມຸ່ງໜ້າ­ສູ່ປະ­ຕູໂຂງໂຮງ­ຮຽນດ້ວຍທ່າ­ທາງແບບ­ຢຽບໄຂ່­ບໍ່ແຕກ... ຂ້ອຍ­ຮູ້­ສຶກວ່າແສງ­ຕາ­ຂອງ­ນັກ­ຮຽນ­ຍິງແລະ­ຊາຍ­ທີ່ຍ່າງ­ກາຍ ຫຼຽວມາເບິ່ງຂ້ອຍເປັນ­ຈຸດ­ດຽວ ຄົງແມ່ນຍ້ອນດວງໜ້າ­ຫວານ­ຄົມ­ຂອງຂ້ອຍເປັນເຫດ ຫຼືບໍ່­ກໍແມ່ນ­ຄວາມ­ສູງໄດ້ສ່ວນ­ຂອງຂ້ອຍ­ນັ້ນລະ­ ທີ່­ດຶງ­ດູດ­ສາຍ­ຕາຂອງ­ຜູ້­ຄົນໃຫ້­ຫຼຽວມາເບິ່ງ... ຂ້ອຍ­ຍິ້ມຢ່າງ­ກວ້າງ­ຂວາງໃຫ້ແກ່­ທຸກ­ສາຍ­ຕາ­ທີ່ແນມຈ້ອງ­ມາຍັງຂ້ອຍ... ຂ້ອຍ­ຮູ້ສຶກວ່າເຂົາເຫຼົ່ານັ້ນ­ກໍໄດ້­ສົ່ງ­ຮອຍ­ຍິ້ມ­ຕອບ­ມາເຊັ່ນ­ດຽວກັນ... ຫົວໃຈຂອງຂ້ອຍຊ່າງໂພງໃຫຍ່­ປານ­ປຸມເປົ້າ­ທີ່ຖືກ­ສູບ­ລົມເຂົ້າໄປຈົນວ່າ­ຄັບ­ໝົດ­ຊວງເອິກ...
"ເກີດ­ມາ­ຫຼໍ່ ມັນ­ກໍເປັນ­ຈັ່ງ­ຊີ້ແຫຼະ­ນໍ!" ຂ້ອຍເວົ້າກັບ­ຕົນເອງໃນໃຈ ພ້ອມ­ກັບເຫຼືອດ­ສາຍ­ຕາໄປທີ່ຫ້ອງ ມ.7 ຂ ຊຶ່ງເປັນຫ້ອງ­ຮຽນປະ­ຈໍາ­ຂອງຂ້ອຍ.
ພໍແຕ່ກ້າວຂາເຂົ້າ­ຫວິດປະ­ຕູຫ້ອງ ສຽງ­ວົນແຊວກໍດັງ­ຂຶ້ນ... "ສຸດຫລໍ່ ມໍ 7 ມາແລ້ວ!" ສຽງ­ດັງ­ຈາກ­ສຸດແຈຫ້ອງໂດ່ງ­ມາໃສ່ຂ້ອຍ ເຮັດໃຫ້ຂ້ອຍ­ລືມ­ຮອດກ່າວຄໍາສະ­ບາຍ­ດີກັບ­ນາງມະ­ລິວັນ­ຫົວໜ້າ­ຫ້ອງ ຊຶ່ງ­ກໍາ­ລັງເອົານໍ້າດື່ມໄປວາງໄວ້ເທິງໂຕະ­ອາ­ຈານ.
"ບົດ­ຮຽນໄດ້ແລ້ວເບ໊າະ­?" ສີນຸກເພື່ອນຮ່ວມໂຕະ­ຈີກ­ປາກ­ຖາມກ່ອນຂ້ອຍ­ຊິເອົາກະ­ເປົາຍັດໃສ່ກ້ອງໂຕະ­.
"ອາ­ຈານ­ຊິກວດ­ກາ­ຊັ້ນ­ບໍ?" ຂ້ອຍ­ຖາມ­ຄືນ.
"ກວດລະ­ບໍ. ເທື່ອແລ້ວເພິ່ນ­ກໍບອກໃຫ້­ກຽມ­ບົດ­ຮຽນແລ້ວເດ!"
"ບໍ່­ມີບັນ­ຫາດອກເວິ້ຍ!" ຂ້ອຍເວົ້າແບບເຊື່ອໝັ້ນ­ຕົນເອງ ແຕ່ໃນໃຈເຕັ້ນ­ຕຶກໆ­ປານ­ກັບ­ຊິອອກເສິກ­ກໍບໍ່ປານ.
ນ້ອຍ­ບໍ່­ນານ ອາ­ຈານປະ­ຈໍາວິຊາ­ຊີວະ­ວິທະ­ຍາກໍເຂົ້າມາ ນັກ­ຮຽນ­ທຸກ­ຄົນ­ພາກັນ­ຢືນ­ຂຶ້ນ­ທໍາ­ຄວາມເຄົາ­ລົບ ແລ້ວກໍນັ່ງ­ລົງ­ຫຼັງ­ຈາກ­ອາ­ຈານ­ບອກໃຫ້­ນັ່ງ...
"ທຸກ­ຄົນເອົາເຈ້ຍ­ອອກ­ມາເຮັດ­ກວດ­ກາ. ຫ້າມກ່າຍ­ປຶ້ມຫລືກ່າຍ­ໝູ່ເປັນເດັດ­ຂາດ. ຫາກໃຜຝືນລະ­ບຽບ ອາ­ຈານຈະ­ລົງໂທດ­ທັນ­ທີ." ຄໍາເວົ້າ­ຂອງ­ອາ­ຈານເຮັດໃຫ້ຂ້ອຍ­ຮູ້­ສຶກ­ວິນ­ວຽນເຂົ້າກັບ­ບາດ, ມື້­ຄືນ­ນີ້­ບໍ່ໄດ້ເບິ່ງ­ບົດ­ຮຽນ­ພໍໜ້ອຍ ເພາະ­ເມົານໍາແຕ່ແກະ­ຂີ້­ສິວ ແລະ­ເອົາ­ຢາ­ຂ້າ­ສິວຮວາດໃສ່ ເວົ້າ­ລວມ­ກໍແມ່ນເມົານໍາແຕ່ຄວາມ­ຫຼໍ່­ຈົນ­ລືມເບິ່ງ­ບົດ­ຮຽນ, ທັງຍັງເມົາແຕ່ສົ່ງຂໍ້ຄວາມຫາໝູ່ຢູ່ເຟັສບຸກເກືອບໝົດຄືນ...
ອາ­ຈານ­ຂຽນ­ຄໍາ­ຖາມ­ກວດ­ກາໃສ່ກະ­ດານ ມີຢູ່ສອງ­ຂໍ້, ເພິ່ນໃຫ້ເວລາ­ພຽງແຕ່­ສິບຫ້ານາ­ທີ. ທຸກ­ຄົນ­ຕັ້ງໜ້າ­ຕອບ­ຄໍາ­ຖາມ ຄວາມ­ມິດ­ງຽບ­ປົກ­ຄຸມໄປທົ່ວທັງຫ້ອງ ເຮັດໃຫ້ຂ້ອຍ­ຮູ້­ສຶກເປັນ­ສີຕ່າງໆ­ໃນ­ຫົວໃຈ... ເຮັດແນວໃດ­ດີນໍ! ຄໍາ­ຖາມ­ທັງ­ສອງ­ຂໍ້ ອ່ານ­ຕັ້ງ­ສິບ­ຫຼົບ ແຕ່­ກໍບໍ່ເຂົ້າບໍ່ອອກ... ຈຶ່ງເຮັດ­ສາຍ­ຕາ­ສີເຫຼືອດໆ­ໄປທາງເພື່ອນຮ່ວມໂຕະ­ ແຕ່­ມັນ­ຊໍ້າ­ພັດເອົາມືສີບັງໆ­ໄວ້ ຂ້ອຍ­ຈຶ່ງງະ­ຂາໄປຕໍາເອົາ­ຂາມັນ ເພື່ອເປັນ­ສັນ­ຍານ­ບອກໃຫ້­ມັນ­ຮູ້ວ່າ "ກູຂໍກ່າຍແດ່!". ແຕ່­ບໍ່ເປັນ­ຜົນ ມັນເຮັດ­ຄືໝໍ້­ຂາງ­ບໍ່­ຮູ້ຮ້ອນ­ນີ້ລະ­! ອາ­ຈານ­ຄົງ­ສັງເກດເຫັນ­ອາການ ຜິດ­ປົກກະ­ຕິຂອງຂ້ອຍ ຈຶ່ງ­ບໍ່ລະ­ສາຍ­ຕາໄປຈາກຂ້ອຍເລີຍ..."ຫຼືວ່າອາ­ຈານ­ຄົງ­ຕິດໃຈນໍາ­ຄວາມ­ຫຼໍ່ຂອງເຮົາ!" ຂ້ອຍ­ຍັງ­ຄິດເຂົ້າ­ຂ້າງ­ຕົນເອງແບບຄົນບໍ່ພໍປົວ­...
ສິບຫ້ານາ­ທີຜ່ານໄປໄວປານ­ນໍ້າໄຫຼ ຂ້ອຍ­ຍັງ­ຄຶດຫຍັງ­ບໍ່ອອກ ຈຶ່ງ­ມີແຕ່ຄວາມວ່າງເປົ່າ­ຢູ່ໃນເຈ້ຍ­ກວດກາ. ຫົວໜ້າ­ໜ່ວຍ­ມາເກັບເອົາເຈ້ຍໄປສົ່ງ­ອາ­ຈານ ພ້ອມ­ທັງ­ຫຼຽວເບິ່ງຂ້ອຍຢ່າງ­ຍິ້ມໆ­... ຂ້ອຍ­ກໍຍິ້ມ­ຕອບແບບ­ຈືດໆ­...
"ວິລຸນ! ອອກ­ມາ­ຫາອາ­ຈານ" ຂ້ອຍ­ຕົກໃຈວາບ­ບາດ­ໜຶ່ງ ແລະ­ກໍລຸກໄປຫາໂຕະ­ອາ­ຈານ.
"ຄືບໍ່­ຂຽນຫຍັງໃສ່?" ເພິ່ນກ່າວສຽງ­ສີຮ້າຍໆ­ ເຮັດໃຫ້ຂ້ອຍ­ຕັບ­ລີບ­ໝົດ ບໍ່ຊ່າງ­ຊິຕອບແນວໃດ ໄດ້ແຕ່ເຮັດໜ້າໂຈ່ໂລ່­ປານມະ­ນຸດໄຮ້­ປັນ­ຍາເອົາໂລດ. ຂ້ອຍ­ກົ້ມໜ້າແນມເບິ່ງ­ພື້ນຫ້ອງດ້ວຍ­ຄວາມ­ສໍານຶກ­ຜິດ...
"ເທື່ອໜ້າ ເອົາໃຈໃສ່ແດ່ເດີ! ແລະ­ອັນ­ທີ່­ສໍາ­ຄັນ ມາໂຮງ­ຮຽນແຕ່ລະ­ເທື່ອກະ­ສວ່າຍໜ້າ­ສວ່າຍຕາໃຫ້­ມັນ­ຄັກແດ່! ຢ່າໄດ້ເຮັດໃຫ້­ສາຍ­ຕາ­ຂອງ­ຜູ້­ອື່ນຕ້ອງ­ມາ­ທໍລະ­ມານ­ກັບ­ການເບິ່ງ­ສິ່ງ­ທີ່­ບໍ່ຄ່ອຍໂສພາ­ປານໃດນີ້..." ຄໍາເວົ້າ­ປະ­ໂຫຍກ­ສຸດທ້າຍ­ຂອງ­ອາ­ຈານເຮັດໃຫ້ຂ້ອຍແປກໃຈຢ່າງເຫຼືອຈະ­ກ່າວ... ຂ້ອຍເອົາມືແຕະ­ທີ່ໜ້າ­ຕົນເອງ ຈຶ່ງ­ຮູ້­ສຶກວ່າມີຫຍັງ­ສີໜຽວໆ­ຢູ່ແກ້ມ... ໂອ້ຍ! ລືມລ້າງ­ຢາ­ຂ້າ­ສິວອອກ... ຂ້ອຍຟ້າວເຂົ້າບ່ອນຫຼັງ­ຈາກ­ອາ­ຈານ­ສັ່ງ ແລ້ວຈົກເອົາແພມົນ­ຈາກ­ຖົງໂສ້ງ­ຂຶ້ນ­ມາເຊັດໜ້າ... ຢາກຫຼໍ່­ຫຼາຍ­ກໍເລີຍເປັນ­ຈັ່ງ­ຊີ້­ນໍ!
"ເທື່ອໜ້າເຮົາ­ຊິບໍ່­ຫຼົງ­ຄວາມ­ຫຼໍ່­ເຫຼົາເຈົ້າຊູ້ອີກແລ້ວ ແລະບໍ່ເມົາແຕ່ຫຼິ້ນເຟັສບຸກຈົນເກີນໄປ!" ຂ້ອຍກ່າວປະ­ຕິຍານ­ກັບ­ຕົນເອງ ກ່ອນຈະ­ເງີຍໜ້າ­ຜະ­ເຊີນກັບ­ສາຍ­ຕາ­ຂອງ­ບັນ­ດາເພື່ອນຮ່ວມຫ້ອງ... ທຸກ­ຄົນແນມເບິ່ງຂ້ອຍດ້ວຍ­ສາຍ­ຕາໃຫ້ອະ­ໄພ ໂດຍສະ­ເພາະ­ສາຍ­ຕາ­ຂອງ­ນາງມະ­ລິວັນ­ຫົວໜ້າ­ຫ້ອງ ທີ່­ສົ່ງ­ສາຍ­ຕາແຫ່ງ­ຄວາມເປັນ­ມິດໃຫ້ຂ້ອຍເປັນຢ່າງ­ດີ...​

ຂຽນໂດຍ ອາຈານ ແສງຟ້າ  ຟຫລານຸພາບ

ເສັ້ນຂະໜານຮັກ (ຕອນຈົບ)

____________________
ເສັ້ນຂະໜານຮັກ (ຕອນຈົບ)

____________________

February 23, 2014 at 10:21am
ຕໍ່ຈາກ ເສັ້ນຂະໜານຮັກ (1) -

              ເດືອນຫົກຂອງທຸກໆປີ ກ່ອນຈະລົງໄຮ່ລົງນາ, ປະຊາຊົນຢູ່ບ້ານທີ່ຄອບຄົວຂອງຈໍາປີດຳລົງຊີວິດຢູ່ນີ້ ຈະພາກັນເຮັດບຸນບັ້ງໄຟເພື່ອຂໍນໍ້າຂໍຝົນຈາກພະຍາແຖນ ຊຶ່ງກໍເປັນຮີດຄອງປະເພນີທີ່ຊາວບ້ານພາກັນສະຫຼອງຢ່າງມ່ວນຊື່ນມາຊູ່ປີ. ຫຼາຍປີແລ້ວ ຕັ້ງແຕ່ຈໍາປີບໍ່ຢູ່, ເຮືອນຂອງນາງຊຶ່ງມີແຕ່ແມ່ກັບຫຼານສອງຄົນຢູ່ ຍາມບຸນບັ້ງໄຟກໍບໍ່ຄ່ອຍມີຄົນຂຶ້ນລົງພໍປານໃດ ມີແຕ່ຄຳຕາທີ່ພາໝູ່ສາມສີ່ຄົນມາໃຫ້ຄວາມອົບອຸ່ນ. ສຳລັບປີນີ້ ແມ່ໄດ້ຫວັງໃນໃຈວ່າພີ່ນ້ອງທັງຢູ່ໃກ້ຢູ່ໄກກໍຄົງມາຊຸມແຊວນຳບໍ່ຫຼາຍກໍໜ້ອຍ.ແຕ່ຄວາມຫວັງຂອງແມ່ກໍບໍ່ໄດ້ເປັນໄປຕາມທີ່ແມ່ຄິດ, ມີພຽງແຕ່ໜ້າເກົ່າດັ່ງທຸກປີຜ່ານມາ. 
            ຄຳຕາພາໝູ່ມາແຕ່ໃນວຽງສອງສາມຄົນມານັ່ງກິນເຂົ້າເປັນໝູ່ກັບຈໍາປີ.ແມ່ສັງເກດເຫັນສີໜ້າຂອງລູກສາວເປັນຢ່າງດີ ແມ່ກໍໄດ້ແຕ່ອົດກັ້ນຄວາມເສົ້າໂສກໄວ້ໃນໃຈ. ນາງຫຼຽວເບິ່ງແມ່ ແລະມັກຈະງວາກໜ້າໄປທາງປະຕູເຮືອນ ຫວັງໃຈວ່າຄົງມີໃຜອື່ນອີກທີ່ຈະມາກິນເຂົ້າປຸ້ນຢູ່ເຮືອນຂອງນາງ.ຈົນໃກ້ຊິຮອດຍາມເພິ່ນຈູດບັ້ງໄຟກໍຍັງມີພຽງກຸ່ມຂອງອ້າຍຄຳຕາເທົ່ານັ້ນ ທີ່ຍັງພາກັນກິນແລະເຫຍັ້ນເບຍສູ່ກັນດື່ມຢ່າງມ່ວນຊື່ນ. ນາງອົດທີ່ຈະນ້ອຍໃຈບໍ່ໄດ້ ນາງຂໍໂຕເຂົ້າໃນຫ້ອງນອນ ເອົາໜ້າໝູບໃສ່ໝອນສະອື້ນໄຫ້ຢ່າງເຫຼືອທີ່ຈະອົດກັ້ນ. ລະບາຍຄວາມເສົ້າອອກໄປໄດ້ບໍ່ພຽງອຶດໃຈ ສຽງຂອງແມ່ກໍດັງວ່ອນເຂົ້າມາໃນຫູ...
            “ຈໍາປີເອີຍ! ໄປເບິ່ງເພິ່ນຈູດບັ້ງໄຟກັບອ້າຍຄຳຕາແມ້! ແມ່ຊິເຝົ້າເຮືອນດອກ.”
            ນາງຟ້າວປັດປ່າຍຄາບນໍ້າຕາ ເອົາແພເຊັດໜ້າມາເຊັດຕື່ມເພື່ອລຶບຮອຍເສົ້າອອກຈາກດວງໜ້າ.
            “ໄປເບິ່ງເພິ່ນຈູດບັ້ງໄຟນຳກັນໄປ໊, ຈໍາປີ!”   ຄຳຕາອອກປາກຊວນ.
            ເປັນຄັ້ງທຳອິດຈາກໄລຍະໜຶ່ງອາທິດທີ່ຈໍາປີມາຮອດບ້ານ ທີ່ໄດ້ນຸ່ງສິ້ນໝີ່ຜືນງາມ ຈົນຄຳຕາກ່າວຍ້ອງຢ່າງອອກໜ້າອອກຕາວ່າ ນາງນຸ່ງສິ້ນຜືນນີ້ງາມຈົນບໍ່ມີບ່ອນຕິເລີຍ! ຈໍາປີໄດ້ແຕ່ຍິ້ມ ແລະກ່າວຂອບໃຈຕໍ່ຄຳຍ້ອງຍໍດັ່ງກ່າວ.
            ບັນຍາກາດຂອງບຸນບັ້ງໄຟບ້ານປີນີ້ມ່ວນຊື່ນຄືດັ່ງທຸກປີ ແຕ່ສຳລັບຈໍາປີແລ້ວ ບໍ່ຄ່ອຍມ່ວນຊື່ນພໍປານໃດ ເພາະຈິດໃຈນາງຍັງມີຮອຍດ່າງຍາກທີ່ຈະລຶບເລືອນໄປໄດ້. ມີແຕ່ອ້າຍຄຳຕາທີ່ໄດ້ສະແດງທ່າທີເອົາອົກເອົາໃຈ ຊອກແນວທີ່ເປັນຕາຫົວມາລົມສູ່ຟັງ ແລະຊີ້ໃຫ້ເບິ່ງບັ້ງໄຟທີ່ພຸ່ງຂຶ້ນສູ່ທ້ອງຟ້າຈົນເກືອບສຸດສາຍຫູສາຍຕາ.ເບິ່ງຂະບວນຂອງເຈົ້າຂອງບັ້ງໄຟພາກັນໂຮເຈັ້ງໆ ແລະຍໍຍົກເອົາຜູ້ເປັນຊ່າງເຮັດບັ້ງໄຟບັ້ງດັ່ງກ່າວລອຍຂຶ້ນສູ່ອາກາດເປັນບາດເປັນບາດ.ສ່ວນບັ້ງທີ່ທັ່ງຊູດໆຄ້າງໂຄກຢູ່ຮ້ານນັ້ນ ກໍຖືກເຫຼົ່າສະມາຊິກຈັບໂຍນລົງຕົມເປັນການໃຫ້ລາງວັນ.ສຽງຮ້ອງໂຮດັງໄປທົ່ວສະຖານທີ່ງານບຸນ ບາງພ່ອງກໍພາກັນເຊິ້ງດ້ວຍກອນເຊິ້ງທີ່ເປັນຕາຢາກຫົວ, ຟັງແລ້ວ ຈໍາປີຮູ້ສຶກຂົນຄີງລຸກ. ເຖິງແມ່ນຈຳປີເຄີຍໄດ້ຍິນມາເລື້ອຍຕັ້ງແຕ່ຄາວຍັງເປັນເດັກນ້ອຍ ແລະເຖິງແມ່ນວ່າຈະເຄີຍຜ່ານເລື່ອງຮ້າຍໆມາແລ້ວກໍຕາມ ແຕ່ເມື່ອມາຟັງຍາມນີ້ແລ້ວ ແລະຟັງຢູ່ໃກ້ໆອ້າຍຄຳຕາ ກໍໄດ້ເຮັດໃຫ້ຈຳປີໜ້າແດງໄດ້ຄືກັນ.
            “ໃກ້ຊິຄໍ່າແລ້ວ, ອ້າຍຕາ. ເມືອກັນເທາະ!” ຈຳປີອອກປາກຊວນ.
            “ກໍດີຄືກັນ” ຄຳຕາຕອບຮັບຢ່າງໄວ.
            ລະຫວ່າງທາງ ຈຳປີຮູ້ສຶກໜ້າມືດ ໄຄແຕ່ຄຳຕາຮັບໄວ້ທັນ ຄັນບໍ່ຊັ້ນຫົວນາງຄົງຟາດພື້ນເປັນແນ່ແທ້.ຄຳຕາຄ່ອຍໂຊມນາງເມືອຈົນຮອດເຮືອນ. ແມ່ເຫັນລູກສາວກັບມາດ້ວຍໃບໜ້າອັນຫຼ່າເຫຼືອງ ກໍຮູ້ສຶກຕົກໃຈ ຟ້າວເອົາຢາມ່ອງອອກມາໃຫ້ລູກດົມ ແລະທາໄປທົ່ວໜ້າຜາກແລະຂະໝັບ.ຄຳຕາເຫັນວ່າການປະຖົມພະຍາບານສໍ່ານີ້ຄົງບໍ່ສາມາດຊ່ອຍຫຍັງໄດ້ຫຼາຍ ຈຶ່ງບອກກັບແມ່ຂອງຈຳປີວ່າ ຕ້ອງເອົານາງນຳສົ່ງໂຮງໝໍເປັນການດ່ວນ.
            ກໍແມ່ນຄຳຕານັ້ນແຫຼະເປັນໂຊເຟີ້ລົດຈຳໂບ້ ໂດຍມີແມ່ເປັນຜູ້ນັ່ງກອດລູກສາວຢູ່ທ້າຍລົດ.ສ່ວນເຮືອນນັ້ນກໍແມ່ນຫຼານສອງຄົນເປັນຜູ້ເຝົ້າ.
            ກວ່າຈະຮອດໂຮງໝໍໃຫຍ່ກໍກິນເວລາໄປເກືອບຮອດຊົ່ວໂມງ.ຄຳຕາຟ້າວໂຊມເອົາຈຳປີໂດຍມີແມ່ຂອງນາງຕິດຕາມໄປຕິດໆ ເຂົ້າໄປຍັງຫ້ອງສຸກເສີນ. ເມື່ອເຫັນຄົນເຈັບເຂົ້າມາ ທ່ານໝໍແລະພະຍາບານທີ່ເຮັດວຽກໃນຫັ້ນ ກໍຟ້າວນຳເອົາຄົນເຈັບຂຶ້ນນອນຢູ່ເທິງຕຽງ ແລະຖາມອາການເຈັບ ພ້ອມທັງທຳການກວດທັນທີ. ຫຼັງຈາກກວດແລ້ວ ເຫັນວ່າບໍ່ແມ່ນເຈັບແບບທຳມະດາ ທ່ານໝໍຈຶ່ງໄດ້ສັ່ງໃຫ້ນອນຢູ່ໂຮງໝໍຕິດຕາມອາການເຈັບດັ່ງກ່າວ ເພື່ອຈະໄດ້ປິ່ນປົວໃຫ້ທັນທ່ວງທີ.
            ອາທິດໜຶ່ງເຕັມໆທີ່ຈໍາປີນອນພັກຮັກສາໂຕຢູ່ໂຮງໝໍ ໂດຍມີຄຳຕາແລະແມ່ເປັນຜູ້ຜັດປ່ຽນກັນເຝົ້າ.ໄຄແຕ່ຈຳປີມີເງິນຈຳນວນໜຶ່ງທີ່ໄດ້ສະສົມມາຈາກຕ່າງປະເທດ ຈຶ່ງເຮັດໃຫ້ເລື່ອງຢຸກຢາບໍ່ມີບັນຫາ.ອາການຂອງນາງຮູ້ສຶກວ່າດີຂຶ້ນ ແຕ່ທ່ານໝໍກໍຍັງບໍ່ອະນຸຍາດໃຫ້ກັບເມືອບ້ານໄດ້ເທື່ອ,ຕ້ອງໄດ້ຕິດຕາມໄປໃນໄລຍະໜຶ່ງກ່ອນ. ນາງພະຍາຍາມຂໍຮູ້ພະຍາດທີ່ນາງເປັນຈາກທ່ານໝໍ ແຕ່ເພິ່ນກໍບໍ່ໄດ້ໃຫ້ລາຍລະອຽດແຕ່ຢ່າງໃດ. ມີພຽງແຕ່ບອກວ່າ ພະຍາດບໍ່ຮ້າຍແຮງປານໃດດອກ ຂໍໃຫ້ພັກຜ່ອນກິນຢາ ແລະປະຕິບັດຕາມແພດສັ່ງ  ອີກບໍ່ດົນພະຍາດກໍຈະເຊົາ.
            ແຕ່ສຳລັບຄຳຕາແລະແມ່, ທັງສອງແມ່ນຮູ້ເຕັມເອິກວ່າຈຳປີເປັນມະເຮັງປາກມົດລູກຂັ້ນສຸດທ້າຍ ຊຶ່ງເປັນການຍາກທີ່ຈະລອດໄດ້ ມີແຕ່ລອງສ່ຽງຜ່າຕັດເອົາມົດລູກອອກທັງໝົດ ບາງທີອາດຈະຍືດຊີວິດຂອງຈຳປີອອກໄປໄດ້ ແຕ່ກໍຄົງຢູ່ໄດ້ບໍ່ຍືນຄືຄົນປົກກະຕິທົ່ວໄປ.ແມ່ຕັດສິນໃຈໃຫ້ທ່ານໝໍຜ່າຕັດເພື່ອກູ້ເອົາຊີວິດຂອງລູກ ເຖິງແມ່ນຈະຕ້ອງໄດ້ຈ່າຍເງິນຫຼາຍປານໃດກໍຕາມ.
            ແມ່ແລະຄຳຕາໄດ້ໃຫ້ກຳລັງໃຈແກ່ຈຳປີໃນການຜ່າຕັດຄັ້ງນີ້ ແລະໃຫ້ຄວາມຫວັງແກ່ນາງວ່າ ນາງຈະຕ້ອງຫາຍຂາດຈາກອາການເຈັບເປັນໄດ້ຢ່າງແນ່ນອນ ໂດຍບອກນາງວ່ານາງມີກ້ອນເບົ້າຢູ່ໃນມົດລູກ ຖ້າເອົາກ້ອນເບົ້ານັ້ນອອກແລ້ວ ນາງກໍຈະເປັນປົກກະຕິຄືຄົນທົ່ວໄປ. ກ່າວຄຳຕົວະຕໍ່ລູກ ກໍເພື່ອໃຫ້ລູກມີກຳລັງໃຈ ຫາກເວົ້າຄວາມຈິງ ແມ່ຄິດວ່າຍິ່ງຈະເຮັດໃຫ້ອາຍຸລູກສັ້ນເຂົ້າໄປຕື່ມ... ຕໍ່ໜ້າຈໍາປີ ແມ່ພະຍາຍາມປັ້ນໜ້າໃຫ້ສົດຊື່ນເພື່ອໃຫ້ນາງມີຄວາມຫວັງ ແຕ່ແມ່ຕ້ອງໄປລັກເຊັດນໍ້າຕາເວລາກັບມາພັກຢູ່ເຮືອນ ໂດຍມີຄຳຕາໄປເຝົ້າແທນ.
            ຄຳຕາກໍບໍ່ຕ່າງກັບແມ່ຂອງຈຳປີ ທຸກຄັ້ງທີ່ມາເຝົ້າຈຳປີ ເຂົາຈະເວົ້າແຕ່ເລື່ອງດີໆສູ່ນາງຟັງ ເພື່ອໃຫ້ນາງມີກຳລັງໃຈໃນຕໍ່ສູ້ກັບພະຍາດຮ້າຍໃນຮ່າງຄີງຂອງນາງ. ແຕ່ເມື່ອກັບອອກຈາກໂຮງໝໍ ຕາຂອງເຂົາກໍຊຸ່ມໄປດ້ວຍຄວາມເສົ້າໂສກ.
            ການຜ່າຕັດໄດ້ເລີ່ມຂຶ້ນ ແຕ່ບັນຫາກໍເກີດມີ ເພາະຖົງເລືອດໝວດທີ່ຈະມາກຽມໃສ່ໃຫ້ຈໍາປີຢູ່ທະນາຄານເລືອດຊໍ້າຜັດໝົດພໍດີ. ດັ່ງນັ້ນ ທ່ານໝໍຜູ້ຮັບຜິດຊອບຜ່າຕັດກໍໄດ້ແຈ້ງໃຫ້ແມ່ຂອງຈຳປີຊາບ:ຖ້າຫາກມີຍາດພີ່ນ້ອງຜູ້ໃດທີ່ມີໝວດເລືອດດຽວກັນກັບຈຳປີ  ກໍຂໍໃຫ້ມາບໍລິຈາກ. ໄດ້ຍິນແນວນັ້ນ ແມ່ກໍຟ້າວມາປຶກສາກັບຄຳຕາທີ່ພວມຢືນຖ້າຟັງຂ່າວການຜ່າຕັດຢ່າງໃຈຈົດໃຈຈໍ່.ພໍແຕ່ໄດ້ຍິນຄຳວ່າຕ້ອງການເລືອດເທົ່ານັ້ນ ຄຳຕາກໍອອກປາກວ່າ ຊິລອງກວດເລືອດຂອງຕົນກ່ອນ ຫາກແມ່ນເລືອດໝວດດຽວກັນ ຕົນເອງຈະເປັນຜູ້ບໍລິຈາກ. ຜ່ານການກວດໝວດເລືອດ ເຫັນວ່າເລືອດຂອງຄຳຕາຢູ່ໃນໝວດເລືອດດຽວກັນກັບຈຳປີພໍດີ ຊາຍໜຸ່ມບໍ່ລັ່ງເລໃຈທີ່ຈະສະລະເລືອດໃຫ້ແກ່ນາງຜູ້ເປັນດວງໃຈ.
            ການຜ່າຕັດດຳເນີນໄປຢ່າງເຊື່ອງຊ້າ ສຳລັບຜູ້ທີ່ລໍຄອຍຟັງຂ່າວຜົນຂອງການຜ່າຕັດ...ແມ່ໄດ້ແຕ່ພາວະນາໃຫ້ການຜ່າຕັດສຳເລັດລຸລ່ວງໄປດ້ວຍດີ ຢ່າໄດ້ມີເຫດອັນບໍ່ດີເກີດຂຶ້ນແກ່ຈຳປີເລີຍ...ສ່ວນຄຳຕາໄດ້ແຕ່ຍ່າງວົນໄປວຽນມາຢູ່ຕໍ່ໜ້າຫ້ອງຜ່າຕັດເພື່ອຟັງເບິ່ງຜົນ... ໃນທີ່ສຸດການຜ່າຕັດກໍເສັດສິ້ນ,ທ່ານໝໍພ້ອມທັງຜູ້ຊ່ວຍທ່ານໝໍແລະນາງພະຍາບານກໍພາກັນຍ່າງອອກຈາກຫ້ອງຜ່າຕັດ ແລະບອກກັບແມ່ແລະຄຳຕາວ່າ ຄົນເຈັບປອດໄພທຸກປະການ ໃຫ້ລໍຖ້າປະມານຊົ່ວໂມງໜຶ່ງ ຄົນເຈັບກໍຈະຟື້ນ.ແມ່ດີໃຈຈົນນໍ້າຕາໄຫຼ, ສ່ວນຄຳຕາກໍໄດ້ແຕ່ຍິ້ມໃຫ້ຕົນເອງຢ່າງສວ່າງໃຈ.
            “ຂອບໃຈອ້າຍຕາ ທີ່ກູ້ເອົາຊີວິດນ້ອງກັບຄືນມາ. ຖ້າບໍ່ມີເລືອດຂອງອ້າຍ ນ້ອງກໍຄົງ...” ຍັງບໍ່ທັນເວົ້າສຸດ ຄຳຕາກໍເອົາມືໄປອັດປາກຂອງຈຳປີໄວ້ກ່ອນ.
            “ຈັ່ງໃດ ຈຳປີກໍຕ້ອງຍັງມີຊີວິດ ເພື່ອເປັນກຳລັງໃຈໃຫ້ແມ່ຂອງນ້ອງ.” ທີ່ຈິງແລ້ວ ຄຳຕາຢາກເວົ້າວ່າ“ເພື່ອເປັນກຳລັງໃຈໃຫ້ແກ່ອ້າຍ” ຫຼາຍກວ່າ ແຕ່ເຂົາກໍພະຍາຍາມອົດກັ້ນໄວ້.
            ຕະຫຼອດໄລຍະທີ່ລົ້ມເຈັບນັ້ນ ນອກຈາກແມ່ແລ້ວ ກໍມີພຽງຄຳຕາເທົ່ານັ້ນທີ່ມາແວະວຽນຊ່ວຍເຫຼືອຢ່າງໃສ່ໃຈທີ່ສຸດ.ຈຳປີຮູ້ສຶກຊາບຊຶ້ງໃນຄວາມດີອັນແສນປະເສີດຂອງຄຳຕາ ແລະກໍຮູ້ສຶກກິນແໜງນຳຊີວິດອັນໂສມົມທີ່ຜ່ານພົ້ນມາ... ຫາກບໍ່ມີຊາຍຊາດຊົ່ວ ແລະກຸ່ມຄ້າມະນຸດເຂົ້າມາໃນຊີວິດຂອງນາງແລ້ວ, ນາງກໍຄົງມີຊີວິດອັນອົບອຸ່ນ ແລະເຕັມໄປດ້ວຍຄວາມສຸກສົມຫວັງ. ນາງຢາກເອີ່ຍປາກສະແດງຄວາມໃນໃຈຍິ່ງກວ່າຄຳວ່າຂອບໃຈ ແຕ່ນາງບໍ່ຫານກ້າທີ່ລະບາຍຄວາມໃນໃຈທີ່ມີຕໍ່ຊາຍທີ່ແສນດີຜູ້ນີ້ ເພາະເຂົາດີເກີນກວ່ານາງຈະສະແດງໃຫ້ເຂົາຮູ້.ນາງລະອາຍໃນຄວາມຕໍ່າຕ້ອຍໄຮ້ຄ່າຂອງນາງ ເໝືອນດັ່ງດອກໄມ້ທີ່ຖືກຢຽບຢໍ່າທຳລາຍຈົນບໍ່ມີກີບດີ ພໍທີ່ຈະໄປປະດັບແຈກັນອັນງາມສະຫງ່າໄດ້... ຄິດມາຮອດນີ້ກໍມີແຕ່ນໍ້າຕາເປັນເພື່ອນປອບໃຈ.
            ກ່ອນຈະອອກໂຮງໝໍ ທ່ານໝໍໄດ້ລົມກັບແມ່ຂອງຈໍາປີວ່າ ຖ້າຫາກໄດ້ຮັບກຳລັງໃຈຈາກຄົນອ້ອມຂ້າງ ຈຳປີກໍຈະຢູ່ຕໍ່ໄປໄດ້ອີກດົນ. ແຕ່ກໍບໍ່ຮັບປະກັນວ່າຈະຢູ່ດົນໄດ້ສໍ່າໃດ ເພາະພະຍາດມະເຮັງມັນເປັນອັນຕະລາຍເກີນກວ່າທີ່ຈະປິ່ນປົວໃຫ້ເຊົາຂາດໄດ້.ການປິ່ນປົວກໍພຽງໃຫ້ສວ່າງເຊົາພຽງຊົ່ວຄາວເທົ່ານັ້ນ ແລ້ວມັນກໍຈະຫວນກັບຄືນມາຫາໃໝ່.
            ນັບແຕ່ຈຳປີອອກຈາກໂຮງໝໍມາ ເລີກຈາກໄປແລ່ນຈຳໂບ້ແລ້ວ ຄຳຕາກໍຈະຟ້າວມາຢາມຈຳປີທັນທີ ໂດຍມີຂອງຕ້ອນຕິດມືມາໃຫ້ຢ່າງເປັນປະຈຳ ຈົນຈຳປີອອກປາກຫ້າມບໍ່ໃຫ້ຄຳຕາຊື້ຫຍັງມາໃຫ້ອີກ ເພາະກິນບໍ່ສູ້ໄດ້ປານໃດ. ແຕ່ຄຳຕາກໍຍັງບໍ່ຟັງ ຊື້ມາຝາກມາຕ້ອນຢູ່ຈັ່ງຊັ້ນລະ!
            ມີເທື່ອໜຶ່ງຈໍາປີອົດບໍ່ໄດ້ ຈຶ່ງເອີ່ຍປາກຖາມຄຳຕາໄປວ່າ:
            “ປານໃດຊິໄດ້ຜູກແຂນໃຫ້ອ້າຍຕາກັບເອື້ອຍໃພ້ນໍ?”
            ຄຳຖາມດັ່ງກ່າວຕຳໝາກຫົວໃຈຂອງຄຳຕາຢ່າງແຮງ ແຕ່ເຂົາກໍປັດປ່າຍບໍ່ຍອມຕອບກົງໆ ພຽງແຕ່ເວົ້າວ່າ:
            “ໃຫ້ຈໍາປີແຂງແຮງເປັນປົກກະຕິກ່ອນ ແລ້ວບາດນັ້ນຈຶ່ງຊິຈູງແຂນເອື້ອຍໃພ້ມາໃຫ້ຈໍາປີເບິ່ງ.”
            ເຂົາແນມເບິ່ງຮ່າງອັນຈ່ອຍຜອມຂອງຈໍາປີ ທີ່ນອນເທິ້ງຢູ່ເທິງຕຽງດ້ວຍຄວາມສົງສານ ຢາກບອກຄວາມໃນໃຈໃຫ້ນາງຮູ້ ແຕ່ກໍບໍ່ກ້າຄືກັນກັບເມື່ອເຈັດປີກ່ອນ. ຖ້າເວລານັ້ນຫາກເຂົາມີຄວາມກ້າຫານພໍ ບາງທີປານນີ້ເຂົາກັບຈໍາປີ ກໍຄົງມີຄວາມສຸກຮ່ວມກັນໃນຄອບຄົວທີ່ອົບອຸ່ນຢ່າງແນ່ນອນ.
            ກ່ອນທີ່ຈຳປີຈະຕົກລົງປົງໃຈແຕ່ງດອງກັບຊາຍລາວສັນຊາດຕ່າງປະເທດນັ້ນ ແມ່ຂອງຈຳປີກໍໄດ້ເອີ່ຍປາກຖາມຄຳຕາວ່າມີຄວາມຮັກຕໍ່ລູກສາວແມ່ຄືແນວໃດ. ຄຳຕາບໍ່ຫານຕອບຕາມຄວາມຈິງ ເພາະໄດ້ຍິນຂ່າວແວ່ວໆວ່າມີຊາຍລາວຕ່າງແດນທີ່ກະເປົາໜັກ ຈະມາສູ່ຂໍເອົາຈຳປີໄປຢູ່ຕ່າງປະເທດ.ຄຳຕາເຫັນວ່າຕົນເອງມີຖານະຕໍ່າຕ້ອຍ ມີອາຊີບເປັນພຽງຄົນຂັບລົດຈຳໂບ້ ບໍ່ກ້າທີ່ຈະໄປເສັງກັບນັກທຸລະກິດເງິນລ້ານ. ເຂົາຈຶ່ງຕອບແມ່ຂອງຈຳປີໄປວ່າ:
            “ລູກກໍຮັກຈຳປີຄືກັບນ້ອງກັບນຸ່ງຜູ້ໜຶ່ງນີ້ລະ!”
            “ຖ້າຈຳປີແຕ່ງດອງກັບຄົນລາວຈາກຕ່າງປະເທດ ລູກເຫັນເປັນແນວໃດ?” ແມ່ຂອງຈຳປີສໍ້ເຂົາອີກ.
            “ກໍດີຫັ້ນແຫຼະ ແມ່ເອີຍ! ຄັນໄດ້ໄປຢູ່ຕ່າງປະເທດ ຈຳປີກໍຈະມີເງິນຝາກມາໃຫ້ແມ່!”ຖ້າເຂົາສາມາດໝູນເວລາກັບຄືນສູ່ອະດີດໄດ້ເຂົາຈະບໍ່ຕອບແມ່ຂອງຈຳປີຄືແນວນັ້ນ ແຕ່ເວລາກໍຜ່ານພົ້ນໄປເສຍແລ້ວ.

            ມື້ນີ້ ຮູ້ສຶກຜິດແຜກຈາກມື້ຜ່ານມາທັງໆທີ່ເປັນຍາມແລ້ງ ແຕ່ທ້ອງຟ້າຊໍ້າຜັດບົດຄ້າຍດັ່ງຝົນຈະຕົກ.ເຂົາຫຼຽວເບິ່ງໂມງຢູ່ຄໍ່ແຂນ ‘ຫ້າໂມງເຄິ່ງແລ້ວ’ ຫູຂອງເຂົາຄືກັບແວ່ວຍິນສຽງເອີ້ນຈາກໃຜຜູ້ໜຶ່ງ ພ້ອມກັນນັ້ນໃນໃຈຂອງເຂົາເໝືອນມີຫຍັງບາງຢ່າງເຂົ້າມາບົດບັງ ຊຶ່ງບໍ່ສາມາດອະທິບາຍໄດ້.ເຂົາຟ້າວເລັ່ງເຄື່ອງໂດຍບໍ່ລືມແວະຊື້ອາຫານແລະຂະໜົມເພື່ອໄປຕ້ອນຈຳປີ.
            ເມື່ອຂັບມາຮອດຕີນຂັ້ນໄດເຮືອນຂອງຈຳປີ ເຂົາຟ້າວລົງຈາກລົດແລ່ນຂຶ້ນຂັ້ນໄດບາດດຽວຮອດປະຕູເຮືອນ. ເຂົາຄ່ອຍໆກ້າວຂາໄປຍັງຕຽງທີ່ຈຳປີນອນຢູ່.ເຂົາເຫັນແມ່ຂອງຈໍາປີພວມຈັບຜ້າປຽກປັ້ນແຫ້ງເຊັດໄປຕາມໂຕຂອງຈຳປີ.ເຫັນແມ່ເອົາມືປາດນໍ້າຕາອອກຈາກພວງແກ້ມ, ຄຳຕາຮູ້ສຶກຕົກໃຈວາບ. ແມ່ບອກວ່າ ກ່ອນເຂົາຈະມານີ້ ຈຳປີໄດ້ເອີ້ນຫາແລະຢາກຈະພົບເຂົາ...
            “ຈຳປີ ລູກແມ່! ອ້າຍຕາມາແລ້ວ” ແມ່ຊຶມສຽງອ່າວດັງໃສ່ຂ້າງໆຫູຂອງລູກສາວ.
            ຈໍາປີມືນຕາຂຶ້ນຢ່າງຍາກຊາແບບຄົນໂຮຍແຮງ ແລເຫືຼອດໄປທົ່ວຫ້ອງແລ້ວຈັບຈຶ້ງຢູ່ທີ່ຮ່າງຂອງຊາຍທີ່ໃຈດີຕໍ່ນາງມາຕະຫຼອດ ຕັ້ງແຕ່ຄາວຍັງເປັນເດັກນ້ອຍ:ນາງຍັງຈື່ໄດ້ວ່າ ອ້າຍຕາມັກປັນຂະໜົມສູ່ກິນ ແລະປ້ອງກັນໄພຍາມທີ່ຖືກຂົ່ມຂູ່ຈາກພວກເດັກນ້ອຍຈອມກວນທັງຫຼາຍ. ຈົນໃຫຍ່ເປັນສາວ ອ້າຍຕາກໍຍັງຕິດຕາມຊ່ວຍເຫຼືອ ຊ່ອຍເປັນອົງຄະລັກໃນເວລາໄປບຸນວັດ... ຈວບຈົນເຖິງວິນາທີນີ້ ອ້າຍຕາກໍຍັງເປັນອ້າຍຕາຂອງຈຳປີຜູ້ນີ້ຄືເກົ່າ... ເສຍດາຍເວລາທີ່ຜ່ານມານັ້ນ ຫາກຫວນຢ້ອນກັບຄືນໄປໄດ້ ຈຳປີກໍຈະປະຕິເສດການແຕ່ງດອງກັບນັກທຸລະກິດຈອມປອມຜູ້ນັ້ນ ແລ້ວສາລະພາບຄວາມຈິງໃນໃຈຂອງຕົນໃຫ້ອ້າຍຕາແລະແມ່ຮູ້ ແຕ່ມັນສວາຍເກີນໄປແລ້ວ.ນໍ້າຕາຈາກປ່ອງຢ້ຽມຫົວໃຈທີ່ຈຶ້ງເບິ່ງໜ້າຄຳຕານັ້ນ ໄຫຼອາບທັງສອງພວງແກ້ມຢ່າງບໍ່ຂາດສາຍ.ສຽງແຫບໆຈາກປາກອັນແຫ້ງຜາກຂອງຈໍາປີດັງສະທ້ອນເຂົ້າໂສດປະສາດຂອງຄຳຕາ ເຮັດໃຫ້ຫົວໃຈຂອງເຂົາສະເທືອນປານພູໄຟລະເບີດ...
            “ອ້າຍຕາ! ນ້ອງຕ້ອງຂໍໂທດທີ່ບໍ່ສາມາດກ່າວຄຳນີ້ອອກມາໃນເວລາທີ່ນ້ອງຍັງເປັນສາວ ແລະຍັງມີສຸຂະພາບແຂງແຮງ ພໍທີ່ຈະເຮັດໃຫ້ຜູ້ຟັງນັ້ນເຊື່ອຖືໄດ້. ແຕ່ເພື່ອບໍ່ໃຫ້ນ້ອງກິນແໜງແຄງໃຈ...ນ້ອງຂໍບອກຄວາມຈິງສູ່ອ້າຍຮູ້ວ່າ ນ້ອງຮັກອ້າຍຕັ້ງແຕ່ມື້ທີ່ອ້າຍໄດ້ສ່ຽງຊີວິດລົງໄປຊ່ວຍນ້ອງໃຫ້ຫຼຸດພົ້ນຈາກການຕາຍດຶກນໍ້າ ຕອນຊຸມໝູ່ພວກເຮົາໄປທ່ຽວຫາດນຳກັນ. ແຕ່ອາດຈະແມ່ນນ້ອງເຂົ້າໃຈຜິດ ທີ່ຄິດວ່າອ້າຍຄົງບໍ່ຮັກນ້ອງແບບບ່າວສາວ ຄົງຮັກແບບອ້າຍນ້ອງຫຼາຍກວ່າ, ເວລາທີ່ແມ່ບອກໃຫ້ນ້ອງແຕ່ງດອງ ນ້ອງຈຶ່ງຕັດສິນໃຈແຕ່ງເພື່ອຕອບບຸນແທນຄຸນເພິ່ນ...” ສຽງຂອງນາງຂາດຫາຍໄປ ສຽງຫັນໃຈຫອບເຂົ້າມາແທນທີ່... ຄຳຕາຟ້າວຊ້ອນແຂນເຂົ້າໃນຊອກຄໍຂອງນາງ ແລະຈັບມືຂອງນາງບີບຄ່ອຍໆ.
            “ເຮັດໃຈດີໆໄວ້, ຈໍາປີ! ອ້າຍຕາຂອງນ້ອງຢູ່ນີ້ແລ້ວ ຈຳປີຕ້ອງປອດໄພທຸກຢ່າງ...” ສຽງຂອງເຂົາສັ່ນ ດວງຕາຈຶ້ງເບິ່ງໃບໜ້າຂອງຍິງສາວ... “ຈຳປີຈົ່ງຟັງອ້າຍໃຫ້ດີໆ, ອ້າຍຮັກຈຳປີ… ເຖິງຈຳປີຈະຢູ່ໃສ ຫົວໃຈຂອງອ້າຍຕາກໍຍັງມີພຽງຈຳປີເທົ່ານັ້ນ... ເຮັດໃຈໃຫ້ເຂັ້ມແຂງໄວ້ ຈໍາປີ! ນ້ອງຕ້ອງມີຊີວິດຢູ່...”
            ເຖິງຈະເວົ້າແນວໃດກໍຕາມ ຄຳຕາກໍບໍ່ສາມາດເອົາຊະນະພະຍາມັດຈຸລາດໄປໄດ້ ຄຳສຸດທ້າຍທີ່ຈໍາປີກ່າວອອກມາໄດ້ດັງສະທ້ອນເຂົ້າຫູຂອງຄຳຕາ ແລະຜູ້ເປັນແມ່:
            “ນ້ອງຂໍລາໄປກ່ອນ… ຫາກຊາດໜ້າມີຈິງ… ຂໍໃຫ້ໄດ້ພົບກັບອ້າຍຕາທີ່ແສນດີຂອງນ້ອງອີກ...”
            ສິ້ນສຽງສັ່ງລາ ສຽງສະອື້ນໄຫ້ຂອງແມ່ກໍດັງເຂົ້າມາແທນທີ່,ຊາຍໜຸ່ມໃຊ້ມືລູບຕາທີ່ມືນຄ້າງຂອງຍິງຄົນຮັກໃຫ້ຫຼັບລົງຢ່າງສະໜິດຊົ່ວນິລັນດອນ...

​ຂຽນໂດຍ ອາຈານ​ ​Sengfa Hola